ເຄັດບໍ່ລັບ ແກ້ກຳການເງິນຕິດຂັດ ເພີ່ມໂຊກລາບຕາມວັນເກີດຂອງຄົນທັງ 7 ວັນ

ເຄີຍສົງໄສບໍ່ວ່າ ເປັນຫຍັງພວກເຮົາຈຶ່ງບໍ່ມີໂຊກຄືຄົນອື່ນ? ຫຼື ເປັນຫຍັງບາງຄັ້ງເຮັດຫຍັງກໍຕິດຂັດ ຄືເງິນຈະເຂົ້າກະເປົາແຕ່ກໍຫາຍໄປກັບຕາ! ອາດບໍ່ແມ່ນແຕ່ໂຊກຊະຕາທີ່ຫຼິ້ນຕະຫຼົກກັບເຮົາ ແຕ່ເປັນຍ້ອນ “ວິບາກກຳ” ທີ່ພວກເຮົາເຄີຍເຮັດໄວ້ໃນອະດີດຊາດ ຫຼື ກຳລັງເຮັດຢູ່ໂດຍບໍ່ຮູ້ຕົວ! ມື້ນີ້ເຮົາຈະຂໍພາທຸກຄົນມາຮູ້ຈັກ “ເຄັດລັບແກ້ກຳການເງິນຕິດຂັດ ໄຮ້ໂຊກລາບ” ສຳລັບຄົນເກີດທັງ 7 ວັນ ມາເບິ່ງກັນວ່າທ່ານຕ້ອງແກ້ກຳແນວໃດແດ່ ແກ້ກຳການເງິນຕິດຂັດ ເພີ່ມໂຊກລາບຕາມວັນເກີດຂອງຄົນທັງ 7 ວັນ ຄົນເກີດວັນອາທິດ ພື້ນດວງຂອງຄົນເກີດມື້ນີ້ມັກຕ້ອງຝ່າຟັນອຸປະສັກມາຕັ້ງແຕ່ໄວໜຸ່ມ ພໍເຕີບໃຫຍ່ຂຶ້ນມາກໍຍັງຕ້ອງຮັບມືກັບບັນຫາທີ່ມາຈາກບໍລິວານ ໝູ່ເພື່ອນ ຫຼື ຄົນໃກ້ຕົວທີ່ເຮັດໃຫ້ການເງິນສະດຸດ, ຊຶ່ງສ່ວນໃຫຍ່ເປັນເພາະຄວາມໃຈອ່ອນ ຂີ້ສົງສານ ແລະ ເຊື່ອຄົນງ່າຍຂອງຕົວເອງ ວິທີແກ້ກຳຄື ຄວນເຮັດບຸນດ້ວຍຂອງທີ່ໃຫ້ແສງສະຫວ່າງ ເຊັ່ນ: ທຽນ, ຫຼອດໄຟ ຫຼື ແວ່ນຕາ ລວມເຖິງຊ່ວຍເຫຼືອຄົນພິການເປັນປະຈຳ ຈະຊ່ວຍເປີດທາງໃຫ້ໂຊກລາບໄຫຼເຂົ້າມາແບບບໍ່ມີສະດຸດ ຄົນເກີດວັນຈັນ ວິບາກກຳຂອງຄົນເກີດມື້ນີ້ມັກກ່ຽວກັບເລື່ອງຄວາມຮັກທີ່ເປັນທຸກ ບາງຄົນອາດຕ້ອງເປັນຄົນໃນຄວາມລັບ ຫຼື ເສຍສະຫຼະຫຼາຍເກີນໄປຈົນກະທົບການເງິນ ວິທີແກ້ກຳຄື […]
ເບິ່ງດວງລາຍອາທິດສຳລັບ ວັນທີ 7-13 ເມສາ 2025

