“ໂຕໂຢຕ້າ” ເຈີພາສີທຣຳ ເຮັດກຳໄລຫາຍ 1,200 ລ້ານໂດລາ

ໃນການປະເມີນຜົນກະທົບຈາກມາດຕະການພາສີຂອງປະທານາທິບໍດີ ໂດນັລ ທຣຳ ແຫ່ງສະຫະລັດອາເມຣິກາ, ບໍລິສັດໂຕໂຢຕ້າ ມໍເຕີ ເປີດເຜີຍວ່າ ໃນຊ່ວງເວລາພຽງ 2 ເດືອນ, ເຮັດໃຫ້ກຳໄລຈາກການດຳເນີນງານຂອງບໍລິສັດຫຼຸດລົງໄປປະມານ 180,000 ລ້ານເຢນ ຫຼື ກວ່າ 1,200 ລ້ານໂດລາສະຫະລັດ   ຍັງລະບຸວ່າ ຜົນກະທົບໃນເດືອນເມສາ ແລະ ພຶດສະພາ ໄດ້ຖືກນຳມາພິຈາລະນາຢ່າງໂດບະມານແລ້ວ ແຕ່ສະຖານະການຍັງມີຄວາມບໍ່ແນ່ນອນສູງຢູ່ ຊຶ່ງຈະສົ່ງຜົນຕໍ່ຜົນປະກອບການທັງປີ.   ບໍລິສັດຄາດການລາຍໄດ້ຈາກການດຳເນີນງານສຳລັບງວດປີທີ່ສິ້ນສຸດວັນທີ 31 ມີນາ 2026 ໄວ້ທີ່ 3 ລ້ານ 8 ແສນລ້ານເຢນ ຊຶ່ງຕ່ຳກວ່າທີ່ນັກວິເຄາະຄາດການໄວ້ທີ່ 4 ລ້ານ 7 ແສນລ້ານເຢນ.   ສ່ວນກຳໄລຈາກການດຳເນີນງານໃນປີງວດປີຫຼ້າສຸດ (ຄືງວດປີສິ້ນສຸດ 31 ມີນາ 2025) ຢູ່ທີ່ 4 ລ້ານ 8 ແສນລ້ານເຢນ, ຕ່ຳກວ່າສະຖິຕິສູງສຸດທີ່ໂຕໂຢຕ້າເຄີຍເຮັດໄດ້ໃນງວດປີ 2024 ຊຶ່ງເຄີຍເຮັດໄດ້ 5 […]

