ເມົາແລ້ວຂັບ ເກີດເຫດລົດໃຫຍ່ຕຳຮ້ານຂາຍເຄື່ອງ ແລະ ລົດຈັກຈອດຢູ່ແຄມທາງ ເສັ້ນທາງດອນກອຍ

ເວລາປະມານ 9:00 ໂມງ ວັນທີ 10 ທັນວາ 2023, ໄດ້ເກີດອຸບັດຕິເຫດລົດໃຫຍ່ຕຳຮ້ານຂາຍເຄື່ອງ ແລະ ລົດຈັກຈອດຢູ່ແຄມທາງ ເສັ້ນທາງດອນກອຍ (ເຂດໜ້າໂຮງໝໍເຊດຖາທິຣາດ) ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ. ຜູ້ເຫັນເຫດການເລົ່າວ່າ: ລົດໃຫຍ່ທີ່ເກີດເຫດ ຍີ່ຫໍ້ແລນກຸຍເຊີ, ຜູ້ຂັບຂີ່ເປັນເພດຊາຍ ແລ່ນມາແຕ່ທິດທາງໜອງໄຮ ພໍມາຮອດຈຸດດັ່ງກ່າວລົດໄດ້ເຈືອກມາຕຳເອົາຮ້ານຂາຍເຄື່ອງ ແລະ ລົດຈັກທີ່ຈົດຢູ່ ເຮັດໃຫ້ໄດ້ຮັບຄວາມເສຍຫາຍຫລາຍສົມຄວນ ແຕ່ບໍ່ມີຄົນໄດ້ຮັບບາດເຈັບ, ສ່ວນຜູ້ຂັບລົດໃຫຍ່ໄດ້ຮັບບາດເຈັບບໍລິເວນຫົວມີເລືອດອອກ. ພາຍຫລັງເກີດເຫດຜູ້ຂັບຂີ່ລົດໃຫຍ່ແມ່ນພະຍາຍາມເອົາຕົວຫລົບໜີໄປ ແຕ່ບໍ່ສາມາດໜີໄດ້ຍ້ອນຕີນ ແລະ ແມັກລົດແຕກ, ເຊິ່ງສັງເກດເຫັນວ່າຜູ້ກ່ຽວມີອາການມຶນເມົາ. ປັດຈຸບັນເຈົ້າໜ້າທີ່ກ່ຽວຂ້ອງໄດ້ເຂົ້າເກັບກຳຂໍ້ມູນ ແລະ ດຳເນີນການສືບສວນສອບສວນ ກ່ຽວກັບສາເຫດທີ່ແທ້ຈິງຕື່ມອີກ.

ປກສ ແຂວງຈຳປາສັກ ມ້າງຄະດີຄ້າຂາຍຢາເສບຕິດ ແລະ ມົ້ວສຸມເສບຢາເສບຕິດ

ເຈົ້າໜ້າທີ່ຕຳຫຼວດ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 5 ທັນວາ 2023 ເວລາ 10:00 ໂມງ, ເຈົ້າ ໜ້າທີ່ວິຊາສະເພາະ ໄດ້ລົງມ້າງຄະດີຢາເສບຕິດຢູ່ເຂດບ້ານພັດທະນາ ຫຼັກ 7 ນະຄອນປາກເຊ ແຂວງຈໍາປາສັກ ສາມາດກັກຕົວເປົ້າໝາຍ ໄດ້ 8 ຄົນ ຍິງ 1 ຄົນ ພ້ອມເຄື່ອງຂອງກາງຢາບ້າຈໍານວນ 130 ເມັດ. ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໄດ້ເຂົ້າກັກຕົວຜູ້ຖືກຫາດັ່ງລຸ່ມນີ້: 1. ທ້າວ ໜູກອນ (ໂຕ) ອາຍຸ 42 ປີ ສັນຊາດລາວ ອາ ຊີບກຳມະກອນ ຢູ່ບ້ານພັດທະ ນາ ຫຼັກ 7 ນະຄອນປາກເຊ ແຂວງຈຳປາສັກ ມີຢາບ້າ 129 ເມັດ, ລົດຈັກ 1 […]

