ຮອງລັດຖະມົນຕີກະຊວງ ສສກ​ ມອບເງິນໃຫ້ນັກກິລາຄວ້າຫຼຽນຄຳ 10​ ລ້ານ​ ແລະ​ ຫຼຽນທອງຄົນລະ 4​ ລ້ານກີບ

ຮອງລັດຖະມົນຕີກະຊວງ ສສກ​ ມອບເງິນໃຫ້ນັກກິລາຄວ້າຫຼຽນຄຳ 10​ ລ້ານ​ ແລະ​ ຫຼຽນທອງຄົນລະ 4​ ລ້ານກີບການແຂ່ງຂັນກິລາ KUN BOKATOR ປະເພດຟ້ອນ ໃນຊີເກມຄັ້ງທີ 32​ ຈັດຂຶ້ນ​ທີ່ປະເທດ​ກຳປູເຈຍ​ ຮອດວັນທີ​ 4​ ພຶດສະພາ​ ທັບນັກກິລາລາວ ຄວ້າໄດ້ 1 ຫຼຽນຄຳ ແລະ 3 ຫຼຽນທອງແດງ ປະກອບມີ: ຫຼຽນຄຳ ປະເພດ MEN SINGGLE BARE HAND FORM ຈາກທ້າວ ກອງ ເງີນ ອິນທິສານ; ຫຼຽນທອງແດງ 3 ຫຼຽນ ມີຄື: ປະເພດ MEN SINGGLE BAMBOO SHIELD FORM ຈາກ ທ້າວ ອານຸສອນ ວັນນະລາດ; ປະເພດ MEN SINGGLE BOKATOR […]

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ຢ້ຽມຢາມ ແລະ ໃຫ້ກຳລັງໃຈ ນັກກິລາລາວທີ່ເຂົ້າຮ່ວມແຂ່ງຂັນຊີເກມຄັ້ງທີ 32

ຂປລ. ໃນໂອກາດຢ້ຽມລັດຖະກິດ ຣາຊະອານາຈັກ ກຳປູເຈຍ ໃນລະຫວ່າງວັນທີ 4-5 ພຶດສະພາ 2023 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປສະໝາມກິລາ ມໍລະດົກ ເຕໂຈ ແຫ່ງຊາດ ກຳປູເຈຍ ນະຄອນຫລວງພະນົມເປັນ ເພື່ອຢ້ຽມຢາມ ແລະໃຫ້ກຳລັງໃຈນັກກິລາລາວ ທີ່ເຂົ້າຮ່ວມແຂ່ງຂັນກິລາຊີເກມ ຄັ້ງທີ 32 ໃນຕອນເຊົ້າວັນທີ 5 ພຶດສະພາ 2023 ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຄະຮັບຜິດຊອບ ແລະ ນັກກິລາທີມຊາດລາວ. ທ່ານ ແສງພອນ ພົນອາມາດ ຮອງປະທານ ແລະ ເລຂາທິການຄະນະກຳມະການ ຄະນະກຳມະການ ໂອລິມປິກແຫ່ງຊາດລາວ, ຫົວໜ້າຄະນະນັກກິລາ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການເຄື່ອນໄຫວຂອງຄະນະນຳ ແລະ ນັກກິລາ ໃນການຝຶກຊ້ອມ ບາງກິລາກໍໄດ້ແຂ່ງຂັນໄປແລ້ວ. ເຊິ່ງງານມະຫະກຳກິລາຊີເກມຄັ້ງນີ້ ເຈົ້າພາບກຳປູເຈຍແມ່ນໄດ້ຈັດໃຫ້ມີ 48 ປະເພດກິລາ. ສຳລັບ ສປປ ລາວ […]

