ເຈົ້າໜ້າທີ່ອາເມລິກາເປີດເຜີຍ! DeepSeek ຊ່ວຍເຫຼືອ ‘ກອງທັບຈີນ’ ແຖມຫຼົບຫຼີກມາດຕະການຫ້າມສົ່ງອອກຊິບຂອງສະຫະລັດ

ເຈົ້າໜ້າທີ່ລະດັບສູງຂອງສະຫະລັດເປີດເຜີຍ ບໍລິສັດເອໄອ DeepSeek ໃຫ້ຄວາມຊ່ວຍເຫຼືອດ້ານປະຕິບັດການທາງທະຫານ ແລະ ຂ່າວກອງຂອງຈີນ ແລະ ຍັງພະຍາຍາມໃຊ້ “ບໍລິສັດທີ່ຕັ້ງຂຶ້ນເພື່ອປິດບັງຕົວຈິງ” ໃນເອເຊຍຕາເວັນອອກສຽງໃຕ້ເພື່ອເຂົ້າເຖິງເຊມິຄອນດັກເຕີ້ລະດັບໄຮເອນທີ່ບໍ່ສາມາດຈັດສົ່ງໄປຈີນໄດ້ພາຍໃຕ້ມາດຕະການຄວບຄຸມການສົ່ງອອກຂອງສະຫະລັດ   ຂໍ້ສະຫຼຸບຂອງສະຫະລັດຊີ້ໃຫ້ເຫັນເຖິງຄວາມເຊື່ອໝັ້ນທີ່ເພີ່ມຫຼາຍຂຶ້ນໃນວໍຊິງຕັນວ່າ ສັກຍະພາບເບື້ອງຫຼັງການເຕີບໂຕຢ່າງໄວ ຂອງບໍລິສັດເອໄອຈີນແຫ່ງນີ້ອາດເປັນການອວດອ້າງເກີນຈິງ ແລະ ແທ້ຈິງກັບຕ້ອງພຶ່ງພາເຕັກໂນໂລຢີຂອງສະຫະລັດຢ່າງຫຼວງຫຼາຍ   DeepSeek ຊຶ່ງມີສຳນັກງານໃຫຍ່ຢູ່ໃນເມືອງຫາງໂຈວ ສ້າງຄວາມແຕກຕື່ນໄປທົ່ວວົງການເຕັກໂນໂລຢີໃນເດືອນມັງກອນ ຫຼັງອອກມາປະກາດວ່າ ໂມເດລການໃຊ້ເຫດຜົນແບບເອໄອຂອງຕົນນັ້ນເທົ່າທຽມ ຫຼື ດີກວ່າໂມເດລຊັ້ນນຳຂອງອຸດສາຫະກຳໃນສະຫະລັດ ຂະນະທີ່ໃຊ້ຕົ້ນທຶນພຽງໜ້ອຍດຽວ   “ພວກເຮົາເຂົ້າໃຈວ່າ DeepSeek ເຕັມໃຈໃຫ້ການສະໜັບສະໜູນ ແລະ ໜ້າຈະຍັງຄົງໃຫ້ການສະໜັບສະໜູນປະຕິບັດການທາງທະຫານ ແລະ ຂໍ້ມູນລັບຂອງຈີນຕໍ່ໄປ” ເຈົ້າໜ້າທີ່ລະດັບສູງຂອງກະຊວງການຕ່າງປະເທດສະຫະລັດຄົນໜຶ່ງໃຫ້ສຳພາດກັບສຳນັກຂ່າວຣອຍເຕີ   ໃນບັນດາຂໍ້ກ່າວຫາທັງໝົດ ເຈົ້າໜ້າທີ່ຜູ້ນີ້ອ້າງວ່າ DeepSeek ກຳລັງແບ່ງປັນຂໍ້ມູນ ແລະ ສະຖິຕິຂອງຜູ້ໃຊ້ງານໃຫ້ກັບໜ່ວຍສອດແນມຂອງປັກກິ່ງ ຂະນະທີ່ຜູ້ໃຫ້ບໍລິການຄລາວ ລາຍໃຫຍ່ 3 ລາຍຂອງສະຫະລັດ ໄດ້ແກ່ Amazon, Microsoft ແລະ Google ຂອງຄ່າຍ Alphabet ຕ່າງກໍສະເໜີບໍລິການ DeepSeek ໃຫ້ກັບລູກຄ້າ […]

