ແຕກຕື່ນກາງແຜ່ນດິນໄຫວ ນັກໂທດກວ່າ 200 ຄົນ ແຫກຄຸກການາຈີ ປາກິສຖານ

ເກີດເຫດນັກໂທດກວ່າ 200 ຄົນ ແຫກຄຸກໃນເຂດມາລີ ເມືອງການາຈີ ຕອນຄືນວັນຈັນທີ 2 ມິຖຸນາ ຫຼັງເກີດຄວາມຕົກໃຈຈາກເຫດແຜ່ນດິນໄຫວ ໂດຍມີລາຍງານວ່າຜູ້ຕ້ອງຂັງບາງສ່ວນປຸ້ນປືນຈາກເຈົ້າໜ້າທີ່ ແລະ ມ້າງປະຕູທາງອອກຂອງຄຸກເຮັດໃຫ້ເກີດການຍິງປະທະ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 1 ລາຍ ບາດເຈັບ 3 ລາຍ   ເຊຍອຸນຮາຊັນ ລັນຈາ ລັດຖະມົນຕີວ່າການກະຊວງກົດໝາຍປະຈຳແຂວງ ເປີດເຜີຍວ່າ ເຫດການເລີ່ມຂຶ້ນໃນຊ່ວງກ່ອນທ່ຽງຄືນວັນຈັນ ເມື່ອຜູ້ຄຸມອະນຸຍາດໃຫ້ນັກໂທດອອກມາຍັງເດີ່ນກາງຄຸກ ຫຼັງເກີດແຮງສັ່ນສະເທືອນຈາກແຜ່ນດິນໄຫວຫຼາຍຮອບ ໂດຍຕອນນັ້ນມີນັກໂທດຢູ່ປະມານ 1,000 ຄົນ ກ່ອນທີ່ຈະເກີດຄວາມໂກລາຫົນເກີດຂຶ້ນທັນທີ   ນັກໂທດບາງສ່ວນສາມາດຍາດອາວຸດຈາກເຈົ້າໜ້າທີ່ໃນຄຸກ ແລ້ວມ້າງປະຕູທາງອອກ ກ່ອນຫຼົບໜີອອກໄປທ່າມກາງຄວາມມືດ ເຈົ້າໜ້າທີ່ຕຳຫຼວດ ແລະ ກອງກຳລັງຮັກສາຄວາມປອດໄພໄລ່ຕາມຈັບນັກໂທດໄປທົ່ວແຖວເຂດຊຸມຊົນອຸດສາຫະກຳ ຊຶ່ງເປັນພື້ນທີ່ແອອັດຂອງເມືອງກາລາຈີ     ກູລາມ ນາບີ ເມມອນ ຫົວໜ້າຕຳຫຼວດປະຈຳຈັງແຂວງລະບຸວ່າ ນັກໂທດສ່ວນໃຫຍ່ທີ່ຫຼົບໜີມີປະຫວັດຄວາມຜິດເລັກນ້ອຍ ເຊັ່ນ: ເສບຢາເສບຕິດ ຫຼື ກໍ່ຄະດີລັກເລັກຂະໂມຍນ້ອຍ   ເຖິງຢ່າງໃດກໍຕາມ ໜຶ່ງໃນຜູ້ຕ້ອງຂັງຖືກຍິງເສຍຊີວິດລະຫວ່າງການຍິງປະທະກັບເຈົ້າໜ້າທີ່ ແລະ ມີເຈົ້າໜ້າທີ່ໃນຄຸກ […]

