ຮ່ວມສົ່ງກຳລັງໃຈໃຫ້ U19 ຍິງ ທີມຊາດລາວ ພົບກັບ U19 ຍິງ ທີມຊາດມຽນມາ

ຮ່ວມສົ່ງກຳລັງໃຈໃຫ້ U19 ຍິງ ທີມຊາດລາວ ພົບກັບ U19 ຍິງ ທີມຊາດມຽນມາ ການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 19 ປີ ຊິງແຊ້ມອາຊຽນ 2025 ນັດທີ 2 ຂອງກຸ່ມ A ທີ່ນະຄອນໂຮຈິມິນ ປະເທດຫວຽດນາມ ວັນທີ 11 ມິຖຸນານີ້ ເວລາ 15:00 ທີ່ສະໜາມ ທົງເຢີດ ນະຄອນໂຮຈີມິນ. ຖ້າ U19 ຍິງ ທີມຊາດລາວ ຊະນະ ເຂົ້າຮອບ 4 ທີມສຸດທ້າຍທັນທີ ນັດທຳອິດ U19 ຍິງ ທີມຊາດລາວ ຊະນະ U19 ຍິງ ທີມຊາດຕີມໍເລັສເຕ້ 2-0. ໃນກຸ່ມນີ້ ນອກຈາກມີ: ລາວ ແລະ ມຽນມາ ຍັງມີ ຫວຽດນາມ ເຈົ້າພາບ ແລະ ຕີມໍເລັສເຕ້ […]
ທີມຊາດລາວ ເຮັດໄດ້ ຊະນະ ທີມຊາດເນປານ 2-1 ການແຂ່ງຂັນເຕະບານຊາຍ ຊິງແຊ້ມອາຊີ

ທີມຊາດລາວ ເຮັດໄດ້ ຊະນະ ທີມຊາດເນປານ 2-1 ການແຂ່ງຂັນເຕະບານຊາຍ ຊິງແຊ້ມອາຊີ ຫລື ເອຊຽນຄັບ 2027 ຮອບຄັດເລືອກ ຮອບທີ 3 ກຸ່ມ F ນັດທີ 2 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ທີມຊາດລາວ ໄດ້ປະຕູຈາກ ດາໜົດ ທອງຄຳສະຫວັດ ກອງກາງຈາກສະໂມສອນ ດົງອາ ແທັງຮວາ ນາທີ 13’ ແລະ ປີເຕີ ພັນທະວົງ ກອງໜ້າຈາກ ເອສຣາ ນາທີ 49’,ທີມຊາດເນປານ ແກ້ໄດ້ໜຶ່ງປະຕູຈາກ ມານິສ ແດນກີ ນາທີ 72’. ທີມຊາດລາວ ຊະນະ ທີມຊາດເນປານ ຄັ້ງທຳອິດ ຈາກ 7 ຄັ້ງທີ່ພົບກັນ ກ່ອນໜ້ານີ້ ສະເໝີ 3 ເສຍ 3. ທີມຊາດລາວ ຊະນະນັດທຳອິດໃນປະຕິທິນປີ […]
ຜູ້ຜະລິດເຄື່ອງກິລາຊື່ດັງຈາກຍີ່ປຸ່ນ ເຊັນສັນຍາສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນສັນຍາ 3 ປີ ມູນຄ່າຫລາຍກວ່າ 3 ແສນໂດລາສະຫະລັດ

