ດວງ-Tou-Vientianepost (81)
ຮອງປະທານປະເທດ ຕ້ອນຮັບທູດອັງກິດ ອຳລາ
ຮຽບຮຽງໂດຍ:Staff
ເຜີຍແຜ່: 31 May, 2023
ໝວດ: ຂ່າວ

ຂປລ. ໃນວັນທີ 30 ພຶດສະພາ 2023 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ຈອນ ເພຍຊັນ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກອັງກິດ ປະຈຳ ສປປ ລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ.

ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດ ໃນການປະຕິບັດໜ້າທີ່ການທູດຂອງ ທ່ານ ຈອນ ເພຍຊັນ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນການທູດ ກໍຄື ສົ່ງເສີມການຮ່ວມມືທາງດ້ານຕ່າງໆ ລະຫວ່າງ ລັດຖະບານ ກໍຄື ປະຊາຊົນສອງປະເທດ ລາວ-ອັງກິດ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.

ພ້ອມນີ້, ທ່ານຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີໃໝ່ ອັນມີກຽດຂອງທ່ານ.

ໃນໂອກາດດຽວກັນ, ທ່ານ ຈອນ ເພຍຊັນ ກໍໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານນາງ ປານີ ຢາທໍ່ຕູ້ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ບັນດາການນຳພັກ, ລັດຂອງ ສປປ ລາວ, ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການຊ່ວຍເຫລືອ, ສະໜັບສະໜູນ ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫລອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນຈົນ ໄດ້ຮັບຜົນສຳເລັດຢ່າງຈົບງາມ.

ຂ່າວ: ທະນູທອງ
ພາບ: ເກດສະໜາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