ເກີດລະເບີດຮຸນແຮງທີ່ໂຮງງານສານເຄມີຈີນ ເສຍຊີວິດແລ້ວ 5 ຄົນ ບາດເຈັບຫຼາຍສິບຄົນ

ເກີດລະເບີດຮຸນແຮງທີ່ໂຮງງານຜະລິດສານເຄມີໃນພາກຕາເວັນອອກຂອງຈີນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 5 ຄົນ ແຮງລະເບີດຮູ້ສຶກໄດ້ເປັນວົງກວ້າງ ແວ່ນປ່ອງຢ້ຽມອາຄານເສຍຫາຍຫຼາຍແຫ່ງ   ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດລະເບີດຮຸນແຮງທີ່ໂຮງງານສານເຄມີຂະໜາດໃຫຍ່ຂອງບໍລິສັດ “ຊານຕົງ ໂຢ່ວເຕົ້າ ເຄມິເຄີນ” (Shandong Youdao Chemical) ໃນເມືອງເວ່ຍຟາງ ແຂວງຊານຕົງ ທາງຕາເວັນອອກຂອງຈີນ   ເມື່ອຊ່ວງເຊົ້າມືດວັນອັງຄານທີ 27 ພຶດສະພາ 2025 ເປັນເຫດໃຫ້ມີຜູ້ເສຍຊີວິດແລ້ວ 5 ຄົນ ບາດເຈັບ 19 ຄົນ ແລະ ມີຜູ້ສູນຫາຍອີກ 6 ຄົນ.   ໂຮງງານແຫ່ງນີ້ ຊຶ່ງຕັ້ງຢູ່ໃນເຂດອຸດສາຫະກຳເຄມີ “ເກົາມີ່ ເຫລັນເຫິ” (Gaomi Renhe) ເປັນໂຮງງານຜະລິດອົງປະກອບເຄມີສຳລັບໃຊ້ໃນຢາຂ້າແມງໄມ້ແລະເພສັດຊະກຳ ມີພື້ນທີ່ປະມານ 116 ເອເຄີ ແລະ ມີລູກຈ້າງຫຼາຍກວ່າ 300 ຄົນ.   View this post on Instagram A […]

ການາດາປະກາດສະຖານະການສຸກເສີນ ຍົກຍ້າຍ 17,000 ຄົນຫນີໄຟປ່າ

ການາດາປະກາດສະຖານະການສຸກເສີນ ໄຟປ່າແຜ່ລາມກວ່າ 160 ຈຸດ ຍົກຍ້າຍປະຊາຊົນ 17,000 ຄົນເພື່ອຄວາມປອດໄພ ໄຟປ່າຍັງສົ່ງຜົນກະທົບຕໍ່ການຜະລິດນ້ຳມັນ ແລະ ແກັສບາງສ່ວນຕ້ອງຢຸດພັກຊົ່ວຄາວ   ມື້ນີ້ (30 ພຶດສະພາ 2025) ການາດາປະເຊີນກັບໄຟປ່າຄັ້ງໃຫຍ່ ກຳລັງແຜ່ລາມຢູ່ໃນພື້ນທີ່ທາງກາງ ແລະ ຕາເວັນອອກຂອງປະເທດ ຫຼາຍກວ່າ 160 ຈຸດທົ່ວປະເທດ.   ຫຼາຍພື້ນທີ່ຕ້ອງສັ່ງຍົກຍ້າຍປະຊາຊົນເພື່ອຄວາມປອດໄພ. ບາງລັດຕ້ອງປະກາດສະຖານະການສຸກເສີນ ແລະ ຍົກຍ້າຍປະຊາຊົນກວ່າ 10,000 ຄົນຫນີໄຟປ່າ.   ລັດ Manitoba ໄດ້ປະກາດສະຖານະການສຸກເສີນ ແລະ ໃຫ້ປະຊາຊົນກວ່າ 17,000 ຄົນ ໃນພື້ນທີ່ຕອນເໜືອ ແລະ ຕາເວັນອອກຂອງລັດຍົກຍ້າຍເພື່ອຄວາມປອດໄພ.   ໂດຍໃຫ້ປະຊາຊົນໄປພັກຢູ່ຕາມສະໜາມບານເຕະ ຫຼື ພື້ນທີ່ສ່ວນກາງຕາມເມືອງຕ່າງໆ. ຂະນະທີ່ເຈົ້າໜ້າທີ່ຂອງລັດຖະບານກາງ ເລັ່ງເຂົ້າພື້ນທີ່ປະສົບໄພເພື່ອຊ່ວຍຍົກຍ້າຍປະຊາຊົນ.   ໂດຍລະບຸວ່າ ນີ້ຖືເປັນການຍົກຍ້າຍຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງຊາວລັດແມນິໂທບາ ຊຶ່ງຕ້ອງອາໄສທຸນມະຊົນ ແລະ ຄວາມຮ່ວມມືຈາກທຸກລະດັບ.     ຮູບຖ່າຍທາງອາກາດເມື່ອວັນທີ […]