ຈັບຕົວຊາຍທີ່ຄາດຕະກໍາຍິງສາວ ແລ້ວເອົາສົບໄປເຊື່ອງໄວ້ສວນມັນຕົ້ນ

ວັນທີ 27 ພະຈິກ 2023, ເຈົ້າໜ້າທີ່ຕໍາຫຼວດ ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັບຕົວ ທ້າວ ເຢັ່ງກູ້ ອາຍຸ 42 ຢູ່ບ້ານຜາເມືອງ ເມືອງບໍລິຄັນ ແຂວງ ບໍລິຄຳໄຊ ທີ່ກໍ່ເຫດຄາດຕະກໍານາງ ປາຢົ່ງ ອາຍຸ 28 ປີ, ປະຊາຊົນ ຢູ່ບ້ານໂນນໄຮ ເມືອງ ໝື່ນ ແຂວງວຽງຈັນ (ພັກອາໄສຊົ່ວຄາວຢູ່ທີ່ເມືອງບໍລິຄັນ, ແຂວງບໍລິຄໄຊ). ເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ເມືອງບໍລິຄັນ ໄດ້ຮັບການລາຍງານ ຈາກການຈັດຕັ້ງ ບ້ານ ຜາເມືອງ ໃນວັນທີ 23 ພະຈິກວ່າ: ໄດ້ມີປະຊາຊົນພົບເຫັນຄົນເສຍຊີວິດ ຢູ່ສວນມັນຕົ້ນເຂດຫົວພູຈຸຈີ່, ຈາກນັ້ນ, ໜ່ວຍງານວິຊາສະເພາະ ຈຶ່ງໄດ້ລົງສົມທົບກັບ ປກສ ກຸ່ມ ຜາເມືອງ ເມືອງບໍລິຄັນ, ພາກສ່ວນທີ່ກ່ຽວຂ້ອງລົງສະ ຖານທີ່ເກີດເຫດ ຈຶ່ງໄດ້ຮູ້ວ່າ ຜູ້ເສຍຊີວິດແມ່ນນາງ ປາຢົ່ງ, ພາຍຫຼັງລົງເກັບກຳຂໍ້ມູນຫຼັກຖານ, […]

ເກີດເຫດແຜ່ນດິນໄຫວຢູ່ທີ່ປະເທດມຽນມາ ແຮງສັ່ນສະເທືອນເຖິງປະເທດລາວ

ສູນເຝົ້າລະວັງແຜ່ນດິນໄຫວໄທ ລາຍງານວ່າ ເວລາ 8:37 ໂມງ ຂອງວັນທີ 17 ພະຈິກ 2023 ນີ້, ເກີດແຜ່ນດິນໄຫວ ຈຸດສູນກາງຢູ່ບໍລິເວນປະເທດມຽນມາ ຂະໜາດ 6,4 ຣິກເຕີ ຄວາມເລິກ 9 ກິໂລແມັດ, ເຊິ່ງປະເທດທີ່ໄດ້ຮັບແຮງສັ່ນສະເທືອນ ໄດ້ແກ່: ປະເທດລາວ ແລະ ປະເທດໄທ.ສຳລັບປະເທດລາວ ແຂວງທີ່ໄດ້ຮັບແຮງສັ່ນສະເທືອນຢູ່ ແຂວງບໍ່ແກ້ວ, ຫລວງນ້ຳທາ, ຜົ້ງສາລີ ແລະ ອຸດົມໄຊປະເທດໄທ ຈັງຫວັດທີ່ໄດ້ຮັບແຮງສັ່ນສະເທືອນ: ຈັງຫວັດຊຽງລາຍ, ຊຽງໃໝ່, ລຳພູນ, ນ່ານ ແລະ ກຸງເທບມະຫານະຄອນ ສ່ວນຢູ່ ສປປ ລາວ ມີລາຍງານຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດວ່າ: ເວລາ 03:03 ວັນທີ 17 ພະຈິກ 2023, ໂມງ ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວ ຈໍານວນ 1 ຄັ້ງ ຄວາມແຮງສັ່ນສະເທືອນ 2,6 ຣິກເຕີ, […]

