ຂໍ້ແຕກຕ່າງລະຫວ່າງ Windows ຂອງແທ້ ແລະ Windows ຂອງປອມ

ການເລືອກໃຊ້ Windows ຂອງແທ້ ຫຼື Windows ຂອງປອມ ບໍ່ພຽງແຕ່ເປັນເລື່ອງຂອງລາຄາ ແລະ ການລະເມີດລິຂະສິດເທົ່ານັ້ນ ແຕ່ຍັງສົ່ງຜົນກະທົບໂດຍກົງຕໍ່ຄວາມປອດໄພ, ຄວາມໜ້າເຊື່ອຖື, ແລະ ປະສິດທິພາບໃນການໃຊ້ງານຄອມພິວເຕີຂອງທ່ານ. ຄວາມປອດໄພ ແລະ ການອັບເດດ Windows ຂອງແທ້ ໄດ້ຮັບການອັບເດດຢ່າງສະໝໍ່າສະເໝີຈາກ Microsoft ທັງໃນເລື່ອງຂອງການປັບປຸງລະບົບປະຕິບັດການ (Feature Update) ແລະ ການແກ້ໄຂບັນຫາຊ່ອງໂຫວ່ດ້ານຄວາມປອດໄພ (Security Patch) ຫຼຸດຄວາມສ່ຽງຈາກໄວຣັສ, ມັລແວຣ໌, ແລະ ການໂຈມຕີທາງໄຊເບີ ເພາະການອັບເດດຊ່ວຍປິດຊ່ອງໂຫວ່ທີ່ອາດຖືກແຮັກເກີໃຊ້ໃນການໂຈມຕີ ມີການປ້ອງກັນໃນຕົວ ເຊັ່ນ Windows Defender ເຊິ່ງໄດ້ຮັບການພັດທະນາໃຫ້ສາມາດກວດຈັບໄພຄຸກຄາມໄດ້ຢ່າງມີປະສິດທິພາບ Windows ຂອງປອມ ບໍ່ຮອງຮັບການອັບເດດຈາກ Microsoft ໄດ້ ເຮັດໃຫ້ລະບົບຂາດການປ້ອງກັນຊ່ອງໂຫວ່ທີ່ເກີດຂຶ້ນ ສ່ຽງຕໍ່ການໂຈມຕີຈາກມັລແວຣ໌, ໄວຣັສ, ຫຼື ແຣນຊັມແວຣ໌ ເຊິ່ງອາດນໍາໄປສູ່ການສູນເສຍຂໍ້ມູນສໍາຄັນ ມັກມາພ້ອມກັບຊອຟແວຣ໌ແປກປອມທີ່ອາດເປັນໄພຕໍ່ລະບົບ ເຊັ່ນ Keylogger ຫຼື ໂປຣແກຣມດັກຂໍ້ມູນ ຕົວຢ່າງການສະໜັບສະໜູນຈາກ Microsoft […]
ພະຍາດຢ້ານການຂຶ້ນເຄື່ອງບິນ ພາວະທາງຈິດໃຈ ບໍ່ແມ່ນພຽງຄວາມຕື່ນເຕັ້ນ

ພາວະສຸຂະພາບຈິດທີ່ພົບໄດ້ໃນຊ່ວງນີ້ “ພະຍາດຢ້ານການຂຶ້ນເຄື່ອງບິນ” ຄລິບເຄື່ອງບິນຕົກຫຼຸມອາກາດ ແລະ ສຽງຮ້ອງຈາກຜູ້ໂດຍສານທີ່ຖືກແຊຣ໌ຕໍ່ກັນໃນໂລກອອນລາຍ ຊ່ວງມໍລະສຸມຂອງທຸກປີ ມັກມາພ້ອມກັບຂ່າວພາຍຸ ບາງຄົນເບິ່ງຄລິບພຽງແຕ່ 15 ວິນາທີ ແຕ່ກາຍເປັນພາບຕິດຕາໄປຫຼາຍປີ ບໍ່ແມ່ນແຄ່ຮູ້ສຶກຫວາດສຽວ ຫຼື ຕົກໃຈຊົ່ວຄາວ ແຕ່ເປັນອາການຈິງຈັງທີ່ຮຽກວ່າ Aerophobia ຫຼື “ພະຍາດຢ້ານການຂຶ້ນເຄື່ອງບິນ” ງານວິໄຈພົບວ່າ ປະຊາກອນ ປະມານ 6.5% ມີອາການຢ້ານການຂຶ້ນເຄື່ອງບິນໃນລະດັບທີ່ກະທົບຊີວິດປະຈຳວັນ ໂດຍສະເພາະເມື່ອມີປັດໄຈກະຕຸ້ນ ເຊັ່ນ: ພາຍຸ, ຄລິບອຸບັດຕິເຫດ ຫຼື ສຽງກັບຕັນປະກາດ “ຂໍໃຫ້ຮັດເຂັມຂັດແໜ້ນ” ໃນມຸມຈິດເວດ Aerophobia ຈັດຢູ່ໃນກຸ່ມຂອງພະຍາດຢ້ານ (Specific Phobia) ຊຶ່ງມີລັກສະນະຄື ຄວາມຢ້ານທີ່ຮຸນແຮງເກີນເຫດ ແລະ ຄວບຄຸມບໍ່ໄດ້ ເຖິງຂັ້ນຫຼີກລ້ຽງກິດຈະກຳທີ່ກ່ຽວຂ້ອງ ແມ່ນຕ້ອງເສຍງານ ເສຍໂອກາດ ຫຼື ແມ່ນກະທັ້ງເສີ່ຍແຕກຫັກກັບຄົນຮັກທີ່ຢາກທ່ຽວຕ່າງປະເທດ ມີເຄສໜຶ່ງທີ່ໝໍຈື່ໄດ້ດີ…ຍິງໄວສາມສິບ ຫາກໍເລີ່ມຕົ້ນງານໃໝ່ທີ່ຕ້ອງບິນໄປປະຊຸມທີ່ຕ່າງປະເທດ ຄືນກ່ອນເດີນທາງ ລາວໄດ້ເບິ່ງຄລິບເຫດການ turbulence ທີ່ແຊຣ໌ກັນເທິງ TikTok […]
ການໂຈມຕີແບບ DDoS ແມ່ນຫຍັງ? ແລະ ເປັນຫຍັງ SMEs ຕ້ອງລະວັງ

ໃນໂລກທຸລະກິດຍຸກດິຈິຕອນທີ່ທຸກລະບົບຕ່າງເຊື່ອມໂຍງກັນຜ່ານອິນເຕີເນັດ, ຄວາມຕໍ່ເນື່ອງໃນການໃຫ້ບໍລິການທາງອອນລາຍຖືເປັນເລື່ອງທີ່ມີຄວາມສຳຄັນຫຼາຍ. ການຢຸດຊະງັກຂອງລະບົບພຽງແຕ່ຊົ່ວຄູ່, ອາດໝາຍເຖິງໂອກາດທີ່ສູນເສຍໄປທັງດ້ານລາຍໄດ້, ຄວາມໜ້າເຊື່ອຖື, ແລະ ຄວາມພໍໃຈຂອງລູກຄ້າ. ໜຶ່ງໃນໄພງຽບທີ່ສາມາດເຮັດໃຫ້ລະບົບລົ່ມໂດຍບໍ່ຕ້ອງມີການແຮັກຂໍ້ມູນຫຼືເຈາະລະບົບໃດໆ ຄືການໂຈມຕີແບບ DDoS (Distributed Denial of Service). DDoS ຫຼື Distributed Denial of Service ແມ່ນຫຍັງ? DDoS ເປັນການໂຈມຕີທີ່ອາໄສການສົ່ງຄຳຂໍເຂົ້າໄປຍັງເວັບໄຊຫຼືເຊີເວີຈຳນວນຫຼາຍໃນເວລາດຽວກັນ, ໂດຍໃຊ້ເຄື່ອງຄອມພິວເຕີຈຳນວນຫຼາຍທີ່ຖືກຄວບຄຸມຈາກລະຍະໄກ, ຫຼື ທີ່ເອີ້ນວ່າ “Botnet”. ຈຸດມຸ່ງໝາຍຂອງການໂຈມຕີນີ້ບໍ່ແມ່ນເພື່ອການຂະໂມຍຂໍ້ມູນ, ແຕ່ເພື່ອເຮັດໃຫ້ລະບົບບໍ່ສາມາດໃຫ້ບໍລິການໄດ້ຕາມປົກກະຕິ, ໂດຍທີ່ຜູ້ໃຊ້ງານຈິງຈະບໍ່ສາມາດເຂົ້າເຖິງເວັບໄຊຫຼືແອັບພລິເຄຊັນໄດ້, ເນື່ອງຈາກລະບົບຕ້ອງຮັບພາລະໜັກເກີນກວ່າທີ່ຈະຮອງຮັບໄດ້. “Botnet” (ມາຈາກຄຳວ່າ robot + network) ໝາຍເຖິງກຸ່ມອຸປະກອນທີ່ຖືກຄວບຄຸມຈາກລະຍະໄກແລະເຮັດໃຫ້ຕິດມັນແວ, ເຊິ່ງອຸປະກອນສາມາດເປັນຫຍັງກໍໄດ້ທີ່ເຊື່ອມຕໍ່ກັບອິນເຕີເນັດໄດ້, ເຊັ່ນ: ຄອມພິວເຕີ, ເວັບແຄມ, ເຣົາເຕີ, ຫຼື ອຸປະກອນ IoT ອື່ນໆ. **Zombies ຄື Botnet ຫຼື ກຸ່ມອຸປະກອນທີ່ຖືກຄວບຄຸມຈາກລະຍະໄກແລະຖືກເຮັດໃຫ້ຕິດມັນແວ. ຈຸດປະສົງຂອງການໂຈມຕີດ້ວຍ DDoS ຜູ້ບໍ່ຫວັງດີເລືອກໃຊ້ການໂຈມຕີແບບ DDoS […]
ການດູແລເຊີບເວີໃຫ້ໃຊ້ງານໄດ້ປະສິດທິພາບ

ສໍາລັບທຸລະກິດທີ່ມີເຊີບເວີເປັນຫົວໃຈຫລັກຂອງການດໍາເນີນງານ, ການດູແລຮັກສາເຊີບເວີໃຫ້ຢູ່ໃນສະພາບດີເປັນສິ່ງທີ່ຈໍາເປັນ ເພື່ອໃຫ້ລະບົບເຮັດວຽກໄດ້ຢ່າງມີປະສິດທິພາບ ແລະ ຫລຸດຄວາມສ່ຽງຈາກບັນຫາອື່ນໆທີ່ອາດເກີດຂຶ້ນ. ໃນມື້ນີ້ພວກເຮົາຈະມາແນະນໍາວິທີການດູແລເຊີບເວີແບບງ່າຍໆ ທີ່ທຸລະກິດ SMEs ສາມາດເຮັດໄດ້. 1. ອັບເດດລະບົບປະຕິບັດການ ແລະ ຊອຟແວຢ່າງສະໝໍ່າສະເໝີ ການໃຊ້ລະບົບປະຕິບັດການຫຼືຊອຟແວທີ່ລ້າສະໄໝ ອາດເຮັດໃຫ້ເຊີບເວີສ່ຽງຕໍ່ຊ່ອງໂຫວ່ດ້ານຄວາມປອດໄພ ແລະ ເຮັດໃຫ້ມີປະສິດທິພາບຫລຸດລົງ. ວິທີການດູແລ ຕັ້ງຄ່າ Automatic Update ເພື່ອໃຫ້ອັບເດດອັດຕະໂນມັດ (ໃນກໍລະນີທີ່ລະບົບມີການຮອງຮັບ) ຄອຍກວດສອບ Patch ຄວາມປອດໄພ ຈາກເວັບໄຊຂອງຜູ້ໃຫ້ບໍລິການ ເຊັ່ນ Microsoft, Linux, ຫຼື ອື່ນໆ ອັບເດດໄດເວີ ແລະ ເຟີມແວຂອງຮາດແວ 2. ສໍາຮອງຂໍ້ມູນ (Backup) ເປັນປະຈໍາ ຂໍ້ມູນຄືສິ່ງທີ່ສໍາຄັນທີ່ສຸດຂອງທຸລະກິດ ຫາກເກີດຄວາມຜິດພາດ ເຊັ່ນ ໄຟລ໌ເສຍຫາຍ, ໄວຣັສໂຈມຕີ ຫຼື ຮາດແວພັງ, ການມີສໍາຮອງຂໍ້ມູນຊ່ວຍໃຫ້ສາມາດກູ້ຄືນລະບົບໄດ້ຢ່າງວ່ອງໄວ. ວິທີການດູແລ ໃຊ້ຫຼັກການ 3-2-1 Backup Rule 3 ສໍາເນົາຂອງຂໍ້ມູນ (Primary […]
6 ທັກສະສຳຄັນ ກຽມຕົວໃຫ້ພ້ອມຮັບມືຍຸກ AI ຄອງໂລກ

