AWS DMS Serverless ເພີ່ມຄຸນສົມບັດ Storage Scaling ປັບຄວາມຈຸເກັບຂໍ້ມູນໄດ້ອັດຕະໂນມັດ

AWS DMS Serverless ເພີ່ມຄຸນສົມບັດ Storage Scaling ປັບຄວາມຈຸເກັບຂໍ້ມູນໄດ້ອັດຕະໂນມັດ ໃນກາງອາທິດທີ່ຜ່ານມາ, Amazon Web Services (AWS) ໄດ້ປະກາດເພີ່ມຄຸນສົມບັດ Storage Scaling ໃນ AWS Database Migration Service Serverless (AWS DMS Serverless) ທີ່ສາມາດປັບຂະໜາດພື້ນທີ່ Storage ໄດ້ອັດຕະໂນມັດ. AWS Database Migration Service ເປັນບໍລິການຍ້າຍຖານຂໍ້ມູນທີ່ເປັນ Legacy ຫຼື On-Premises ໃຫ້ມາສູ່ບໍລິການຂອງ AWS ດ້ວຍຂະບວນການທີ່ງ່າຍ ແລະ ມີ Downtime ທີ່ໜ້ອຍທີ່ສຸດ. ຜູ້ໃຊ້ສາມາດສ້າງສຳເນົາ (Replicate) ມາທີ່ຖານຂໍ້ມູນ Cloud ໄດ້ໃນຂະນະທີ່ຖານຂໍ້ມູນຕົ້ນທາງຍັງຄົງສາມາດໃຊ້ງານໄດ້ຢູ່. ນອກຈາກນັ້ນ, ຍັງສາມາດສະໜັບສະໜູນການໂອນຍ້າຍມາເປັນ Database Engine ອັນດຽວກັນ ຫຼື ຕ່າງກັນ, […]
Microsoft Azure: ກະແຈສູ່ຄວາມສຳເລັດຂອງອົງກອນຍຸກດິຈິຕອລ

ໃນຍຸກຂອງການປ່ຽນແປງດ້ານເຕັກໂນໂລຢີຢ່າງໄວວາ, ການປັບຕົວໃຫ້ທັນສະໄໝບໍ່ແມ່ນພຽງແຕ່ “ທາງເລືອກ” ແຕ່ຖືເປັນ “ຄວາມຈຳເປັນ”. ໜຶ່ງໃນກົນລະຍຸດທີ່ອົງກອນທົ່ວໂລກກຳລັງໃຫ້ຄວາມສຳຄັນຄືການວາງໂຄງສ້າງພື້ນຖານດ້ານໄອທີ, ເຊັ່ນ: ການຍ້າຍລະບົບໄອທີແລະຂໍ້ມູນຈາກລະບົບ On-Premises ສູ່ Cloud ແລະການໃຊ້ Cloud Storage ຊຶ່ງເປັນສິ່ງທີ່ອົງກອນທົ່ວໂລກກຳລັງໃຫ້ຄວາມສົນໃຈແລະນຳມາປັບໃຊ້ຫຼາຍຂຶ້ນເລື້ອຍໆ. ແພລັດຟອມລະດັບໂລກຢ່າງ Microsoft Azure ເປັນໜຶ່ງໃນທາງເລືອກທີ່ໄດ້ຮັບຄວາມເຊື່ອໝັ້ນຈາກອົງກອນຊັ້ນນຳທົ່ວໂລກ. ເປັນຫຍັງຕ້ອງ Azure? Microsoft Azure