ປິດການສັນຈອນຊົ່ວຄາວ ຢູ່ເສັ້ນທາງເຈົ້າຟ້າງຸ່ມ, ແຄມຂອງ ແລະ ເສັ້ນທາງຊຽງຍືນ

ປິດການສັນຈອນຊົ່ວຄາວ ຢູ່ຖະຫນົນເຈົ້າຟ້າງຸ່ມ, ຖະຫນົນແຄມຂອງ ແລະ ຖະຫນົນຊຽງຍືນ. ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ຜູ້ນໍາໃຊ້ລົດ ໃຊ້ຖະຫນົນຮັບຊາບ ໃນວັນທີ 4 / 11 / 2023 ລະຫວ່າງເວລາ 5:30 – 7:00 ໂມງເຊົ້າ ຈະໄດ້ປິດເສັ້ນທາງ ການສັນຈອນຊົ່ວຄາວ ຢູ່ຖະຫນົນແຄມຂອງ ແຕ່ສາມແຍກວົງວຽນປາກປ່າສັກ ຫາ ສາມແຍກທາງເຂົ້າໂຮງຫມໍ ມະໂຫສົດ ແລະ ຖະຫນົນເຈົ້າຟ້າງຸ່ມ ແຕ່ສີ່ແຍກໂຮງຫມໍ ມະໂຫສົດ ຫາ ສາມແຍກວົງວຽນປາກປ່າສັກ ແລະ ເວລາ 7:00 ໂມງເຊົ້າ – 11:00 ໂມງສວຍ ຈະໄດ້ປິດເສັ້ນທາງສັນຈອນຢູ່ຖະຫນົນຊຽງຍືນ ແຕ່ຫນ້າສໍານັກງານໃຫຍ່ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ຫາ ສາມແຍກນໍ້າພຸ ເພື່ອນໍາໃຊ້ເສັ້ນທາງຈັດງານຍ່າງ ເພື່ອ ສຸຂະພາບ ສະເຫຼີມສະຫຼອງວັນຫັນເປັນທຸລະກິດຂອງ ທະນາຄານການຄ້າຕ່າງປະເທດລາວ […]

ເກີດເຫດແຜ່ນດິນໄຫວ ແຮງສັ່ນສະເທືອນ 3.1 ຣິກເຕີ້ ທີ່ແຂວງໄຊຍະບູລີ

ກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 01 ພະຈິກ 2023, ເວລາ 05:16 ໂມງ. ລາຍງານການເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບ ສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈໍານວນ 01 ຄັ້ງ, ໃນບໍລິເວນ ແຂວງ ໄຊຍະບູລີ ລາຍລະອຽດຂອງ ການເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້: 1. ໃນເວລາ 05:16:36, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະຫນານທີ່ 19.540°N ແລະ ເສັ້ນແວງທີ່ 101.449°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.1 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງຫນ້າດິນ ປະມານ 1 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບໍລິເວນ ບ້ານ ພູແລ້ງໃຕ້ ເມືອງ ຫົງສາ ແຂວງ ໄຊຍະບູລີ, ເຊິ່ງຈຸດ ເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ຫົງສາ ປະມານ Km 2. ຫມາຍເຫດ: […]

