ລາຄານໍ້າມັນລົງ

ກະຊວງອຸດສາຫະກໍາ ແລະ ການຄ້າ ຈະປັບລາຄານ້ຳມັນເຊື້ອໄຟທຸກປະເພດລົງ ເລີ່ມປະຕິບັດ 06:00 ໂມງຂອງວັນທີ 29 ກຸມພາ 2024 ນີ້. ທີ່ມາ VientianeTimes
ຈັບຊາຍສັນຊາດຈີນ ພ້ອມຂອງກາງຢາເສບຕິດຫຼາຍລາຍການ

ເຈົ້າໜ້າທີ່ ປກສ ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ກັກຕົວ ທ້າວ ຈ້າວຢຸ່ນຊ່ານ ອາຍຸ 36 ປີ, ເຊື້ອຊາດຈີນ, ສັນຊາດຈີນ ຊຶ່ງປະຈຸບັນ ຢູ່ບ້ານ ຫ່າງປ້າງ ເມືອງ ມົງໂປຊຽນ ແຂວງ ເມິງໂປ ປະເທດມຽນມາ ພ້ອມຂອງກາງຢາເສບຕິດຫຼາຍລາຍການ ເຊັ່ນ: ຢາບ້າຈຳນວນ 103 ເມັດ, ຢາເຄຕາມິນຈຳນວນ 1 ຖົງໃຫຍ່ ແລະ 1 ຖົງນ້ອຍ, ຢາອີ ຈຳນວນ 52 ເມັດ, ຂາຄູ່ຈຳນວນ 94 ຖົງໃຫຍ່ ແລະ 298 ຖົງນ້ອຍ, ແປ້ງຝຸ່ນ ຈຳນວນ 6 ຖົງນ້ອຍ, ຄໍລາເຈັນ ຈຳນວນ 29 ຊອງ, ຢາເມັດສີສົ້ມ ຈໍານວນ 23 ເມັດ ແລະ […]
ເມືອງປາກງື່ມກວດພົບສາວບໍລິການ ອາຍຸຕ່ຳກວ່າ 18 ປີ 4 ຄົນ

ເມື່ອມໍ່ໆມານີ້, ເຈົ້າໜ້າທີ່ ປກສ ກຸ່ມບ້ານ ແລະ ອຳນາດການປົກຄອງບ້ານ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ກວດພົບຮ້ານກິນດີ່ມ-ບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານເກມອອນລາຍ ທົ່ວເມືອງປາກງື່ມມີຮ້ານກິນດີ່ມ-ບັນເທີງ 9 ຮ້ານ, ຮ້ານຄາຣາໂອເກະ 1 ຮ້ານ ທີ່ໄດ້ເປີດໃຫ້ບໍລິການລະເມີດຕໍ່ລະບຽບກົດໝາຍ, ເປີດກາຍໂມງກາຍເວລາ, ເປີດສຽງດັງເນືອງນັນ ແລະ ມີການແອບແຝງຄ້າມະນຸດ-ຄ້າປະເວນີຂອງບຸກຄົນອື່ນ. ນອກນັ້ນຍັງໄດ້ພົບສາວບໍລິການທີ່ມີອາຍຸຕໍ່າກວ່າ 18 ປີ 4 ຄົນ ຈາກທີ່ມີສາວບໍລິການ 47 ຄົນ. ສະເພາະ ຮ້ານເກມອອນລາຍ (ເກມເຊີ) ໄດ້ລົງກວດກາທັງໝົດ 7 ຮ້ານ, ຜ່ານການກວດກາຕົວຈິງແລ້ວ ເຫັນວ່າຮ້ານດັ່ງກ່າວມີການເປີດໃຫ້ບໍລິການກາຍໂມງທີ່ໄດ້ກຳນົດ, ມີການມົ້ວສຸມເສບຢາເສບຕິດ ແລະ ເປີດໃຫ້ບໍລິການຫຼິ້ນການພະນັນອອນລາຍ. ທີ່ມາ VientianeTimes
ປກສ ເມືອງຕົ້ນເຜີ້ງ ຢຶດລົດຂົນຢາບ້າ 8 ລ້ານເມັດ ສ່ວນຜູ້ຂັບຂີ່ແມ່ນເອົາຕົວຫຼົບໜີ

