ຮ່ອງກົງເປີດຮັບນັກສຶກສາທຸກຄົນທີ່ໄດ້ຮັບຜົນກະທົບຈາກ “ຮາວາດ” ໃຫ້ເຂົ້າມາຮຽນໃນມະຫາວິທະຍາໄລຂອງຮ່ອງກົງ

“ຈອນ ລີ” ຜູ້ບໍລິຫານສູງສຸດຂອງເຂດປົກຄອງພິເສດຮ່ອງກົງ ປະກາດເຊີນຊວນນັກສຶກສາຕ່າງຊາດຈາກມະຫາວິທະຍາໄລຮາວາດຂອງສະຫະລັດຯ ໃຫ້ເຂົ້າມາສຶກສາຕໍ່ທີ່ເຂດປົກຄອງພິເສດຮ່ອງກົງ   ຫຼັງຈາກສະຫະລັດຯ ຊຶ່ງນຳໂດຍປະທານາທິບໍດີໂດໂນລ ທຣຳ ສັ່ງການໄປຍັງມະຫາວິທະຍາໄລຮາວາດໃຫ້ຈຳກັດການລົງທະບຽນເຂົ້າສຶກສາຂອງນັກສຶກສາຕ່າງຊາດ ສຳລັບໃນປີການສຶກສາ 2025-2026 ຈົນກາຍເປັນປະເດັນຮ້ອນແຮງທີ່ເກີດການຖົກຖຽງກັນຢ່າງກວ້າງຂວາງໃນຊ່ວງບໍ່ເທົ່າໃດມື້ທີ່ຜ່ານມາ   ຈອນ ລີ ກ່າວຄຳປະກາດຂອງລາວໃນວັນນີ້ (27 ພຶດສະພາ) ລະຫວ່າງການຖະແຫຼງຂ່າວປະຈຳອາທິດວ່າ ຮ່ອງກົງຍິນດີທີ່ຈະຮັບນັກສຶກສາທຸກຄົນທີ່ກຳລັງ “ຖືກແບ່ງແຍກ” ໂດຍນະໂຍບາຍຂອງສະຫະລັດຯ   ຫຼື ກຳລັງປະເຊີນໜ້າກັບຄວາມຍາກລຳບາກໃນການສຶກສາ ແລະ ການປະຕິບັດຢ່າງບໍ່ເປັນທຳຈາກມະຫາວິທະຍາໄລຂອງສະຫະລັດຯ   ໂດຍທີ່ຮ່ອງກົງເປີດປະຕູສຳລັບນັກສຶກສາທຸກຄົນພວກເຂົາສາມາດມາຮຽນໃນມະຫາວິທະຍາໄລຂອງຮ່ອງກົງທີ່ພ້ອມດ້ວຍສິ່ງອຳນວຍຄວາມສະດວກຕ່າງໆ ໄດ້   ຂະນະທີ່ກະຊວງສຶກສາທິການຂອງເຂດປົກຄອງພິເສດຮ່ອງກົງໄດ້ຮຽກຮ້ອງໄປເຖິງມະຫາວິທະຍາໄລໃນປະເທດຈີນແຜ່ນດິນໃຫຍ່ໃຫ້ປົກປ້ອງຜົນປະໂຫຍດຂອງນັກສຶກສາ ແລະ ຫາວິທີດຶງດູດໃຈນັກສຶກສາຊັ້ນນຳທີ່ມີຄວາມສາມາດຈາກນານາຊາດໃຫ້ເຂົ້າມາສຶກສາຕໍ່ໃນຈີນເພື່ອຕອບກັບນະໂຍບາຍຂອງທຣຳທີ່ມີຕໍ່ຮາວາດ