8 ກັບດັກການເງິນທີ່ເຮັດໃຫ້ຫຼາຍຄົນ ພົບເຈີກັບບັນຫາໜີ້ ພ້ອມບອກວິທີແກ້ໄຂ

8 ກັບດັກການເງິນທີ່ເຮັດໃຫ້ຫຼາຍຄົນພົບເຈີກັບບັນຫາໜີ້ ພ້ອມບອກວິທີແກ້ໄຂ   ໃນຍຸກທີ່ເສດຖະກິດຍັງບໍ່ໜ້າໄວ້ວາງໃຈ ແລະ ຄ່າຄອງຊີບສູງຂຶ້ນຢ່າງຕໍ່ເນື່ອງ, ການວາງແຜນການເງິນທີ່ດີຈຶ່ງເປັນເລື່ອງສຳຄັນທີ່ບໍ່ຄວນເບິ່ງຂ້າມ.   ກັບດັກທາງການເງິນທີ່ຫຼາຍຄົນພົບຢູ່ອາດນຳໄປສູ່ບັນຫາໜີ້ສິນ, ການຂາດສະຖຽນລະພາບທາງການເງິນ, ແລະ ຄວາມຄຽດໃນການດຳເນີນຊີວິດ.   ຢ່າງໃດກໍຕາມ, ຫາກເຂົ້າໃຈແລະຮູ້ເທົ່າທັນກັບດັກເຫຼົ່ານີ້ ພ້ອມທັງມີແນວທາງແກ້ໄຂທີ່ຖືກຕ້ອງ, ກໍສາມາດພິກວິກິດໃຫ້ເປັນໂອກາດ ແລະ ສ້າງຮາກຖານທາງການເງິນທີ່ໝັ້ນຄົງສູ່ອິດສະຫຼະພາບທາງການເງິນທີ່ຍືນຍົງໄດ້.   ການຂາດເປົ້າໝາຍທາງການເງິນທີ່ຊັດເຈນ   ຫຼາຍຄົນອາດເຄີຍຮູ້ຄຶກຳລັງບໍ່ມີເປົ້າໝາຍທາງການເງິນທີ່ຊັດເຈນ ຫຼື ອາດຫາເງິນໄປແຕ່ລະວັນ ໂດຍບໍ່ຮູ້ວ່າຕ້ອງການອັນໃດໃນອະນາຄົດ.   ວິທີແກ້ໄຂ:   ຂຽນແຜນທີ່ເປົ້າໝາຍການເງິນ ເລີ່ມຈາກຂຽນເປົ້າໝາຍໄລຍະສັ້ນທີ່ຕ້ອງເຮັດຮີບດ່ວນ ເຊັ່ນ: ການເກັບເງິນເພື່ອສຸກເສີນ ຂຽນເປົ້າໝາຍລົງເທິງເຈ້ຍແລະຕິດໄວ້ໃນບ່ອນທີ່ເບິ່ງເຫັນໄດ້ທຸກມື້ ທົບທວນແລະປັບເປົ້າໝາຍທຸກໆ 3-6 ເດືອນ ແບ່ງເປົ້າໝາຍໃຫຍ່ເປັນເປົ້າໝາຍຍ່ອຍໆທີ່ຈັບຕ້ອງໄດ້   ການປະເມີນຄວາມສ່ຽງຜິດພາດ   ຫຼາຍຄົນມັກປະເມີນຄວາມສ່ຽງຜິດພາດໄປທັງສອງດ້ານ – ບາງຄົນກັງວົນຫຼາຍເກີນໄປຈົນເກັບເງິນໄວ້ແຕ່ໃນບັນຊີອອມຊັບທີ່ໃຫ້ດອກເບ້ຍຕ່ຳ, ໃນຂະນະທີ່ບາງຄົນກ້າສ່ຽງຫຼາຍເກີນໄປຈົນລົງທຶນໃນຊັບສິນສ່ຽງສູງເກີນຄວາມສາມາດໃນການຮັບຄວາມສ່ຽງ.   ວິທີແກ້ໄຂ: ເຮັດແບບປະເມີນຄວາມສ່ຽງທີ່ຍອມຮັບໄດ້ ກະຈາຍການລົງທຶນຕາມຫຼັກ Asset Allocation ສ້າງພອດລົງທຶນທີ່ສົມດຸນ ສຶກສາແລະເຂົ້າໃຈຜະລິດຕະພັນການລົງທຶນ   ການລະເລີຍການເກັບເງິນສຳຮອງເພື່ອສຸກເສີນ […]

“ວໍເຣັນ ບັຟເຟັດ” ເປີດເຜີຍການລົງທຶນທີ່ຄຸ້ມຄ່າທີ່ສຸດ ບໍ່ແມ່ນອະສັງຫາລິມະຊັບ, ຄຳ ຫຼື ຮຸ້ນ

  ມະຫາເສດຖີລະດັບໂລກ “ວໍເຣັນ ບັຟເຟັດ” ເປີດເຜີຍການລົງທຶນທີ່ຄຸ້ມຄ່າທີ່ສຸດໃນຊີວິດ ບໍ່ແມ່ນອະສັງຫາລິມະຊັບ, ຄຳ ຫຼື ຮຸ້ນ ຢ່າງທີ່ຫຼາຍຄົນຄິດ   ໃນການປະຊຸມຜູ້ຖືຮຸ້ນປະຈຳປີຂອງບໍລິສັດ Berkshire Hathaway ເມື່ອວັນທີ 3 ພຶດສະພາ ທີ່ຜ່ານມາ ມະຫາເສດຖີ “ວໍເຣັນ ບັຟເຟັດ” ປະກາດວ່າ ເພິ່ນຈະລົງຈາກຕຳແໜ່ງຊີອີໂອພາຍໃນສິ້ນປີນີ້ ແຕ່ຍັງຄົງດຳລົງຕຳແໜ່ງປະທານຄະນະກຳມະການບໍລິຫານຕໍ່ໄປ   ບັຟເຟັດເວົ້າຕໍ່ເນື່ອງເຖິງ 4 ຊົ່ວໂມງໃນງານ ແລະ ຕອບຄຳຖາມທຸກຂໍ້ຢ່າງເຕັມທີ່ ເພິ່ນມີແນວຄິດການໃຊ້ຊີວິດທີ່ຮຽບງ່າຍ ໂດຍເຊື່ອວ່າ ການລົງທຶນທີ່ຄຸ້ມຄ່າທີ່ສຸດໃນຊີວິດ ບໍ່ແມ່ນເງິນຄຳໃນບັນຊີ ແຕ່ຄືການໄດ້ຢູ່ຮ່ວມກັບຜູ້ຄົນທີ່ມີເປົ້າໝາຍດຽວກັນແລະມີທັດສະນະຄະຕິທີ່ດີ   ເລືອກຄົບໝູ່ໃຫ້ຖືກຄົນ   ວໍເຣັນ ບັຟເຟັດ ເຄີຍໃຫ້ຄຳແນະນຳວ່າ “ຈົ່ງຢູ່ທ່າມກາງຄົນສະຫຼາດ ແລະ ຮຽນຮູ້ໄປນຳກັນ” ເພາະເມື່ອທຽບກັບການລົງທຶນໃນຊັບສິນຕ່າງໆແລ້ວ ການລົງທຶນກັບມິດຕະພາບຄືສິ່ງທີ່ມີຄຸນຄ່າຢ່າງແທ້ຈິງ ເຊັ່ນດຽວກັບທີ່ເພິ່ນໄດ້ພົບກັບຊາລີ ມັງເກີ ຕັ້ງແຕ່ໄວໜຸ່ມ ທັງສອງເປັນທັງໝູ່ສະໜິດ, ເພື່ອນຮ່ວມງານ, ແລະ ຫຸ້ນສ່ວນທາງຄວາມຄິດ ເພາະມີມຸມມອງແລະຄວາມສົນໃຈຄ້າຍກັນ   […]