ດວງລາຍວັນປະຈໍາວັນສຸກ ທີ 27 ຕຸລາ 2023

ຄົນເກີດວັນອາທິດ:ການ​ງານ   ພະຍາຍາມ​ເລັ່ງ​ຄວາມ​ໄວ​ໃນ​ການສ້າງ​ຄວາມ​ສຳ​ເລັດໃນດ້ານການງານ ການ​ເງິນ ມື້​ນີ້​ມີ​ໂຊ​ກດີ​ຈະ​ໄດ້​ເງິນເຂົ້າມາໃນການໃຊ້ຈ່າຍ ຄວາມ​ຮັກ  ມີ​ໂອ​ກາດ​ພົບ​ຄົນ​ຜິວ​ສອງ​ສີ​ອາ​ຍຸ​ຫລາຍກວ່າ ເຄື່ອງມຸງຄຸນ  ຄໍາຝຣັ່ງ ສີມຸງຄຸນ​ ສີດໍາ ເລກ​ນຳ​ໂຊກ​  1 ຄົນເກີດວັນຈັນ:ການ​ງານ​ ​ລົງ​ທຶນ​ເຮັດ​ທຸລະກິດ​ດ້ານ​ການ​ຄ້າ​ຂອງ​ແຟ​ຊັ່ນ​ຈະໄດ້​ຜົນ​ກຳ​ໄລ ການ​ເງິນ​  ມີ​ທັງ​ຮັບ​ທັງ​ຈ່າຍ​ສະ​ຫຼັບ​ກັນ​ໄປໃນໄລຍະນີ້ ຄວາມ​ຮັກ ເກີດ​ການ​ຂັດ​ແຍ້ງ​ກັບ​ຄົນ​ຮັກ ຕ້ອງລະວັງການໃຊ້ຈ່າຍ ເຄື່ອງມຸງຄຸນ​  ໄຂ່ມຸກ ສີມຸງຄຸນ ສີ​ຟ້າ ເລກ​ນຳ​ໂຊກ​  9 ຄົນເກີດວັນອັງຄານ:ການ​ງານ​  ​ເຮັດ​ທຸລະ​ກິດການ​ຄ້າ​ຂາຍຈະເຮັດໃຫ້ທ່ານໄດ້ຜົນກໍາໄລທີ່ດີ ການ​ເງິນ​  ລາຍ​ຈ່າຍ​ມີ​ຫລາຍ​ເປັນ​ພິເສດ ແຕ່ຕ້ອງບໍລິຫານການໃຊ້ຈ່າຍໃຫ້ດີ ຄວາມ​ຮັກ  ​ເຮັດວຽກ​ໜັກ​ຈົນ​ບໍ່​ມີ​ເວລາ​ໃຫ້​ຄົນ​ຮັກອາດເຮັດໃຫ້ຄົນຮັກນ້ອຍໃຈ ເຄື່ອງມຸງຄຸນ​ ເງິນ ສີມຸງຄຸນ ສີບົວ ເລກ​ນຳ​ໂຊກ​  1 ຄົນເກີດວັນພຸດ:ການ​ງານ ການເຮັດ​ທຸລະກິດ​ແບບ​ສາຍ​ດ່ຽວຈະ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ ພົບ​ຜູ້​ອຸປະຖຳ​ທາງ​ດ້ານ​ການ​ເງິນ ແຕ່ຕ້ອງໃຫ້ລະວັງອາດຈ່າຍເກີນໂຕ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ກັບ​ຄົນ​ຜິວ​ຂາວຈະເຂົ້າຫາໃນແບບໝູ່ເພື່ອນ ເຄື່ອງມຸງຄຸນ​​ ແຫວນຄໍາ ສີມຸງຄຸນ ສີ​ເຫຼືອງ ເລກ​ນຳ​ໂຊກ​  3 ຄົນເກີດວັນພະຫັດ:ການ​ງານ​ ເຮັດ​ທຸລະກິດ​ດ້ານອາຫານ​ຈະເກີດຄວາມ​ສຳ​ເລັດ ການ​ເງິນ​  ຈະ​ໄດ້​ໂຊກ​ຈາກຜູ້ໃຫຍ່ ເພາະທ່ານຈະຊ່ວຍໃນເລື່ອງການເງິນ ​ຄວາມ​ຮັກ    ເກີດ​ການ​ຂັດ​ແຍ້ງ​ໃນ​ຄວາມ​ສຳພັນ ເຄື່ອງມຸງຄຸນ​ ຫິນນໍາໂຊກສີແດງ ສີມຸງຄຸນ  ສີ​ນໍ້າຕານ ເລກ​ນຳ​ໂຊກ​   7 ຄົນເກີດວັນສຸກ:ການ​ງານ​ ເຮັດ​ທຸລະກິດການ​ຄ້າ​ຜ່ານ​ສື່​ອອນ​ລາຍປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ ມີ​ໂອ​ກາດ​ໄດ້​ເງິນ​ກ້ອນ​ໃຫຍ່ ຄວາມ​ຮັກ ພົບ​ຮັກ​ກັບ​ຄົົນທີ່​ມີ​ສະເໜ່ ແຕ່ຕ້ອງລະວັງການເຈລະຈາ ເຄື່ອງມຸງຄຸນ​​  ເງິນ ສີມຸງຄຸນ ສີດໍາ ເລກ​ນຳ​ໂຊກ​   6 ຄົນເກີດວັນເສົາ:ການ​ງານ​ ໃຊ້​ເຕັກ​ນິກ​ພິເສດ​ໃນ​ການສ້າງ​ຜົນ​ງານຈະເຮັດໃຫ້ທ່ານເປັນທີ່ຍອມຮັບຂອງເພື່ອຮ່ວມງານ ການ​ເງິນ ມື້​ນີ້​ມີ​ໂຊກ​ຈະ​ໄດ້​ເງິນເຂົ້າມາໂດຍມາຈາກຜູ້ໃຫຍ່ອຸປະຖໍາ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ກັບ​ຄົນ​ໄກ ແຕ່ຈະເປັນຫ່ວງເລື່ອງຂອງໄລຍະທາງ ເຄື່ອງມຸງຄຸນ​ ຫິນນໍາໂຊກສີແດງ ສີມຸງຄຸນ ສີຂຽວ ເລກ​ນຳ​ໂຊກ​   7

