ສະພາບອາກາດຮ້າຍແຮງໃນສະຫະລັດເສຍຊີວິດແລ້ວ 40 ຄົນ

ນິວຢອກ 17 ມີ.ຄ.- ສະພາບອາກາດຮ້າຍແຮງທີ່ເກີດຂຶ້ນທາງພາກຕາເວັນຕົກຕອນກາງ ແລະ ພາກໃຕ້ຂອງສະຫະລັດ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 40 ຄົນ ໃນ 7 ລັດ ສະພາບອາກາດຮ້າຍແຮງໃນຮອບນີ້ມີທັງທໍເນໂດ, ພາຍຸຝົນຟ້າຄະນອງ, ໄຟປ່າ, ແລະ ພາຍຸຝຸ່ນ ໃນຫຼາຍລັດທາງພາກຕາເວັນຕົກຕອນກາງ ແລະ ພາກໃຕ້ຂອງສະຫະລັດ ເຊິ່ງມີຈຳນວນປະຊາກອນລວມກັນຫຼາຍກວ່າ 100 ລ້ານຄົນ. ລັດມິສຊູຣີເຊິ່ງຮັບຜົນກະທົບມາຕັ້ງແຕ່ວັນສຸກມີຜູ້ເສຍຊີວິດຈາກທໍເນໂດຢ່າງໜ້ອຍ 12 ຄົນ ແລະ ເກີດຄວາມເສຍຫາຍຢ່າງໜັກທົ່ວທັງລັດ. ບ້ານເຮືອນປະຊາຊົນ, ໂຮງຮຽນ, ຮ້ານຄ້າຕ່າງໆ ຫຼາຍຮ້ອຍຫຼັງຖືກກະແສລົມແຮງພັດຖະຫຼົ່ມຈົນພັງຮາບ ຫຼື ໄດ້ຮັບຄວາມເສຍຫາຍຢ່າງໜັກ. ທີ່ລັດໂອກລາໂຮມາກະແສລົມແຮງໂຫມກະພື້ເຮັດໃຫ້ໄຟປ່າເກືອບ 150 ຈຸດໂຫມໄໝ້ຮຸນແຮງຂຶ້ນ, ສົ່ງຜົນໃຫ້ມີຜູ້ເສຍຊີວິດຈາກໄຟປ່າ ແລະ ກະແສລົມແຮງຢ່າງໜ້ອຍ 4 ຄົນ. ມີພື້ນທີ່ຖືກໄຟປ່າເຜົາທຳລາຍໄປແລ້ວຮາວ 425,000 ໄຮ່. ສິ່ງປຸກສ້າງຖືກໄຟເຜົາວອດເກືອບ 300 ຫຼັງ. ທີ່ລັດມິສຊິບປີຖືກທໍເນໂດພັດຖະຫຼົ່ມທົ່ວທັງລັດມີຜູ້ເສຍຊີວິດ 6 ຄົນ ແລະ ທີ່ລັດແອລະບາມາມີຜູ້ເສຍຊີວິດຈາກທໍເນໂດ 3 ຄົນ. […]