ກອງເງີນ ອິນທິສານ ຄວ້າຫລຽນຄຳ ທໍາອິດໃນທັບນັກກິລາລາວ ໃນປະເພດລຳດຽວຊາຍ ກຸນບົກກະຕໍ

ຫລຽນຄຳ ທຳອິດຂອງທັບນັກກິລາທີມຊາດລາວໄດ້ມາແລ້ວ ໄດ້ຈາກທ້າວ ກອງເງີນ ອິນທິສານ ນັກກິລາ ກຸນບົກກາຕໍ ປະເພດຟ້ອນ ໃນຮອບຊິງຫລຽນຄຳ ໄດ້ມີຂື້ນໃນວັນທີ 4 ພຶດສະພາ 2023 ນັກກິລາ ກຸນບົກກາຕໍ້ ປະເພດຟ້ອນຜ່ານເຂົ້າຮອບຊິງ 6 ຄົນ ປະຈຸບັນແຂ່ງຂັນຈົບໄປແລ້ວ 3 ປະເພດ ນັກກິລາລາວ ຄວ້າມາໄດ້ 1 ຫລຽນຄຳ 2 ຫລຽນທອງ ແລະ ໃນປະຈຸບັນກຳລັງແຂ່ງຂັນໃນຮອບຊິງອິກ 3 ລຸ້ນ ສົ່ງແຮງໃຈເຊຍນັກກິລາທີມຊາດລາວ ໃນຊີເກມ 2023 ສ່ວນຜົນການແຂ່ງຂັນທີ່ເຫລືອ ເພສ ເຊຍລາວ ຈະລາຍງານເພີ່ມຕື່ມ

ນັກກິລາທີມຊາດລາວ ຈຳນວນ 100 ກວ່າຄົນ ອອກເດີນທາງສູ່ ຊີເກມ 2023

ນັກກິລາທີມຊາດລາວ ຈຳນວນ 100 ກວ່າຄົນ ອອກເດີນທາງສູ່ ຊີເກມ 2023 ໃນຕອນເຊົ້າວັນທີ 4 ພຶດສະພາ ທີສະຫນາມບິນສາກົນວັດໄຕ ນັກກິລາ ຈຳນວນ 8 ປະເພດກິລາ ຈຳນວນ 100 ຄົນ ເດີນທາງເຂົ້າຮ່ວມການແຂ່ງຂັນ ຊີເກມ ຄັ້ງທີ 32 ທີ່ນະຄອນຫລວງພະນົມເປັນ ປະເທດກຳປູເຈ້ຍ ທີ່ຈະມີການແຂ່ງຂັນໃນລະຫວ່າງ ວັນທີ 5-17 ພຶດສະພາ 2023 ການເດີນທາງໃນຄັ້ງນີ້ ມີ 8 ປະເພດ ປະກອບດ້ວຍ ກິລາ ຂຸນຂະແມ, ປັນຈັດສີລັດ, ບິນລ້ຽດສະນຸກເກີ້ ລອຍນຳ້ ແລ່ນລານ ຈູຍິດຊູ ກະຕໍ້ຊິນລອນ ວໍວີນ້ຳ ສຳລັບທີມຊາດລາວສົ່ງນັກກິລາເຂົ້າຮ່ວມ31 ປະເພດກິລາ

ຫົວໜ້າຄູຝືກ​ບານເຕະ​ຍິງ​ ຖະແຫຼງວ່າ ທີມຊາດລາວ​ເຮົາບໍ່ມີຫຍັງຕ້ອງກົດດັນ​ ໃນນັດທຳອິດ

ຫົວໜ້າຄູຝືກ​ບານເຕະ​ຍິງ​ ຖະແຫຼງວ່າ ທີມຊາດລາວ​ ເຮົາບໍ່ມີຫຍັງຕ້ອງກົດດັນ​ ໃນນັດທຳອິດ ຖະແຫຼງຂ່າວຕອນບ່າຍຂອງວັນທີ 2 ພຶດສະພາ 2023 ໄດ້ມີພິທີຖະແຫຼງຂ່າວ ກ່ອນການແຂ່ງຂັນ ບານເຕະຍິງ ໃນງານມະຫະກຳກິລາຊີເກມຄັ້ງທີ 32 ຢູ່ທີ່ປະເທດ ກຳປູເຈຍ, ທີມຊາດລາວ ຢູ່ຮ່ວມກຸ່ມບີ ປະກອບມີ: ກຳປູເຈຍ, ໄທ, ສິງກະໂປ. ໂດຍ ທ່ານ Mohammad Herman B Zailani ຫົວໜ້າຄູຝຶກທີມຊາດລາວໄດ້ຖະແຫຼງຕໍ່ສືມວນຊົນວ່າ: ເຮົາໄດ້ກຽມທີມ 5 ອາທິດ ໃນນັ້ນໄດ້ໄປເກັບຕົວຝຶກຊ້ອມຢູ່ທີ່ປະເທດ ໄທ 6 ມື້, ທີມຊາດລາວ ເຮົາບໍ່ມີຫຍັງຕ້ອງກົດດັນ ໃນນັດທຳອິດຄິດວ່າເປັນທີມເຈົ້າພາບທີ່ຕ້ອງກົດດັນຫຼາຍກວ່າ ເພາະວ່າທີມຊາດກຳປູເຈຍເກັບຕົວຝຶກຊ້ອມ ຢູ່ ສປ ຈີນ 6 ເດືອນ ແລະ ເປັນເຈົ້າພາບ ຖ້າຫາກວ່າກຳປູເຈຍບໍ່ຊະນະລາວຈະເປັນບັນຫາໃຫຍ່ຕໍ່ກັບເຂົາເຈົ້າເອງ ທີມລາວຈະເຮັດໃຫ້ເຕັມທີ່.ຕາຕະລາງ ການແຂ່ງຂັນ ບານເຕະຍິງ ຊີເກມ ຄັ້ງທີ 32 03/05/2023 […]

