ບິວເກດ ກາຍເປັນມະຫາເສດຖີ ຍ້ອນການຕັດສິນໃຈຜິດພາດ?

ຮູ້ຫຼືບໍ່ ບິລ ເກດສ໌ ໄດ້ກາຍເປັນມະຫາເສດຖີ ເພາະ “ຄວາມຜິດພາດ” ຄັ້ງໃຫຍ່ຂອງ IBM! ຈາກເດັກເນີດສູ່ເຈົ້າພໍ່ເທັກໂນໂລຢີ ຖ້າຍ້ອນກັບໄປໃນຍຸກ 1980s ບິລ ເກດສ໌ ຍັງບໍ່ແມ່ນມະຫາເສດຖີ, ລາວເປັນພຽງແຕ່ເຈົ້າຂອງບໍລິສັດຊອຟແວຣ໌ນ້ອຍໆຊື່ວ່າໄມໂກຣຊອຟທ໌ (Microsoft) ແຕ່ແລ້ວທັນໃດນັ້ນ ໂອກາດຄຳກໍ່ແລ່ນເຂົ້າມາຫາລາວແບບບໍ່ທັນຕັ້ງຕົວ…ຈາກການ “ຕັດສິນໃຈຜິດພາດ” ຂອງບໍລິສັດໃຫຍ່ຍັກໃນຍຸກນັ້ນຄື IBM! IBM ຢາກເຮັດຄອມພິວເຕີ ແຕ່ບໍ່ມີລະບົບປະຕິບັດການ ຕອນນັ້ນ IBM ກຳລັງຈະເປີດໂຕຄອມພິວເຕີສ່ວນບຸກຄົນ (Personal Computer ຫຼື PC) ເປັນຄັ້ງທຳອິດ ພວກເຂົາເຮັດຮາດແວຣ໌ໄດ້ ແຕ່ບໍ່ມີຊອຟແວຣ໌ທີ່ໃຊ້ຄວບຄຸມເຄື່ອງ ຫຼື ທີ່ເອີ້ນວ່າ “ລະບົບປະຕິບັດການ” ຊຶ່ງປຽບເໝືອນ “ສະໝອງ” ຂອງຄອມພິວເຕີ ເຮັດໜ້າທີ່ສັ່ງການທຸກຢ່າງ IBM ຈຶ່ງໄປຫາໄມໂກຣຊອຟທ໌ ແລະ ຖາມວ່າ “ມີລະບົບປະຕິບັດການບໍ່?” ບິລ ເກດສ໌ ຕອບວ່າ “ມີຄັບ!” ທັງທີ່ຄວາມຈິງແລ້ວ ລາວຍັງບໍ່ມີເລີຍ… MS-DOS ຊື້ມາຖືກໆ ແລ້ວຂາຍຕໍ່ແພງໆ […]

