ເຮລິຄອບເຕີຕົກໃນນິວຢອກ ນັກທ່ອງທ່ຽວເສຍຊີວິດໝົດຄອບຄົວ
ເຫດການເຮລິຄອບເຕີຕົກລົງໄປໃນແມ່ນໍ້າຮັດສັນ ໃນເມືອງນິວຢອກ ໄດ້ຮັບການຢືນຢັນຈາກ ເອຣິກ ອາດໍາສ໌ ນາຍົກເທດສະບານຂອງເມືອງນິວຢອກແລ້ວວ່າມີຜູ້ເສຍຊີວິດທັງໝົດ 6 ຄົນ ເຊິ່ງເປັນຄອບຄົວນັກທ່ອງທ່ຽວຊາວສະເປນ ປະກອບດ້ວຍ ພໍ່, ແມ່, ແລະ ລູກອີກສາມຄົນ. ສ່ວນຜູ້ເສຍຊີວິດອີກໜຶ່ງຄົນແມ່ນນັກບິນ ເຊິ່ງທາງເຈົ້າໜ້າທີ່ຍັງບໍ່ເປີດເຜີຍຊື່ຂອງຜູ້ເສຍຊີວິດຈົນກວ່າຈະໄດ້ແຈ້ງໃຫ້ທາງຄອບຄົວຂອງຜູ້ເສຍຊີວິດຮັບຮູ້ກ່ອນ ພາບຈາກກ້ອງວິດີໂອທີ່ຖືກຖ່າຍໄວ້ໄດ້ຂະນະເຮລິຄອບເຕີຕົກ ສະແດງໃຫ້ເຫັນພາບເຮລິຄອບເຕີທີ່ບິນພິກດ້ານ ຮ່ວງລົງມາຈາກທ້ອງຟ້າລົງສູ່ແມ່ນໍ້າ ແລະ ມີຊິ້ນສ່ວນຂອງເຮລິຄອບເຕີກະຈາຍໄປທົ່ວ. ທາງເຈົ້າໜ້າທີ່ລະບຸວ່າເຮລິຄອບເຕີລໍາດັ່ງກ່າວໄດ້ສູນເສຍການຄວບຄຸມຫຼັງຈາກບິນຜ່ານຂົວ ຈອດ ວໍຊິງຕັນ ແລະ ກໍາລັງບິນໄປຕາມເສັ້ນທາງຮິມແມ່ນໍ້າ ທີມກູ້ໄພໄດ້ໄປຮອດຈຸດທີ່ເຮລິຄອບເຕີພາຍໃນເວລາບໍ່ເທົ່າໃດນາທີ ແລະ ພະຍາຍາມເຮັດທຸກວິທີທີ່ຈະຊ່ວຍເຫຼືອຜູ້ທີ່ຢູ່ທາງໃນເຮລິຄອບເຕີ ແຕ່ກໍ່ບໍ່ປະສົບຜົນສໍາເລັດ. ມີຜູ້ເສຍຊີວິດທັນທີ 4 ຄົນໃນທີ່ເກີດເຫດ ສ່ວນອີກ 2 ຄົນເສຍຊີວິດທີ່ໂຮງໝໍ ຈຸດທີ່ເຮລິຄອບເຕີຕົກລົງມາ ຢູ່ໃກ້ກັບແມນແຮັດຕັນຝັ່ງຕາເວັນຕົກ ເຊິ່ງເປັນຍ່ານທີ່ເຕັມໄປດ້ວຍຮ້ານຄ້າແລະຮ້ານອາຫານ ແລະ ຢູ່ບໍ່ໄກຈາກມະຫາວິທະຍາໄລນິວຢອກ ຈຶ່ງມີຄົນເຫັນເຫດການຂະນະເຮລິຄອບເຕີຕົກລົງມາຈໍານວນຫຼາຍ. ອົງການບໍລິຫານການບິນແຫ່ງຊາດຂອງສະຫະລັດອາເມລິກາ ຫຼື FAA ກໍາລັງເຮັດການສືບສວນຫາສາເຫດທີ່ເຮັດໃຫ້ເຮລິຄອບເຕີຕົກ. ເຮລິຄອບເຕີທີ່ຕົກແມ່ນເຮລິຄອບເຕີລຸ້ນ Bell […]