“ລິເວີພູ” ຍິງ 4 ນັດຊະນະ “ສະເປີ” ແບບສຸດມັນ ແຊງຂຶ້ນທີ່ 5 ພຣີເມຍລີກ

“ຫົງແດງ” ລິເວີພູເປີດບ້ານເອົາຊະນະ ທ໋ອດແນມ ຮອດສະເປີ ໄປແບບສຸດມັນໃນສຶກພຣີເມຍລີກ ອັງກິດ ເມື່ອຄືນທີ່ຜ່ານມາ ການແຂ່ງຂັນເຕະບານ ພີເມຍລີກ ອັງກິດ ລະດູການ 2022-23 ເມື່ອຄືນວັນອາທິດ ທີ 30 ເມສາ 2023 ນີ້ ຄູ່ “ຫົງແດງ” ລິເວີພູລ ອັນດັບ 7 ຂອງຕາຕະລາງເປີດສະໜາມແອນຟິລ ຮັບການມາເຍືອນຂອງ ທ໋ອດແນມ ຮອດສະເປີ ອັນດັບ 5 ຂອງຕາຕະລາງ ຜົນປາກົດວ່າ ລິເວີພູລ ເອົາຊະນະ ທ໋ອດແນມ ຮອດສະເປີ  4-3 ໂດຍ ລິເວີພູລ ໄດ້ປະຕູຈາກ ເຄີຕິສ ໂຈນ ນາທີທີ່ 3, ຫຼຸຍສ ດິອາຊ ນາທີທີ່ 5, ໂມຮາເໝັດ ຊາລາ (ຈຸດໂທດ ) ນາທີທີ່ 15 ແລະ ດິໂອໂກ […]

ຊົມເຊີຍ ລົດແກ້ວ ກວາດໄດ້ 3 ຫຼຽນຄຳ ແລ່ນສິງກະໂປ ໂອເພັນ 2023

“ລົດແກ້ວ” ກວາດ 3 ຫຼຽນຄຳ ແລ່ນສິງກະໂປ ໂອເພັນ 2023 ສ້າງຄວາມໝັ້ນໃຈກ່ອນລຸຍ ຊີເກມ ຄັ້ງທີ 32ນາງ ລົດແກ້ວ ອິນທະກຸມມານ ນັກກິລາແລ່ນ-ລານທີມຊາດລາວ ສ້າງຜົນງານໃຫ້ແກ່ປະເທດຊາດໄດ້ຢ່າງໜ້າປະທັບໃຈ ດ້ວຍການກວາດ 3 ຫຼຽນຄຳ ລາຍການແລ່ນທົນ 5.000 ແມັດຍິງ, 10.000 ແມັດຍິງ, 4×100 ປະສົມຊາຍ- ຍິງ ແລະ 1 ຫຼຽນທອງ 1.500 ແມັດ ໃນການແຂ່ງຂັນກິລາແລ່ນ-ລານ ລາຍການ Singapore Open Track & Field Championships 2023 ຊຶ່ງເປັນລາຍການອຸ່ນເຄື່ອງກ່ອນຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 32 ຫຼື “ພະນົມເປັນ ເກມ” ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ລະຫວ່າງວັນທີ 5-17 ພຶດສະພານີ້. ຜົນງານຂອງທັບນັກກິລາແລ່ນ-ລານ ທີມຊາດລາວ ສົ່ງເຂົ້າຮ່ວມແຂ່ງຂັນ ລາຍການ […]