ພົບແບັກທີເຣຍດື້ຢາ-ກໍ່ໂລກຮ້າຍ ໃນທະເລແດງ-ທະເລເມດິເຕີເຣນຽນ

ມະຫາວິທະຍາໄລເທລອາວີຟ ລະບຸໃນຄຳຖະແຫຼງການວ່າ ຄະນະນັກວິໄຈຂອງອິສຣາເອນ ໄດ້ຄົ້ນພົບແບັກທີເຣຍວີບຣິໂອ (Vibrio)   ທີ່ເປັນອັນຕະລາຍ ແລະ ດື້ຢາປົຕິຊີວະນະ ໃນທະເລເມດິເຕີເຣນຽນ ແລະ ທະເລແດງ ສົ່ງຜົນໃຫ້ເກີດຄວາມກັງວົນດ້ານສາທາລະນະສຸກ ເນື່ອງຈາກແບັກທີເຣຍເຫຼົ່ານີ້ສາມາດກໍ່ໃຫ້ເກີດໂລກຮ້າຍແຮງໃນມະນຸດ ຊຶ່ງລວມເຖິງບັນຫາໃນຊ່ອງທ້ອງ ການຕິດເຊື້ອທີ່ບາດແຜ ແລະ ການຕິດເຊື້ອທາງຫູ ອີກທັງເປັນອັນຕະລາຍຕໍ່ສັດທະເລຢ່າງປະກາລັງ ແລະ ຫອຍ   ແບັກທີເຣຍວີບຣິໂອ ສາມາດແບ່ງປັນຍີນໃຫ້ກັນໄດ້ ຊຶ່ງຫມາຍຄວາມວ່າເມື່ອມີແບັກທີເຣຍຕົວໜຶ່ງກາຍເປັນອັນຕະລາຍ ຈະສາມາດຖ່າຍທອດຄຸນສົມບັດດັ່ງກ່າວໄປຍັງແບັກທີເຣຍຕົວອື່ນໃຫ້ກາຍເປັນໄພຂົ່ມຂູ່ໄດ້ເຊັ່ນກັນ ແລະ ອຸນຫະພູມມະຫາສະຫມຸດທີ່ສູງຂຶ້ນ ຈາກການປ່ຽນແປງສະພາບອາກາດຍັງຊ່ວຍໃຫ້ແບັກທີເຣຍເຫຼົ່ານີ້ແຜ່ກະຈາຍໄປຍັງພື້ນທີ່ໃໝ່ ແລະ ຕິດເຊື້ອໃນຄົນໄດ້ຫຼາຍຂຶ້ນອີກດ້ວຍ   ການສຶກສາດັ່ງກ່າວ ຊຶ່ງເຜີຍແຜ່ໃນວາລະສານເອັມສະເຟຍ (mSphere) ລະບຸວ່າຄະນະນັກວິທະຍາສາດຈາກມະຫາວິທະຍາໄລເທລອາວີຟ ໄດ້ວິເຄາະຈີໂນມຂອງຕົວຢ່າງແບັກທີເຣຍວີບຣິໂອຈຳນວນ 23 ຕົວຢ່າງ ຊຶ່ງເກັບຈາກນ່ານນ້ຳຊາຍຝັ່ງຂອງເມືອງເທລອາວີຟ ແລະ ເອລັດ   ຜົນການວິໄຈຂອງພວກເຂົາເຜີຍໃຫ້ເຫັນສານພິດ ລະບົບການຫຼັ່ງ ແລະ ອົງປະກອບທາງພັນທຸກຳເຄື່ອນທີ່ໄດ້ຫຼາກຫຼາຍຊະນິດ   ຊຶ່ງຊ່ວຍໃຫ້ແບັກທີເຣຍແຜ່ກະຈາຍຄຸນສົມບັດຕ່າງໆ ທີ່ສົ່ງເສີມການຢູ່ລອດ ແລະ ຄວາມສາມາດໃນການກໍ່ໂລກ   ນອກຈາກນີ້ ຍັງພົບແບັກທີເຣຍຢ່າງໜ້ອຍ […]