ຫຼວງພະບາງຫາລື ແກ້ໄຂປະກົດການຫຍໍ້ທໍ້ກ່ຽວກັບການໃສ່ບາດ ໃຫ້ເປັນລະບຽບ ແລະ ໃຫ້ຖືກຕາມຮີດຄອງປະເພນີ

ຈາກກໍລະນີທີ່ມີນັກທ່ອງທ່ຽວໄທມາຫຼວງພະບາງ ແລ້ວຖືກແມ່ຄ້າສວຍໂອກາດໃນຂະນະທີ່ໃສ່ບາດແລ້ວເອົາສິນຄ້າມາໃສ່ໃຫ້ ແລ້ວຈຶ່ງຄິດໄລ່ເງິນໃນເວລາທີ່ໃສ່ບາດແລ້ວໃນລາຄາທີ່ສູງເກີນຄວາມເປັນຈິງ ທັ້ງນີ້ ຈຶ່ງເຮັດໃຫ້ມີຫາງສຽງຫາຍຈາກທາງນັກທ່ອງທ່ຽວຕ່າງປະເທດ ແລະ ຍັງເປັນການສ້າງຄວາມເສຍຫາຍຕໍ່ພາບຫຼັກການທ່ອງທ່ຽວພາຍໃນປະເທດອີກດ້ວຍ. ໃນວັນທີ 12 ຕຸລາ 2023 ທີ່ຫ້ອງວ່າການນະຄອນຫຼວງພະບາງ ໄດ້ຈັດກອງປະຊຸມ ປຶກສາຫາລືວຽກງານຄຸ້ມຄອງການຂາຍເຄື່ອງໃສ່ບາດ ຕາມຮີດຄອງປະເພນີຂອງຫຼວງພະບາງ, ທ່ານ ຄຳຜຸຍ ສີຫານາດ ຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ ນະຄອນ ຫຼວງພະບາງ ໄດ້ລາຍງານວ່າ: ການປະຕິບັດວຽກງານການຄຸ້ມຄອງການຂາຍເຄື່ອງໃສ່ບາດ ໄລຍະຜ່ານມາໄດ້ປະຕິບັດຕາມກົດລະບຽບຂອງເຈົ້ານະຄອນ ຫຼວງພະບາງ ແນ່ໃສ່ຊຸກຍູ້, ສົ່ງເສີມການປົກປັກຮັກສາ ຮີດຄອງປະເພນີອັນດີງາມຂອງຊາວຫຼວງພະບາງ ທີ່ເຄີຍສືບທອດກັນມາແຕ່ດົນນານ, ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບປະຈຳແຕ່ລະຈຸດ, ກຳນົດເຂດຢ່າງລະອຽດລວມມີ 3 ຈຸດໃຫຍ່ ໃນກຸ່ມຊຽງທອງ ຄື: ຢູ່ບ້ານວັດແສນ, ບ້ານວັດໜອງ, ບ້ານຫົວຊຽງ ແລະພວມກະກຽມຂຶ້ນບັນຊີຄຸ້ມຄອງຢູ່ເຂດ ກຸ່ມມະໂນອີກ 1 ຈຸດ, ໄດ້ຂຶ້ນບັນຊີຄຸ້ມຄອງມີທັງໝົດ 85 ຄົນ ແລະ ໄດ້ອອກບັດໃຫ້ເພື່ອເປັນລາຍລັກອັກສອນ. ຜ່ານການຈັດຕັ້ງປະຕິບັດເລີ່ມແຕ່ຕົ້ນປີ 2022 ຄະນະກຳມະການ […]