ເຕືອນຢ່າຟ້າວໂອນ (ເງິນ) ຖ້າຍັງບໍ່ກວດສອບໃຫ້ຊັດເຈນ ອາດຕົກເປັນເຫຍື່ອມິຈຊາຊີບ

  ຕຳຫຼວດໄຊເບີແນະນຳວິທີການກວດສອບກ່ອນໂອນເງິນ ຖ້າບໍ່ຢາກຕົກເປັນເຫຍື່ອຂອງມິຈຊາຊີບທີ່ມັກປ່ຽນຮູບແບບໃຫ້ໂອນຜ່ານ QR Code ຫຼື ກະເປົາເງິນດິຈິຕອລຯ ທີ່ບໍ່ສາມາດກວດສອບເຈົ້າຂອງບັນຊີໄດ້   ເນື່ອງຈາກປັດຈຸບັນ ມິຈຊາຊີບໃຊ້ກົນໂກງຫຼາກຫຼາຍຮູບແບບ ໂດຍສະເພາະການຫຼອກໃຫ້ໂອນເງິນຜ່ານ QR Code ຫຼື ກະເປົາເງິນດິຈິຕອລຕ່າງໆ ຊຶ່ງມັກເປັນຊ່ອງທາງທີ່ບໍ່ສາມາດກວດສອບຊື່ເຈົ້າຂອງບັນຊີໄດ້ຊັດເຈນຄືກັບການໂອນຜ່ານບັນຊີທະນາຄານທົ່ວໄປ ແລະ ເມື່ອເກີດບັນຫາ ບໍ່ວ່າຈະເປັນການໂອນຜິດ ຫຼື ຖືກຕວົະໃຫ້ໂອນ ການຕາມເສັ້ນທາງເງິນກັບຄືນຫຼືການດຳເນີນການອາຍັດເງິນຈະເປັນໄປໄດ້ຍາກຫຼາຍ   ເພື່ອຄວາມປອດໄພທາງການເງິນ ກ່ອນໂອນເງິນທຸກຄັ້ງ ຄວນກວດສອບໃຫ້ແນ່ໃຈວ່າ   • ເປັນບັນຊີທະນາຄານທີ່ສາມາດກວດສອບຊື່ເຈົ້າຂອງໄດ້   • ຊື່ບັນຊີຕ້ອງຕົງກັບຊື່ຂອງຜູ້ຮັບຈິງ   • ຫຼີກລ່ຽງການໂອນຜ່ານ QR Code ຫຼື ກະເປົາເງິນດິຈິຕອລທີ່ບໍ່ຮູ້ທີ່ມາຊັດເຈນ ຢ່າປ່ອຍໃຫ້ຄວາມຟ້າວຮ້ອນຫຼືຄວາມໄວ້ໃຈເກີນເຫດ ກາຍເປັນຊ່ອງທາງໃຫ້ມິຈຊາຊີບເອົາປຽບ ກວດສອບກ່ອນໂອນທຸກຄັ້ງ ປ້ອງກັນຄວາມເສຍຫາຍທີ່ອາດເກີດຂຶ້ນໄດ້ໃນອະນາຄົດ

