ເປີດນຳໃຊ້ຢ່າງເປັນທາງການ ສະໜາມບິນສາກົນບໍ່ແກ້ວ

ສະໜາມບິນສາກົນບໍ່ແກ້ວໄດ້ເປີດບໍລິການ ຢ່າງເປັນທາງການແລ້ວໃນຕອນເຊົ້າຂອງວັນທີ 5 ກຸມພາ 2024 ນີ້ ພາຍຫຼັງລົງມືກໍ່ສ້າງເປັນເວລາ 3 ປີ ນັບແຕ່ປີ 2020 ດ້ວຍມູນຄ່າ 225 ລ້ານກວ່າໂດລາສະຫະລັດ, ຊຶ່ງສາມາດຮອງຮັບຜູ້ໂດຍສານໄດ້ 600 ກວ່າຄົນຕໍ່ວັນ ຖືເປັນສະໜາມບິນໃຫຍ່ອັນດັບທີ 3 ຂອງ ສປປ ລາວ ຮອງຈາກສະໜາມບິນສາກົນວັດໄຕ ແລະ ຫຼວງພະບາງ. ພິທີເປີດນໍາໃຊ້ສະຫນາມບິນສາກົນແຂວງບໍ່ແກ້ວໄດ້ຈັດຂຶ້ນຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາໃນເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ,ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ຈ່າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫລ່ຽມຄໍາ, ມີບັນດາຄະນະນໍາຂັ້ນສູງ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ໄດ້ວ່າ: ໂຄງກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ເປັນເປົ້າໝາຍຂອງການພັດທະນາໂຄງລ່າງພື້ນຖານພາຍໃນທ້ອງຖິ່ນ ແລະ […]

ເປີດເທສະການໝາກຂາມຫວານ ທີ່ເມືອງຊະນະຄາມ

ເທສະການໝາກຂາມຫວານ ຕິດພັນກັບການເປີດທ່ອງທ່ຽວລາວ 2024 ທີ່ເມືອງຊະນະຄາມ ໄດ້ໄຂຈັດຢ່າງເປັນທາງການ ໃນວັນ 3 ກຸມພາ 2024 ໂດຍມີ ທ່ານ ພອນແກ້ວ ຂຸນພົນ ຄະນະປະຈຳພັກແຂວງ, ຜູ້ຊີ້ນຳເມືອງຊະນະຄາມ, ທ່ານນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາການນຳແຂວງ, ການນຳເມືອງ, ພ້ອມແຂກຖືກເຊີນຈາກບັນດາແຂວງ,ເມືອງອ້ອມຂ້າງ, ນັກທຸລະກິດ-ຜູ້ປະກອບການຮ້ານຄ້າ ແລະ ກ້ອນກຳລັງມວນຊົນພາຍໃນເມືອງເຂົ້າຮ່ວມ. ທ່ານ ແກ້ວ ພິມມະວົງ ເຈົ້າເມືອງຊະນະຄາມ ໄດ້ໃຫ້ຮູ້ວ່າ: ການຈັດເທສະການໝາກຂາມຫວານ ທີ່ເມືອງຊະນະຄາມ ໄດ້ເລີ່ມມາແຕ່ ວັນທີ 27 ມັງກອນ ຫາ 4 ກຸມພາ 2024, ໃນປີນີ້ແມ່ນມີຄວາມພິເສດຫລາຍ ເພາະນອກຈາກເປັນການ ອະນຸລັກຮັກສາ ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງເຜົ່າຕ່າງໆແລ້ວ ຍັງເຕິດພັນກັບການສ້າງກິດຈະກຳຕ້ອນຮັບປີທ່ອງທ່ຽວລາວ2024 ອີກ. ເມືອງຊະນະຄາມເປັນເມືອງໜຶ່ງ ທີ່ມີຄວາມພົ້ນເດັ່ນໃນການຜະລິດເປັນສິນຄ້າ ໂດຍສະເພາະ ແມ່ນການປູກໝາກຂາມຫວານ ໄດ້ກາຍເປັນສິນຄ້າທີ່ເປັນເອກະລັກຂອງເມືອງຊະນະຄາມ […]