ຮອດປັດຈຸບັນນີ້, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວຍັງບໍ່ສາມາດຈັບຄົນຂັບລົດວີໂກ້ທີ່ຂົນຢາບ້າ 8 ລ້ານເມັດໄດ້ເທື່ອ ໂດຍກໍາລັງເລັ່ງສືບສວນ-ສອບສວນຫາຜູ້ຂັບຂີ່ລົດຄັນດັ່ງກ່າວ, ໃຜເປັນເຈົ້າຂອງລົດ ລວມທັງຊອກຫາແຫຼ່ງທີ່ມາຂອງຢາບ້າດັ່ງກ່າວ. ກ່ອນທີ່ຈະສາມາດຢຶດຢາບ້າ ແລະ ລົດຄັນດັ່ງກ່າວ, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໄດ້ອອກກວດກາລາດຕະເວນຂອບເຂດລະຫວ່າງ ບ້ານໃຫຍ່ສີເມືອງງາມ ຫາ ບ້ານດອນທາດ ເມືອງຕົ້ນເຜີ້ງ ເມື່ອມໍ່ໆມານີ້ ໂດຍໄດ້ພົບເຫັນລົດເປົ້າໝາຍ ແລ່ນມາແຕ່ທາງ ບ້ານດອນທາດ ມຸ່ງໜ້າໄປ ທາງບ້ານໃຫຍ່ສີເມືອງງາມ. ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ໄລ່ລົດຄັນດັ່ງກ່າວ, ພໍມາຮອດບ້ານໃຫຍ່ສີເມືອງງາມ, ເຈົ້າໜ້າທີ່ຈຶ່ງໄດ້ລັດທາງ ແຕ່ລົດຄັນດັ່ງກ່າວບໍ່ທັນແລ່ນມາຮອດຈຸດທີ່ເຈົ້າໜ້າທີ່ສະກັດລັດ ປະມານ 15-20 ແມັດ, ຜູ້ຂັບຂີ່ລົດຄັນດັ່ງກ່າວໄດ້ ຈອດລົດແລ້ວ ໄດ້ຍົກປືນສັ້ນໃສ່ເຈົ້າໜ້າທີ່ ແລະ ໄດ້ເອົາຕົວຫຼົບໜີແລ່ນເຂົ້າປ່າ ເປັນເພດຊາຍ ຈໍານວນ 1 ຄົນ. ຈາກນັ້ນ, ທາງເຈົ້າໜ້າທີ່ ຈຶ່ງໄດ້ໄປກວດກາເບິ່ງລົດຄັນດັ່ງກ່າວ ແລ້ວພົບເຫັນຢາເສບຕິດຢູ່ໃນລົດ ແລະ ກະບະລົດມີທັງໝົດຈຳນວນ 40 ເປົາ, ເຊິ່ງເຊື່ອງຢູ່ໃນລົດ […]
ວຽກງານ ຖວທ ແມ່ນວຽກງານຊຸກຍູ້ສົ່ງເສີມ, ພັດທະນາຄົນ ແລະ ສັງຄົມ

ກອງປະຊຸມວຽກງານ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ທົ່ວປະເທດ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງມື້ວັນທີ 12 ກຸມພາ 2024 ທີ່ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ. ຈຸດປະສົງຂອງກອງປະຊຸມເພື່ອສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານ ຖວທ ທົ່ວປະເທດ ປະຈຳປີ 2023 ແລະ ກໍານົດທິດທາງແຜນການ ປະຈໍາປີ 2024. ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ໄດ້ກ່າວເປີດກອງປະຊຸມໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ກອງປະຊຸມວຽກງານ ຖວທ ໃນຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນ, ຈຸດປະສົງຂອງກອງປະຊຸມ ພວກເຮົາຈະໄດ້ພ້ອມກັນສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານວຽກງານ ຖວທ ໃນໄລຍະ 1 ປີຜ່ານມາ ແລະ ວາງທິດທາງແຜນການປະຈໍາປີ 2024; ພ້ອມກັນນີ້, ໃນຕອນທ້າຍຂອງກອງປະຊຸມ, ພວກເຮົາຈະໄດ້ພ້ອມກັນຮັບຟັງການໃຫ້ກຽດໂອ້ລົມ ຂອງທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດປົກຄອງ ແລະວັດທະນະທຳ – […]
ລົດຕູ້ແຮງງານລາວຢູ່ໄທຕຳທ້າຍລົດສີບລໍ້ ເສຍຊີວິດ 1 ແລະ ເຈັບໜັກ 4 ຄົນ