ຣັດເຊຍຕ້ອງການຫຼັກປະກັນຄວາມໝັ້ນຄົງໃນຂໍ້ຕົກລົງສັນຕິພາບຢູເຄຣນ

ທ່ານອເລັກຊານເດີ ກຣຸດໂກ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຂອງຣັດເຊຍ ໄດ້ໃຫ້ສຳພາດກັບໜັງສືພິມອິດເວສເຕຍ ເຊິ່ງເປັນໜັງສືພິມແຫ່ງຊາດຂອງຣັດເຊຍ ກ່ຽວກັບຫຼາຍປະເດັນ ແລະ ໄດ້ມີການເຜີຍແຜ່ໃນມື້ນີ້. ໜຶ່ງໃນນັ້ນແມ່ນກ່ຽວກັບການເຮັດຂໍ້ຕົກລົງສັນຕິພາບກັບຢູເຄຣນ. ທ່ານກຣຸດໂກກ່າວວ່າ ຣັດເຊຍຕ້ອງການໃຫ້ຂໍ້ຕົກລົງນີ້ມີຫຼັກປະກັນດ້ານຄວາມໝັ້ນຄົງທີ່ເຂັ້ມແຂງ ແລະ ບໍ່ສາມາດຖືກທຳລາຍໄດ້. ໜຶ່ງໃນຫຼັກປະກັນເຫຼົ່ານີ້ແມ່ນການຮັກສາສະຖານະພາບຄວາມເປັນກາງຂອງຢູເຄຣນ ແລະ ການທີ່ປະເທດສະມາຊິກອົງການສົນທິສັນຍາແອັດແລນຕິກເໜືອ ຫຼື ນາໂຕ ບໍ່ຮັບເອົາຢູເຄຣນເຂົ້າຮ່ວມນາໂຕ. ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຣັດເຊຍຍັງເນັ້ນຢ້ຳວ່າ ຣັດເຊຍບໍ່ເຫັນດີກັບການທີ່ນາໂຕຈະສົ່ງຄະນະຜູ້ສັງເກດການເຂົ້າໄປໃນຢູເຄຣນ ບໍ່ວ່າຈະສົ່ງໄປໃນນາມນາໂຕ, ສະຫະພາບເອີຣົບ ຫຼື ອີຢູ, ຫຼື ໃນນາມປະເທດ ເພາະການເຂົ້າໄປໃນພື້ນທີ່ຂັດແຍ່ງຈະເທົ່າກັບວ່າເປັນຝ່າຍທີ່ມີສ່ວນຮ່ວມໃນຄວາມຂັດແຍ່ງດ້ວຍ. ຣັດເຊຍຈະປຶກສາຫາລືເລື່ອງການສົ່ງຄະນະສັງເກດການພົນລະເຮືອນເຂົ້າໄປຕິດຕາມການປະຕິບັດຕາມຂໍ້ຕົກລົງສັນຕິພາບ ຫຼັງຈາກທີ່ມີຂໍ້ຕົກລົງແລ້ວເທົ່ານັ້ນ. ກ່ອນໜ້ານີ້ ອັງກິດ, ຝຣັ່ງ ແລະ ອົສຕຣາລີໄດ້ປະກາດວ່າ ພ້ອມສົ່ງກອງກຳລັງຮັກສາສັນຕິພາບເຂົ້າໄປສັງເກດການການຢຸດຍິງໃນຢູເຄຣນ. ໃນຂະນະທີ່ມື້ວານນີ້ ມີລາຍງານຂ່າວອ້າງຄຳເວົ້າຂອງປະທານາທິບໍດີ ເອມານູແອລ ມາກຣົງ ຂອງຝຣັ່ງວ່າ ການປະຈຳການກອງກຳລັງຮັກສາສັນຕິພາບແມ່ນອຳນາດການຕັດສິນໃຈຂອງຢູເຄຣນ ບໍ່ແມ່ນຂອງຣັດເຊຍ.