ຜູ້ຜະລິດເຄື່ອງກິລາຊື່ດັງຈາກຍີ່ປຸ່ນ ເຊັນສັນຍາສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນສັນຍາ 3 ປີ ມູນຄ່າຫລາຍກວ່າ 3 ແສນໂດລາສະຫະລັດ ————————————- ວັນທີ 9 ມິຖຸນາ 2025 ທີ່ໂຮງແຮມເມືອງແທ໋ງ ນະຄອນຫຼວງວຽງຈັນ, ກຸ່ມບໍລິສັດ ດົງລຶກ ຈາກປະເທດຫວຽດນາມ ໃນນາມຕົວແທນຈຳໜ່າຍ ຜະລິດເຄື່ອງກິລາຍີ່ຫໍ້ JOGARBOLA ຈາກປະເທດຍີ່ປຸ່ນ ໄດ້ເຊັນສັນຍາສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນສັນຍາ 3 ປີ (2025-2028) ມູນຄ່າຫລາຍກວ່າ 3 ແສນໂດລາສະຫະລັດ. ລົງນາມໂດຍ ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ນາງ ເລວູຮົງງອກ ຜູ້ອໍານວຍການ ຝ່າຍການຕະຫຼາດ ກຸ່ມບໍລິສັດ ດົງລຶກ ໂດຍມີ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ […]
ຟີຟາ ມອບສະໜາມເຕະບານຫຍ້າທຽມ ໃຫ້ໂຮງຮຽນ ມສ ນາຄວາຍ

ສະຫະພັນບານເຕະສາກົນ ຫຼື ຟີຟາ ມອບສະໜາມກິລາເຕະບານຫຍ້າທຽມທີ່ແທດເໝາະສຳລັບການພັດທະນານັກກິລາຮຸ່ນອະນຸຊົນ ແລະ ເຍົາວະຊົນຍິງ-ຊາຍ ທີ່ນອນໃນເປົ້າໝາຍຂອງໂຄງການ “FIFA Arena Project” ໃຫ້ແກ່ໂຮງຮຽນມັດທະຍົມສົມບູນ ນາຄວາຍ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຊຶ່ງເປັນໂຮງຮຽນແຫ່ງທຳອິດໃນ ສປປ ລາວ ໂດຍສະໜາມດັ່ງກ່າວຈະສາມາດສ້າງນັກກິລາຮຸ່ນສືບທອດກ້າວສູ່ທີມຊາດໃນອະນາ ຄົດ. ພິທີເປີດນຳໃຊ້ສະໜາມກິລາດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ ນີ້ ທີ່ໂຮງຮຽນມັດທະຍົມບ້ານນາຄວາຍໃຕ້ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທັງເປັນປະທານສະມາຄົມກິລາ-ກາຍະກຳ ນະຄອນຫຼວງວຽງຈັນ, ທ່ານ ນາງ ວິໄລວອນ ຈັນທະລາຕີ ເຈົ້າເມືອງໄຊເຊດຖາ, ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ຊານ ຈີວານ ບາລາຊິນແກມ ຜູ້ອຳນວຍການຝ່າຍປະສານງານສະຫະພັນບານເຕະ ສະມາຊິກຂົງເຂດ ອາຊີ-ໂອເຊນີ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກ່ອນໜ້ານີ້ ໂຄງການ “FIFA […]
ບົດຫຼຸບຂອງພຣີເມຍລີກ ລະດູການ 2024/25 ລິເວີພູຄວ້າແຊັມ, ແມນຢູຫຼຸດຍຸໂຣບ, ເລສເຕີຕົກຊັ້ນ