ວໍເຣນ ບັບເຟັດ ກຽມວາງມືຈາກ “ເບີກເຊຍ ຮາທາເວ” ທ້າຍປີນີ້

“ວໍເຣນ ບັບເຟັດ” ປະກາດກຽມລົງຈາກຕຳແໜ່ງຊີອີໂອ ເບີກເຊຍ ຮາທາເວ” ທ້າຍປີນີ້ ຫຼັງຄຸມບັງຫງຽນມາກວ່າ 60 ປີ ພ້ອມສົ່ງໄມ້ຕໍ່ໃຫ້ຮອງປະທານຯ ດູແລຕໍ່   “ວໍເຣນ ບັບເຟັດ” ນັກທຸລະກິດ ແລະ ນັກລົງທຶນຊື່ດັງຊາວອາເມລິກາ ອາຍຸ 94 ປີ ປະກາດວ່າຈະລົງຈາກຕຳແໜ່ງປະທານເຈົ້າໜ້າທີ່ບໍລິຫານ ຫຼື ຊີອີໂອຂອງບໍລິສັດ “ເບີກເຊຍ ຮາທາເວ” (Berkshire Hathaway) ກຸ່ມບໍລິສັດໂຮລດິ້ງຂ້າມຊາດທີ່ດຳເນີນທຸລະກິດຜ່ານການຖືຫຸ້ນໃນບໍລິສັດຍ່ອຍ ແລະ ການລົງທຶນໃນຫຸ້ນຂອງບໍລິສັດອື່ນໃນພາກທຸລະກິດສຳຄັນ ພາຍໃນຊ່ວງສິ້ນປີ 2025 ນີ້ ແລະ ຈະສົ່ງຕໍ່ໃຫ້ກັບ “ເກຣກ ອາເບລ” ຮອງປະທານຂອງບໍລິສັດ   ວໍເຣນ ບັບເຟັດ   ການປະກາດລົງຈາກຕຳແໜ່ງຂອງ “ບັບເຟັດ” ເກີດຂຶ້ນໃນງານປະຊຸມປະຈຳປີຂອງບໍລິສັດ ໂດຍມະຫາເສດຖີລາຍນີ້ລະບຸວ່າ ຕົວເອງຄິດວ່າເວລານັ້ນມາຮອດແລ້ວ ເວລາທີ່ເກຣກຄວນຈະໄດ້ກ້າວຂຶ້ນມາເປັນຊີອີໂອຂອງບໍລິສັດໃນຊ່ວງສິ້ນປີນີ້ ພ້ອມເສີມວ່າ ຮອງປະທານບໍລິສັດບໍ່ເຄີຍຮູ້ແຜນການນີ້ມາກ່ອນການປະກາດນີ້ ແລະ ຢໍ້າວ່າບໍ່ມີຄວາມຕັ້ງໃຈແມ່ນແຕ່ໜ້ອຍທີ່ຈະຂາຍຮຸ້ນເບີກຊຽງທີ່ຕົວເອງຖືຢູ່   ເຖິງຢ່າງໃດກໍຕາມ ຂ່າວນີ້ສ້າງຄວາມປະຫຼາດໃຈໃຫ້ກັບຫຼາຍຝ່າຍ […]

4 ບົດຮຽນວາງແຜນການເງິນ ສະບັບຄົນອາເມລິກາ “Gen Z” ທີ່ຄົນໃກ້ບຳນານ “ຮຽນຮູ້” ໄດ້ ເລີ່ມຕົ້ນດີ ມີໄຊ