ຖັງແກັສລະເບີດຢູ່ໂຕກຽວ ໃນສະຖານທີ່ກໍ່ສ້າງ ບາດເຈັບ 10 ລາຍ ເຮືອນຊານເປ່ເພເສຍຫາຍ 40 ຫຼັງ

ລະເບີດແຮງ ກາງເຂດກໍ່ສ້າງຄອນໂດໃນນະຄອນໂຕກຽວຂອງຍີ່ປຸ່ນ ເຮັດໃຫ້ມີຜູ້ບາດເຈັບ 10 ຄົນ ອາຄານອ້ອມຮອບເສຍຫາຍເກືອບ 40 ຫຼັງ   ເຈົ້າຫນ້າທີ່ພົບຖັງແກັສອະເຊທິລີນຝັງຢູ່ໃຕ້ດິນ ຄາດວ່າເປັນຕົ້ນເຫດການລະເບີດ   ວັນທີ 27 ພຶດສະພາ 2025 ເວັບໄຊທ໌ຂ່າວ NHK ລາຍງານວ່າ ເກີດເຫດການລະເບີດຮຸນແຮງຢູ່ບໍລິເວນເຂດກໍ່ສ້າງຄອນໂດ ໃນຍ່ານຮິງາຊິຄະໄຊ ເຂດເອໂດກາວະ ໃນນະຄອນໂຕກຽວ     ສົ່ງຜົນໃຫ້ມີຜູ້ບາດເຈັບຢ່າງນ້ອຍ 10 ຄົນ ໂດຍສ່ວນໃຫຍ່ເປັນຄົນງານກໍ່ສ້າງ ແລະ ປະຊາຊໃນພື້ນທີ່ ອາຍຸລະຫວ່າງ 20-70 ປີ   ບາງຄົນມີອາການເຈັບຫູ ແລະ ແສບຄໍຈາກແຮງອັດ ແລະ ກິ່ນຄວັນ ແຕ່ບໍ່ມີໃຜໄດ້ຮັບບາດເຈັບຮ້າຍແຮງ   ນອກນີ້ຍັງມີອາຄານບ້ານເຮືອນ ຮ້ານຄ້າ ລວມທັງລົດບັນທຸກໃນພື້ນທີ່ໄດ້ຮັບຄວາມເສຍຫາຍຈາກແຮງລະເບີດ ແລະ ໄຟໄຫມ້   ແຮງລະເບີດເຮັດໃຫ້ແກ້ວ ແລະ ຝາຜະໜັງຂອງຮ້ານສະດວກຊື້ໃກ້ຄຽງແຕກກະຈາຍ ລວມທັງບ້ານເຮືອນ ແລະ ອາຄານພານິດໃນລັດສະໝີ 100 […]

ມຽນມາວິກິດການນ້ຳປ່າ! ລົດເມຖືກພັດໃນເຂດມັນດາເລ – ຝົນຕົກໜັກ ເຮືອນຊານເປ່ເພ ດິນເຈື່ອນຕໍ່ເນື່ອງ

