1
ຍັງຄົ້ນພົບພຣະພຸດທະຮູບ ຫຼາຍຮູບ ຢູ່ແຂວງບໍ່ແກ້ວ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 18 ເດືອນພຶດສະພາ, 2024
ໝວດ: ຂ່າວ

ທີມງານຂຸດຄົ້ນວັດຖຸບູຮານ ຫຼຶ ພຣະພຸດທະຮູບ ຍັງສຶບຕໍ່ຄົ້ນພົບພຣະພຸດທະຮູບ ຫຼາຍຮູບ ຢູ່ທີ່ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ຊຶ່ງການຂຸດຄົ້ນກອບກູ້ພຣະພຸດທະຮູບ ປະກອບ ມີ 2 ໄລຍະ.

ໄລຍະທີ1: ແມ່ນເລີ່ມການຂຸດຄົ້ນແຕ່ວັນທີ 14 ມີນາ – 6 ເມສາ 2024 ເປັນເວລາ 24 ວັນ ຊຶ່ງສາມາດກອບກູ້ພຣະພຸດທະຮູບ ທີ່ຝັ່ງຢູ່ພື້ນແຮ່-ຊາຍ ທີ່ມີອາຍຸຫຼາຍຮ້ອຍປີ ໄດ້ທັງໝົດ 204 ອົງ ແລະ 910 ລາຍການ,  ສ່ວນຫຼາຍແມ່ນພຣະພຸດທະຮູບ ທອງສໍາລິດ ປາງຊະນະມານ ໃນນີ້ ມີພຣະພຸດທະຮູບ ອົງທີ່ສົມບູນເປັນຈໍານວນຫຼາຍ ແລະ ອົງທີ່ບໍ່ສົມບູນຈໍານວນໜຶ່ງ.

ໄລຍະທີ2 ແມ່ນໄດ້ເລີ່ມການຂຸດຄົ້ນແຕ່ວັນມາ 10-17 ພຶດສະພາ 2024 ສາມາດຂຸດຄົ້ນ ແລະ ກອບກູ້ພຣະພຸດທະຮູບໄດ້ທັງໝົດ 51 ອົງ, ໃນນັ້ນ ມີອົງໜຶ່ງທີ້ໃຫຍ່ທີສຸດຄາດວ່າອາດເປັນອົງປະທານມີຄວາມສູງ 2,67cm, ອົງພຣະ 1,93 cm, ແທ່ນສູງ 74 cm, ແທ່ນກວ້າງ 2,54 cm, ບ່າໄຫຼ່ກວ້າງ 1,23 cm, ໜ້າຕັກກວ້າງ 2,24cm ຊຶ່ງປະຈຸບັນແມ່ນປະດິດສະຖານຊົ່ວຄາວ ຢູ່ສາລາດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ຕິດກັບສະຖານທີ່ຂຸດຄົ້ນພຣະພຸດທະຮູບ ເພື່ອໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຊົມ ແລະ ກາບໄຫວ້ບູຊາ.

ເພື່ອກະກຽມໃນການກໍ່ສ້າງສາລາພຣະໃຫ້ສໍາເລັດແລ້ວ ຈຶ່ງຈະໄດ້ເຄື່ອນຍ້າຍປະດິດສະຖານໃຫ້ຖາວອນ ທີ່ວັດທອງທິບພັດທະນາຣາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ປະຈຸບັນ ທາງຄະນະຮັບຜິດຊອບ ແລະ ທິມງານ ຍັງສືບຕໍ່ຂຸດຄົ້ນຈົນກວ່າຈະກອບກູພຣະພຸດທະຮູບໄດ້ທັງໝົດ.

ແຫຼ່ງຂ່າວ: ສື່ມວນຊົນແຂວງບໍ່ແກ້ວ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
2
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່
2
ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”
2
ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ
2
ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ
2
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່
2
ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ
ຢ່າລື່ມກົດຕິດຕາມ