ສະພາບການ ສະໜອງນ້ຳມັນ ເຊື້ອໄຟ ພາຍໃນ ສປປ ລາວ

ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັດລາວ ໄດ້ປະສານຫາບັນດາບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ເລັ່ງຈັດຫານ້ຳມັນຈາກແຫຼ່ງຕ່າງໆ ຈາກປະເທດໃກ້ຄຽງ ເຂົ້າມາສະໜອງໃຫ້ສັງຄົມຢ່າງພຽງພໍ ຫຼັງຈາກແຫຼ່ງສະໜອງສຳຄັນ ໄດ້ມີການປິດບາງສາຍການຜະລິດຊົ່ວຄາວກະທັນຫັນ ເພື່ອປັບປຸງການຜະລິດ. ສະມາຄົມນໍ້າມັນເຊື້ອໄຟແລະ ອາຍແກັດລາວລາຍງານວ່າ: ສປປ ລາວ ມີການຊົມໃຊ້ນ້ຳມັນເຊື້ອໄຟ ທີ່ມີທ່າອ່ຽງເພີ່ມຂຶ້ນຕະຫຼອດໄລຍະຫຼາຍປີຜ່ານມາ ຕາມອັດຕາການຂະຫຍາຍຕົວຂອງເສດຖະກິດ, ໃນປີ 2023 ມີການນໍາເຂົ້ານ້ຳມັນທັງໝົດ 1.654 ລ້ານລິດ ໃນນີ້ເປັນ ນໍ້າມັນ ກາຊວນ 1.259 ລ້ານ ລິດ, ແອັດຊັງ ທໍາມະດາ ຈໍານວນ 365 ລ້ານລິດ ແລະ ນໍ້າມັນປະເພດອື່ນໆ. ສະເລ່ຍການຊົມໃຊ້ແມ່ນ 135 ຫາ 140 ລ້ານລິດ/ເດືອນ; ໃນນີ້ ນ້ຳມັນແອັດຊັງ30ລ້ານລິດ/ເດືອນ ຫຼື 1 ລ້ານລິດ/ມື້ ແລະ ນ້ຳມັນກາຊວນ 105 ລ້ານລິດ/ເດືອນຫລື 3,5 […]

ປັບປຸງຂັ້ນຕອນການອອກ ໃບອະນຸຍາດດໍາເນີນທຸລະກິດ

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມຄົບຄະນະປະສານງານປັບປຸງຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດ (ຄັ້ງທີ 4) ໃນວັນທີ 22 ມັງກອນ 2024 ໂດຍການເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ , ທັງເປັນ ຫົວໜ້າຄະນະປະສານງານ ກ່ຽວກັບການປັບປຸງການອອກໃບອະນຸຍາດດໍາເນີນທຸລະກິດ; ມີ ຮອງລັດຖະມົນຕີ, ບັນດາທ່ານຜູ້ຕາງໜ້າຈາກ ຫ້ອງການກະຊວງ ແລະ ບັນດາກົມທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດ ວຽກງານການປັບປຸງຂັ້ນຕອນ ອອກໃບອະນຸຍາດທຸລະກິດ ໃນປີ 2023 ແລະ ປຶກສາຫາລື ທິດທາງແຜນວຽກໃນຕໍ່ໜ້າ ໂດຍລົງເລິກແຜນແກ້ໄຂບັນຫາຂໍ້ຄົງຄ້າງ, ແຜນວຽກບູລິມະສິດ ແລະ ແນວທາງໃນການເຮັດວຽກຮ່ວມກັນໃນປີ 2024. ທ່ານ ນາງ ຈັນສຸກ ແສງຈັນ ກ່າວວ່າ: ໃນໄລຍະຜ່ານມາ ຂະແໜງການທີ່ກ່ຽວຂ້ອງ ມີຄວາມ ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການປັບປຸງຂັ້ນຕອນການອອກໃບອະນຸຍາດໃນຂະແໜງການຂອງຕົນ ເຊິ່ງເຫັນໄດ້ຄື ຫຼາຍຂະແໜງການໄດ້ມີການສະເໜີຕັດກິດຈະການຂອງຂະແໜງການຕົນອອກຈາກບັນຊີກິດຈະການຄວບຄຸມ, […]

