site cov (34)
ລະນຶກເຖິງວັນຄ້າຍວັນເກີດ ທ່ານ ໜູຮັກ ພູມສະຫວັນ ຄົບຮອບ 111 ປີ.
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 9 April, 2025
ໝວດ: ຂ່າວ

ທ່ານ ໜູຮັກ ພູມສະຫວັນ ເກີດເມື່ອວັນທີ 9 ເມສາ ປີ 1914 ເປັນ ປະທານປະເທດແຫ່ງ ສປປ ລາວ ຜູ້ທີ 3,

 

ທ່ານ ໜູຮັກ ພູມສະຫວັນ ໄດ້ຮັບການເລືອກຕັ້ງເປັນກຳມະການສູນກາງພັກ ໃນກອງປະຊຸມໃຫຍ່ ຄັ້ງທີ I, ຄັ້ງທີ II, ຄັ້ງທີ III ,ຄັ້ງທີ IV ແລະ ຄັ້ງທີ V ຂອງພັກ ໃນປີ 1955, ປີ 1972, ປີ 1982, ປີ 1986 ແລະ ປີ 1991,

 

ໄດ້ຮັບການເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ 2 ເຖິງກອງປະຊຸມໃຫຍ່ ຄັ້ງທີ V, ໄດ້ຮັບການແຕ່ງຕັ້ງເປັນທີ່ປຶກສາ ຂອງຄະນະບໍລິຫານງານສູນກາງພັກ ໃນກອງປະຊຸມໃຫຍ່ ຄັ້ງທີ VI ແລະ ຄັ້ງທີ VII ຂອງພັກ ໃນປີ 1996 ແລະ ປີ 2001.

 

ທ່ານໜູຮັກ ເສຍຊີວິດໃນວັນທີ 9 ກັນຍາ 2008, ສະຫາຍເປັນຜູ້ນຳພັກ-ລັດ, ການນໍາປະຕິວັດ ລຸ້ນທໍາອິດ ຂອງການປະຕິວັດລາວ, ແມ່ນຜູ້ໜຶ່ງທີ່ເປັນແບບຢ່າງທີ່ດີໃນການ ເສຍສະຫຼະເພື່ອປະເທດຊາດ ໜຶ່ງໃນການສະແດງອອກຂອງເພິ່ນ ເຊັ່ນ

 

ຕົວຢ່າງ: ສູນກາງພັກຕົກລົງຢາກສ້າງເຮືອນຫຼັງໃຫຍ່ງາມໆໃຫ້ເພິ່ນ ແຕ່ລຸງຕອບວ່າ: “ຂອບໃຈທີ່ມີ ຄວາມຫວັງດີຕໍ່ເຮົາ, ເຮົາວ່າຢູ່ຄືແນວນີ້ກໍດີແລ້ວ ຄິດເຖິງສະໄໝທຳການຕໍ່ສູ້ກູ້ຊາດ ພວກເຮົາຍັງພາກັນນອນຢູ່ໃນປ່າດົງ, ນອນຢູ່ໃນຖໍ້າ ຫຼື ກ້ອງກົກໄມ້ໃຫຍ່ ທາກກັດ ຍຸງກິນ ຝົນຕົກຮໍ່າໃສ່ຫົວກໍຍັງຢູ່ໄດ້.

 

 

ຢູ່ຄືແນວນີ້ ແມ່ນດີຫຼາຍແລ້ວ ກໍາແພງວ່າມັນເອນງ່ຽງຈະລົ້ມກໍເອົາໄມ້ແຂງໆໄປຄໍ້າໄວ້ບໍ່ໃຫ້ມັນລົ້ມ ເອົາເງິນກ້ອນນັ້ນໄປຊ່ວຍເຫຼືອປະຊາຊົນທີ່ພວກເຂົາຍັງທຸກຍາກຢູ່ ຈະດີກວ່າ ເນີ….ເນີ…!

 

 

ຖ້າປູກໃຫ້ເຮົາໃໝ່ໃຫຍ່ງາມ ເຮົາຈະບໍ່ຢູ່ ເພາະຄິດອາຍປະຊາຊົນ ເນີ…! “

 

 

ທ່ານ ໜູຮັກ ພູມສະຫວັນ ຜູ້ເປັນແບບຢ່າງໃຫ້ແກ່ ລູກຫຼານ, ພໍ່ແມ່ປະຊາຊົນ ໃນການໃຊ້ຊີວິດທີ່ລຽບງ່າຍ, ປະຢັດມັດທະຍັດ, ໃຊ້ຊີວິດຕິດແທດກັບປະຊາຊົນ ລົງເຖິງກົກເຖິງຮາກຖານ ແລະ ມີລະບຽບວິໄນ.