ພູເຂົາໄຟຮາວາຍປະທຸແຮງ ລາວາແດງ ພຸ່ງສູງກວ່າ 300 ແມັດ

ພູເຂົາໄຟຄິລາເວອາ ເທິງເກາະຮາວາຍປະທຸຮຸນແຮງອີກຮອບ ພົ່ນລາວາສີແດງສົ້ມສົດພຸ່ງສູງກວ່າ 300 ແມັດ ທຽບເທົ່າຄວາມສູງຫໍໄອເຟລ ດ້ານນັກທໍລະນີວິທະຍາເຝົ້າລະວັງ ຫຼັງການປະທຸຊ່ວງກ່ອນໜ້າມີລັກສະນະບໍ່ແນ່ນອນ   ວັນທີ່ 28 ພຶດສະພາ 2025 ສຳນັກສຳຫຼວດທາງທໍລະນີວິທະຍາສະຫະລັດຯ ຫຼື USGS ລາຍງານວ່າ ພູເຂົາໄຟຄິລາເວອາ (Kilauea) ຊຶ່ງຕັ້ງຢູ່ເທິງເກາະໃຫຍ່ຂອງລັດຮາວາຍ ສະຫະລັດ   ໄດ້ເກີດການປະທຸຂຶ້ນອີກຄັ້ງ ໂດຍບາງຊ່ວງຂອງການປະທຸພົບວ່າລາວາສີແດງສົ້ມສົດພຸ່ງຂຶ້ນສູ່ທ້ອງຟ້າສູງເຖິງກວ່າ 300 ແມັດ ຊຶ່ງທຽບຄຽງເປັນລະດັບຄວາມສູງໃກ້ຄຽງກັບຄວາມສູງຂອງຫໍໄອເຟນ ໃນກຸງປາຣີ ຂອງຝຣັ່ງ   ຜູ້ຊ່ຽວຊານດ້ານທໍລະນີວິທະຍາເປີດເຜີຍວ່າ ການປະທຸຄັ້ງຫຼ້າສຸດຂອງພູເຂົາໄຟຄິລາເວອາ ເກີດຂຶ້ນຫຼັງຈາກຊ່ວງເວລາການລະເບີດແບບເປັນຊ່ວງໆ ທີ່ເລີ່ມຕັ້ງແຕ່ວັນທີ່ 23 ທັນວາ ປີທີ່ຜ່ານມາ   ໂດຍແຕ່ລະຄັ້ງມີໄລຍະເວລາ ຕັ້ງແຕ່ບໍ່ເຖິງເຄິ່ງມື້ ໄປຈົນເຖິງເກືອບ 1 ອາທິດ   ຂະນະທີ່ຄລິບວິດີໂອຖ່າຍທອດສົດຈາກກ້ອງຂອງ USGS ເຜີຍໃຫ້ເຫັນລາວາໄຫຼປະທຸຈາກປ່ອງພູເຂົາໄຟຢ່າງຊັດເຈນ ສ້າງຄວາມຕື່ນຕາຕື່ນໃຈໃຫ້ແກ່ຜູ້ຊົມທົ່ວໂລກ   ຂະນະດຽວກັນເຈົ້າໜ້າທີ່ກໍຍັງຄົງເຝົ້າລະວັງ ແລະ ຕິດຕາມສະຖານະການຢ່າງໃກ້ຊິດ ເພື່ອປະເມີນຜົນກະທົບຕໍ່ຊຸມຊົນ ແລະ ສິ່ງແວດລ້ອມໃນພື້ນທີ່ຕໍ່ໄປ […]

“ອີຢູ-ຈີນ” ຈັບມືເສດຖະກິດ ວາງແຜນພົບກັນຕົ້ນເດືອນໜ້າ ຕໍ່ຕ້ານ”ພາສີທຣຳ”

ຫຼັງຈາກປະທານາທິບໍດີທຣຳ ແຫ່ງສະຫະລັດຂູ່ຂຶ້ນພາສີສະຫະພາບຢູໂຣບ ຫຼື ອີຢູ (EU) ເຖິງ 50% ໃນວັນທີ່ 1 ມິຖຸນາ 2025 ກ່ອນຈະເລື່ອນເວລາອອກໄປເປັນ 9 ກໍລະກົດ 2025 ນີ້ ຈັບຕາໄປທີ່ການເຄື່ອນໄຫວລະຫວ່າງ “ອີຢູ ແລະ ຈີນ” ວ່າຈະຈັບມື ຫຼື ຕອບໂຕ້ກັບໃນທິດທາງໃດ   ສຳນັກຂ່າວບລູມເບີກ ລາຍງານວ່າ ເຈົ້າໜ້າທີ່ລະດັບສູງດ້ານການຄ້າຈາກສະຫະພາບຢູໂຣບ ຫຼື ອີຢູ (EU) ແລະ ຈີນວາງແຜນທີ່ຈະພົບກັນອີກຄັ້ງໃນຊ່ວງຕົ້ນເດືອນໜ້າເປັນຄັ້ງທີ່ 3 ຂອງປີນີ້   ເປັນສັນຍານທີ່ສະແດງໃຫ້ເຫັນວ່າທັງສອງຝ່າຍກຳລັງເພີ່ມຄວາມຮ່ວມມືກັນຫຼາຍຂຶ້ນ ເພື່ອພະຍາຍາມຕ້ານທານແຮງກົດດັນດ້ານພາສີສຸນອາກອນຈາກ”ປະທານາທິບໍດີໂດໂນລ ທຣຳ” ແຫ່ງສະຫະລັດຯ   ໂກລບອນ ໄທມສ໌ ຊຶ່ງເປັນສື່ຂອງລັດຖະບານຈີນລາຍງານວ່າ ໂຄສົກຂອງສະຫະພາບຢູໂຣບ ຫຼື ອີຢູ ເປີດເຜີຍວ່ານາຍ “ຫວັງ ເຫວິນເທົາ” ລັດຖະມົນຕີກະຊວງການຄ້າຈີນ ແລະ “ມາໂຣສ ເຊຟໂຄວິດ” ກຳມາທິການຢູໂຣບດ້ານການຄ້າ ແລະ […]