ນັກວິໄຈຈີນເລັງສ້າງ ‘ໄຕດິຈິຕ້ອນ’ ຍົກລະດັບການວິນິດໄສພະຍາດໄຕ

ປັກກິ່ງ 14 ມີ.ນ. — ຄະນະນັກວິໄຈຈາກມະຫາວິທະຍາໄລປັກກິ່ງເປີດຕົວໂຄງການສຶກສາພາບຖ່າຍຊີວໂມເລກຸລຂອງໄຕ ເພື່ອພັດທະນາ “ໄຕດິຈິຕ້ອນ” ຫຼື ແຜນທີ່ດິຈິຕ້ອນແບບຄົບວົງຈອນຂອງອະໄວຍະວະໄຕ ໂດຍໃຊ້ເຕັກໂນໂລຢີການຖ່າຍພາບຫຼາຍຮູບແບບຮ່ວມກັບອັລກໍລິທຶມປັນຍາປະດິດ ຫຼື ເອໄອ (AI) ເຊິ່ງຈະຊ່ວຍໃຫ້ສາມາດເຫັນກົນໄກຂອງພະຍາດໄຕຊັດເຈນຂຶ້ນ ປູທາງສູ່ການວິນິດໄສທີ່ແມ່ນຍຳຂຶ້ນ ການພັດທະນາຢາໃໝ່ ແລະ ການປິ່ນປົວທີ່ເຈາະຈົງຫຼາຍຂຶ້ນ ອາການທີ່ບໍ່ປະກົດເດັ່ນຊັດໃນການວິນິດໄສທາງຄລີນິກແລະຕົວບົ່ງຊີ້ທາງຊີວະພາບທີ່ມີບໍ່ພຽງພໍມັກສົ່ງຜົນໃຫ້ກວດພົບພະຍາດໄຕຊຳເຮື້ອຊ້າ ຜູ້ປ່ວຍສ່ວນຫຼາຍບໍ່ໄດ້ຮັບການວິນິດໄສຈົນກວ່າໄຕຈະເກີດຄວາມເສຍຫາຍຢ່າງມີນັຍສຳຄັນແລ້ວ ແລະ ອາການມັກປະກົດຂຶ້ນເມື່ອພະຍາດເຂົ້າສູ່ລະຍະຮຸນແຮງ ເຊິ່ງສະທ້ອນເຖິງຊ່ອງວ່າງທີ່ສຳຄັນຂອງຄວາມສາມາດໃນການວິນິດໄສພະຍາດຕັ້ງແຕ່ລະຍະເລີ່ມຕົ້ນ ແລະ ເພື່ອແກ້ໄຂບັນຫານີ້ ສູນການສ້າງພາບຊີວະການແພດແຫ່ງຊາດ (NBIC) ແລະ ໂຮງໝໍແຫ່ງທຳອິດຂອງມະຫາວິທະຍາໄລປັກກິ່ງ ຈຶ່ງຮ່ວມບຸກເບີກໂຄງການດັ່ງກ່າວເພື່ອພັດທະນາໄຕດິຈິຕ້ອນຜ່ານການຜະສານກອບວຽກທາງເຕັກນິກຈາກຫຼາກຫຼາຍສາຂາ   ສຳນັກຂ່າວຊິນຫົວ ລາຍງານວ່າ ແພລຕຟອມນີ້ຈະເອື້ອໃຫ້ສາມາດເຫັນໂຄງສ້າງຂອງໄຕໃນຫຼາຍລະດັບ ຕັ້ງແຕ່ລະດັບໂມເລກຸລ ປະຕິສຳພັນລະຫວ່າງເຊລ ໄປຈົນເຖິງການເຮັດວຽກຂອງອະໄວຍະວະທັງລະບົບ ຈຶ່ງສາມາດສ້າງຮູບແບບຄຳນວນສຳລັບອາຍຸລະສາດພະຍາດໄຕທີ່ແມ່ນຍຳໄດ້ ຄຸນສົມບັດທີ່ໂດດເດັ່ນທີ່ສຸດຂອງໄຕດິຈິຕ້ອນ ໄດ້ແກ່ ການຈຳລອງແບບໄດນາມິກ ການເຫັນແບບພາໂນລາມາ ແລະ ຄວາມສາມາດການສະແດງຜົນຫຼາຍມິຕິ ໂດຍໄຕດິຈິຕ້ອນສາມາດຖືໄດ້ວ່າເປັນ “ອະໄວຍະວະໂປ່ງໃສ” ທີ່ນຳສະເໜີຜ່ານພາບດິຈິຕ້ອນ ເຊິ່ງສາມາດແກ້ໄຂຂໍ້ຈຳກັດດ້ານຄວາມລະອຽດເຊິງພື້ນທີ່ແລະມິຕິຂອງຂໍ້ມູນທີ່ພົບໃນການກວດທາງພະຍາດວິທະຍາແບບດັ້ງເດີມໄດ້ ຊ່ວຍໃຫ້ສາມາດກວດສອບໂຄງສ້າງຂອງໄຕແບບລະອຽດທີລະຊັ້ນ ຈຳລອງການເຮັດວຽກຂອງໄຕໃນສະພາວະປົກກະຕິ ແລະ ກວດຫາສັນຍານຂອງພະຍາດໄຕໄດ້ຢ່າງແມ່ນຍຳ ຜູ້ຊ່ຽວຊານລະບຸວ່າໄຕດິຈິຕ້ອນສາມາດຊ່ວຍລະບຸຕຳແໜ່ງຂອງຮອຍໂລກໄດ້ຢ່າງແມ່ນຍຳ ພ້ອມສ້າງໂມເດລດິຈິຕ້ອນສະເພາະບຸກຄົນຜ່ານການຜະສານຂໍ້ມູນທາງການແພດຂອງຜູ້ປ່ວຍເຂົ້າໄປ ໂດຍເຕັກໂນໂລຢີນີ້ຊ່ວຍໃຫ້ສາມາດເລືອກແຜນການປິ່ນປົວທີ່ເໝາະສົມທີ່ສຸດໄດ້ […]