ຄົນເກີດວັນອາທິດ ການງານ: ເຈົ້າອາດຈະໄດ້ຮັບໂອກາດໃໝ່ໆໃນການງານ ຫຼື ໄດ້ຮັບຄວາມສົນໃຈຈາກຜູ້ໃຫຍ່. ລະມັດລະວັງການສື່ສານທີ່ອາດເຮັດໃຫ້ເກີດຄວາມເຂົ້າໃຈຜິດ. ການເງິນ: ການເງິນຢູ່ໃນຊ່ວງຄ່ອນຂ້າງດີ, ມີໂອກາດໄດ້ຜົນຕອບແທນຈາກການລົງທຶນ ແຕ່ຕ້ອງລະວັງເລື່ອງຄ່າໃຊ້ຈ່າຍທີ່ບໍ່ຄາດຄິດ. ຄວາມຮັກ: ຄົນຮັກຫຼືຄູ່ຄອງຈະຊ່ວຍສະໜັບສະໜູນເຈົ້າໃນຫຼາຍໆດ້ານ, ສ່ວນຄົນໂສດມີໂອກາດພົບຄົນທີ່ເຂົ້າມາສົນໃຈ. ຄົນເກີດວັນຈັນ ການງານ: ລະມັດລະວັງການເຮັດວຽກຮ່ວມກັບຜູ້ອື່ນໃນສັບປະດານີ້, ມີໂອກາດເກີດຄວາມເຂົ້າໃຈຜິດໄດ້ງ່າຍ. ການເງິນ: ອາດຕ້ອງມີການໃຊ້ຈ່າຍທີ່ຈຳເປັນໃນຊ່ວງນີ້ ເຊັ່ນ: ຊ່ອມແຊມເຮືອນ ຫຼື ການລົງທຶນບາງຢ່າງ. ຄວາມຮັກ: ຄວາມຮັກຈະມີການປ່ຽນແປງບາງຢ່າງ ຊຶ່ງອາດເຮັດໃຫ້ເຈົ້າຮູ້ສຶກເຖິງຄວາມທ້າທາຍໃນຄວາມສຳພັນ. ຄົນເກີດວັນອັງຄານ ການງານ: ມີໂອກາດໄດ້ຮັບຂ່າວດີກ່ຽວກັບການງານ, ອາດຈະໄດ້ຮັບການໂປຣໂມທຫຼືປ່ຽນແປງໃນທິດທາງທີ່ດີ. ການເງິນ: ການເງິນດີຂຶ້ນ, ມີໂອກາດເຮັດກຳໄລຈາກການລົງທຶນຫຼືທຸລະກິດທີ່ກຳລັງດຳເນີນຢູ່. ຄວາມຮັກ: ຄວາມສຳພັນໃນຊ່ວງນີ້ອາດຈະງຽບສະຫງົບ ແຕ່ກໍເປັນຊ່ວງທີ່ມີການເຂົ້າໃຈຊຶ່ງກັນແລະກັນຫຼາຍຂຶ້ນ. ຄົນເກີດວັນພຸດ ການງານ: ການເຮັດວຽກຮ່ວມກັບຄົນອື່ນຈະນຳມາຊຶ່ງຄວາມສຳເລັດ ຫາກເຈົ້າເຮັດວຽກເປັນທີມ. ການເງິນ: ລະວັງເລື່ອງການໃຊ້ຈ່າຍທີ່ເກີນຄວາມຈຳເປັນ, ອາດເກີດບັນຫາການເງິນໄດ້ຫາກບໍ່ລະມັດລະວັງ. ຄວາມຮັກ: ຄົນຮັກອາດຈະມີຄວາມກັງວົນໃນເລື່ອງຕ່າງໆ ແລະຕ້ອງໃຊ້ຄວາມພະຍາຍາມໃນການຮັກສາຄວາມສຳພັນໃຫ້ດີ. ຄົນເກີດວັນພະຫັດ […]
ດູດວງປະຈຳວັນທີ 28 ມີນາ 2025

