site cover (50)
ສະຫະລັດຯ ຮຽກຄືນລົດ ເທສລາ "Cybertruck" ເພາະອາດຈະບໍ່ປອດໄພ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 21 March, 2025
ໝວດ: ຂ່າວ

ສະຫະລັດຯ ສັ່ງຮຽກຄືນລົດ “ໄຊເບີທຣັກ” ຂອງເທສລາຫຼາຍກວ່າ 46,000 ຄັນ ຫຼັງພົບຄວາມສ່ຽງທີ່ລາງເຫຼັກພາຍນອກອາດຫຼຸດລະຫວ່າງຂັບຂີ່ ຖືເປັນການຮຽກຄືນຄັ້ງທີ 8 ນັບຕັ້ງແຕ່ເລີ່ມສົ່ງມອບລົດໃຫ້ລູກຄ້າເມື່ອທ້າຍປີ 2023

 

ວັນນີ້ (21 ມີນາ 2025) ສຳນັກຂ່າວຕ່າງປະເທດ ລາຍງານວ່າ “ເທສລາ” ບໍລິສັດຜະລິດຍານພາຫະນະໄຟຟ້າຂອງມະຫາເສດຖີອີລອນ ມັສກ໌ ຮຽກຄືນລົດ “ໄຊເບີທຣັກ”

 

ບໍລິສັດລະບຸໃນເອກະສານທີ່ຍື່ນຕໍ່ອົງການບໍລິຫານຄວາມປອດໄພການຈະລາຈອນທາງຫຼວງແຫ່ງຊາດສະຫະລັດຯ ວ່າ:

 

ການຮຽກຄືນດັ່ງກ່າວຈະມີຜົນກັບລົດໄຊເບີທຣັກ ຫຼາຍກວ່າ 46,000 ຄັນທີ່ຜະລິດຕັ້ງແຕ່ເດືອນ ພະຈິກ 2023 ຈົນຮອດເດືອນ ກຸມພາ 2025 ຖືເປັນການຮຽກຄືນຄັ້ງທີ 8 ນັບຕັ້ງເດືອນ ມັງກອນ 2024 ແລະ ເປັນຄັ້ງໃຫຍ່ທີ່ສຸດ ຂະນະທີ່ນັກວິເຄາະປະເມີນວ່າ ອາດເປັນການຮຽກຄືນລົດຍົນຮຸ່ນນີ້ເກືອບທັງໝົດໃນສະຫະລັດຯ

 

 

ບໍລິສັດລະບຸວ່າ ເຫດຜົນໃນການຮຽກຄືນລົດຄັ້ງນີ້ ເນື່ອງຈາກພົບຄວາມສ່ຽງວ່າລາງເຫຼັກສ່ວນເທິງເໜືອກະຈົກຂ້າງທັງ 2 ເບື້ອງ ຊຶ່ງເປັນສະແຕນເລສ ຖືກຕິດຕັ້ງເຂົ້າກັບຕົວລົດດ້ວຍກາວ ເມື່ອປະເຊີນສະພາບແວດລ້ອມຕ່າງໆ ພາຍນອກ ອາດເສື່ອມ ແລະ ຫຼຸດອອກຈາກຕົວລົດ ຈົນສ່ຽງກໍ່ໃຫ້ເກີດອັນຕະລາຍ ແລະ ເພີ່ມໂອກາດໃນການເກີດອຸບັດຕິເຫດບົນທ້ອງຖະໜົນໄດ້

 

ທັງນີ້ ບໍລິສັດຈະດຳເນີນການປ່ຽນລາງເຫຼັກດັ່ງກ່າວ ດ້ວຍລາງທີ່ທົດສອບແລ້ວໄດ້ມາດຕະຖານດ້ານຄວາມທົນທານ ໂດຍບໍ່ມີຄ່າໃຊ້ຈ່າຍ ຊຶ່ງຄາດວ່າຈະເລີ່ມດຳເນີນການໄດ້ຕັ້ງແຕ່ວັນທີ 21 ມີນາ ນີ້ ນອກຈາກນີ້ບໍລິສັດຍັງລະບຸວ່າ ພົບການເຄມປະກັນປະມານ 150 ລາຍການທີ່ອາດກ່ຽວຂ້ອງກັບບັນຫານີ້ ແຕ່ຍັງບໍ່ໄດ້ຮັບລາຍງານການເກີດອຸບັດຕິເຫດ

