ຂ່າວ-Tou-Vientianepost (45)
ທ່ານ ທອງລຸນ ສີສຸລິດ ປະທານປະເທດ ຢ້ຽມຢາມ ແລະ ໃຫ້ກຳລັງໃຈ ນັກກິລາລາວທີ່ເຂົ້າຮ່ວມແຂ່ງຂັນຊີເກມຄັ້ງທີ 32
ຮຽບຮຽງໂດຍ:Staff
ເຜີຍແຜ່: 6 ເດືອນພຶດສະພາ, 2023
ໝວດ: ກິລາ

ຂປລ. ໃນໂອກາດຢ້ຽມລັດຖະກິດ ຣາຊະອານາຈັກ ກຳປູເຈຍ ໃນລະຫວ່າງວັນທີ 4-5 ພຶດສະພາ 2023 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປສະໝາມກິລາ ມໍລະດົກ ເຕໂຈ ແຫ່ງຊາດ ກຳປູເຈຍ ນະຄອນຫລວງພະນົມເປັນ ເພື່ອຢ້ຽມຢາມ ແລະໃຫ້ກຳລັງໃຈນັກກິລາລາວ ທີ່ເຂົ້າຮ່ວມແຂ່ງຂັນກິລາຊີເກມ ຄັ້ງທີ 32 ໃນຕອນເຊົ້າວັນທີ 5 ພຶດສະພາ 2023
ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຄະຮັບຜິດຊອບ ແລະ ນັກກິລາທີມຊາດລາວ.

ທ່ານ ແສງພອນ ພົນອາມາດ ຮອງປະທານ ແລະ ເລຂາທິການຄະນະກຳມະການ ຄະນະກຳມະການ ໂອລິມປິກແຫ່ງຊາດລາວ, ຫົວໜ້າຄະນະນັກກິລາ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການເຄື່ອນໄຫວຂອງຄະນະນຳ ແລະ ນັກກິລາ ໃນການຝຶກຊ້ອມ ບາງກິລາກໍໄດ້ແຂ່ງຂັນໄປແລ້ວ. ເຊິ່ງງານມະຫະກຳກິລາຊີເກມຄັ້ງນີ້ ເຈົ້າພາບກຳປູເຈຍແມ່ນໄດ້ຈັດໃຫ້ມີ 48 ປະເພດກິລາ. ສຳລັບ ສປປ ລາວ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 31 ປະເພດກິລາ ໂດຍມີນັກກິລາເຂົ້າຮ່ວມທັງຫມົດ 576 ຄົນ, ຍິງ 131 ຄົນ ເຊິ່ງໄດ້ເລີ່ມການແຂ່ງຂັນທາງການລະຫວ່າງວັນທີ 5-17 ພຶດສະພາ 2023.

ໂອກາດນີ້, ທ່ານປະທານປະເທດ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຄະນະນຳກໍຄືນັກກິລາ ທີມຊາດລາວທີ່ໄດ້ເອົາໃຈໃສ່ໃນການຝຶກຊ້ອມ ແລະ ເຂົ້າຮ່ວມໃນການແຂ່ງຂັນຊີເກມຄັ້ງນີ້. ພິເສດບັນດາຄູຝຶກຕ່າງປະເທດ ແລະ ບັນດານັກກິລາ ເຊື້ອຊາດລາວທີ່ຢູ່ຕ່າງປະເທດກໍໄດ້ມາເຂົ້າຮ່ວມກັບນັກກິລາທີມຊາດລາວ ໃນການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ແລະ ຂໍໃຫ້ທຸກຄົນຍົກສູງ

ຄວາມຮັບຜິດຊອບ ຕໍ່ໜ້າທີ່ຂອງຕົນເອງ ມີສະຕິເຄົາລົບລະບຽບກົດໝຍຂອງບ້ານເມືອງເພີ່ນ, ພ້ອມກັນເຂົ້າຮ່ວມການແຂ່ງຂັນດ້ວຍຄວາມເບີກບານມ່ວນຊື່ນ ແລະ ປະຕິບັດຕາມກົດລະບຽບສາກົນ ທີ່ໄດ້ກຳນົດໄວ້ ມີນໍ້າໃຈນັກກິລາຢ່າງສູງສົ່ງ ໂດຍຖືເອົາໂອກາດນີ້ແລກປ່ຽນບົດຮຽນ ແລະ ປະສົບການ, ສ້າງຄວາມສາມັກຄີມິດຕະພາບ ແລະ ສ້າງຄວາມຮັກແພງໃຫ້ກາຍເປັນຄອບຄົວໃຫຍ່ ໃນອາຊີ

ຕາເວັນອອກສ່ຽງໃຕ້, ຮູ້ເສຍ ຮູ້ຊະນະ ແລະ ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ, ພ້ອມກັນຍົກສູງ ນໍ້າໃຈຊາດ ສູ້ຊົນຢ່າງສຸດຂີດ, ຍາດເອົາໄຊຊະນະຕາມເປົ້າໝາຍ ທີ່ໄດ້ກຳນົດໄວ້ 5 ຫລຽນຄຳ ເພື່ອສ້າງ ກຽດສັກສີ ແລະ ຊື່ສຽງມາສູ່ປະເທດຊາດດ້ວຍຄວາມພາກພູມໃຈ.

