site-cover (62)
ຝຸ່ນດວງຈັນ "ຫາຍາກກວ່າຄຳ" ເດີນທາງຈາກຈີນມາເຖິງອັງກິດແລ້ວ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 9 May, 2025
ໝວດ: ຂ່າວ

ຕົວຢ່າງຝຸ່ນຈາກດວງຈັນຊຸດທຳອິດທີ່ຖືກນຳກັບມາຍັງໂລກໃນຮອບເກືອບ 50 ປີ ໄດ້ມາເຖິງສະຫະລາຊະອານາຈັກແລ້ວ ໂດຍເປັນການຢືມມາຈາກຈີນ

 

ຕົວຢ່າງຝຸ່ນຈາກດວງຈັນຊຸດທຳອິດທີ່ຖືກນຳກັບມາຍັງໂລກໃນຮອບເກືອບ 50 ປີ ໄດ້ມາເຖິງສະຫະລາຊະອານາຈັກແລ້ວ ໂດຍເປັນການຢືມມາຈາກຈີນ ແລະ ຖືກເກັບຢູ່ໃນຕູ້ເຊຟໃນສະຖານທີ່ຮັກສາຄວາມປອດໄພສູງໃນຍ່ານມິລຕັນຄີນສ໌ ຫຼັງຈາກສາດສະດາຈານມະເຫສ ອານັນທ໌ ເປັນນັກວິທະຍາສາດພຽງຄົນດຽວໃນສະຫະລາຊະອານາຈັກທີ່ໄດ້ຮັບອະນຸຍາດໃຫ້ຢືມສິ່ງຫາຍາກຢ່າງຍິ່ງນີ້ ຊຶ່ງເພິ່ນບັນລະຍາຍວ່າ “ມີຄ່າຍິ່ງກວ່າຜົງຄຳ”.

 

ເພິ່ນກ່າວວ່າ “ບໍ່ມີໃຜໃນໂລກນີ້ສາມາດເຂົ້າເຖິງຕົວຢ່າງຝຸ່ນດວງຈັນຈາກຈີນໄດ້ ດັ່ງນັ້ນນີ້ຈຶ່ງເປັນກຽດຢ່າງຍິ່ງແລະເປັນເອກະສິດອັນຍິ່ງໃຫຍ່.” ຫຼັງຈາກບົດແລະຍິງຜົງດ້ວຍເລເຊີ ທີມຂອງ ສດສ.ອານັນທ໌ຫວັງວ່າຈະສາມາດຕອບຄຳຖາມພື້ນຖານກ່ຽວກັບວິທີການກໍ່ຕົວຂອງດວງຈັນແລະຊ່ວງປີທຳອິດໆ ຂອງໂລກໄດ້.

 

ຜົງຝຸ່ນເຫຼົ່ານີ້ອາດເປັນຫຼັກຖານທີ່ສະໜັບສະໜູນທິດສະດີຂອງນັກວິທະຍາສາດທີ່ວ່າດວງຈັນຖືກສ້າງຂຶ້ນຈາກເສດຊາກທີ່ກະເດັນອອກມາເມື່ອໂລກຊົນກັບດາວເຄາະຂະໜາດເທົ່າດາວອັງຄານເມື່ອ 4,500 ລ້ານປີກ່ອນ.

 

ຈີນໄດ້ເກັບຕົວຢ່າງຫີນຈາກພາລະກິດອະວະກາດຊາງເອ໋ອ 5 ໃນປີ 2020 ເມື່ອລົງຈອດບົນພື້ນທີ່ພູເຂົາໄຟທີ່ຮຽກວ່າມອນສ໌ ຣຶມເກີ. ແຂນກົນເຈາະລົງໄປໃນດິນເພື່ອເກັບຕົວຢ່າງ 2 ກິໂລກຣາມ ຊຶ່ງນຳກັບມາຍັງໂລກໃນແຄບຊູນທີ່ລົງຈອດໃນເຂດປົກຄອງຕົນເອງມອງໂກເລຍໃນຂອງຈີນ.