ບໍ່ໄດ້ເປັນພຽງແຕ່ Cloud Provider ທົ່ວໄປ, ແຕ່ເປັນ ໂຄງສ້າງພື້ນຖານອັດສະລິຍະ ທີ່ຖືກອອກແບບມາເພື່ອໃຫ້ອົງກອນສາມາດຂັບເຄື່ອນນະວັດຕະກຳໄດ້ຢ່າງຄ່ອງຕົວ, ປອດໄພ, ແລະຄຸ້ມຄ່າທີ່ສຸດ. ລອງມາເບິ່ງເຫດຜົນທີ່ອົງກອນຊັ້ນນຳຫຼາຍແຫ່ງໄວ້ວາງໃຈ Azure: ✅ ຍືດຫຍຸ່ນແລະປັບຂະໜາດໄດ້ທັນທີ ເພີ່ມຫຼືຫຼຸດຊັບພະຍາກອນຢ່າງວ່ອງໄວຕາມຄວາມຕ້ອງການ, ໃຊ້ເທົ່າໃດຈ່າຍເທົ່ານັ້ນ, ບໍ່ມີຂອງເສຍ ✅ ປະຫຍັດງົບປະມານ, ຄວບຄຸມຄ່າໃຊ້ຈ່າຍໄດ້ ຫຼຸດຕົ້ນທຶນລົງທຶນລ່ວງໜ້າ, ດ້ວຍລະບົບຄິດຄ່າບໍລິການຕາມການໃຊ້ງານຈິງ, ພ້ອມເຄື່ອງມືຈັດການຕົ້ນທຶນທີ່ແມ່ນຢຳ ✅ ປອດໄພລະດັບໂລກ ປົກປ້ອງຂໍ້ມູນດ້ວຍການເຂົ້າລະຫັດ, ການຄວບຄຸມສິດ, ແລະການກວດສອບແບບເວລາຈິງ, ຮອງຮັບມາດຕະຖານສາກົນ ✅ ພ້ອມໃຊ້ງານສະເໝີ ສູນຂໍ້ມູນທົ່ວໂລກ, ພ້ອມລະບົບສຳຮອງແລະກູ້ຄືນອັດຕະໂນມັດ, […]
ວິລລາ-ເຊວຊີຂຶ້ນ! ເຕັງຄວ້າ ເດິ ບຣອຍນ໌ ບ່ອນພະນັນຖືກກົດໝາຍໃຫ້ລາຄາ

ຄວາມເຄື່ອນໄຫວຫຼ້າສຸດຂອງ ເຄວິນ ເດິ ບຣອຍນ໌ ຫຼັງກຽມອຳລາ ແມນເຊສເຕີ ຊິຕີ້ ຈົບລະດູການນີ້, ບ່ອນພະນັນຊື່ດັງ Bet365 ປັບລາຄາໃໝ່ ໂດຍໃຫ້ ແອສຕັນ ວິລລາ ຂຍັບຂຶ້ນເປັນເຕັງສອງຮອງພຽງສະໂມສອນຈາກ ເມເຈີ ລີກ ສະຫະລັດຯ ຂະນະທີ່ ເຊວຊີ ກາຍເປັນອີກທີມທີ່ມີຂ່າວສົນໃຈດຶງຕົວຈອມທັບເບວຢຽມກັບຄືນຖິ່ນເດີມ. ແອສຕັນ ວິລລາ ຕົກເປັນຂ່າວວ່າ ສົນໃຈທີ່ຈະດຶງ ເຄວິນ ເດິ ບຣອຍນ໌ ກອງກາງ ແມນຊິຕີ້ ມາເສີມທັບ ຫຼັງນັກເຕະກຽມອຳລາ “ເຮືອໃບສີຟ້າ” ຫຼັງໝົດສັນຍາຄ້າແຂ້ງທີ່ຖິ່ນ ເອຕິຮັດ ສະເຕເດຍມ ຫຼັງຈົບລະດູການນີ້. ຫຼັງຈາກທີ່ດາວເຕະເບວຢຽມ ອາຍຸ 33 ປີ ປະກາດຂໍລາ ແມນຊິຕີ້ ຢ່າງເປັນທາງການນັ້ນກໍມີຂ່າວຫຼາຍທີມຢາກໄດ້ໄປຮ່ວມທັບ ໂດຍສະເພາະທີມເງິນຖົງຈາກ ຊາອຸດີ ໂປຣ ລີກ ແລະ ສະໂມສອນໃນ ເມເຈີ ລີກ ຊອກເກີ ສະຫະລັດຯ ທັງ […]
