ຫ້ອງວ່າການ ແຂວງອັດຕະປື ຊີ້ແຈງຕື່ມກ່ຽວກັບເຫດການບຸກລຸກທີ່ດິນ ທີ່ແຂວງອັດຕະປື

ພາຍຫລັງມີການເຜີຍແຜ່ຄລິບຜ່ານສື່ສັງຄົມອອນລາຍໃນວັນທີ 13 ພຶດສະພາ 2023 ຜ່ານມາວ່າມີນາຍທຶນເຂົ້າໄປບຸກລຸກເນື້ອ ທີ່ການຂອງປະຊາຊົນເຮັດໃຫ້ມີຫາງສຽງວິພາກວິຈານກ່ຽວກັບເລື່ອງນີ້ໄປຕ່າງໆນານາ. ຕໍ່ມາວັນທີ ວັນທີ 15 ພຶດສະພາ 2023 ທ່ານ ພູວັນ ມະນີໂຊດ ຮອງເລຂາພັກເມືອງສະໜາມໄຊ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ວ່າພາຍຫລັງໄດ້ຮັບຮູ້ເລື່ອງແລ້ວກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບລົງກວດກາຈຸດເກີດເຫດ ເພື່ອຫາຂໍ້ມູນລາຍລະອຽດ. ວັນທີ 17 ພຶດສະພາ ຫ້ອງວ່າການແຂວງ ອັດຕະປືອອກແຈ້ງການ ໃຫ້ບໍລິສັດ ສິຊິນ ພັດທະນາກະສິກຳ ໂຈະຊົ່ວຄາວ ການບຸກເບີກເນື້ອທີ່ດິນສຳປະທານ ຢູ່ເຂດບ້ານໜອງຫີນ ແລະ ບໍລິສັດ ກອງແກ້ວ ພັດທະນາກະສີກຳ ໂຈະຊົ່ວຄາວ ການບຸກເບີກເນື້ອ ທີ່ດິນສຳປະທານ ຢູ່ເຂດບ້ານໄຊດອນໂຂງ ເມືອງສະໜາມໄຊ ແຂວງອັດຕະປື ແຕ່ເປັນການໂຈະຊົ່ວຄາວເພື່ອກວດກາຄືນເບິ່ງຜົນກະທົບຕົວຈິງແລ້ວຈະໄດ້ສືບຕໍ່ແກ້ໄຂຜົນກະທົບນັ້ນໃຫ້ຖືກຕ້ອງຕາມຄວາມເປັນຈິງ. ຫລ້າສຸດ ວັນທີ 18 ພຶດສະພາ 2023 ນີ້ ທ່ານ ສຸລິຈັນ ພອນແກ້ວ ຫົວໜ້າຫ້ອງວ່າການແຂວງອັດຕະປືໄດ້ ໃຫ້ສຳພາດຕໍ່ທີມຂ່າວໜັງສືພິມລາວພັດທະນາ ຜ່ານທາງໂທລະສັບວ່າ:ເຫດການການບຸກລຸກປ່າປ້ອງກັນທຳການຜະລິດລັກສະນະດັ່ງກ່າວນີ້ແມ່ນມີມາກ່ອນໜ້ານີ້ແລ້ວ ແລະ ທາງແຂວງໄດ້ສັ່ງໃຫ້ຜູ້ບຸກລຸກຢຸດເຊົາໄປເລີຍຮອບໜຶ່ງແລ້ວ ເຊິ່ງດິນບ່ອນນີ້ກໍສະຫງວນໄວ້ […]