5 ວິທີ ໝັກຜົມໃຫ້ງາມງ່າຍໆຈາກທຳມະຊາດ ມີທຸກບ້ານ

ຜົມຂອງຄົນເຮົາເປັນເໝືອນເຄື່ອງປະດັບຊິ້ນສຳຄັນທີ່ຊ່ວຍເພີ່ມຄວາມໝັ້ນໃຈ ເປັນເໝືອນທຸກຢ່າງຂອງໃບໜ້າ. ມື້ໃດຜົມດີໜ້າກໍ່ງາມ, ມື້ໃດຜົມບໍ່ດີກໍ່ເໝືອນໜ້າເສຍໄປໝົດທັງໜ້າ. ດັ່ງນັ້ນການດູແລຜົມຈຶ່ງເປັນສິ່ງສຳຄັນທີ່ຊ່ວຍເສີມຄວາມງາມ ແລະ ຄວາມໝັ້ນໃຈຂອງພວກເຮົາຫຼາຍຂຶ້ນ. ມື້ນີ້ພວກເຮົາຈຶ່ງໄດ້ລວບລວມຂໍ້ມູນ, ວິທີດູແລຜົມດ້ວຍວິທີທຳມະຊາດທີ່ສາມາດເຮັດໄດ້ທຸກມື້ກ່ອນນອນ. ສູດໃດຊ່ວຍແກ້ບັນຫາໃດມາຕາມເບິ່ງໄດ້ເລີຍໃນ 5 ວິທີບຳລຸງຜົມໃຫ້ສວຍດ້ວຍສູດທຳມະຊາດ. ບຳລຸງຜົມດ້ວຍນ້ຳມັນໝາກພ້າວ: ນ້ຳມັນໝາກພ້າວເປັນນ້ຳມັນຈາກທຳມະຊາດທີ່ຊ່ວຍເພີ່ມຄວາມຊຸ່ມຊື່ນ ພ້ອມມີສານຈາກທຳມະຊາດທີ່ຊ່ວຍບຳລຸງຜົມ. ສັນພະຄຸນຊ່ວຍປັບສະພາບຜົມ, ປັບສະພາບໜັງຫົວ ແລະ ຊ່ວຍໃຫ້ຜົມມີສຸຂະພາບດີ. ສຳລັບການບຳລຸງຜົມສູດນີ້ເໝາະສຳລັບຜູ້ທີ່ມີເວລາຈຳກັດ ເພາະໃຊ້ເວລາບໍ່ດົນ ແລະ ສາມາດເຮັດໄດ້ທຸກມື້ອີກດ້ວຍ. ວິທີເຮັດ: ໃຊ້ນ້ຳມັນໝາກພ້າວທາໃຫ້ທົ່ວຫົວແລ້ວປະໄວ້ປະມານ 10 ນາທີກ່ອນສະຜົມ ແລະ ເຮັດແບບນີ້ມື້ລະ 2 ຄັ້ງທັງເຊົ້າແລະແລງ ແລະ ຄວນເຮັດຕໍ່ເນື່ອງເພື່ອໃຫ້ເຫັນຜົນທີ່ຊັດເຈນ. ບຳລຸງຜົມດ້ວຍເບຍ: ການບຳລຸງຜົມດ້ວຍເບຍ, ເບຍເຄື່ອງດື່ມຍາມສັງສັນນີ້ລະ, ຖ້າຫາກດື່ມບໍ່ໝົດ, ເບຍກໍ່ຍັງສາມາດນຳມາບຳລຸງຜົມໄດ້ອີກດ້ວຍ ເພາະເບຍມີໂປຣຕີນທີ່ຊ່ວຍສ້ອມແຊມຜິວນອກຂອງຜົມ ເຮັດໃຫ້ຜົມນຸ້ມສະຫຼວຍເປັນເງົາງາມ. ວິທີເຮັດ: ເຮັດໃຫ້ຜົມປຽກນ້ອຍໜຶ່ງ ຈາກນັ້ນນຳເບຍມາທາທົ່ວຫົວ, ຫຼັງຈາກນັ້ນນຳຜ້າຂົນໜູມາພັນຫົວໄວ້, ລໍຖ້າປະມານ 30-40 ນາທີ ຈາກນັ້ນລ້າງອອກດ້ວຍນ້ຳສະອາດ. ພຽງເທົ່ານີ້ກໍ່ຈະໄດ້ຜົມນຸ້ມສະຫຼວຍທີ່ບຳລຸງດ້ວຍເບຍແລ້ວເດີ. ບຳລຸງຜົມດ້ວຍນ້ຳເຜິ້ງ: ການບຳລຸງຜົມດ້ວຍນ້ຳເຜິ້ງ, ນ້ຳເຜິ້ງນອກຈາກຈະມີປະໂຫຍດໃນການຮັບປະທານຫຼືໃຊ້ໃນການບຳລຸງຜິວແລ້ວ, ນ້ຳເຜິ້ງຍັງມີສານຕ້ານອະນຸມູນອິດສະຫຼະ ຊຶ່ງເປັນສານອາຫານທີ່ຈຳເປັນຕໍ່ຜົມແລະໜັງຫົວ ຊ່ວຍກະຕຸ້ນໃຫ້ຜົມຍາວໄວຂຶ້ນ, […]

ເຕືອນໄພຜູ້ໃຊ້ Gmail! ແຮັກເກີໃຊ້ວິທີໃໝ່ ຫຼອກຜ່ານລະບົບຄວາມປອດໄພຂອງ Google ເອງ

ຊ່ວງນີ້ໄພຄຸກຄາມອອນລາຍຊັບຊ້ອນຂຶ້ນຫຼາຍ ລ່າສຸດ Google ເຕືອນຜູ້ໃຊ້ Gmail ໃຫ້ລະວັງອີເມລຫຼອກລວງທີ່ແນບຄຽງທີ່ສຸດ ເພາະມັນຜ່ານລະບົບກວດສອບຄວາມປອດໄພຂອງ Google ເອງ! ເລື່ອງຄື ມີແຮັກເກີສົ່ງອີເມລປອມເໝືອນເປັນການແຈ້ງເຕືອນຄວາມປອດໄພຈາກ Google ແທ້ໆ ເຊັ່ນ ເລື່ອງໝາຍສານ ອີເມລນີ້ມາຈາກ “[email address removed]” ຊຶ່ງເປັນທີ່ຢູ່ດຽວກັບອີເມລ Google ຈິງ ແລະ ຍັງຜ່ານລະບົບ DKIM ທີ່ Gmail ໃຊ້ ເຮັດໃຫ້ Gmail ເອງກໍຈັດອີເມລນີ້ໄວ້ໃນການສົນທະນາດຽວກັບອີເມລແຈ້ງເຕືອນຂອງຈິງ ທີ່ໜ້າກົວຄື ລິ້ງໃນອີເມລຈະພາໄປຍັງໜ້າເວັບປອມທີ່ຄ້າຍຄືກັບໜ້າສະໜັບສະໜູນຂອງ Google ທຸກລາຍລະອຽດ ພ້ອມທັງໃຊ້ໂດເມນ “sites.google.com” ເຮັດໃຫ້ເບິ່ງໜ້າເຊື່ອຖືຫຼາຍໆ ຖ້າເຜີພາດປ້ອນຂໍ້ມູນສ່ວນຕົວໃນໜ້ານັ້ນ ບັນຊີ Gmail ຂອງທ່ານກໍຈະຕົກເປັນຂອງແຮັກເກີທັນທີ ສິ່ງທີ່ຕ້ອງຮູ້ ອີເມລທີ່ເບິ່ງຄືຂອງແທ້ກໍອາດເປັນຂອງປອມ: ຢ່າໄວ້ໃຈອີເມລແຈ້ງເຕືອນຄວາມປອດໄພ ແມ່ນແຕ່ຈະມາຈາກ “[email address removed]” ຫຼື ຢູ່ໃນຫົວຂໍ້ສົນທະນາດຽວກັນກັບອີເມລຈິງ ລະວັງລິ້ງ: ກ່ອນຄລິກ ໃຫ້ສັງເກດ URL […]

ສິງທີ່ໜ້າລຳຄານໃນການໃຊ້ງານ Windows 11

ໃນຖານະຜູ້ໃຊ້ Windows ມາດົນນານ, ເຄີຍຊື່ນຊົມຄວາມຫຼາກຫຼາຍແລະປະສິດທິພາບຂອງມັນ. ເຖິງຢ່າງໃດກໍຕາມ, Windows 11 ມີຄວາມລຳຄານທີ່ຢູ່ເລື້ອຍໆທີ່ຂ້ອຍບໍ່ສາມາດກ້າວຜ່ານໄດ້. ຍັງຕ້ອງເຄື່ອນຍ້າຍລະຫວ່າງ Settings ແລະ Control Panel Microsoft ໄດ້ພະຍາຍາມເລີກໃຊ້ Control Panel ເພື່ອເລືອກແອັບ Settings ທີ່ມີລະບົບຫຼາຍຂຶ້ນ ເພື່ອສ້າງປະສົບການທີ່ເປັນເອກະພາບຫຼາຍຂຶ້ນ. ເຖິງຢ່າງໃດກໍຕາມ, ການປ່ຽນແປງຍັງບໍ່ສົມບູນ ແລະເວລາໄດ້ຜ່ານໄປຫຼາຍກວ່າສາມປີນັບຕັ້ງແຕ່ Windows 11 ຖືກປ່ອຍອອກມາ. ການຕັ້ງຄ່າບາງຢ່າງຍັງມີຢູ່ສະເພາະໃນ Control Panel, ໃນຂະນະທີ່ຢ່າງອື່ນມີຢູ່ໃນແອັບ Settings ເທົ່ານັ້ນ. ເປັນຜົນໃຫ້ຂ້ອຍມັກພົບຕົນເອງຕ້ອງຟ້າວເຕັ້ນລະຫວ່າງທັງສອງແອັບ. ບາງຄັ້ງ, ຂ້ອຍຈະຄລິກໃສ່ການຕັ້ງຄ່າໃນ Control Panel, ແລ້ວຖືກນຳທາງໄປຫາແອັບ Settings, ແລະກັບກັນ. ມັນເປັນການປ່ຽນກັບໄປມາທີ່ໜ້າລຳຄານຊຶ່ງຍັງສືບຕໍ່ເຮັດໃຫ້ຂ້ອຍສັບສົນ. ເມນູຄລິກຂວາ ແລະ File Explorer ເລີ້ມງ່າຍເກີນໄປ ທຸກຄົນທີ່ເຄີຍໃຊ້ Windows 10 ຮູ້ດີວ່າເມນູຄລິກຂວາໃນ Windows 11 ບໍ່ມີປະສິດທິພາບເທົ່າໃດ. ມັນຊ່ອນຄຸນສົມບັດທີ່ມີປະໂຫຍດຫຼາຍຢ່າງໄວ້ຫຼັງເມນູ […]

