“ອີລອນ ມັສກ໌” ໂພສຮູ້ສຶກຜິດຕໍ່ “ທຣຳ” ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ

ອີລອນ ມັສກ໌ ໂພສຂໍ້ຄວາມ “ຮູ້ສຶກຜິດ” ທີ່ເມື່ອອາທິດທີ່ແລ້ວລາວກ່າວໂຈມຕີ ປະທານາທິບໍດີໂດນານດ໌ ທຣຳ ຢ່າງຫນັກນັບຕັ້ງແຕ່ທີ່ມັສກ໌ລາອອກຈາກການເຮັດວຽກໃນລັດຖະບານຂອງທຣຳ   ຈົນເກີດເປັນຄວາມຂັດແຍ້ງຕໍ່ກັນ ແລະ ບໍ່ມີວີ່ແວວຂອງການຄືນດີ ໂດຍທີ່ໂພສລ່າສຸດຂອງ ອີລອນ ມັສກ໌ ເທິງ X ລະບຸວ່າ ລາວຮູ້ສຶກເສົ້າທີ່ໂພສຂອງເຂົາກ່ຽວກັບປະທານາທິບໍດີທຣຳ ເມື່ອອາທິດທີ່ແລ້ວເບິ່ງຄືວ່າລາວຈະ “ໂຈມຕີແຮງເກີນໄປ” ຫຼື ນີ້ອາດເປັນສັນຍານເລີ່ມຕົ້ນຂອງການຄືນດີກັນລະຫວ່າງທຣຳ ແລະ ອີລອນ ມັສກ໌ ອີກຄັ້ງ   ອີລອນ ມັສກ໌ ແລະ ທຣຳ ຕ່າງຝ່າຍຕ່າງກ່າວໂຈມຕີກັນອອກສື່ໂດຍບໍ່ສົນພາບລັກສະນະສາທາລະນະຂອງພວກເຂົາ ໂດຍມີຈຸດເລີ່ມຕົ້ນມາຈາກອີລອນ ມັສກ໌ ກ່າວໂຈມຕີຮ່າງກົດໝາຍພາສີ ແລະ ຄ່າໃຊ້ຈ່າຍຂອງທຣຳທີ່ເອີ້ນວ່າ “One Big Beautiful Bill Act”   ວ່າຂັດຕ້ອງຫຼັກການເຮັດວຽກຂອງກະຊວງເພີ່ມປະສິດທິພາບລັດຖະບານ ຫຼື ດອຈ (DOGE) ທີ່ລາວເຄີຍດູແລກ່ອນປະກາດລາອອກ ແລະ ຍັງໂຈມຕີວ່າຮ່າງກົດໝາຍດັ່ງກ່າວເປັນ “ແມ່ນຫຍັງທີ່ໜ້າລັງກຽດ” ອີກດ້ວຍ

ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025

ກົມອຸຕຸແຈ້ງເຕື່ອນເຂດທີ່ຕ້ອງເຝົ້າລະວັງມີຄື: ແຂວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື   ໂດຍສະເພາະບາງທ້ອງຖິ້ນ ແຂວງຈຳປາສັກ ແລະ ອັັດຕະປື ຈະເກີດມີນຳ້ຖ້ວມຊູ ແລະ ດິນເຈື່ອນ ລາຍລະອຽດເພີ່ມເຕີມມີດັ່ງລຸ່ມນີ້:     ທີ່ມາ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ຈັບໄດ້​ໄລ່​ທັນ​ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ

ຊົມເຊີຍເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງທຸກພາກສ່ວນ ແລະ ພົນລະເມືອງດີ ທີ່ໄດ້ຄວາມຮ່ວມກັນຈົນສາມາດນຳຈັບຄົນຮ້າຍທີມາລັກລົດຈັກໄດ້ສຳເລັດ     ວັນທີ​ 12ມິຖຸນາ 2025 ນີ້ໂຈນກໍ່ເຫດລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ.​     ພາຍຫລັງ​ກໍ່ເຫດໄດ້ປະມານ 10ນາທີ ປະຊາຊົນ​ແຈ້ງເຈົ້າໜ້າທີ່ສາມາດໄລ່ນຳຈັບໄດ້ຢູ່ທາງແບ່ງນານົກຂຸ້ມ ເມືອງ​ທຸລະ​ຄົມ​ ແຂວງວຽງຈັນ.     ປັດຈຸບັນ,​ ຖືກສົ່ງຕົວໃຫ້ເຈົ້າໜ້າທີ່ເພື່ອດຳເນີນການສືບສວນສອບສວນ ແລະ​ ດຳເນີນການຕາມຂັ້ນຕອນກົດໝາຍ.​   ພາບ: ດາວວຽງ ແພງມະນີ

ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ

ເຈົ້າໜ້າທີ່ສະຫະລັດ ຈັບກຸມຜູ້ອົບພະຍົບຫຼາຍກວ່າ 70 ຄົນຫຼັງລົງກວດໂຮງງານແປງຮູບອາຫານແຫ່ງໜຶ່ງເມືອງໂອມາຮາ ທ່າມກາງສຽງຄັດຄ້ານຕໍ່ຕ້ານການຈັບກຸມຜູ້ອົບພະຍົບໃນຫຼາຍເມືອງທົ່ວສະຫະລັດ   ມື້ນີ້ (12 ມິຖຸນາ 2025) ເຈົ້າໜ້າທີ່ທາງການສະຫະລັດອາເມລິກາ ນຳໂດຍສຳນັກງານກວດຄົນເຂົ້າເມືອງ ແລະ ພາສີອາກອນ ລົງກວດຄົ້ນໂຮງງານແປງຮູບອາຫານແຫ່ງໜຶ່ງໃນເມືອງໂອມາຮາ ລັດເນແບຣສກາ ພ້ອມຈັບກຸມຄົນງານປະມານ 75-80 ຄົນ ຈາກທັງໝົດປະມານ 140 ຄົນ   ກະຊວງຄວາມໝັ້ນຄົງພາຍໃນ ລະບຸວ່າ ເປັນການປະຕິບັດການກວດຄົ້ນຄັ້ງໃຫຍ່ທີ່ສຸດຂອງລັດນີ້ ນັບຕັ້ງແຕ່ໂດນາດ໌ ທຣຳ ດຳລົງຕຳແໜ່ງປະທານາທິບໍດີສະຫະລັດອາເມລິກາ ສະໄໝທີ 2   ດ້ານເຈົ້າຂອງໂຮງງານເປີດເຜີຍວ່າ ການປະຕິບັດການດັ່ງກ່າວເກີດຂຶ້ນໂດຍບໍ່ໄດ້ແຈ້ງລ່ວງໜ້າ ແລະ ການກວດຄົ້ນຄັ້ງນີ້ອາດເຮັດໃຫ້ກຳລັງການຜະລິດລົດລົງເຫຼືອພຽງຮ້ອຍລະ 20   ຂະນະທີ່ກຸ່ມຜູ້ຄ້າຂາຍສັດ ແລະ ນັກວິເຄາະ ສະແດງຄວາມກັງວົນວ່າການປະຕິບັດການເຫຼົ່ານີ້ອາດຍິ່ງສົ່ງຜົນກະທົບຕໍ່ອຸດສາຫະກຳອາຫານໃນສະຫະລັດ ຊຶ່ງຢູ່ໃນຊ່ວງທີ່ລາຄາເນື້ອງົວສູງຫຼາຍ ແລະ ມີລາຍງານວ່າໂຮງງານແປງຮູບເນື້ອສັດຫຼາຍແຫ່ງຂາດແຄນຄົນງານ     ການດຳເນີນງານຂອງທາງການສະຫະລັດ ສວນທາງກັບກະແສການຊຸມນຸມປະທ້ວງຕໍ່ຕ້ານການຈັບກຸມຜູ້ອົບພະຍົບທີ່ຍັງຄົງຂະຫຍາຍຕົວໃນຫຼາຍເມືອງທົ່ວປະເທດ ທັງນິວຢອກ ແອັດແລນຕາ ແລະ ຊິຄາໂກ ເຖິງແມ່ນວ່າທາງການທ້ອງຖິ່ນຫຼາຍແຫ່ງຈະເພີ່ມມາດຕະການຮັບມືການຊຸມນຸມທີ່ເກີດຂຶ້ນ   […]

ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ

ໂດຍອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງບັນຊາການ ປກສ ແຂວງອຸດົມໄຊ ເລກທີ 277/ຈຂ ອຊ, ລົງວັນທີ 16 ສິງຫາ 2022, ຄຳສັ່ງຂອງທ່ານເຈົ້າແຂວງອຸດົມໄຊ ເລກທີ 277/ຈຂ ອຊ, ລົງວັນ 03 ເມສາ 2019 ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ພາຍໃນແຂວງ,   ຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ສະເພາະກິດລົງແກ້ໄຂບັນດາຮ້ານກິນດື່ມທີ່ມີສາວບໍລິການ, ຕູ້ເກມໄຟຟ້າ ຢູ່ບ້ານກິວຈະລຸ ເມືອງໄຊ ແລະ ບ້ານໝາກຈຸກ ເມືອງນາໝໍ້ ແຂວງອຸດົມໄຊ.     ດັ່ງນັ້ນ ໃນລະຫວ່າງວັນທີ 4-5 ມີຖຸນາ 2025 ທາງຄະນະຮັບຜິດຊອບຊີ້ນຳຈຸສະເພາະກິດ ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວກວດກາຄືນບັນດາຫ້າງຮ້ານທີ່ແອບແຝງມີສາວບໍລິການ ແລະ ເຄີຍສຶກສາອົບຮົມມາແລ້ວວ່າມີການຢຸດເຊົາຫຼືບໍ່, ແຕ່ຜ່ານການຕິດຕາມກວດກາຄືນເຫັນວ່າ ສ່ວນຫຼາຍແມ່ນຍັງບໍ່ຢຸດເຊົາ […]

ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ

ກອງທັບເກົາຫຼີໃຕ້ລະບຸວ່າໄດ້ລະງັບການອອກອາກາດໂຄສະນາຊວນເຊື່ອຜ່ານເຄື່ອງຂະຫຍາຍສຽງຂ້າມຊາຍແດນໄປຍັງເກົາຫຼີເຫນືອ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມ “ຟື້ນຟູຄວາມໄວ້ວາງໃຈ” ລະຫວ່າງທັງສອງປະເທດ   ການເຄື່ອນໄຫວດັ່ງກ່າວເກີດຂຶ້ນໜຶ່ງອາທິດຫຼັງຈາກທີ່ເກົາຫຼີໃຕ້ໄດ້ເລືອກປະທານາທິບໍດີຄົນໃໝ່ ຄື ທ່ານ ອີ ແຈ-ມະຢອງ ຊຶ່ງເປັນຜູ້ຫາສຽງເພື່ອຟື້ນຟູຄວາມສຳພັນລະຫວ່າງສອງເກົາຫຼີ   ທັງນີ້ ເກົາຫຼີເຫນືອຖືວ່າການອອກອາກາດໂຄສະນາຊວນເຊື່ອຜ່ານເຄື່ອງຂະຫຍາຍສຽງເປັນການກະເຮັດສົງຄາມ ແລະ ເຄີຍຂູ່ວ່າຈະລະເບີດເຄື່ອງຂະຫຍາຍສຽງເພື່ອການໂຄສະນາຊວນເຊື່ອດັ່ງກ່າວມາແລ້ວ ກ່ອນໜ້ານີ້ການໂຄສະນາຊວນເຊື່ອດັ່ງກ່າວຖືກລະງັບເປັນເວລາ 6 ປີ ແຕ່ກັບມາດຳເນີນການອີກຄັ້ງໃນເດືອນມິຖຸນາປີທີ່ຜ່ານມາ ເພື່ອຕອບໂຕ້ການຫາສຽງຂອງເກົາຫຼີເຫນືອໃນການສົ່ງໝາກປຸມເປົ້າບັນຈຸຂີ້ເຫຍື້ອຂ້າມຊາຍແດນໄປຍັງເກົາຫຼີໃຕ້   ໃນຊ່ວງເທົ່າໃດປີທີ່ຜ່ານມາ ການອອກອາກາດດັ່ງກ່າວມີທັງຂ່າວຈາກທັງເກົາຫຼີ ແລະ ຕ່າງປະເທດ ຕະຫຼອດຈົນຂໍ້ມູນກ່ຽວກັບປະຊາທິປະໄຕ ແລະ ຊີວິດໃນເກົາຫຼີໃຕ້   ຄວາມສຳພັນລະຫວ່າງເກົາຫຼີເຫນືອ ແລະ ເກົາຫຼີໃຕ້ເສື່ອມຖອຍລົງພາຍໃຕ້ການນຳຂອງອະດີດປະທານາທິບໍດີ ຢຸນ ຊອກ ຢອລ ຊຶ່ງສະແດງທ່າທີເຂັ້ມງວດກັບເກົາຫຼີເຫນືອຫຼາຍຂຶ້ນ ຂະນະທີ່ ທ່ານ ອີ ແຈ-ມະຢອງ ໄດ້ຫາສຽງຕາມຄຳໝັ້ນສັນຍາຫຼາຍປະການ ລວມທັງຄຳໝັ້ນສັນຍາທີ່ຈະເລີ່ມການເຈລະຈາກັບເກົາຫຼີເຫນືອອີກຄັ້ງ ແລະ ລົດຄວາມຕຶງຄຽດລະຫວ່າງທັງສອງປະເທດ   ກອງທັບລະບຸໃນຄຳປາໄສວ່າ ການເຄື່ອນໄຫວດັ່ງກ່າວມີຈຸດມຸ່ງໝາຍເພື່ອ “ຟື້ນຄວາມໄວ້ວາງໃຈໃນຄວາມສຳພັນລະຫວ່າງສອງເກົາຫຼີ ແລະ ສ້າງສັນຕິພາບເທິງຄາບສະໝຸດເກົາຫຼີ”   ແນວໃດກໍ່ຕາມ ອົງການທີ່ສະໜັບສະໜູນການປັບປຸງສິດທິມະນຸດຂອງຊາວເກົາຫຼີເຫນືອໄດ້ວິພາກວິຈານການລະງັບດັ່ງກ່າວ   […]