ປ່ອຍຕົວນັກໂທດກ່ອນກຳນົດ ໂດຍມີເງື່ອນໄຂ 11 ຄົນ

ການປ່ອຍຕົວນັກໂທດ ກ່ອນກໍານົດໂດຍມີເງື່ອນໄຂ ໄດ້ຈັດຂຶ້ນໃນວັນທີ່ 12 ພຶດສະພາ 2023 ນີ້ ຢູ່ທີ່ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຫລວງພະບາງ ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ພັນເອກ ທາ ລຽນປະດິດ ປະທານກວດກາພັກກອງບັນຊາການ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຫລວງພະບາງ, ທ່ານ ພັນໂທ ສຸຫວັດ ສິດທິປັນຍາ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ,ມີບັນດາຄະນະກຳມະການອະໄພຍະໂທດ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ພໍ່ແມ່ຍາດພີນ້ອງ ຂອງບັນດານັກໂທດເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດດັ່ງກ່າວ ທ່ານ ພັນໂທ ຄຳເພັດ ມະນີຈັນ ຄະນະພັກ ຮອງຫົວຫນ້າ ຄ້າຍຄຸມຂັງ -ດັດ ສ້າງ ປກສ ແຂວງ ຫລວງພະບາງ ໄດ້ ຂື້ນ ຜ່ານ ບັນຊີ ນັກໂທດທີ່ໄດ້ຮັບການປ່ອຍຕົວ ໃຫ້ຮູ້ວ່າ ນັກໂທດ ທີ່ໄດ້ຮັບການປ່ອຍຕົວ ທັງໜົດ ມີ 11 […]

ໂຈະຊົ່ວຄາວໃນການບຸກເບີກເນື້ອທີ່ດິນສຳປະທານຂອງສອງບໍລິສັດຢູ່ເມືອງສະໜາມໄຊ ແຂວງອັດຕະປື

ວັນທີ 17 ພຶດສະພາ 2023 ນີ້ ຫ້ອງວ່າການແຂວງອັດຕະປືອອກແຈ້ງການ ໃຫ້ໂຈະຊົ່ວຄາວການດໍາເນີນການບຸກເບີກ ເນື້ອທີ່ດິນສໍາປະທານ ຢູ່ເຂດບ້ານໜອງຫີນ ແລະ ບ້ານໄຊດອນໂຂງ ເມືອງສະໜາມໄຊ. – ອີງຕາມ ຂໍ້ຕົກລົງຂອງເຈົ້າແຂວງ ສະບັບເລກທີ 1535/ຈຂ.ອປ, ລົງວັນທີ 14 ຕຸລາ 2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການແຂວງອັດຕະປື. – ອີງຕາມ ບົດບັນທຶກກອງປະຊຸມປຶກສາຫາລືກ່ຽວກັບການແກ້ໄຂສະພາບບັນຫາທີ່ເກີດຂຶ້ນ ໃນການບຸກເບີກເນື້ອ ທີ່ດິນສໍາປະທານຂອງບໍລິສັດ ຢູ່ເມືອງສະຫນາມໄຊ ໃນຄັ້ງວັນທີ 16 ພຶດສະພາ 2023. ຫ້ອງວ່າການແຂວງ ຂໍຖືເປັນກຽດແຈ້ງການ ມາຍັງທ່ານຮັບຊາບ ດັ່ງນີ້:ໃຫ້ບໍລິສັດສີຊິນ ພັດທະນາກະສິກໍາຈໍາກັດ ໂຈະຊົ່ວຄາວໃນການດໍາເນີນການບຸກເບີກ ເນື້ອທີ່ດິນສໍາປະທານ ຢູ່ເຂດບ້ານໜອງຫີນ ເມືອງສະໜາມໄຊ ເພື່ອແກ້ໄຂບັນຫາຄວາມບໍ່ສະຫງົບໃຫ້ສໍາເລັດກ່ອນ. ໃຫ້ບໍລິສັດກອງແກ້ວ ພັດທະນາກະສິກໍາຈໍາກັດ ໂຈະຊົ່ວຄາວໃນການດໍາເນີນການບຸກເບີກເນື້ອທີ່ດິນສໍາປະທານ ຢູ່ເຂດບ້ານໄຊດອນໂຂງ ເມືອງສະໜາມໄຊ ເພື່ອແກ້ໄຂບັນຫາຄວາມບໍ່ສະຫງົບໃຫ້ສໍາເລັດກ່ອນ.