ສະຫຼຸບຕາຕະລາງຄະແນນຂອງລາລີກາ ສະເປນ ລະດູການ 2024-25 ປະຈໍາວັນທີ 25

ບານເຕະລາລີກາ ສະເປນ ລະດູການ 2024-25 ນັດທີ 33 ລະຫວ່າງວັນອັງຄານທີ 22 – ວັນພະຫັດທີ 24 ເມສາ 2025 ໂດຍ ບາເຊໂລນາ ຍັງຄົງນໍາເປັນຈ່າຝູງດ້ວຍການມີ 76 ຄະແນນ, ນໍາຫ່າງ ເຣອັລ ມາດຣິດ ອັນດັບ 2 ທີ່ມີ 72 ຄະແນນ ອອກໄປເປັນ 4 ແຕ້ມ ຫຼັງແຂ່ງເທົ່າກັນ ຂະນະທີ່ ແອັດ.ມາດຣິດ ມີ 66 ຄະແນນ ຮັ້ງອັນດັບ 3 ຕາມມາດ້ວຍ ແອັດ.ບິນບາວ 60 ຄະແນນ ແລະ ເຣອັລ ເບຕິສ ທີ່ຟອມແຮງພຸ່ງຂຶ້ນມາຢູ່ອັນດັບ 5 ຂອງຕາຕະລາງ ສະຫຼຸບຕາຕະລາງຄະແນນ ລາລີກາ ສະເປນ ລ່າສຸດ ອັນດັບທີ 1: ບາເຊໂລນາ ຊະນະ […]
ແມນຢູເຫັນເປົ້າ 5 ນັກເຕະຝີມືດີ! ຄ່າຍົກເລີກສັນຍາບໍ່ສູງແຕ່ໂອກາດສ້າງຊື່ມີສູງ

ແມນຢູໄນເຕັດ ວາງແຜນຄວ້ານັກເຕະດາວດັງທີ່ມີຄ່າຍົກເລີກສັນຍາຕໍ່າເຊັ່ນ: ເລຍອາມ ດີແລັບ, ເຈເຣມີ ຟຣິມປົງ, ວິກເຕີ ໂອຊິມເຮນ ແລະ ອື່ນໆ ເພື່ອເສີມທີມໃນຍຸກຂອງ ຣູເບນ ອາໂມຣິມ ໂດຍຫວັງຍົກລະດັບທີມເພື່ອລຸ້ນໃນລາຍການ UEFA Champions League. ທີມ “ຜີແດງ” ພາຍໃຕ້ການນຳພາຂອງ ຣູເບນ ອາໂມຣິມ ຜົນງານບໍ່ໄດ້ດີໄປກວ່າຕອນທີ່ ເອຣິກ ເຕັນ ຮາກ ຄຸມທີມ ເຊິ່ງ ຜູ້ຈັດການທີມຊາວໂປຕຸເກດ ເກັບຊັຍຊະນະໃນລີກພຽງແຕ່ 6 ເກມ, ເສມອ 5 ແລະ ແພ້ 11 ນັດ ແຖມລູກທີມຂອງລາວກຳລັງມຸ່ງໜ້າສູ່ການສ້າງຜົນງານຈົບລະດູການທີ່ແຍ່ທີ່ສຸດໃນປະຫວັດສາດພຣີເມຍລີກ ເຊິ່ງປັດຈຸບັນຢູ່ອັນດັບ 14 ເຖິງຢ່າງໃດກໍຕາມ ອາໂມຣິມ ຍັງມີໂອກາດກູ້ໜ້າໃຫ້ ແມນຢູ ເພາະວ່າພວກເຂົາມີລຸ້ນຄວ້າແຊມ UEFA Europa League ເນື່ອງຈາກຕອນນີ້ພວກເຂົາເຂົ້າເຖິງຮອບເຄິ່ງຊະນະເລີດ ເຊິ່ງຈະພົບ ແອັດເລຕິກ ບິລບາວ ແລະ ຖ້າຫາກທີມປະສົບຜົນສຳເລັດ […]