ຈີນຂຸດ “ນ້ຳແຂງຕິດໄຟ” ສຳເລັດ ມີຜົນປ່ຽນແປງອະນາຄົດຕໍ່ພະລັງງານຂອງໂລກ

“ນ້ຳແຂງຕິດໄຟ” ພະລັງງານແຫ່ງອະນາຄົດ ຄວາມສຳເລັດຂອງຈີນທີ່ອາດປ່ຽນໂຊມຕະຫຼາດພະລັງງານໂລກ   ຈີນປະກາດຄວາມສຳເລັດຄັ້ງສຳຄັນກັບການຂຸດ ແລະ ນຳນ້ຳແຂງຕິດໄຟ ຫຼື ທີ່ຮູ້ຈັກໃນຊື່ “Combustible Ice” ຂຶ້ນມາຈາກໃຕ້ທະເລບໍລິເວນເມືອງເສິ່ນຫູ ໃນທະເລຈີນໃຕ້ ທີ່ລະດັບຄວາມເລິກເຖິງ 1,266 ເມັດ ຫ່າງຈາກເກາະຮ່ອງກົງໄປທາງຕາເວັນອອກສຽງໃຕ້ປະມານ 285 ກິໂລເມັດ ຖືເປັນກ້າວສຳຄັນທີ່ອາດປະຕິວັດແຫຼ່ງພະລັງງານຂອງໂລກໃນອະນາຄົດ   ນ້ຳແຂງຕິດໄຟ ຫຼື ມີຊື່ທາງວິທະຍາສາດວ່າ Natural Gas Hydrate (NGH) ຫຼື Methane Hydrate ແມ່ນສານປະກອບແຂງລະຫວ່າງ ແກັສມີເທນກັບນ້ຳ ທີ່ກໍ່ຕົວຂຶ້ນໃນສະພາວະແຮງດັນສູງ ແລະ ອຸນຫະພູມຕ່ຳ     ໂດຍມັກພົບໄດ້ຕາມພື້ນມະຫາສະມຸດ ຫຼື ໃນຊັ້ນດິນແຂງແກ່ວຂອງໂລກ ນ້ຳແຂງຊະນິດນີ້ມີຄຸນສົມບັດສະເພາະທີ່ສາມາດປ່ອຍແກັສມີເທນອອກມາໃນປະລິມານມະຫາສານ ເມື່ອໄດ້ຮັບຄວາມຮ້ອນ ຫຼື ຄວາມດັນຫຼຸດລົງ ໂດຍນ້ຳແຂງຕິດໄຟພຽງ 1 ແມັດກ້ອນ ສາມາດປ່ອຍແກັສທຳມະຊາດໄດ້ຫຼາຍເຖິງ 160-164 ແມັດກ້ອນ ສັກຍະພາບຂອງນ້ຳແຂງຕິດໄຟນີ້ ຈຶ່ງເຮັດໃຫ້ທົ່ວໂລກຈັບຕາເບິ່ງ ເພາະນອກຈາກຈະໃຫ້ພະລັງງານສູງແລ້ວ ຍັງປ່ອຍມົນລະພິດນ້ອຍກວ່າຖ່ານຫິນ […]

