ຂ່າວ-Tou-Vientianepost - 2023-05-13T103939.970
ເຈົ້າໜ້າທີ່ເມືອງສີໂຄດ ລົງກວດກາແກ້ໄຂບັນດາປ້າຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ
ຮຽບຮຽງໂດຍ:Staff
ເຜີຍແຜ່: 13 May, 2023

ເຈົ້າໜ້າທີ່ເມືອງສີໂຄດ ລົງກວດກາແກ້ໄຂບັນດາປ້າຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍເນື່ອງຈາກວ່າພົບເຫັນຫຼາຍປ້າຍໃນນະຄອນຫຼວງວຽງຈັນທີ່ມີແຕ່ພາສາຕ່າງປະເທດ ໂດຍບໍ່ມີພາສາລາວໃນປ້າຍ ແລະ ພົບເຫັນຄວາມບໍ່ເປັນລະບຽບນຽບຮ້ອຍໃນຕົວເມືອງ ຄະນະຮັບຜິດຊອບຈຶ່ງລົງຕິດຕາມ ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ສິ່ງກີດຂວາງ ແລະ ຄວາມບໍ່ຈົບງາມ ໃນຂອບເຂດທົ່ວເມືອງສີໂຄດ

ຕະບອງ ນະຄອນຫຼວງວຽງຈັນ ວັນທີ 11 ພຶດສະພາ 2023 ຫ້ອງການຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງສີໂຄດຕະບອງ ໄດ້ລົງກວດກາ ແກ້ໄຂບັນດາປ້າຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍໃນເຂດບ້ານໜອງສະໂນຄຳ ແລະ ບ້ານອຸບມຸງ ນຳໂດຍທ່ານ ວິໄຊ ໄຊທານີ ຫົວໜ້າຫ້ອງການ ຖວທ ເມືອງສີໂຄດຕະບອງ ມີບັນຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ຜ່ານການລົງກວດກາໄດ້ພົບເຫັນປ້າຍຈຳນວນໜຶ່ງບໍ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍສະເພາະປ້າຍບໍ່ມີພາສາລາວ ຕໍ່ກັບເຫດການດັ່ງກໍໄດ້ຕັກເຕືອນ ແລະ ເຮັດບົດທຶກກັບເຈົ້າຂອງປ້າຍ ຖ້າບໍ່ປະຕິບັດຕາມບົດບັນທຶກຈະຖືກປັບໃໝ່ຕາມລະບຽບການທີ່ກຳນົດໄວ້ຄື ຄັ້ງທີ່ 1 ໃຫ້ເວລາໃນການປັບປຸງ ແກ້ໄຂປ້າຍທີ່ບໍ່ຖືກຕາມລະບຽບການພາຍໃນ 7 ວັນໃຫ້ສຳເລັດ ຄັ້ງທີ 2 ເຮັດບົດບັນທຶກພ້ອມ

ທັງປັບໃໝສອງເທົ່າຂອງຄ່າທຳນຽມປ້າຍ ຕາມຂະໜາດຂອງປ້າຍ ຄັ້ງທີ 3 ຖ້າບໍ່ມີການປັບປຸງ ແກ້ໄຂຄະນະກຳມະການຈະໃຊ້ມາດຕະການເລີກຮື້ປ້າຍ ສ່ວນຄ່າໃຊ້ຈ່າຍໃນການເລີກຮື້ແມ່ນເຈົ້າຂອງປ້າຍເປັນຜູ້ຮັບຜິດຂອບທັງໝົດ.

ທັ້ງນີ້ ເນື້ອໃນຂອງປ້າຍທຸກປະເພດທີ່ນຳໃຊ້ຢູ່ ສປປ ລາວ ຕ້ອງຂຽນເປັນພາສາລາວ ສຳລັບປ້າຍທີ່ຂຽນ ຫຼື ພິມເປັນພາສາລາວ ແລະ ພາສາຕ່າງປະເທດນັ້ນຕ້ອງໃຫ້ພາສາລາວຢູ່ເທິງ ພາສາຕ່າງປະເທດຢູ່ລຸ່ມ ຫຼື ພາສາລາວຢູ່ເບື້ອງຂວາ ພາສາຕ່າງປະເທດຢູ່ເບື້ອງຊ້າຍຂອງປ້າຍ ຂະໜາດຕົວໜັງສືພາສາຕ່າງປະເທດບໍ່ໃຫ້ໃຫຍ່ເກີນສອງສ່ວນສາມຂອງຕົວໜັງສືລາວ ສຳລັບປ້າຍໂຄສະນາທີ່ມີ

ເຄື່ອງໝາຍການຄ້າຕ້ອງຂຽນ ຫຼື ພິມພາສາລາວຢູ່ເທິງກາໝາຍການຄ້າທີ່ເປັນພາສາຕ່າງປະເທດ ປ້າຍກ່ຽວກັບຄຳຂວັນ ການທູດ ການພົວພັນສາກົນຂອງ ສປປ ລາວ ຫຼື ຕ່າງປະເທດຂະໜາດຕົວໜັງສືລາວ ເຮືອນພັກຂອງຫົວໜ້າສຳນັກງານດັ່ງກ່າວໃຫ້ປະຕິບັດຕາມສົນທິສັນຍາ ແລະ ສັນຍາສາກົນທີ່ກ່ຽວຂ້ອງເປັນຜູ້ຮັບຜິດຊອບກວດຜ່ານ ພ້ອມກັນນັ້ນກໍໄດ້ກວດກາພື້ນສີຂອງປ້າຍໃຫ້ຖືກຕ້ອງຕາມຫຼັກການ.

ທີ່ມາ VientianeMai

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (14)
ພົບເຫັນ "ເປັດຄັບແຄ" ຄັ້ງທຳອິດໃນແກ່ງກະຈານ ສະທ້ອນປ່າມໍລະດົກອຸດົມສົມບູນ
Copy of site cover (42)
Microsoft ວາງແຜນສ້າງໃຫ້ Windows ສາມາດອັບເດດທັງລະບົບໄດ້ເອງຢ່າງຄົບຖ້ວນແບບລວມສູນ
_cover (45)
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ
_cover (44)
"ອີລອນ ມັສກ໌" ໂພສຮູ້ສຶກຜິດຕໍ່ "ທຣຳ" ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ
_cover (43)
ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025
_cover (42)
ຈັບໄດ້​ໄລ່​ທັນ​ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ
_cover (41)
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ
Copy of site cover (41)
NVIDIA ກຽມສ້າງ AI Cloud ສຳລັບຂະແໜງອຸດສາຫະກຳໃນເຢຍລະມັນ
_cover (40)
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ
_cover (39)
ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ
ຢ່າລື່ມກົດຕິດຕາມ