ມ້ຽນເຮືອນໃນຊ່ວງກຸດຈີນ ຢ່າລືມກວດເບິ່ງ 5 ສິ່ງ “ຄວນທຳລາຍແລະຖິ້ມໄປ”

ການມ້ຽນເຮືອນທຳຄວາມສະອາດບ້ານຊ່ວງກ່ອນງານບຸນກຸດຈີນ ເພື່ອກຽມຕ້ອນຮັບສິ່ງໃໝ່ໆ ເປັນກິດຈະກຳທີ່ຄົນທຸກຄົນປະຕິບັດກັນເປັນຢ່າງດີ. ນອກຈາກຈະເຮັດໃຫ້ບ້ານເຮືອນຊານສະອາດແລະສວຍງາມແລ້ວ, ຍັງເປັນໂອກາດໃນການດູແລສຸຂະພາບຂອງສະມາຊິກໃນຄອບຄົວດ້ວຍ, ຜ່ານທາງການກຳຈັດສິ່ງຂອງເຄື່ອງໃຊ້ເກົ່າໆທີ່ອາດຈະເປັນແຫຼ່ງສະສົມຂອງເຊື້ອພະຍາດ, ແລະນີ້ແມ່ນ 5 ສິ່ງທີ່ຄວນທຳລາຍໄປຖ້າຫາກມັນເກົ່າຫຼືຊຳລະລາຍ. 1. ໝອນແລະຕຸກກະຕາເກົ່າ ໝອນແລະຕຸກກະຕາທີ່ໃຊ້ມາດົນ ອາດຈະສະສົມເຊື້ອພະຍາດຈາກເຫື່ອ, ຝຸ່ນ, ຫຼືເຊວຜິວຫນັງທີ່ຕາຍແລ້ວ, ເຊິ່ງອາດຈະເຮັດໃຫ້ເກີດບັນຫາດ້ານການນອນຫຼືການຫາຍໃຈ. ນອກຈາກນີ້, ໝອນທີ່ໃຊ້ມາດົນອາດຈະເສຍຮູບຊົງ ເຮັດໃຫ້ເກີດອາການປວດເມື່ອຍຕາມຮ່າງກາຍ. 2. ອຸປະກອນເຄື່ອງໃຊ້ໃນຄົວເຮືອນເກົ່າ ເຄື່ອງໃຊ້ໃນຄົວເຮືອນທີ່ໃຊ້ມາດົນ, ເຊັ່ນ: ໝໍ້ທີ່ມີການສະສົມສານຕ່າງໆ, ຊາມທີ່ແຕກ, ຫຼືອຸປະກອນອື່ນໆທີ່ຂຶ້ນລາ, ສາມາດເຮັດໃຫ້ລົດຊາດອາຫານຫລຸດລົງ, ແລະຍັງອາດຈະນຳສານພິດເຂົ້າສູ່ຮ່າງກາຍໄດ້. 3. ເຄື່ອງສຳອາງທີ່ໝົດອາຍຸ ເຄື່ອງສຳອາງມັກຈະມີອາຍຸການໃຊ້ງານຫຼັງຈາກເປີດໃຊ້ແລ້ວ ເຊັ່ນ: ລິບສະຕິກ, ຫຼືຄີມບຳລຸງຜິວ. ຖ້າຫາກໝົດອາຍຸແລ້ວອາດຈະເຮັດໃຫ້ສານເຄມີໃນຜະລິດຕະພັນປ່ຽນແປງ, ແລະເຮັດໃຫ້ເກີດການລະຄາຍເຄືອງຜິວຫນັງ. 4. ຜ້າເຊັດໂຕແລະແປງສີຟັນທີ່ໃຊ້ມາດົນ ຜ້າເຊັດໂຕທີ່ໃຊ້ໄປດົນໆ ອາດຈະເປັນແຫຼ່ງສະສົມຂອງເຊື້ອພະຍາດ, ຄືກັນກັບແປງສີຟັນທີ່ໃຊ້ຈົນຂົນແປງຫຼຸດ ນີ້ແມ່ນເຫດຜົນທີ່ເຮັດໃຫ້ເກີດການຕິດເຊື້ອຫຼືບັນຫາສຸຂະພາບໃນຊ່ອງປາກ. 5. ອາຫານທີ່ເກັບໃນຕູ້ເຢັນດົນເກີນໄປແລະກ່ອງພາດສະຕິກເກົ່າ ອາຫານທີ່ເກັບໄວ້ດົນເກີນໄປໃນຕູ້ເຢັນອາດຈະເຮັດໃຫ້ເກີດການເນົ່າເສຍ, ຫຼືເຮັດໃຫ້ເກີດອາຫານເປັນພິດ. ສ່ວນກ່ອງພາດສະຕິກເກົ່າທີ່ໃຊ້ມາດົນອາດຈະປ່ອຍສານພິດເຊັ່ນ BPA, ເຊິ່ງສາມາດເຮັດໃຫ້ເກີດອັນຕະລາຍຕໍ່ຮ່າງກາຍ. ການໃຊ້ໂອກາດກຳຈັດທຳລາຍສິ່ງເຫຼົ່ານີ້ໃນຊ່ວງເທດສະການກຸດຈີນ ຈະຊ່ວຍໃຫ້ບ້ານສະອາດແລະປອດໄພຫຼາຍຂຶ້ນ, ພ້ອມທັງຊ່ວຍໃຫ້ສຸຂະພາບຂອງທຸກຄົນໃນຄອບຄົວດີຂຶ້ນດ້ວຍ.

