VP LANDSCAPE COVER (57)
ແນະນຳສີປັດແກ້ມ ເລືອກສີແນວໃດໃຫ້ເຂົ້າກັບສີຜິວ
ຮຽບຮຽງໂດຍ:patthana
ເຜີຍແຜ່: 24 April, 2025

ເອົາໃຈສາວໆ ທີ່ກຳລັງປະສົບບັນຫາໃນການເລືອກສີບລັຊ, ຊື້ບລັຊອອນຕາມຣີວິວແຕ່ພໍປັດອອກມາແລ້ວສີບໍ່ຕົງປົກ, ເຮັດໃຫ້ໜ້າດຣອບ ບໍ່ເຂົ້າກັບເຮົາເລີຍ. ຈະບອກວ່າບັນຫາເຫຼົ່ານັ້ນເກີດຈາກການເລືອກສີບລັຊອອນທີ່ບໍ່ເຂົ້າກັບສີຜິວຂອງຕົວເອງນັ້ນເອງ. ສຳລັບສາວໆ ຄົນໃດທີ່ບໍ່ຢາກເຈັບໃຈໃນການເລືອກຊື້ເຄື່ອງສຳອາງແບບຜິດໆ ຕາມມາອ່ານໃນບົດຄວາມນີ້ໄດ້ເລີຍຄ່ະ. ຖ້າຢາກຮູ້ວ່າຈະຕ້ອງເລືອກບລັຊອອນໃຫ້ເຂົ້າກັບສີຜິວແນວໃດກໍຮີບຕາມມາເບິ່ງກັນເລີຍ.

ວິທີເລືອກບລັຊອອນ ໃຫ້ເຂົ້າກັບສີຜິວ

ບລັຊອອນທີ່ເໝາະກັບຄົນຜິວຂາວອົມຊົມພູ ເລີ່ມກັນທີ່ສີຜິວແລກ. ສຳລັບຄົນຜິວຂາວອົມຊົມພູ, ຄົນສີຜິວນີ້ເໝາະສຳລັບບລັຊອອນໂທນສີອ່ອນໆ ເພາະຫາກເລືອກສີເຂັ້ມໄປ, ລົງກັບຜິວທີ່ຂາວຢູ່ແລ້ວອາດຈະເຮັດໃຫ້ເບິ່ງຫຼອກຕາ. ຄວນເລືອກປັດບລັຊອອນໂທນອ່ອນໆ ນວນໆ ເຊັ່ນ: ສີຊົມພູອ່ອນ, ສົ້ມອ່ອນ ແລະ ພີຊອົມສົ້ມ ເພາະຈະເຮັດໃຫ້ໄດ້ລຸກທີ່ບໍ່ເບິ່ງແດງຈົນເກີນໄປ ແລະ ໃຫ້ຜິວເບິ່ງລະເລື່ອ ເປັນທຳມະຊາດ. ໂທນສີພວກນີ້ຈະລະມຸນໄປກັບຜິວ ເບິ່ງບໍ່ຫຼອກຕາ.

ບລັຊອອນທີ່ເໝາະກັບຄົນຜິວສອງສີ ສຳລັບສາວໆ ທີ່ມີສີຜິວໄປໃນໂທນຜິວສອງສີ ແນະນຳໃຫ້ເລືອກໂທນສີຕຸ່ນໆ ບໍ່ເຂັ້ມໄປຫຼືບໍ່ອ່ອນໄປ ເຊັ່ນ: ສົ້ມອົມນ້ຳຕານກໍກຳລັງດີ ໂທນສີຊົມພູອົມນ້ຳຕານ ຫຼື ສີສົ້ມອົມນ້ຳຕານ ເພາະຈະຊ່ວຍຂັບຜິວໃຫ້ເບິ່ງມີຊີວິດຊີວາເບິ່ງແພງ ແລະ ໃຫ້ໄດ້ລຸກທີ່ເປັນທຳມະຊາດທີ່ສຸດ.

ບລັຊອອນທີ່ເໝາະກັບຄົນຜິວແທນ ສຳລັບສາວຜິວແທນ ເປັນໂທນສີຜິວທີ່ເບິ່ງອົບອຸ່ນ, ສີບລັຊອອນທີ່ເໝາະສົມ ແລະ ເຮັດໃຫ້ໄດ້ລຸກເບິ່ງເປັນທຳມະຊາດຫຼາຍ ຈຶ່ງຄວນໃຊ້ບລັຊອອນໂທນຊົມພູກະປິ, ພີຊອົມນ້ຳຕານ ຫຼື ມ່ວງອົມເບີຣີ່ ຫຼື ສີນ້ຳຕານທອງ. ສີນ້ຳຕານຈະເຂົ້າກັນໄດ້ເປັນທຳມະຊາດກັບສີຜິວ ແລະ ສີປະກາຍທອງຈະຊ່ວຍໃຫ້ແກ້ມເບິ່ງເປັ່ງປັ່ງ ບໍ່ເວີມາກເຣິດຄ່ະ.

ບລັຊອອນທີ່ເໝາະກັບຄົນຜິວເຂັ້ມ ຄວນໃຊ້ບລັຊອອນໂທນສີຊົມພູເຂັ້ມ, ມ່ວງອົມຊົມພູ, ນ້ຳຕານອົມແດງ, ແດງອົມສົ້ມບົ່ມແດດ ເພື່ອໃຫ້ເບິ່ງມີສີສັນຫຼາຍຂຶ້ນ ຫຼື ເລືອກບລັຊອອນສີຈັດຈ້ານໄປເລີຍ. ແຖມຍັງເໝາະສຳລັບການປັດບລັຊອອນທີ່ປະສົມຊິມເມີສີທອງເພື່ອຈະເຮັດໃຫ້ຜິວອອກມາເບິ່ງໂກລວ໌ມີສຸຂະພາບດີສຸດໆ ໄປເລີຍຄ່າາາ.