ມະຕິ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ສະບັບເລກທີ 03/ຄບສພ ນະຄອນຫຼວງວຽງຈັນ ວັນທີ 12 ມີນາ 2025

ສຶກສາຄົ້ນຄວ້າ “ມະຕິຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ສະບັບເລກທີ 03/ຄບສພ ນະຄອນຫຼວງວຽງຈັນ ວັນທີ 12 ມີນາ 2025”.   ຄະນະບໍລິຫານງານສູນກາງພັກ ຕົກລົງປັບປຸງການຈັດຕັ້ງດັ່ງນີ້:   1. ໂຮມກະຊວງແຜນການ ແລະ ການລົງທຶນ ເຂົ້າກັບ ກະຊວງການເງິນ ເອີ້ນຊື່ວ່າ “ກະຊວງການເງິນ”;   2. ໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບກະຊວງອຸດສາຫະກຳ ແລະ ການຄ້າ ເອີ້ນຊື່ວ່າ “ກະຊວງອຸດສາຫະກຳ ແລະ ການຄ້າ”;   3. ໂຮມກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ກະຊວງກະສີກຳ ແລະ ປ່າໄມ້ ເອີ້ນຊື່ວ່າ “ກະຊວງກະສີກຳ ແລະ ສິ່ງແວດລ້ອມ”;   4. ໂຮມກະຊວງ ພາຍໃນ ໄປຂຶ້ນກັບຄະນະຈັດຕັ້ງສູນກາງພັກ,ເອົາວຽກຄຸ້ມຄອງລັດຖະກອນ,ວຽກແຂ່ງຂັນຍ້ອງຍໍ ແລະ ວຽກອື່ນໆທີ່ສອດຄ່ອງກັບພາລະບົດບາດຂອງຄະນະຈັດຕັ້ງສູນກາງພັກ,ພ້ອມທັງຍົກຍ້າຍບຸກຄະລາກອນທີ່ເຮັດວຽກດັ່ງກ່າວໄປຂື້ນກັບຄະນະຈັດຕັ້ງສູນກາງພັກ,ໂອນວຽກປົກຄອງ,ວຽກແຜນທີ່, ວຽກຄຸ້ມຄອງມະຫາພາກດ້ານສາສະໜາ,ວຽກອື່ນໆພ້ອມທັງບຸກຄະລາກອນທີ່ເຮັດວຽກໃນຂົງເຂດດັ່ງກ່າວໄປຂື້ນກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ […]