ເມື່ອຊ່ວງເຊົ້າຂອງວັນທີ 26 ພຶດສະພາ ທີ່ຜ່ານມາ ເກີດເຫດລົດເມໂດຍສານຖືກນ້ຳປ່າພັດພາອອກນອກເສັ້ນທາງເທິງຖະໜົນສາຍ Myingyan-Taungtha ເຂດມັນດາເລ ປະເທດມຽນມາ (ພະມ້າ)     ຫຼັງຈາກແມ່ນ້ຳສິນເທວາເອີ່ນລົ້ນຕາຝັ່ງ ຈາກຝົນທີ່ຕົກໜັກຕໍ່ເນື່ອງ ສົ່ງຜົນໃຫ້ຜູ້ໂດຍສານກວ່າ 40 ຄົນຕ້ອງເຈີກັບຄວາມຫວາດກົວ ແຕ່ໂຊກດີທີ່ໄດ້ຮັບການຊ່ວຍເຫຼືອຈາກປະຊາຊົນໃນພື້ນທີ່ຢ່າງປອດໄພທຸກຄົນ     ສະຖານະການຝົນຕົກໜັກໃນມຽນມາຍັງຄົງສ້າງຜົນກະທົບຮຸນແຮງໃນຫຼາຍພື້ນທີ່ ໂດຍສະເພາະໃນເຂດອິຣາວດີ   ລາຍງານລະບຸວ່າມີເຫດການດິນເຈື່ອນ ແລະ ຕາຝັ່ງເພຫຼາຍຈຸດ ເຮືອນຊານປະຊາຊົນຈຳນວນຫຼາຍໄດ້ຮັບຄວາມເສຍຫາຍຢ່າງໜັກ ໂດຍສະເພາະໃນໝູ່ບ້ານແຫ່ງໜຶ່ງທີ່ມີເຮືອນທັງໝົດ 58 ຫຼັງ ຖືກນ້ຳພັດຫາຍໄປແລ້ວເຖິງ 18 ຫຼັງ ແລະ ອີກ 40 ຫຼັງຕ້ອງເລັ່ງອົບພະຍົບອອກຈາກພື້ນທີ່ສ່ຽງໄພ   ປັດຈຸບັນ ຍັງບໍ່ມີການຈັດຕັ້ງສູນບັນເທົາທຸກ ຢ່າງເປັນທາງການໃນພື້ນທີ່ປະສົບໄພ ເຮັດໃຫ້ປະຊາຊົນ ບາງສ່ວນຈຳເປັນຕ້ອງອົບພະຍົບໄປພັກອາໄສຢູ່ກັບຍາດໃນພື້ນທີ່ໃກ້ຄຽງ   ຂະນະທີ່ຫົວໜ່ວຍງານທ້ອງຖິ່ນ ແລະ ກຸ່ມອາສາສະໝັກບາງສ່ວນກຳລັງພະຍາຍາມເຂົ້າຊ່ວຍເຫຼືອ ແຕ່ຍັງຂາດແຄນຊັບພະຍາກອນ ແລະ ຄວາມພ້ອມໃນການຮັບມືກັບໄພພິບັດທີ່ເກີດຂຶ້ນ   ເຫດການໃນຄັ້ງນີ້ສະທ້ອນເຖິງຄວາມບອບບາງຂອງລະບົບຮັບມືໄພພິບັດໃນມຽນມາ ແລະ ຄວາມຈຳເປັນເລັ່ງດ່ວນໃນການຈັດຫາຄວາມຊ່ວຍເຫຼືອຢ່າງເປັນລະບົບເພື່ອບັນເທົາຄວາມເດືອດຮ້ອນຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກວິກິດການນ້ຳຖ້ວມໃນຄັ້ງນີ້.  