ຢູ່ເມືອງຮ້ອນ = ແກ່ໄວ? ນັກວິໄຈຊີ້ຄວາມຮ້ອນເລັ່ງອາຍຸຊີວະພາບ ເຮັດໃຫ້ຮ່າງກາຍເສື່ອມໄວບໍ່ຕ່າງຈາກສູບຢາ

ງານວິໄຈໃໝ່ຈາກ USC Leonard Davis School of Gerontology ຊີ້ໃຫ້ເຫັນວ່າ ການອາໄສຢູ່ໃນພື້ນທີ່ທີ່ມີອາກາດຮ້ອນ ແລະ ຊຸ່ມເຊັ່ນ: ເມືອງຟີນິກຊ໌ ສະຫະລັດອາເມລິກາ ອາດເຮັດໃຫ້ຮ່າງກາຍແກ່ໄວຂຶ້ນໃນລະດັບເຊລ ເຖິງແມ່ນວ່າຈະຄວບຄຸມປັດໄຈອື່ນໆ ເຊັ່ນ: ການສູບຢາ ການດື່ມເຫຼົ້າ ຫຼື ລາຍໄດ້ແລ້ວກໍຕາມ   ດຣ. Eunyoung Choi ຫົວໜ້າຄະນະວິໄຈລະບຸວ່າ “ພຽງແຕ່ອາໄສຢູ່ໃນພື້ນທີ່ ທີ່ມີມື້ທີ່ອາກາດຮ້ອນຫຼາຍ ຮ່າງກາຍຂອງເຮົາກໍຈະແກ່ໄວຂຶ້ນໃນເຊີງຊີວະພາບ” ໂດຍຜົນກະທົບຈາກຄວາມຮ້ອນນັ້ນທຽບໄດ້ກັບຜົນຂອງການສູບຢາ ຫຼື ດື່ມໜັກ   ທີມນັກວິໄຈເກັບຕົວຢ່າງເລືອດຈາກຜູ້ສູງອາຍຸຈຳນວນກວ່າ 3,600 ຄົນທີ່ມີອາຍຸຕັ້ງແຕ່ 56 ປີຂຶ້ນໄປ ແລ້ວນຳໄປວິເຄາະດ້ວຍເຄື່ອງມືທີ່ເອີ້ນວ່າ “epigenetic clock” ເພື່ອວັດອາຍຸຊີວະພາບຂອງຮ່າງກາຍ ຊຶ່ງໝາຍເຖິງສະພາບທີ່ແທ້ຈິງຂອງຮ່າງກາຍ ບໍ່ແມ່ນພຽງແຕ່ອາຍຸປະຕິທິນ.   ຜົນການສຶກສາພົບວ່າ ຜູ້ທີ່ອາໄສໃນພື້ນທີ່ທີ່ມີອາກາດຮ້ອນຊຸ່ມ ມີສັນຍານຂອງຄວາມແກ່ໃນລະດັບໂມເລກຸນຫຼາຍກວ່າກຸ່ມອື່ນ ໂດຍສະເພາະຜູ້ທີ່ໄດ້ຮັບຜົນກະທົບຈາກຄວາມຮ້ອນເປັນໄລຍະເວລາດົນ ເຊັ່ນ: ຫຼາຍເດືອນ ຫຼື ຫຼາຍປີ ບໍ່ແມ່ນພຽງແຕ່ຊ່ວງຄື້ນຄວາມຮ້ອນຊົ່ວຄາວ.   ໃນປີທີ່ຜ່ານມາ […]

Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ

Generation ຫຼື ເອີ້ນສັ້ນໆວ່າ Gen ຄື ການແບ່ງກຸ່ມປະຊາກອນຕາມຫຼັກປະຊາກອນສາດ (Demography) ໂດຍມີການແບ່ງ Gen ຕາມຊ່ວງປີເກີດ ຈະແບ່ງເປັນ 5 Gen ຄື Gen B, Gen X, Gen Y, Gen Z ແລະ Gen Alpha ຊຶ່ງແຕ່ລະລຸ້ນມີຂໍ້ດີແລະລັກສະນະພິເສດທີ່ແຕກຕ່າງກັນ. ສະນັ້ນ ພວກເຮົາມາເບິ່ງຂໍ້ມູນຂອງຄົນແຕ່ລະ Gen ກັນວ່າມີຂໍ້ເດັ່ນແນວໃດແດ່, ແຕ່ລະ Gen ຢູ່ໃນກຸ່ມອາຍຸເທົ່າໃດ ແລ້ວທ່ານເປັນ Gen ໃດ? Gen B (Baby Boom Generation) Gen B ຄື ກຸ່ມຄົນທີ່ເກີດລະຫວ່າງປີ ພ.ສ. 2489-2507 (1946-1964) ບັນດາຄົນພວກນີ້ເກີດມາພາຍຫຼັງສົງຄາມໂລກຄັ້ງທີສອງສງົບລົງ. ທີ່ເອີ້ນຄົນພວກນີ້ວ່າເຈນບີເພາະວ່າໃນລະຫວ່າງສົງຄາມ ບັນດາຜູ້ຊາຍຕ້ອງຖືກເກນໄປເປັນທະຫານ, ເມື່ອສົງຄາມສງົບລົງກໍ່ເລີຍກັບມາແຕ່ງງານແລ້ວຮີບມີລູກກັນຍົກໃຫຍ່ແບບວ່າອັ້ນໄວ້ດົນ. ຄົນທີ່ເປັນເຈນບີນີ້ຫຼາຍຫຼາຍ ເອີ້ນວ່າບູມ! ຄືເດັກເກີດກັນແບບລະເບີດເລີຍ. […]

ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ

ພາຍໃຕ້ເງື່ອນໄຂຂອງໂລກທີ່ປ່ຽນແປງໄວຂຶ້ນທຸກວັນ ງານຄົ້ນຄວ້າໃໝ່ທີ່ຕີພິມໃນວາລະສານ The Lancet Planetary Health ໄດ້ເຜີຍໃຫ້ເຫັນເຖິງຄວາມສ່ຽງຄັ້ງໃໝ່   ຫຼາຍຄົນອາດບໍ່ເຄີຍຄາດຄິດມາກ່ອນນັ້ນຄື ການປ່ຽນແປງສະພາບພູມອາກາດກຳລັງຄຸກຄາມຄວາມຕໍ່ເນື່ອງ ແລະ ຄວາມປອດໄພຂອງລະບົບຈັດຫາເລືອດທົ່ວໂລກ.   ນັກຄົ້ນຄວ້າຈາກມະຫາວິທະຍາໄລ University of the Sunshine Coast ຮ່ວມກັບອົງກອນ Australian Red Cross Lifeblood ພົບວ່າ ສະພາບອາກາດທີ່ຮຸນແຮງຂຶ້ນ, ພະຍາດຕິດເຊື້ອທີ່ແຜ່ກະຈາຍງ່າຍຂຶ້ນ ແລະ ບັນຫາສຸຂະພາບທີ່ຊັບຊ້ອນ ລ້ວນສົ່ງຜົນຕໍ່ “ຄວາມສາມາດໃນການບໍລິຈາກ” ແລະ “ຄວາມຕ້ອງການເລືອດ” ໃນລະດັບທີ່ໜ້າເປັນຫ່ວງ.   ດຣ. ເອວິນາ ວຽນເນັດ ໜຶ່ງໃນຜູ້ວິໄຈ ລະບຸວ່າ ສະພາບອາກາດທີ່ຮຸນແຮງຂຶ້ນ ເຊັ່ນ: ຄື້ນຄວາມຮ້ອນ, ນ້ຳຖ້ວມ, ໄຊໂຄລນ ແລະ ໄຟປ່າ ບໍ່ພຽງແຕ່ຂັດຂວາງການເດີນທາງຂອງຜູ້ບໍລິຈາກຈຳນວນຫຼາຍ ແຕ່ຍັງລົບກວນການຈັດເກັບ ແລະ ຂົນສົ່ງເລືອດ ຊຶ່ງມີອາຍຸການເກັບຮັກສາສັ້ນ ເຮັດໃຫ້ຫຼາຍພື້ນທີ່ສ່ຽງຕໍ່ພາວະຂາດແຄນເລືອດໂດຍບໍ່ທັນຕັ້ງຕົວ.   ໜຶ່ງໃນຕົວຢ່າງທີ່ຊັດເຈນຄື […]