ສາຍໄຟຟ້າຕົກດິນຕ້ອງເຮັດແນວໃດ

ໃນຊ່ວງນີ້ ໄດ້ມີລາຍງານຫຼາຍກໍລະນີສາຍໄຟຟ້າຕົກດິນໃນຫຼາຍເຂດຂອງປະເທດ. ເຫດການດັ່ງກ່າວເປັນອັນຕະລາຍຫຼາຍຕໍ່ຊີວິດແລະຊັບສິນຂອງປະຊາຊົນ. ການໄຟຟ້າແຫ່ງຊາດລາວໄດ້ອອກຄໍາແນະນໍາກ່ຽວກັບຂັ້ນຕອນການຮັບມືກັບສະຖານະການດັ່ງກ່າວ. ເມື່ອພົບເຫັນສາຍໄຟຟ້າຕົກດິນຫຼືຂາດ, ປະຊາຊົນຄວນປະຕິບັດດັ່ງນີ້: ຢ່າເຂົ້າໃກ້ສາຍໄຟຟ້າເດັດຂາດ – ຮັກສາໄລຍະຫ່າງຢ່າງໜ້ອຍ 10 ແມັດຈາກສາຍໄຟຟ້າທີ່ຕົກດິນ. ສາຍໄຟຟ້າອາດຈະຍັງມີກະແສໄຟຟ້າໄຫຼຜ່ານແລະສາມາດເຮັດໃຫ້ເກີດອັນຕະລາຍເຖິງຊີວິດໄດ້. ວິທີອອກຫ່າງຈາກສາຍໄຟຟ້າຕົກດິນຢ່າງປອດໄພ: ຖ້າທ່ານກໍາລັງຢືນຢູ່ໃກ້ສາຍໄຟຟ້າທີ່ຕົກດິນ – ໃຫ້ຄ່ອຍໆ ຍ່າງອອກໂດຍການໃຊ້ວິທີ “ກະໂດດຕີນຕິດຕີນ” ໂດຍການເອົາຕີນທັງສອງຂ້າງຊິດກັນແລະກະໂດດເທື່ອລະນ້ອຍ. ການເຮັດແບບນີ້ຈະຊ່ວຍປ້ອງກັນກະແສໄຟຟ້າໄຫຼຜ່ານຮ່າງກາຍຂອງທ່ານ. ຢ່າຍ່າງແບບປົກກະຕິ – ເພາະກະແສໄຟຟ້າສາມາດໄຫຼຜ່ານພື້ນດິນແລະສ້າງຄວາມຕ່າງສັກໄຟຟ້າທີ່ສາມາດເຮັດໃຫ້ເກີດໄຟຟ້າຊ໊ອດໄດ້. ຖ້າຢູ່ໃນລົດ – ໃຫ້ຢູ່ໃນລົດແລະໂທຫາເບີສຸກເສີນ. ຖ້າຈໍາເປັນຕ້ອງອອກຈາກລົດເນື່ອງຈາກເກີດໄຟໄໝ້ຫຼືເຫດສຸກເສີນອື່ນໆ, ໃຫ້ກະໂດດອອກຈາກລົດໂດຍບໍ່ໃຫ້ສ່ວນໃດສ່ວນໜຶ່ງຂອງຮ່າງກາຍສໍາຜັດກັບລົດແລະພື້ນດິນພ້ອມກັນ, ຈາກນັ້ນໃຊ້ວິທີກະໂດດຕີນຕິດຕີນອອກຫ່າງຈາກສະຖານທີ່. ແຈ້ງເຫດດ່ວນທັນທີ – ໂທຫາເບີໂທລະສັບສຸກເສີນຂອງການໄຟຟ້າລາວ 1199 ຫຼື ເບີໂທລະສັບສຸກເສີນຂອງຕໍາຫຼວດ 1191 ທັນທີ. ໃຫ້ຂໍ້ມູນສະຖານທີ່ທີ່ຊັດເຈນແລະສະພາບການທີ່ເກີດຂຶ້ນ. ເຕືອນຄົນອື່ນໃຫ້ຢູ່ຫ່າງ – ຕັ້ງເຄື່ອງໝາຍຫຼືກັ້ນບໍລິເວນທີ່ມີອັນຕະລາຍເພື່ອເຕືອນຄົນອື່ນໃຫ້ຫຼີກເວັ້ນການເຂົ້າໃກ້ພື້ນທີ່ດັ່ງກ່າວ. ກໍລະນີມີຜູ້ປະສົບເຫດ – ຖ້າມີຜູ້ໄດ້ຮັບບາດເຈັບຈາກກະແສໄຟຟ້າຊ໊ອດ, ຢ່າສໍາຜັດກັບຜູ້ບາດເຈັບໂດຍກົງ. ໃຫ້ໃຊ້ວັດຖຸທີ່ເປັນສະນວນໄຟຟ້າ ເຊັ່ນ: ໄມ້ແຫ້ງ ຫຼື ຢາງ ເພື່ອແຍກຜູ້ບາດເຈັບອອກຈາກແຫຼ່ງກະແສໄຟຟ້າກ່ອນໃຫ້ການຊ່ວຍເຫຼືອ. ໃນກໍລະນີສຸກເສີນ, ປະຊາຊົນສາມາດຕິດຕໍ່ສາຍດ່ວນການໄຟຟ້າລາວ 1199 ຫຼື […]

ຝັນເຫັນງູ ຝັນກ່ຽວກັບງູ ມີຄຳທຳນາຍຝັນວ່າຫຍັງ ພ້ອມເລກໃຫ້ໂຊກ!