ພູເຂົາໄຟຮາວາຍປະທຸແຮງ ລາວາແດງ ພຸ່ງສູງກວ່າ 300 ແມັດ

ພູເຂົາໄຟຄິລາເວອາ ເທິງເກາະຮາວາຍປະທຸຮຸນແຮງອີກຮອບ ພົ່ນລາວາສີແດງສົ້ມສົດພຸ່ງສູງກວ່າ 300 ແມັດ ທຽບເທົ່າຄວາມສູງຫໍໄອເຟລ ດ້ານນັກທໍລະນີວິທະຍາເຝົ້າລະວັງ ຫຼັງການປະທຸຊ່ວງກ່ອນໜ້າມີລັກສະນະບໍ່ແນ່ນອນ   ວັນທີ່ 28 ພຶດສະພາ 2025 ສຳນັກສຳຫຼວດທາງທໍລະນີວິທະຍາສະຫະລັດຯ ຫຼື USGS ລາຍງານວ່າ ພູເຂົາໄຟຄິລາເວອາ (Kilauea) ຊຶ່ງຕັ້ງຢູ່ເທິງເກາະໃຫຍ່ຂອງລັດຮາວາຍ ສະຫະລັດ   ໄດ້ເກີດການປະທຸຂຶ້ນອີກຄັ້ງ ໂດຍບາງຊ່ວງຂອງການປະທຸພົບວ່າລາວາສີແດງສົ້ມສົດພຸ່ງຂຶ້ນສູ່ທ້ອງຟ້າສູງເຖິງກວ່າ 300 ແມັດ ຊຶ່ງທຽບຄຽງເປັນລະດັບຄວາມສູງໃກ້ຄຽງກັບຄວາມສູງຂອງຫໍໄອເຟນ ໃນກຸງປາຣີ ຂອງຝຣັ່ງ   ຜູ້ຊ່ຽວຊານດ້ານທໍລະນີວິທະຍາເປີດເຜີຍວ່າ ການປະທຸຄັ້ງຫຼ້າສຸດຂອງພູເຂົາໄຟຄິລາເວອາ ເກີດຂຶ້ນຫຼັງຈາກຊ່ວງເວລາການລະເບີດແບບເປັນຊ່ວງໆ ທີ່ເລີ່ມຕັ້ງແຕ່ວັນທີ່ 23 ທັນວາ ປີທີ່ຜ່ານມາ   ໂດຍແຕ່ລະຄັ້ງມີໄລຍະເວລາ ຕັ້ງແຕ່ບໍ່ເຖິງເຄິ່ງມື້ ໄປຈົນເຖິງເກືອບ 1 ອາທິດ   ຂະນະທີ່ຄລິບວິດີໂອຖ່າຍທອດສົດຈາກກ້ອງຂອງ USGS ເຜີຍໃຫ້ເຫັນລາວາໄຫຼປະທຸຈາກປ່ອງພູເຂົາໄຟຢ່າງຊັດເຈນ ສ້າງຄວາມຕື່ນຕາຕື່ນໃຈໃຫ້ແກ່ຜູ້ຊົມທົ່ວໂລກ   ຂະນະດຽວກັນເຈົ້າໜ້າທີ່ກໍຍັງຄົງເຝົ້າລະວັງ ແລະ ຕິດຕາມສະຖານະການຢ່າງໃກ້ຊິດ ເພື່ອປະເມີນຜົນກະທົບຕໍ່ຊຸມຊົນ ແລະ ສິ່ງແວດລ້ອມໃນພື້ນທີ່ຕໍ່ໄປ […]

ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ

ເຄື່ອງບິນລຳນ້ອຍຕົກໃນເມືອງຊານດິເອໂກ ເຮັດໃຫ້ເກີດໄຟໄໝ້ບ້ານເຮືອນ ແລະ ລົດຍົນຈຳນວນຫຼາຍ ເບື້ອງຕົ້ນມີຜູ້ເສຍຊີວິດແລ້ວ 2 ສົບ ປະຊາຊົນນັບຮ້ອຍຕ້ອງອົບພະຍົບ   ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດເຄື່ອງບິນນ້ອຍຮຸ່ນ ເຊສນາ 550 ຊຶ່ງບັນທຸກຜູ້ໂດຍສານໄດ້ 6-8 ຄົນ ຕົກໃນຍ່ານເມີຟີ ແຄນຢອນ ຕອນກາງຂອງເມືອງຊານດິເອໂກ ລັດແຄລິຟໍເນຍ ເມື່ອເວລາປະມານ 3.45 ນ. ວັນພະຫັດທີ່ 22 ພຶດສະພາ 2025 ຕາມເວລາທ້ອງຖິ່ນ   ຂ່າວລະບຸວ່າ ເຫດການນີ້ເກີດຂຶ້ນທ່າມກາງສະພາວະໝອກລົງຈັດ ແຕ່ຍັງບໍ່ຊັດເຈນວ່ານີ້ເປັນສາເຫດທີ່ເຮັດໃຫ້ເຄື່ອງບິນຕົກ ຫຼື ບໍ່     ແດນ ເອັດດີ ຜູ້ຊ່ວຍຫົວໜ້າສຳນັກງານດັບເພີງລະບຸໃນງານຖແຫຼງຂ່າວຫຼັງເກີດເຫດວ່າ ເຊື້ອເພີງເຄື່ອງບິນກະຈາຍໄປທົ່ວບໍລິເວນ ມີບ້ານເຮືອນຖືກໄຟໄໝ້ຢ່າງໜ້ອຍ 15 ຫຼັງ ໂດຍຫຼາຍຫຼັງຖືກເຄື່ອງບິນຕົກໃສ່ໂດຍກົງ ແລະ ເປົ້າໝາຍຫຼັກຂອງເຈົ້າໜ້າທີ່ຄືການຄົ້ນຫາໃນບ້ານທຸກຫຼັງເພື່ອພາປະຊາຊົນໄປຍັງທີ່ປອດໄພ   ພາບຈາກທີ່ເກີດເຫດສະແດງໃຫ້ເຫັນວ່າ ມີລົດຍົນຫຼາຍຄັນໄດ້ຮັບຄວາມເສຍຫາຍຈາກໄຟໄໝ້ ຂະນະທີ່ເສດຊາກປັກຫັກພັງກະຈັດກະຈາຍໄປທົ່ວ   ປະມານ 1 ຊົ່ວໂມງຕໍ່ມາ ເຈົ້າໜ້າທີ່ເມືອງຊານດິເອໂກຈັດງານຖະແຫຼງຂ່າວອີກຄັ້ງ […]

ຝົນຕົກໜັກທີ່ເມືອງກຸ້ຍໂຈວ ເຮັດໃຫ້ເກີດດິນເຈື່ອນ ເສຍຊີວິດ 2 ຄົນ ສູນຫາຍອີກ 19 ຄົນ ທະຫານລະດົມກຳລັງຄົ້ນຫາ

ເກີດເຫດດິນເຈື່ອນຄັ້ງໃຫຍ່ໃນແຂວງກຸ້ຍໂຈວທາງຕະວັນຕົກສຽງໃຕ້ຂອງຈີນ ຫຼັງຝົນຕົກໜັກຕໍ່ເນື່ອງ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 2 ຄົນ ແລະ ຍັງສູນຫາຍອີກ 19 ຄົນ ຂະນະເຈົ້າໜ້າທີ່ເລັ່ງລະດົມກຳລັງຊ່ວຍເຫຼືອຢ່າງຕໍ່ເນື່ອງ     ສຳນັກຂ່າວ CCTV ຂອງຈີນລາຍງານວ່າ ຜູ້ເສຍຊີວິດ 2 ສົບຖືກພົບໃນເມືອງຈາງຈື້ ສ່ວນຜູ້ສູນຫາຍ 19 ຄົນມາຈາກ 8 ຄອບຄົວໃນໝູ່ບ້ານຊິງຢາງທີ່ຢູ່ເຂດໃກ້ຄຽງ ຊຶ່ງຖືກດິນເຈື່ອນທັບເຮືອນຊານຢ່າງຮຸນແຮງ   ທາງການຈີນໄດ້ປະກາດເຕືອນໄພດິນເຈື່ອນ ແລະ ໄພພິບັດທາງທະລະນີວິທະຍາໃນພື້ນທີ່ອ້ອມຮອບ ພ້ອມທັ້ງຍົກລະດັບການຕອບສະໜອງເຫດສຸກເສີນເປັນລະດັບ 3 ຈາກທັງໝົດ 4 ລະດັບ ໃນແຂວງກຸ້ຍໂຈວ ແລະ ແຂວງໃກ້ຄຽງ ໄດ້ແກ່ ຮູຫນານ ແລະ ຈຽງຊີ   ຂະນະນີ້ມີເຈົ້າໜ້າທີ່ກູ້ໄພກວ່າ 400 ຄົນ ລວມທັງທະຫານ ແລະ ນັກດັບເພີງ ຖືກສົ່ງເຂົ້າໄປໃນພື້ນທີ່ເພື່ອຄົ້ນຫາ ແລະ ຊ່ວຍເຫຼືອຜູ້ປະສົບໄພຢ່າງເລັ່ງດ່ວນ   ໃນຊ່ວງອາທິດທີ່ຜ່ານມາ ແຂວງກວາງຕຸ້ງ ແລະ ເຂດປົກຄອງຕົນເອງກວ່າງຊີ […]