ໂຄງການດູດກ໊າຊກາກບອນອອກຈາກທະເລເລີ່ມຂຶ້ນໃນສະຫະລາຊະອານາຈັກ

ໂຄງການປະຕິວັດເພື່ອດູດກ໊າຊກາກບອນອອກຈາກທະເລໄດ້ເລີ່ມດຳເນີນການທີ່ຊາຍຝັ່ງທາງພາກໃຕ້ຂອງອັງກິດ. ໂຄງການທົດລອງຂະໜາດນ້ອຍທີ່ຮູ້ຈັກກັນໃນຊື່ວ່າ SeaCURE ແມ່ນໄດ້ຮັບທຶນຈາກລັດຖະບານສະຫະລາຊະອານາຈັກ ເຊິ່ງເປັນສ່ວນໜຶ່ງຂອງການຄົ້ນຫາເຕັກໂນໂລຢີທີ່ຕໍ່ສູ້ກັບການປ່ຽນແປງສະພາບອາກາດ. ມີຄວາມເຫັນດີຢ່າງກວ້າງຂວາງໃນບັນດານັກວິທະຍາສາດດ້ານສະພາບອາກາດວ່າບູລິມະສິດທີ່ສຳຄັນທີ່ສຸດແມ່ນການຫຼຸດການປ່ອຍອາຍເຮືອນແກ້ວ, ເຊິ່ງເປັນສາເຫດຫຼັກຂອງການປ່ຽນແປງສະພາບອາກາດໂລກ. ແຕ່ນັກວິທະຍາສາດຫຼາຍຄົນຍັງເຊື່ອວ່າສ່ວນໜຶ່ງຂອງວິທີແກ້ໄຂຈະຕ້ອງກ່ຽວຂ້ອງກັບການຈັບເອົາກ໊າຊບາງສ່ວນທີ່ໄດ້ຖືກປ່ອຍອອກມາແລ້ວ. ໂຄງການເຫຼົ່ານີ້, ທີ່ຮູ້ຈັກກັນໃນນາມວ່າການດັກຈັບກ໊າຊກາກບອນ, ປົກກະຕິແລ້ວຈະເນັ້ນໃສ່ການດັກຈັບການປ່ອຍກ໊າຊຈາກແຫຼ່ງກຳເນີດ ຫຼື ດຶງພວກມັນອອກຈາກອາກາດ. ສິ່ງທີ່ເຮັດໃຫ້ SeaCure ໜ້າສົນໃຈແມ່ນມັນກຳລັງທົດສອບວ່າມັນອາດຈະມີປະສິດທິພາບກວ່າໃນການດຶງກາກບອນທີ່ເຮັດໃຫ້ໂລກຮ້ອນຂຶ້ນຈາກທະເລຫຼືບໍ່, ເນື່ອງຈາກວ່າມັນມີຄວາມເຂັ້ມຂຸ້ນຫຼາຍກວ່າໃນນ້ຳຖ້າທຽບກັບໃນອາກາດ. ເພື່ອທີ່ຈະໄປຮອດທາງເຂົ້າຂອງໂຄງການ ທ່ານຕ້ອງໄດ້ອ້ອມໄປທາງຫຼັງຂອງສູນ Weymouth Sealife ແລະ ຍ່າງຜ່ານປ້າຍທີ່ເວົ້າວ່າ “ລະວັງ: ປາໄຫຼມໍເຣສາມາດກັດໄດ້”. ມີເຫດຜົນທີ່ໂຄງການປະຕິວັດນີ້ຖືກວາງໄວ້ທີ່ນີ້.   ມັນເປັນທໍ່ທີ່ລໍ້ລຽງລົງໄປພາຍໃຕ້ຫາດຫີນ ແລະ ອອກໄປໃນມະຫາສະມຸດແອັດແລນຕິກ, ດູດນ້ຳທະເລ ແລະ ນຳມັນຂຶ້ນຝັ່ງ. ໂຄງການນີ້ກຳລັງພະຍາຍາມຊອກຫາວ່າການເອົາກາກບອນອອກຈາກນ້ຳອາດຈະເປັນວິທີທີ່ມີປະສິດທິພາບດ້ານຕົ້ນທຶນໃນການຫຼຸດປະລິມານຂອງກ໊າຊເຮືອນແກ້ວ CO2 ໃນບັນຍາກາດຫຼືບໍ່. SeaCURE ດຳເນີນຂະບວນການນ້ຳທະເລເພື່ອເອົາກາກບອນອອກກ່ອນສູບມັນກັບຄືນສູ່ທະເລບ່ອນທີ່ມັນດູດຊຶມ CO2 ເພີ່ມເຕີມ. ພວກເຮົາເປັນນັກຂ່າວກະຈາຍສຽງກຸ່ມທຳອິດທີ່ມາຢ້ຽມຢາມ ແລະ ສາດສະດາຈານ Tom Bell ຈາກຫ້ອງທົດລອງທາງທະເລ Plymouth ໄດ້ຮັບມອບໝາຍໃຫ້ພາພວກເຮົາເບິ່ງອ້ອມແອ້ມ. ລາວອະທິບາຍວ່າຂະບວນການເລີ່ມຕົ້ນດ້ວຍການບຳບັດນ້ຳທະເລບາງສ່ວນເພື່ອເຮັດໃຫ້ມັນເປັນກົດຫຼາຍຂຶ້ນ. ສິ່ງນີ້ສົ່ງເສີມໃຫ້ກາກບອນທີ່ລະລາຍຢູ່ໃນນ້ຳທະເລກາຍເປັນກ໊າຊ ແລະ ຖືກປ່ອຍອອກສູ່ບັນຍາກາດໃນຮູບແບບຂອງ CO2. “ນີ້ແມ່ນເຄື່ອງແຍກນ້ຳທະເລ” ສາດສະດາຈານ […]