ທ່າມກາງເສດຖະກິດໂລກທີ່ບໍ່ແນ່ນອນ ເຕັກໂນໂລຢີທີ່ປ່ຽນແປງຢ່າງວ່ອງໄວ ນຳພາມາຊຶ່ງທັງໂອກາດ ແລະ ຄວາມສ່ຽງ Gen Z ຖືເປັນຄົນກຸ່ມທີ່ສະຫຼາດໃນການປັບຕົວ ແລະ ໃຊ້ປະໂຫຍດຈາກເຕັກໂນໂລຢີເຂົ້າມາຊ່ວຍໃນການວາງແຜນທາງການເງິນ ເຮັດໃຫ້ຄົນລຸ້ນໃໝ່ມີໂອກາດບັນລຸເປົ້າໝາຍບຳນານຫຼາຍກວ່າຄົນລຸ້ນກ່ອນ.   ຈາກລາຍງານ Mind, Body, and Wallet ປະຈຳປີ 2024 ຂອງ Guardian ພົບວ່າ ຄວາມກັງວົນກ່ຽວກັບການກະສຽນອາຍຸເປັນສາເຫດຫຼັກຂອງຄວາມຄຽດສຳລັບຄົນອາເມລິກາ.   ຫຼາຍຄົນກັງວົນວ່າຈະບໍ່ມີເງິນພຽງພໍທີ່ຈະໃຊ້ຊີວິດຫຼັງບຳນານຢ່າງສຸກສະບາຍ.   ຄົນລຸ້ນ Gen X ກຳລັງຮູ້ສຶກເຖິງຄວາມຄຽດຈາກການກະສຽນອາຍຸຢ່າງໜັກ.   ລາຍງານພົບວ່າເປັນຄັ້ງທຳອິດໃນຮອບຫຼາຍປີທີ່ຄົນລຸ້ນ Gen X ລາຍງານວ່າສຸຂະພາບທາງການເງິນແຍ່ກວ່າຄົນລຸ້ນ Gen Z ເລັກນ້ອຍ (27% ທຽບກັບ 31%).   ເຖິງວ່າຄົນລຸ້ນ Gen Z ຈະມີຄວາມກັງວົນເລື່ອງການກະສຽນອາຍຸໜ້ອຍກວ່າ ເນື່ອງຈາກຍັງເຫຼືອກຽມຕົວບຳນານອີກຫຼາຍ ແຕ່ພວກເຂົາກໍມີວິທີວາງແຜນການເງິນຢ່າງຊາບສະຫຼາດເພື່ອກຽມຕົວໃຫ້ພ້ອມສຳລັບການບຳນານຊຶ່ງຄົນ Gen X ສາມາດຮຽນຮູ້ ແລະ ນຳມາປັບໃຊ້ກັບແຜນບຳນານໄດ້.   GOBankingRates […]

10 ຊັບສິນທີ່ມີອັນດັບມູນຄ່າຕະຫຼາດສູງທີ່ສຸດໃນໂລກ

10 ຊັບສິນທີ່ມີອັນດັບມູນຄ່າຕະຫຼາດສູງທີ່ສຸດໃນໂລກ ເມື່ອຄິດໄລ່ຈາກລາຄາ ວັນທີ 25 ເມສາ 2025 ພົບວ່າ ລາຄາຄຳມີມູນຄ່າສູງສຸດ ໂດຍລາຄາປັບຕົວຂຶ້ນມາເຮັດຈຸດສູງສຸດໃໝ່ ທີ່ລະດັບທົດສອບ 3500 ໂດລາສະຫະລັດ ສ້າງຜົນຕອບແທນສູງກວ່າ 30% ແລະ ໃຫ້ຜົນຕອບແທນຫຼາຍກວ່າປີ 2024 ທີ່ຜ່ານມາ   GOLD ມຼນຄ່າຕະຫຼາດ 22.6 ລ້ານລ້ານໂດລາ ​APPLE ມຼນຄ່າຕະຫຼາດ 3.1 ລ້ານລ້ານໂດລາ MICROSOFTມຼນຄ່າຕະຫຼາດ 2.9 ລ້ານລ້ານໂດລາ NVIDIA ມຼນຄ່າຕະຫຼາດ 2.6 ລ້ານລ້ານໂດລາ AMAZON ມຼນຄ່າຕະຫຼາດ 1.97 ລ້ານລ້ານໂດລາ ALPHABET ມຼນຄ່າຕະຫຼາດ 1.95 ລ້ານລ້ານໂດລາ SILVER ມຼນຄ່າຕະຫຼາດ 1.89 ລ້ານລ້ານໂດລາ BITCOIN ມຼນຄ່າຕະຫຼາດ 1.86 ລ້ານລ້ານໂດລາ SAUDI ARAMCO ມຼນຄ່າຕະຫຼາດ  1.6 […]