Tesla Robotaxi ລົດແທັກຊີ່ທີ່ບໍ່ມີຄົນຂັບຈາກ Tesla ເລີ່ມໃຫ້ບໍລິການໃນເມືອງອອສຕິນ ລັດເທັກຊັດແລ້ວ ທ່າມກາງຄວາມເປັນຫ່ວງເລື່ອງຄວາມປອດໄພ

Tesla Robotaxi ເລີ່ມໃຫ້ບໍລິການແລ້ວໃນເມືອງອອສຕິນ ລັດເທັກຊັດ ໂດຍຈຳກັດພຽງແຕ່ກຸ່ມຜູ້ທີ່ໄດ້ຮັບການເຊີນ ແລະ ໃຊ້ລົດຍົນຮຸ່ນ Model Y ປີ 2025 ທີ່ຕິດຕັ້ງລະບົບຂັບເຄື່ອນອັດຕະໂນມັດແບບໃໝ່ຂອງ Tesla ເຊິ່ງຍັງຄົງຢູ່ໃນໄລຍະທົດລອງ   Robotaxi ເລີ່ມຕົ້ນທີ່ອອສຕິນ ທົດລອງໃນວົງຈຳກັດ   ບໍລິການນີ້ມີໃຫ້ໃນບາງພື້ນທີ່ຂອງເມືອງອອສຕິນທາງຕອນໃຕ້ ໃຫ້ບໍລິການຕັ້ງແຕ່ເວລາ 06.00–00.00 ໂດຍເອີ້ນຜ່ານແອັບສະເພາະ ແລະ ມີຄ່າໂດຍສານ 4.20 ໂດລາສະຫະລັດ (ປະມານ 85,664 ກີບ) ຕໍ່ເທື່ອ Tesla ເປີດເຜີຍວ່າບໍລິການຈະຢຸດຊົ່ວຄາວເມື່ອມີຝົນຕົກ ຫຼື ສະພາບຖະໜົນບໍ່ເໝາະສົມ   ມີພະນັກງານຮ່ວມເດີນທາງເພື່ອຄວາມປອດໄພ   ເຖິງແມ່ນວ່າຈະເປັນລົດໄຮ້ຄົນຂັບ ແຕ່ Tesla ຍັງມີເຈົ້າໜ້າທີ່ “safety driver” ຫຼື ນັ່ງຄຸ້ມລະບົບຢູ່ເບາະໜ້າຂ້າງຄົນຂັບ ເພື່ອຄອຍຢຸດລົດຫາກລະບົບຜິດພາດ ນອກຈາກນີ້ຍັງມີລາຍງານວ່າ ອາດມີການຄວບຄຸມຈາກລະຍະໄກ (tele-operation) ໃນກໍລະນີທີ່ລະບົບຂັບເຄື່ອນ AI ຕັດສິນໃຈບໍ່ໄດ້   ໃຊ້ເທັກໂນໂລຊີກ້ອງລ້ວນ […]

ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ

ທີມວິໄຈຈາກ MIT ໃນສະຫະລັດອະເມລິກາ ສຶກສາວິໄຈ ແລະ ພົບວ່າ ຜູ້ທີ່ໃຊ້ແຊດຈີພີທີ (ChatGPT) ຫຼື ຜູ້ຊ່ວຍ AI ຊື່ດັງໃນການຂຽນເລື່ອງຄວາມ (Essay) ເລື້ອຍໆຄັ້ງອາດຈະສົ່ງຜົນຕໍ່ຄວາມສາມາດໃນການຈົດຈຳ ເຊັ່ນ: ບໍ່ສາມາດຈົດຈຳຂໍ້ຄວາມໃນເລື່ອງຄວາມທີ່ຕົວເອງຂຽນໄດ້ ແລະ ມີການເຮັດວຽກຂອງສະໝອງນ້ອຍກວ່າປົກກະຕິ ຊຶ່ງອາດສົ່ງຜົນຕໍ່ການພັດທະນາການຮຽນຮູ້ຂອງສະໝອງໃນລະຍະຍາວໄດ້   ກະບວນການວິໄຈທີ່ເຜີຍວ່າໃຊ້ AI ເລື້ອຍໆ ອາດເຮັດໃຫ້ສະໝອງຝໍ່   ງານວິໄຈນີ້ເປັນຜົນງານການສຶກສາຂອງທີມວິໄຈຈາກ MIT Media Lab ກຸ່ມວິໄຈຊື່ດັງຂອງສະຖາບັນເທັກໂນໂລຊີແມສຊາຊູເຊັດ ຫຼື ເອັມໄອທີ (MIT: Massachusetts Institute of Technology)   ໄດ້ທົດລອງການເຮັດວຽກຂອງສະໝອງກັບອາສາສະໝັກທົດລອງ 54 ຄົນ ອາຍຸລະຫວ່າງ 18-39 ປີ ຈາກພື້ນທີ່ໃນເມືອງບອສຕັນ (Boston) ເພື່ອທົດສອບການຂຽນບົດຄວາມຕາມມາດຕະຖານ SAT (ມາດຕະຖານການເສັງເຂົ້າມະຫາວິທະຍາໄລໃນສະຫະລັດ)   ໂດຍແບ່ງອອກເປັນ 3 ກຸ່ມ ຄືກຸ່ມທີ່ຂຽນເລື່ອງຄວາມດ້ວຍແຊດຈີພີທີ (ChatGPT) […]

ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້

Android ນັ້ນເຖິງແມ່ນວ່າຈະເປັນລະບົບປະຕິບັດການສຳລັບອຸປະກອນພົກພາ ລວມໄປເຖິງເຄື່ອງໃຊ້ໄຟຟ້າທີ່ທັນສະໄໝຕ່າງໆ ທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນໂລກ ລວມທັງໄດ້ຮັບການອັບເດດດ້ານຄວາມປອດໄພຢ່າງສະໝ່ຳສະເໝີ ແຕ່ກໍມັກຈະມີຂ່າວການຖືກແຮັກ ຫຼື ຖືກມັນແວໂຈມຕີຢູ່ເລື້ອຍໆ ຄືຄົງໃນກໍລະນີນີ້ ຈາກລາຍງານໂດຍເວັບໄຊ Cyber Security News ໄດ້ກ່າວເຖິງການຄົ້ນພົບການລະບາດຂອງມັນແວສຳລັບໃຊ້ງານເຄື່ອງຂອງຜູ້ເຄາະຮ້າຍເພື່ອການຍິງລະບົບອື່ນ ຫຼື Botnet ຢ່າງ Badbox 2.0 ຊຶ່ງເປັນມັນແວທີ່ພັດທະນາຄ່ອຍຂັ້ນມາຈາກ Badbox ໂດຍໃນເວີຊັ້ນລ່າສຸດນັ້ນມີຄວາມສາມາດໃນການເຂົ້າຍຶດລະບົບ (Compromise) ແລະ ການຂະໂມຍໄຟລ໌ອອກຈາກເຄື່ອງຂອງຜູ້ເຄາະຮ້າຍທີ່ດີກວ່າເດີມ ລວມທັງມີການໃຊ້ຕົວກາງໃນການແຜ່ກະຈາຍມັນແວ (Vector) ທີ່ຫຼາກຫຼາຍບໍ່ວ່າຈະເປັນ ການດັດແປງເຟີມແວທີ່ສອດແທລກມັນແວ, ການໃຊ້ງານແອັບພລິເຄຊັ້ນທີ່ສອດໃສ່ມັນແວ, ໄປຈົນເຖິງການແທລກຕົວໃນຫ່ວງໂສ້ອຸປະທານ (Supply Chain) ເພື່ອແຜ່ກະຈາຍມັນແວເລີຍ ຊຶ່ງເປັນການແຜ່ກະຈາຍທີ່ແຕກຕ່າງຈາກມັນແວເທິງ Android ຕົວອື່ນໆ ທີ່ມັກຈະເນັ້ນການໃຊ້ງານຈຸດອ່ອນດ້ານຄວາມປອດໄພ ແລະ ການຫຼອກໃຫ້ຜູ້ເຄາະຮ້າຍເຮັດການຕິດຕັ້ງມັນແວລົງເຄື່ອງ ໃນສ່ວນຂອງຂໍ້ມູນດ້ານເຕັກນິກໃນດ້ານການເຮັດວຽກຂອງມັນແວຕົວນີ້ ທີມວິໄຈຈາກ Human Security ບໍລິສັດຜູ້ຊ່ຽວຊານດ້ານການພັດທະນາໂຊລູຊັ້ນເພື່ອຮັກສາຄວາມປອດໄພໄຊເບິ ໄດ້ມີການເປີດເຜີຍເຖິງຄວາມເໜືອຊັ້ນຂອງມັນແວຕົວນີ້ວ່າ ໄດ້ມີການນຳເອົາເທັກໂນໂລຊີການຮຽນຮູ້ຂອງເຄື່ອງຈັກ (Machine Learning ຫຼື ML) ໃນຮູບແບບອັລກໍລິທຶມເຂົ້າມາໃຊ້ງານເທິງມັນແວ ໂດຍລະບົບນີ້ຈະເຮັດການຮຽນຮູ້ເຖິງພຶດຕິກຳການໃຊ້ງານເຄື່ອງຂອງຜູ້ເຄາະຮ້າຍ ແລະ ການມີຢູ່ຂອງແອັບພລິເຄຊັ້ນຮັກສາຄວາມປອດໄພເທິງລະບົບ […]

Meta ກຽມປ່ຽນວິດີໂອທັງໝົດໃນ Facebook ໃຫ້ເປັນ Reels ພ້ອມຂະຫຍາຍຄວາມຍາວຄລິບໃຫ້ເກີນ 90 ວິນາທີແລ້ວ

Meta ປະກາດວ່າມີແຜນລວມວິດີໂອທຸກປະເພດໃຫ້ເປັນຮູບແບບດຽວກັນໄປເປັນ Reels ແລະຈະເລີ່ມເປີດໃຊ້ງານທົ່ວໂລກຢ່າງຄ່ອຍເປັນຄ່ອຍໄປໃນໃນໄວໆນີ້ ປັດຈຸບັນຜູ້ໃຊ້ Facebook ຍັງສາມາດເລືອກໄດ້ວ່າຈະໂພສວິດີໂອໃນຮູບແບບທົ່ວໄປຫຼື Reels ແຕ່ໃນອະນາຄົດອັນໃກ້ວິດີໂອທັງໝົດທີ່ແຊໃນແພລດຟອມຈະຖືກສະແດງເປັນ Reels ຕາມການປະກາດຂອງ Meta ເຖິງແມ່ນວ່າຈະລວມຮູບແບບວິດີໂອ, ແຕ່ Meta ຢືນຢັງວ່າ Facebook ຈະຍັງຮອງຮັບວິດີໂອທຸກຮູບແບບ, ບໍ່ວ່າຈະເປັນວິດີໂອສັ້ນ, ວິດີໂອຍາວ, ຫຼືວິດີໂອຖ່າຍທອດສົດ ໂດຍເປົ້າໝາຍຂອງການປ່ຽນແປງຄັ້ງນີ້ແມ່ນເພື່ອໃຫ້ຜູ້ໃຊ້ສາມາດສ້າງ, ແຊເຢີ໌, ແລະຄົ້ນຫາ Reels ໄດ້ສະດວກຍິ່ງຂຶ້ນ ທັງໃນໂປຣໄຟລ໌ສ່ວນຕົວແລະເພດຕ່າງໆ     ຍົກເລີກຂໍ້ຈຳກັດຄວາມຍາວ Reels ແລະປ່ຽນຊື່ Tab ວິດີໂອ ການປ່ຽນແປງສຳຄັນອີກອັນໜຶ່ງແມ່ນ ການຍົກເລີກຂໍ້ຈຳກັດຄວາມຍາວຂອງ Reels ທີ່ກ່ອນໜ້ານີ້ກຳນົດໄວ້ບໍ່ເກີນ 90 ວິນາທີ ພ້ອມກັບແຖບ “ວິດີໂອ” (Video Tab) ໃນ Facebook ຈະຖືກປ່ຽນຊື່ຢ່າງເປັນທາງການໃຫ້ເປັນ “Reels Tab” ເຖິງຢ່າງໃດກໍ່ຕາມ Meta ຢືນຢັງວ່າລະບົບແນະນຳວິດີໂອຈະຍັງຄົງເຮັດວຽກຕາມຄວາມສົນໃຈຂອງແຕ່ລະບຸກຄົນເຊັ່ນເດີມ ບໍ່ພຽງແຕ່ Facebook ເທົ່ານັ້ນ […]