ຄວາມໝາຍຂອງຄໍາວ່າ “ຕາແສງ”

ຕາແສງ ເປັນຄຳສັບລາວເດີມ ໝາຍເຖິງເຂດການປົກຄອງຂັ້ນທ້ອງຖິ່ນຂອງລັດໃດໜຶ່ງ ປະກອບດ້ວຍຫຼາຍໆບ້ານ ຫຼື ກຸ່ມບ້ານ ແຕ່ນ້ອຍກວ່າເມືອງ ຕາມລຳດັບຄື: ຫຼາຍ­ຫຼັງຄາເຮືອນ ໂຮມເຂົ້າ­ກັນ ເປັນ­ບ້ານ ຫຼາຍບ້ານ ໂຮມເຂົ້າ­ກັນ ເປັນ­ຕາ­ແສງ ຫຼາຍຕາ­ແສງ ໂຮມເຂົ້າ­ກັນ ເປັນເມືອງ ຫຼາຍເມືອງ ໂຮມເຂົ້າ­ກັນ ເປັນ­ແຂວງ ຫຼາຍ ແຂວງ ໂຮມເຂົ້າ­ກັນ ເປັນ­ປະ­ເທດ ຕາແສງ ຢູ່ປະເທດລາວເຮົາ ແມ່ນເລີ່ມໃຊ້ມາແຕ່ສະໄໝຝຣັ່ງເຂົ້າມາປົກຄອງລາວ ເພື່ອງ່າຍຕໍ່ການປົກຄອງ ແລະ ຕັ້ງຢ່າງເປັນທາງການໃນປີ 1920 ຈົນເຖິງປີ 1990 ຖືກຍົກເລີກ (ວັດຈະນານຸກົມພາສາລາວ 2012). ປີ 2025 ລັດຖະບານ ກະກຽມຈະຄົ້ນຄວ້າໃຫ້ມີການສ້າງຕັ້ງຕາແສງຄືນໃໝ່ ຢູ່ລຳດັບເກົ່າ ເຊິ່ງຄາດວ່າເບື້ອງຕົ້ນຈະມີ 950 ຕາແສງ ໜ້ອຍກວ່າ 24 ບ້ານລົງມາ ຫຼື ພົນລະເມືອງໜ້ອຍກວ່າ 20,000 ຄົນ ເປັນໜຶ່ງຕາແສງ. ທີ່ມາ: ປ່ອງຢ້ຽມພາສາລາວ ພາບປະກອບຈາກ: […]