7 ວິທີອອກກຳລັງກາຍມື້ລະ 15-30 ນາທີ ຊ່ວຍສ້າງກ້າມ ລົດໄຂມັນ

ຫຼາຍຄົນມັກຄິດວ່າການອອກກຳລັງກາຍທີ່ໄດ້ຜົນ ຈະຕ້ອງໃຊ້ເວລາດົນ ແຕ່ຄວາມຈິງແລ້ວຜູ້ຊາຍສາມາດ ອອກກຳລັງກາຍແຄ່ວັນລະ 15-30 ນາທີ ແລ້ວໄດ້ຜົນລັບທີ່ຫນ້າປະຫລາດໃຈ! ການອອກກຳລັງກາຍທີ່ມີປະສິດທິພາບໃນເວລາສັ້ນໆ ສາມາດຊ່ວຍເສີມສ້າງກ້າມເນື້ອ ລົດໄຂມັນ ແລະ ເຮັດໃຫ້ຮ່າງກາຍ ຟິດຂຶ້ນໄດ້ຢ່າງວ່ອງໄວ ພຽງແຕ່ເຮັດຕາມ 7 ວິທີອອກກຳລັງກາຍວັນລະ 15-30 ນາທີ ຕໍ່ໄປນີ້ເລີຍ   7 ວິທີອອກກຳລັງກາຍວັນລະ 15-30 ນາທີ   1. ອອກກຳລັງກາຍແບບ Tabata   Tabata ແມ່ນການຝຶກທີ່ມີຄວາມເຂັ້ມຂຸ້ນສູງ ດ້ວຍການໃຊ້ເວລາ 20 ວິນາທີເຕັມທີ່ ແລະ ພັກ 10 ວິນາທີ ສະລັບໄປມາໃນຊ່ວງເວລາ 4 ນາທີ ທ່າຝຶກສາມາດເປັນທ່າຫຍັງກໍໄດ້ຫຼາຍແບບ ເຊັ່ນ: ສະຄວອດ, ພຸດອັບ ຫຼື ການກະໂດດເຊືອກ ການຝຶກແບບ Tabata ເຮັດໃຫ້ທ່ານສາມາດເຜົາຜານແຄລໍຣີ່ຫຼາຍໃນເວລາສັ້ນ ທັງຍັງຊ່ວຍເສີມຄວາມແຂງແຮງ ແລະ ເພີ່ມຄວາມຄ່ອງແຄ້ວໄດ້ອີກດ້ວຍ   2. […]

ໂອເປັກ ຄາດການໂລກຍັງຕ້ອງພຶ່ງພາ “ນ້ຳມັນ” ອີກຢ່າງນ້ອຍ 25 ປີ ເລັ່ງເພີ່ມກຳລັງການຜະລິດໄວກວ່າກຳນົດ