Google ເປີດຕົວ Gemini 2.5 Flash-Lite ພ້ອມປັບລາຄາໂມເດວໃນຊີຣີ່ສ໌ໃໝ່

Google ເປີດຕົວ Gemini 2.5 Flash-Lite ໂມເດນ LLM ລະດັບເລີ່ມຕົ້ນຕົວໃໝ່ທີ່ປະມວນຜົນໄວຂຶ້ນ ລາຄາຖືກກວ່າ Pro ເຖິງ 10 ເທົ່າ ພ້ອມໃຊ້ງານ mixture-of-experts ເພີ່ມປະສິດທິພາບ Google ເປີດຕົວ Gemini 2.5 Flash-Lite ເປັນ large language model ຕົວໃໝ່ໃນລະດັບ entry-level ທີ່ສາມາດປະມວນຜົນ prompts ໄດ້ໄວ ແລະ ປະຫຍັດຕົ້ນທຶນກວ່າຮຸ່ນກ່ອນ ພ້ອມກັນນີ້ຍັງປະກາດວ່າ Gemini 2.5 Flash ແລະ 2.5 Pro ປ່ຽນສະຖານະຈາກ preview ມາເປັນ general availability ຢ່າງເປັນທາງການ ໂດຍ Pro ໄດ້ຮັບການປັບໂຄງສ້າງລາຄາໃໝ່ດ້ວຍ Gemini 2.5 series ທັງໝົດໃຊ້ສະຖາປັດຕະຍະກຳ mixture-of-experts ຊຶ່ງໝາຍຄວາມວ່າແຕ່ລະໂມເດນປະກອບດ້ວຍ neural […]

TikTok ເປີດໃຊ້ AI Avatars ເປັນພີເຊັນເຕີໂຄສະນາແທນມະນຸດ

TikTok ໄດ້ເປີດໃຊ້ AI Avatars ເປັນນັກສະເຫນີແທນມະນຸດໄດ້ແລ້ວ ໂດຍ TikTok ໄດ້ປະກາດເປີດຕົວຊຸດເຄື່ອງມື AI ໃໝ່ທີ່ຊື່ວ່າ Symphony ທີ່ຈະຊ່ວຍໃຫ້ນັກໂຄສະນາສ້າງວິດີໂອໄດ້ງ່າຍຂຶ້ນກວ່າເກົ່າ ບໍ່ຕ້ອງໃຊ້ກ້ອງ ບໍ່ຕ້ອງມີນັກສະແດງ ກໍສາມາດສ້າງຄລິບໂຄສະນາໄດ້ພາຍໃນບໍ່ກີ່ນາທີ! ຄຸນສົມບັດໃໝ່ຂອງຊຸດເຄື່ອງມື Symphony ໃນ TikTok ມີຫຍັງໜ້າສົນໃຈແດ່? 1. ສ້າງວິດີໂອຈາກຂໍ້ຄວາມຫຼືຮູບພາບນິ່ງ ພຽງແຕ່ພິມຂໍ້ຄວາມ ຫຼືອັບໂຫລດຮູບພາບສິນຄ້າ AI ຈະຊ່ວຍສ້າງວິດີໂອທີ່ມີຄວາມຍາວປະມານ 5 ວິນາທີໃຫ້ໂດຍອັດຕະໂນມັດ ເໝາະສົມສໍາລັບການໂຄສະນາສິນຄ້າໃນຮູບແບບທີ່ເບິ່ງທັນສະໄໝ ແລະເຂົ້າເຖິງກຸ່ມເປົ້າໝາຍໃນ TikTok ໄດ້ງ່າຍ 2. ໃຊ້ AI Avatars ແທນນັກສະເຫນີຕົວຈິງ TikTok ໄດ້ເປີດຕົວອະວະຕາເສມືອນ (AI Avatars) ທີ່ສາມາດເວົ້າ, ສະແດງທ່າທາງ ແລະນໍາສະເໜີສິນຄ້າໃຫ້ກັບຜູ້ຊົມໄດ້ຄືກັບມະນຸດຕົວຈິງ ໂດຍສາມາດເລືອກໄດ້ວ່າຈະໃຊ້ອະວະຕາທີ່ມີຢູ່ແລ້ວ ຫຼືຈະສ້າງໃໝ່ຈາກຄົນຕົວຈິງ (ທີ່ໃຫ້ສິດອະນຸຍາດໃຊ້) ກໍໄດ້ 3. ຄຸນສົມບັດເສີມສໍາລັບນັກໂຄສະນາ Insight Spotlight: ວິເຄາະພຶດຕິກໍາຜູ້ໃຊ້ໃນ TikTok ແລະແນະນໍາແນວທາງເຮັດໂຄສະນາແບບເຈາະຈົງກຸ່ມ […]