ສະຫວັນນະເຂດ ເກັບລາຍຮັບໄດ້ລື່ນແຜນ 1.479,9 ຕື້ກວ່າກີບ

ປີ 2023 ພາສີປະຈຳແຂວງ ສະຫວັນນະເຂດ ເກັບລາຍຮັບເຂົ້າງົບປະມານໄດ້1.479,9ຕື້ກວ່າກີບ ລື່ນແຜນ 34,54% ທຽບໃສ່ສົກປີ 2022 ຜ່ານມາ ເພີ່ມຂຶ້ນ 27,45%. ສ່ວນແຜນການປີ2024 ແມ່ນ1.517ຕື້ກວ່າກີບ. ພາສີປະຈຳແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈຳປີ 2023 ແລະກຳນົດທິດທາງແຜນການປີ 2024 ຂຶ້ນໃນວັນທີ 17 ມັງກອນ 2024 ໂດຍການເປັນປະທານຂອງທ່ານ ພົມມະຈັກ ສີພັນດອນ ຫົວໜ້າພາສີປະຈຳແຂວງ ແລະທ່ານ ສົມຫວັງ ສົມຈິນດາ ຮອງຫົວໜ້າພາສີປະຈຳແຂວງ; ມີຄະນະນຳ ແລະພະນັກງານພາສີດ່ານພາສີສາກົນຂົວມິດຕະພາບ 2, ດ່ານພາສີສາກົນແດນສະຫວັນ, ດ່ານພາສີຊາຍແດນ, ຫ້ອງການພາສີປະຈຳເຂດເສດຖະກິດພິເສດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ພົມມະຈັກ ສີພັນດອນ ກ່າວວ່າ: ການຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບເຂົ້າງົບປະມານໃນປີ 2023 ຂອງຂະແໜງພາສີ ແມ່ນເປັນປີທີ່ພົບຄວາມຍຸ້ງຍາກຫຼາຍປະການ ໃນເງື່ອນໄຂສະພາບການຂອງພາກພື້ນ ແລະ ສາກົນທີ່ມີການຜັນແປໄປຢ່າງສັບສົນ ແລະຄາດເດົາໄດ້ຍາກ, ບັນຫາໄພເງິນເຟີ້, ສິນຄ້າລາຄາແພງ, ຄົນຫວ່າງງານ, ໄພທຳມະຊາດ ແລະບັນຫາອື່ນໆ […]

ຕັ້ງເປົ້າໝາຍສູ້ຊົນ 11 ຄາດໝາຍໃນຂະແໜງສາທາລະນະສຸກ ໃນປີ 2024

ໃນປີ 2024 ລັດຖະບານຕັ້ງເປົ້າໝາຍສູ້ຊົນ 11 ຄາດໝາຍໃນຂະແໜງສາທາລະນະສຸກ ໂດຍສູ້ຊົນອັດຕາຊົມໃຊ້ນໍ້າສະອາດ ໃຫ້ໄດ້ 94% ປະຊາກອນເປົ້າໝາຍ. ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຜ່ານມາວ່າ: ໃນແຜນພັດທະນາເສດຖະກິດ-ສັງຄົມ ໃນປີ 2024 ຄາດໝາຍຂົງເຂດວັດທະນະທຳ-ສັງຄົມ ສະເພາະແມ່ນ ວຽກງານສາທາລະນະສຸກ ໄດ້ຕັ້ງເປົ້າໝາຍສູ້ຊົນດັ່ງນີ້: 1) ອັດຕາສ່ວນເດັກນ້ອຍລຸ່ມ5ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານ ໃຫ້ຍັງຫຼືອ 16% ຂອງປະຊາກອນໃນເປົ້າໝາຍ; 2). ອັດຕາສ່ວນເດັກນ້ອຍ ລຸ່ມ 5 ປີ ທີ່ມີລວງສູງຕໍ່າກວ່າມາດຕະຖານ ໃຫ້ຍັງເຫຼືອ 28% ຂອງປະຊາກອນໃນເປົ້າໝາຍ; 3). ອັດຕາການຕາຍຂອງເດັກລຸ່ມ 1 ປີ ໃຫ້ຍັງເຫຼືອ 22/1.000 ເດັກເກີດມີຊີວິດ; 4). ອັດຕາການຕາຍຂອງເດັກລຸ່ມ 5 ປີ ໃຫ້ຍັງເຫຼືອ […]

