ລົດBYD ຂັບລອຍນ້ຳໂຊວ໌ ທີ່ງານ Motor Show 2025

ວັນທີ 25 ມີນາ 2025 ໃນງານ ມໍເຕີໂຊວ໌ 2025 BYD LAB ໄດ້ນຳ YANGWANG U8 ລົດທີ່ສາມາດລອຍນ້ຳໄດ້ມາໂຊວ໌ຂອງຈິງ ພ້ອມສ້າງສະລອຍນ້ຳຂະໜາດໃຫຍ່ໃຫ້ເຫັນກັນຈະຈະວ່າເກີດຂຶ້ນຈິງ ໂດຍຕົວລົດມາພ້ອມກັບໂໝດລອຍຕົວສຸກເສີນທີ່ປ້ອງກັນການຈົມຢ່າງໜ້ອຍ 30 ນາທີ ແລະ ບໍ່ແມ່ນພຽງແຕ່ລອຍເທົ່ານັ້ນ BYD YangWang U8 ຍັງເຄື່ອນທີ່ໄປຂ້າງໜ້າດ້ວຍຄວາມໄວ 3 ກມ./ຊມ. (1.8 ໄມລ໌ຕໍ່ຊົ່ວໂມງ) ແລະ ລໍ້ໝຸນໄດ້ ນອກຈາກນີ້ຍັງສາມາດໝຸນຖັງໄດ້ 360 ອົງສາ ໝຸນຖັງອັນໂດ່ງດັງທັງເທິງບົກ ແລະ ໃນນ້ຳ ລາຄາເປີດຕົວຂາຍທີ່ຈີນຢູ່ທີ່ 1,089,000 ຢວນ ຫຼື ປະມານ 5.45 ລ້ານບາດ ຊຶ່ງ Yangwang ເປັນແບຣນນ້ອງໃໝ່ໃນລະດັບ Luxury ຂອງ BYD ໂດຍ BYD […]
ChatGPT ບົ່ງອາການສາວໄວ 27 ປີ ວ່າກຳລັງປ່ວຍເປັນມະເຮັງ ສຸດທ້າຍໄປໃຫ້ໝໍກວດກໍພົບວ່າເປັນມະເຮັງແທ້ໆ

ສຳນັກຂ່າວ ມິຣ໌ເຣີ ແຫ່ງປະເທດອັງກິດ ລາຍງານວ່າ ມາຣ໌ລີ ກາຣ໌ນໄຣແຕຣ໌ (Marly Garnreiter) ຍິງຊາວຝຣັ່ງ ອາຍຸ 27 ປີ ເຄີຍຄິດວ່າອາການຂອງລາວເກີດຈາກຄວາມກົດດັນແລະຄວາມເສົ້າຫຼັງຈາກສູນເສຍພໍ່ໄປ ແຕ່ສຸດທ້າຍລາວກັບພົບວ່າຕົວເອງກຳລັງປະເຊິນກັບໂລກມະເຮັງເລືອດ ຊຶ່ງເປັນ ChatGPT ທີ່ບອກໃບ້ເຖິງໂຣກນີ້ກ່ອນທີ່ແພດຈະວິນິດໄສໄດ້ ມາຣ໌ລີ ເລີ່ມມີເຫື່ອອອກຕອນກາງຄືນ ແລະ ອາການຄັນທີ່ຜິວໜັງ ລາວເຊື່ອວ່າອາການເຫຼົ່ານີ້ເກີດຈາກຄວາມເສົ້າໂສກຫຼັງຈາກທີ່ພໍ່ຂອງລາວ ອາຍຸ 58 ປີ ເສຍຊີວິດຈາກມະເຮັງລຳໄສ້ໃຫຍ່ໃນປີ 2024. ນອກຈາກນີ້ ລາວຍັງມີນ້ຳໜັກລົດລົງຢ່າງວ່ອງໄວ ແຕ່ຄິດວ່າເປັນຜົນຈາກຄວາມກົດດັນ ເມື່ອລາວລອງປ້ອນອາການເຫຼົ່ານີ້ລົງໃນ ChatGPT ລະບົບຕອບວ່າລາວອາດເປັນມະເຮັງເລືອດ ເຖິງຢ່າງໃດກໍຕາມ ລາວເລືອກທີ່ຈະບໍ່ໃສ່ໃຈເພາະຄິດວ່າເປັນພຽງການຄາດເດົາຂອງ AI ບໍ່ດົນຫຼັງຈາກນັ້ນ ລາວເລີ່ມຮູ້ສຶກເມື່ອຍຢູ່ຕະຫຼອດເວລາ ແລະ ມີແຮງກົດດັນທີ່ໜ້າເອິກ ເຮັດໃຫ້ຕັດສິນໃຈໄປພົບແພດ ເມື່ອແພດເຮັດການສະແກນພົບວ່າມີກ້ອນເນື້ອງອກຂະໜາດໃຫຍ່ທີ່ປອດເບື້ອງຊ້າຍຂອງລາວ ລາວຖືກສົ່ງຕົວໄປພົບແພດສະເພາະທາງດ້ານປອດ ຊຶ່ງເຮັດການກວດຊິ້ນເນື້ອ ແລະ ບົ່ງອາການວ່າລາວເປັນ ມະເຮັງຕ່ອມນ້ຳເຫຼືອງຮອດຈ໌ກິນ (Hodgkin’s lymphoma) ຊຶ່ງເປັນມະເຮັງຊະນິດໜຶ່ງທີ່ເກີດຂຶ້ນໃນລະບົບນ້ຳເຫຼືອງ. […]
ນັກວິໄຈຈີນເລັງສ້າງ ‘ໄຕດິຈິຕ້ອນ’ ຍົກລະດັບການວິນິດໄສພະຍາດໄຕ

ປັກກິ່ງ 14 ມີ.ນ. — ຄະນະນັກວິໄຈຈາກມະຫາວິທະຍາໄລປັກກິ່ງເປີດຕົວໂຄງການສຶກສາພາບຖ່າຍຊີວໂມເລກຸລຂອງໄຕ ເພື່ອພັດທະນາ “ໄຕດິຈິຕ້ອນ” ຫຼື ແຜນທີ່ດິຈິຕ້ອນແບບຄົບວົງຈອນຂອງອະໄວຍະວະໄຕ ໂດຍໃຊ້ເຕັກໂນໂລຢີການຖ່າຍພາບຫຼາຍຮູບແບບຮ່ວມກັບອັລກໍລິທຶມປັນຍາປະດິດ ຫຼື ເອໄອ (AI) ເຊິ່ງຈະຊ່ວຍໃຫ້ສາມາດເຫັນກົນໄກຂອງພະຍາດໄຕຊັດເຈນຂຶ້ນ ປູທາງສູ່ການວິນິດໄສທີ່ແມ່ນຍຳຂຶ້ນ ການພັດທະນາຢາໃໝ່ ແລະ ການປິ່ນປົວທີ່ເຈາະຈົງຫຼາຍຂຶ້ນ ອາການທີ່ບໍ່ປະກົດເດັ່ນຊັດໃນການວິນິດໄສທາງຄລີນິກແລະຕົວບົ່ງຊີ້ທາງຊີວະພາບທີ່ມີບໍ່ພຽງພໍມັກສົ່ງຜົນໃຫ້ກວດພົບພະຍາດໄຕຊຳເຮື້ອຊ້າ ຜູ້ປ່ວຍສ່ວນຫຼາຍບໍ່ໄດ້ຮັບການວິນິດໄສຈົນກວ່າໄຕຈະເກີດຄວາມເສຍຫາຍຢ່າງມີນັຍສຳຄັນແລ້ວ ແລະ ອາການມັກປະກົດຂຶ້ນເມື່ອພະຍາດເຂົ້າສູ່ລະຍະຮຸນແຮງ ເຊິ່ງສະທ້ອນເຖິງຊ່ອງວ່າງທີ່ສຳຄັນຂອງຄວາມສາມາດໃນການວິນິດໄສພະຍາດຕັ້ງແຕ່ລະຍະເລີ່ມຕົ້ນ ແລະ ເພື່ອແກ້ໄຂບັນຫານີ້ ສູນການສ້າງພາບຊີວະການແພດແຫ່ງຊາດ (NBIC) ແລະ ໂຮງໝໍແຫ່ງທຳອິດຂອງມະຫາວິທະຍາໄລປັກກິ່ງ ຈຶ່ງຮ່ວມບຸກເບີກໂຄງການດັ່ງກ່າວເພື່ອພັດທະນາໄຕດິຈິຕ້ອນຜ່ານການຜະສານກອບວຽກທາງເຕັກນິກຈາກຫຼາກຫຼາຍສາຂາ ສຳນັກຂ່າວຊິນຫົວ ລາຍງານວ່າ ແພລຕຟອມນີ້ຈະເອື້ອໃຫ້ສາມາດເຫັນໂຄງສ້າງຂອງໄຕໃນຫຼາຍລະດັບ ຕັ້ງແຕ່ລະດັບໂມເລກຸລ ປະຕິສຳພັນລະຫວ່າງເຊລ ໄປຈົນເຖິງການເຮັດວຽກຂອງອະໄວຍະວະທັງລະບົບ ຈຶ່ງສາມາດສ້າງຮູບແບບຄຳນວນສຳລັບອາຍຸລະສາດພະຍາດໄຕທີ່ແມ່ນຍຳໄດ້ ຄຸນສົມບັດທີ່ໂດດເດັ່ນທີ່ສຸດຂອງໄຕດິຈິຕ້ອນ ໄດ້ແກ່ ການຈຳລອງແບບໄດນາມິກ ການເຫັນແບບພາໂນລາມາ ແລະ ຄວາມສາມາດການສະແດງຜົນຫຼາຍມິຕິ ໂດຍໄຕດິຈິຕ້ອນສາມາດຖືໄດ້ວ່າເປັນ “ອະໄວຍະວະໂປ່ງໃສ” ທີ່ນຳສະເໜີຜ່ານພາບດິຈິຕ້ອນ ເຊິ່ງສາມາດແກ້ໄຂຂໍ້ຈຳກັດດ້ານຄວາມລະອຽດເຊິງພື້ນທີ່ແລະມິຕິຂອງຂໍ້ມູນທີ່ພົບໃນການກວດທາງພະຍາດວິທະຍາແບບດັ້ງເດີມໄດ້ ຊ່ວຍໃຫ້ສາມາດກວດສອບໂຄງສ້າງຂອງໄຕແບບລະອຽດທີລະຊັ້ນ ຈຳລອງການເຮັດວຽກຂອງໄຕໃນສະພາວະປົກກະຕິ ແລະ ກວດຫາສັນຍານຂອງພະຍາດໄຕໄດ້ຢ່າງແມ່ນຍຳ ຜູ້ຊ່ຽວຊານລະບຸວ່າໄຕດິຈິຕ້ອນສາມາດຊ່ວຍລະບຸຕຳແໜ່ງຂອງຮອຍໂລກໄດ້ຢ່າງແມ່ນຍຳ ພ້ອມສ້າງໂມເດລດິຈິຕ້ອນສະເພາະບຸກຄົນຜ່ານການຜະສານຂໍ້ມູນທາງການແພດຂອງຜູ້ປ່ວຍເຂົ້າໄປ ໂດຍເຕັກໂນໂລຢີນີ້ຊ່ວຍໃຫ້ສາມາດເລືອກແຜນການປິ່ນປົວທີ່ເໝາະສົມທີ່ສຸດໄດ້ […]
ເປີດຕົວເຕັກໂນໂລຢີ AI ຕົວໃໝ່ທີ່ມີຊື່ວ່າ “Manus” ສາມາດເຮັດວຽກແທນມະນຸດໄດ້ແທ້

ເມື່ອວັນທີ 6 ມີນາ 2025 ບໍລິສັດສະຕາດອັບສັນຊາດຈີນ Monica ເປີດຕົວເຕັກໂນໂລຢີ AI ຕົວໃໝ່ທີ່ມີຊື່ວ່າ “Manus” ຊຶ່ງສ້າງກະແສໄປທົ່ວໂລກໃນຊົ່ວຂ້າມຄືນ AI ຕົວນີ້ຖືກຂະໜານນາມວ່າເປັນ “AI Agent ອະເນກປະສົງຕົວແລກຂອງໂລກ” ທີ່ສາມາດເຮັດວຽກໄດ້ເອງໂດຍອັດຕະໂນມັດ ບໍ່ແມ່ນແຄ່ຊ່ວຍໃຫ້ຄຳແນະນຳ ຫຼື ລົມກັນເໝືອນແຊັດບອດທົ່ວໄປ ຄວາມນິຍົມຂອງ Manus ພຸ່ງສູງຂຶ້ນຢ່າງວ່ອງໄວ ຈົນລະຫັດເຊີນເຂົ້າທົດລອງໃຊ້ (invite code) ກາຍເປັນຂອງຫາຍາກຈົນມີການນຳໄປຂາຍໃນຕະຫຼາດມືສອງໃນລາຄາສູງເຖິງ 50,000 ຢວນ (ປະມານ 150,000,000 ກີບ) ຂະນະທີ່ຊາວເນັດຈີນຈຳນວນຫຼາຍຕ່າງພາກັນ “ຂໍລະຫັດ” ກັນທົ່ວໂລກອິນເຕີເນັດ Manus ເປັນຈຸດປ່ຽນສຳຄັນທີ່ຈະເຮັດໃຫ້ AI ກ້າວຂ້າມຈາກ “ເຄື່ອງມື” ໄປສູ່ “ຜູ້ຊ່ວຍທີ່ສາມາດລົງມືເຮັດວຽກແທນມະນຸດໄດ້ແທ້” Manus ຄືຫຍັງ? ເປັນຫຍັງຈຶ່ງຖືກເວົ້າເຖິງໄປທົ່ວໂລກ? AI ສ່ວນໃຫຍ່ທີ່ພວກເຮົາຮູ້ຈັກ ເຊັ່ນ: ChatGPT, Claude, Gemini […]
