ຂ່າວ-Tou-Vientianepost (10)
ຫົວໜ້າຄູຝືກ​ບານເຕະ​ຍິງ​ ຖະແຫຼງວ່າ ທີມຊາດລາວ​ເຮົາບໍ່ມີຫຍັງຕ້ອງກົດດັນ​ ໃນນັດທຳອິດ
ຮຽບຮຽງໂດຍ:Staff
ເຜີຍແຜ່: 2 ເດືອນພຶດສະພາ, 2023
ໝວດ: ກິລາ

ຫົວໜ້າຄູຝືກ​ບານເຕະ​ຍິງ​ ຖະແຫຼງວ່າ ທີມຊາດລາວ​ ເຮົາບໍ່ມີຫຍັງຕ້ອງກົດດັນ​ ໃນນັດທຳອິດ ຖະແຫຼງຂ່າວຕອນບ່າຍຂອງວັນທີ 2 ພຶດສະພາ 2023 ໄດ້ມີພິທີຖະແຫຼງຂ່າວ ກ່ອນການແຂ່ງຂັນ ບານເຕະຍິງ ໃນງານມະຫະກຳກິລາຊີເກມຄັ້ງທີ 32 ຢູ່ທີ່ປະເທດ ກຳປູເຈຍ, ທີມຊາດລາວ ຢູ່ຮ່ວມກຸ່ມບີ ປະກອບມີ: ກຳປູເຈຍ, ໄທ, ສິງກະໂປ.

ໂດຍ ທ່ານ Mohammad Herman B Zailani ຫົວໜ້າຄູຝຶກທີມຊາດລາວໄດ້ຖະແຫຼງຕໍ່ສືມວນຊົນວ່າ: ເຮົາໄດ້ກຽມທີມ 5 ອາທິດ ໃນນັ້ນໄດ້ໄປເກັບຕົວຝຶກຊ້ອມຢູ່ທີ່ປະເທດ ໄທ 6 ມື້, ທີມຊາດລາວ ເຮົາບໍ່ມີຫຍັງຕ້ອງກົດດັນ ໃນນັດທຳອິດຄິດວ່າເປັນທີມເຈົ້າພາບທີ່ຕ້ອງກົດດັນຫຼາຍກວ່າ ເພາະວ່າທີມຊາດກຳປູເຈຍເກັບຕົວຝຶກຊ້ອມ ຢູ່ ສປ ຈີນ 6 ເດືອນ ແລະ ເປັນເຈົ້າພາບ ຖ້າຫາກວ່າກຳປູເຈຍບໍ່ຊະນະລາວຈະເປັນບັນຫາໃຫຍ່ຕໍ່ກັບເຂົາເຈົ້າເອງ ທີມລາວຈະເຮັດໃຫ້ເຕັມທີ່.ຕາຕະລາງ ການແຂ່ງຂັນ ບານເຕະຍິງ ຊີເກມ ຄັ້ງທີ 32

03/05/2023 ເວລາ 20:00 ກຳປູເຈຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ Smart RSN Stadium , 06/05/2023 ເວລາ 16:00 ລາວ ພົບ ໄທ ແຂ່ງຂັນຢູ່ທີ່ສະຫນາມ Smart RSN Stadium , 09/05/2023 ເວລາ 20:00 ສິງກະໂປ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ ARMY Stadium

ຂອບໃຈຂ່າວ-ພາບຈາກ: ສະຫະພັນ​ບານເຕະ​ແຫ່ງຊາດ​ລາວ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost (65)
ແມ່ຕົກໃຈ ປ່ອຍລູກສາວໄປຫຼິ້ນຢູ່ທາງນອກ ລູກກັບມາພ້ອມຂອງຫຼິ້ນອັນໃໝ່ ແມ່ເຫັນເກືອບເປັນລົມ
ດວງ-Tou-Vientianepost (63)
ອັນຕະລາຍ ໝໍແລັບເຕືອນອາກາດຮ້ອນ ຢ່າວາງນ້ຳອັດລົມໄວ້ໃນລົດ ເຮັດໃຫ້ລະເບີດແຮງກະຈົກແຕກ
ດວງ-Tou-Vientianepost (61)
ເຫດຍິງໄວກາງຄົນເສຍຊີວິດ ປິດສະໜາຄາຂຸມທີ່ຂຸດເອົາມັນປ່າ
ດວງ-Tou-Vientianepost (59)
ລາວ ແລະ ມາເລເຊຍ ຮ່ວມລົງນາມຊື້-ຂາຍພະລັງງານໄຟຟ້າ
ດວງ-Tou-Vientianepost (57)
ເອກອັກຄະລັດຖະທູດແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ຈໍເຈຍ Gorgia
ດວງ-Tou-Vientianepost
ດວງລາຍວັນປະຈໍາວັນສຸກ ທີ 26 ພຶດສະພາ 2023 ຕາມແຕ່ລະວັນເກີດ
ດວງ-Tou-Vientianepost (54)
ເຈົ້າສາວແປກໃຈວ່າເຈົ້າບ່າວໜີງານແຕ່ງ ສຸດທ້າຍນຳຈົນເຈິ ລາກເຈົ້າບ່າວກັບຄືນສູ່ພິທີ ພ້ອມນັ່ງຄໍຕົກ ແລະ ເລົ່າຄຳສາບານ
ດວງ-Tou-Vientianepost (52)
ສາວຈັບໄດ້ແຟນນອກໃຈ ບໍ່ໂວຍວາຍ ແຖມໄປເຄຍກັບກິກໃຫ້ ເຜີຍເຫດພ້ອມຮັບໄດ້ຮັກກັນ 3 ຄົນ
ດວງ-Tou-Vientianepost (50)
ເມຍຕົກໃຈ! ເປີດປະຕູມາເຈິຂອງຂວັນວັນເກີດອັນໃຫຍ່ຈາກຜົວແລະລູກ ມີເງິນເປັນພັນລ້ານກໍ່ບໍ່ສາມາດຊື້ມັນໄດ້
ດວງ-Tou-Vientianepost (48)
ເຈົ້າແຂວງຄຳມ່ວນມອບພາຫະນະຮັບໃຊ້ໃຫ້ ປກສ ແຂວງ
ຢ່າລື່ມກົດຕິດຕາມ