ເຈົ້າໜ້າທີ່ພາສີ ປະຈຳດ່ານສາກົນບໍ່ເຕັນ ຢຶດລົດເກັງ 2 ຄັນ ທີ່ລັກລອບນຳເຂົ້າ ແລະ ໃສ່ປ້າຍປອມ

ວັນທີ 16 ພຶດສະພາ 2023, ເຈົ້າໜ້າທີ່ພາສີ ປະຈຳດ່ານພາສີສາກົນບໍ່ເຕັນ ແຂວງຫລວງນໍ້າທາ, ເຈົ້າໜ້າທີ່ພາສີກຸ່ມວຽກຄຸ້ມຄອງພາຫະນະ ຈຸດປະຈຳໄມ້ກັ້ນ, ໄດ້ເຂັ້ມງວດກວດກາໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃນການຕ້ານ ແລະ ສະກັ້ນການການລັກລອບລົດນໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ, ຊຶ່ງສາມາດຢຶດລົດເກັງ ຍີ່ຫໍ້ KIA K5 ໄດ້ຈໍ 2 ຄັນ ທີ່ໃສ່ປ້າຍທະບຽນປອມ. ໂດຍຜ່ານການກວດກາເບື້ອງຕົ້ນເຫັນວ່າ: ລົດເກັງ 2 ຄັນ ຍີ່ຫໍ້ KIA K5 ທີ່ລັກລອບນຳເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ໄດ້ໃສ່ປ້າຍທະບຽນປອມທັງ 2 ຄັນ, ທະບຽນ (ຫລວງນໍ້າທາ ກສ 4789, ກໍາແພງນະຄອນ ຮຈ 9399) ຊຶ່ງບໍ່ມີເອກະສານຖືກຕ້ອງ ແລະ ບໍ່ມີເອກະສານຢັ້ງຢືນຂອງການມອບພັນທະອື່ນໆ. ດັ່ງນັ້ນ, ເຈົ້າໜ້າທີ່ພາສີປະຈໍາດ່ານພາສີສາກົນບໍ່ເຕັນ, ຈຶ່ງໄດ້ເຮັດບົດບັນທຶກຄະດີມອບ-ຮັບລົດຈໍານວນ 2 ຄັນດັ່ງກ່າວໃຫ້ພາສີ ປະຈຳແຂວງຫລວງນໍ້າທາ ດຳເນີນຂັ້ນຕອນຕາມກົດໝາຍ ແລະ ລະບຽບການຕໍ່ໄປ.

ສານແຂວງວຽງຈັນ ຕັດສິນລົງໂທດ 5 ຈຳເລີຍ

ໃນວັນທີ 11 ພຶດສະພາ 2023 ຜ່ານມານີ້ ສານປະຊາຊົນແຂວງວຽງຈັນ ຕັດສິນຄະດີຈໍາເລີຍຈໍານວນ 5 ຄົນຄື: 1. ທ້າວ ສົມບູນ ອາຍຸ 59 ປີ ອາຊີບ ຊາວນາ ຢູ່ບ້ານ ແຈ້ງ ເມືອງທຸລະຄົມ ແຂວງວຽງຈັນຖືກກັກຕົວ ຄັ້ງວັນທີ 22 ເມສາ 2021 ໃນຂໍ້ກ່າວຫາ ທຳສຳເລົາເດັກ ແລະ 2. ທ້າວ ໄມສີ ຫຼື ເຫວ ອາຍຸ 37 ປີ ອາຊີບ ຊາວນາ ຢູ່ບ້ານ ແຈ້ງ ເມືອງ ທຸລະຄົມ ແຂວງວຽງຈັນ ຖືກກັກຕົວ ຄັ້ງວັນທີ 17 ເມສາ 2023 ໃນຂໍ້ກ່າວຫາ ທຳສຳເລົາເດັກ ດັ່ງນັ້ນ ສານປະຊາຊົນແຂວງວຽງຈັນ ຕັດສິນລົງໂທດຕັດອິດສະຫຼະພາບທ້າວ ສົມບູນ ແລະ […]

ບໍລິສັດ ເບຍລາວ ປະກາດ ອັດສີດເງິນສະໜັບສະໜູນໃຫ້ກັບທີມນັກກິລາລາວ ທີ່ສາມາດ ຄວ້າຫຼຽນກັບຄືນມາປະເທດ ລວມມູນຄ່າ 300 ລ້ານກີບ

ເປັນຂ່າວທີ່ດີຫຼາຍ ພ້ອມທັງເປັນການ ສ້າງຂວັນ ກໍາລັງໃຈ ໃຫ້ນັກກິລາລາວ ໃນການລ່າຫຼຽນລາງວັນ ຈາກງານການແຂ່ງຂັນ ກິລາ ຊີເກມ ທີ່ປະເທດ ກໍາປູເຈຍ ເປັນເຈົ້າພາບ ໂດຍທາງເພຈ ບໍລິສັດ ເບຍລາວ ຈຳກັດ – Lao Brewery Co., Ltd. ໄດ້ປະກາດ ອັດສີດເງິນສະໜັບສະໜູນໃຫ້ກັບທີມນັກກິລາລາວ ທີ່ສາມາດ ຄວ້າຫຼຽນກັບຄືນມາປະເທດ ລວມມູນຄ່າ 300 ລ້ານກີບ ໂດຍເຫັນໄດ້ ຄວາມສໍາຄັນ ໃນການສົ່ງເສີມ ແລະ ພັດທະນາ ກິລາ ຢູ່ ສປປ ລາວ ໃຫ້ກ້າວໄກ ທຽບເທົ່າ ສາກົນ. ກໍາລັງດໍາເນີນໄປ ຢ່າງດຸເດືອດ ກັບງານມະຫະກໍາກິລາ ທີ່ຫຍິ່ງໃຫຍ່ທີ່ສຸດ ຂອງຊາດໃນເຂດ ອາຊີຕາເວັນອອກສຽງໃຕ້ ຫຼື SEA Games 2023 ໂດຍໃນປີນີ້ ຈັດຂຶ້ນ ເປັນຄັ້ງທໍາອິດ ໃນປະຫວັດສາດ ຂອງປະເທດກໍາປູເຈຍ […]

ຫາກຍັງພົບເຫັນ ການສືບຕໍ່ແລກປ່ຽນເງິນຕາ ຈະຖືກດຳເນີນມາດຕະການຕ່າງໆທີ່ໜັກກວ່າເກົ່າ ຕາມລະບຽບກົດໝາຍ

ກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ (ທຫລ) ໃຫ້ຮູ້ວ່າ: ພາຍຫຼັງ ທຫລ ອອກແຈ້ງການຢຸດການອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາ ຂອງຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດ ຈຳນວນ 113 ຮ້ານ, ໃນເດືອນເມສາ 2023 ທະນາຄານແຫ່ງ ສປປ ລາວ ໄດ້ປະສານສົມທົບກັບເຈົ້າໜ້າທີ່ຕຳຫຼວດເສດຖະກິດ ລົງຕິດຕາມກວດກາ ການເຄື່ອນໄຫວແລກປ່ຽນເງິນຕາຜິດກົດໝາຍ ໂດຍສາມາດລົງກວດກາຄືນຈຳນວນ 67 ເປົ້າໝາຍແບບກັບທີ່ ຢູ່ນະຄອນ ຫຼວງວຽງຈັນ 30 ເປົ້າໝາຍ ແລະ ຢູ່ທ້ອງຖິ່ນ 37 ເປົ້າໝາຍ. ຜ່ານການລົງກວດກາ ສ່ວນໃຫຍ່ແມ່ນໄດ້ຢຸດຕິການເຄື່ອນໄຫວແລກປ່ຽນເງິນຕາ ແຕ່ຍັງມີຈໍານວນໜຶ່ງທີ່ຍັງເຄື່ອນໄຫວແລກປ່ຽນເງິນຕາແບບຜິດກົດໝາຍ ເປັນຕົ້ນ ມີການເປີດໃຫ້ບໍລິການແລກປ່ຽນເງິນຕາແບບເປີດແປນ ແລະ ບໍ່ມີໜ້າຮ້ານ, ມີການປະກາດໂຄສະນາອັດຕາແລກປ່ຽນ ທັງເປັນບ່ອນຕິດຕໍ່ຊື້-ຂາຍເງິນຕາຢ່າງເປີດແປນຜ່ານສື່ຕ່າງໆ ໂດຍບໍ່ຢ້ານກົວຕໍ່ກົດໝາຍ ເປັນຕົ້ນ Facebook, Whatsapp ແລະ ອື່ນໆ. ຕໍ່ປະກົດການດັ່ງກ່າວ, ຈຶ່ງໄດ້ສຶກສາອົບຮົມພວກກ່ຽວໃຫ້ຮັບຮູ້, ເຂົ້າໃຈຕໍ່ກັບລະບຽບກົດໝາຍ ແລະ ເຮັດບົດບັນທຶກກ່າວເຕືອນໃຫ້ຜູ້ລະເມີດ ຢຸດດຳເນີນທຸລະກິດແລກປ່ຽນເງິນຕາໂດຍທັນທີ, ກໍລະນີ ຫາກພົບເຫັນ […]

ເກີດອຸບັດຕິເຫດລົດພວງ ຢຽບຜູ້ຂັບຂີ່ລົດຈັກ ເສຍຊີວິດຄາທີ

ໃນວັນທີ 9 ພຶດສະພາ 2023, ເວລາປະມານ 12:30 ໂມງ ໄດ້ເກີດອຸບັດຕິເຫດລົດພວງ ຢຽບຜູ້ຂັບຂີ່ລົດຈັກ ເສຍຊີວິດຄາທີ່ຢຸ່ເສັ້ນທາງ 5 ແຍກດົງຈອງ ບ້ານແສງສະ ຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ເຈົ້າໜ້າທີ່ກູ້ໄພ ໃຫ້ຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ ຜູ້ເສຍຊີວິດເປັນເພດຍິງ ຢູ່ບ້ານສາລາຄຳ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ສ່ວນລາຍລະອຽດຈະລາຍງານເພີ່ມເຕີມຈະລາຍງານໃຫ້ທ່ານຊາຍອີກ. ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດດ້ວຍ. ຂໍ້ມູນ: ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ.

