ຢາກໃຫ້ບ້ານດຶງດູດໂຊກລາບ ຕ້ອງຮັກສາສົມດຸນຮວງຈຸ້ຍໃນ 3 ຈຸດສຳຄັນນີ້

ການຈັດບ້ານຕາມຫຼັກຮວງຈຸ້ຍ ບໍ່ແມ່ນພຽງແຕ່ເລື່ອງຄວາມສວຍງາມ ແຕ່ຍັງກ່ຽວກັບການຮັກສາສົມດຸນຂອງພະລັງງານດີ ໃຫ້ໄຫຼວຽນໄດ້ຢ່າງລາບລື່ນ ລາຍລະອຽດນ້ອຍໆ ທີ່ຫຼາຍຄົນເບິ່ງຂ້າມ ອາດເປັນສັນຍານເຕືອນເຖິງຄວາມບໍ່ໝັ້ນຄົງທີ່ຈະເກີດຂຶ້ນໄດ້   ເປັນຄວາມເຊື່ອສ່ວນບຸກຄົນ ກະລຸນາໃຊ້ວິຈາລະນະຍານ   ໂຕະບູຊາ ຫຼື ຮິ້ງພະອຽງ ບໍ່ສົມດຸນ   ໂຕະບູຊາ ຫຼື ຮິ້ງພະ ຖືເປັນສິ່ງສັກສິດປະຈຳບ້ານ ຫາກສິ່ງນີ້ອຽງ ຫຼື ບໍ່ມີຄວາມສົມດຸນ ອາດເປັນການຂັດຂວາງພະລັງງານດີໆ ທີ່ເຂົ້າມາ ຫຼື ທີ່ໄຫຼວຽນຢູ່ໃນບ້ານ ສົ່ງຜົນຕໍ່ໂຊກລາບ ໜ້າທີ່ການງານ ການເງິນ ແລະ ສຸຂະພາບຂອງຄົນໃນບ້ານ ຄວນຈັດວາງຮິ້ງພະໃນຕຳແໜ່ງທີ່ໝັ້ນຄົງ ບໍ່ບ້ຽວ ບໍ່ອຽງ ເພື່ອໃຫ້ພະລັງງານດີໄດ້ເຮັດວຽກຢ່າງເຕັມທີ່   ປະຕູບ້ານບິດ ບ້ຽວ ເປີດ-ປິດລຳບາກ   ປະຕູບ້ານ ຄືຈຸດຮັບພະລັງງານຫຼັກຈາກພາຍນອກ ຫາກປະຕູຄົດ ອຽງ ຫຼື ຕິດຂັດ ອາດເຮັດໃຫ້ພະລັງງານດີໄຫຼເຂົ້າສູ່ບ້ານໄດ້ບໍ່ເຕັມທີ່ ສົ່ງຜົນໃຫ້ໂຊກລາບຕິດຂັດ ວຽກງານບໍ່ກ້າວໜ້າ ຫຼື ອາດສູນເສຍໂອກາດດີໃນຊີວິດ ແນະນຳໃຫ້ໝັ່ນກວດເບິ່ງບານພັບ ແລະ ສະພາບຂອງປະຕູຢູ່ສະເໝີ […]