ເກີດເຫດລົດຕູ້ໂດຍສານໄທພາແຮງງານລາວໄປຕໍ່ໜັງສືຜ່ານແດນແລ້ວເກີດອຸບັດເຫດຕໍາທ້າຍລົດ ສີບລໍ້ ໃນຕອນເຊົ້າຂອງວັນທີ 7 ກຸມພາ 2024 ທີ່ຜ່ານມາ ຢູ່ຈັງຫວັດສະເຊິງເຊົາ ປະເທດໄທໄດ້ເຮັດໃຫ້ແຮງງານລາວເສຍຊີວິດ 1, ເຈັບໜັກ 4 ຄົນ. ໃນລົດຕູ້ໂດຍສານຄັນດັ່ງກ່າວມີຜູ້ໂດຍສານທັງໝົດ 16 ຄົນ, ຫຼັງຈາກເກີດອຸບັດເຫດເຈົ້າໜ້າທີ່ໄດ້ນໍາຕົວຄົນເຈັບທັງໝົດ 15 ຄົນຮັກສາໂຕຢູ່ທີ່ໂຮງໝໍທີ່ປະເທດໄທ. ຮອດປັດຈຸບັນນີ້, ຜູ້ບາດເຈັບຈໍານວນໜຶ່ງໄດ້ອອກຈາກໂຮງໝໍແລ້ວ ແຕ່ຍັງມີຄົນເຈັບຈໍານວນໜຶ່ງຍັງນອນຮັກສາຕົວຢູ່ທີ່ໂຮງໝໍ. ລາຍລະອຽດຕ່າງໆຈະລາຍງານຕາມພາຍຫຼັງ.
ຍັງບໍ່ຮູ້ວ່າແມ່ນໃຜທີ່ເສຍຊີວິດໃນກົງເຫຼັກຖືກໂຍນລົງນໍ້າຄານ

ປະຊາຊົນໄດ້ພົບເຫັນສົບຜູ້ເສຍຊິວິດໜຶ່ງຄົນທີ່ຂົວບ້ານວັງເງິນ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໃນວັນທີ 7 ກຸມພາ 2024 ທີ່ຜ່ານມາ ຄາດວ່າຖືກໂຍນຖິ້ມລົງນໍ້າຄານ. ຜູ້ເສຍຊີວິດເປັນເພດຊາຍ ສະພາບສົບແມ່ນທີ່ຄໍມີເຊືອກຮັດແໜ້ນ ຂັງຢູ່ໃນກົງເຫຼັກ ຊຶ່ງຮອດປັດຈຸບັນຍັງບໍ່ທັນຮູ້ວ່າຊາຍຄົນດັ່ງກ່າວ ແມ່ນໃຜ?, ຊື່ຫຍັງ? ເປັນປະຊາຊົນບ້ານໃດ? ປັດຈຸບັນເຈົ້າໜ້າທີ່ກຳລັງສືບສວນ-ສອບສວນ. ລາຍລະອຽດ ຈະລາຍງານຕາມຫຼັງ.
ຈັບໄດ້ແລ້ວ ໜຸ່ມໃຫຍ່ຍິງສາວເສຍຊີວິດຄາທີ່ເພາະຫຶງຫວງ