ການລ້ຽງກຸ້ງກ້າມກາມ ໃນນໍ້າຈືດ

ກຸ້ງນ້ຳຈືດ ທີ່ມີຂະໜາດ   ໃຫຍ່ ມີລົດຊາດທີ່ດີ ແລະ ລາຄາແພງ ຈັດເປັນສັດນ້ຳທີ່ມີ ຄວາມສຳຄັນທາງດ້ານເສດຖະກິດຊະນິດໜຶ່ງ ສາມາດນຳປຸງແຕ່ງເປັນອາຫານໄດ້ຫຼາກຫຼາຍເຊັ່ນ: ປີ້ງ, ຕົ້ມຍໍາ, ຕຳ, ທອດ, ອົບ ແລະ ອື່ນໆ, ຊຶ່ງໃນປັດຈຸບັນກຸ້ງກ້າມກາມເປັນທີ່ຕ້ອງການຂອງຕະຫຼາດໂດຍສະເພາະໃນ ສປປ ລາວ ແມ່ນຍັງບໍ່ທັນມີການລ້ຽງເປັນຈຳນວນ ຫຼາຍຈຶ່ງເຮັດໃຫ້ມີການນຳເຂົ້າຈາກປະເທດໃກ້ຄຽງ. ດັ່ງນັ້ນ, ຈຶ່ງໄດ້ມີການສ້າງຄູ່ມືແນະນໍາວິທີການລ້ຽງກຸ້ງສະບັບນີ້ເພື່ອເປັນບົດຮຽນ, ປະສົບການ, ການຮຽນຮູ້, ທັກສະ ແລະ ສ້າງຄວາມເຂົ້າໃຈວິທີການລ້ຽງກຸ້ງກ້າມກາມໃຫ້ແກ່ຜູ້ທີ່ມີຄວາມສົນໃຈເພື່ອເປັນແນວທາງ,ໃນການປະກອບອາຊີບ ແລະ ສ້າງລາຍຮັບ. ກຸ້ງກ້າມກາມເປັນກຸ້ງນ້ຳຈືດຊະນິດໜຶ່ງ ທີ່ອາໄສ ຢູ່ຕາມແມ່ນ້ຳ, ລຳຄອງທົ່ວໆໄປ ແຕ່ຖ້າຮອດລະດູປະສົມພັນ ພໍ່ພັນ-ແມ່ພັນ ກຸ້ງຈະໄດ້ປະສົມພັນແຫຼ່ງນ້ຳທຳມະຊາດປະສົມລະຫວ່າງນ້ຳຈືດ+ນ້ຳເຄັມ ເພື່ອວາງໄຂ່ ແລະ ລ້ຽງຕົວອ່ອນ. ■ການເລືອກສະຖານທີ່: ຄວນເປັນສະຖານທີ່ຢູ່ໃກ້ເສັ້ນທາງ, ມີໄຟຟ້າ, ແຫ່ງນ້ຳທີ່ມີຄຸນນະພາບດີ, ສະອາດ ແລະ ມີນ້ຳໄຫຼຕະຫຼອດປີ ບໍ່ຄວນຢູ່ໃກ້ໂຮງງານອຸດສາຫະກຳ ແລະ ໃກ້ຊຸມຊົນຫຼາຍເກີນໄປຖ້າຈະຂຸດໜອງ ຄວນເລືອກບ່ອນທີ່ເປັນດິນໜຽວເພື່ອເກັບຮັກສານ້ຳໄດ້ດີ ເນື້ອດິນ ບໍ່ຄວນເປັນດິນສົ້ມຈະເຮັດໃຫ້ນໍ້າເປັນກົດບໍ່ເໝາະສຳລັບການຈະເລີນເຕີບໂຕຂອງກຸ້ງ. ■ຮູບແບບໜອງ: ສ່ວນຫຼາຍແມ່ນເປັນຮູບສີຫຼ່ຽມ […]

ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ

ວັນທີ 13 ກໍລະກົດ ຂອງທຸກປີລັດຖະບານໄດ້ກໍານົດເປັນວັນປ່ອຍປາ, ວັນອະນຸລັກສັດນໍ້າ ແລະ ສັດປ່າແຫ່ງຊາດ ເພື່ອເພີ່ມຄວາມອຸດົມສົມບູນດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງທີ່ມີຊີວິດນາໆພັນ.  ອີງຕາມປະມວນກົດໝາຍອາຍາມາດ ຕາ 331 ຂອງປະເທດລາວໄດ້ລະບຸໄວ້ວ່າ: ການລ່າສັດໂດຍບໍ່ຖືກຕ້ອງຕາມກົດໝາຍລະບຸແຈ້ງ “ບຸກຄົນໃດ ຫາກໄດ້ລ່າສັດໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບລ່າສັດ ເຊັ່ນ: ລ່າສັດປະເພດຫວງຫ້າມ, ລ່າສັດຖືພາມານ, ລ່າສັດໃນລະດູ ຫຼື ໃນເຂດທີ່ຫວງຫ້າມ ຫຼື ດ້ວຍເຄື່ອງມືທີ່ເກືອດຫ້າມ  ແລະ ອື່ນໆ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ. ໃນກໍລະນີການກະທໍາຜິດເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍທີ່ມີມູນຄ່າແຕ່ 50.000.000 ກີບຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບ ແຕ່ 2 ປີ ຫາ 5 ປີ ແລະ ຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍ”. ສະເພາະ ມາດຕາ […]

ຍັງຄົ້ນພົບພຣະພຸດທະຮູບ ຫຼາຍຮູບ ຢູ່ແຂວງບໍ່ແກ້ວ

ທີມງານຂຸດຄົ້ນວັດຖຸບູຮານ ຫຼຶ ພຣະພຸດທະຮູບ ຍັງສຶບຕໍ່ຄົ້ນພົບພຣະພຸດທະຮູບ ຫຼາຍຮູບ ຢູ່ທີ່ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ຊຶ່ງການຂຸດຄົ້ນກອບກູ້ພຣະພຸດທະຮູບ ປະກອບ ມີ 2 ໄລຍະ. ໄລຍະທີ1: ແມ່ນເລີ່ມການຂຸດຄົ້ນແຕ່ວັນທີ 14 ມີນາ – 6 ເມສາ 2024 ເປັນເວລາ 24 ວັນ ຊຶ່ງສາມາດກອບກູ້ພຣະພຸດທະຮູບ ທີ່ຝັ່ງຢູ່ພື້ນແຮ່-ຊາຍ ທີ່ມີອາຍຸຫຼາຍຮ້ອຍປີ ໄດ້ທັງໝົດ 204 ອົງ ແລະ 910 ລາຍການ,  ສ່ວນຫຼາຍແມ່ນພຣະພຸດທະຮູບ ທອງສໍາລິດ ປາງຊະນະມານ ໃນນີ້ ມີພຣະພຸດທະຮູບ ອົງທີ່ສົມບູນເປັນຈໍານວນຫຼາຍ ແລະ ອົງທີ່ບໍ່ສົມບູນຈໍານວນໜຶ່ງ. ໄລຍະທີ2 ແມ່ນໄດ້ເລີ່ມການຂຸດຄົ້ນແຕ່ວັນມາ 10-17 ພຶດສະພາ 2024 ສາມາດຂຸດຄົ້ນ ແລະ ກອບກູ້ພຣະພຸດທະຮູບໄດ້ທັງໝົດ 51 ອົງ, ໃນນັ້ນ ມີອົງໜຶ່ງທີ້ໃຫຍ່ທີສຸດຄາດວ່າອາດເປັນອົງປະທານມີຄວາມສູງ 2,67cm, ອົງພຣະ […]