10 ອາຫານທີ່ອາດມີສານພິດຫາກບໍ່ບໍລິໂພກຢ່າງຖືກວິທີ

ອາຫານບາງຊະນິດທີ່ພວກເຮົາບໍລິໂພກໃນຊີວິດປະຈຳວັນອາດແຝງໄປດ້ວຍສານພິດຫາກກະກຽມ ຫຼື ປຸງບໍ່ຖືກວິທີ ມາເບິ່ງອາຫານທີ່ອາດກໍ່ໃຫ້ເກີດສານພິດກັນດີກວ່າວ່າມີຫຍັງແດ່   1. ມັນເທດ ມັນເທດດິບມີສານໄຊຍາໂນຈີນິກໄກລໂຄໄຊ ຊຶ່ງສາມາດປ່ຽນເປັນໄຊຍາໄນທີ່ເປັນພິດຕໍ່ຮ່າງກາຍໄດ້ ຫາກບໍ່ຜ່ານການປຸງສຸກຢ່າງຖືກວິທີ ເຊັ່ນ: ການປອກເປືອກ, ແຊ່ນ້ຳ ແລະ ຕົ້ມຈົນສຸກ   2. ຖົ່ວແດງດິບ ຖົ່ວແດງດິບມີສານເລັກຕິນຊະນິດໜຶ່ງທີ່ເອີ້ນວ່າໄຟໂຕຮີແມກກລູຕິນິນ ຊຶ່ງອາດເຮັດໃຫ້ເກີດອາການຄື່ນໄສ້ ອາເຈຍນ ແລະທ້ອງເສຍໄດ້ ການປຸງຖົ່ວແດງຄວນແຊ່ນ້ຳຢ່າງໜ້ອຍ 5 ຊົ່ວໂມງ ແລະຕົ້ມດ້ວຍນ້ຳເດືອດຢ່າງໜ້ອຍ 10 ນາທີ   3. ປາປັກເປົ້າ ປາປັກເປົ້າມີສານພິດເຕໂຕຣໂດທ໋ອກຊິນທີ່ເປັນອັນຕະລາຍເຖິງຊີວິດ ການປຸງປາປັກເປົ້າຕ້ອງເຮັດໂດຍພໍ່ຄົວທີ່ໄດ້ຮັບໃບອະນຸຍາດເທົ່ານັ້ນ   4. ນ້ຳເຜິ້ງດິບ ນ້ຳເຜິ້ງດິບອາດມີສະປໍຂອງແບັກທີເຣຍທີ່ກໍ່ໃຫ້ເກີດໂຣກໂບທູລິຊຶມ ໂດຍສະເພາະໃນເດັກນ້ອຍອາຍຸຕ່ຳກວ່າ 1 ປີ ຄວນຫຼີກລ່ຽງການໃຫ້ນ້ຳເຜິ້ງແກ່ເດັກນ້ອຍໃນໄວນີ້   5. ມັນຝຣັ່ງທີ່ມີສີຂຽວ ມັນຝຣັ່ງທີ່ມີສີຂຽວມີສານໂຊລານິນ ຊຶ່ງເປັນສານພິດທີ່ອາດເຮັດໃຫ້ເກີດອາການປວດຮາກ ອາຈຽນ ແລະ ເຈັບທ້ອງ ຄວນຫຼີກລ່ຽງການບໍລິໂພກສ່ວນທີ່ມີສີຂຽວ   6. ຖົ່ວລິງໃນຜູ້ທີ່ແພ້ ຖົ່ວລິງເປັນສາເຫດຫຼັກຂອງອາການແພ້ອາຫານທີ່ຮຸນແຮງ ຊຶ່ງອາດນຳໄປສູ່ພາວະແອນາຟິແລັກຊິສທີ່ເປັນອັນຕະລາຍເຖິງຊີວິດໃນຜູ້ທີ່ແພ້ […]

ຮູ້ຈັກ 5 ສະໝຸນໄພ ທີ່ຊ່ວຍໃຫ້ບໍ່ຢາກສູບຢາ

ທ່ານໝໍສົມສັກ ຈຶງສະໝານ ອະທິບໍດີກົມການແພດແຜນໄທ ແລະ ການແພດທາງເລືອກ ກ່າວວ່າ ວັນທີ 31 ພຶດສະພາ ຂອງທຸກໆປີ ອົງການອະນາໄມໂລກ (WHO) ຈັດໃຫ້ເປັນວັນງົດສູບຢາໂລກ.   ຄຳຂວັນລົນຊຸກຍູ້ໃນປີນີ້ຄື “ກະຊາກໜ້າກາກທຸລະກິດຢາສູບ   ສູບຢາໄຟຟ້າ: ນິໂຄຕິນເສບຕິດຈົນຕາຍ” ກົມການແພດ ແລະ ການແພດທາງເລືອກ ເລັງເຫັນຄວາມສຳຄັນກ່ຽວກັບບັນຫາສຸຂະພາບຂອງປະຊາຊົນທີ່ມີຜົນກະທົບຈາກຢາສູບ.   ປັດຈຸບັນ ມີການນຳສາດການແພດແຜນໄທ ແນະນຳ 5 ສະໝຸນໄພທີ່ຊ່ວຍໃຫ້ບໍ່ຢາກສູບຢາ ເຊັ່ນ:   ຫຍ້າດອກຂາວ ໝາກນາວ ໂປ່ງຟ້າ ຮາງຈືດ ກ້ານພລູ   ລວມເຖິງການບຳບັດໂດຍ ການນວດ ແລະ ປະຄົບສະໝຸນໄພ   ໃນສ່ວນສາດການແພດແຜນຈີນ ທີ່ນຳມາຮ່ວມຮັກສາ ໄດ້ແກ່:   ການຝັງເຂັມ ຫັດຖະການດ້ວຍສາດສະຕາແຜນຈີນ   ຊຶ່ງເປັນທາງເລືອກໃນການບຳບັດຮັກສາຜູ້ທີ່ຢາກເຊົາສູບຢາແບບສາດອົງລວມຢ່າງຈິງຈັງແລະປອດໄພ.   1. ຫຍ້າດອກຂາວ ມີສານສຳຄັນຄື Sodium […]

ເສີມບຸນຕາມວັນເກີດ ເຮັດດວງພຸ່ງສຸດໆ ເດືອນພຶດສະພາ 2025

ເດືອນພຶດສະພານີ້ ມີປະກົດການພິເສດທີ່ຫຼາຍໆ ໝໍດູດັງເວົ້າເຖິງຄວາມແຮງກັນຫຼາຍ ເຮົາເລີຍມີທຣິກເສີມດວງສຳລັບຄົນເກີດແຕ່ລະວັນ ແບບ Extra ຊ່ວຍໃຫ້ດວງພຸ່ງແບບສຸດໆກັນໄປເລີຍ ມາໃຫ້ນຳໄປເຮັດກັນເດີ ມາເບິ່ງກັນຕ້ອງເຮັດຫຍັງແດ່   ວິທີເສີມບຸນຕາມວັນເກີດ ເດືອນພຶດສະພາ2025   ຄົນເກີດວັນອາທິດ   ແນະນຳໃຫ້ທ່ານໄປເຮັດບຸນໂລງສົບກັບມູນນິທິທີ່ເຊື່ອຖືໄດ້ ສິ່ງນີ້ຈະເຮັດໃຫ້ທ່ານດວງພຸ່ງ ແບບດຶງບໍ່ຢູ່ກັນເລີຍ   ຄົນເກີດວັນຈັນ   ແນະນຳໃຫ້ງົດທານເນື້ອສັດໃຫຍ່ ຫຼື ໃຫ້ໄປໄຖ່ຊີວິດງົວຄວາຍ ດວງທ່ານຈະພຸ່ງຫຼາຍ ແຕ່ຖ້າບໍ່ສາມາດເລີກທານເນື້ອສັດໃຫຍ່ໄດ້ຕະຫຼອດ ໃຫ້ທ່ານເລືອກວັນເກີດຂອງທ່ານເປັນວັນທີ່ທ່ານຢຸດທານເນື້ອສັດໃຫຍ່   ຄົນເກີດວັນອັງຄານ   ໃຫ້ທ່ານມີໃຈແລະມີຈິດທີ່ອາສາຊ່ວຍເຫຼືອຄົນອື່ນຕາມສະຖານທີ່ຕ່າງໆ ຊ່ວຍດ້ວຍແຮງຊ່ວຍດ້ວຍໃຈ ຊ່ວຍດ້ວຍເງິນກໍໄດ້ ຮັບຮອງຫຼັງຈາກເຮັດສິ່ງນີ້ແລ້ວ ຊີວິດຂອງທ່ານຈະລາບລື່ນ ບໍ່ມີອຸປະສັກຢ່າງແນ່ນອນ   ຄົນເກີດວັນພຸດ   ໃນເລື່ອງການເຮັດບຸນ ການລະເຊົາກິນເນື້ອສັດໃຫຍ່ ເຊັ່ນ: ພວກງົວຫຼືຄວາຍ ຫຼືເຮັດບຸນໃນເລື່ອງຂອງໄຖ່ຊີວິດງົວຄວາຍເສີມຊີວິດໄດ້ເປັນຢ່າງດີ   ຄົນເກີດວັນພະຫັດ   ໃຫ້ໝັ່ນສວດມົນ, ນັ່ງສະມາທິ ແລະ ຢາດນ້ຳແຜ່ເມດຕາ ໃຫ້ກັບເຈົ້າກຳນາຍເວນ ດວງທ່ານຈະພິກກາຍເປັນດີແບບເຫັນໄດ້ຊັດເລີຍ   ຄົນເກີດວັນສຸກ […]