WhatsApp ກຳລັງຈະມີໂຄສະນາໃນໄວໆນີ້

Meta ເປີດເຜີຍວ່າ WhatsApp ກຳລັງຈະມີໂຄສະນາຂອງທຸລະກິດຮ້ານຄ້າຕ່າງໆ ໃນຟີເຈີ Status ທີ່ຄ້າຍຄືກັບ Stories ຂອງ Instagram ແລະ Reels ຂອງ Facebook ຟີເຈີ Status ນີ້ຈະຢູ່ໃນແຖບ Updates ພາຍໃນ WhatsApp ແລະຈະເປັນບ່ອນທີ່ໃຫ້ຜູ້ໃຊ້ສາມາດແບ່ງປັນຂໍ້ຄວາມ, ຮູບພາບ, ບັນທຶກສຽງ, ຫຼືຄລິບແບບຈຳກັດເວລາ, ຊຶ່ງຕໍ່ໄປນີ້ຈະມີໂຄສະນາເພີ່ມເຂົ້າມາດ້ວຍ ເວັບໄຊ The Verge ໃຫ້ຂໍ້ມູນວ່າ Meta ເຕົກຮຽມນຳໂຄສະນາເຂົ້າມາໃນ WhatsApp ມາເປັນເວລາຫຼາຍປີແລ້ວ, ຊຶ່ງແນວຄິດນີ້ແມ່ນສິ່ງທີ່ຈິງຈັງແລ້ວຜູ້ກໍ່ຕັ້ງ WhatsApp ບໍ່ເຫັນດີເປັນຢ່າງຍິ່ງ, ແລະ Meta ກໍເຄີຍປ່ຽນໃຈບໍ່ນຳໂຄສະນາມາໃສ່ໄວ້ໃນ WhatsApp ຕັ້ງແຕ່ປີ 2020. ແຕ່ຕໍ່ມາໃນປີ 2023, ວິລ ແຄັດຄາດ (Will Cathcart) ຫົວໜ້າ WhatsApp ພາຍໃຕ້ Meta ກໍອອກມາເປີດເຜີຍວ່າບໍລິສັດກຳລັງຫາທາງນຳໂຄສະນາມາໃສ່ໄວ້ຢູ່ ທັງນີ້ Meta […]

ການເປີດເຜີຍສະເປັກຊິບ Dimensity 9500 ຈາກການທົດສອບດ້ວຍ Geekbench: ຄວາມໄວສູງສຸດ 3.23 GHz

