site cover (43)
ເປີດໃຊ້ງານຖະໜົນ R11 ເຊື່ອມເສດຖະກິດຊຽງໃໝ່ - ວຽງຈັນ ສານສຳພັນລ້ານນາ - ລ້ານຊ້າງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 20 March, 2025
ໝວດ: ຂ່າວ

ສຳນັກງານຄວາມຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (NEDA) ໄດ້ຮ່ວມມືກັບສາທາລະນະລັດປະຊາທິປະໄຕປະຊາຊົນລາວ (ສປປ.ລາວ) ໃນການພັດທະນາເສັ້ນທາງຖະໜົນເລກທີ 11 (R11) ເພື່ອເຊື່ອມໂຍງລະບຽງເສດຖະກິດລະຫວ່າງຊຽງໃໝ່ ແລະ ວຽງຈັນ ລວມໄລຍະທາງປະມານ 629 ກິໂລແມັດ.

 

ເສັ້ນທາງນີ້ເລີ່ມຈາກຈັງຫວັດຊຽງໃໝ່, ຜ່ານລຳພູນ, ລຳປາງ, ແພ່, ອຸຕະລະດິດ ແລະ ເຂົ້າສູ່ ສປປ.ລາວ ຜ່ານເມືອງສັງທອງ ໄປຈົນເຖິງວຽງຈັນ ການເປີດໃຊ້ງານເສັ້ນທາງ R11 ຢ່າງເປັນທາງການເມື່ອວັນທີ 20 ກຸມພາ 2025 ຊ່ວຍຫຼຸດໄລຍະທາງກວ່າ 234 ກິໂລແມັດຈາກເສັ້ນທາງເດີມ ແລະ ປະຫຍັດເວລາກວ່າ 3 ຊົ່ວໂມງ.

 

 

ທ່ານເຜົ່າພູມິ ໂຣດຈະນະສະກຸນ ລັດຖະມົນຕີຊ່ວຍວ່າການກະຊວງການຄັງ ເຊື່ອວ່າເສັ້ນທາງ R11 ຈະສົ່ງເສີມກິດຈະກຳທາງເສດຖະກິດ ການຄ້າ ການຂົນສົ່ງ ແລະການທ່ອງທ່ຽວຕະຫຼອດເສັ້ນທາງ ນອກຈາກນີ້ ຍັງຊ່ວຍເພີ່ມສັກກະຍະພາບທາງເສດຖະກິດ ການໂອນຖ່າຍອົງຄວາມຮູ້ ແລະ ກິດຈະກຳອື່ນໆ ທີ່ຈະເກີດຂຶ້ນລະຫວ່າງທາງ.

 

ທ່ານເຜົ່າພູມິ ໂຣດຈະນະສະກຸນ ລມຊ.ຄັງ ເປີດເຜີຍໃນງານເສວະນາ “ຄວາມສຳພັນແລະຄວາມສຳເລັດຂອງໂຄງການຄວາມຮ່ວມມືໄທກັບສປປ.ລາວ” ຂອງ NEDA

 

ການພັດທະນາເສັ້ນທາງ R11 ແບ່ງອອກເປັນ 3 ຊ່ວງຫຼັກ ໄດ້ແກ່.

  1. ໂຄງການກໍ່ສ້າງຖະໜົນຈາກພູດູ່ (ອຳເພີບ້ານໂຄກ ຈັງຫວັດອຸຕະລະດິດ) ເຖິງເມືອງປາກລາຍ ແຂວງໄຊຍະບູລີ ສປປ.ລາວ ໄລຍະທາງ 32 ກິໂລແມັດ ເລີ່ມກໍ່ສ້າງເດືອນທັນວາ 2012 ແລະແລ້ວເສັດໃນເດືອນມິຖຸນາ 2014.
  2. ໂຄງການພັດທະນາຖະໜົນໝາຍເລກ 11 ຊ່ວງບ້ານຕາດທອງ-ນ້ຳສັງ ແລະເມືອງສັງທອງ ໄລຍະທາງ 82 ກິໂລແມັດ ເລີ່ມກໍ່ສ້າງເດືອນພຶດສະພາ 2011 ແລະ ແລ້ວເສັດໃນເດືອນກໍລະກົດ 2014.
  3. ໂຄງການພັດທະນາຖະໜົນໝາຍເລກ 11 ຊ່ວງຄົກຂ້າວດໍ-ບ້ານໂນນສະຫວັນ-ສານະຄາມ-ບ້ານວັງ-ບ້ານນ້ຳສັງ ໄລຍະທາງ 124 ກິໂລແມັດ ເລີ່ມກໍ່ສ້າງເດືອນຕຸລາ 2019ແລະແລ້ວເສັດໃນເດືອນກໍລະກົດ 2023.

 

ເສັ້ນທາງຖະໜົນໝາຍເລກ R11 ເຊື່ອມໂຍງລະບຽງເສດຖະກິດ ໄທ-ສປປ.ລາວ

 

ເສັ້ນທາງນີ້ມີບົດບາດສຳຄັນໃນການເຊື່ອມໂຍງເມືອງຫຼັກທາງເສດຖະກິດຂອງໄທແລະ ສປປ.ລາວ ລວມເຖິງຊຽງໃໝ່ແລະວຽງຈັນ ຊຶ່ງເປັນສູນກາງຂອງພາກເໜືອຂອງໄທແລະ ສປປ.ລາວ ນອກຈາກນີ້ ຖະໜົນສາຍນີ້ຍັງເຊື່ອມຕໍ່ກັບດ່ານພູດູ່ ຈັງຫວັດອຸຕະລະດິດ ຊຶ່ງໄດ້ຮັບການພັດທະນາເປັນດ່ານຖາວອນ.

 

ດ່ານຊາຍແດນ ພູດູ່ ຈັງຫວັດອຸຕະລະດິດ ເສັ້ນທາງລະບຽງເສດຖະກິດ ຊຽງໃໝ່-ວຽງຈັນ ເຊື່ອມສປປ.ລາວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