 

ສົມຄຳລໍ້າລືທີ່ວ່າ ພໍ່ເຖົ້າແສງສະຫວ່າງ ເປັນຜູ້ນຳທີ່ນຳເອົາແສງສະຫວ່າງເຂົ້າປະຊາຊົນໃນທຸກຫົນແຫ່ງ.

 

 

ປະຊາຊົນຍັງເວົ້າໃຫ້ເພີ່ນວ່າ ພໍ່ເຖົ້າມີເສື້ອຜືນດຽວ ນຸ່ງມາແລ້ວກະຊັກພ້ອມ ມື້ອື່ນໄປປະຊຸມ ກະນຸ່ງຜືນນັ້ນຕໍ່.

 

ເນື່ອງໃນໂອກາດວັນເກີດຂອງ ທ່ານ ໜູຮັກ ພູມສະຫວັນ ຄົບຮອບ 111 ປີ ( 09 ເມສາ 1914 – 09 ເມສາ 2025 ) ເພື່ອລະລຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງ ທ່ານ ໜູຮັກ ພູມສະຫວັນ ທີ່ໄດ້ເສຍສະຫຼະອຸທິດຕົນເພື່ອປະເທດຊາດ ເພື່ອປະຊາຊົນໃນໄລຍະຜ່ານມາ.

 

ທ່ານສາມາດເຂົ້າໄປສຶກສາລະອຽດປະຫວັດການດຳລົງຊີວິດຂອງທ່ານໄດ້ທີ່ອະນຸສອນສະຖານຂອງທ່ານ ໜູຮັກ ພູມສະຫວັນຕັ້ງຢູ່ ບ້ານ ສະພານທອງເໜືອ, ເມືອງ ສີສັດຕະນາກ (ຮ່ອມ2), ນະຄອນຫຼວງ ວຽງຈັນ.

ເປີດເວລາ: 08:30-11:30-13:30-16:00.

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 30 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,405
21,680
thailand (1)
THB
655.18
667.63
european-union
EUR
24,058
24,540
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-01T091535.094
_cover - 2025-06-30T163402.094
ຈີນເຮັດແທ້! ພາວເວີແບັງ (Power Bank) ບໍ່ມີເຄື່ອງໝາຍ CCC ຫ້າມບໍ່ໃຫ້ເອົາຂຶ້ນຍົນ
_cover - 2025-06-30T160130.117
ທຣຳ ເປີດເຜີຍ "ມະຫາເສດຖີ" ກຽມຊື້ TikTok ໝັ້ນໃຈວ່າ "ສີ ຈິ້ນຜິງ" ຈະອະນຸຍາດໃຫ້ຂາຍ
pele - 2025-06-30T151136.759
ທູດລາວປະຈໍາມຽນມາ ເຂົ້າພົບປະເຮັດວຽກກັບປະທານສະມາຄົມມິດຕະພາບ ມຽນມາ-ລາວ ແລະ ລາວ-ມຽນມາ
_cover - 2025-06-30T145525.872
ນັກດັບເພີງຖືກມືປືນຊຸ່ມຍິງເສຍຊີວິດ ໃນຂະນະທີ່ກຳລັງດັບໄຟປ່າຢູ່ສະຫະລັດ
pele - 2025-06-30T143715.426
ເຄິ່ງປີ 2025 ທາງລົດໄຟລາວ-ຈີນ ບັນລຸການຂົນສົ່ງສິນຄ້າໄດ້ 3 ລ້ານໂຕນ
_cover - 2025-06-30T094233.858
ເຕືອນໄພ ລະວັງມິດສາຊີບ!!! ໄດ້ນຳໃຊ້ໂລໂກ້, ເບີໂທ ແລະ ຊື່ ຂອງ ລັດວິສາຫະກິດໄຟຟ້າລາວ ໄປສ້າງຄວາມບໍ່ສະຫງົບຕໍ່ສັງຄົມ
_cover - 2025-06-27T163817.732
ຈີນສະເໜີເງິນເດືອນໃຫ້ບຸກຄະລາກອນດ້ານ AI ສູງກວ່າຄ່າສະເລ່ຍຂອງເງິນເດືອນທົ່ວໄປ 3 ເທົ່າ
_cover - 2025-06-27T155418.931
ໜ້າເສົ້າໃຈ! ພົບສົບ ນັກທ່ອງທ່ຽວສາວບຣາຊິວ ປະສົບອຸບັດຕິເຫດຕົກພູເຂົາໄຟອິນໂດເນເຊຍ ເສຍຊີວິດແລ້ວ
_cover - 2025-06-27T105912.710
ແຈ້ງການມອດໄຟ ວັນທີ 29 ມິຖຸນາ 2025
ຢ່າລື່ມກົດຕິດຕາມ