ດວງລາຍວັນປະຈໍາພະຫັດ ທີ 11 ມັງກອນ 2023

ຄົນເກີດວັນອາທິດ:ການ​ງານ ເດີນທາງ​ໄກ​ຕິດ​ຕໍ່​ວຽກງານ​ກ່ຽວກັບ​ການ​ຄ້າ​ທີ່​ດິນ​ເຮັດໃຫ້​ຈະເລີນ​ຮຸ່ງ​ເຮືອງ ການ​ເງິນ ຈະ​ໄດ້​ເງິນ​ເພີ່ມ​ເຂົ້າ​ມາ​ຫຼາຍ​ຂຶ້ນ​ຢ່າງ​ຊັດເຈນ ຄວາມ​ຮັກ ມີ​ໂອ​ກາດ​ໄດ້​ພົບ​ຮັກ​ແບບບໍ່ທັນໄດ້ຕັ້ງໂຕ ເຄື່ອງມຸງຄຸນ​ ຫິນນໍາໂຊກສີແດງ ສີມຸງຄຸນ​ ສີນໍ້າຕານ ເລກ​ນຳ​ໂຊກ​ 4 ຄົນເກີດວັນຈັນ:ການ​ງານ ​ ໃຊ້​ເງິນ​ລົງ​ທຶນ​ເປັນ​ຈຳນວນ​ຫຼາຍ​ໃນ​ການເຮັດ​ທຸລະກິດ​ກໍ​ໄດ້​ຜົນ​ກຳ​ໄລ​ດີ ການ​ເງິນ ໄລຍະ​ນີ້​ໄດ້​ເງິນ​ເຂົ້າມາ​ກໍ​ຕ້ອງ​ຈ່າຍ​ອອກ​ໄປ​ຊົດ​ໃຊ້​ພາລະ​ໜີ້​ສິນ​ເກົ່າ ຄວາມ​ຮັກ ໄດ້​ພົບ​ຄົນທີ່​ມີ​ອາ​ຍຸ​ຫຼາຍກວ່າ​ລັກສະນະ​ຜິວ​ສອງ​ສີ ເຄື່ອງມຸງຄຸນ​ ແຫວນຄໍາ ສີມຸງຄຸນ ສີນໍ້າຕານ ເລກ​ນຳ​ໂຊກ​ 9 ຄົນເກີດວັນອັງຄານ:ການ​ງານ ໃຊ້​ຄວາມ​ສາມາດ​ພິເສດ​ໃນ​ການສ້າງ​ຜົນ​ງານ​ໄດ້​ໂດດ​ເດັ່ນ ການ​ເງິນ ຈະ​ໄດ້ຮັບ​ໂຊກ​ແບບ​ບໍ່​ຄາດ​ຝັນ ຄວາມ​ຮັກ ໝູ່ເພື່ອນ​ຈະ​ແນະ​ນຳ​ໃຫ້​ຮູ້​ຈັກ​ຄົນທີ່​ມີ​ສະເໜ່ເຂົ້າມາໃຫ້ຮູ້ຈັກ ເຄື່ອງມຸງຄຸນ​ ຄໍາຝຣັ່ງ ສີມຸງຄຸນ ສີບົວ ເລກ​ນຳ​ໂຊກ​ 7 ຄົນເກີດວັນພຸດ:ການ​ງານ ຢູ່ໃນໄລຍະການຜ່ານງານຕ້ອງລະວັງເລື່ອງຂອງເວລາອາດເຮັດໃຫ້ທ່ານເກີດມີບັນຫາ ການ​ເງິນ ​ສາມາດ​ຫາ​ເງິນ​ເຂົ້າ​ມາ​ເພີ່ມ​ຂຶ້ນ ແລະ ກໍຈ່າຍອອກໄປຫຼາຍເຊັ່ນກັນ ຄວາມ​ຮັກ ມີ​ໂອ​ກາດ​ທີ່​ຄົນ​ຮັກ​ເກົ່າ​ຈະ​ກັບ​ມາ​ຂໍ​ຄືນ​ດີ ເຄື່ອງມຸງຄຸນ​​ ເງິນ ສີມຸງຄຸນ ສີສົ້ມ ເລກ​ນຳ​ໂຊກ​ 2 ຄົນເກີດວັນພະຫັດ:ການ​ງານ ເຮັດ​ທຸລະກິດ​ຫຍັງ​ກໍ​ເປັນ​ເງິນ​ເປັນ​ຄຳ​ປະ​ສົບ​ຄວາມ​ສຳ​ເລັດ​ທຸກ​ຢ່າງ ການ​ເງິນ ຖ້າ​ໃຫ້​ໃຜ​ຢືມ​ເງິນ​ໃນ​ໄລຍະ​ນີ້​ຈະ​ບໍ່​ໄດ້​ຄືນ […]