ເກີດເຫດ ‘ລະເບີດພຼີຊີບ’ ລົດເມນັກຮຽນໃນປາກີສຖານ ຕາຍ 4 ບາດເຈັບກວ່າ 30 ຄົນ

ເອເອຟພີລາຍງານວ່າ ເກີດເຫດລະເບີດພຼີຊີບໃນປາກີສຖານໃນວັນພຸດ (21 ພຶດສະພາ) ມຸ່ງເປົ້າໄປທີ່ລົດເມຮັບສົ່ງນັກຮຽນຂອງໂຮງຮຽນສັງກັດໜ່ວຍງານທະຫານທາງຕາເວັນຕົກສ່ຽງໃຕ້ຂອງປາກີສຖານ   ເຮັດໃຫ້ມີເດັກເສຍຊີວິດຢ່າງໜ້ອຍ 4 ຄົນ ແລະ ມີຄົນບາດເຈັບອີກກວ່າ 30 ຄົນ   ຢາຊີ ອິກບັນ ດາສຕິ ເຈົ້າໜ້າທີ່ລັດທ້ອງຖິ່ນລະດັບອາວຸໂສໃນເຂດຄຸສດາ ແຂວງບາລູຈິສຖານ ເປີດເຜີຍວ່າ ລົດເມຮັບສົ່ງນັກຮຽນຂອງໂຮງຮຽນທະຫານ (Army Public School) ຕົກເປັນເປົ້າໝາຍ ແລະ ສາເຫດຂອງເຫດການລະເບີດກຳລັງຢູ່ລະຫວ່າງການສືບສວນ ຊຶ່ງເບື້ອງຕົ້ນບົ່ງຊີ້ວ່າເປັນລະເບີດພຼີຊີບ   ເຈົ້າໜ້າທີ່ຕຳຫຼວດລະດັບອາວຸໂສຢືນຢັນຍອດຜູ້ເສຍຊີວິດກັບເອເອຟພີ ແຕ່ບໍ່ເປີດເຜີຍຊື່ຜູ້ເສຍຊີວິດ ແລະ ຄາດວ່າຍອດຜູ້ເສຍຊີວິດອາດເພີ່ມຂຶ້ນອີກ   ທັງນີ້, ປົກກະຕິແລ້ວລົດໂຮງຮຽນຈະຮັບສົ່ງລູກຫຼານທະຫານ ແລະ ພົນລະເຮືອນທີ່ອາໄສຢູ່ໃນພື້ນທີ່   ໃນປີ 2014, ລົດໂຮງຮຽນທະຫານໃນເຂດເປຊາວາ ໃນແຂວງໄຄເບີ ປັກຕຸນຄວາທາງຕາເວັນຕົກສ່ຽງເໜືອຂອງປາກີສຖານ ຖືກມືປືນກວາດຍິງ ສັງຫານຜູ້ຄົນໄປກວ່າ 150 ຄົນ ແລະ ສ່ວນໃຫຍ່ເປັນນັກຮຽນ   ການໂຈມຕີຢ່າງໂຫດຮ້າຍນັ້ນ ກະຕຸ້ນໃຫ້ທາງການປາກີສຖານຕ້ອງປາບປາມກຸ່ມກໍ່ການຮ້າຍທີ່ເພີ່ມຂຶ້ນມາຫຼາຍປີໃນເຂດຊາຍແດນ   ດ້ານໂມຊິນ […]