ເງິນຄຣິບໂຕຂອງທຣຳພຸ່ງຂຶ້ນເມື່ອປະທານາທິບໍດີສະເໜີອາຫານຄ່ຳສຳລັບຜູ້ຖືຄອງຫຼາຍທີ່ສຸດ

ລາຄາຂອງສະກຸນເງິນຄຣິບໂຕຂອງໂດນັລ ທຣຳ ໄດ້ພຸ່ງຂຶ້ນຫຼັງຈາກປະທານາທິບໍດີສະຫະລັດສັນຍາວ່າຈະຈັດງານພິເສດສອງຄັ້ງສຳລັບນັກລົງທຶນລາຍໃຫຍ່ທີ່ສຸດ. ເວັບໄຊທ໌ສຳລັບເຫຼັຽນມີມ $Trump ກ່າວວ່າຜູ້ຖືຄອງ 220 ອັນດັບສູງສຸດຈະໄດ້ຮັບເຊີນໄປຮ່ວມງານລ້ຽງອາຫານຄ່ຳທີ່ຫຼູຫຼາສ່ວນຕົວກັບປະທານາທິບໍດີໃນວັນທີ 22 ພຶດສະພາ, ໂດຍອະທິບາຍວ່າເປັນ “ຄຳເຊື້ອເຊີນທີ່ຂາດບໍ່ໄດ້ທີ່ສຸດໃນໂລກ.” ອີງຕາມແພລດຟອມການຊື້ຂາຍເງິນຄຣິບໂຕ Coinbase, $Trump ເພີ່ມຂຶ້ນຫຼາຍກວ່າ 70% ຫຼັງຈາກການປະກາດ. ແຕ່ມັນຍັງຄົງຕ່ຳກວ່າລາຄາສູງສຸດທີ່ເຄີຍບັນທຶກໄວ້ຄື ຫຼາຍກວ່າ $74 (£42.40) ທີ່ບັນລຸໄດ້ບໍ່ດົນຫຼັງຈາກເປີດຕົວໃນເດືອນມັງກອນ. ສະກຸນເງິນດິຈິຕອນແມ່ນໜຶ່ງໃນຫຼາຍໆທຸລະກິດທີ່ກ່ຽວຂ້ອງກັບເງິນຄຣິບໂຕທີ່ເປີດຕົວໂດຍທຸລະກິດທີ່ເຊື່ອມໂຍງກັບທຣຳ, ຜູ້ທີ່ໄດ້ເອີ້ນຕົນເອງວ່າ “ປະທານາທິບໍດີແຫ່ງຄຣິບໂຕ”. ນອກຈາກງານລ້ຽງອາຫານຄ່ຳທີ່ຫຼູຫຼາ, ເຊິ່ງຈະຈັດຂຶ້ນທີ່ສະໂມສອນກັອບທຣຳແຫ່ງຊາດໃນວໍຊິງຕັນ ດີຊີ, ຈະມີ “ການຮັບຮອງ VIP ສ່ວນຕົວທີ່ຫຼູຫຼາເປັນພິເສດກັບປະທານາທິບໍດີ” ສຳລັບຜູ້ຖືເຫຼັຽນ 25 ອັນດັບຕົ້ນ, ດັ່ງທີ່ລະບຸໃນເວັບໄຊທ໌ຂອງເຫຼັຽນ. ໂທເຄັນທຣຳທີ່ກຳລັງໝູນວຽນມີມູນຄ່າທັງໝົດປະມານ 2.5 ຕື້ໂດລາ. ພວກມັນຖືກປ່ອຍອອກມາຄັ້ງທຳອິດເພື່ອເທົ່າໃດມື້ກ່ອນພິທີສາບານຕົນຂອງລາວໃນວັນທີ 20 ມັງກອນ. ການເຄື່ອນໄຫວນີ້ໄດ້ ຖືກວິຈານໂດຍຫຼາຍຄົນໃນອຸດສາຫະກຳຄຣິບໂຕ, ໂດຍບາງຄົນເອີ້ນວ່າມັນເປັນ “ການສະແດງ”. ສະຕີໝາຍເລກໜຶ່ງ ເມລາເນຍ ທຣຳ ກໍໄດ້ເປີດຕົວສະກຸນເງິນຄຣິບໂຕ ໃນຄືນກ່ອນພິທີສາບານຕົນ. ເຫຼັຽນມີມມັກຖືກນຳໃຊ້ໂດຍນັກເກງກຳໄລເພື່ອຫາເງິນ ຫຼື ເພື່ອໃຫ້ແຟນໆສະແດງການສະໜັບສະໜູນຄົນດັງ […]

3 ສູດພື້ນຖານການຈັດການເງິນ ອອມເງິນແນວໃດ? ບໍ່ໃຫ້ລົ້ມກາງທາງ ຕັ້ງແຕ່ເລີ່ມເຮັດວຽກ ຈົນເຖິງວາງແຜນບຳນານ