ໝໍລອງກັບຕົວເອງ ພຽງແຕ່ເພີ່ມ “ສິ່ງນີ້” ລົງໃນເຂົ້າ ສາມາດຫຼຸດນ້ຳໜັກໄດ້ 20 ກິໂລ

ໝໍໄຕ້ຫວັນ ເປີດເຜີຍເຄັດລັບຫຼຸດນ້ຳໜັກ 20 ກິໂລກຣາມ ພຽງແຕ່ເພີ່ມ “ນ້ຳສົ້ມສາຍຊູ” ໃນເຂົ້າ ຊ່ວຍຄວບຄຸມນ້ຳຕານ-ຫຼຸດຄວາມສ່ຽງໂລກຫົວໃຈ   ບໍ່ແມ່ນພຽງແຕ່ກິນຫນ້ອຍ ຫຼື ອອກກຳລັງກາຍຫຼາຍ ແຕ່ການ “ກິນໃຫ້ຖືກຕ້ອງ” ແມ່ນຫົວໃຈສຳຄັນຂອງການຫຼຸດນ້ຳໜັກຢ່າງຍືນຍົງ…..   ນີ້ແມ່ນບົດຮຽນທີ່ ທ່ານໝໍເຊິນ ເວເລີ່ງ (陳威龍) ແພດຜູ້ຊ່ຽວຊານດ້ານການຫຼຸດນ້ຳໜັກຈາກໄຕ້ຫວັນ ໄດ້ຮຽນຮູ້ດ້ວຍຕົວເອງ ຫຼັງຈາກຕ້ອງປະເຊີນກັບພາວະກ້າມເນື້ອຫົວໃຈຂາດເລືອດເພາະໂລກອ້ວນ ຈົນເກືອບເອົາຊີວິດບໍ່ລອດ     ຈາກອະດີດແພດຍາມດ່ວນທີ່ເຮັດວຽກໃນຫ້ອງສຸກເສີນນານເກືອບ 30 ປີ ທ່ານໝໍເຊິນ ເປີດເຜີຍວ່າ ຊີວິດທີ່ເຕັມໄປດ້ວຍຄວາມເຄັ່ງຕຶງ ພັກຜ່ອນບໍ່ພຽງພໍ ຂາດການອອກກຳລັງກາຍ ແລະ ການກິນອາຫານຟາສຟູ້ດຢ່າງເຊັ່ນ ຊາໄຂ່ມຸກ ໄກ່ທອດ ແລະ ແອລກໍຮໍລເປັນປະຈຳ ເຮັດໃຫ້ນ້ຳໜັກຕົວພຸ່ງສູງເຖິງ 80 ກິໂລກຣາມ   ຈົນກະທັ່ງວັນໜຶ່ງ ລາວຮູ້ສຶກແໜ້ນໜ້າເອິກ ແລະ ເຈັບບໍລິເວນໜ້າເອິກຢ່າງຮຸນແຮງໃນຂະນະຢູ່ໃນຫ້ອງແລັບ ຕ້ອງເຂົ້າຮັບການປິ່ນປົວໃນຫ້ອງ ICU ເປັນເວລາໜຶ່ງອາທິດ ດ້ວຍອາການກ້າມເນື້ອຫົວໃຈຕາຍສຽບພັນ   ຫຼັງຈາກນັ້ນ ລາວຕັດສິນໃຈໃນການປ່ຽນແປງພຶດຕິກຳເພື່ອສຸຂະພາບ […]