3 ສູດພື້ນຖານການຈັດການເງິນ ອອມເງິນແນວໃດ? ບໍ່ໃຫ້ລົ້ມກາງທາງ ຕັ້ງແຕ່ເລີ່ມເຮັດວຽກ ຈົນເຖິງວາງແຜນບຳນານ

ຫຼາຍຄົນຢາກວາງແຜນການເງິນ ແຕ່ພໍລົງມືຕົວຈິງກັບຮູ້ສຶກວ່າ “ເປັນຫຍັງມັນຍາກແທ້” ບາງຄົນອ່ານປຶ້ມການເງິນມາເປັນສິບຫົວ, ເບິ່ງຄລິບ YouTube ເປັນຮ້ອຍຄລິບ ຫຼື ດາວໂຫຼດແອັບຈົດບັນຊີໄວ້ເຕັມເຄື່ອງ, ແຕ່ສຸດທ້າຍ ແຜນການເງິນທີ່ຄິດໄວ້ ກໍຍັງຢູ່ແຕ່ໃນຫົວ ຫຼື ບໍ່ກໍພັງຕັ້ງແຕ່ສິ້ນເດືອນທຳອິດ ຖ້າເຄີຍພົບບັນຫາແບບນີ້ ລອງເລີ່ມຕົ້ນໃໝ່ດ້ວຍວິທີງ່າຍໆ ກັບ 3 ສູດພື້ນຖານການບໍລິຫານຈັດການເງິນລາຍເດືອນ ທີ່ຕັ້ງແຕ່ຄົນເລີ່ມຕົ້ນ ໄວເຮັດວຽກ ເຖິງກຸ່ມຄົນຢາກວາງແຜນບຳນານ ສາມາດນຳໄປປັບໃຊ້ໄດ້ 3 ສູດອອມເງິນ ທິດສະດີພື້ນຖານ ທີ່ໃຜກໍເຮັດໄດ້   ສູດທີ 1: 20-30-50 (ເໝາະກັບສາຍ “ຫາກໍເລີ່ມຕົ້ນ” ບໍ່ຕ້ອງຄິດຫຼາຍ)   ວິທີການອອມເງິນງ່າຍໆ ທີ່ທຸກຄົນສາມາດເລີ່ມຕົ້ນເຮັດໄດ້ ບໍ່ຈຳເປັນຕ້ອງມີພື້ນຖານ ຫຼື ທັກສະທາງການເງິນ ໂດຍເລີ່ມຕົ້ນບໍລິຫານຈັດການໄດ້ຕາມນີ້:   20% ເງິນອອມສຳລັບອະນາຄົດ ເຊັ່ນ: ເງິນອອມສຳຮອງສຸກເສີນ, ເງິນອອມເພື່ອການກະສຽນ ເປັນຕົ້ນ 30% ເງິນໃຊ້ເພື່ອການດຳລົງຊີວິດ ເຊັ່ນ: ຄ່າອາຫານ, ຄ່າເດີນທາງ ເປັນຕົ້ນ 50% […]

