VP LANDSCAPE COVER (65)
ຢູເຄຣນອາດຕ້ອງໄດ້ຍອມເສຍດິນແດນເພື່ອສັນຕິພາບ
ຮຽບຮຽງໂດຍ:patthana
ເຜີຍແຜ່: 25 April, 2025
ໝວດ: ຂ່າວ

ນາຍົກເທດສະບານກິຍິບອາດຕ້ອງໄດ້ຍອມເສຍດິນແດນເພື່ອສັນຕິພາບ – ນາຍົກເທດສະບານກິຍິບ ຄລິດຊະໂກ

ນາຍົກເທດສະບານກິຍິບ, ວິຕາລີ ຄລິດຊະໂກ, ຢູເຄຣນອາດຈະຕ້ອງຍອມເສຍດິນແດນບາງສ່ວນເພື່ອຂໍ້ຕົກລົງສັນຕິພາບກັບຣັດເຊຍ, ທ່າມກາງແຮງກົດດັນທີ່ເພີ່ມຂຶ້ນຈາກປະທານາທິບໍດີ ໂດນັລ ທຣຳ ທີ່ຈະຍອມຮັບການຍອມເສຍດິນແດນ.

“ໜຶ່ງໃນສະຖານະການຄື… ການຍອມເສຍດິນແດນ. ມັນບໍ່ຍຸຕິທຳ. ແຕ່ເພື່ອສັນຕິພາບ, ສັນຕິພາບຊົ່ວຄາວ, ອາດຈະເປັນທາງອອກຊົ່ວຄາວໄດ້,” ລາວກ່າວ.

ແຕ່ອະດີດແຊມປ໌ມວຍທີ່ຜັນຕົວມາເປັນນັກການເມືອງອາຍຸ 53 ປີ ເນັ້ນວ່າ ປະຊາຊົນຢູເຄຣນຈະ “ບໍ່ມີວັນຍອມຮັບການຍຶດຄອງ” ໂດຍຣັດເຊຍ.

ລາວເວົ້າພາຍຫຼັງຈາກການໂຈມຕີດ້ວຍຂີປະນາວຸດ ແລະ ໂດຣນຂອງຣັດເຊຍຕໍ່ກິຍິບໄດ້ເຮັດໃຫ້ມີຜູ້ເສຍຊີວິດ 12 ຄົນ ແລະ ບາດເຈັບຫຼາຍກວ່າ 80 ຄົນ.

ມັນເປັນການໂຈມຕີທີ່ຮຸນແຮງທີ່ສຸດຄັ້ງໜຶ່ງຂອງຣັດເຊຍຕໍ່ເມືອງຫຼວງຢູເຄຣນໃນຫຼາຍເດືອນ.

ປະທານາທິບໍດີຣັດເຊຍ ວລາດິເມຍ ປູຕິນ ໄດ້ເລີ່ມການຮຸກຮານຢ່າງເຕັມຮູບແບບຕໍ່ຢູເຄຣນໃນປີ 2022, ແລະ ມົສກູຄວບຄຸມດິນແດນຢູເຄຣນປະມານ 20% ໃນປັດຈຸບັນ.

ຄລິດຊະໂກ ປັດຈຸບັນເປັນໜຶ່ງໃນນັກການເມືອງຢູເຄຣນລະດັບສູງທີ່ສຸດທີ່ຊີ້ໃຫ້ເຫັນຢ່າງເປີດເຜີຍວ່າ ປະເທດຂອງລາວອາດຈະຕ້ອງຍອມເສຍດິນແດນ, ເຖິງແມ່ນວ່າຈະເປັນການຊົ່ວຄາວກໍຕາມ.