ຊົມເຊີຍ ຮອງອະທິການບໍດີ ມວສ ໄດ້ຮັບນາມມະຍົດ ຈາກມະຫາວິທະຍາໄລແຫ່ງຊາດສິງກະໂປ

ມະຫາວິທະຍາໄລແຫ່ງຊາດສິງກະໂປ ປະເທດສິງກະໂປ ຈັດພິທີມອບຮັບນາມມະຍົດວິທະຍາຖານະທາງວິຊາການ ສາສະດາຈານພິເສດ “Visiting Professor” ຈາກມະຫາວິທະຍາໄລແຫ່ງຊາດສິງກະໂປໃຫ້ແກ່ທ່ານ ຮສ ດຣ ມາຍຟອງ ມາຍຊາຍ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ). ພິທີດັ່ງກ່າວຈັດຂຶ້ນ ໃນວັນທີ 8 ມັງກອນ 2024 ທີ່ໂຮງແຮມລາວພລາຊາ ມີອາດີດການນຳກະຊວງສາທາລະນະສຸກ ທ່ານ ສຈ ດຣ ທີໂອ ອິກອິງ ຄະນະບໍດີໂຮງຮຽນຊໍສະວີຮ໋ອກ ສາທາລະນະສຸກມະຫາວິທະຍາໄລແຫ່ງຊາດສິງກະໂປ ປະເທດສິງກະໂປ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ. ສໍາລັບ ການມອບ-ຮັບນາມມະຍົດວິທະຍາຖານະທາງວິຊາການ ສາສະດາຈານພິເສດ “Visiting Professor” ຈາກມະຫາວິທະຍາໄລແຫ່ງຊາດສິງກະໂປ ປະເທດສິງກະໂປ ໃຫ້ແກ່ທ່ານ ຮສ ດຣ ມາຍຟອງ ມາຍຊາຍ ເຊິ່ງຜ່ານມາທ່ານ ຮສ ດຣ ມາຍຟອງ ມາຍຊາຍ ກໍເຄີຍໄດ້ຮັບຕຳແໜ່ງວິທະຍາຖານະ ສາດສະດາຈານພິເສດຈາກມະຫາວິທະຍາໄລ ອ໋ອກຝອດ ປະເທດອັງກິດ ໃນເດືອນ […]

ດວງລາຍວັນປະຈໍາວັນຈັນ ທີ 08 ມັງກອນ 2023

ຄົນເກີດວັນອາທິດ:ການ​ງານ ຕັດ​ສິນ​ໃຈ​ເລີ່ມ​ເຮັດທຸລະກິດ​ໃໝ່​ໂດຍ​ບໍ່ທັນຕັ້ງໂຕ​ ການ​ເງິນ ຈະ​ພົບ​ຜູ້​ອຸປະຖຳ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກ ຄວາມ​ສຳພັນ​ລົງ​ຕົວ​ມີ​ຄວາມ​ສຸກໃນທຸກໆຢ່າງ ເຄື່ອງມຸງຄຸນ​ ແຫວນຄໍາ ສີມຸງຄຸນ​ ສີນໍ້າຕານ ເລກ​ນຳ​ໂຊກ​ 4 ຄົນເກີດວັນຈັນ:ການ​ງານ ​ ເຮັດ​ທຸລະກິດຈະການ​ຄ້າ​ເຄື່ອງ​ມື​ສື່​ສານ​ ຫລື​ ເຮັດ​ທຸລະກິດ​ດ້ານ​ການ​ຄ້າ​ອາຫານຈະໄດ້ຮັບ​ຜົນ​ກຳ​ໄລ​ດີ ການ​ເງິນ ຈະ​ພົບ​ເລື່ອງ​ຄຽດ​ກ່ອນ​ແລ້ວ​ຈະ​ໄດ້​ເງິນ​ເຂົ້າ​ມາ ຄວາມ​ຮັກ ຈະ​ພົບ​ຮັກ​ຈາກ​ການ​ຕິດ​ຕໍ່​ງານ ອາດເປັນຄົນທີ່ຮ່ວມໜ້າວຽກດຽວກັນ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີ​ດໍາ ເລກ​ນຳ​ໂຊກ​ 2 ຄົນເກີດວັນອັງຄານ:ການ​ງານ ເກີດ​ຄວາມ​ຜິດ​ພາດ​ແຕ່​ສາມາດ​ແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ໄດ້ ການ​ເງິນ ຜູ້ໃຫຍ່​ຈະ​ຄອຍ​ຖ້າ​ອຸປະຖຳ​ດ້ານ​ການ​ເງິນ ໃຫ້ທ່ານໄດ້ດີ ຄວາມ​ຮັກ ຈະ​ຕົກ​ຢູ່ໃນ​ສະຖານນະການ​ຮັກ​ຊ້ອນ ເຄື່ອງມຸງຄຸນ​ ແຫວນຄໍາ ສີມຸງຄຸນ ສີ​ນໍ້າຕານ ເລກ​ນຳ​ໂຊກ​ 6 ຄົນເກີດວັນພຸດ:ການ​ງານ ຈະ​ເຮັດ​ທຸລະກິດ​ງານ​ໃດ​ປະ​ສົບ​ຄວາມ​ກ້າວ​ໜ້າ ​ແລະ ​ສຳ​ເລັດ ການ​ເງິນ ຊ່ວງ​ນີ້​ຈະ​ມີ​ເງິນ​ເຫຼືອ​ເກັບ​ເພາະ​ຜູ້ໃຫຍ່​ອຸປະຖຳໃນທຸກໆດ້ານ ຄວາມ​ຮັກ​ ຈະ​ພົບ​ຄູ່​ແທ້​ຫລື​ຄູ່​ຄອງ​ທີ່​ດີເຂົ້າມາໃຫ້ຮູ້ຈັກກັນ ເຄື່ອງມຸງຄຸນ​​ ຄໍາ ສີມຸງຄຸນ ສີເຫຼືອງ ເລກ​ນຳ​ໂຊກ​ 2 […]

ດວງລາຍວັນປະຈໍາວັນເສົາ ທີ 30 ທັນວາ 2023

ຄົນເກີດວັນອາທິດ:ການ​ງານ ມີ​ໂອ​ກາດ​ຖືກ​ເອົາ​ປຽບ​ດ້ານ​ທຸລະກິດ ເພາະອາດແບ່ງສັດສ່ວນນັງບໍ່ລົງຕົວ ການ​ເງິນ ມັກ​ພົບ​ເລື່ອງ​ເສຍ​ເງິນ ແລະ ການໃຊ້ເງິນແບບບໍ່ຈໍາເປັນ ຄວາມ​ຮັກ ສຸກ​ສົມ​ຫວັງ​ດ້ານ​ຄວາມ​ຮັກ ແຕ່ຕ້ອງລະວັງຄວາມຫ່າງໄກກັນ ອາດເປັນເຫດ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ​ ສີນໍ້າຕານ ເລກ​ນຳ​ໂຊກ​ 8 ຄົນເກີດວັນຈັນ: ການ​ງານ ​ ປະ​ສົບ​ຄວາມ​ສຳ​ເລັດ​ດ້ານ​ການ​ຄ້າ​ໄດ້​ຜົນ​ກຳ​ໄລ​ດີ ການ​ເງິນ ​ໄລຍະ​ນີ້​ອາດ​ໝຸນ​ເງິນ​ບໍ່​ທັນ​ໃຊ້​ຈ່າຍ ຄວາມ​ຮັກ ທ່ານທັງສອງຄວນລະວັງຄໍາເວົ້າ ຄວນໃຫ້ກຽດກັນໃຫ້ຫຼາຍ ເຄື່ອງມຸງຄຸນ​ ຫິນນໍາໂຊກສີແດງ ສີມຸງຄຸນ ສີບົວ ເລກ​ນຳ​ໂຊກ​ 4 ຄົນເກີດວັນອັງຄານ: ການ​ງານ ການ​ເຈລະ​ຈາ​ກັບ​ຮຸ້ນ​ສ່ວນ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ​ ໂຊ​ກດີ​ຈະ​ໄດ້ຮັບ​ເງິນ​ກ້ອນ​ໃຫຍ່ເຂົ້າມາ ຄວາມ​ຮັກ ມີ​ຄວາມ​ສຸກ​ໃນ​ຊີວິດ​ຮັກແຕ່ຕອງລະວັງຄໍາເວົ້າ ​ເຄື່ອງມຸງຄຸນ​ ຄໍາຝຣັ່ງ ສີມຸງຄຸນ ສີເຫຼືອງ ເລກ​ນຳ​ໂຊກ​ 5 ຄົນເກີດວັນພຸດ: ການ​ງານ ເຮັດວຽກ​ເປັນ​ທີ່​ປຶກ​ສາ​ມີ​ໂອ​ກາດ​ກ້າວ​ໜ້າ ການ​ເງິນ ບໍລິວານ​ຈະ​ຊ່ວຍ​ເຫລືອ​ດ້ານ​ການ​ເງິນໄດ້ດີ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ໃນ​ສະຖານ​ທີ່​ທ່ອງທ່ຽວ ເຄື່ອງມຸງຄຸນ​​ ເພັດສີແດງ ສີມຸງຄຸນ […]