ໃນຍຸກທີ່ປັນຍາປະດິດ (AI) ກຳລັງກ້າວໜ້າຢ່າງວ່ອງໄວແລະກາຍເປັນສ່ວນສຳຄັນຂອງການເຮັດວຽກໃນຫຼາຍອຸດສາຫະກຳ, ຫຼາຍຄົນໃນວົງການເທັກໂນໂລຢີເລີ່ມກັງວົນກ່ຽວກັບອະນາຄົດຂອງອາຊີບ, ເນື່ອງຈາກການໃຊ້ AI ອາດເຮັດໃຫ້ເຄື່ອງຈັກສາມາດເຮັດວຽກບາງປະເພດໄດ້ດີຂຶ້ນແລະວ່ອງໄວກວ່າມະນຸດ ນາງສາວເດັບ ຣິຊາດສັນ, Senior Content Strategist ຈາກເຣັດແຮທ ກ່າວວ່າ ຫຼາຍຄົນກັງວົນວ່າເຄື່ອງມືດ້ານ AI ທີ່ມີຢູ່ຢ່າງຫຼວງຫຼາຍຈະກະທົບຕໍ່ອະນາຄົດດ້ານການງານແລະອາຊີບຂອງຕົນ, ເຊິ່ງເປັນເລື່ອງທີ່ເຂົ້າໃຈໄດ້, ເພາະເທັກໂນໂລຢີເຫຼົ່ານີ້ສາມາດເຮັດວຽກທີ່ໜ້າທຶ່ງໄດ້ຈາກຄຳສັ່ງງ່າຍໆ ພຽງບໍ່ເທົ່າໃດຄຳ ຄວາມສາມາດຂອງ Generative AI (Gen AI) ເຊັ່ນ ການສ້າງໂຄ້ດ, ຂຽນຄອນເທັນທາງການຕະຫຼາດ, ອອກແບບກຣາຟິກ, ສ້າງສັນງານສິລະປະໄດ້ຫຼາກຫຼາຍສະໄຕລ໌, ສ້າງວິດີໂອເຕັມຮູບແບບພ້ອມສະຄຣິບແລະເພງປະກອບ, ຄິດແຜນທຸລະກິດເຊິງກົນລະຍຸດ, ພັດທະນາໂພສຕ໌ບົນໂຊຊຽວມີເດຍ, ແລະອື່ນໆ ອີກຫຼາຍຢ່າງ, ຈຶ່ງບໍ່ໜ້າແປກໃຈທີ່ຫຼາຍຄົນຈະຮູ້ສຶກກັງວົນກ່ຽວກັບໂອກາດໃນການຈ້າງງານໃນອະນາຄົດ. ແຕ່ບໍ່ແມ່ນວ່າທຸກຢ່າງຈະເປັນໄປໃນທາງລົບໝົດ. ເຖິງແມ່ນວ່າການຮຽນຮູ້ການໃຊ້ເຄື່ອງມື AI ຢ່າງມີປະສິດທິພາບຈະເປັນສິ່ງສຳຄັນສຳລັບຄົນໃນວົງການເທັກໂນໂລຢີ, ແຕ່ຍັງມີຄວາມສາມາດບາງຢ່າງຂອງຄົນທີ່ເຄື່ອງຈັກບໍ່ອາດທຽບໄດ້, ເຊັ່ນ ການຄິດແລະຕັດສິນໃຈໂດຍໃຊ້ສັນຊາດຕະຍານ, ການແກ້ບັນຫາເຊິງສ້າງສັນ, ຄວາມເຂົ້າໃຈທີ່ເກີດຈາກຄວາມເຫັນອົກເຫັນໃຈ. ທັກສະມະນຸດເຫຼົ່ານີ້ເປັນກະແຈສຳຄັນໃນການສ້າງນະວັດຕະກຳ, ເຮັດໃຫ້ການສື່ສານມີປະສິດທິພາບ, ແລະສາມາດຮັບມືກັບບັນຫາທີ່ຊັບຊ້ອນໄດ້. ເພື່ອຮັບມືກັບໂລກທີ່ມີ […]
ຜັກທີ່ໄດ້ຊື່ວ່າເປັນ “ລາຊາໂລກຕັບເນົ່າ” ອັນຕະລາຍຍິ່ງກວ່າດື່ມແອລກໍຮໍ

ຜັກທີ່ຖືກຂະໜານນາມວ່າ “ລາຊາແຫ່ງການທຳລາຍຕັບ” ອັນຕະລາຍຍິ່ງກວ່າການດື່ມແອລກໍຮໍເສຍອີກ “ຖົ່ວງອກ” ທີ່ມີລັກສະນະຂາວສະອາດ, ອວບແໜ້ນ, ເບິ່ງໜ້າຮັບປະທານ ມັກເປັນຕົວເລືອກຍອດນິຍົມຂອງຜູ້ບໍລິໂພກຫຼາຍຄົນ ເພາະລາຄາຖືກແລະປຸງງ່າຍ. ແຕ່ໃນຄວາມເປັນຈິງ, ຖົ່ວງອກຊະນິດນີ້ກັບບໍ່ດີຕໍ່ສຸຂະພາບ ຫາກຮັບປະທານເລື້ອຍໆ ຫຼື ໃນປະລິມານຫຼາຍ ອາດເປັນອັນຕະລາຍຕໍ່ຕັບແລະອະວັຍຍະວະອື່ນໆ ໃນຮ່າງກາຍໄດ້. ຖົ່ວງອກມັກຜະລິດໂດຍການແຊ່ນ້ຳແລະໃຊ້ສານເຄມີເລັ່ງການຈະເລີນເຕີບໂຕ ເຊິ່ງຊ່ວຍໃຫ້ຖົ່ວງອກຈະເລີນເຕີບໂຕໄວແລະສ້າງຜົນກຳໄລສູງໃຫ້ກັບກະສິກອນ. ແຕ່ໃນຂະນະດຽວກັນກໍເຮັດໃຫ້ຖົ່ວງອກດູດຊຶມສານພິດຕ່າງໆ. ການໃຊ້ສານເຄມີເຫຼົ່ານີ້ອາດເຮັດໃຫ້ເຊວຂອງຖົ່ວງອກປ່ຽນແປງ ເຊິ່ງເປັນອັນຕະລາຍຕໍ່ສຸຂະພາບ. ເມື່ອຖົ່ວງອກເຫຼົ່ານີ້ຖືກບໍລິໂພກ, ສານພິດທີ່ສະສົມໃນຖົ່ວງອກອາດສະສົມໃນຮ່າງກາຍ, ເຮັດໃຫ້ຕັບຕ້ອງເຮັດວຽກໜັກຂຶ້ນໃນການກຳຈັດສານພິດນັ້ນ. ສະພາບນີ້ຫາກຍືດເຍື້ອອາດເຮັດໃຫ້ຕັບເສຍຫາຍແລະເພີ່ມຄວາມສ່ຽງໃນການເກີດມະເຮັງ. ດັ່ງນັ້ນວິທີທີ່ດີທີ່ສຸດໃນການດູແລສຸຂະພາບຄືຫຼຸດການບໍລິໂພກຖົ່ວງອກໃນອາຫານ, ຫຼືຫາກເປັນໄປໄດ້ຄວນຫຼີກລ້ຽງການຮັບປະທານເພື່ອຮັກສາສຸຂະພາບຕັບໃຫ້ແຂງແຮງ. ແພດຍັງເຕືອນວ່າ, ເມື່ອມີອາການທີ່ບົ່ງຊີ້ເຖິງຄວາມຜິດປົກກະຕິຂອງຕັບ, ຄວນໄປພົບແພດທັນທີ. ການເອີ້ມແລະຜາຍລົມເລື້ອຍຂຶ້ນ ການເອີ້ມ ແລະ ຜາຍລົມເປັນເລື່ອງປົກກະຕິສຳລັບທຸກຄົນ, ແຕ່ຫາກທ່ານສັງເກດເຫັນວ່າການຜາຍລົມຂອງທ່ານເພີ່ມຂຶ້ນຢ່າງຜິດປົກກະຕິໃນມື້ໜຶ່ງ, ໂດຍທີ່ບໍ່ໄດ້ກິນອາຫານແປກໃໝ່ໃດໆ, ອາດເປັນສັນຍານວ່າຕັບຂອງທ່ານອາດໄດ້ຮັບຄວາມເສຍຫາຍ. ເນື່ອງຈາກເມື່ອມີບັນຫາກັບຕັບ, ຈະສົ່ງຜົນໃຫ້ຂະບວນການຂັບນ້ຳດີຖືກຂັດຂວາງ, ແລະລະບົບຍ່ອຍອາຫານກໍໄດ້ຮັບຜົນກະທົບ, ເຮັດໃຫ້ເກີດການສະສົມຂອງແກັສຫຼາຍຂຶ້ນກວ່າປົກກະຕິ. ລົມຫາຍໃຈມີກິ່ນເໝັນຢ່າງກະທັນຫັນ ເມື່ອເກີດຄວາມເສຍຫາຍທີ່ຕັບ, ຈະສົ່ງຜົນໂດຍກົງຕໍ່ຂະບວນການເຜົາຜານຂອງຮ່າງກາຍ, ເຮັດໃຫ້ສານພິດແລະຂອງເສຍບໍ່ສາມາດຖືກຍ່ອຍສະລາຍໄດ້ທັນເວລາແລະສະສົມໃນຮ່າງກາຍ. ຂອງເສຍທີ່ສະສົມເຫຼົ່ານີ້ຈະຖືກຍ່ອຍສະລາຍເປັນໄນໂຕຣເຈນແລະແອມໂມເນຍ, ເຊິ່ງບໍ່ສາມາດຂັບອອກຈາກຮ່າງກາຍໄດ້, […]
Drive C ແລະ Drive D: ເປັນຫຍັງຕ້ອງເກັບຂໍ້ມູນແຍກກັນ?