ມາຮູ້ຈັກວິທີປິ່ນປົວ ແລະ ອາການສະແດງທີ່ບົງບອກວ່າເປັນໄຂ້ຍຸງລາຍ

ພະຍາດໄຂ້ຍຸງລາຍ ເກີດຈາກເຊື້ອຈຸລະໂລກ ຫຼື ເຊື້ອໄວຣັສ ຕິດຕໍ່ໂດຍຍຸງລາຍ ຊຶ່ງມີອາການສະແດງໄຂ້ສູງຕະຫຼອດ 2-3 ວັນ, ເຈັບຫົວ, ປວດກະໂບງຕາ, ປວດກ້າມຊີ້ນ, ປວດຕາມຂໍ່ກະດູກ, ປວດຮາກ, ຜື່ນແດງຕາມຜິວໜັງ, ມີເລືອດອອກຕາມເຟັນແຂ້ວ ແລະ ຖ້າຮຸນແຮງຈະມີອາການຊ໋ອກ ໝົດສະຕິ ແລະ ອາດເສຍຊີວິດໄດ້. ອີງຕາມຂໍ້ມູນສູນຂ່າວສານການແພດສຸຂະສຶກສາ ໄດ້ແນະນໍາວ່າ: ການປິ່ນປົວພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ແມ່ນຕ້ອງໄດ້ປຶກສາທ່ານໝໍ, ພັກຜ່ອນໃຫ້ພຽງພໍ, ດື່ມນໍ້າຫຼາຍໆ ແລະ ກິນອາຫານທີ່ມີປະໂຫຍດ, ຖ້າມີໄຂ້ຂຶ້ນສູງກວ່າ 39 ອົງສາ ແມ່ນໃຫ້ກິນຢາປາຣາເຊຕາໂມນ ທຸກໆ 8 ຊົ່ວໂມງ ພ້ອມທັງໃຫ້ຮີບຮ້ອນໄປພົບແພດໝໍ ເພື່ອຈະໄດ້ຮັບການປິ່ນປົວ ຢ່າງທັນການ​. ພ້ອມກັນນັ້ນ, ການປ້ອງກັນຕົນເອງຈາກຍຸງລາຍກັດ ແມ່ນຕ້ອງໄດ້ ທາຢາກັນຍຸງ, ທູບໄລ່ຍຸງ ແລະ ເຄື່ອງໄລ່ຍຸງແບບໃຊ້ໄຟຟ້າ,ໃສ່ຕາໜ່າງກັນຍຸງໃນປະຕູ ແລະ ປ່ອງຢ້ຽມ ແມ່ນສາມາດປ້ອງກັນຍຸງ ບໍ່ໃຫ້ເຂົ້າມາໃນເຮືອນໄດ້, ນອນໃນມຸ້ງຍ້ອມນໍ້າຢາກັນຍຸງ ທັງກາງເວັນ ແລະ ກາງຄືນ, […]