ບຸນໃຫຍ່ວັນມະຫາສົງການ 2025 ໝໍດູດັງແນະນຳ 12 ລາສີ ເສີມສິລິມົງຄຸນດ້ວຍສິ່ງນີ້

ໃກ້ເຂົ້າສູ່ຊ່ວງເທດສະການ ສົງການ 2025 ແລ້ວ ມາເຮັດບຸນເສີມສິລິມົງຄຸນກັນ ເຊິ່ງຫຼ້າສຸດ ໝໍຣັດຕະນະໂກສິນ ໄດ້ໂພສຕ໌ເຟສບຸກ ແນະນຳ 12 ລັກນາລາສີສຳລັບການເຮັດບຸນໃນຊ່ວງເທດສະການສົງການ ດັ່ງນີ້:   ເມສ, ຕຸລ   ເຮັດຄວາມສະອາດເຮືອນ, ໄຫວ້ສານຫຼັກເມືອງ, ເຕີມນ້ຳມັນຕະກຽງ ຈະຊ່ວຍກຳຈັດສິ່ງຕິດຄ້າງທີ່ບໍ່ດີໃນປີເກົ່າອອກໄປ ແລະ ຕ້ອນຮັບສິ່ງມົງຄົນໃໝ່ໆ ໃຫ້ເຂົ້າມາໃນຊີວິດ ໜ້າທີ່ການງານເຈະລີນກ້າວໜ້າ ອະນາຄົດສົດໃສ..   ພຶດສະພາ, ພິຈິກ   ເຮັດບຸນໃຫ້ບັນພະບຸລຸດ ກວດນ້ຳອຸທິດສ່ວນກຸສົນ ໃຫ້ແກ່ຍາດຜູ້ລ່ວງລັບ ເປັນການສະແດງຄວາມກະຕັນຍູຮູ້ບຸນຄຸນ ຈະເຮັດໃຫ້ຊີວິດເຈະລີນຮຸ່ງເຮືອງ ແລະ ມີສຸຂະພາບຮ່າງກາຍແຂງແຮງ.   ກໍລະກົດ, ກັນ, ທະນູ, ກຸມພາ   ເຮັດບຸນໄຖ່ຊີວິດສັດ ປ່ອຍນົກປ່ອຍປາໄຖ່ຊີວິດງົວ-ຄວາຍ ຈະເພີ່ມບຸນບາລະມີໃຫ້ກັບຕົວເອງ ຖືເປັນການສະເດາະເຄາະຕໍ່ຊະຕາ ໝົດທຸກ ໝົດໂສກໝົດໂລກໄພ ອັນຕະລາຍໃດໆ ບໍ່ກ້ຳກາຍ.   ສິງຫາ, ມິຖຸນາ   ເຮັດບຸນຕັກບາດ […]