ລິເວີພູ ຄວ້າແຊມບ໌ພຣີເມຍລີກ 2024/25 ແບບມ້ວນດຽວ – ແມນຢູຫຼຸດຖ້ວຍຍຸໂຣບ, ເລສເຕີຕົກຊັ້ນ ພັກລິເວີພູນໄດ້ສະແດງຄວາມເກັ່ງກ້າໃນລະດູການນີ້ ໂດຍການຄວ້າແຊມບ໌ແບບມ້ວນດຽວຈົບ ພາຍໃຕ້ການນຳຂອງໂຄ້ຊ ອາເນ່ ສລັອດ ທີ່ມາແທນ ເຢີເກັນ ຄລັອບ. ທີມ “ຫົງແດງ” ໄດ້ເປັນຈ່າຝູງເປັນເວລາ 177 ວັນ ນັບແຕ່ວັນທີ 2 ພະຈິກ 2024 ຈົນເຖິງການຮັບປະກັນແຊມບ໌ເມື່ອເຂົາເຈົ້າຊະນະ ທັອດແຕນຮາມ 5-1 ວັນທີ 27 ເມສາ. ລິເວີພູນສາມາດຮັບປະກັນແຊມບ໌ໄດ້ເມື່ອຍັງເຫຼືອແມດ 4 ເກມ, ໃນຂະນະທີ່ ອາເຊນແນນ ຕ້ອງພໍໃຈກັບການເປັນຮອງແຊມບ໌ເປັນປີທີ 3 ຕິດຕໍ່ກັນ. ສະຖານະການຄວາມໂໝ້ຍູໂຣບ: ແຊມເປີ້ຍນລີກ: ລິເວີພູນ, ອາເຊນແນນ, ແມນເຊສເຕີຊິຕີ້, ເຊລຊີ, ນິວຄາເຊີນຢູໄນເຕັດ, ທັອດແຕນຮາມ ຍູໂຣປາລີກ: ແອສຕັນວິນລ່າ, ຄິຣສຕານ ພາເລສ ຄອນເຟີເຣນສ໌ລີກ: ນັອດຕິງແຮມ ຟອເຣສ ທີມທີ່ຜິດຫວັງທີ່ສຸດແມ່ນ ແມນເຊສເຕີ […]
ປົດລັອກ 17 ປີ “ຊົນ ຮຶງ ມິນ” ເປີດໃຈ “ສະເປີສ” ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ

ລໍຖ້າມານານ “ຊົນ ຮຶງ ມິນ” ເປີດໃຈ “ສະເປີສ” ຄວ້າແຊມປິ້ນຢູໂຣປາລີກ ຫຼັງຊະນະແມນຢູ ປົດລັອກ 17 ປີ ວັນທີ 22 ພຶດສະພາ 2568 ຊົນ ຮຶງ ມິນ ກໍາປັ່ນທີມສະເປີສ ອັນດັບ 17 ພີມຽນລີກ ອັງກິດ ໃຫ້ສຳພາດຫຼັງເກມຢູໂຣປາລີກ 2024-25 ຮອບຊິງຊະນະເລີດ ເສືອນຊະນະ ແມນເຊສເຕີ ຢູໄນເຕັດ ທີມອັນດັບ 16 ຮ່ວມລີກ ຈາກປະຕູຊັຍຂອງ ເບຣນແນນ ຈອນສັນ ໃນນາທີທີ 42 ເຮັດໃຫ້ ສະເປີສ ຄວ້າແຊມປິ້ນຢູໂຣປາລີກໄປຄອງ ພ້ອມຕີບັດໄປຢູຟ່າ ແຊມປິ້ນລີກ ທາງລັດໄດ້ສຳເລັດ ປິດຈາກ 17 ປີທີ່ບໍ່ມີຖ້ວຍແຊມປິ້ນ ນັບຕັ້ງແຕ່ໄດ້ແຊມປິ້ນລີກຄັບ ລະດູການ 2007-08 ພາຍໃຕ້ກຸນເຊື່ອ ຮວນເດ ຣາມອສ ຂະນະທີ່ ຊົນ ຮຶງ […]
ທັບສາວງາມ ທີມຊາດລາວ ຝຶກຊ້ອມໃນໄລຍະ 2 ກຽມຄວາມພ້ອມເຂົ້າຮ່ວມ ການແຂ່ງຂັນບານເຕະ ຍິງຊີງແຊ້ມອາຊີ ຮອບຄັດເລືອກ 2026