ເຫດການຜ່ານໄປໜຶ່ງອາທິດກວ່າ ເຈົ້າໜ້າທີ່ກໍ່ສາມາດນຳຈັບຄົນຮ້າຍທີ່ຫຼົບໜີໄດ້ແລ້ວ ຊຶ່ງເຫດການດັ່ງກ່າວເກີດຂຶ້ນຢູ່ຮ້ານອາຫານ ເດີ່ນເທນນິດ ບ້ານທ່າເມືອງ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດໃນວັນທີ 9 ທັນວາ 2023 ທີ່າຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ. ຕາມການລາຍງານເບື້ອງຕົ້ນຜູ້ເສຍຊີວິດຊື່ວ່າ: ນາງ ພອນທິດາ ຫຼື ອຸ້ຍ ອາຍຸ 33 ປີ ອາຊີບ ຄ້າຂາຍຢູ່ບ້ານລັດຕະນະລັງສີໃຕ້ ນະຄອນໄກສອນພົມວິຫານ ສ່ວນຜູ້ກໍ່ເຫດ ຊື່ວ່າທ້າວຮຸ່ງອາຍຸ 58 ປີ, ອາຊີບຄ້າຂາຍ ສັນຊາດຫວຽດນາມ ຢູ່ບ້ານໄຊຍະພູມ ນະຄອນໄກສອນພົມວິຫານ. ຕາມການໃຫ້ຂໍ້ມູນຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ເຫດການດັ່ງກ່າວເກີດຂຶ້ນຢູ່ທີ່ເດີ່ນເທນນິດບ້ານ ທ່າເມືອງ ນະຄອນໄກສອນພົມວິຫານ ແລະ ມີຜູ້ຢູ່ມນເຫດການທັງໝົດ 6 ຄົນ: ທ້າວ ຊົມພູ ພົງສາ ອາຍຸ 71 ປີ, ທ້າວ ແຂກ ອາຍຸ 62 ປີ, ທ້າວ ພູວັນ ອາຍຸ […]
ປກສ ແຂວງຈຳປາສັກ ກັກຕົວຜູ້ຖືກຫາ 5 ຄົນຄະດີຄ້າຂາຍຢາເສບຕິດ

ໃນຄັ້ງວັນທີ 13 ທັນວາ 2023 ຜ່ານມາ, ເວລາປະມານ 10 ໂມງເຈົ້າໜ້າທີ່ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໄດ້ລົງມ້າງຄະດີຄ້າຂາຍຢາເສບຕິດ (ຢາບ້າ) ຢູ່ເຂດບ້ານປົ່ງສ້ານ ເມືອງຊະນະສົມບູນ ແຂວງຈຳປາສັກ. ຜ່ານການລົງພຶ້ນທີ່ສາມາດກັກຕົວຜູ້ຖືກຫາໄດ້ 02 ຄົນພ້ອມຂອງກາງຢາເສບຕິດ (ຢາບ້າ) ຈຳນວນ 1 ມັດ ເທົ່າກັບ 2.000 ເມັດ, ລົດຈັກ 01 ຄັນ, ໂທລະສັບ 02 ໜ່ວຍ ແລະ ເງິນສົດ 1.900.000 ກີບ ຈາກນັ້ນ, ເຈົ້າໜ້າທີ່ໄດ້ສອບສວນຂະຫຍາຍຜົນສາມາດກັກຕົວຜູ້ຖືກຫາໄດ້ເພີ່ມອີກ 03 ຄົນ. ປະຈຸບັນ ຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນຂອງເຈົ້າໜ້າທີ່ ເພື່ອຊອກຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ເຫດຖືກຄາດຕະກຳຍ້ອນຂັດແຍ່ງທີ່ດິນ

ໃນວັນທີ 11 ທັນວາ 2023 ເຈົ້າໜ້າທີ່ໄດ້ຮັບແຈ້ງວ່າໄດ້ເກີດເຫດຄາຕະກຳ ຢູ່ບ້ານນໍ້າຍິງ ເມືອງລ້ອງຊານ ແຂວງໄຊສົມບູນ. ຕາມການລາຍງານເບື້ອງຕົ້ນເຈົ້າໜ້າທີ່ໄດ້ລະບຸວ່າ: ມີຜູ້ເສຍຊີວິດ 2 ຄົນ ( ຜົວ-ເມຍ ) ຜູ້ທີ 1 ຊື່ທ້າວ ລໍ່ຫົມ ວ່າງ ອາຍຸ 37 ປີ, ຜູ້ທີ 2 ຊື່ ນາງ ທ່າວ ຢ່າງ ອາຍຸ 30 ປີ, ສ່ວນຜູ້ກໍ່ເຫດແມ່ນນ້ອງຊາຍ ຊື່ ທ້າວ ໄຊ ວ່າງ ອາຍຸ 26 ປີ, ຄາດວ່າສາເຫດແມ່ນຂັດແຍ່ງເລື່ອງທີ່ດິນເຮືອນ ແລະ ສວນຢາງພາລາ. ປັດຈຸບັນ ຜູ້ກໍ່ເຫດແມ່ນຍັງຫຼົບໜີ ຖ້າມີຄວາມຄືບໜ້າ ທາງເຮົາຈະລາຍງານໃຫ້ທ່ານຊາບຕື່ມ ຂໍຂອບໃຈ ຂໍ້ມູນຈາກ ລາວໂພດສ໌