 

ນັບເປັນການເກັບຕົວຢ່າງຈາກດວງຈັນຄັ້ງທຳອິດທີ່ປະສົບຄວາມສຳເລັດ ນັບຕັ້ງແຕ່ພາລະກິດຂອງສະຫະພາບໂຊວຽດໃນປີ 1976 ແລະ ເຮັດໃຫ້ຈີນກ້າວຂຶ້ນເປັນຜູ້ນຳໃນການແຂ່ງຂັນອະວະກາດຄັ້ງໃໝ່.

 

ປັດຈຸບັນ ຈີນໄດ້ມອບຕົວຢ່າງໃຫ້ກັບນັກຄົ້ນຄວ້າຈາກຕ່າງປະເທດ 7 ລາຍເປັນຄັ້ງທຳອິດເພື່ອເຮັດການຄົ້ນພົບສິ່ງໃໝ່ໆ ຕາມທຳນຽມດ້ານຄວາມຮ່ວມມືລະຫວ່າງນັກວິທະຍາສາດດ້ານອະວະກາດທີ່ມີມາຢ່າງຍາວນານ.

 

ຂວດທົດລອງຂະໜາດນ້ອຍເຫຼົ່ານີ້ຖືກສົ່ງມອບໃຫ້ກັບສາດສະດາຈານອານັນທ໌ໃນພິທີທີ່ກຸງປັກກິ່ງເມື່ອອາທິດທີ່ແລ້ວ ໂດຍເພິ່ນໄດ້ພົບປະກັບນັກວິທະຍາສາດຈາກລັດເຊຍ, ຍີ່ປຸ່ນ, ປາກີສຖານ ແລະ ຢູໂຣບ ແລະ ເດີນທາງກັບສະຫະລາຊະອານາຈັກ ໂດຍບັນຈຸສິ່ງຂອງລ້ຳຄ່າໃນກະເປົາຖືຂອງເພິ່ນ.

 

ທີ່ຫ້ອງແລັບຂອງເພິ່ນທີ່ມະຫາວິທະຍາໄລເປີດໃນມິລຕັນຄີນສ໌ ທຸກຄົນຈະຕ້ອງເຮັດຄວາມສະອາດເກີບ ແລະ ສວມຖົງມືພລາສຕິກ, ຊຸດຄຸມ, ຕາໜ່າງຄຸມຜົມ ແລະ ໝວກຄຸມຫົວ.

 

ສະພາບແວດລ້ອມພາຍໃນຫ້ອງທີ່ມີຄວາມປອດໄພສູງນີ້ຈະຕ້ອງສະອາດຢ່າງແທ້ຈິງ ເພື່ອປ້ອງກັນການປົນເປື້ອນ ເພາະຫາກວັດສະດຸຈາກໂລກປະສົມກັບສິ່ງແປກປອມຈາກນອກໂລກເຫຼົ່ານີ້ ອາດທຳລາຍການວິເຄາະທີ່ທີມຂອງສາດສະດາຈານອານັນທ໌ຈະເຮັດໄດ້ຢ່າງຖາວອນ.

 

ໃນຫ້ອງທົດລອງແຫ່ງໜຶ່ງ ເຕັມໄປດ້ວຍເຄື່ອງຈັກທີ່ມີເຄືອຂ່າຍສັບຊ້ອນຂອງທໍ່, ວາວ ແລະ ສາຍໄຟຈຳນວນນັບບໍ່ຖ້ວນ ລວມເຖິງກະບອກສູບຂະໜາດນ້ອຍທີ່ສາມາດໃຫ້ຄວາມຮ້ອນກັບຝຸ່ນຜົງໄດ້ຈົນເຖິງອຸນຫະພູມ 1,400 ອົງສາເຊລເຊຍສ ຊຶ່ງຈະຊ່ວຍໃຫ້ພວກເຂົາສະກັດຄາບອນ, ໄນໂຕຣເຈນ ແລະ ກ໊າດໂນເບລໄດ້ ຊຶ່ງເປັນໜຶ່ງໃນເຫດຜົນທີ່ສາດສະດາຈານອານັນທ໌ເຊື່ອວ່າເປັນສາເຫດທີ່ເຮັດໃຫ້ຫ້ອງປະຕິບັດການຂອງເພິ່ນໄດ້ຮັບເລືອກໃຫ້ຮັບຕົວຢ່າງຫາຍາກນີ້.