ແຂວງໄຊສົມບູນອອກແຈ້ງການເຂັ້ມງວດ ຕ້ອງຈ່າຍຄ່າໄຟເມື່ອໄດ້ຮັບບິນ ບໍ່ຈ່າຍຈະຖືກງົດໃຊ້ໄຟ

ໄຟຟ້າລາວແຂວງໄຊສົມບູນອອກແຈ້ງການເຂັ້ມງວດ ຕ້ອງຈ່າຍຄ່າໄຟເມື່ອໄດ້ຮັບບິນ ບໍ່ຈ່າຍຄ່າໄຟ ຈະຖືກງົດໃຊ້ໄຟຊົ່ວຄາວ ວັນທີ 19 ເມສາ 2023 ຜ່ານມານີ້ ລັດວິສາຫະກິດໄຟຟ້າລາວ  ສາຂາແຂວງໄຊສົມບູນອອກແຈ້ງການການປະຕິບັດ ສິດ, ພັນທະຜູ້ຊົມໃຊ້ ແລະ ມາດຕະການຕໍ່ຜູ້ມີໜີ້ຄ້າງຄ່າກະແສໄຟຟ້າ ໂດຍປະຕິບັດຕາມກົດຫມາຍໄຟຟ້າ (ສະບັບປັບປຸງ) ສະບັບເລກທີ່ 19/ສພຊ, ນະຄອນຫຼວງວຽງຈັນ, ລົງວັນທີ 9 ພຶດສະພາ 2017, ມາດຕາ 91 ວ່າດ້ວຍສິດ ແລະ ພັນທະຂອງຜູ້ຊົມໃຊ້ໄຟຟ້າ (ຂໍ້ທີ່ 1) ແລະ ມາດຕາ 92 ວ່າດ້ວຍສິດ ແລະ ພັນທະຂອງຜູ້ຊົມໃຊ້ໄຟຟ້າ (ຂໍ້ທີ່ 4 ) ວ່າດ້ວຍການປະຕິບັດລະບຽບ ຕໍ່ຜູ້ບໍ່ປະຕິບັດພັນທະ ເຊິ່ງມີລາຍລະອຽດດັ່ງນີ້:ການຊໍາລະຄ່າໄຟຟ້າເດືອນຕາມກົນໄກການດໍາເນີນທຸລະກິດ ຂອງໄຟຟ້າລາວ, ຕໍ່ຜູ້ຊົມໃຊ້ໄຟຟ້າຕ້ອງຊໍາລະຄ່າໄຟຟ້າທຸກໆ ເດືອນພາຍຫຼັງທີ່ໄດ້ຮັບໃບບິນແຈ້ງຄ່າໄຟຟ້າ. ກໍລະນີລູກຄ້າທ່ານໃດບໍ່ຊໍາລະ, ມີໜີ້ຄ້າງເກີນກໍານົດທີ່ກ່າວມາຂ້າງເທິງນີ້, ລັດວິສາຫະກິດໄຟຟ້າລາວ ສາຂາແຂວງໄຊສົມບູນຈະໄດ້ງົດກະແສໄຟຟ້າຊົ່ວຄາວຂອງຜູ້ຊົມໃຊ້ດັ່ງກ່າວຕາມລະບຽບການ ຂອງ ຟຟລ. ຫຼັງຈາກງົດໄຟແລ້ວ, ກ່ອນຈະຕໍ່ໄຟຟ້າຄືນໃຫ້ ລູກຄ້າຕ້ອງຈ່າຍໜີ້ຄ່າກະແສໄຟຟ້າທີ່ຄ້າງ […]

“ລິເວີພູ” ຍິງ 4 ນັດຊະນະ “ສະເປີ” ແບບສຸດມັນ ແຊງຂຶ້ນທີ່ 5 ພຣີເມຍລີກ

“ຫົງແດງ” ລິເວີພູເປີດບ້ານເອົາຊະນະ ທ໋ອດແນມ ຮອດສະເປີ ໄປແບບສຸດມັນໃນສຶກພຣີເມຍລີກ ອັງກິດ ເມື່ອຄືນທີ່ຜ່ານມາ ການແຂ່ງຂັນເຕະບານ ພີເມຍລີກ ອັງກິດ ລະດູການ 2022-23 ເມື່ອຄືນວັນອາທິດ ທີ 30 ເມສາ 2023 ນີ້ ຄູ່ “ຫົງແດງ” ລິເວີພູລ ອັນດັບ 7 ຂອງຕາຕະລາງເປີດສະໜາມແອນຟິລ ຮັບການມາເຍືອນຂອງ ທ໋ອດແນມ ຮອດສະເປີ ອັນດັບ 5 ຂອງຕາຕະລາງ ຜົນປາກົດວ່າ ລິເວີພູລ ເອົາຊະນະ ທ໋ອດແນມ ຮອດສະເປີ  4-3 ໂດຍ ລິເວີພູລ ໄດ້ປະຕູຈາກ ເຄີຕິສ ໂຈນ ນາທີທີ່ 3, ຫຼຸຍສ ດິອາຊ ນາທີທີ່ 5, ໂມຮາເໝັດ ຊາລາ (ຈຸດໂທດ ) ນາທີທີ່ 15 ແລະ ດິໂອໂກ […]