2
ປກສ ແຂວງຈຳປາສັກ ມ້າງຄະດີຄ້າຂາຍຢາເສບຕິດ ແລະ ມົ້ວສຸມເສບຢາເສບຕິດ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 10 December, 2023
ໝວດ: ຂ່າວ

ເຈົ້າໜ້າທີ່ຕຳຫຼວດ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 5 ທັນວາ 2023 ເວລາ 10:00 ໂມງ, ເຈົ້າ ໜ້າທີ່ວິຊາສະເພາະ ໄດ້ລົງມ້າງຄະດີຢາເສບຕິດຢູ່ເຂດບ້ານພັດທະນາ ຫຼັກ 7 ນະຄອນປາກເຊ ແຂວງຈໍາປາສັກ ສາມາດກັກຕົວເປົ້າໝາຍ ໄດ້ 8 ຄົນ ຍິງ 1 ຄົນ ພ້ອມເຄື່ອງຂອງກາງຢາບ້າຈໍານວນ 130 ເມັດ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໄດ້ເຂົ້າກັກຕົວຜູ້ຖືກຫາດັ່ງລຸ່ມນີ້:

1. ທ້າວ ໜູກອນ (ໂຕ) ອາຍຸ 42 ປີ ສັນຊາດລາວ ອາ ຊີບກຳມະກອນ ຢູ່ບ້ານພັດທະ ນາ ຫຼັກ 7 ນະຄອນປາກເຊ ແຂວງຈຳປາສັກ ມີຢາບ້າ 129 ເມັດ, ລົດຈັກ 1 ຄັນ, ໂທ ລະສັບ 1 ໜ່ວຍ, ເງິນກີບ 500.000 ກີບ,ຖືກຂໍ້ຫາ ຄ້າຂາຍ ແລະ ເສບຢາເສບຕິດ,

2. ນາງ ພູວຽງ ( ຖໍ້າ) ອາຍຸ 33 ປີ ສັນຊາດ ລາວກຳມະກອນ ຢູ່ບ້ານຊົ້ງ ນະຄອນປາກເຊ ແຂວງຈຳປາສັກ,

3. ທ້າວ ຈຽງຄຳ ອາຍຸ 23 ປີ ສັນຊາດລາວ, ກຳມະກອນ ບ້ານຫົວແຊ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ພ້ອມຢາບ້າ 1 ເມັດ, ເງິນ 50.000 ກີບ, ລົດຈັກ 1 ຄັນ,

4. ທ້າວ ດາວ ອາຍຸ 46 ປີ ສັນຊາດລາວ ກຳມະກອນ ບ້ານຫຼັກ 2 ເມືອງສາລະວັນ ແຂວງສາລະວັນ ມີໂທລະສັບ 2 ໜ່ວຍ, ເງິນກີບ 378.000 ກີບ,

5. ທ້າວ ຄຳບອຍ ອາຍຸ 23 ປີ ສັນຊາດລາວ ກຳມະກອນ ບ້ານເວີນແຄນ ເມືອງມຸນລະປາໂມກ ແຂວງຈຳປາສັກໂທລະສັບ 1 ໜ່ວຍ, ເງິນກີບ 172.000 ກີບ,

6. ທ້າວ ມີພອນປະເສີດ ອາຍຸ 30 ປີ ສັນຊາດລາວ, ກຳມະກອນ ບ້ານຫົວແຊ ເມືອງ ບາຈຽງຈະເລີນສຸກ, ແຂວງຈຳປາສັກ ມີລົດຈັກ 1 ຄັນ,

7. ທ້າວ ໂລ້ ອາຍຸ 33 ປີ ສັນຊາດລາວ ກຳມະກອນ ບ້ານຈັດສັນ ນະຄອນປາກເຊ ແຂວງຈໍາປາສັກ ມີໂທລະສັບ 1 ໜ່ວຍ,

8. ທ້າວ ດວງດາວອນ ອາຍຸ 36 ປີ ສັນຊາດລາວ, ກຳມະກອນ ບ້ານຫົວແຊ ເມືອງ ບາຈຽງຈະເລີນສຸກ ແຂວງຈຳປາສັກ; ເຊິ່ງພວກຖືກຫາທັງໝົດ ຖືກຂໍ້ຫາເສບຢາເສບຕິດມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ປັດຈຸບັນ, ຄະດີດັ່ງກ່າວຢູ່ໃນຂັ້ນຕອນສອບສວນຂະຫຍາຍຜົນ ເພື່ອຊອກຫາຜູ້ຮ່ວມຂະບວນການມາດຳເນີນຄະດີອີກ.|

ທີ່ມາ: ຄວາມສະຫງົບ Lao Security News

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 12 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,477
21,686
thailand (1)
THB
643.41
655.63
european-union
EUR
23,729
24,202
china
CNY
2,898
2,954
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (86)
ຊາອຸດີອາຣາເບຍຕົກລົງຊື້ອາວຸດ-ລົງທຶນກັບສະຫະລັດອາເມຣິກາ 600,000 ລ້ານໂດລາ
site-cover (85)
ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີເກົາຫຼີໃຕ້ ສະເໜີນະໂຍບາຍເຮັດວຽກ 4.5 ວັນ
site-cover (84)
ແຈ້ງການ ເຕືອນໄພມິດສາຊີບ ລະວັງຕົກເປັນເຫຍື່ອການຫຼອກລວງຜ່ານທາງອອນລາຍ
site-cover (83)
ພະຍາດຢ້ານການຂຶ້ນເຄື່ອງບິນ ພາວະທາງຈິດໃຈ ບໍ່ແມ່ນພຽງຄວາມຕື່ນເຕັ້ນ
site-cover (82)
ສະກີໄຟຟ້າ ໃຊ້ແທນການຍ່າງໄດ້ຈາກຝຣັ່ງເສດ ຊາກ 1 ຄັ້ງ ແລ່ນໄກ 50 ກມ. ໄວສຸດ 80 ກມ./ຊມ.
site-cover (81)
ປູຕິນ ສະເໜີຈັດເຈລະຈາຍຸຕິສົງຄາມກັບ "ຢູເຄຣນ" 15 ພຶດສະພານີ້
site-cover (80)
"ຄິມ ຈອງ-ອຶນ" ບົ່ງຊີ້ສົ່ງທະຫານເກົາຫຼີເໜືອໄປຮ່ວມຮົບກັບຣັດເຊຍ ເປັນສິ່ງທີ່ຖືກຕ້ອງ
site-cover (79)
ທຣຳປເພີ່ມເຈົ້າໜ້າທີ່ 20,000 ຄົນ ເລັ່ງການເນລະເທດຜູ້ອົບພະຍົບເຂົ້າເມືອງຜິດກົດໝາຍ
site-cover (77)
"ໂຣດຣິໂກ ດູເຕີເຕ" ອາດໄດ້ຮັບເລືອກເຈົ້າເມືອງ ເຖິງແມ່ນວ່າຍັງຖືກຄຸມຂັງຢູ່
Copy of site cover (55)
ການໂຈມຕີແບບ DDoS ແມ່ນຫຍັງ? ແລະ ເປັນຫຍັງ SMEs ຕ້ອງລະວັງ
ຢ່າລື່ມກົດຕິດຕາມ