ຄອມພິວເຕີທີ່ພວກເຮົາໃຊ້ທຸກມື້ນີ້ ມັກມີພື້ນທີ່ເກັບຂໍ້ມູນທີ່ເອີ້ນວ່າ Drive C ແລະ Drive D, ເຊິ່ງເບິ່ງຄືວ່າສາມາດໃຊ້ງານໄດ້ຄ້າຍຄືກັນ. ຫຼາຍຄົນຈຶ່ງສົງໄສວ່າ ໄດຣຟ໌ທັງສອງນີ້ມີຄວາມແຕກຕ່າງກັນແນວໃດ, ແຕ່ລະໄດຣຟ໌ມີໜ້າທີ່ສະເພາະຫຍັງ, ແລະ ຖ້າສາມາດເກັບຂໍ້ມູນປະເພດດຽວກັນໄດ້ ເປັນຫຍັງຈຶ່ງຕ້ອງແຍກອອກຈາກກັນ. Drive C ແມ່ນຫຍັງ? Drive C ຄື ໄດຣຟ໌ຫຼັກ (Primary Drive) ຂອງລະບົບຄອມພິວເຕີ ໜ້າທີ່ຫຼັກ: ເກັບລະບົບປະຕິບັດການ (OS) ເຊັ່ນ Windows, IOS ເປັນຕົ້ນ ເກັບໄຟລ໌ໂປຣແກຣມທີ່ຕິດຕັ້ງໃນເຄື່ອງ ໃຊ້ເປັນພື້ນທີ່ເຮັດວຽກສຳລັບໂປຣແກຣມຕ່າງໆ ແລະ ໄຟລ໌ຊົ່ວຄາວ (Temporary Files) ຂໍ້ຄວນລະວັງ: ບໍ່ຄວນເກັບໄຟລ໌ທີ່ບໍ່ຈຳເປັນໃນໄດຣຟ໌ນີ້ຫຼາຍເກີນໄປ ເພາະພື້ນທີ່ທີ່ຫຼຸດລົງອາດເຮັດໃຫ້ລະບົບເຮັດວຽກຊ້າລົງ Drive D ແມ່ນຫຍັງ? Drive D ມັກຖືກໃຊ້ເປັນ ໄດຣຟ໌ເສີມ (Secondary Drive) ໜ້າທີ່ຫຼັກ: ເກັບຂໍ້ມູນສ່ວນຕົວ ເຊັ່ນ ຮູບພາບ, ວິດີໂອ, ເອກະສານ […]
ວິທີການລຶບໄຟລຂີ້ເຫຍື້ອໃນ Windows 10 ຢ່າງປອດໄພ ແລະ ໄດ້ຮັບຜົນດີດ້ວຍວິທີດັ່ງຕໍ່ໄປນີ້

ວິທີການເຄຼຍໄຟລ໌ໃນ Recycle Bin ດ້ວຍຕົວທ່ານເອງ ຖ້າທ່ານຕັດສິນໃຈວ່າບໍ່ຕ້ອງການໃຊ້ຂໍ້ມູນທັງໝົດໃນ Recycle Bin, ມີວິທີລຶບໄຟລ໌ໃນຄອມດັ່ງຕໍ່ໄປນີ້: ຄລິກຂວາທີ່ Folder Recycle Bin ກົດເລືອກ Empty Recycle Bin ກົດ Yes ເພື່ອຢືນຢັນການລຶບໄຟລ໌ທີ່ຢູ່ພາຍໃນຢ່າງຖາວອນ ການລຶບໄຟລ໌ Temp ໄຟລ໌ Temp ເປັນໜຶ່ງໃນຂໍ້ມູນທີ່ບໍ່ຈຳເປັນທີ່ກິນເນື້ອທີ່ຂອງຄອມພິວເຕີ, ມີຕົ້ນກຳເນີດມາຈາກການນຳພື້ນທີ່ໃນ HDD ມາໃຊ້ເພື່ອປະມວນຜົນໃນຊົ່ວຂະນະໜຶ່ງ, ການໃຊ້ງານ internet ແລະ ການຕິດຕັ້ງໂປຣແກຣມ. ດັ່ງນັ້ນການລຶບໄຟລ໌ຂະໜະທີ່ດີ ຕ້ອງລຶບ temp ເຫຼົ່ານີ້ອອກໄປດ້ວຍ. ໃນຕົວ Windows 10 ນັ້ນ ສາມາດຕັ້ງຄ່າໃຫ້ຕົວເຄື່ອງທຳການກຳຈັດໄຟລ໌ຂະໜະເຫຼົ່ານີ້ອອກໄປໄດ້ໂດຍອັດຕະໂນມັດ: ກົດ Start ຫຼື ເຄື່ອງໝາຍ Windows ທີ່ຢູ່ທີ່ມຸມຊ້າຍລຸ່ມ ເລືອກ Setting ຫຼື Icon ທີ່ມີລັກສະນະເປັນຟັນເຟືອງ ເລືອກ System ເລືອກ Storage […]