ຄຸນສົມບັດໃໝ່ຂອງ WhatsApp ຊ່ວຍໃຫ້ທ່ານແນ່ໃຈວ່າບໍ່ມີໃຜກໍາລັງເບິ່ງການສົນທະນາຂອງທ່ານ

WhatsApp ເປັນໜຶ່ງໃນແພລັດຟອມການສົ່ງຂໍ້ຄວາມ ແລະ ການສື່ສານທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດທີ່ທ່ານສາມາດໃຊ້ໄດ້. ດັ່ງນັ້ນ, ເພື່ອຊ່ວຍໃຫ້ຜູ້ໃຊ້ມີຄວາມປອດໄພ, Meta ໄດ້ແນະນໍາຄຸນສົມບັດດ້ານຄວາມປອດໄພ ຢ່າງຕໍ່ເນື່ອງໃຫ້ກັບແອັບນີ້—ແລະ ຍັງມີອີກຫຼາຍອັນທີ່ເພິ່ງມາຮອດ. ສິ່ງທີ່ເກີດຂຶ້ນໃນ WhatsApp, ຈະຢູ່ໃນ WhatsApp Meta ໄດ້ສະໜອງການເຂົ້າລະຫັດແບບ end-to-end ສໍາລັບຜູ້ໃຊ້ WhatsApp ຢູ່ແລ້ວ, ຮັບປະກັນວ່າມີພຽງແຕ່ຜູ້ສົ່ງ ແລະ ຜູ້ຮັບເທົ່ານັ້ນທີ່ສາມາດເຫັນຂໍ້ຄວາມຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ອາດມີບາງຄັ້ງທີ່ຜູ້ສົ່ງອາດຈະບໍ່ໄວ້ໃຈຜູ້ຮັບຢ່າງເຕັມທີ່—ສະນັ້ນ, ສໍາລັບກໍລະນີແບບນີ້, WhatsApp ໄດ້ແນະນໍາຄຸນສົມບັດຄວາມເປັນສ່ວນຕົວໃໝ່ທີ່ເອີ້ນວ່າ Advanced Chat Privacy. ທ່ານສາມາດເປີດໃຊ້ການຕັ້ງຄ່ານີ້ໃນການສົນທະນາສ່ວນຕົວ ແລະ ກຸ່ມ, ຮັບປະກັນວ່າສິ່ງທີ່ສົ່ງພາຍໃນສາຍນັ້ນຈະຢູ່ພາຍໃນມັນ. ນີ້ໝາຍຄວາມວ່າຜູ້ໃຊ້ບໍ່ສາມາດສົ່ງອອກ, ດາວໂຫຼດສື່ອັດຕະໂນມັດ, ຫຼືໃຊ້ຄຸນລັກສະນະ AI ສໍາລັບການສົນທະນາທີ່ມີການເປີດໃຊ້ຄຸນສົມບັດນີ້. ທ່ານສາມາດເປີດໃຊ້ຄຸນສົມບັດນີ້ໂດຍການແຕະຊື່ການສົນທະນາ ແລ້ວເລືອກ Advanced chat privacy. ເມື່ອເປີດໃຊ້ແລ້ວ, ຄົນໃນການສົນທະນາຈະພົບຄວາມຫຍຸ້ງຍາກຫຼາຍຂຶ້ນໃນການແບ່ງປັນຂໍ້ມູນທີ່ສົ່ງພາຍໃນມັນ. WhatsApp