ພາລະກິດຄັ້ງທຳອິດຂອງໂລກ “ແມງສາບກູ້ໄພ” ຄົ້ນຫາຜູ້ລອດຊີວິດແຜ່ນດິນໄຫວມຽນມາ

ໜ່ວຍງານຄວາມໝັ້ນຄົງດ້ານວິທະຍາສາດ ແລະ ເທັກໂນໂລຊີແຫ່ງຊາດ ຫຼື Home Team Science and Technology Agency (HTX) ຮ່ວມກັບມະຫາວິທະຍາໄລເທັກໂນໂລຊີນັນຢາງແຫ່ງສິງກະໂປ ແລະ ບໍລິສັດດ້ານວິສະວະກຳ Klass Engineering and Solutions ຮ່ວມກັນພັດທະນາ “ແມງສາບໄຊບ໋ອກກູ້ໄພ” ໂດຍໃຊ້ເທັກໂນໂລຊີໃນການຄວບຄຸມການເຄື່ອນໄຫວດ້ວຍກະແສໄຟຟ້າອ່ອນໆ ຜ່ານອຸປະກອນອີເລັກໂທຣນິກ ແຜ່ນຊິບຂະໜາດເທົ່າຫົວໂປ້ມື ແລະ ກ້ອງອິນຟາເຣດຈະຖືກຕິດຕັ້ງບົນຫຼັງຂອງແມງສາບສາຍພັນ “ມາດາກັສກາ” ຊຶ່ງກ່ອນໜ້ານີ້ສາມາດຄວບຄຸມແມງສາບໄດ້ຄັ້ງລະ 1 ໂຕ ແຕ່ການປະຕິບັດພາລະກິດກູ້ໄພຈາກແຜ່ນດິນໄຫວຈຳເປັນຕ້ອງໃຊ້ການຄວບຄຸມເປັນກຸ່ມເພື່ອເພີ່ມຄວາມວ່ອງໄວ ແລະ ປະສິດທິພາບໃນການຄົ້ນຫາ ແລະ ສຳຫຼວດພື້ນທີ່ ລວມເຖິງລະບຸຕຳແໜ່ງຂອງຜູ້ລອດຊີວິດ ເຮັດໃຫ້ມີການພັດທະນາເທັກໂນໂລຊີສຳລັບຄວບຄຸມການເຄື່ອນໄຫວຂອງແມງສາບເພີ່ມຂຶ້ນ ຈົນສາມາດຄວບຄຸມໄດ້ເຖິງ 20 ໂຕ, ໃນເວລາດຽວກັນ ນອກຈາກນີ້ແມງສາບບາງໂຕຍັງສາມາດຊ່ວຍພິກໂຕໝູ່ໃນກຸ່ມຫາກພວກມັນຢູ່ໃນສະຖານະການຫງາຍຫຼັງຈົນບໍ່ສາມາດເຮັດຫຍັງໄດ້ ສຳລັບພາລະກິດກູ້ໄພໃນຄັ້ງນີ້ ໜ່ວຍປະຕິບັດການໄລອອນຮາດຂອງກອງກຳລັງປ້ອງກັນພົນລະເຮືອນສິງກະໂປ (SCDF) ໄດ້ລະດົມກຳລັງພົນ ຈຳນວນ 80 ນາຍ ພ້ອມໝາຄົ້ນຫາອີກ 4 […]
ຫຼັງຄາໄນຕ໌ຄລັບຖະຫຼົ່ມທີ່ລັດໂດມິນິກັນ, ຍອດເສຍຊີວິດເກືອບ 100 ຄົນ

ຫຼັງຄາໄນຕ໌ຄລັບໂດມິນິກັນຖະຫຼົ່ມ, ພາກຊີວິດນັກຮ້ອງດັງ – ນັກທ່ອງທ່ຽວ, ເສຍຊີວິດແລ້ວເກືອບ 100 ຄົນ, ເລັ່ງຄົ້ນຫາຜູ້ຕິດຢູ່ໃນຊາກ ສຳນັກຂ່າວຕ່າງປະເທດ ລາຍງານເຫດການສະເທືອນຂວັນ ຫຼັງຈາກທີ່ຫຼັງຄາຂອງໄນທ໌ຄລັບແຫ່ງໜຶ່ງໃນໂຕໂດມິງໂກ ເມືອງຫຼວງຂອງສາທາລະນະລັດໂດມິນິກັນ ຖະຫຼົ່ມລົງມາ ເມື່ອວັນທີ 8 ເມສາ ຫຼ້າສຸດມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 98 ຄົນ ແລະ ບາດເຈັບກວ່າ 150 ຄົນ ໜ້າເສົ້າ ໜຶ່ງໃນຜູ້ເສຍຊີວິດມີ ຣັບບີ້ ເປເຣຊ ນັກຮ້ອງເມເຣເກ້ ແລະ ນາຍອອກຕາວິໂອ ໂດເທລ ຜູ້ວ່າການແຂວງ ແລະ ອະດີດນັກເບສບອລ ເມເຈີລີກຢ່າງ Octavio Dotel ອາຍຸ 51 ປີ ເສຍຊີວິດລະຫວ່າງທາງໄປໂຮງໝໍ ຫຼັງຈາກຖືກດຶງອອກມາຈາກຊາກຫັກພັງ ຕາມລາຍງານເຜີຍວ່າ ເຫດການດັ່ງກ່າວເກີດຂຶ້ນເມື່ອຊ່ວງເຊົ້າຂອງວັນອັງຄານ ຕາມເວລາທ້ອງຖິ່ນທີ່ຜ່ານມາ ໃນລະຫວ່າງການສະແດງຄອນເສີດຂອງເປເຣຊ ນັກຮ້ອງເມີເຣງເກ້ຄົນດັງຊາວໂດມິນິກັນ ຊຶ່ງເສຍຊີວິດໃນທີ່ເກີດເຫດດ້ວຍຈາກຄຳຢືນຢັນຂອງຜູ້ຈັດການ ແລະ ຄອບຄົວຂອງລາວ […]
ການຟື້ນຄືນຊີບໝາປ່າໄດຣ໌ວູລຟ໌ທີ່ສູນພັນໄປແລ້ວກວ່າ 10,000 ປີ

ສະຫະລັດອາເມລິກາ 9 ເມສາ – ບໍລິສັດເຕັກໂນໂລຢີ ຊີວະພາບໃນສະຫະລັດອະເມລິກາອ້າງວ່າປະສົບຜົນສຳເລັດໃນການຟື້ນຄືນຊີບ ‘ໝາປ່າໄດຣ໌ວູລຟ໌’ (Dire Wolves) ໝາປ່າສາຍພັນໜຶ່ງຊຶ່ງສູນພັນໄປແລ້ວຕັ້ງແຕ່ເມື່ອ 12,500 ປີກ່ອນ ໂຄລອສຊອລ ໄບໂອໄຊແອນເຊສ (Colossal Biosciences) ບໍລິສັດດ້ານເຕັກໂນໂລຊີຊີວະພາບໃນສະຫະລັດອ້າງວ່າບໍລິສັດຯ ສາມາດຄືນຊີບ ‘ໝາປ່າໄດຣ໌ວູລຟ໌’ (Dire Wolves) ໝາປ່າສາຍພັນໜຶ່ງຊຶ່ງສູນພັນໄປແລ້ວຕັ້ງແຕ່ເມື່ອ 10,000 ປີກ່ອນ ໃຫ້ກັບມາມີຊີວິດອີກຄັ້ງ ໂດຍໝາປ່າທີ່ຜ່ານການດັດແປງພັນທຸກຳ 3 ໂຕ ກຳລັງເຕີບໃຫຍ່ໃນສະຖານທີ່ປອດໄພທີ່ບໍ່ເປີດເຜີຍໃນສະຫະລັດ ໂດຍນັກວິທະຍາສາດຂອງ ໂຄລອສຊອລ ໄບໂອໄຊແອນເຊສ ໄດ້ຮຽນຮູ້ກ່ຽວກັບລັກສະນະສະເພາະທີ່ໝາປ່າໄດຣ໌ວູລຟ໌ ໂດຍກວດສອບດີເອັນເອໂບຮານຈາກຟອສຊິລ ແລະ ສຶກສາແຂ້ວໝາປ່າໄດຣ໌ວູລຟ໌ອາຍຸ 13,000 ປີ ທີ່ຂຸດພົບໃນລັດໂອໄຮໂອຂອງສະຫະລັດ ແລະ ຊິ້ນສ່ວນກະດູກຫູຊັ້ນໃນຂອງໝາປ່າອາຍຸ 72,000 ປີ ທີ່ພົບໃນລັດໄອດາໂຮເຊັ່ນກັນ ຊຶ່ງທັງສອງຊິ້ນຖືກເກັບຮັກສາໄວ້ທີ່ພິພິທະພັນປະຫວັດສາດທຳມະຊາດ ຈາກນັ້ນ ນັກວິທະຍາສາດໄດ້ນຳເຊວເມັດເລືອດຈາກໝາປ່າສີເທົາທີ່ຍັງມີຊີວິດ ມາຜ່ານຂະບວນການ ຊີອາຣ໌ໄອເອສພີອາຣ໌ (CRISPR) ເພື່ອດັດແປງພັນທຸກຳໃນ […]
ພູເຂົາໄຟ ຟີລິບປີນປະທຸພົ່ນເຖົ່າຖ່ານສູງເຖິງ 4,000 ແມັດ

ພູເຂົາໄຟຄັນລາອອນ ປະທຸເມື່ອເຊົ້າວັນອັງຄານ ປ່ອຍເຖົ່າຖ່ານພຸ່ງຂຶ້ນສູ່ທ້ອງຟ້າສູງເຖິງ 4,000 ແມັດ ພູເຂົາໄຟຄັນລາອອນ ເຊິ່ງຕັ້ງຢູ່ເທິງເກາະເນກຣອສ ທາງຕອນກາງຂອງປະເທດຟີລິບປິນ ໄດ້ເກີດການປະທຸຄັ້ງໃຫຍ່ໃນຊ່ວງເຊົ້າຂອງວັນອັງຄານ ໂດຍພົ່ນເຖົ່າຖ່ານ ແລະ ຄວັນໜາທຶບພຸ່ງຂຶ້ນສູ່ຊັ້ນບັນຍາກາດສູງເຖິງ 4,000 ແມັດ ຫຼື ປະມານ 2.4 ໄມລ໌ ເຖິງຈະຍັງບໍ່ມີລາຍງານຜູ້ບາດເຈັບ ຫຼື ເສຍຊີວິດຈາກເຫດລະເບີດໃນຄັ້ງນີ້ ແຕ່ເຫດການໄດ້ສ້າງຄວາມກັງວົນດ້ານສຸຂະພາບແກ່ປະຊາຊົນພື້ນທີ່ໂດຍຮອບ ເນື່ອງຈາກເຖົ່າຖ່ານຈາກພູເຂົາໄຟໄດ້ຕົກລົງສູ່ໝູ່ບ້ານໃກ້ຄຽງ ຂະນະນີ້ພູເຂົາໄຟຄັນລາອອນໄດ້ຖືກຍົກລະດັບການເຕືອນໄພຂຶ້ນເປັນລະດັບ 3 ຈາກທັງໝົດ 5 ລະດັບ ໂດຍລະດັບ 5 ຖືເປັນລະດັບສູງສຸດ ເຊິ່ງໝາຍເຖິງການລະເບີດຄັ້ງໃຫຍ່ທີ່ອາດເກີດຂຶ້ນຢ່າງຕໍ່ເນື່ອງແລະຮຸນແຮງ ພູເຂົາໄຟລູກນີ້ມີຄວາມສູງ 2,435 ແມັດ ແລະ ຈັດຢູ່ໃນກຸ່ມພູເຂົາໄຟທີ່ຍັງຄຸກຮຸ່ນຢູ່ຈຳນວນ 24 ລູກທົ່ວປະເທດຟີລິບປິນ ໂດຍກ່ອນໜ້ານີ້ມັນເຄີຍປະທຸເມື່ອເດືອນຕຸລາທີ່ຜ່ານມາ ເຊິ່ງໃນຄັ້ງນັ້ນເຮັດໃຫ້ຊາວບ້ານຫຼາຍຮ້ອຍຄົນຕ້ອງອົບພະຍົບໄປຍັງສູນພັກພິງສຸກເສີນ ຟີລິບປິນຕັ້ງຢູ່ໃນບໍລິເວນທີ່ຮຽກວ່າ “ວົງແຫວນແຫ່ງໄຟແປຊິຟິກ” ເຊິ່ງເປັນພູມິພາກທີ່ມີແນວໂນ້ມເກີດແຜ່ນດິນໄຫວ ແລະ ການລະເບີດຂອງພູເຂົາໄຟບ່ອຍຄັ້ງ ນອກຈາກນີ້, ປະເທດຍັງປະເຊີນກັບພາຍຸ ແລະ […]
ໄຟໄໝ້ໂຮງງານຣີໄຊເຄິນຂະໜາດໃຫຍ່ໃນກຸງປາຣີສ

ເມື່ອວັນທີ 8 ເມສາ ເກີດເຫດໄຟໄໝ້ຄັ້ງໃຫຍ່ທີ່ໂຮງງານຣີໄຊເຄິນ Syctom ໃນເຂດທີ 17 ຂອງກຸງປາຣີສ ປະເທດຝຣັ່ງ ໂດຍແປວໄຟ ແລະ ກຸ່ມຄວັນດຳໜາທຶບລອຍປົກຄຸມທົ່ວເມືອງ ສົ່ງຜົນໃຫ້ທາງການຕ້ອງແນະນຳໃຫ້ປະຊາຊົນຫຼີກລ່ຽງພື້ນທີ່ ໄຟໄໝ້ເກີດຂຶ້ນໃກ້ອາຄານສານຍຸຕິທຳແຫ່ງໃໝ່ຂອງກຸງປາຣີສ ເຊິ່ງອອກແບບໂດຍ ເຣນໂຊ ປຽໂນ (Renzo Piano) ສະຖາປະນິກຊື່ດັງຊາວອິຕາລຽນ ໂດຍອາຄານຫຼັກຂອງສານເປັນຕຶກແກ້ວສູງທີ່ເປີດໃຊ້ງານຕັ້ງແຕ່ປີ 2018 ເຈົ້າໜ້າທີ່ດັບເພີງກວ່າ 200 ນາຍ ພ້ອມລົດດັບເພີງປະມານ 60 ຄັນຖືກສົ່ງເຂົ້າຄວບຄຸມສະຖານະການ ຂະນະທີ່ຖະໜົນວົງແຫວນອ້ອມເມືອງບາງສ່ວນຕ້ອງປິດເພື່ອໃຫ້ລົດສຸກເສີນເຂົ້າເຖິງຈຸດເກີດເຫດໄດ້ສະດວກ ໂຊກດີທີ່ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ
ເຮລິຄອບເຕີພະຍາບານຍີ່ປຸ່ນ ຕົກໃນທະເລ ດັບ 3 ສົບ ຊ່ວຍໄດ້ 3 ຄົນ

ເຮລິຄອບເຕີພະຍາບານຂອງຍີ່ປຸ່ນຕົກໃນທະເລທາງຕາເວັນຕົກສຽງໃຕ້ຂອງປະເທດ ເຮັດໃຫ້ມີຜູ້ເສຍຊີວິດ 3 ສົບ ຄົນໄຂ້ທີ່ເດີນທາງໄປນຳກໍບໍ່ລອດຊີວິດ ສຳນັກຂ່າວຕ່າງປະເທດລາຍງານວ່າ ເຮລິຄອບເຕີຂົນສົ່ງທາງການແພດລຳໜຶ່ງ ເຊິ່ງກຳລັງພາຄົນເຈັບ 1 ຄົນໄປໂຮງໝໍ ຕົກໃນທະເລທາງຕາເວັນຕົກສຽງໃຕ້ຂອງປະເທດຍີ່ປຸ່ນ ເມື່ອວັນອາທິດທີ 6 ເມສາ 2025 ທີ່ຜ່ານມາ ສົ່ງຜົນໃຫ້ຜູ້ທີ່ຢູ່ເທິງເຄື່ອງເສຍຊີວິດ 3 ສົບ ຂະນະທີ່ອີກ 3 ຄົນໄດ້ຮັບຄວາມຊ່ວຍເຫຼືອ ເຮລິຄອບເຕີພະຍາບານຈົມຢູ່ໃຕ້ຜິວທະເລ (ພາບຈາກ AP / THE 7TH REGIONAL JAPAN COAST GUARD HEADQUARTERS) ໜ່ວຍຍາມຝັ່ງສົ່ງເຄື່ອງບິນ 2 ລຳກັບເຮືອອີກ 3 ລຳອອກປະຕິບັດພາລະກິດຄົ້ນຫາ ແລະ ສາມາດຊ່ວຍເຫຼືອ ທ່ານຮິໂຣຊິ ຮາມາດະ ນັກບິນອາຍຸ 66 ປີ, ທ່ານຄາຊຸໂຕະ ໂນຊິທາເກະ ຊ່າງເຄື່ອງ ແລະ ນ.ສ.ຊາກຸລະ ຄຸນິທາເກະ ພະຍາບານຍິງໄວ […]
ປະທ້ວງຕໍ່ຕ້ານ “ທຣໍາ” ທົ່ວສະຫະລັດອາເມລິກາ ຄາດວ່າຈະມີຜູ້ເຂົ້າຮ່ວມກວ່າ 20,000 ຄົນ

ຜູ້ປະທ້ວງຫຼາຍພັນຄົນຮວມຕົວກັນໃນນະຄອນວໍຊິງຕັນ ດີ.ຊີ. ແລະ ເມືອງຕ່າງໆທົ່ວສະຫະລັດອາເມລິກາໃນວັນເສົາທີ່ຜ່ານມາ (5 ເມສາ) ໂດຍເປັນສ່ວນໜຶ່ງຂອງການປະທ້ວງກວ່າ 1,200 ຄັ້ງ ທີ່ຄາດວ່າຈະເປັນການປະທ້ວງໃນໜຶ່ງວັນທີ່ໃຫຍ່ທີ່ສຸດຕໍ່ຕ້ານປະທານາທິບໍດີໂດນັລ ທຣໍາ ແລະ ເພື່ອນຮ່ວມອຸດົມການຢ່າງ ອີລອນ ມັສກ໌ ນັບຕັ້ງແຕ່ພວກເຂົາເລີ່ມດຳເນີນການຢ່າງວ່ອງໄວເພື່ອປະຕິຮູບລັດຖະບານ ແລະ ຂະຫຍາຍອຳນາດຂອງປະທານາທິບໍດີ. ຜູ້ປະທ້ວງຈຳນວນຫຼາຍຫຼັ່ງໄຫຼມາຍັງພື້ນທີ່ຫຍ້າທີ່ລ້ອມຮອບອະນຸສາວະລີວໍຊິງຕັນພາຍໃຕ້ທ້ອງຟ້າທີ່ມືດຄຶ້ມ ແລະ ຝົນຕົກ. ຜູ້ຈັດງານກ່າວກັບສຳນັກຂ່າວຮອຍເຕີສວ່າຄາດວ່າຈະມີຜູ້ເຂົ້າຮ່ວມການຊຸມນຸມທີ່ມອນແຫ່ງຊາດຫຼາຍກວ່າ 20,000 ຄົນ ໂດຍຜູ້ຄົນຮອບໆອະນຸສາວະລີເລີ່ມຮວມຕົວກັນຫຼາຍຂຶ້ນຕະຫຼອດໝົດມື້. ບາງຄົນຖືທຸງຢູເຄຣນ, ບາງຄົນສວມຜ້າຄຸມຄາຟິຢະຫ໌ຂອງປາເລສໄຕນ໌ ແລະ ຖືປ້າຍ ‘Free Palestine’ ໃນຂະນະທີ່ສະມາຊິກພັກເດໂມແຄຣດຈາກສະພາຜູ້ແທນລາສະດອນສະຫະລັດອາເມລິກາ ວິຈານນະໂຍບາຍຂອງທຣໍາເທິງເວທີ. ກຸ່ມນັກກິດຈະກຳປະມານ 150 ກຸ່ມໄດ້ລົງທະບຽນເຂົ້າຮ່ວມການປະທ້ວງ ຕາມຂໍ້ມູນຈາກເວັບໄຊຂອງງານ. ການປະທ້ວງຈັດຂຶ້ນໃນ 50 ລັດທົ່ວສະຫະລັດອາເມລິກາ, ລວມເຖິງໃນແຄນາດາ ແລະ ເມັກຊິໂກ. ຫຼາຍຊົ່ວໂມງກ່ອນທີ່ການປະທ້ວງໃນສະຫະລັດອາເມລິກາຈະເລີ່ມຂຶ້ນ, ຊາວອາເມລິກັນທີ່ຕໍ່ຕ້ານທຣໍາຫຼາຍຮ້ອຍຄົນໃນຢູໂຣບໄດ້ຮ່ວມການປະທ້ວງເພື່ອຕໍ່ຕ້ານຜູ້ນຳສະຫະລັດອາເມລິກາ. ນອກເໜືອຈາກໃນນະຄອນປາຣີຂອງຝຣັ່ງແລ້ວ, ຍັງຈັດຂຶ້ນໃນນະຄອນເບີລິນ ແລະ […]
ພາຍຸ-ນ້ຳຖ້ວມຮຸນແຮງໃນສະຫະລັດອາເມລິກາ ເສຍຊີວິດແລ້ວ 16 ຄົນ

ພາຍຸທີ່ພັດຜ່ານພື້ນທີ່ຕັ້ງແຕ່ລັດອາກັນຊໍ ໄປຈົນເຖິງລັດໂອໄຮໂອໃນສະຫະລັດອາເມລິກາ ໄດ້ສ້າງຄວາມເສຍຫາຍໃຫ້ອາຄານຫຼາຍແຫ່ງ, ເກີດນ້ຳຖ້ວມເທິງຖະໜົນ, ແລະ ເຮັດໃຫ້ເກີດພາຍຸທໍນາໂດຫຼາຍສິບລູກ ໃນຊ່ວງບໍ່ເທົ່າໃດວັນທີ່ຜ່ານມາ. ໂດຍລັດທີ່ໄດ້ຮັບຄວາມເສຍຫາຍຫຼາຍທີ່ສຸດຄືລັດເທເນສຊີ, ຊຶ່ງເຈົ້າໜ້າທີ່ລາຍງານວ່າ ມີປະຊາຊົນເສຍຊີວິດໃນລັດເທເນສຊີ 10 ຄົນ ແລະ ມີຄົນເສຍຊີວິດອີກ 2 ຄົນ ຈາກນ້ຳຖ້ວມໃນລັດເຄນຕັກກີ. ໃນຈຳນວນນີ້ເປັນເດັກຄົນໜຶ່ງທີ່ຖືກນ້ຳຖ້ວມພັດໄຫຼໄປຕາມກະແສນ້ຳ ແລະ ຍັງມີຜູ້ເສຍຊີວິດໃນລັດອື່ນໆ ລວມແລ້ວທັງໝົດ 16 ຄົນ. ຄວາມເສຍຫາຍທີ່ເກີດຂຶ້ນໃນຫຼາຍໆລັດ ຈາກພາຍຸ ແລະ ນ້ຳຖ້ວມໄດ້ຂະຫຍາຍວົງກວ້າງ, ບໍ່ວ່າຈະເປັນເຮືອນຊານຂອງປະຊາຊົນທີ່ພັງເສຍຫາຍ, ຕົ້ນໄມ້ທີ່ຫັກໂຄ່ນລົງມາ, ເສົາໄຟຟ້າທີ່ລົ້ມລົງ, ແລະລົດຍົນທີ່ຖືກພາຍຸພັດຈົນລົດພິກຄວ່ຳ. ຊຶ່ງທາງກົມອຸຕຸນິຍົມວິທະຍາຂອງສະຫະລັດອາເມລິກາ ທີ່ດູແລພື້ນທີ່ພາກກາງຝັ່ງຕາເວັນອອກ ໄດ້ອອກຄຳເຕືອນວ່າອາດຈະເກີດນ້ຳຖ້ວມສັບພະລັນໃນຫຼາຍພື້ນທີ່, ຊຶ່ງເປັນໄພຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ. ໂດຍຂະນະນີ້, ໃນຫຼາຍພື້ນທີ່ມີນ້ຳຖ້ວມສູງທຳລາຍສະຖິຕິ. ທາງການຂໍໃຫ້ປະຊາຊົນໃນພື້ນທີ່ທີ່ເກີດນ້ຳຖ້ວມງົດການເດີນທາງໃນຊ່ວງນີ້ ແລະ ຫາກພົບຖະໜົນທີ່ມີນ້ຳຖ້ວມ, ຢ່າພະຍາຍາມຂັບລົດຝ່ານ້ຳຖ້ວມ ເພາະອາດເຮັດໃຫ້ລົດດັບ ແລະ ເປັນອັນຕະລາຍໄດ້. ພາຍຸ […]
ສານລັດຖະທຳມະນູນເກົາຫຼີໃຕ້ ຕັດສິນປົດ “ຢຸນ ຊັອກຢອລ” ຈາກປະທານາທິບໍດີເກົາຫຼີໃຕ້

ສານລັດຖະທຳມະນູນເກົາຫຼີໃຕ້ ຕັດສິນວ່າ ຖອດຖອນ ຢຸນ ຊັອກຢອລ ຈາກປະທານາທິບໍດີເກົາຫຼີໃຕ້ ກໍລະນີການປະກາດກົດໄອຍະການເສິກເມື່ອປາຍປີ 2024 ຈົນເຮັດໃຫ້ເກົາຫຼີໃຕ້ຈົມດິ່ງສູ່ວິກິດການທາງການເມືອງ ຢຸນ ຊອກ-ຢອລ ອະດີດປະທານາທິບໍດີເກົາຫຼີໃຕ້ ຄຳພິຈາລະນາໂດຍສັງເຂບຂອງສານຯ ມີດັ່ງນີ້: ຢຸນ ບໍ່ໄດ້ດຳເນີນຕາມຂະບວນການທີ່ຖືກຕ້ອງ ຢຸນ ໃຊ້ອຳນາດປະກາດພາວະສຸກເສີນລະດັບປະເທດໂດຍບໍ່ຖືກຕ້ອງ ຢຸນ ສັ່ງໃຫ້ກອງທັບດຳເນີນການປະເຊີນໜ້າກັບຜູ້ທີ່ຕົນເອງມີໜ້າທີ່ຕ້ອງພິທັກຮັກສາ ຖືວ່າເປັນການເຮັດໜ້າທີ່ໂດຍບໍ່ຖືກຕ້ອງ ກົດໄອຍະການເສິກຂອງຢຸນ ທຳລາຍສິດທາງການເມືອງຂອງປະຊາຊົນ ແລະ ລະເມີດກົດໝາຍແລະປະຊາທິປະໄຕ ຜົນຈາກສານລັດຖະທຳມະນູນມີມະຕິເອກະສັນຖອດຖອນ “ຢຸນ ຊັອກ ຢອລ” ຈາກປະທານາທິບໍດີ ປະກາດກົດໄອຍະການເສິກ ເຮັດໃຫ້ລາວພົ້ນອຳນາດທັນທີ ແລະ ເກົາຫຼີໃຕ້ຕ້ອງຈັດເລືອກຕັ້ງໃໝ່ໃນ 60 ວັນ ການຖອດຖອນຢຸນ ເຮັດໃຫ້ລາວຖືເປັນປະທານາທິບໍດີຄົນທີ 2 ທີ່ຖືກຖອດຖອນ ຫຼັງຈາກປາຣ໌ກ ກຶນຮເຢ ໃນປີ 2016 ຄຳຕັດສິນນີ້ຖືກຈັບຕາຈາກປະຊາຊົນເກົາຫຼີໃຕ້ທັງປະເທດ ມີຜູ້ສະໜັບສະໜູນ ແລະ ຕໍ່ຕ້ານ ຢຸນ […]