 

ທີມງານມີເວລາໜຶ່ງປີໃນການເຮັດການຄົ້ນຄວ້າໃຫ້ສຳເລັດ. ເມື່ອເຖິງຕອນຈົບ ການຄົ້ນຫາຄຳຕອບຂອງພວກເຂົາອາດຈົບລົງດ້ວຍການທຳລາຍຕົວຢ່າງເຫຼົ່ານີ້.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 1 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
657.10
669.58
european-union
EUR
24,148
24,630
china
CNY
2,904
2,962
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-01T091535.094
ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ປິດລົງດ້ວຍຜົນສໍາເລັດເປັນຢ່າງດີ
_cover - 2025-06-30T163402.094
ຈີນເຮັດແທ້! ພາວເວີແບັງ (Power Bank) ບໍ່ມີເຄື່ອງໝາຍ CCC ຫ້າມບໍ່ໃຫ້ເອົາຂຶ້ນຍົນ
_cover - 2025-06-30T160130.117
ທຣຳ ເປີດເຜີຍ "ມະຫາເສດຖີ" ກຽມຊື້ TikTok ໝັ້ນໃຈວ່າ "ສີ ຈິ້ນຜິງ" ຈະອະນຸຍາດໃຫ້ຂາຍ
pele - 2025-06-30T151136.759
ທູດລາວປະຈໍາມຽນມາ ເຂົ້າພົບປະເຮັດວຽກກັບປະທານສະມາຄົມມິດຕະພາບ ມຽນມາ-ລາວ ແລະ ລາວ-ມຽນມາ
_cover - 2025-06-30T145525.872
ນັກດັບເພີງຖືກມືປືນຊຸ່ມຍິງເສຍຊີວິດ ໃນຂະນະທີ່ກຳລັງດັບໄຟປ່າຢູ່ສະຫະລັດ
pele - 2025-06-30T143715.426
ເຄິ່ງປີ 2025 ທາງລົດໄຟລາວ-ຈີນ ບັນລຸການຂົນສົ່ງສິນຄ້າໄດ້ 3 ລ້ານໂຕນ
_cover - 2025-06-30T094233.858
ເຕືອນໄພ ລະວັງມິດສາຊີບ!!! ໄດ້ນຳໃຊ້ໂລໂກ້, ເບີໂທ ແລະ ຊື່ ຂອງ ລັດວິສາຫະກິດໄຟຟ້າລາວ ໄປສ້າງຄວາມບໍ່ສະຫງົບຕໍ່ສັງຄົມ
_cover - 2025-06-27T163817.732
ຈີນສະເໜີເງິນເດືອນໃຫ້ບຸກຄະລາກອນດ້ານ AI ສູງກວ່າຄ່າສະເລ່ຍຂອງເງິນເດືອນທົ່ວໄປ 3 ເທົ່າ
_cover - 2025-06-27T155418.931
ໜ້າເສົ້າໃຈ! ພົບສົບ ນັກທ່ອງທ່ຽວສາວບຣາຊິວ ປະສົບອຸບັດຕິເຫດຕົກພູເຂົາໄຟອິນໂດເນເຊຍ ເສຍຊີວິດແລ້ວ
_cover - 2025-06-27T105912.710
ແຈ້ງການມອດໄຟ ວັນທີ 29 ມິຖຸນາ 2025
ຢ່າລື່ມກົດຕິດຕາມ