ນາຍົກເທດສະບານກິຍິບ ແລະ ປະທານາທິບໍດີເຊເລນສະກີ ເປັນຄູ່ແຂ່ງທາງການເມືອງ. ນາຍົກເທດສະບານໄດ້ກ່າວຫາປະທານາທິບໍດີ ແລະ ທີມງານຂອງລາວຫຼາຍຄັ້ງວ່າພະຍາຍາມທຳລາຍອຳນາດຂອງລາວ.

ໃນການໃຫ້ສຳພາດກັບລາຍການ Today BC Rຂອງ Badio 4 ຈາກຫ້ອງການຂອງລາວໃນໃຈກາງກິຍິບໃນວັນພະຫັດ, ຄລິດຊະໂກ ໄດ້ກ່າວວ່າລາວ “ຮັບຜິດຊອບຕໍ່ເມືອງຫຼວງຂອງຢູເຄຣນ”, ໂດຍອະທິບາຍວ່າມັນເປັນ “ຫົວໃຈ” ຂອງປະເທດທີ່ຖືກທຳລາຍຈາກສົງຄາມ.

ລາວກ່າວວ່າ ປະທານາທິບໍດີໂວໂລດິເມຍ ເຊເລນສະກີ ອາດຈຳເປັນຕ້ອງຕັດສິນໃຈເອົາ “ທາງອອກທີ່ເຈັບປວດ” ເພື່ອບັນລຸສັນຕິພາບ.

ເມື່ອຖາມວ່າປະທານາທິບໍດີເຊເລນສະກີ ໄດ້ປຶກສາລາຍລະອຽດຂອງຂໍ້ຕົກລົງທີ່ອາດເປັນໄປໄດ້ກັບລາວຫຼືບໍ່, ຄລິດຊະໂກຕອບຢ່າງຕົງໄປຕົງມາວ່າ: “ບໍ່.”

“ປະທານາທິບໍດີເຊເລນສະກີເຮັດດ້ວຍຕົນເອງ. ມັນບໍ່ແມ່ນໜ້າທີ່ຂອງຂ້ອຍ,” ລາວກ່າວຕື່ມ.

ອ້າງອີງເຖິງການຂັດແຍ້ງຢ່າງເປີດເຜີຍລະຫວ່າງເຊເລນສະກີ ແລະ ທຣຳ ທີ່ທຳນຽບຂາວໃນເດືອນກຸມພາ, ນາຍົກເທດສະບານແນະນຳວ່າບັນຫາສຳຄັນລະຫວ່າງນັກການເມືອງລະດັບສູງຄວນຈະໄດ້ຮັບການປຶກສາຫາລື “ໂດຍບໍ່ມີກ້ອງວິດີໂອ”.

ໃນຕົ້ນອາທິດນີ້, ທຣຳໄດ້ກ່າວຫາເຊເລນສະກີວ່າເປັນອັນຕະລາຍຕໍ່ການເຈລະຈາສັນຕິພາບ, ຫຼັງຈາກທີ່ຜູ້ນຳຊາວຢູເຄຣນໄດ້ປະຕິເສດການຮັບຮູ້ການຄວບຄຸມຂອງຣັດເຊຍຕໍ່ແຫຼມໄຄຣເມຍອີກຄັ້ງ, ແຫຼມທາງພາກໃຕ້ຂອງຢູເຄຣນທີ່ຖືກຍຶດໂດຍມົສກູຢ່າງຜິດກົດໝາຍໃນປີ 2014.

ທຣຳກ່າວວ່າໄຄຣເມຍ “ເສຍໄປແລ້ວຫຼາຍປີກ່ອນ” ແລະ ປັດຈຸບັນ “ບໍ່ແມ່ນຈຸດຂອງການສົນທະນາ”.

ແຕ່ເຊເລນສະກີຊີ້ໃຫ້ເຫັນເຖິງ “ປະກາດການໄຄຣເມຍ” ປີ 2018 ໂດຍລັດຖະມົນຕີການຕ່າງປະເທດໃນຂະນະນັ້ນຂອງທຣຳ ມາຍ ພອມພີໂອ ທີ່ກ່າວວ່າສະຫະລັດ “ປະຕິເສດການພະຍາຍາມຜະໜວກໄຄຣເມຍໂດຍຣັດເຊຍ”.