ຫາກໃຜ ຝັນເຫັນງູ ໃນຄວາມຝັນຈະຮູ້ສຶກຢ້ານ ເພາະງູເບິ່ງຄືເປັນຕາຢ້ານ ແຕ່ຫາກຊອກຂໍ້ມູນເພື່ອຕີຄວາມໝາຍຂອງຄວາມຝັນ ອາດຈະແຕກຕ່າງໃນທາງກົງກັນຂ້າມ.   ເຊິ່ງອາດຈະມີໂຊກດີ ຫຼື ໂຊກຮ້າຍກໍເປັນໄດ້ ສະນັ້ນຫາກເມື່ອຄືນ “ຝັນເຫັນງູ” ບາງຕຳລາກໍບອກວ່າຈະພົບເນື້ອຄູ່ ແຕ່ຫາກ ຝັນເຫັນງູ 2 ໂຕ ຈະມີເລື່ອງຊູ້ສາວເຂົ້າມາກ່ຽວຂ້ອງ ນອກຈາກນີ້ ງູໃນຝັນຍັງສາມາດໝາຍເຖິງ ສັນຍາລັກຂອງຄວາມຮັ່ງມີ ຄວາມໂຊກດີ ຫຼື ການປ່ຽນແປງຄັ້ງໃຫຍ່ໃນຊີວິດຂອງເຈົ້າໄດ້ອີກດ້ວຍ.   ສະນັ້ນຫາກມີຄວາມຝັນກ່ຽວກັບ “ງູ” ຈະມີຄຳທຳນາຍຝັນທີ່ຕ່າງກັນອອກໄປ, ພວກເຮົາໄດ້ລວມຄຳທຳນາຍເມື່ອ ຝັນເຫັນງູ ໃນຮູບແບບຕ່າງໆ ພ້ອມເລກໃຫ້ໂຊກ ມາອ່ານພ້ອມໆ ກັນເລີຍ.   ຝັນເຫັນງູ ຫາກໃຜຝັນເຫັນງູ ມີຄຳທຳນາຍວ່າ ຈະໄດ້ລູກຍິງ ຫຼື ໄດ້ລາບຈາກເພດດຽວກັນ, ຊາຍໂສດ ຈະໄດ້ເນື້ອຄູ່ ຫຼື ໄດ້ລາບຈາກຝ່າຍຍິງ ບາງຕຳລາກໍວ່າ ຂອງທີ່ເສຍຈະໄດ້ຮັບຄືນມາໃນໄວໆນີ້ ຫຼື ບໍ່ສະນັ້ນ ກໍຈະໄດ້ຮັບໂຊກລາບຈາກຜູ້ໃຫຍ່ ອີກຕຳລາກໍທຳນາຍວ່າ ຈະມີຄວາມສຸກຄວາມຈະເລີນ ປາສະຈາກໂລກໄພ. ເລກເດັດຈາກຄວາມຝັນ : […]

ດູດວງລາຍວັນ ປະຈຳວັນທີ 12 ມີນາ 2025

ດູດວງລາຍວັນ ຂອງແຕ່ລະວັນເກີດ ປະຈຳວັນທີ 12 ມີນາ 2025   ວັນຈັນ: ມື້ນີ້ເຈົ້າອາດຮູ້ສຶກວ່າມີພາລະຫຼາຍຂຶ້ນກວ່າປົກກະຕິ ແລະ ອາດມີການຕັດສິນໃຈທີ່ສຳຄັນໃນວຽກງານ ຫຼື ການຮຽນ. ເຈົ້າອາດຈະຕ້ອງລະມັດລະວັງເລື່ອງຄວາມສຳພັນກັບເພື່ອນຮ່ວມງານ ຫຼື ຄົນອ້ອມຂ້າງ ເພາະອາດເກີດຄວາມເຂົ້າໃຈຜິດເລັກນ້ອຍໄດ້. ຖ້າເຈົ້າເຮັດສິ່ງຕ່າງໆດ້ວຍຄວາມຮອບຄອບ ກໍຈະຜ່ານພົ້ນໄປໄດ້ຢ່າງດີ.   ວັນອັງຄານ: ມື້ນີ້ເໝາະສຳລັບການຕັ້ງເປົ້າໝາຍ ແລະ ການວາງແຜນໃນອະນາຄົດ. ເຈົ້າຈະມີແຮງຜັກດັນໃນການເຮັດວຽກ ຫຼື ການຮຽນທີ່ສູງ, ແຕ່ກໍຕ້ອງລະມັດລະວັງເລື່ອງການເຮັດວຽກຫຼາຍເກີນໄປ ຈົນເຮັດໃຫ້ຮູ້ສຶກຄຽດຫຼືເມື່ອຍລ້າ. ພະຍາຍາມຫາຄວາມສົມດຸນໃນການເຮັດວຽກແລະພັກຜ່ອນ.   ວັນພຸດ: ມື້ນີ້ມີໂອກາດໃນການພົບປະ ແລະ ສ້າງຄວາມສຳພັນໃໝ່ໆ. ເຈົ້າອາດໄດ້ຮັບຄຳແນະນຳດີໆຈາກຄົນທີ່ມີປະສົບການ ຫຼື ມີໂອກາດໄດ້ຮ່ວມງານກັບຄົນທີ່ມີຄວາມສາມາດສູງ. ແຕ່ກໍຕ້ອງລະວັງການຕັດສິນໃຈທີ່ໄວເກີນໄປ ອາດສົ່ງຜົນໃນໄລຍະຍາວ.   ວັນພະຫັດ: ມື້ນີ້ເຈົ້າອາດພົບກັບສະຖານະການທີ່ຕ້ອງໃຊ້ຄວາມອົດທົນ ແລະ ຄວາມລະອຽດຮອບຄອບໃນການແກ້ບັນຫາຕ່າງໆ. ຄວາມສະຫງົບ ແລະ ສະມາທິຈະຊ່ວຍໃຫ້ເຈົ້າຫາທາງອອກໄດ້ງ່າຍຂຶ້ນ. ພະຍາຍາມບໍ່ໃຫ້ຄວາມຄຽດມາກະທົບຈິດໃຈ.   ວັນສຸກ: ມື້ນີ້ອາດມີການປ່ຽນແປງ ຫຼື ເຫດການທີ່ບໍ່ຄາດຄິດເກີດຂຶ້ນ ເຊິ່ງອາດເຮັດໃຫ້ເຈົ້າຮູ້ສຶກບໍ່ໝັ້ນຄົງໃນບາງເລື່ອງ. […]

ລາວ-ໄທ ປຶກສາຫາລືກ່ຽວກັບ ການບໍລິຫານກໍລະນີຄຸ້ມຄອງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ (CMM) ຄັ້ງທີ 4

ໃນລະຫວ່າງວັນທີ 11-12 ມີນາ 2025 ທີ່ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດກອງປະຊຸມ ປຶກສາຫາລືກ່ຽວກັບການບໍລິຫານກໍລະນີຄຸ້ມຄອງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ (CMM) ຄັ້ງທີ 4 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ. ຝ່າຍລາວນໍາໂດຍ ທ່ານ ພົຈວ ກອງສະຫວັດ ບຸນລ້ຽງ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ຝ່າຍໄທ ນໍາໂດຍ ທ່ານ ນາງ ຈະຕຸພອນ ໂຣດຈະນະພານິດ ຮອງປະຫຼັດ ກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.     ເພື່ອເປັນການແລກປ່ຽນຂໍ້ມູນຂ່າວສານ ວຽກງານຕ້ານການຄ້າມະນຸດ ໃນການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ການຮັບ-ສົ່ງ, ການຕິດຕາມຫຼັງການສົ່ງຜູ້ຖືກເຄາະຮ້າຍກັບຄືນສູ່ຄອບຄົວ ແລະ ສັງຄົມ ລວມທັງການຕິດຕາມການດຳເນີນຄະດີຄ້າມະນຸດ ຂອງທັງສອງປະເທດ, ທັງເປັນການປົກປ້ອງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ […]