 

 

ຄວາມເຄື່ອນໄຫວນີ້ເກີດຂຶ້ນຂະນະທີ່ຍອດຂາຍຂອງບໍລິສັດເທສລາຕົກຕ່ຳລົງ ທ່າມກາງກະແສຕໍ່ຕ້ານອີລອນ ມັສກ໌ ນັບຕັ້ງແຕ່ເຂົ້າມາມີບົດບາດດ້ານການຫຼຸດຄ່າໃຊ້ຈ່າຍໃນລັດຖະບານຂອງໂດນັລ ທຣຳ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 30 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,405
21,680
thailand (1)
THB
655.18
667.63
european-union
EUR
24,058
24,540
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-06-30T163402.094
ຈີນເຮັດແທ້! ພາວເວີແບັງ (Power Bank) ບໍ່ມີເຄື່ອງໝາຍ CCC ຫ້າມບໍ່ໃຫ້ເອົາຂຶ້ນຍົນ
_cover - 2025-06-30T160130.117
ທຣຳ ເປີດເຜີຍ "ມະຫາເສດຖີ" ກຽມຊື້ TikTok ໝັ້ນໃຈວ່າ "ສີ ຈິ້ນຜິງ" ຈະອະນຸຍາດໃຫ້ຂາຍ
pele - 2025-06-30T151136.759
ທູດລາວປະຈໍາມຽນມາ ເຂົ້າພົບປະເຮັດວຽກກັບປະທານສະມາຄົມມິດຕະພາບ ມຽນມາ-ລາວ ແລະ ລາວ-ມຽນມາ
_cover - 2025-06-30T145525.872
ນັກດັບເພີງຖືກມືປືນຊຸ່ມຍິງເສຍຊີວິດ ໃນຂະນະທີ່ກຳລັງດັບໄຟປ່າຢູ່ສະຫະລັດ
pele - 2025-06-30T143715.426
ເຄິ່ງປີ 2025 ທາງລົດໄຟລາວ-ຈີນ ບັນລຸການຂົນສົ່ງສິນຄ້າໄດ້ 3 ລ້ານໂຕນ
_cover - 2025-06-30T094233.858
ເຕືອນໄພ ລະວັງມິດສາຊີບ!!! ໄດ້ນຳໃຊ້ໂລໂກ້, ເບີໂທ ແລະ ຊື່ ຂອງ ລັດວິສາຫະກິດໄຟຟ້າລາວ ໄປສ້າງຄວາມບໍ່ສະຫງົບຕໍ່ສັງຄົມ
_cover - 2025-06-27T163817.732
ຈີນສະເໜີເງິນເດືອນໃຫ້ບຸກຄະລາກອນດ້ານ AI ສູງກວ່າຄ່າສະເລ່ຍຂອງເງິນເດືອນທົ່ວໄປ 3 ເທົ່າ
_cover - 2025-06-27T155418.931
ໜ້າເສົ້າໃຈ! ພົບສົບ ນັກທ່ອງທ່ຽວສາວບຣາຊິວ ປະສົບອຸບັດຕິເຫດຕົກພູເຂົາໄຟອິນໂດເນເຊຍ ເສຍຊີວິດແລ້ວ
_cover - 2025-06-27T105912.710
ແຈ້ງການມອດໄຟ ວັນທີ 29 ມິຖຸນາ 2025
_cover - 2025-06-27T115544.472
ກອງທັບຈີນເປີດຕົວ "ໂດຣນຍຸງ" ທີ່ມີຂະໜາດນ້ອຍ ເພື່ອພາລະກິດລັບທາງທະຫານ
ຢ່າລື່ມກົດຕິດຕາມ