ໂອເປັກ ອົງການກຸ່ມປະເທດຜູ້ສົ່ງອອກນ້ຳມັນ (OPEC) ປະເມີນວ່າ ຄວາມຕ້ອງການພະລັງງານຂອງໂລກຈະເພີ່ມຂຶ້ນເຖິງ 24% ພາຍໃນປີ 2050 ແລະ ຄວາມຕ້ອງການໃຊ້ນ້ຳມັນອາດເກີນ 120 ລ້ານບາເຣວ ຕໍ່ມື້ ໃນຊ່ວງເວລາດັ່ງກ່າວ ຊຶ່ງເປັນໄປໃນທິດທາງດຽວກັບລາຍງານ “World Oil Outlook” ປະຈຳປີ 2024 ຂອງໂອເປັກ   ດ້ານສຳນັກງານຂໍ້ມູນຂ່າວສານ ດ້ານພະລັງງານຂອງສະຫະລັດ (EIA) ຄາດການວ່າ ລາຄານ້ຳມັນດິບເບຣນທ໌ (Brent) ຈະຫຼຸດລົງແຕະລະດັບໃກ້ 60 ໂດລາສະຫະລັດຕໍ່ບາເຣວພາຍໃນສິ້ນປີນີ້ ແລະ ຈະສະເລ່ຍຢູ່ທີ່ 59 ໂດລາໃນປີໜ້າ ຊຶ່ງອາດສົ່ງຜົນກະທົບຕໍ່ການຜະລິດນ້ຳມັນຂອງສະຫະລັດ ໂດຍລາຄານ້ຳມັນດິບເບຣນທ໌ໃນຕະຫຼາດໂລກເມື່ອວັນອັງຄານ (10 ມິຖຸນາ 2025) ຢູ່ທີ່ 67.28 ໂດລາຕໍ່ບາເຣວ   “ໄຮທາມ ອັລ-ກາອິສ” ເລຂາທິການໂອເປັກກ່າວລະຫວ່າງການປະຊຸມ “Global Energy Show” ທີ່ເມືອງຄັລກາຣີ ປະເທດແຄນາດາວ່າ ຄວາມຕ້ອງການໃຊ້ນ້ຳມັນທົ່ວໂລກຈະຍັງຄົງເຕີບໂຕຢ່າງຕໍ່ເນື່ອງໃນຊ່ວງ 25 ປີຂ້າງໜ້າ […]

ChatGPT ລົ່ມທົ່ວໂລກດົນກວ່າ 5 ຊົ່ວໂມງ ຜູ້ໃຊ້ຈຳນວນຫຼາຍບໍ່ສາມາດເຂົ້າເຖິງບໍລິການໄດ້

ວັນທີ່ 10 ມິຖຸນາ ຜູ້ໃຊ້ງານ ChatGPT ທົ່ວໂລກປະສົບບັນຫາບໍ່ສາມາດເຂົ້າໃຊ້ງານບໍລິການໄດ້ຕາມປົກກະຕິເປັນເວລາຫຼາຍຊົ່ວໂມງ ໂດຍມີລາຍງານວ່າເຫດຂັດຂ້ອງກິນເວລາດົນກວ່າ 10 ຊົ່ວໂມງ ສົ່ງຜົນໃຫ້ເກີດຄວາມບໍ່ສະດວກຕໍ່ຜູ້ໃຊ້ຈຳນວນຫຼາຍໃນຫຼາຍປະເທດ   ບັນຫາດັ່ງກ່າວເລີ່ມປະມານເວລາ 14:00 ນ. ຕາມເວລາໃນປະເທດລາວ ໂດຍຜູ້ໃຊ້ຈຳນວນຫຼາຍລາຍງານວ່າລະບົບສະແດງຂໍ້ຄວາມຜິດພາດ ເຊັ່ນ “A network error occurred” ຫຼື “Something went wrong” ຂະນະໃຊ້ງານ ທັງໃນເວີຊັນຟຣີ ແລະ ແບບສະໝັກສະມາຊິກ ChatGPT Plus   ນອກຈາກນີ້ ຍັງພົບກໍລະນີທີ່ລະບົບຕອບສະໜອງຊ້າ ຫຼື ບໍ່ສາມາດໂຫຼດໜ້າແຊັດໄດ້ເລີຍ ເວັບໄຊທ໌ Downdetector ຊຶ່ງຕິດຕາມການລາຍງານບັນຫາບໍລິການອອນລາຍແບບ ຣຽວໄທມ໌ ສະແດງກຣາຟການລາຍງານບັນຫາສູງຂຶ້ນ ໃນຊ່ວງເວລາດັ່ງກ່າວ ໂດຍສະເພາະໃນສະຫະລັດອາເມລິກາ ສະຫະລາຊະອານາຈັກ ແລະ ປະເທດໃນເອເຊຍ   ກຣາຟລາຍງານການຢຸດເຮັດວຽກໃນຊ່ວງ 24 ຊົ່ວໂມງທີ່ມາຜ່ານຂອງ OpenAI   OpenAI ຊຶ່ງເປັນຜູ້ພັດທະນາ ChatGPT […]