ກ່າວວ່າທ່ານຄວນເປີດໃຊ້ຟັງຊັນຄວາມເປັນສ່ວນຕົວນີ້ເມື່ອທ່ານກໍາລັງລົມກັບກຸ່ມທີ່ທ່ານອາດຈະບໍ່ຮູ້ຈັກທຸກຄົນໃນນັ້ນຢ່າງໃກ້ຊິດ. ມັນຍັງມີປະໂຫຍດຖ້າທ່ານກໍາລັງວາງແຜນງານສ້າງຄວາມປະຫຼາດໃຈ ແລະ ທ່ານຕ້ອງການຮັບປະກັນວ່າລາຍລະອຽດຂອງມັນຈະບໍ່ຮົ່ວໄຫຼອອກນອກກຸ່ມ. ທ່ານຄວນໃຊ້ Advanced Chat […]
ອາເຊນອລ 2-2 ຄຣິສຕັລ ພາເລສ: ຊາລິບາເຮັດຜິດພາດ! ອາເຊນໍເສຍ 3 ຄະແນນສຳຄັນ ໃນຂະນະທີ່ລິເວີພູລມີໂອກາດຄອງແຊມພຣີເມຍລີກ

ໃນການແຂ່ງຂັນພຣີເມຍລີກ, ອາເຊນອລ ສະເໝີກັບ ຄຣິສຕັລ ພາເລສ 2-2. ເຖິງແມ່ນວ່າພວກເຂົາຈະນຳໜ້າສອງຄັ້ງ, ແຕ່ກໍຖືກຕີເສມີໃນຊ່ວງທ້າຍເກມ ຍ້ອນຄວາມຜິດພາດຂອງ ວີລຽມ ຊາລິບາ. ຜົນການແຂ່ງຂັນນີ້ສົ່ງຜົນໃຫ້ ລິເວີພູລ ໃກ້ຈະໄດ້ເປັນແຊມລີກ ຖ້າຫາກບໍ່ແພ້ຕໍ່ສະເປີສໃນເກມຕໍ່ໄປ. ການແຂ່ງຂັນພຣີເມຍລີກ 2024/25 ລະຫວ່າງ ອາເຊນອລ ແລະ ຄຣິສຕັລ ພາເລສ ທີ່ສະໜາມ ເອມີເຣດ ສະຕາດຽມ, ລອນດອນ, ປະເທດອັງກິດ, ວັນພຸດທີ 23 ເມສາ 2025. ພຽງແຕ່ນາທີທີ 3, ອາເຊນອລ ໄດ້ປະຕູນຳ 1-0 ຈາກຈັງຫວະໄດ້ລູກຟຣີຄິກ, ເຊິ່ງ ມາຕິນ ໂອເດກາດ ເປີດບອນເຂົ້າໃນເຂດໂທດ, ແລະເປັນ ຢາຄູບ ຄີວິອໍ ຂຶ້ນໂຂກບອນເຂົ້າປະຕູຢ່າງສວຍງາມ. ໃນນາທີທີ 23, ເຈົ້າຂອງບ້ານເກືອບໄດ້ປະຕູເພີ່ມ ຈາກລູກຍິງຂອງ ເດແຄລນ ໄຣສ໌ ທີ່ບອນຫຼຸດກອບໄປພຽງເລັກນ້ອຍ. ໃນນາທີທີ 27, ພາເລສ […]
ປະໂຫຍກທ້າຍເຮັດໃຫ້ໃຈຫາຍ! “ເທຣນຕ໌” ເປີດໃຈຮັບບົດຮີໂຣ່ພາ ລິເວີພູລ ເຂົ້າໃກ້ແຊມພຣີເມຍລີກ

ເທຣນຕ໌ ອະເລັກຊານເດີ-ອາໂນລ໌ດ ນັກເຕະດາວເດັ່ນຂອງ ລິເວີພູລ ທີມດັງໃນສຶກພຣີເມຍລີກ ອັງກິດ ທີ່ສວມບົດຊູເປີຊັບລົງມາຍິງປະຕູຊັຍໃຫ້ທີມບຸກເອົາຊະນະ ເລສເຕີ ຊິຕີ້ 1-0 ທີ່ສະໜາມ ຄິງ ເພົາເວີ ເມື່ອຄືນວັນອາທິດທີ 20 ເມສາ ທີ່ຜ່ານມາ ໂດຍຈາກໄຊຊະນະດັ່ງກ່າວເຮັດໃຫ້ “ຫົງສ໌ແດງ” ຂະຍັບເຂົ້າໃກ້ຕຳແໜ່ງແຊມລີກສະໄໝທີ 20 ຫຼາຍຂຶ້ນທັນທີ ຫຼັງມີແຕ້ມນຳຫ່າງ ອາເຊນອນ ອອກໄປເປັນ 13 ຄະແນນ ແລະ ເຫຼືອໂປຣແກຣມການແຂ່ງຂັນອີກພຽງແຄ່ 5 ນັດເທົ່ານັ້ນ ຫຼັງຈົບເກມ ແບັກຂວາຕົວເກັ່ງໄດ້ເປີດໃຈວ່າ “ຂ້ອຍຕື່ນເຕັ້ນຫຼາຍທີ່ໄດ້ກັບມາ ຂ້ອຍເຮັດວຽກໜັກຫຼາຍໃນຊ່ວງຫຼາຍອາທິດທີ່ຜ່ານມາເພື່ອໃຫ້ກັບມາຟິດອີກຄັ້ງ ຂ້ອຍກະຫາຍທີ່ຈະລົງຫຼິ້ນ ແລະ ຂ້ອຍມີຄວາມສຸກທີ່ເຮັດປະຕູໄດ້ ມັນເປັນປະຕູສຳຄັນຫຼາຍ” “ຕອນນີ້ພວກເຮົາໃກ້ທີ່ຈະຄວ້າແຊມແລ້ວ ຂ້ອຍຄິດວ່າຕອນນີ້ເຫຼືອອີກພຽງແຄ່ການຄວ້າໄຊອີກພຽງແຄ່ນັດດຽວ ພວກເຮົາໃກ້ຫຼາຍແລ້ວ ການເຮັດເລື່ອງແບບນີ້ໄດ້ໂດຍສະເພາະຢ່າງຍິ່ງເມື່ອມີແຟນໆ ຢູ່ທີ່ນີ້ ຖືເປັນຊ່ວງເວລາທີ່ພິເສດຫຼາຍ” ພ້ອມກັນນີ້, ດາວເຕະໄວ 26 ປີ ຖືເປັນໜຶ່ງໃນນັກເຕະພຽງລາຍດຽວທີ່ກຳລັງຈະໝົດສັນຍາຫຼັງຈົບລະດູການນີ້ ແລະ ອະນາຄົດຂອງເຈົ້າຕົວຍັງຄົງບໍ່ແນ່ນອນຫຼັງມີຂ່າວວ່າກຽມອຳລາທີມຍ້າຍໄປຮ່ວມທີມ ເຣອັລ ມາດຣິດ ໃນລາ […]
ແຕ້ມຂາດລອຍ! ເປີດຊື່ 2 ທີມນ້ອງໃໝ່ ໄດ້ສິດຫຼິ້ນພຣີເມຍລີກ ລະດູການ 2025-26

ຮັບປະກັນການກັບສູ່ລີກສູງສຸດໄດ້ສໍາເລັດສໍາລັບ ລີດສ໌ ຢູໄນເຕັດ ແລະ ເບີນລີ່ຍ ສອງສະໂມສອນໃນການແຂ່ງຂັນ ອີເອຟແອລ ແຊມປຽນຊິບ ທີ່ຄວ້າປີ້ລຸຍສຶກພຣີເມຍລີກ ອັງກິດ ໃນລະດູການ 2025-26 ໂດຍເກມຫຼ້າສຸດ “ຍູງຄໍາ” ເປີດບ້ານຖະຫຼົ່ມ ສະໂຕກ ຊິຕີ້ 6-0 ສ່ວນ ເບີນລີ່ຍ ເອົາຊະນະ ເຊັຟຟີລ ຢູໄນເຕັດ 2-1 ເຮັດໃຫ້ທັງສອງທີມມີແຕ້ມເທົ່າກັນທີ່ 94 ຄະແນນ ຖິ້ມຫ່າງອັນດັບ 3 ຫຼາຍເຖິງ 8 ຄະແນນ ແລະ ເຫຼືອການແຂ່ງຂັນຕາມໂປຣແກຣມອີກພຽງ 2 ເກມ (ແຕ້ມຂາດແລ້ວ) ຈາກການເລື່ອນຊັ້ນໃນຄັ້ງນີ້ຂອງ ລີດສ໌ ຢູໄນເຕັດ ທີ່ຄຸມທັບໂດຍ ດາເນຍລ ຟາເຄີ ກຸນຊືອຊາວເຢຍລະມັນ ຈະເຮັດໃຫ້ພວກເຂົາຄືນສູ່ລີກສູງສຸດອີກຄັ້ງນັບຕັ້ງແຕ່ຫຼົ່ນຊັ້ນໄປຫຼິ້ນລີກຮອງເມື່ອລະດູການ 2022-23 ຂະນະທີ່ ເບີນລີ່ຍ ພາຍໃຕ້ການເຮັດທີມຂອງ ສະກັອດ ພາເກີ ຈະຫວນຄືນລີກສູງສຸດນັບຕັ້ງແຕ່ຫຼົ່ນຊັ້ນເມື່ອລະດູການ 2023/24 ນອກຈາກນີ້ອີກໜຶ່ງທີມທີ່ຈະໄດ້ສິດເລື່ອນຊັ້ນຈະນໍາເອົາທີມອັນດັບ 3-6 […]
ເຕືອນໄພຜູ້ໃຊ້ Gmail! ແຮັກເກີໃຊ້ວິທີໃໝ່ ຫຼອກຜ່ານລະບົບຄວາມປອດໄພຂອງ Google ເອງ

ຊ່ວງນີ້ໄພຄຸກຄາມອອນລາຍຊັບຊ້ອນຂຶ້ນຫຼາຍ ລ່າສຸດ Google ເຕືອນຜູ້ໃຊ້ Gmail ໃຫ້ລະວັງອີເມລຫຼອກລວງທີ່ແນບຄຽງທີ່ສຸດ ເພາະມັນຜ່ານລະບົບກວດສອບຄວາມປອດໄພຂອງ Google ເອງ! ເລື່ອງຄື ມີແຮັກເກີສົ່ງອີເມລປອມເໝືອນເປັນການແຈ້ງເຕືອນຄວາມປອດໄພຈາກ Google ແທ້ໆ ເຊັ່ນ ເລື່ອງໝາຍສານ ອີເມລນີ້ມາຈາກ “[email address removed]” ຊຶ່ງເປັນທີ່ຢູ່ດຽວກັບອີເມລ Google ຈິງ ແລະ ຍັງຜ່ານລະບົບ DKIM ທີ່ Gmail ໃຊ້ ເຮັດໃຫ້ Gmail ເອງກໍຈັດອີເມລນີ້ໄວ້ໃນການສົນທະນາດຽວກັບອີເມລແຈ້ງເຕືອນຂອງຈິງ ທີ່ໜ້າກົວຄື ລິ້ງໃນອີເມລຈະພາໄປຍັງໜ້າເວັບປອມທີ່ຄ້າຍຄືກັບໜ້າສະໜັບສະໜູນຂອງ Google ທຸກລາຍລະອຽດ ພ້ອມທັງໃຊ້ໂດເມນ “sites.google.com” ເຮັດໃຫ້ເບິ່ງໜ້າເຊື່ອຖືຫຼາຍໆ ຖ້າເຜີພາດປ້ອນຂໍ້ມູນສ່ວນຕົວໃນໜ້ານັ້ນ ບັນຊີ Gmail ຂອງທ່ານກໍຈະຕົກເປັນຂອງແຮັກເກີທັນທີ ສິ່ງທີ່ຕ້ອງຮູ້ ອີເມລທີ່ເບິ່ງຄືຂອງແທ້ກໍອາດເປັນຂອງປອມ: ຢ່າໄວ້ໃຈອີເມລແຈ້ງເຕືອນຄວາມປອດໄພ ແມ່ນແຕ່ຈະມາຈາກ “[email address removed]” ຫຼື ຢູ່ໃນຫົວຂໍ້ສົນທະນາດຽວກັນກັບອີເມລຈິງ ລະວັງລິ້ງ: ກ່ອນຄລິກ ໃຫ້ສັງເກດ URL […]