ສຳລັບທ່ານທີ່ເກີດວັນອາທິດ ການງານ : ເຮັດທຸລະກິດສຳເລັດເກີດຄວາມຮັ່ງມີ ການເງິນ : ເສຍຄ່າໃຊ້ຈ່າຍໃນການເດີນທາງໄກ ຄວາມຮັກ : ໄດ້ພົບຄູ່ບຸນ ເຄັດລັບເສີມດວງປະຈຳວັນນີ້ ຕົກແຕ່ງທີ່ຢູ່ອາໄສດ້ວຍຫີນນ້ຳວົນ ອັນຍະມະນີມົງຄົນ : ອໍຣ່າໄລຕ໌ 23 ສີມົງຄົນ : ສີແດງ ເລກນຳໂຊກ : 3, 4, 6, 7, 9 ສຳລັບທ່ານທີ່ເກີດວັນຈັນ ການງານ : ເຮັດທຸລະກິດເປັນນາຍໜ້າການຄ້າປະສົບຄວາມສຳເລັດ ການເງິນ : ເກີດການເຈລະຈາແລ້ວຈະໄດ້ເງິນ ຄວາມຮັກ : ມີໂອກາດໄດ້ພົບຄົນເກັ່ງມີຄວາມສາມາດ ເຄັດລັບເສີມດວງປະຈຳວັນນີ້ ເດີນທາງໄຫວ້ພະເກົ້າວັດ ອັນຍະມະນີມົງຄົນ : ຄຣິສໂຊຄອນລ່າ ສີມົງຄົນ : ສີຂຽວອ່ອນ ເລກນຳໂຊກ : 1, […]
ເປີດເຜີຍຄຳທຳນາຍປີໃໝ່ລາວ ຄສ.2025 ພສ 2568

ມື້ສັງຂານລ່ວງ : ວັນຈັນ, ແຮມ 2 ຄໍ່າ ເດືອນ 5, ພສ 2567 – ກົງກັບວັນທີ 14 ເມສາ 2025, ເວລາ 04 ໂມງ 30 ນາທີ 00 ວິນາທີ. ມື້ສັງຂານເນົາ : ວັນອັງຄານ, ແຮມ 3 ຄໍ່າ ເດືອນ 5, ພສ 2567 – ກົງກັບວັນທີ 15 ເມສາ 2025. ວັນສັງຂານຂຶ້ນ : ວັນພຸດ, ແຮມ 4 ຄໍ່າ ເດືອນ 5, ພສ 2567 – ກົງກັບວັນທີ່ 16 ເມສາ 2025, ເວລາ […]
ດູດວງ 12ລາສີ ປະຈໍາອາທິດ 24-30 ມີນາ 2025

ການດູດວງປະຈໍາອາທິດ 12 ລາສີ ລະຫວ່າງວັນທີ 24-30 ມີນາ 2025 – ຊະຕາຂອງທ່ານຈະມີເລື່ອງດີໆໃດແດ່ທີ່ຈະພາໃຫ້ຊື່ນໃຈ ດູດວງປະຈໍາອາທິດ 24-30 ມີນາ 2025 ລາສີເມສ (13ເມສາ – 13ພຶດສະພາ) ຊາວລາສີເມສ ລາສີແຫ່ງນັກຮົບຜູ້ກ້າຫານ ທີ່ຮູ້ວ່າເມື່ອເຂົ້າສູ່ສະໜາມຮົບຈະຕ້ອງບາດເຈັບ, ສູນເສຍ ແຕ່ດ້ວຍຄວາມເຊື່ອໝັ້ນ, ມີສັດທາຕໍ່ຕົນເອງ ເຖິງຮູ້ວ່າຈະເຈັບ, ຈະຫາຍະນະ ແຕ່ກໍ່ຈະສູ້ ເພາະແນ່ໃຈວ່າຜົນສຸດທ້າຍທີ່ໄດ້ຮັບຄື ໄຊຊະນະ ການເງິນ: ລະມັດລະວັງໃຫ້ຫຼາຍທີ່ສຸດ ໃນອາທິດແຫ່ງການ…ຫຼອກລວງ, ຕົ້ມຕຸ່ນ ຄັ້ງໃຫຍ່ ທີ່ອາດພົບຈາກການເຂົ້າຮ່ວມກຸ່ມເຮັດກິດຈະກໍາກັບຄົນຈໍານວນໜຶ່ງ. ໂດຍສະເພາະຖືກຊັກຊວນໃຫ້ຮ່ວມຫຸ້ນ, ລົງທຶນໃດໆ ເພາະມີແນວໂນ້ມສູງວ່າຈະ…ສູນເສຍຢ່າງດຽວ ຊຶ່ງວັນທີ 28-30 ຄວນລະວັງໃຫ້ຫຼາຍທີ່ສຸດ. ການງານ: ອົດທົນ, ອົດກັ້ນ ກັບການໃຊ້ອາລົມຫຼາຍກວ່າເຫດຜົນຂອງເພື່ອນຮ່ວມງານ. ການປະນີປະນອມ, ຍອມໃຫ້ ເຖິງຈະໄດ້ຮັບຄວາມຮ່ວມມືຫຼາຍກວ່າ ແລະ ຜິດນັດ, […]
ເຮັດພິທີຈູດທູບກາງແຈ້ງ 21 ມີນາ 2025 ຂໍຂະມາກຳ ເປີດທາງ ເປີດດວງ

ເຮັດພິທີຈູດທູບກາງແຈ້ງ ວັນທີ 21 ມີນາ 2025 ວັນວະສັນຕະວິສຸວັດ ຫຼື ວັນລາຕີເສມີພາບ ເປັນວັນທີ່ເວລາກາງຄືນເທົ່າກັບກາງເວັນ ເຊື່ອວ່າເປັນຊ່ວງເວລາທີ່ຫ້ວງມິຕິແຕ່ລະພົບເຊື່ອມຕໍ່ເຖິງກັນ ເປັນຄວາມເຊື່ອສ່ວນບຸກຄົນ ກະລຸນາໃຊ້ວິຈາລະນະຍານ ໂດຍ ອາຈານສຸດທິທຳ ພາກພຽນ ຜູ້ຊ່ຽວຊານວິຊາໂຫລາສາດໄທ ແລະ ໂຫລາສາດສາກົນ ແລະ ເຈົ້າຂອງເພຈ ເບິ່ງດວງໂຫລາສາດໄທລະບົບລັງສີດາວ ໄດ້ຄຳນວນ ມົງຄົນລະຫັດເດັດຂາດ ດວງດາວໄດ້ຍ້າຍໄດ້ເກນຕາມຕຳແໜ່ງ ເສດຖີມະຫາເສດຖີ ເພື່ອກ່າວຄຳອະທິຖານຂໍຂະມາກຳ ແລະ ຖອດຖອນຄຳບົນບານ ດັ່ງນີ້ ເຮັດພິທີຈູດທູບກາງແຈ້ງ ຂໍຂະມາກຳ ວັນທີ 21 ມີນາຄົມ 2568 ເວລາ 06.09 – 18.18 ໂມງ ວິທີຈູດທູບກາງແຈ້ງ ຂໍຂະມາກຳ ຈູດທູບ 9 ດອກ ຫັນໜ້າໄປທາງທິດຕາເວັນອອກ ກາງແຈ້ງ ຫຼື ໃນຮົ່ມກໍໄດ້ (ຄຳນຶງເຖິງຄວາມປອດໄພໃນສະຖານທີ່ຂອງການຈູດທູບ) […]
ມື້ນຳໂຊກ ຂອງທັງ 12 ລາສີ ມີມື້ໃດແດ່? ທີ່ພະລັງແຫ່ງດວງດາວມອບໃຫ້

ເປັນຫຍັງບາງມື້ຈຶ່ງຮູ້ສຶກໂຊກດີເປັນພິເສດ? ຫຼື ເປັນຫຍັງບາງຊ່ວງເວລາຈຶ່ງເບິ່ງຄືວ່າທຸກຢ່າງເປັນໃຈໃຫ້ເຮົາ? ຄຳຕອບອາດມີຢູ່ໃນພະລັງແຫ່ງດວງດາວ ໂຫລາສາດໄດ້ເຜີຍເຄັດລັບ ມື້ນຳໂຊກ ຂອງແຕ່ລະລາສີ ຊຶ່ງເປັນຊ່ວງເວລາທີ່ພະລັງງານຂອງດວງດາວສົ່ງເສີມໃຫ້ເຮົາປະສົບຄວາມສຳເລັດໃນດ້ານຕ່າງໆ ແຕ່ລະລາສີຈະມີວັນນຳໂຊກເປັນວັນໃດແດ່ ໄປເບິ່ງກັນ ວັນນຳໂຊກ 12 ລາສີ ລາສີເມສ ວັນນຳໂຊກຄົນເກີດລາສີເມສ : ວັນອັງຄານ ດາວອັງຄານນຳພະລັງແຫ່ງຄວາມກ້າຫານມາໃຫ້ ວັນນີ້ເໝາະກັບການຕັດສິນໃຈຄັ້ງໃຫຍ່ ເລີ່ມທຸລະກິດ ຂໍຂຶ້ນເງິນເດືອນ (ຫຼີກລ່ຽງງານສົບໃນວັນນີ້) ລາສີພຶດສະພາ ວັນນຳໂຊກຄົນເກີດລາສີພຶດສະພາ : ວັນສຸກ ດາວສຸກປະທານຄວາມຮັກ ເງິນຄຳ ແລະ ອາຫານເລີດລົດ ວັນແຫ່ງການດູແລຕົວເອງ ໂຣແມນຕິກ ແລະ ຊ້ອບປິ້ງອອນລາຍສຸດຄຸ້ມ ລາສີເມຖຸນ ວັນນຳໂຊກຄົນເກີດລາສີເມຖຸນ : ວັນພຸດ ດາວພຸດເສີມພະລັງການສື່ສານ ວັນແຫ່ງການໂອ້ລົມ ເຈລະຈາ ສ້າງເຄືອຂ່າຍ ເສນ່ຫ໌ແຮງເກີນຕ້ານ ເໝາະກັບການໂນ້ມນ້າວໃຈຜູ້ອື່ນ ລາສີກໍລະກົດ ວັນນຳໂຊກຄົນເກີດລາສີກໍລະກົດ : ວັນຈັນ ດວງຈັນນຳມາຊຶ່ງອາລົມ […]
ດູດວງລາຍວັນປະຈຳວັນທີ່ 18/3/2025

ຄົນເກີດວັນອາທິດ ຄວາມຮັກ: ຄວາມສໍາພັນອາດມີຄວາມເຄັ່ງຕຶງເລັກນ້ອຍຈາກການສື່ສານທີ່ບໍ່ຊັດເຈນ ຄວນລົມກັນໃຫ້ເຂົ້າໃຈຫຼາຍຂຶ້ນ ການປັບຕົວ ແລະ ຍອມຮັບຄວາມຄິດເຫັນຂອງຄົນຮັກຊ່ວຍແກ້ບັນຫາ ການງານ: ວຽກອາດຈະມີການປ່ຽນແປງບາງຢ່າງ ເຈົ້າອາດຕ້ອງຕັດສິນໃຈໃນເລື່ອງການລົງທຶນ ຫຼື ຂະຫຍາຍໂຄງການ ຖ້າມີການເຈລະຈາ ຫຼື ສໍາພາດວຽກໃຫ້ກຽມຕົວໃຫ້ພ້ອມ ການເງິນ: ລະມັດລະວັງການໃຊ້ຈ່າຍທີ່ອາດເກີນຄວາມຈໍາເປັນ ພິຈາລະນາການລົງທຶນ ຫຼື ການໃຊ້ເງິນໃນມື້ນີ້ຢ່າງຮອບຄອບ ສຸຂະພາບ: ຄວນດູແລສຸຂະພາບໂດຍການພັກຜ່ອນໃຫ້ພຽງພໍ ອາດມີຄວາມກົດດັນທີ່ເຮັດໃຫ້ຮ່າງກາຍຮູ້ສຶກອ່ອນເພຍ ຄົນເກີດວັນຈັນ ຄວາມຮັກ: ຄວາມສໍາພັນອາດມີຄວາມຫວານ ແລະ ມີໂອກາດທີ່ດີໃນການສື່ສານກັນ ຖ້າເຈົ້າມີຄົນຮັກຢູ່ແລ້ວ ຄວາມເຂົ້າໃຈກັນຈະເພີ່ມຂຶ້ນ ແຕ່ຖ້າຍັງໂສດ ອາດມີຄົນໃໝ່ເຂົ້າມາເຮັດຄວາມຮູ້ຈັກ ການງານ: ເຈົ້າຈະມີພະລັງໃນການແກ້ໄຂບັນຫາ ຫຼື ເຮັດວຽກໃຫ້ສໍາເລັດໄດ້ດີ ມື້ນີ້ເຈົ້າອາດໄດ້ຮັບໂອກາດໃໝ່ໃນການເຮັດວຽກທີ່ເໝາະສົມກັບຄວາມສາມາດ ການເງິນ: ການເງິນໃນມື້ນີ້ມີໂອກາດທີ່ດີ ຄວນໃຊ້ໂອກາດນີ້ໃນການວາງແຜນການເງິນຢ່າງລະມັດລະວັງ ອາດມີການໄດ້ມາຂອງເງິນ ຫຼື ຜົນຕອບແທນຈາກການລົງທຶນ ສຸຂະພາບ: ລະວັງເລື່ອງການພັກຜ່ອນ ອາດຈະເມື່ອຍຈາກການເຮັດວຽກທີ່ຫຼາຍເກີນໄປ ຄວນຊອກຫາເວລາພັກຜ່ອນໃຫ້ພຽງພໍ ຄົນເກີດວັນອັງຄານ ຄວາມຮັກ: ຄວາມຮັກອາດມີຄວາມກົດດັນ […]
ດູດວງປະຈຳວັນທີ່ 14/3/2025

ວັນອາທິດ (ຜູ້ທີ່ເກີດວັນອາທິດ) ການເງິນ: ການເງິນຂອງວັນນີ້ມີແນວໂນ້ມທີ່ດີ ທ່ານອາດໄດ້ຮັບລາຍຮັບພິເສດ ຫຼື ຜົນຕອບແທນຈາກການລົງທຶນ ຫຼື ການເຮັດວຽກທີ່ຜ່ານມາ ການງານ: ວັນອາທິດນີ້ທ່ານຈະໄດ້ຮັບໂອກາດໃໝ່ໆ ທີ່ໜ້າສົນໃຈໃນເລື່ອງວຽກ ບາງຄົນອາດໄດ້ຮັບການໂປຣໂມດ ຫຼື ໄດ້ຮັບໂຄງການສຳຄັນ ຄວາມຮັກ: ຄວາມຮັກຈະຄ່ອນຂ້າງສົດໃສໃນວັນນີ້ ຄົນໂສດອາດພົບເຈິກັບຄົນທີ່ຖືກໃຈ ສ່ວນຄົນມີຄູ່ຈະຮູ້ສຶກໃກ້ຊິດ ແລະ ມີຄວາມເຂົ້າໃຈກັນຫຼາຍຂຶ້ນ ສຸຂະພາບ: ສຸຂະພາບແຂງແຮງດີ ແຕ່ກໍຢ່າລືມໃສ່ໃຈການອອກກຳລັງກາຍເພື່ອສຸຂະພາບທີ່ຍືນຍາວ ວັນຈັນ (ຜູ້ທີ່ເກີດວັນຈັນ) ການເງິນ: ວັນນີ້ທ່ານອາດມີຄວາມຮູ້ສຶກບໍ່ຄ່ອຍໝັ້ນຄົງເລື່ອງການເງິນ ຄວນລະມັດລະວັງການໃຊ້ຈ່າຍ ແລະ ຫຼີກລ່ຽງການລົງທຶນທີ່ສ່ຽງ ການງານ: ການງານອາດມີຄວາມທ້າທາຍຫຼາຍຂຶ້ນໃນວັນນີ້ ມີການປ່ຽນແປງບາງຢ່າງໃນໂຄງການ ຫຼື ໜ້າທີ່ການງານຂອງທ່ານ ຄວາມຮັກ: ຄວາມຮັກອາດຈະມີການສື່ສານທີ່ບໍ່ເຂົ້າໃຈກັນເກີດຂຶ້ນ ລອງເປີດໃຈເວົ້າກັບຄົນຮັກເພື່ອເຄລຍຄວາມຮູ້ສຶກ ສຸຂະພາບ: ຄວນລະວັງເລື່ອງຄວາມກົດດັນ ຫຼື ການເຮັດວຽກໜັກເກີນໄປ ເພາະອາດສົ່ງຜົນຕໍ່ສຸຂະພາບໄດ້ ວັນອັງຄານ (ຜູ້ທີ່ເກີດວັນອັງຄານ) ການເງິນ: ການເງິນຂອງທ່ານເລີ່ມດີຂຶ້ນໃນວັນນີ້ ທ່ານອາດຈະໄດ້ຮັບຂ່າວດີກ່ຽວກັບການເງິນ ຫຼື […]
ດູດວງລາຍປີ 2025 ສຳລັບແຕ່ລະເດືອນເກີດ

ການທຳນາຍດວງລາຍປີ 2025 ສຳລັບແຕ່ລະລຳດັບເດືອນ ຂໍຍົກຕົວຢ່າງການທຳນາຍດວງໃນເລື່ອງຕ່າງໆ, ສຳລັບການເງິນ, ການງານ, ຄວາມຮັກ, ສຸຂະພາບ ແລະ ໂຊກລາບໃນແຕ່ລະເດືອນທີ່ເກີດ ຂໍໃຫ້ໃຊ້ເພື່ອການພິຈາລະນາ ແລະ ເປັນແນວທາງໃນການດຳເນີນຊີວິດເດີ້ ຜູ້ທີ່ເກີດເດືອນມັງກອນ: ການເງິນ: ປີນີ້ການເງິນຈະມີຄວາມໝັ້ນຄົງ ແຕ່ຕ້ອງລະວັງເລື່ອງການໃຊ້ຈ່າຍທີ່ຫຼາຍເກີນໄປ ໂດຍສະເພາະໃນຊ່ວງເຄິ່ງປີແລກ ອາດມີການລົງທຶນທີ່ບໍ່ແນ່ນອນ ຄວນເຮັດການສຶກສາ ແລະ ວາງແຜນໃຫ້ຮອບຄອບ ການງານ: ຈະມີການປ່ຽນແປງໃນງານ ຫຼື ໂອກາດໃໝ່ໆ ເຂົ້າມາ ແຕ່ກໍຕ້ອງເຮັດວຽກໜັກ ແລະ ປັບຕົວໃຫ້ເຂົ້າກັບສະພາບແວດລ້ອມ ອາດຈະມີບັນຫາເລັກໆ ນ້ອຍໆ ໃນຊ່ວງກາງປີ ຄວາມຮັກ: ຄົນໂສດມີໂອກາດພົບຄົນທີ່ຕົງໃຈໃນຊ່ວງເຄິ່ງປີຫຼັງ ສ່ວນຄົນມີຄູ່ຈະມີຊ່ວງເວລາທີ່ຕ້ອງຮຽນຮູ້ການປັບຕົວໃຫ້ດີຂຶ້ນ ສຸຂະພາບ: ສຸຂະພາບໂດຍລວມຈະດີ ແຕ່ຕ້ອງລະວັງບັນຫາຈາກການຄຽດ ຫຼື ການເຮັດວຽກໜັກເກີນໄປ ຄວນຫາທາງຜ່ອນຄາຍຈິດໃຈ ໂຊກລາບ: ໂຊກລາບໃນປີນີ້ບໍ່ໂດດເດັ່ນປານໃດ ແຕ່ມີໂອກາດໄດ້ລາບເລັກນ້ອຍ ຈາກການລົງທຶນ ຫຼື ທຸລະກິດທີ່ສ່ຽງນ້ອຍ ຜູ້ທີ່ເກີດເດືອນກຸມພາ: ການເງິນ: ປີນີ້ການເງິນອາດມີຄວາມປ່ຽນແປງທີ່ຊັດເຈນ ໂດຍສະເພາະການຫາມາຢ່າງໜັກ […]