ສຳປະທານດິນ 3.000 ກວ່າເຮັກຕາ ປູກຫຍ້າ ແລະ ລ້ຽງງົວ ເພື່ອສົ່ງອອກ

ກຸ່ມບໍລິສັດ ດວງຈະເລີນ ກໍ່ສ້າງ ຈຳກັດ ສຳປະທານທີ່ດິນລັດ 3.000 ກວ່າເຮັກຕາ ຢູ່ແຂວງ ບໍ່ແກ້ວ ເພື່ອປູກຫຍ້າ ແລະ ລ້ຽງງົວ ເພື່ອຕອບສະໜອງຄວາມຕ້ອງການຊີ້ນງົວຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ໂດຍແນໃສ່ຕະຫຼາດຈີນເປັນຕະຫຼາດຫຼັກ. ອີງຕາມການລາຍງານຂອງ ໜັງສືພິມ ເສດຖະກິດ-ການຄ້າ, ທ່ານ ຄຳຝາຍ ສີລາຊາ ປະທານ ກຸ່ມບໍລິສັດ ດວງຈະເລີນ ກໍ່ສ້າງ ຈຳກັດ ໃນນາມຜູ້ພັດທະນາປູກຝັງ ແລະ ລ້ຽງສັດຢູ່ແຂວງບໍ່ແກ້ວ ກ່າວວ່າ: ໂຄງການດັ່ງກ່າວ ເລີ່ມມາແຕ່ປີ 2021 ໄດ້ສຳປະທານດິນທັງໝົດ 5 ຕອນເນື້ອທີ່ລວມ 3.687 ເຮັກຕ້າ ຕັ້ງຢູ່ໃນເນື້ອທີ່ຂອງ 2 ເມືອງໃນແຂວງບໍ່ແກ້ວ, ເນື້ອທີ່ສ່ວນຫຼາຍແມ່ນເປັນເຂດພູດອຍ ສະຫຼັບກັບພູພຽງ ເໝາະສຳລັບການປູກຝັງລ້ຽງສັດ. ໂດຍໂຄງການດັ່ງກ່າວ ໄດ້ທົດລອງລ້ຽງງົວຢູ່ 4 ສາຍພັນ ປະກອບມີ: ສາຍພັນ ແອັງກາສ ວາກິວ ນຳເຂົ້າຈາກ ອົດສະເຕເລຍ […]

ພະຍາດຕັບອັກເສບ ສາຍເຫດເຮັດໃຫ້ຕັບແຂງ ແລະ ນຳໄປສູ່ການເສຍຊີວິດ ໄດ້

ພະຍາດຕັບອັກເສບ ແມ່ນການອັກເສບຂອງຕັບ ຊຶ່ງການອັກເສບດັ່ງກ່າວ ສາມາດພາໃຫ້ເກີດເປັນກະດັນຕັບ ຫຼື ຕັບແຂງ, ມະເຮັງຕັບ ແລະ ສາມາດນຳໄປສູ່ການເສຍຊີວິດ ໄດ້. ອີງຕາມສູນຂ່າວສານການແພດສຸຂະສຶກສາ: ພະຍາດຕັບອັກເສບ ແມ່ນເກີດຈາກການຕິດເຊື້ອໄວຣັສຕັບອັກເສບ ເຊິ່ງມີຫຼາຍຊະນິດ, ແຕ່ໄວຣັສຕັບອັກເສບ B ແລະ C ເປັນຊະນິດທີ່ຮ້າຍແຮງກວ່າໝູ່ ແລະ ເປັນສາເຫດໃຫ້ມີຄົນເສຍຊີວິດເຖິງ 1.34 ລ້ານຄົນຕໍ່ປີ ໃນທົ່ວໂລກ, ພ້ອມນັ້ນ ການແຜ່ເຊື້ອໄວຣັສຕັບອັກເສບ ແມ່ນມິດງຽບ, ສາມາດເກີດຂຶ້ນໄດ້ກັບທຸກຄົນ ແລະ ເກີດຂຶ້ນໄດ້ທຸກເວລາ ແບບບໍ່ມີສັນຍານເຕືອນ. ຄົນຕິດເຊື້ອໄວຣັສຕັບອັກເສບ ‘ບໍ່ຮູ້ຕົວ’ ວ່າຕົນເອງຕິດເຊື້ອ,ທ່ານສາມາດປົກປ້ອງຕົນເອງ ແລະ ຄົນທີ່ທ່ານຮັກໄດ້ ໂດຍການເຂົ້າຮັບການກວດຫາເຊື້ອຢູ່ໂຮງໝໍໃກ້ບ້ານທ່ານ, ໂດຍສະເພາະ ແມ່ຍິງຖືພາ, ເນື່ອງຈາກວ່າ ໄວຣັສຕັບອັກເສບ B ສາມາດຕິດຕໍ່ຈາກແມ່ສູ່ລູກໄດ້ງ່າຍໃນເວລາເກີດ, ສັກວັກຊີນປ້ອງກັນໄວຣັສຕັບອັກເສບ B ສໍາລັບທ່ານເອງ ແລະ ລູກນ້ອຍຂອງທ່ານ ຕາມຕາຕະລາງການສັກວັກຊີນແຫ່ງຊາດ ຢູ່ໂຮງໝໍໃກ້ບ້ານທ່ານ,ປຶກສາແພດ ແລະ ເຂົ້າຮັບການປິ່ນປົວ ຖ້າທ່ານກວດພົບວ່າຕົນເອງຕິດເຊື້ອ ເພາະວ່າ ພວກເຮົາມີຕັບພຽງອັນດຽວ […]