ຢູເຄຣນ ແລະ ພັນທະມິດຢູໂຣບຂອງຕົນໄດ້ສະແດງຄວາມເປັນຫ່ວງໃນຊ່ວງບໍ່ເທົ່າໃດອາທິດທີ່ຜ່ານມາກ່ຽວກັບສິ່ງທີ່ຫຼາຍຄົນໃນທະວີບເຫັນວ່າເປັນການສ້າງຄວາມສຳພັນທີ່ອົບອຸ່ນຂຶ້ນຂອງທຣຳກັບຣັດເຊຍຂອງວລາດິເມຍ ປູຕິນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 30 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,405
21,680
thailand (1)
THB
655.18
667.63
european-union
EUR
24,058
24,540
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-06-30T163402.094
ຈີນເຮັດແທ້! ພາວເວີແບັງ (Power Bank) ບໍ່ມີເຄື່ອງໝາຍ CCC ຫ້າມບໍ່ໃຫ້ເອົາຂຶ້ນຍົນ
_cover - 2025-06-30T160130.117
ທຣຳ ເປີດເຜີຍ "ມະຫາເສດຖີ" ກຽມຊື້ TikTok ໝັ້ນໃຈວ່າ "ສີ ຈິ້ນຜິງ" ຈະອະນຸຍາດໃຫ້ຂາຍ
pele - 2025-06-30T151136.759
ທູດລາວປະຈໍາມຽນມາ ເຂົ້າພົບປະເຮັດວຽກກັບປະທານສະມາຄົມມິດຕະພາບ ມຽນມາ-ລາວ ແລະ ລາວ-ມຽນມາ
_cover - 2025-06-30T145525.872
ນັກດັບເພີງຖືກມືປືນຊຸ່ມຍິງເສຍຊີວິດ ໃນຂະນະທີ່ກຳລັງດັບໄຟປ່າຢູ່ສະຫະລັດ
pele - 2025-06-30T143715.426
ເຄິ່ງປີ 2025 ທາງລົດໄຟລາວ-ຈີນ ບັນລຸການຂົນສົ່ງສິນຄ້າໄດ້ 3 ລ້ານໂຕນ
_cover - 2025-06-30T094233.858
ເຕືອນໄພ ລະວັງມິດສາຊີບ!!! ໄດ້ນຳໃຊ້ໂລໂກ້, ເບີໂທ ແລະ ຊື່ ຂອງ ລັດວິສາຫະກິດໄຟຟ້າລາວ ໄປສ້າງຄວາມບໍ່ສະຫງົບຕໍ່ສັງຄົມ
_cover - 2025-06-27T163817.732
ຈີນສະເໜີເງິນເດືອນໃຫ້ບຸກຄະລາກອນດ້ານ AI ສູງກວ່າຄ່າສະເລ່ຍຂອງເງິນເດືອນທົ່ວໄປ 3 ເທົ່າ
_cover - 2025-06-27T155418.931
ໜ້າເສົ້າໃຈ! ພົບສົບ ນັກທ່ອງທ່ຽວສາວບຣາຊິວ ປະສົບອຸບັດຕິເຫດຕົກພູເຂົາໄຟອິນໂດເນເຊຍ ເສຍຊີວິດແລ້ວ
_cover - 2025-06-27T105912.710
ແຈ້ງການມອດໄຟ ວັນທີ 29 ມິຖຸນາ 2025
_cover - 2025-06-27T115544.472
ກອງທັບຈີນເປີດຕົວ "ໂດຣນຍຸງ" ທີ່ມີຂະໜາດນ້ອຍ ເພື່ອພາລະກິດລັບທາງທະຫານ
ຢ່າລື່ມກົດຕິດຕາມ