MediaTek ຜູ້ຜະລິດຊິບເຊມິຄອນດັກເຕີລາຍໃຫຍ່ຈາກປະເທດໄຕ້ຫວັນ ກຽມເປີດຕົວຊິບເຊັດເຮືອທຸງລຸ້ນໃໝ່ ນັ້ນຄື Dimensity 9500 ສໍາລັບສະມາດໂຟນລຸ້ນຕໍ່ໄປ ໃນເດືອນກັນຍາ 2025 ນີ້ ຊຶ່ງໃກ້ຄຽງກັບທີ່ Qualcomm ຜູ້ຜະລິດຊິບເຊມິຄອນດັກເຕີລາຍໃຫຍ່ຈາກສະຫະລັດ ຈະເປີດຕົວ Snapdragon 8 Elite 2 ພາຍໃນເດືອນກັນຍາເຊັ່ນກັນ. ລ່າສຸດ ຊິບເຊັດ Dimensity 9500 ໄດ້ຮັບການທົດສອບປະສິດທິພາບເທິງແພລັດຟອມຂອງ Geekbench ພາຍໃຕ້ໝາຍເລກລຸ້ນ MT6993 ຊຶ່ງເປີດເຜີຍລາຍລະອຽດສະເປັກໃຫ້ຮູ້ຈັດເຈນ. ກົດເພື່ອອ່ານ ທິບສເຕີຊື່ວ່າ Abhishek Yadav (@yabhishekhd) ໄດ້ໂພສໃສ່ແພລັດຟອມໂຊເຊຍລມີເດຍ X ລະບຸວ່າ Dimensity 9500 ໄດ້ຮັບການຕິດຕັ້ງແກນປະມວນຜົນຫຼັກ (CPU: Central Processing Unit) Travis ຈໍານວນ 1 ຄອ ສໍາລັບປະມວນຜົນວຽກໜັກດ້ວຍຄຸນພາບສູງ ທີ່ຄວາມໄວສູງສຸດ 3.23 GHz. ເສີມດ້ວຍແກນ Alto ຈໍານວນ 3 […]

Trump Mobile ກຳລັງມາ ທຣຳກະກຽມຕັ້ງບໍລິສັດເຄືອຂ່າຍມືຖືຂອງຕົນເອງ

Trump Mobile ກຳລັງມາ ອາດເກີດຂຶ້ນຈິງໂດຍ ປະທານາທິບໍດີໂດນາລ ທຣຳ ກຳລັງວາງແຜນເຂົ້າສູ່ວົງການມືຖື ດ້ວຍການຈົດທະບຽນເຄື່ອງໝາຍການຄ້າ ກະກຽມເປີດເຄືອຂ່າຍມືຖືຂອງຕົນເອງ ພາຍໃຕ້ຊື່ “Trump” ແລະ “T1” ສຳລັບບໍລິການເຄືອຂ່າຍໂທລະສັບມືຖືແລະອຸປະກອນຕ່າງໆ ຈົດຊື່ “Trump” ແລະ “T1” ຄອບຄຸມທັງມືຖື – ອຸປະກອນເສີມ ບໍລິສັດ DTTM Operations LLC ຊຶ່ງດູແລເລື່ອງເຄື່ອງໝາຍການຄ້າຂອງທຣຳ ໄດ້ຍື່ນຂໍຈົດທະບຽນກັບຫົວໜ້າງານລັດຂອງສະຫະລັດ ຄອບຄຸມຫຼາຍລາຍການ ເຊັ່ນ: ບໍລິການເຄືອຂ່າຍໄຮ້ສາຍ (ມືຖື) ໂທລະສັບມືຖື ອຸປະກອນເສີມ ເຊັ່ນ ກ່ອງໃສ່ມືຖື, ສາຍສາກ ຮ້ານຂາຍສິນຄ້າເຫຼົ່ານີ້ ໂດຍການຍື່ນຈົດແບບນີ້ບໍ່ແມ່ນພຽງແຕ່ “ກັນຊື່ໄວ້ກ່ອນ” ແຕ່ຍັງມີການແນບຄຳປະກາດວ່າມີແຜນຈະໃຊ້ຈິງດ້ວຍ Trump Mobile ອາດເປັນເຄືອຂ່າຍມືຖືພາຍໃຕ້ຊື່ T1 ຕາມເອກະສານທີ່ Josh Gerben ທະນາຍຄວາມດ້ານເຄື່ອງໝາຍການຄ້າພົບແລະລາຍງານໂດຍ Bloomberg ການຍື່ນຂໍເຄື່ອງໝາຍການຄ້າບໍ່ໄດ້ເປັນເຄື່ອງຮັບປະກັນວ່າທຸລະກິດໃໝ່ຈະເກີດຂຶ້ນ ຢ່າງໃດກໍຕາມ Gerben ລະບຸໄວ້ໃນບລ໋ອກໂພສຂອງລາວວ່າ ການຍື່ນຂໍເຄື່ອງໝາຍການຄ້ານີ້ຍື່ນພາຍໃຕ້ຫຼັກເກນ “ເຈດຕະນາໃຊ້ງານ” […]