ຖອດລະຫັດຄວາມສ່ຽງ ‘ນວດຜິດວິທີ’ ໂດຍສະເພາະໃນຜູ້ປ່ວຍພະຍາດປະຈຳຕົວ

ໝໍສັນຍະກຳສະໝອງເຕືອນຢ່ານວດຕົ້ນຄໍໂດຍບໍ່ມີຄວາມຮູ້ ສ່ຽງຫຼອດເລືອດປິ ລິ່ມເລືອດອຸດສະໝອງເຖິງຂັ້ນເປັນອຳພາດ ຊີ້ 5 ຈຸດຫ້າມນວດແລະກຸ່ມສ່ຽງສຳຄັນຕ້ອງຫຼີກລ່ຽງ ເມື່ອອາການເມື່ອຍລ້າທົ່ວໄປກາຍເປັນອັນຕະລາຍເຖິງຊີວິດ, ທ່ານໝໍປະຊາ ກັນຍາປະສິດ ສັນຍະແພດຜູ້ຊ່ຽວຊານດ້ານສະໝອງ ປະເທດໄທ ເຜີຍຜ່ານເພຈ “ໝໍປະຊາ ຜ່າສະໝອງ” ເຖິງກໍລະນີຊາຍວັຍ 54 ປີມີອາການປວດຕົ້ນຄໍເລັກນ້ອຍຫຼັງຮັບປະທານອາຫານ ກ່ອນໃຫ້ພັນລະຍາຊ່ວຍນວດ ແຕ່ກັບຕື່ນມາພົບວ່າເຄິ່ງຊີກຂວາຂອງຮ່າງກາຍອ່ອນແຮງ ບໍ່ສາມາດເວົ້າໄດ້ ກ່ອນພົບວ່າເສັ້ນເລືອດທີ່ຄໍເກີດການປິແຕກ ແລະ ລິ່ມເລືອດອຸດຕັນໃນສະໝອງ. ເສັ້ນເລືອດໃນຄໍບໍ່ແມ່ນຂອງຫຼິ້ນ ເຄສນີ້ສະແດງໃຫ້ເຫັນວ່າ “ການນວດໂດຍບໍ່ມີຄວາມຮູ້ດ້ານກາຍະວິພາກ” ໂດຍສະເພາະທີ່ຕົ້ນຄໍ ອາດເຮັດໃຫ້ເສັ້ນເລືອດໃຫຍ່ປິ, ແຕກ ຫຼື ຫຼຸດລອກຈາກຝາຫຼອດເລືອດ ແລ້ວກາຍເປັນລິ່ມເລືອດໄຫຼໄປອຸດເສັ້ນເລືອດສະໝອງ ສົ່ງຜົນໃຫ້ເກີດອຳພາດຫຼືເຖິງຂັ້ນເສຍຊີວິດໄດ້. ຜູ້ປ່ວຍໃນກໍລະນີນີ້ຕ້ອງເຂົ້າຮັບການຜ່າຕັດເປີດກະໂຫຼກຫຼຸດແຮງດັນໃນສະໝອງ ເນື່ອງຈາກເສັ້ນເລືອດສະໝອງສ່ວນໜຶ່ງຕາຍໄປແລ້ວ (ຕາມຜົນ CT Scan ທີ່ສະແດງຈຸດສີດຳໃນສະໝອງ). 5 ຈຸດຕ້ອງຫ້າມໃນການນວດ ຂໍ້ມູນຈາກຄະນະແພດສາດໂຮງໝໍລາມາທິບໍດີ ມະຫາວິທະຍາໄລມະຫິດົນ ແລະ ສະຖານການແພດແຜນໄທປະຍຸກ ຄະນະແພດສາດສິລິລາດພະຍາບານ ລະບຸວ່າ ມີ 5 […]
ສະໝອງກັບລຳໄສ້ຮ່ວມກັນເຮັດວຽກ ຄວບຄຸມອາລົມຂອງຄົນເຮົາໄດ້ແນວໃດ?

ລຳໄສ້ຂອງມະນຸດປະກອບດ້ວຍເຊລປະສາດກວ່າ 100 ລ້ານເຊລ ຊຶ່ງຮັບຜິດຊອບການຜະລິດຮໍໂມນເຊໂຣໂທນິນເຖິງ 95% ຂອງທີ່ມີທັງໝົດໃນຮ່າງກາຍ ໂດຍຮໍໂມນນີ້ແມ່ນສານສື່ປະສາດ (neurotransmitter) ທີ່ກ່ຽວຂ້ອງສຳພັນກັບສຸຂະພາບກາຍແລະຈິດທີ່ດີຂອງຄົນເຮົາຢ່າງຍິ່ງ. ບໍ່ດົນມານີ້, ຫຼັກຖານຈາກງານຄົ້ນຄວ້າໃໝ່ລ້າສຸດພົບວ່າ ຈຸລິນຊີທຸກຊະນິດພັນທີ່ອາໄສຢູ່ໃນຮ່າງກາຍຂອງມະນຸດ ຫຼື ທີ່ຮຽກວ່າ “ໄມໂຄຣໄບໂອຕາ” (microbiota) ຊຶ່ງປະກອບດ້ວຍແບັກທີເຣຍ, ໄວຣັສ, ເຊື້ອລາ, ແລະ ຈຸລະຊີບອື່ນໆ ອີກນັບລ້ານລ້ານຕົວ ມີຄວາມສຳຄັນຊະນິດຈະມອງຂ້າມບໍ່ໄດ້ ໂດຍສະເພາະຢ່າງຍິ່ງຈຸລິນຊີທີ່ອາໄສຢູ່ໃນລຳໄສ້. ຫຼັກຖານທາງວິທະຍາສາດເບື້ອງຕົ້ນ ບົ່ງຊີ້ເຖິງຄວາມເຊື່ອມໂຍງກ່ຽວຂ້ອງລະຫວ່າງລຳໄສ້ກັບສະໝອງ ໂດຍພິສູດວ່າອະໄວຍະວະທັງສອງຕ່າງກໍ່ມີອິດທິພົນຕໍ່ກັນ. ເຊັ່ນທ່ານອາດຈະເຄີຍມີຄວາມຮູ້ສຶກແປກໆ ຄືກັບເປັນລາງສັງຫອນ (gut feeling) ທີ່ສະແດງອອກເປັນອາການປັ່ນປ່ວນໃນທ້ອງຫຼືຮູ້ສຶກຄື່ນເຂົ້າ ໃນເວລາທີ່ຄຽດຫຼືຕື່ນເຕັ້ນກ່ອນເຂົ້າປະຊຸມຄັ້ງສຳຄັນ ຫຼື ບາງຄົນອາດຮູ້ສຶກຫງຸດຫງິດໂມໂຫງ່າຍ ໃນເວລາທີ່ມີອາການທ້ອງຜູກໄດ້. ແຕ່ຄວາມສຳພັນອັນແປກປະຫຼາດລະຫວ່າງສອງອະໄວຍະວະທີ່ເບິ່ງຄືຈະບໍ່ກ່ຽວຂ້ອງກັນເລີຍນີ້ ເກີດຂຶ້ນໄດ້ແນວໃດ ແລະ ພວກເຮົາມີວິທີການດູແລເປັນພິເສດ ເພື່ອປັບປຸງໃຫ້ສະໝອງແລະລຳໄສ້ເຮັດວຽກຮ່ວມກັນໄດ້ດີຂຶ້ນຫຼືບໍ່? ເພາະຄຳຕອບໃນເລື່ອງນີ້ອາດເປັນກະແຈສຳຄັນ ທີ່ຊ່ວຍໄຂຄວາມລັບຂອງການມີຄວາມສຸກແລະຄຸນນະພາບຊີວິດທີ່ດີກໍ່ເປັນໄດ້. ແກນລຳໄສ້-ສະໝອງ ແກນລຳໄສ້-ສະໝອງ (gut-brain axis) ຄືລະບົບເຊື່ອມຕໍ່ສື່ສານສອງທາງລະຫວ່າງຄູ່ອະໄວຍະວະດັ່ງກ່າວ ໂດຍທ່ານໝໍຊາລີຮາ ມາຮ໌ມູດ […]