ເຄັດບໍ່ລັບ ແກ້ກຳການເງິນຕິດຂັດ ເພີ່ມໂຊກລາບຕາມວັນເກີດຂອງຄົນທັງ 7 ວັນ

ເຄີຍສົງໄສບໍ່ວ່າ ເປັນຫຍັງພວກເຮົາຈຶ່ງບໍ່ມີໂຊກຄືຄົນອື່ນ? ຫຼື ເປັນຫຍັງບາງຄັ້ງເຮັດຫຍັງກໍຕິດຂັດ ຄືເງິນຈະເຂົ້າກະເປົາແຕ່ກໍຫາຍໄປກັບຕາ! ອາດບໍ່ແມ່ນແຕ່ໂຊກຊະຕາທີ່ຫຼິ້ນຕະຫຼົກກັບເຮົາ ແຕ່ເປັນຍ້ອນ “ວິບາກກຳ” ທີ່ພວກເຮົາເຄີຍເຮັດໄວ້ໃນອະດີດຊາດ ຫຼື ກຳລັງເຮັດຢູ່ໂດຍບໍ່ຮູ້ຕົວ!   ມື້ນີ້ເຮົາຈະຂໍພາທຸກຄົນມາຮູ້ຈັກ “ເຄັດລັບແກ້ກຳການເງິນຕິດຂັດ ໄຮ້ໂຊກລາບ” ສຳລັບຄົນເກີດທັງ 7 ວັນ ມາເບິ່ງກັນວ່າທ່ານຕ້ອງແກ້ກຳແນວໃດແດ່   ແກ້ກຳການເງິນຕິດຂັດ ເພີ່ມໂຊກລາບຕາມວັນເກີດຂອງຄົນທັງ 7 ວັນ   ຄົນເກີດວັນອາທິດ   ພື້ນດວງຂອງຄົນເກີດມື້ນີ້ມັກຕ້ອງຝ່າຟັນອຸປະສັກມາຕັ້ງແຕ່ໄວໜຸ່ມ ພໍເຕີບໃຫຍ່ຂຶ້ນມາກໍຍັງຕ້ອງຮັບມືກັບບັນຫາທີ່ມາຈາກບໍລິວານ ໝູ່ເພື່ອນ ຫຼື ຄົນໃກ້ຕົວທີ່ເຮັດໃຫ້ການເງິນສະດຸດ, ຊຶ່ງສ່ວນໃຫຍ່ເປັນເພາະຄວາມໃຈອ່ອນ ຂີ້ສົງສານ ແລະ ເຊື່ອຄົນງ່າຍຂອງຕົວເອງ   ວິທີແກ້ກຳຄື ຄວນເຮັດບຸນດ້ວຍຂອງທີ່ໃຫ້ແສງສະຫວ່າງ ເຊັ່ນ: ທຽນ, ຫຼອດໄຟ ຫຼື ແວ່ນຕາ ລວມເຖິງຊ່ວຍເຫຼືອຄົນພິການເປັນປະຈຳ ຈະຊ່ວຍເປີດທາງໃຫ້ໂຊກລາບໄຫຼເຂົ້າມາແບບບໍ່ມີສະດຸດ   ຄົນເກີດວັນຈັນ   ວິບາກກຳຂອງຄົນເກີດມື້ນີ້ມັກກ່ຽວກັບເລື່ອງຄວາມຮັກທີ່ເປັນທຸກ ບາງຄົນອາດຕ້ອງເປັນຄົນໃນຄວາມລັບ ຫຼື ເສຍສະຫຼະຫຼາຍເກີນໄປຈົນກະທົບການເງິນ   ວິທີແກ້ກຳຄື […]

ດ່ານຂົວມິດຕະພາບໄທ-ລາວພົບຂອງກາງເປັນຢາ”ໄອຊ໌” ຈຳນວນກວ່າ 120 ກິໂລກຣາມ

  ເມື່ອວັນທີ 24 ມີນາ 2025 ເວລາ 19.30 ນ. ທີ່ດ່ານຊາຍແດນຂົວມິດຕະພາບໄທ-ລາວ;   ສຳນັກງານພາສີໜອງຄາຍ ທ່ານນາງວັນນາ ຜູ້ອຸດສ່າຫ໌ ຫົວໜ້າດ່ານພາສີໜອງຄາຍ ສັ່ງການເຈົ້າໜ້າທີ່ພາສີໜອງຄາຍ ຮ່ວມກັບ ນບ.ຍສ.24 ແລະ ບກ.ຄວບຄຸມທີ 2 (ຮ.13) ກອງກຳລັງສຸລະສັກດິ໌ມົນຕີ ພ້ອມດ້ວຍ ພ.ຕ.ອ.ນົບດົນ ຮັກຊາດ ຜກກ.ຕມ.ຈວ.ໜອງຄາຍ, ພ.ຕ.ຕ.ພານຸວັດ ວົງວິຈິດ ຜບ.ຮ້ອຍ ຕຊດ. 245, ທ່ານຄະນິສອນ ພາພີຣະນົນ ຜອ.ປປສ.ພ.4, ພ.ຕ.ອ.ຈິຣະວິດ ປານຍິ້ມ ຜກກ.ສພ.ເມືອງໜອງຄາຍ ແລະ ໜ່ວຍງານທີ່ກ່ຽວຂ້ອງ;     ໄດ້ທຳການຈັບກຸມຂອງກາງເປັນຢາເສບຕິດປະເພດ 1 ຫຼື “ໄອຊ໌” ຈຳນວນກວ່າ 120 ກິໂລກຣາມ ມູນຄ່າກວ່າ 36 ລ້ານບາດ ໂດຍໃຊ້ລົດກະບະ FORD ຮຸ່ນ RANGER […]