ເຈົ້າໜ້າທີ່ພາສີ ສປປ ລາວ ຢຶດເຮໂຣອິນ ນໍ້າໝັກ 14 ກິໂລກຣາມທີ່ສະໜາມບິນວັດໄຕ

ໃນວັນທີ 22 ພຶດສະພາ ປີ 2025 ຜ່ານມານີ້, ເຈົ້າໜ້າທີ່ພາສີ ພະແນກສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ ແລະ ເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນສະໜາມບິນວັດໄຕ,   ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ແລະ ພາກສ່ວນເອັກສະເລຂອງສະໜາມບິນວັດໄຕອາຄານສາກົນຂອງ ສປປ ລາວ, ໄດ້ກວດກາກະເປົາເດີນທາງຂອງຄົນສັນຊາດ ປະເທດບຸນກາລີ, ທີ່ສົງໄສວ່າມີສານເສບຕິດ.   ແຕ່ຜ່ານການກວດກາຕົວຈິງພົບເຫັນຢາເສບຕິດ ປະເພດເຮໂຣອິນ ຈໍານວນ 14 ຖົງລວມນໍ້າໝັກ 14 ກິໂລກຣາມ, ໄດ້ຊຸກເຊື່ອງໃສ່ໃນຖົງອາຫານສັດ, ຖົງກາເຟສໍາເລັດຮູບ, ທີ່ຈະເດີນທາງອອກໄປຕ່າງປະເທດ.     ດັ່ງນັ້ນ,ຈຶ່ງໄດ້ນໍາເອົາຂອງກາງ ແລະ ຜູ້ຖືກຫາດັ່ງກ່າວມອບໃຫ້ເຈົ້າໜ້າທີ່ຕໍາຫຼວດກົມ 303 ກະຊວງປ້ອງກັນຄວາມສະຫງົບ, ໄປດໍາເນີນການຕາມຂັ້ນຕອນລະບຽບກົດໝາຍໃນຂັ້ນຕໍ່ໄປ.       ທີ່່ມາ: ກະຊວງການເງິນ    

“ແວ່ນອັດສະຣິຍະ” Android XR ນຳທາງ ແປພາສາເຣຍລໄທມ໌ ຄວບ Gemini ໃນຕົວ

Google ເປີດໂຕແວ່ນຕາອັດສະຣິຍະໃນງານ I/O ໃຊ້ Android XR ມາພ້ອມກ້ອງ ໄມໂຄໂຟນ ລຳໂພງ ໜ້າຈໍໃນເລນສ໌ ແລະ ຟີເຈີ Gemini ເຊັ່ນ: ແປພາສາແບບເຣຍລໄທມ໌ ໃຊ້ງານຜ່ານສຽງ ດີໄຊນ໌ລຽບ ເໝາະກັບຊີວິດປະຈຳວັນ   ສາກ “ໂທນີ ສະຕາກ” ໃສ່ແວ່ນອັດສະຣິຍະແລ້ວສັ່ງການດ້ວຍປັນຍາປະດິດ ໃຜເຫັນກໍຕ້ອງຮ້ອງວ້າວ ວັນນີ້ Google ໄດ້ນຳພາມະນຸດໄປເຖິງຈຸດນັ້ນແລ້ວ ໃນງານ Google I/O ກູເກີນໄດ້ເປີດໂຕ “ແວ່ນຕາອັດສະຣິຍະ” ອັດແໜ້ນດ້ວຍຟີເຈີສຸດລ້ຳ     ລະບົບປະຕິບັດການ Android XR ຖືກເປີດໂຕໄປແລ້ວຊ່ວງປາຍປີ 2024 ໃນ “ເຮດເຊດຄອບຫົວ” ຂອງ Samsung ລ່າສຸດ ກູເກີນໄດ້ນຳ Android XR ມາໃຊ້ກັບແວ່ນພາຍໃຕ້ Project Aura ຜະລິດຕົ້ນແບບໂດຍ XREAL ແລະ ຮ່ວມພັດທະນາໂດຍ […]

ຄິມຈົງອຶນສັ່ງລົງໂທດເຈົ້າໜ້າທີ່ລະດັບສູງເພີ່ມ ສາເຫດເຮືອຮົບລົ່ມກາງພິທີເປີດໂຕ

ຄິມ ຈົງອຶນ ຜູ້ນຳເກົາຫຼີເໜືອສັ່ງລົງໂທດເຈົ້າໜ້າທີ່ເປັນລາຍທີ່ 4 ຫລັງເກີດເຫດຜິດພາດໃນການເປີດໂຕເຮືອຮົບໃໝ່ ທີ່ສ້າງຄວາມບໍ່ພໍໃຈຢ່າງຮຸນແຮງໃຫ້ກັບລາວ ເພາະຖືວ່ານີ້ເປັນການທຳລາຍສັກສີຊາດ   ລີ ຫະຍັງ-ຊອນ ຮອງຜູ້ອຳນວຍການພະແນກອຸດສາຫະກຳຍຸດໂທປະກອນແຫ່ງພັກແຮງງານ ຊຶ່ງເປັນຜູ້ເບິ່ງແຍງດ້ານການພັດທະນາອາວຸດ ແລະ ເປັນໜຶ່ງໃນສະມາຊິກຄະນະກຳມາທິການການທະຫານກາງຂອງພັກແຮງງານ   ຊຶ່ງມີໜ້າທີ່ເບິ່ງແຍງກອງທັບປະຊາຊົນເກົາຫຼີ ເປັນເຈົ້າໜ້າທີ່ລະດັບສູງລາຍລ່າສຸດທີ່ຖືກຊີ້ວ່າຕ້ອງຮັບຜິດຊອບໂດຍກົງ ຕໍ່ອຸບັດຕິເຫດຄັ້ງໃຫຍ່ທີ່ເກີດຂຶ້ນເມື່ອອາທິດກ່ອນ ຕາມລາຍງານຈາກສຳນັກຂ່າວ KCNA ຂອງທາງການເກົາຫຼີເໜືອເມື່ອວັນຈັນ   ເຮືອພິຄາດຂະໜາດ 5,000 ໂຕນ ທີ່ຫາກໍສ້າງແລ້ວໄດ້ ອຽງລົ້ມ ແລະ ໂຕເຮືອໄດ້ຮັບຄວາມເສຍຫາຍ ຊຶ່ງຄິມຈົງອຶນໄດ້ກ່າວວ່າເປັນການກໍ່ອາຊະຍາກຳທີ່ສ້າງຄວາມເສຍຫາຍຢ່າງຮຸນແຮງຕໍ່ສັກສີ ແລະ ຄວາມພາກພູມໃຈຂອງຊາດ   ປັດຈຸບັນເຮືອລຳດັ່ງກ່າວກຳລັງຢູ່ໃນລະຫວ່າງການຊ້ອມແຊມພາຍໃຕ້ການເບິ່ງແຍງຂອງຜູ້ຊ່ຽວຊານ ຂະນະທີ່ທາງການຍັງບໍ່ເປີດເຜີຍຊັດເຈນວ່າ ເຈົ້າໜ້າທີ່ທີ່ຖືກຈັບກຸມຈະໄດ້ຮັບໂທດສະຖານໃດ ແຕ່ເປັນທີ່ຮູ້ກັນວ່າເກົາຫຼີເໜືອມັກລົງໂທດຢ່າງຮຸນແຮງ ທັງການໃຊ້ແຮງງານໜັກ ແລະ ໃນບາງກໍລະນີອາດເຖິງຂັ້ນປະຫານຊີວິດ   ກ່ອນໜ້ານີ້ໃນຊ່ວງທ້າຍອາທິດທີ່ຜ່ານມາ ທາງການເກົາຫຼີເໜືອໄດ້ຄວບຄຸມຕົວເຈົ້າໜ້າທີ່ອີກ 3 ຄົນຈາກອູ່ຕໍ່ເຮືອໃນເມືອງຊົງຈິນ ຊຶ່ງເປັນສະຖານທີ່ ທີ່ສ້າງເຮືອພິຄາດລຳດັ່ງກ່າວ ປະກອບດ້ວຍ ຫົວໜ້າວິສະວະກອນ ຫົວໜ້າຝ່າຍກໍ່ສ້າງ ແລະຜູ້ຈັດການຝ່າຍທຸລະການ   ຄິມຈົງອຶນກ່າວວ່າ ປະນາມເຫດການຄັ້ງນີ້ວ່າເກີດຈາກຄວາມປະມາດຢ່າງສິ້ນເຊີງ ຂາດຄວາມຮັບຜິດຊອບ […]

ທຣຳຢ້ຳຄຳເວົ້າເບສເຊນຕ໌ ສະຫະລັດຕ້ອງການຜະລິດລົດຖັງ ບໍ່ແມ່ນເສື້ອຍື້ດ

ສຳນັກຂ່າວຣອຍເຕີສຣາຍງານ ປະທານາທິບໍດີທຣຳ ກ່າວເມື່ອວັນອາທິດ (25 ພຶດສະພາ 2025) ຕາມເວລາທ້ອງຖິ່ນກ່ອນຂຶ້ນເຄື່ອງບິນແອຣ໌ຟອຣສວັນໃນນິວເຈີຊີ່ວ່າ   ຕົນເຫັນດີກັບຄວາມເຫັນຂອງ ທ່ານ ສກັອດ ເບສເຊນຕ໌ ລັດຖະມົນຕີວ່າການກະຊວງການຄັງ ທີ່ເວົ້າໄວ້ເມື່ອວັນທີ 29  ເມສາ ວ່າ ສະຫະລັດບໍ່ຈຳເປັນຕ້ອງມີ “ອຸດສາຫະກຳສິ່ງທໍອັນຮຸ່ງເຮືອງ” ຄວາມເຫັນດັ່ງກ່າວເອີ້ນສຽງວິຈານຈາກສະພາອົງການສິ່ງທໍແຫ່ງຊາດ   “ພວກເຮົາບໍ່ໄດ້ຕ້ອງການເຮັດເກີບຜ້າກັບເສື້ອຍືດ ພວກເຮົາຕ້ອງການເຮັດອາວຸດຍຸດໂທປະກອນ ເຮັດຂອງໃຫຍ່ໆ ພວກເຮົາຕ້ອງການເຮັດເອໄອດ້ວຍຄອມພິວເຕີ”   “ຂ້ອຍບໍ່ໄດ້ຢາກເຮັດເສື້ອຍືດ ນີ້ເວົ້າແທ້ ບໍ່ໄດ້ຢາກເຮັດຖົງຕີນ ພວກເຮົາສາມາດເຮັດຂອງພວກນີ້ໄດ້ດີຫຼາຍທີ່ອື່ນ ພວກເຮົາຢາກເຮັດຊິບ ແລະ ຄອມພິວເຕີ ກັບອີກສາລະພັດ ລົດຖັງ ກຳປັ່ນ” ທຣຳ ກ່າວ   ເຖິງແມ່ນວ່າທຣຳຈະຊີ້ແຈງວ່າບໍ່ໄດ້ເນັ້ນອຸດສາຫະກຳສິ່ງທໍ ແຕ່ນະໂຍບາຍດັ່ງກ່າວກໍຍັງສົ່ງຜົນຕໍ່ຜູ້ປະກອບການໃນສາຂານີ້ທີ່ຄາດຫວັງຈະໄດ້ຮັບການສະໜັບສະໜູນຈາກມາດຕະການປ້ອງກັນການຄ້າ   ການຖະແຫຼງຂອງທຣຳຄັ້ງນີ້ສະທ້ອນໃຫ້ເຫັນເຖິງທິດທາງທີ່ຊັດເຈນຂອງນະໂຍບາຍເສດຖະກິດສະຫະລັດທີ່ມຸ່ງເນັ້ນການສ້າງຄວາມໄດ້ປຽບທາງຍຸດທະສາດໃນດ້ານເທັກໂນໂລຊີ ແລະ ການປ້ອງກັນປະເທດ ຫຼາຍກວ່າການຟື້ນຟູອຸດສາຫະກຳແຮງງານເຂັ້ມຂົ້ນແບບດັ້ງເດີມ