ຕຳແໜ່ງການປັດບລັຊອອນເຮັດໃຫ້ຮູບໜ້າປ່ຽນຫຼາຍລຸກ ປັດແບບທີ 1: ປັດບໍລິເວນໜ້າແກ້ມຊ່ວຍໃຫ້ໃບໜ້າເບິ່ງອ່ອນໄວ ເບິ່ງເດັກລົງທັນຕາ. ປັດແບບທີ 2: ປັດບໍລິເວນໂຫນກແກ້ມດ້ານເທິງ ຊ່ວຍເນັ້ນໂຄງໜ້າໃຫ້ເດັ່ນຊັດຂຶ້ນ. ປັດແບບທີ 3: ປັດຕ່ຳກວ່າແກ້ມ ເນັ້ນຮູບໜ້າທີ່ຊັດ ເໝາະແກ່ສາວໆທີ່ໂຄງໜ້າໃຫຍ່ ຊ່ວຍຫຼຸດໃບໜ້າໃຫ້ເບິ່ງນ້ອຍລົງ. ປັດແບບທີ 4: ປັດໃກ້ກັບຄິ້ວ ຊ່ວຍໃຫ້ໜ້າເບິ່ງມີຊີວິດຊີວາ ປັດແລ້ວເບິ່ງບໍ່ແກ່ ໃບໜ້າເບິ່ງມີມິຕິ.

ແລະ ທັງໝົດນີ້ກໍເປັນທຣິກເລັກໆ ນ້ອຍໆ ທີ່ທາງເຮົານຳມາໃຫ້ສາວໆ ໄດ້ອ່ານກັນ. ສຳລັບໃຜທີ່ມີທຣິກ ຫຼື ວິທີເລືອກສີບລັຊແບບໃດຢາກມາແຊຣ໌ ກໍສາມາດຄອມເມັນໄວ້ດ້ານລຸ່ມໄດ້ເລີຍ ເພື່ອເປັນປະໂຫຍດກັບຄົນທີ່ເຂົ້າມາອ່ານ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 30 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,405
21,680
thailand (1)
THB
655.18
667.63
european-union
EUR
24,058
24,540
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-06-30T163402.094
ຈີນເຮັດແທ້! ພາວເວີແບັງ (Power Bank) ບໍ່ມີເຄື່ອງໝາຍ CCC ຫ້າມບໍ່ໃຫ້ເອົາຂຶ້ນຍົນ
_cover - 2025-06-30T160130.117
ທຣຳ ເປີດເຜີຍ "ມະຫາເສດຖີ" ກຽມຊື້ TikTok ໝັ້ນໃຈວ່າ "ສີ ຈິ້ນຜິງ" ຈະອະນຸຍາດໃຫ້ຂາຍ
pele - 2025-06-30T151136.759
ທູດລາວປະຈໍາມຽນມາ ເຂົ້າພົບປະເຮັດວຽກກັບປະທານສະມາຄົມມິດຕະພາບ ມຽນມາ-ລາວ ແລະ ລາວ-ມຽນມາ
_cover - 2025-06-30T145525.872
ນັກດັບເພີງຖືກມືປືນຊຸ່ມຍິງເສຍຊີວິດ ໃນຂະນະທີ່ກຳລັງດັບໄຟປ່າຢູ່ສະຫະລັດ
pele - 2025-06-30T143715.426
ເຄິ່ງປີ 2025 ທາງລົດໄຟລາວ-ຈີນ ບັນລຸການຂົນສົ່ງສິນຄ້າໄດ້ 3 ລ້ານໂຕນ
_cover - 2025-06-30T094233.858
ເຕືອນໄພ ລະວັງມິດສາຊີບ!!! ໄດ້ນຳໃຊ້ໂລໂກ້, ເບີໂທ ແລະ ຊື່ ຂອງ ລັດວິສາຫະກິດໄຟຟ້າລາວ ໄປສ້າງຄວາມບໍ່ສະຫງົບຕໍ່ສັງຄົມ
_cover - 2025-06-27T163817.732
ຈີນສະເໜີເງິນເດືອນໃຫ້ບຸກຄະລາກອນດ້ານ AI ສູງກວ່າຄ່າສະເລ່ຍຂອງເງິນເດືອນທົ່ວໄປ 3 ເທົ່າ
_cover - 2025-06-27T155418.931
ໜ້າເສົ້າໃຈ! ພົບສົບ ນັກທ່ອງທ່ຽວສາວບຣາຊິວ ປະສົບອຸບັດຕິເຫດຕົກພູເຂົາໄຟອິນໂດເນເຊຍ ເສຍຊີວິດແລ້ວ
_cover - 2025-06-27T105912.710
ແຈ້ງການມອດໄຟ ວັນທີ 29 ມິຖຸນາ 2025
_cover - 2025-06-27T115544.472
ກອງທັບຈີນເປີດຕົວ "ໂດຣນຍຸງ" ທີ່ມີຂະໜາດນ້ອຍ ເພື່ອພາລະກິດລັບທາງທະຫານ
ຢ່າລື່ມກົດຕິດຕາມ