ປກສ ເມືອງສິງ ມອບລົດທີລັກລອບນຳເຂົ້າບໍ່ຖືກຕ້ອງໃຫ້ເຈົ້າໜ້າທີພາສີ ແຂວງຫຼວງນ້ຳທາ

ບັນຫາການລັກລອບນໍາເຂົ້າ ແລະ ນໍາໃຊ້ລົດ ທີບໍ່ຖືກຕ້ອງບໍ່ມີເອກະສານ ຫຼື ລົດເຖື່ອນ ຍັງເກີດຂຶ້ນຢູ່ຫຼາຍ ໃນກາງເດືອນ ສິງຫາ 2023 ຜ່ານມານີ້ ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນຄະດີອາຍາ ແລະເສດຖະກິດ ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງສິງ ໄດ້ມອບພາຫະນະ (ລົດໃຫ່ຍ) ຍີຫໍ້ ຟອດຈູນເນີ ສີຂາວ ບໍມີປ້າຍທະບຽນ ເຊິ່ງແມ່ນລົດທີ່ລັກລອບນຳເຂົ້າແບບບໍ່ ຖືກຕ້ອງ ໃຫ້ເຈົ້າໜ້າທີພາສີປະຈຳ ແຂວງຫຼວງນ້ຳທາ ທີ່ຢຶດໄດ້ຈາກທ້າວ ລໍເອີ ອາຍຸ 39 ປີ ອາຊີບ ຄ້າ-ຂາຍ ຢູ່ບ້ານດອນແຍງ ເມືອງລອງ ແຂວງຫຼວງນ້ຳທາ ເຊິ່ງຜູ້ກ້ຽວໄດ້ຕິດຕໍ່ພົວພັນຊື່-ຂາຍ ລົດຜ່ານທາງເຟດບຸກ ເພື່ອມານຳໃຊ້. ຕ່າງໜ້າກ່າວມອບຂອງ ຮທ ໄມ່ແອງຄຳ ສິງປະເສີດ ວິຊາການໜ່ວຍງານສືບສວນ-ສອບສວນຄະດີອາຍາ ແລະ ເສດຖະກິດ ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງສິງ ແລະ ກ່າວຮັບໂດຍ ທ່ານ ວັນນະສີນ […]

ເຈົ້າໜ້າທີ່ ທໍາລາຍຕົ້ນກະທ້ອມ ທີ່ປະຊາຊົນປູກໄວ້ໃນບໍລິເວນເຮືອນ

ການປະຕິບັດງານໃນຄັ້ງນີ້ແມ່ນອີງຕາມຄໍາສັ່ງຂອງອົງການໄອຍະການປະຊາຊົນສູງສຸດສະບັບເລກທີ 006/ອອປສ, ລົງວັນທີ30 ມີນາ 2023, ອີງຕາມກົດໝາຍວ່າດ້ວຍການດຳເນີນຄະດີອາຍາສະບັບປັບປຸງປີ 2017, ປະມວນກົດໝາຍອາຍາສະບັບປີ 2017 ມາດຕາ 314, 325; ອີງຕາມ ຄໍາສັ່ງ ແລະ ຄວາມເຫັນດີເປັນເອກະພາບຂອງຄະນະພັກ, ຄະນະບັນຊາກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຊະນະສົມບູນ, ຍ້ອນຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມທີ່ເກີດຂື້ນໃນຂອບເຂດຄວາມຮັບຜິດຊອບຂອງປກສ ບໍລິການປະຊາຊົນຈຸດທີ V ມີການມົ້ວສຸມກິນດື່ມໃບ ແລະ ນ້ຳກະທ້ອມເຮັດໃຫ້ມີປະກົດການຫຍໍ້ທໍ້ຫຼາຍຢ່າງທີ່ຕາມມາ. ໃນຄັ້ງວັນທີ29 ມີຖຸນາ 2023 ຜ່ານມາ, ພະນັກງານວິຊາສະເພາະ ປກສ ບໍລິການປະຊາຊົນຈຸດທີ V ສົບທົບກັບ ອຳນາດການປົກຄອງບ້ານໂຢງ ເມືອງຊະນະສົມບູນ ແຂວງຈຳປາສັກ ລົງກວດກາຕົວຈິງ ຈຶ່ງໄດ້ພົບເຫັນຕົ້ນກະທ້ອມທີ່ປະຊາຊົນປູກໄວ້ຈໍານວນ 4 ຕົ້ນຢູ່ 3 ຈຸດຄື: ຈຸດທີ1 ແມ່ນຢູ່ບໍລິເວນເຮືອນຂອງ ທ້າວ ວອນ ອາຍຸ 55 ປີ ອາຊີບຊາວນາ ປະຊາຊົນບ້ານໂຢງ ເມືອງຊະນະສົມບູນ ແຂວງຈຳປາສັກ ພົບເຫັນ 1 […]