ທັບສາວງາມ ທີມຊາດລາວ ພ້ອມຂຸ້ນຂ້ຽວຝຶກຊ້ອມໃນໄລຍະ 2 ກຽມຄວາມພ້ອມເຂົ້າຮ່ວມ ການແຂ່ງຂັນບານເຕະ ຍິງຊີງແຊ້ມອາຊີ ຮອບຄັດເລືອກ 2026 ………………………………………………………. ທີມຍິງ ທີມຊາດລາວຊຸດນີ້ ຄຸມທີມໂດຍ ທ່ານ ຈອງ ຊອງ ຊົນ (Jong Song-chon) ຄູຝຶກຊາວ ສ.ເກົາຫລີ ໄດ້ນຳພາລູກທີມຝຶກຊ້ອມໄລຍະທີ 2 ຢູ່ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16, ເພື່ອກຽມຄວາມພ້ອມເຂົ້າຮ່ວມ ການແຂ່ງຂັນບານເຕະ ຍິງຊີງແຊ້ມອາຊີ ຮອບຄັດເລືອກ 2026, ຊຶ່ງທີມຍິງ ທີມຊາດລາວ ຢູ່ ກຸ່ມ F ຮ່ວມກັບ ທີມຊາດອຸດເບກິສຖານ ເຈົ້າພາບ, ທີມຊາດເນປານ ແລະ ສີລັງກາ, ຈະແຂ່ງຂັນໃນລະຫວ່າງ ວັນທີ 23 ມິຖຸນາ ຫາ 5 ກໍລະກົດ 2025. ສຳລັບຕາຕະລາງການແຂ່ງຂັນ ທີມຊາດລາວ – ນັດທີ 1 […]
ຮ່ວມສົ່ງກຳລັງໃຈໃຫ້ ຫົງສາວະດີ ວົງໄຊ ນັກກິລາສະນຸກເກີ ມື 1 ທີມຊາດລາວ

ຮ່ວມສົ່ງກຳລັງໃຈໃຫ້ ຫົງສາວະດີ ວົງໄຊ ນັກກິລາພູລ ມື 1 ທີມຊາດລາວ ແລະ ເປັນ ໜຶ່ງດຽວຈາກປະເທດລາວ ຜ່ານການຄັດເລືອກໃຫ້ເຂົ້າໄປຫຼີ້ນໃນລາຍການລະດັບໂລກ Duya Legends Tour ເປັນທົວອາຊີບລະດັບໂລກຂອງຈີນ ມີນັກກິລາລະດັບໂລກເຂົ້າຮ່ວມແຂ່ງຂັນ 60 ປະເທດທົ່ວໂລກ ຊິງເງີນລາງວັນລວມ 10 ລ້ານຢວນ ຫຼືປະມານ 30 ຕື້ກວ່າກີບ ສຳລັບແຊ້ມ ຈະໄດ້ຮັບເງິນລາງວັນເຖິງ 5 ລ້ານຢວນ ຫຼື ປະມານ 15 ຕື້ກວ່າກີບ. ລາຍການນີ້ ແຂ່ງຂັນລະຫວ່າງວັນທີ 17-31 ພຶດສະພາ 2025 ເຊິ່ງ ຫົງສາວະດີ ຈະເດີນທາງໄປຮ່ວມແຂ່ງຂັນ ໃນວັນທີ 20 ພຶດສະພາ 2025. Photo: ສະຫະພັນກິລາບິນລ້ຽດ-ສະນຸກເກີແຫ່ງຊາດລາວ ຂໍ້ມູນຂ່າວ: ຂ່າວກິລາ Lao National TV
ຄຣິສຕັນ ພາເລັສ ປະທະ ແມນຊິຕີ້ 1-0: ພາເລັສ ເອົາຊະນະ ເຮືອໃບ ຄອງແຊມ FA Cup ເປັນຄັ້ງທຳອິດ

