2
ສສ ຫວຽດນາມ ນອນໃນກຸ່ມແຖວໜ້າອາຊີ ກ່ຽວກັບການລົງທຶນພື້ນຖານໂຄງລ່າງ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 19 April, 2024
ໝວດ: ຂ່າວ

ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ໃນຂອບເຂດ “ສັບປະດາ ຍືນຍົງ” ລະຫວ່າງ 15 – 19 ເມສານີ້ ຢູ່ນິວຢອກ ຂອງ ສ.ອາເມລິກາ, ສະມັດຊາໃຫຍ່ ສປຊ ໄດ້ຈັດວາລະປຶກສາຫາລື ຂັ້ນສູງກ່ຽວກັບ ການຊຸກຍູ້ ການພັດທະນາ ແບບຍືນຍົງ ຜ່ານການເຊື່ອມຕໍ່ ພື້ນຖານໂຄງລ່າງ. ໃນໂອກາດນີ້ ທ່ານ ດັັ້ງຮ່ວາງຢາງ, ເອກອັກ ຄະລັດຖະທູດ, ຫົວໜ້າຄະນະ ຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ: ການຊຸກຍູ້ ການເຊື່ອມຕໍ່ ລະຫວ່າງ ບັນດາປະເທດ ແມ່ນມີຄວາມຈຳເປັນ ເພື່ອພັດທະນາ ເສດຖະກິດ, ສ້າງວຽກເຮັດງານທຳ, ຮັບປະກັນປະສິດທິຜົນ ຂອງລະບົບສະໜອງ ແລະ ເພີ່ມທະວີ ຄວາມຍືນຍົງ.

ການສ້າງລະບົບພື້ນຖານ ໂຄງລ່າງ ທັນສະໄໝ ແລະ ຄົບຊຸດແມ່ນໜຶ່ງ ໃນ ສາມບຸກທະລຸ ຍຸດທະສາດຂອງ ລັດຖະບານ ຫວຽດນາມ ເພື່ອພັດທະນາ ແບບຍືນຍົງ. ສສ ຫວຽດນາມ ແມ່ນໜຶ່ງ ໃນບັນດາປະເທດ ແຖວໜ້າ ອາຊີ ກ່ຽວກັບການລົງທຶນ ໃຫ້ແກ່ ພື້ນຖານໂຄງລ່າງ, ຫວຽດນາມ ໄດ້ສະຫງວນ 5,7% ຍອດຜະລິດຕະພັນພາຍໃນປະເທດ (GDP) ໃຫ້ແກ່ບັນດາໂຄງການໃນຂົງເຂດນີ້. ພ້ອມກັນນັ້ນ,ສສ ຫວຽດນາມ ກໍ່ສືບຕໍ່ ພັດທະນາ ການເຊື່ອມຕໍ່ພື້ນຖານໂຄງລ່າງ ກັບບັນດາປະເທດ ບ້ານໃກ້ເຮືອນຄຽງ, ໃນນັ້ນມີລາວ, ຜ່ານນັ້ນກໍ່ຊຸກຍູ້ ການເຊື່ອມ ຕໍ່ພາກພື້ນ ແລະ ລະຫວ່າງ ພາກພື້ນ.

ລັດຖະບານ ຫວຽດນາມ ສືບຕໍ່ໃຫ້ບຸລິມະສິດພັດທະນາພື້ນຖານໂຄງລ່າງແບບຍືນຍົງຜ່ານການລົງທຶນ ເຂົ້າຂົງເຂດພະລັງງານທົດແທນ, ລະບົບຄົມມະນາຄົມສີຂຽວ, ກໍ່ຄືການສົ່ງເສີມການຜະລິດ ແລະ ນຳໃຊ້ບັນດາພາຫະນະສາທາລະນະ ແລ່ນດ້ວຍໄຟຟ້າ.

KPL

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 17 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,417
21,692
thailand (1)
THB
659.53
669.69
european-union
EUR
23,934
24,413
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-17T104559.345
ງານລ້ຽງສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຟີລິບປິນ ຄົບຮອບ 70 ປີ ແລະ ວັນຊາດ ຟີລິບປິນ ຄົບຮອບ 127 ປີ ທີ່ ນະຄອນຫຼວງວຽງຈັນ
_cover - 2025-07-17T105822.123
ທຣຳກົດດັນຈີນຈະ"ປະຫານຊີວິດ" ຜູ້ຜະລິດສານເຟັນທານິລ ເພື່ອເປັນການລົງໂທດຈີນໃນການສົ່ງຢາໂຕນີ້ເຂົ້າມາໃນປະເທດ
_cover - 2025-07-17T103120.864
ເກົາຫຼີໃຕ້ "ແຈກເງິນປະຊາຊົນ" 150,000 ວອນ ກະຕຸ້ນເສດຖະກິດ ແຈກແນວໃດ? ຄົນຕ່າງປະເທດກໍມີສິດໄດ້ຮັບເງິນນຳ
site cover1 (53)
Nvidia ແລະ AMD ກະກຽມກັບຄືນມາສົ່ງຊິບ AI ໄປຈີນອີກຄັ້ງ
pele - 2025-07-17T094853.382
ສາທາລະນະສຸກເມືອງຕະໂອ້ຍ ກວດພົບສິນຄ້າໝົດອາຍຸ ແລະ ເສື່ອມຄຸນະພາບ 866 ລາຍການ
_cover - 2025-07-17T094542.789
ເງິນເຟີ້ສະຫະລັດເພີ່ມຂຶ້ນສູງຮັບພາສີທຣຳ ເພີ່ມໂອກາດໃຫ້ທະນາຄານກາງສະຫະລັດ (ເຟດ) ຍັງຄົງອັດຕາດອກເບ້ຍໃນລະດັບສູງ
site cover1 - 1
ທີມຊາດລາວ ສະເໝີກັບ​ ທີມຊາດກຳປູເຈຍ 1-1 ໃນການແຂ່ງຂັນ​ກິລາ​ບານເຕະ​ຊາຍ​ ຮຸ່ນ​ອາຍຸ​ບໍ່ເກີນ​ 23​ ປີ​ ຊິງ​ແຊ້ມ​ອາຊຽນ​ 2025​ ທີ່ອິນໂດເນເຊຍ.
_cover - 2025-07-16T161824.806
ຮື້ປ້າຍທີ່ບໍ່ຖືກລະບຽບ ແລະ ມ້າງເທີບເງີບ ທີ່ກວມທາງສາທາລະນະ ເຂດຖະໜົນອາຊຽນ ເສັ້ນທາງ T2 ບ້ານອຸບມຸງ, ເມືອງສີໂຄດຕະບອງ
_cover - 2025-07-16T152852.893
ລັດຖະມົນຕີປະເທດຄິວບາລາອອກ ຫຼັງກ່າວວ່າປະເທດບໍ່ມີຂໍທານ ເພາະຄົນທີ່ຄົ້ນຂີ້ເຫຍື້ອກໍ່ເຮັດເຊັ່ນນັ້ນເພາະເລືອກທີ່ຈະຫາ "ເງິນງ່າຍໆ"
_cover - 2025-07-16T144745.125
ຈີນເປີດໂຕລົດໄຟຄວາມໄວສູງ "Maglev" ຄວາມໄວ 600 ກິໂລແມັດຕໍ່ຊົ່ວໂມງ ອາດຈະເປັນລົດໄຟທີ່ໄວທີ່ສຸດໃນໂລກ
ຢ່າລື່ມກົດຕິດຕາມ