10 ປະໂຫຍດຂອງ “ໝາກອຶ” ຫຼຸດນໍ້າໜັກ-ເບົາຫວານ-ມະເຮັງ

ຄົນຊື້ອາຫານຄລີນກິນ ຫຼື ວ່າເຮັດອາຫານຄລີນກິນເອງ ນ່າຈະເຄີຍເຫັນວັດຖຸດິບອັນລໍ້າຄ່ານີ້ຢູ່ເລື້ອຍໆ ນັ້ນກໍຄື “ໝາກອຶ” ນັ້ນເອງ. ເປັນຫຍັງອາຫານຄລີນສ່ວນຫຼາຍຈຶ່ງຕ້ອງມີໝາກອຶ, ແລ້ວໝາກອຶມີປະໂຫຍດຕໍ່ຮ່າງກາຍຂອງເຮົາແນວໃດແດ່ ມາເບິ່ງນຳກັນເລີຍ.     10 ປະໂຫຍດຂອງໝາກອຶ ໝາກອຶ ເປັນໜຶ່ງໃນຜັກທີ່ມີສີເຫຼືອງອອກສົ້ມ ທີ່ຊ່ວຍບຳລຸງ ແລະ ຮັກສາສາຍຕາ ມີສານຕ້ານອະນຸມູນອິດສະຫຼະ ທີ່ຊ່ວຍຫຼຸດຄວາມສ່ຽງໃນການເປັນພະຍາດມະເຮັງ ບຳລຸງຜິວພັນໃຫ້ຕຶງ, ຊຸ່ມຊື່ນ, ຊະລໍຮອຍຫ່ຽວຫຍົ່ນ ເສີມສ້າງລະບົບພູມຄຸ້ມກັນໃຫ້ກັບຮ່າງກາຍ ຫຼຸດລະດັບນໍ້າຕານໃນເລືອດ, ຄວບຄຸມລະດັບນໍ້າຕານໃນເລືອດ, ປ້ອງກັນພະຍາດເບົາຫວານ ໄຂມັນນ້ອຍ, ນໍ້າຕານນ້ອຍ, ກາກໃຍອາຫານສູງ, ພະລັງງານຕໍ່າ ຈຶ່ງເປັນອາຫານທີ່ເໝາະກັບຄົນທີ່ກຳລັງຫຼຸດນໍ້າໜັກ ປ້ອງກັນພະຍາດຫຼອດເລືອດ ແລະ ຫົວໃຈ ຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກຢ່າງເປັນປົກກະຕິ ຈາກກາກໃຍອາຫານທີ່ມີຢູ່ສູງ ຊ່ວຍຟື້ນຟູກ້າມຊີ້ນຫຼັງອອກກຳລັງກາຍ ປ້ອງກັນການເກີດພະຍາດນິ່ວ   ວິທີຮັບປະທານໝາກອຶໃຫ້ໄດ້ປະໂຫຍດຫຼາຍທີ່ສຸດ ໝາກອຶບໍ່ໄດ້ມີດີແຕ່ເນື້ອໝາກອຶສີເຫຼືອງທອງເທົ່ານັ້ນ. ແກ່ນໝາກອຶເອງກໍ່ຊ່ວຍຜ່ອນຄາຍຄວາມຄຽດໄດ້ດີ, ນໍ້າມັນໝາກອຶກໍ່ຊ່ວຍບຳລຸງປະສາດ, ຫຼືແມ່ນແຕ່ເປືອກຂອງໝາກອຶຍັງຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດໃຫ້ຢູ່ໃນລະດັບປົກກະຕິອີກດ້ວຍ. ດັ່ງນັ້ນ, ລອງຮັບປະທານທານໝາກອຶຈາກຫຼາຍໆສ່ວນເບິ່ງ ແລະ ຫາກຈະປອກເອົາເນື້ອໝາກອຶມາປະກອບອາຫານ, ອາດຈະເຫຼືອເປືອກບາງໆເອົາໄວ້ແດ່ກເປັນການດີ.   ນອກຈາກນີ້, ຜູ້ທີ່ຢາກຮັບປະທານທານໝາກອຶເພື່ອຫຼຸດຄວາມອ້ວນ, ຫຼຸດລະດັບນໍ້າຕານໃນເລືອດ, […]

ແຈ້ງການມອດໄຟ ວັນທີ 08-10 ມີນາ 2025

ໃນວັນທີ 08 ມີນາ 2025, ເວລາ 6:00 – 9:00 ໂມງ (ໃຊ້ເວລາ 3 ຊົ່ວໂມງ) ຈະໄດ້ມອດໄຟໃຫ້ ບໍລິສັດ ແສນສົມອອກແບບ ສຳຫຼວດຈຳກັດຜູ້ ດຽວ ເພື່ອປະຕິວຽກ ຕັ້ງເສົາ 14 ແມັດ ຢູ່ບໍລິເວນໜ້າຕະໂພນສະຫວ່າງ ໃນຂົງເຂດ ບ້ານ ໂພນສະຫວ່າງ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ. ມອດແຕ່ສະຖານີ ຫາ LBS ໜ້າໂຮງໝໍ ມິດຕະພາບ (150 ຕຽງ). ລາຍລະອຽດ ເຂດທີ່ມີການມອດໄຟມີດັ່ງລຸ່ມນີ້:         ໃນວັນທີ 09/03/2025, ເວລາ 07:00 – 17:00 ໂມງ (ໃຊ້ເວລາ 10 ຊົ່ວໂມງ) ຈະໄດ້ມອດໄຟໃຫ້ ບໍລິສັດ ແສນສົມອອກແບບ ສຳຫຼວດຈຳກັດຜູ້ດຽວ […]