ແສງຍູວີຈາກເຄື່ອງອົບເລັບເຈລ ເຮັດໃຫ້ເປັນມະເຮັງໄດ້ບໍ?

ໝໍດາວ ຫຼື ແພດຍິງ ຈັດຕະດາວ ຈາງວາງກອນ ແພດເຈາະທາງສາຂາເວດສາດຄອບຄົວ ຕອບຂໍ້ສົງໄສໃນຄຳຖາມທີ່ວ່າ ແສງຍູວີຈາກເຄື່ອງອົບເລັບເຈລ ເຮັດໃຫ້ເປັນມະເຮັງໄດ້ບໍ?   ໝໍດາວ ລະບຸວ່າ ເຄື່ອງອົບເລັບເຈລໃຊ້ ແສງຍູວີ (UV) ເພື່ອເຮັດໃຫ້ເຈລແຂງຕົວ ຊຶ່ງເຮັດໃຫ້ຫຼາຍຄົນກັງວົນວ່າອາດເພີ່ມຄວາມສ່ຽງຕໍ່ມະເຮັງຜິວໜັງໄດ້.   ຊຶ່ງຄວາມຈິງຄື ແສງຍູວີທີ່ໃຊ້ໃນເຄື່ອງອົບເລັບເປັນ UV-A ຊຶ່ງສາມາດເຮັດໃຫ້ຜິວເສື່ອມສະພາບ ແລະ ເພີ່ມຄວາມສ່ຽງຕໍ່ມະເຮັງຜິວໜັງໄດ້ ແຕ່ປະລິມານທີ່ໄດ້ຮັບໃນການອົບເລັບແຕ່ລະຄັ້ງນັ້ນຖືວ່ານ້ອຍເມື່ອທຽບກັບການສຳຜັດແສງແດດໂດຍກົງ.   ເຖິງຢ່າງໃດກໍຕາມ, ຖ້າເຮັດບ່ອຍໆ ອາດມີຄວາມສ່ຽງສະສົມໄດ້ ໂດຍສະເພາະຄົນທີ່ມີຜິວບອບບາງ ຫຼື ມີປະຫວັດເປັນມະເຮັງຜິວໜັງມາກ່ອນ ດັ່ງນັ້ນວິທີປ້ອງກັນຄວາມສ່ຽງ ຄື:   ✔ ທາຄີມກັນແດດ SPF 30-50 ທີ່ມືກ່ອນອົບເລັບ ປະມານ 15-20 ນາທີ   ✔ ໃສ່ຖົງມືກັນຍູວີແບບເປີດປາຍນິ້ວ ເພື່ອຫຼຸດການສຳຜັດແສງໂດຍກົງ   ✔ ຫຼີກລ່ຽງການເຮັດເລັບເຈລຖີ່ເກີນໄປ ແລະ ໃຫ້ເລັບໄດ້ພັກ   ເຖິງແມ່ນຄວາມສ່ຽງຈະບໍ່ສູງ ແຕ່ການປ້ອງກັນໄວ້ກ່ອນກໍຊ່ວຍຫຼຸດໂອກາດເກີດບັນຫາຜິວໃນໄລຍະຍາວໄດ້.

ນ້ຳມັນໃກ້ໝົດ ປິດແອຂັບລົດ ຊ່ວຍປະຢັດນ້ຳມັນໄດ້ແທ້ບໍ?