ໂຄງການເຝິກອົບຮົມພາສາອັງກິດຟຣີ! ສ້າງຄວາມໝັ້ນໃຈໃນຕົນເອງຂອງໄວໜຸ່ມລາວໃນຍຸກໃໝ່

ນະຄອນຫຼວງວຽງຈັນ, ວັນທີ 09 ກຸມພາ 2024 – ໂດຍປາດຖະໜາຢາກສະໜັບສະໜູນຊາວໜຸ່ມລາວ ທີ່ພວມດຳລົງຊີວິດໃນຍຸກໃໝ່ໃຫ້ປັບຕົວໃຫ້ດີຂຶ້ນ ແລະ ເຕີບໃຫຍ່ໃນຕໍ່ໜ້າ, ພວກເຮົາແມ່ນກຸ່ມຄູສອນພາສາສາດ ແລະ ອະນາຄົດ, ສະໜັບສະໜູນໂດຍສະຖາບັນສ້າງຂີດຄວາມສາມາດໃຫ້ແກ່ໄວໜຸ່ມທົ່ວໂລກ. (iBC4Y), ອົງການບໍ່ຫວັງຜົນກຳໄລໄດ້ລິເລີ່ມໂຄງການໄລຍະຍາວໄດ້ເລີ່ມຕັ້ງແຕ່ປີ 2023, ເອີ້ນວ່າ “ໂຄງການພັດທະນາຄວາມຫມັ້ນໃຈຕົນເອງໃນພາສາອັງກິດ”. ສັງເກດເຫັນວ່າ ຊາວໜຸ່ມລາວ ມີຄວາມປາຖະໜາຢາກຮຽນ ແລະ ພັດທະນາພາສາອັງກິດ ແລະ ມີຄວາມໝັ້ນໃຈໃນຕົນເອງຫຼາຍດ້ານ ເຊັ່ນ: ເໝາະສົມກັບການຂະຫຍາຍຕົວຂອງປະເທດ ແລະ ໂລກ, ໄດ້ທຶນການສຶກສາ ຫຼື ໄປຮຽນຢູ່ຕ່າງປະເທດ, ມີວຽກເຮັດງານທຳທີ່ດີຂຶ້ນ ແລະ ມີວຽກເຮັດງານທຳຫຼາຍຂຶ້ນ. ໂອກາດໃນຊີວິດຂອງເຂົາເຈົ້າ. ຄວາມເຂົ້າໃຈຈາກທັດສະນະນີ້, ພວກເຮົາໄດ້ລິເລີ່ມໂຄງການເພື່ອປະກອບສ່ວນເພື່ອເຮັດໃຫ້ຄວາມປາດຖະຫນາເຫຼົ່ານີ້ເກີດຂຶ້ນ. ມີ 2 ຄຸນຄ່າທີ່ສຸມໃສ່ນຳເຂົ້າຮ່ວມ. ກ່ອນອື່ນໝົດ, ການເຕີບໂຕດ້ານແນວຄິດ ແລະ ການປັບຕົວໃນຍຸກໃໝ່ຂອງການປ່ຽນແປງ ແລະ ພັດທະນາເຕັກໂນໂລຢີ Ai, ໄວໜຸ່ມຕ້ອງຮຽນຮູ້, ປ່ຽນແປງ ແລະ ປັບຕົວໃຫ້ເໝາະສົມ. ອັນທີສອງ, ຜູ້ເຂົ້າຮ່ວມຈະໄດ້ຮັບການຝຶກອົບຮົມໃຫ້ມີຄວາມຫມັ້ນໃຈຕົນເອງຈາກພາຍໃນສູ່ພາຍນອກ, […]

6 ພະຍາດຈາກການກິນປີ້ງ – ດາດ

ໜຶ່ງໃນອາຫານຍອດນິຍົມບໍ່ວ່າແຕ່ຍາມໜາວ ຫຼື ຍາມໃດທີ່ເຮົາມັກຊວນກັນໄປກິນ ຄົງແມ່ນອາຫານປະເພດ ບຸບເຟ່, ຊີ້ນດາດ, ປີ້ງ… ເປັນຕົ້ນ ອາຫານເຫຼົ່ານີ້ ຖ້າດົນໆກິນເທື່ອໜຶ່ງຄົງບໍ່ເປັນຫຍັງ ແຕ່ຖ້າກິນດຸເກີນໄປ ເຊັ່ນອາທິດລະຫຼາຍໆເທື່ອ ສຸຂະພາບເຮົາຈະຄ່ອຍໆເສື່ອມໂຊມໂດຍບໍ່ຮູ້ຕົວ ອັນຕະລາຍທີ່ແຝງຢູ່ນຳອາຫານປີ້ງດາດ ມີດັ່ງນີ້: 1. ສ່ຽງມະເຮັງຕັບ ຈາກສານໄນໂຕຣຊາມີນ ທີ່ຢູ່ໃນປາມຶກປີ້ງ, ປາທະເລປີ້ງ ແລະ ຊີ້ນແປຮູບທີ່ມີການໃສ່ສານກັນບູດ ເຊັ່ນ: ສົ້ມ, ໄສ້ກອກ, ເບຄອນ, ແຮມ ເປັນຕົ້ນ. 2. ສ່ຽງມະເຮັງກະເພາະ ໃນຂະບວນການປີ້ງ – ດາດ ເຮັດໃຫ້ເກີດສານ PAHs ເຊິ່ງຈະຢູ່ໃນອາຫານສ່ວນທີ່ໄໝ້ແຫ້ມ ຖ້າສະສົມຫຼາຍໆຈະເປັນໂຕກໍ່ມະເຮັງ. 3. ເກີດເປັນພະຍາດຕຸ້ຍ ແນ່ນອນ ໄປກິນຊີ້ນດາດ ຫຼື ບຸບເຟ່ທັງທີ່ເຮົາກໍຕ້ອງກິນໃຫ້ຄຸ້ມ ກິນຫຼາຍເຂົ້າ ກໍໄດ້ຮັບໄຂມັນສ່ວນເກີນໄປສະສົມຢູ່ໜ້າທ້ອງ ເຮັດໃຫ້ນ້ຳໜັກຂຶ້ນມີພາວະຕຸ້ຍລົງພຸງ. 4. ສ່ຽງພະຍາດຫົວໃຈ ຊີ້ນງົວ, ຊີ້ນໝູ ມີໄຂມັນອີ່ມໂຕ ແລະ ຄໍເລສເຕີຣໍ່ສູງ ໂດຍສະເພາະຊີ້ນຕິດມັນກິນຫຼາຍໆສ່ຽງໄຂມັນອັດຕັນໃນເສັ້ນເລືອດ ມີໂອກາດເປັນພະຍາດຫົວໃຈ […]