ສິ່ງທີ່ພວກເຮົາພາກພູມໃຈກໍຄື ການແຂ່ງຂັນກິລາ KUN BOKATOR ປະເພດຟ້ອນ ທັບນັກກິລາລາວ ຄວ້າໄດ້ 1 ຫລຽນຄຳ ແລະ 3 ຫລຽນທອງ.​ ໃນນັ້ນ,​ປະກອບມີ ຫລຽນຄຳ ປະເພດ MEN SINGGLE BARE HAND FORM ຈາກທ້າວ ກອງເງິນ ອິນທິສານ; ຫລຽນທອງ​ 3 ຫລຽນ ມີຄື ປະເພດ MEN SINGGLE BAMBOO SHIELD FORM ຈາກ ທ້າວ ອານຸສອນ ວັນນະລາດ; ປະເພດ

MEN SINGGLE BOKATOR SPIRIT FORM ຈາກ ທ້າວ ກິດສິຊິນ ອິນທະວົງ ແລະ ປະເພດ WOMEN SINGGLE BARE SHIELD FORM ຈາກ ນາງ ສົມຫວັງ ທະນີແສງ. ສ່ວນກິລາອື່ນໆ ບັນດານັກກິລາທີມຊາດລາວ ກໍພ້ອມກັນ ເຂົ້າຮ່ວມແຂ່ງຂັນຢ່າງໝາຍໝັ້ນ ເພື່ອໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້.

ຂ່າວ-ພາບ: ອ່າຍຄຳ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
Tou-Vientianepost (8)
ດວງລາຍວັນປະຈໍາວັນອາທິດ ທີ 11 ມິຖຸນາ 2023
Tou-Vientianepost (8)
ດວງລາຍວັນປະຈໍາວັນເສົາ ທີ 10 ມິຖຸນາ 2023
ດວງ-Tou-Vientianepost (47)
ສຸດທ້າຍຖືກຈັບໄດ້ ສອງສ່ຽວ ລົງມືລັກລົດຈັກມາແລ້ວ 5 ຄັ້ງ
ດວງ-Tou-Vientianepost (45)
ອົງການ USAID ໃຫ້ການຊ່ວຍເຫຼືອລາວ ຮັບມືກັບໂຄວິດ-19 ເເລະ ບັນຫາສາທາລະນະສຸກອື່ນໆ
ດວງ-Tou-Vientianepost (43)
ຄ້າຍຄຸມຂັງບັງລຽງພາກໃຕ້ ສຶກສາອົບຮົມນັກໂທດ ປະຈຳໄຕມາດ II
ດວງ-Tou-Vientianepost (41)
ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ ພ້ອມຂອງກາງ 4.866 ເມັດ ແລະ ເຮໂລອິນ ຈຳນວນໜຶ່ງ
Tou-Vientianepost (8)
ດວງລາຍວັນປະຈໍາວັນສຸກ ທີ 09 ມິຖຸນາ 2023
ດວງ-Tou-Vientianepost (38)
ຢຶດຊິ້ນສ່ວນສັດທີ່ຫ້າມນຳເຂົ້າ  15 ກິໂລກຣາມ ພ້ອມເຮັດບົດບັນທຶກກ່າວເຕືອນ
ດວງ-Tou-Vientianepost (36)
ແຈ້ງການ ໃຫ້ຢຸດຕິການບໍລິການຊົ່ວຄາວ ຮ້ານບັນເທີງ, ຮ້ານກິນດື່ມ, ຮ້ານຄາລາໂອເກະ, ຮ້ານເກມ ແລະ ໂຕະສະນຸກເກີ ທົ່ວເມືອງປາກຊັນ
ດວງ-Tou-Vientianepost (34)
ເກີດເຫດຟ້າຜ່າຄົນເສຍຊີວິດ ຢູ່ບ້ານ ບ້ານກອນແກ່ນ ເມືອງໄຊ ແຂວງອຸດົມໄຊ
ຢ່າລື່ມກົດຕິດຕາມ