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ

ສໍານັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້ ການໄຟຟ້າ ແຫ່ງກໍາປູເຈຍ (EAC) ເປີດເຜີຍວ່າ ຜູ້ຕິດຕັ້ງ ລະບົບ ຜະລິດ ພະລັງງານ ແສງຕາເວັນ ເທິງຫລັງຄາ ທີ່ມີ ກຳລັງ ການຜະລິດ ຫລາຍກວ່າ 10 ກິໂລວັດ ຈະຕ້ອງຊໍາລະ ຄ່າພະລັງງານ ໄຟຟ້າ. ເຈົ້າໜ້າທີ່ ການໄຟຟ້າ ລະບຸວ່າ: ຜູ້ໃຊ້ລະບົບ ພະລັງງານ ແສງຕາເວັນ ດັ່ງກ່າວ ທີ່ ໃຊ້ໄຟຟ້າ ຈາກ ເຄືອຂ່າຍ ການໄຟຟ້າ ຕ້ອງຂຶ້ນ ທະບຽນ ການຕິດຕັ້ງ ລະບົບ ພະລັງງານ ແສງຕາເວັນ ກັບ ທາງການ, ບໍ່ດັ່ງນັ້ນ ຈະຖືກ ປັບ ໃໝ. ນັບແຕ່ ເດືອນທັນວາ ປີ 2023 ຈົນເຖິງ ປັດຈຸບັນ ມີຜູ້ໃຊ້ […]
ຮ່ວມມືຈັດຕັ້ງ ປະຕິບັດລະບົບເພື່ອຄຸ້ມຄອງ ຕິດຕາມກະແສເງິນຕາ ຈາກຕ່າງປະເທດ

ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືຈັດຕັ້ງປະຕິບັດລະບົບບໍລິການກະແສເງິນຕາຕ່າງປະເທດ(CMS) ຊ່ວຍພາກລັດ, ຜູ້ປະກອບການ ແລະ ທະນາຄານໃຫ້ສາມາດຄຸ້ມຄອງຕິດຕາມກະແສການເງິນຈາກຕ່າງປະເທດທັງໃນເວລາທີ່ສົ່ງອອກ-ນຳເຂົ້າ ຫຼືວ່າຈະເປັນການລົງທຶນຈາກຕ່າງປະເທດໃຫ້ມີຄວາມສະດວກສະບາຍງ່າຍ ແລະ ແບບ Real-time. ໂດຍພິທີດັ່ງກ່າວ ມີຂຶ້ນໃນໂອກາດ ທະນາຄານແຫ່ງ ສປປ ລາວ (ທຫລ)ຈັດກອງປະຊຸມເປີດກວ້າງວຽກງານທະນາຄານ ປະຈຳປີ 2023 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ. ຮ່ວມລົງນາມໃນຄັ້ງນີ້ ຕາງໜ້າກະຊວງການເງິນໂດຍທ່ານ ສົມຈິດ ຄຳມຸງຄຸນວ່າການຫົວໜ້າຫ້ອງການກະຊວງການເງິນ, ທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າຫ້ອງການທະນາຄານແຫ່ງ ສປປ ລາວ ແລະ ທ່ານ ບົວວັນ ວິລະວົງຫົວໜ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ການເຊັນບົດບັນທຶກຄວາມເຂົ້າໃຈ(MOU) ໃນຄັ້ງນີ້ ເພື່ອເປັນບ່ອນອີງໃນການແລກປ່ຽນຂໍ້ມູນທີ່ຕິດພັນກັບການຕິດຕາມກະແສເງິນຕາຕ່າງປະເທດລະຫວ່າງ 3 ກະຊວງດັ່ງກ່າວ […]