ເມື່ອສະຖານະການນ້ຳມັນໃນຖັງເຫຼືອນ້ອຍ ຫຼາຍຄົນພະຍາຍາມຊອກວິທີປະຢັດນ້ຳມັນໃຫ້ໄດ້ຫຼາຍທີ່ສຸດ   ໜຶ່ງໃນວິທີທີ່ຖືກນຳມາໃຊ້ເລື້ອຍໆຄືການປິດລະບົບປັບອາກາດໃນລົດຍົນ ໂດຍມີຄວາມເຊື່ອວ່າຈະຊ່ວຍຫຼຸດພາລະຂອງເຄື່ອງຈັກ ແລະ ເຮັດໃຫ້ປະຢັດນ້ຳມັນໄດ້ຫຼາຍຂຶ້ນ.   ແຕ່ໃນຄວາມເປັນຈິງແລ້ວ, ການປິດແອຂະນະນ້ຳມັນໃກ້ໝົດຈະຊ່ວຍປະຢັດນ້ຳມັນໄດ້ແທ້ຫຼືບໍ່? ບົດຄວາມນີ້ມີຄຳຕອບມາຝາກກັນ.   ຫຼັກການເຮັດວຽກຂອງແອລົດຍົນ   ເຄື່ອງປັບອາກາດໃນລົດຍົນເຮັດວຽກໂດຍມີຄອມເພຣສເຊີເປັນຫົວໃຈຫຼັກ ຊຶ່ງຄອມເພຣສເຊີຈະຂັບເຄື່ອນດ້ວຍກຳລັງຈາກເຄື່ອງຈັກໂດຍກົງ (ຍົກເວັ້ນລົດໄຮບຣິດ ແລະ ລົດໄຟຟ້າຊຶ່ງປ່ຽນໄປໃຊ້ຄອມແອແບບໄຟຟ້າ).   ເມື່ອເຮົາເປີດແອ, ເຄື່ອງຈັກຈະຕ້ອງເພີ່ມພາລະໃນການໝູນຄອມເພຣສເຊີ, ເຮັດໃຫ້ມີການໃຊ້ນ້ຳມັນເຊື້ອເພີງຫຼາຍຂຶ້ນຢ່າງແນ່ນອນ.   ປະລິມານນ້ຳມັນທີ່ໃຊ້ເພີ່ມຂຶ້ນນີ້ຈະແຕກຕ່າງກັນໄປຂຶ້ນຢູ່ກັບຂະໜາດຂອງເຄື່ອງຈັກ, ຄວາມແຮງຂອງແອ ແລະ ສະພາບການຂັບຂີ່.   ໂດຍທົ່ວໄປແລ້ວ, ການເປີດແອອາດເຮັດໃຫ້ລົດຍົນໃຊ້ນ້ຳມັນເພີ່ມຂຶ້ນປະມານ 5-15%.   ປິດແອຊ່ວຍປະຢັດນ້ຳມັນເມື່ອນ້ຳມັນໃກ້ໝົດແທ້ຫຼືບໍ?   ເມື່ອນ້ຳມັນໃນຖັງເຫຼືອນ້ອຍ, ການປິດແອຈະຊ່ວຍຫຼຸດພາລະຂອງເຄື່ອງຈັກໄດ້ແທ້ ແລະ ສົ່ງຜົນໃຫ້ປະຢັດນ້ຳມັນໄດ້ບ້າງເລັກນ້ອຍ ເນື່ອງຈາກເຄື່ອງຈັກບໍ່ຕ້ອງສົ່ງກຳລັງໄປຂັບເຄື່ອນຄອມເພຣສເຊີແອ.   ເຖິງຢ່າງໃດກໍຕາມ, ປະລິມານນ້ຳມັນທີ່ປະຢັດໄດ້ຈາກການປິດແອໃນຊ່ວງທີ່ນ້ຳມັນໃກ້ໝົດນັ້ນ ອາດບໍ່ໄດ້ຫຼາຍຢ່າງມີຄວາມສຳຄັນຈົນເຮັດໃຫ້ທ່ານສາມາດຂັບໄປເຖິງປໍ້ານ້ຳມັນທີ່ໄກກວ່າເດີມໄດ້ຢ່າງຊັດເຈນ.   ສິ່ງທີ່ຄວນພິຈາລະນາເພີ່ມເຕີມຄື ສະພາບແວດລ້ອມໃນການຂັບຂີ່.   ຫາກເປັນຊ່ວງເວລາກາງເວັນທີ່ມີອາກາດຮ້ອນຈັດ, ການປິດແອອາດເຮັດໃຫ້ພາຍໃນຫ້ອງໂດຍສານຮ້ອນອົບອ້າວ, ສົ່ງຜົນໃຫ້ຜູ້ຂັບຂີ່ຮູ້ສຶກບໍ່ສະບາຍ, ອ່ອນເພຍ ແລະ ອາດມີສະມາທິໃນການຂັບຂີ່ຫຼຸດລົງ ຊຶ່ງອາດນຳໄປສູ່ອຸບັດຕິເຫດໄດ້. […]