ໄຟໄໝ້ໂຮງງານຜະລິດຢາງລົດຂອງ ‘ຄຳໂຮ ໄທຣ໌’ ໃນເກົາຫຼີໃຕ້

ກວາງຈູ 17 ພຶດສະພາ – ບໍລິສັດ “ຄຳໂຮ ໄທຣ໌” ຜູ້ຜະລິດຢາງລົດຍົນຂອງເກົາຫຼີໃຕ້ ຕ້ອງໄດ້ລະງັບການຜະລິດທີ່ໂຮງງານໃນເມືອງກວາງຈູ (Gwangju) ໃນເກົາຫຼີໃຕ້ໃນມື້ນີ້ ຫຼັງຈາກເກີດໄຟໄໝ້ຄັ້ງໃຫຍ່ທີ່ໂຮງງານແຫ່ງນີ້ ໃນຂະນະທີ່ລັດຖະບານຕ້ອງລະດົມລົດດັບເພີງຈາກທົ່ວປະເທດເພື່ອຄວບຄຸມໄຟທີ່ລຸກລາມໄປເລື້ອຍໆ   ສຳນັກຂ່າວຢອນຮັບ ລາຍງານວ່າ ໄຟໄໝ້ຄັ້ງນີ້ເກີດຂຶ້ນເມື່ອເວລາປະມານ 7.11 ນາທີ ເຊົ້າມື້ນີ້ຕາມເວລາທ້ອງຖິ່ນ ຫຼື ກົງກັບ 5.11 ນາທີ ມື້ດຽວກັນຕາມເວລາໃນປະເທດລາວ   ທີ່ໂຮງງານໃນເມືອງກວາງຈູ ເຊິ່ງຢູ່ຫ່າງຈາກນະຄອນໂຊລໄປທາງຕາເວັນອອກສຽງໃຕ້ປະມານ 270 ກິໂລແມັດ ໄຟລຸກລາມຢ່າງວ່ອງໄວໄປຕາມອາຄານຕ່າງໆ ຂອງໂຮງງານ ໄຟບາງຈຸດສູງເຖິງ 100 ແມັດ ນັບຈົນເຖິງເວລາທ່ຽງວັນຕາມເວລາທ້ອງຖິ່ນ   ພື້ນທີ່ຝັ່ງຕາເວັນຕົກຂອງໂຮງງານປະມານຮ້ອຍລະ 70 ຫຼື ຂະໜາດເທົ່າກັບປະມານສະໜາມຟຸດບອນ 5 ສະໜາມ ຖືກໄຟເຜົາທຳລາຍ ສຳນັກງານດັບເພີງແຫ່ງຊາດອອກປະກາດລະດົມການດັບເພີງທົ່ວປະເທດ ອະນຸຍາດໃຫ້ເຈົ້າໜ້າທີ່ດັບເພີງແລະເຄື່ອງມືຈາກພື້ນທີ່ໃກ້ຄຽງເຂົ້າມາໃນພື້ນທີ່ທີ່ປະສົບເຫດໄດ້     ຄຳໂຮ ໄທຣ໌ ເປັນຜູ້ຜະລິດຢາງລົດຍົນໃຫຍ່ເປັນອັນດັບ 2 ຂອງປະເທດ ກ່າວວ່າ ຂະບວນການຜະລິດທຸກຢ່າງຖືກສັ່ງລະງັບໄວ້ທີ່ໂຮງງານແຫ່ງນີ້ […]