ຄຣິສຕັນ ພາເລັສ ປະທະ ແມນຊິຕີ້ 1-0: ພາເລັສ ເອົາຊະນະ ເຮືອໃບ ຄອງແຊມ FA Cup ເປັນຄັ້ງທຳອິດ ຄຣິສຕັນ ພາເລັສ ປະທະ ແມນຊິຕີ້: ຜົນບານ 1-0 | ການແຂ່ງຂັນຟຸດບອນ FA Cup 2024/25 ຕຳແໜ່ງແຊມໄດ້ຕົກເປັນຂອງ “ປາສາດເຮືອນແກ້ວ” ຄຣິສຕັນ ພາເລັສ ຊຶ່ງໄດ້ເອົາຊະນະ ແມນຯ ຊິຕີ້ 1-0 ຈາກປະຕູໄຊໂດຍ ເອເບເລຊີ່ ເອເຊ່ ໃນນາທີທີ 16 ຊຶ່ງໃນເກມນີ້, ທີມເຮືອໃບສີຟ້າມີໂອກາດຕີເສມົ, ແຕ່ ໂອມາ ມາມູຊ ຍິງຈຸດໂທດໄປຕິດເຊັບ ດີນ ເຮນເດີສັນ ຊຶ່ງສະແດງຟອມສຸດແໜ້ນຕະຫຼອດທັງເກມ ເຮັດໃຫ້ ພາເລັສ ໄດ້ສະເຫຼີມສະຫຼອງແຊມ FA Cup ເປັນຄັ້ງທຳອິດໃນປະຫວັດສາດສະໂມສອນ. ການແຂ່ງຂັນຟຸດບອນ FA Cup 2024/25 […]
ຜົນການແຂ່ງຂັນບານເຕະ ອາເຊນໍ 1-0 ນິວຄາສເຊິລ ອາເຊນໍຮັບປະກັນຕຳແໜ່ງຮອງແຊ້ມຄວ້າສີດລຸຍ UCL

ຜົນການແຂ່ງຂັນບານເຕະ ອາເຊນອລ 1-0 ນິວຄາສເຊິລ | ຣາຢາເຊັບ-ໄຣຊ໌ຍິງປະຕູຊັຍ! ອາເຊນອລຮັບປະກັນຕຳແໜ່ງຮອງແຊ້ມ ແລະ ຄວ້າຕັ໋ວລຸຍ UCL ຜົນການແຂ່ງຂັນພຣີເມຍລີກອັງກິດ ຄືນວັນອາທິດທີ 18 ພຶດສະພາ 2025, ອາເຊນອລ ແກ້ແຄ້ນດ້ວຍການເອົາຊະນະ ນິວຄາສເຊິລ ໃນລະດູການນີ້ໂດຍ ເດແຄລນ ໄຣຊ໌ ຍິງປະຕູຊັຍພາທີມຊະນະ 1-0 ພ້ອມຮັບປະກັນຕຳແໜ່ງຮອງຈ່າຝູງ ແລະ ຄວ້າຕັ໋ວໄປແຂ່ງຂັນ UCL ແນ່ນອນແລ້ວຫຼັງຈາກມີຄະແນນຫ່າງຈາກອັນດັບ 3 “ສາລິກາດົງ” 5 ຄະແນນ ໂດຍ “ເດອະ ແມັກພາຍສ໌” ມີ 66 ແຕ້ມເທົ່າກັບ ເຊລຊີ ແລະ ແອສຕັນ ວິລລ່າ ຕ້ອງລຸ້ນຊີ້ຊາຕາໄປຫາເວທີແຊມປຽນສ໌ ລີກ ໃນເກມປິດລະດູການວັນອາທິດໜ້າ. ໃນການແຂ່ງຂັນຟຸດບອລພຣີເມຍລີກອັງກິດ ນັດຮອງສຸດທ້າຍຂອງລະດູການ, ເຈົ້າບ້ານ ອາເຊນອລ ຮອງຈ່າຝູງເປີດສະໜາມ ເອມິເຣດສ໌ ສະເຕດຽມ ຮັບມືກັບ ນິວຄາສເຊິລ ອັນດັບ […]