ຫຼາຍຄົນຢາກວາງແຜນການເງິນ ແຕ່ພໍລົງມືຕົວຈິງກັບຮູ້ສຶກວ່າ “ເປັນຫຍັງມັນຍາກແທ້” ບາງຄົນອ່ານປຶ້ມການເງິນມາເປັນສິບຫົວ, ເບິ່ງຄລິບ YouTube ເປັນຮ້ອຍຄລິບ ຫຼື ດາວໂຫຼດແອັບຈົດບັນຊີໄວ້ເຕັມເຄື່ອງ, ແຕ່ສຸດທ້າຍ ແຜນການເງິນທີ່ຄິດໄວ້ ກໍຍັງຢູ່ແຕ່ໃນຫົວ ຫຼື ບໍ່ກໍພັງຕັ້ງແຕ່ສິ້ນເດືອນທຳອິດ ຖ້າເຄີຍພົບບັນຫາແບບນີ້ ລອງເລີ່ມຕົ້ນໃໝ່ດ້ວຍວິທີງ່າຍໆ ກັບ 3 ສູດພື້ນຖານການບໍລິຫານຈັດການເງິນລາຍເດືອນ ທີ່ຕັ້ງແຕ່ຄົນເລີ່ມຕົ້ນ ໄວເຮັດວຽກ ເຖິງກຸ່ມຄົນຢາກວາງແຜນບຳນານ ສາມາດນຳໄປປັບໃຊ້ໄດ້ 3 ສູດອອມເງິນ ທິດສະດີພື້ນຖານ ທີ່ໃຜກໍເຮັດໄດ້   ສູດທີ 1: 20-30-50 (ເໝາະກັບສາຍ “ຫາກໍເລີ່ມຕົ້ນ” ບໍ່ຕ້ອງຄິດຫຼາຍ)   ວິທີການອອມເງິນງ່າຍໆ ທີ່ທຸກຄົນສາມາດເລີ່ມຕົ້ນເຮັດໄດ້ ບໍ່ຈຳເປັນຕ້ອງມີພື້ນຖານ ຫຼື ທັກສະທາງການເງິນ ໂດຍເລີ່ມຕົ້ນບໍລິຫານຈັດການໄດ້ຕາມນີ້:   20% ເງິນອອມສຳລັບອະນາຄົດ ເຊັ່ນ: ເງິນອອມສຳຮອງສຸກເສີນ, ເງິນອອມເພື່ອການກະສຽນ ເປັນຕົ້ນ 30% ເງິນໃຊ້ເພື່ອການດຳລົງຊີວິດ ເຊັ່ນ: ຄ່າອາຫານ, ຄ່າເດີນທາງ ເປັນຕົ້ນ 50% […]

ມະຫາວິທະຍາໄລຮາວາດໄດ້ຍື່ນຄຳຟ້ອງຕໍ່ສານ ເພື່ອຢຸດການຕັດເງິນຊ່ວຍເຫຼືອຫຼາຍຕື້ໂດລາທີ່ຖືກສະເໜີ