ນັກວິໄຈຈີນເລັງສ້າງ ‘ໄຕດິຈິຕ້ອນ’ ຍົກລະດັບການວິນິດໄສພະຍາດໄຕ

ປັກກິ່ງ 14 ມີ.ນ. — ຄະນະນັກວິໄຈຈາກມະຫາວິທະຍາໄລປັກກິ່ງເປີດຕົວໂຄງການສຶກສາພາບຖ່າຍຊີວໂມເລກຸລຂອງໄຕ ເພື່ອພັດທະນາ “ໄຕດິຈິຕ້ອນ” ຫຼື ແຜນທີ່ດິຈິຕ້ອນແບບຄົບວົງຈອນຂອງອະໄວຍະວະໄຕ ໂດຍໃຊ້ເຕັກໂນໂລຢີການຖ່າຍພາບຫຼາຍຮູບແບບຮ່ວມກັບອັລກໍລິທຶມປັນຍາປະດິດ ຫຼື ເອໄອ (AI) ເຊິ່ງຈະຊ່ວຍໃຫ້ສາມາດເຫັນກົນໄກຂອງພະຍາດໄຕຊັດເຈນຂຶ້ນ ປູທາງສູ່ການວິນິດໄສທີ່ແມ່ນຍຳຂຶ້ນ ການພັດທະນາຢາໃໝ່ ແລະ ການປິ່ນປົວທີ່ເຈາະຈົງຫຼາຍຂຶ້ນ ອາການທີ່ບໍ່ປະກົດເດັ່ນຊັດໃນການວິນິດໄສທາງຄລີນິກແລະຕົວບົ່ງຊີ້ທາງຊີວະພາບທີ່ມີບໍ່ພຽງພໍມັກສົ່ງຜົນໃຫ້ກວດພົບພະຍາດໄຕຊຳເຮື້ອຊ້າ ຜູ້ປ່ວຍສ່ວນຫຼາຍບໍ່ໄດ້ຮັບການວິນິດໄສຈົນກວ່າໄຕຈະເກີດຄວາມເສຍຫາຍຢ່າງມີນັຍສຳຄັນແລ້ວ ແລະ ອາການມັກປະກົດຂຶ້ນເມື່ອພະຍາດເຂົ້າສູ່ລະຍະຮຸນແຮງ ເຊິ່ງສະທ້ອນເຖິງຊ່ອງວ່າງທີ່ສຳຄັນຂອງຄວາມສາມາດໃນການວິນິດໄສພະຍາດຕັ້ງແຕ່ລະຍະເລີ່ມຕົ້ນ ແລະ ເພື່ອແກ້ໄຂບັນຫານີ້ ສູນການສ້າງພາບຊີວະການແພດແຫ່ງຊາດ (NBIC) ແລະ ໂຮງໝໍແຫ່ງທຳອິດຂອງມະຫາວິທະຍາໄລປັກກິ່ງ ຈຶ່ງຮ່ວມບຸກເບີກໂຄງການດັ່ງກ່າວເພື່ອພັດທະນາໄຕດິຈິຕ້ອນຜ່ານການຜະສານກອບວຽກທາງເຕັກນິກຈາກຫຼາກຫຼາຍສາຂາ   ສຳນັກຂ່າວຊິນຫົວ ລາຍງານວ່າ ແພລຕຟອມນີ້ຈະເອື້ອໃຫ້ສາມາດເຫັນໂຄງສ້າງຂອງໄຕໃນຫຼາຍລະດັບ ຕັ້ງແຕ່ລະດັບໂມເລກຸລ ປະຕິສຳພັນລະຫວ່າງເຊລ ໄປຈົນເຖິງການເຮັດວຽກຂອງອະໄວຍະວະທັງລະບົບ ຈຶ່ງສາມາດສ້າງຮູບແບບຄຳນວນສຳລັບອາຍຸລະສາດພະຍາດໄຕທີ່ແມ່ນຍຳໄດ້ ຄຸນສົມບັດທີ່ໂດດເດັ່ນທີ່ສຸດຂອງໄຕດິຈິຕ້ອນ ໄດ້ແກ່ ການຈຳລອງແບບໄດນາມິກ ການເຫັນແບບພາໂນລາມາ ແລະ ຄວາມສາມາດການສະແດງຜົນຫຼາຍມິຕິ ໂດຍໄຕດິຈິຕ້ອນສາມາດຖືໄດ້ວ່າເປັນ “ອະໄວຍະວະໂປ່ງໃສ” ທີ່ນຳສະເໜີຜ່ານພາບດິຈິຕ້ອນ ເຊິ່ງສາມາດແກ້ໄຂຂໍ້ຈຳກັດດ້ານຄວາມລະອຽດເຊິງພື້ນທີ່ແລະມິຕິຂອງຂໍ້ມູນທີ່ພົບໃນການກວດທາງພະຍາດວິທະຍາແບບດັ້ງເດີມໄດ້ ຊ່ວຍໃຫ້ສາມາດກວດສອບໂຄງສ້າງຂອງໄຕແບບລະອຽດທີລະຊັ້ນ ຈຳລອງການເຮັດວຽກຂອງໄຕໃນສະພາວະປົກກະຕິ ແລະ ກວດຫາສັນຍານຂອງພະຍາດໄຕໄດ້ຢ່າງແມ່ນຍຳ ຜູ້ຊ່ຽວຊານລະບຸວ່າໄຕດິຈິຕ້ອນສາມາດຊ່ວຍລະບຸຕຳແໜ່ງຂອງຮອຍໂລກໄດ້ຢ່າງແມ່ນຍຳ ພ້ອມສ້າງໂມເດລດິຈິຕ້ອນສະເພາະບຸກຄົນຜ່ານການຜະສານຂໍ້ມູນທາງການແພດຂອງຜູ້ປ່ວຍເຂົ້າໄປ ໂດຍເຕັກໂນໂລຢີນີ້ຊ່ວຍໃຫ້ສາມາດເລືອກແຜນການປິ່ນປົວທີ່ເໝາະສົມທີ່ສຸດໄດ້ […]

