ຂ່າວ-Tou-Vientianepost (17)
ແຂວງໄຊສົມບູນອອກແຈ້ງການເຂັ້ມງວດ ຕ້ອງຈ່າຍຄ່າໄຟເມື່ອໄດ້ຮັບບິນ ບໍ່ຈ່າຍຈະຖືກງົດໃຊ້ໄຟ
ຮຽບຮຽງໂດຍ:Staff
ເຜີຍແຜ່: 3 ເດືອນພຶດສະພາ, 2023

ໄຟຟ້າລາວແຂວງໄຊສົມບູນອອກແຈ້ງການເຂັ້ມງວດ ຕ້ອງຈ່າຍຄ່າໄຟເມື່ອໄດ້ຮັບບິນ ບໍ່ຈ່າຍຄ່າໄຟ ຈະຖືກງົດໃຊ້ໄຟຊົ່ວຄາວ

ວັນທີ 19 ເມສາ 2023 ຜ່ານມານີ້ ລັດວິສາຫະກິດໄຟຟ້າລາວ  ສາຂາແຂວງໄຊສົມບູນອອກແຈ້ງການການປະຕິບັດ ສິດ, ພັນທະຜູ້ຊົມໃຊ້ ແລະ ມາດຕະການຕໍ່ຜູ້ມີໜີ້ຄ້າງຄ່າກະແສໄຟຟ້າ ໂດຍປະຕິບັດຕາມກົດຫມາຍໄຟຟ້າ (ສະບັບປັບປຸງ) ສະບັບເລກທີ່ 19/ສພຊ, ນະຄອນຫຼວງວຽງຈັນ, ລົງວັນທີ 9 ພຶດສະພາ 2017, ມາດຕາ 91 ວ່າດ້ວຍສິດ ແລະ ພັນທະຂອງຜູ້ຊົມໃຊ້ໄຟຟ້າ (ຂໍ້ທີ່

1) ແລະ ມາດຕາ 92 ວ່າດ້ວຍສິດ ແລະ ພັນທະຂອງຜູ້ຊົມໃຊ້ໄຟຟ້າ (ຂໍ້ທີ່ 4 ) ວ່າດ້ວຍການປະຕິບັດລະບຽບ ຕໍ່ຜູ້ບໍ່ປະຕິບັດພັນທະ ເຊິ່ງມີລາຍລະອຽດດັ່ງນີ້:ການຊໍາລະຄ່າໄຟຟ້າເດືອນຕາມກົນໄກການດໍາເນີນທຸລະກິດ ຂອງໄຟຟ້າລາວ, ຕໍ່ຜູ້ຊົມໃຊ້ໄຟຟ້າຕ້ອງຊໍາລະຄ່າໄຟຟ້າທຸກໆ ເດືອນພາຍຫຼັງທີ່ໄດ້ຮັບໃບບິນແຈ້ງຄ່າໄຟຟ້າ.

ກໍລະນີລູກຄ້າທ່ານໃດບໍ່ຊໍາລະ, ມີໜີ້ຄ້າງເກີນກໍານົດທີ່ກ່າວມາຂ້າງເທິງນີ້, ລັດວິສາຫະກິດໄຟຟ້າລາວ ສາຂາແຂວງໄຊສົມບູນຈະໄດ້ງົດກະແສໄຟຟ້າຊົ່ວຄາວຂອງຜູ້ຊົມໃຊ້ດັ່ງກ່າວຕາມລະບຽບການ ຂອງ ຟຟລ.

ຫຼັງຈາກງົດໄຟແລ້ວ, ກ່ອນຈະຕໍ່ໄຟຟ້າຄືນໃຫ້ ລູກຄ້າຕ້ອງຈ່າຍໜີ້ຄ່າກະແສໄຟຟ້າທີ່ຄ້າງ ແລະ ຊໍາລະຄ່າບໍລິການຕັດຕໍ່ໄຟຟ້າຄືນຕາມລະບຽບການຄິດໄລ່ຄ່າບໍລິການ ສໍາລັບຜູ້ທີ່ຖືກງົດສົ່ງໄຟຟ້າຊົ່ວຄາວ ເນື່ອງຈາກມີໜີ້ຄ້າງ ດັ່ງລຸ່ມນີ້:ຄ່າລະບຽບຕໍ່ໄຟຄືນເຊັ່ນ:

ສໍາລັບປະເພດໝໍ້ນັບໄຟໃນລະບົບແຮງຕໍ່າ 220 V ເປັນເງິນຈໍານວນ 50.000 ກີບ/ຄັ້ງ/ໜ່ວຍ ສໍາລັບປະເພດໝໍ້ນັບໄຟໃນລະບົບແຮງຕໍ່າ 380V ເປັນຈໍານວນເງິນ 100.000 ກີບ/ຄັ້ງ/ໜ່ວຍ

ສໍາລັບໝໍ້ນັບໄຟໃນລະບົບແຮງກາງ CT 0,4 kV ແລະ CT.PT 22 kV ເປັນຈໍານວນເງິນ 1.000.000 ກີບ/ຄັ້ງ/ໜ່ວຍ (ຜົນກະທົບທີ່ເກີດຂຶ້ນຈາກການງົດກະແສໄຟຟ້າຊົ່ວຄາວ ແມ່ນຜູ້ຊົມໃຊ້ໄຟ ເປັນຜູ້ຮັບຜິດຊອບເອງທັງຫມົດພຽງຜູ້ດຽວ).

ທ່ານສາມາດຊໍາລະເງິນຄ່າກະແສໄຟຟ້າໄດ້ ທີ່ປ່ອງບໍລິການຮັບເງິນຄ່າກະແສໄຟຟ້າ ຂອງແຕ່ລະສູນບໍລິການເມືອງ, ຫຼື ທ່ານ ສາມາດຊໍາລະ ຜ່ານລະບົບ Mobile Bank, ຕູ້ ATM ແລະ ປ່ອງບໍລິການທະນາຄານຕ່າງໆ.ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ຜູ້ຊົມໃຊ້ໄຟຟ້າ ທົ່ວ ແຂວງໄຊສົມບູນ ຈົ່ງຮັບຮູ້ ແລະ ເຂົ້າໃຈພ້ອມກັນຈັດຕັ້ງປະຕິບັດດ້ວຍ.

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost (65)
ແມ່ຕົກໃຈ ປ່ອຍລູກສາວໄປຫຼິ້ນຢູ່ທາງນອກ ລູກກັບມາພ້ອມຂອງຫຼິ້ນອັນໃໝ່ ແມ່ເຫັນເກືອບເປັນລົມ
ດວງ-Tou-Vientianepost (63)
ອັນຕະລາຍ ໝໍແລັບເຕືອນອາກາດຮ້ອນ ຢ່າວາງນ້ຳອັດລົມໄວ້ໃນລົດ ເຮັດໃຫ້ລະເບີດແຮງກະຈົກແຕກ
ດວງ-Tou-Vientianepost (61)
ເຫດຍິງໄວກາງຄົນເສຍຊີວິດ ປິດສະໜາຄາຂຸມທີ່ຂຸດເອົາມັນປ່າ
ດວງ-Tou-Vientianepost (59)
ລາວ ແລະ ມາເລເຊຍ ຮ່ວມລົງນາມຊື້-ຂາຍພະລັງງານໄຟຟ້າ
ດວງ-Tou-Vientianepost (57)
ເອກອັກຄະລັດຖະທູດແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ຈໍເຈຍ Gorgia
ດວງ-Tou-Vientianepost
ດວງລາຍວັນປະຈໍາວັນສຸກ ທີ 26 ພຶດສະພາ 2023 ຕາມແຕ່ລະວັນເກີດ
ດວງ-Tou-Vientianepost (54)
ເຈົ້າສາວແປກໃຈວ່າເຈົ້າບ່າວໜີງານແຕ່ງ ສຸດທ້າຍນຳຈົນເຈິ ລາກເຈົ້າບ່າວກັບຄືນສູ່ພິທີ ພ້ອມນັ່ງຄໍຕົກ ແລະ ເລົ່າຄຳສາບານ
ດວງ-Tou-Vientianepost (52)
ສາວຈັບໄດ້ແຟນນອກໃຈ ບໍ່ໂວຍວາຍ ແຖມໄປເຄຍກັບກິກໃຫ້ ເຜີຍເຫດພ້ອມຮັບໄດ້ຮັກກັນ 3 ຄົນ
ດວງ-Tou-Vientianepost (50)
ເມຍຕົກໃຈ! ເປີດປະຕູມາເຈິຂອງຂວັນວັນເກີດອັນໃຫຍ່ຈາກຜົວແລະລູກ ມີເງິນເປັນພັນລ້ານກໍ່ບໍ່ສາມາດຊື້ມັນໄດ້
ດວງ-Tou-Vientianepost (48)
ເຈົ້າແຂວງຄຳມ່ວນມອບພາຫະນະຮັບໃຊ້ໃຫ້ ປກສ ແຂວງ
ຢ່າລື່ມກົດຕິດຕາມ