ຮາວາດ ຟ້ອງຮ້ອງລັດຖະບານທຣຳ ເພື່ອຢຸດການອາຍັດເງິນທຶນ ມະຫາວິທະຍາໄລຮາວາດໄດ້ຍື່ນຄຳຟ້ອງຕໍ່ສານລັດຖະບານກາງຕໍ່ລັດຖະບານທຣຳ ເພື່ອຢຸດການຕັດເງິນຊ່ວຍເຫຼືອຫຼາຍຕື້ໂດລາທີ່ຖືກສະເໜີ. ການຟ້ອງຮ້ອງທີ່ຍື່ນໃນວັນຈັນນີ້ເປັນສ່ວນໜຶ່ງຂອງຂໍ້ຂັດແຍ່ງທີ່ເພີ່ມທະວີຂຶ້ນໃນອາທິດທີ່ຜ່ານມາ ເມື່ອສະຖາບັນຊັ້ນນຳແຫ່ງນີ້ປະຕິເສດລາຍການຂໍ້ຮຽກຮ້ອງທີ່ລັດຖະບານທຣຳກ່າວວ່າໄດ້ອອກແບບມາເພື່ອຄວບຄຸມໂຄງການສົ່ງເສີມຄວາມຫຼາກຫຼາຍ ແລະ ຕໍ່ສູ້ກັບການຕໍ່ຕ້ານຊາວຢິວໃນໂຮງຮຽນ. ປະທານາທິບໍດີໂດນັລ ທຣຳ ໄດ້ອາຍັດເງິນທຶນລັດຖະບານກາງຈຳນວນ 2.2 ຕື້ໂດລາ (1.7 ຕື້ປອນ) ແລະ ຍັງຂົ່ມຂູ່ສະຖານະພາບການຍົກເວັ້ນພາສີຂອງມະຫາວິທະຍາໄລອີກດ້ວຍ. “ຜົນກະທົບຂອງການລ່ວງລະເມີດຂອງລັດຖະບານຈະຮຸນແຮງ ແລະ ຍາວນານ”, ທ່ານອາລັນ ເອັມ. ກາເບີ ປະທານມະຫາວິທະຍາໄລຮາວາດ ກ່າວໃນຈົດໝາຍເຖິງມະຫາວິທະຍາໄລໃນວັນຈັນ. ທຳນຽບຂາວໄດ້ຕອບໂຕ້ໃນຕອນແລງວັນຈັນໃນຖະແຫຼງການ. “ການສະໜັບສະໜູນທາງການເງິນຈາກລັດຖະບານກາງໃຫ້ແກ່ສະຖາບັນເຊັ່ນ ຮາວາດ, ເຊິ່ງເຮັດໃຫ້ພະນັກງານບໍລິຫານທີ່ໄດ້ຮັບເງິນເດືອນສູງເກີນໄປ ຮັ່ງມີຂຶ້ນດ້ວຍເງິນພາສີຈາກຄອບຄົວຄົນອາເມລິກັນທີ່ລຳບາກ ກຳລັງຈະສິ້ນສຸດລົງ. ເງິນຂອງຜູ້ເສຍພາສີເປັນສິດທິພິເສດ, ແລະ ຮາວາດບໍ່ສາມາດບັນລຸເງື່ອນໄຂພື້ນຖານທີ່ຈຳເປັນເພື່ອເຂົ້າເຖິງສິດທິພິເສດນັ້ນ”, ທ່ານແຮຣິສັນ ຟິລສ໌ ໂຄສົກທຳນຽບຂາວກ່າວ. ທ່ານກາເບີກ່າວວ່າ ການອາຍັດເງິນທຶນກະທົບຕໍ່ການຄົ້ນຄວ້າທີ່ສຳຄັນ ລວມທັງການສຶກສາກ່ຽວກັບມະເຮັງໃນເດັກນ້ອຍ, ພະຍາດອັລໄຊເມີ ແລະ ພະຍາດພາກິນສັນ. “ໃນອາທິດທີ່ຜ່ານມາ, ລັດຖະບານກາງໄດ້ເປີດການໂຈມຕີຢ່າງກວ້າງຂວາງຕໍ່ກັບການຮ່ວມມືດ້ານເງິນທຶນທີ່ສຳຄັນ ເຊິ່ງເຮັດໃຫ້ການຄົ້ນຄວ້າທີ່ມີຄຸນຄ່ານີ້ເປັນໄປໄດ້,” ການຟ້ອງຮ້ອງຂອງໂຮງຮຽນກ່າວ. “ກໍລະນີນີ້ກ່ຽວຂ້ອງກັບຄວາມພະຍາຍາມຂອງລັດຖະບານໃນການນຳໃຊ້ການລະງັບເງິນທຶນລັດຖະບານກາງເປັນແຮງຜັກດັນເພື່ອໃຫ້ໄດ້ມາເຊິ່ງການຄວບຄຸມການຕັດສິນໃຈທາງວິຊາການຢູ່ຮາວາດ.” ນອກຈາກເງິນທຶນແລ້ວ, ລັດຖະບານທຣຳຍັງໄດ້ຂົ່ມຂູ່ຄວາມສາມາດຂອງຮາວາດໃນການຮັບນັກສຶກສາຕ່າງປະເທດເມື່ອບໍ່ດົນມານີ້. ທ່ານກາເບີ, ເຊິ່ງເປັນຊາວຢິວ, ຮັບຮູ້ວ່າວິທະຍາເຂດຮາວາດມີບັນຫາກ່ຽວກັບການຕໍ່ຕ້ານຊາວຢິວ ແຕ່ກ່າວວ່າເພິ່ນໄດ້ສ້າງຄະນະເຮັດວຽກເພື່ອແກ້ໄຂບັນຫາດັ່ງກ່າວ. […]