ມະຕິ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ສະບັບເລກທີ 03/ຄບສພ ນະຄອນຫຼວງວຽງຈັນ ວັນທີ 12 ມີນາ 2025

ສຶກສາຄົ້ນຄວ້າ “ມະຕິຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ສະບັບເລກທີ 03/ຄບສພ ນະຄອນຫຼວງວຽງຈັນ ວັນທີ 12 ມີນາ 2025”.   ຄະນະບໍລິຫານງານສູນກາງພັກ ຕົກລົງປັບປຸງການຈັດຕັ້ງດັ່ງນີ້:   1. ໂຮມກະຊວງແຜນການ ແລະ ການລົງທຶນ ເຂົ້າກັບ ກະຊວງການເງິນ ເອີ້ນຊື່ວ່າ “ກະຊວງການເງິນ”;   2. ໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບກະຊວງອຸດສາຫະກຳ ແລະ ການຄ້າ ເອີ້ນຊື່ວ່າ “ກະຊວງອຸດສາຫະກຳ ແລະ ການຄ້າ”;   3. ໂຮມກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ກະຊວງກະສີກຳ ແລະ ປ່າໄມ້ ເອີ້ນຊື່ວ່າ “ກະຊວງກະສີກຳ ແລະ ສິ່ງແວດລ້ອມ”;   4. ໂຮມກະຊວງ ພາຍໃນ ໄປຂຶ້ນກັບຄະນະຈັດຕັ້ງສູນກາງພັກ,ເອົາວຽກຄຸ້ມຄອງລັດຖະກອນ,ວຽກແຂ່ງຂັນຍ້ອງຍໍ ແລະ ວຽກອື່ນໆທີ່ສອດຄ່ອງກັບພາລະບົດບາດຂອງຄະນະຈັດຕັ້ງສູນກາງພັກ,ພ້ອມທັງຍົກຍ້າຍບຸກຄະລາກອນທີ່ເຮັດວຽກດັ່ງກ່າວໄປຂື້ນກັບຄະນະຈັດຕັ້ງສູນກາງພັກ,ໂອນວຽກປົກຄອງ,ວຽກແຜນທີ່, ວຽກຄຸ້ມຄອງມະຫາພາກດ້ານສາສະໜາ,ວຽກອື່ນໆພ້ອມທັງບຸກຄະລາກອນທີ່ເຮັດວຽກໃນຂົງເຂດດັ່ງກ່າວໄປຂື້ນກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ […]