ຍີ່ປຸ່ນປະເມີນໃໝ່ກໍລະນີເກີດ’ອະພິມະຫາແຜ່ນດິນໄຫວ’ ຄາດວ່າພາກຊີວິດເກືອບ3ແສນຄົນ

“ອະພິມະຫາແຜ່ນດິນໄຫວ” ແລະ ຊຶນາມິທີ່ຕາມມາຫຼັງຈາກນັ້ນ ອາດກໍ່ຄວາມສູນເສຍສູງສຸດກວ່າ 298,000 ແສນຊີວິດໃນຍີ່ປຸ່ນ ແລະ ສ້າງຄວາມເສຍຫາຍຄິດເປັນມູນຄ່າເກືອບ 2 ລ້ານລ້ານໂດລາສະຫະລັດຯ ຈາກຕົວເລກປະເມີນໃໝ່ຂອງລັດຖະບານທີ່ເຜີຍແຜ່ໃນວັນຈັນ(31ມີນາ) ຕົວເລກດັ່ງກ່າວເປັນການອັບເດດຈາກການປະມານການເທື່ອກ່ອນໃນປີ 2014 ສຳລັບແນວໂນ້ມຜົນກະທົບທີ່ຈະໄດ້ຮັບຈາກການເກີດແຜ່ນດິນໄຫວຂະໜາດໃຫຍ່ຕາມຮ່ອງເລິກນັນໄກ (Nankai Trough) ທາງໃຕ້ຂອງຍີ່ປຸ່ນ ຮ່ອງເລິກນັນໄກ ເປັນຮ່ອງເລິກທອດຍາວເປັນໄລຍະທາງປະມານ 800 ກິໂລແມັດທີ່ກົ້ນມະຫາສະໝຸດປາຊີຟິກ ຕາມແນວຊາຍຝັ່ງຕາເວັນຕົກສຽງໃຕ້ຂອງຍີ່ປຸ່ນ. ແນວຮ່ອງເລິກນີ້ກໍ່ຕົວຂຶ້ນເມື່ອແຜ່ນເປືອກໂລກຟິລິບປິນມຸດຕົວໃຕ້ແຜ່ນເປືອກໂລກຢູເຣເຊຍ. ແຮງກົດທັບທີ່ສະສົມກັນອາດສົ່ງຜົນໃຫ້ເກີດແຜ່ນດິນໄຫວຂະໜາດມະຫຶມາທຸກໆ 100-200 ປີ. ກຸ່ມເຮັດວຽກດ້ານບໍລິຫານຈັດການໄພພິບັດຂອງສຳນັກງານຄະນະລັດຖະມົນຕີ ລະບຸວ່າອາດມີປະຊາຊົນສູງສຸດ 215,000 ຄົນ ເສຍຊີວິດຈາກຊຶນາມິ, ອີກ 73,000 ຄົນ ເສຍຊີວິດສືບເນື່ອງຈາກອາການພັງຖະຫຼົ່ມ, ແລະ ອີກ 9,000 ຄົນ ຈາກໄຟໄໝ້ ເຖິງຢ່າງໃດກໍຕາມການຄາດການຍອດຜູ້ເສຍຊີວິດໂດຍລວມນັ້ນ ຖືວ່າໜ້ອຍກວ່າທີ່ເຄີຍປະມານການໄວ້ໃນປີ 2014 ຊຶ່ງຄາວນັ້ນລະບຸວ່າອາດມີປະຊາຊົນເສຍຊີວິດສູງສຸດ 323,000 ຄົນ ໃນຊ່ວງ […]
ພະນັກງານຂອງຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດຈໍານວນໜຶ່ງ ຖືກກັກຕົວ

ໃນໄລຍະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຕິດພັນກັບການເພີ່ມທະວີການເຄື່ອນໄຫວປະຕິບັດໜ້າທີ່, ຕິດຕາມກວດກາສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຢູ່ໃນລະບົບການຈັດຕັ້ງ ແລະ ຖັນແຖວພະນັກງານຂອງລັດ, ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດຍາມໃດກໍ່ເອົາໃຈໃສ່ການຕິດຕາມກວດກາຢູ່ພາຍໃນ ຕໍ່ພະນັກງານພາຍໃນອົງການຂອງຕົນ ໂດຍສະເພາະແມ່ນກວດກາ, ເກັບກຳຂໍ້ມູນ ແລະ ແກ້ໄຂພຶດຕິກຳສວຍໃຊ້ຕຳແໜ່ງ, ໜ້າທີ່, ຮັບສິນບົນທີ່ຂັດກັບລະບຽບກົດໝາຍ. ດ້ວຍຂໍ້ມູນຫຼັກຖານຄົບຖ້ວນກ່ຽວກັບການກະທຳຜິດຂອງພະນັກງານຈຳນວນໜຶ່ງ, ໃນວັນທີ 10 ກຸມພາ 2025 ໄດ້ມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງນຳໃຊ້ມາດຕະການກັກຕົວພະນັກງານຂອງອົງການກວດກາແຫ່ງລັດ ຈຳນວນ 4 ຄົນ. ໃນນີ້ມີພະນັກງານຂັ້ນຫົວໜ້າກົມ 1 ຄົນ, ຂັ້ນຮອງຫົວໜ້າກົມ 1 ຄົນ ແລະ ພະນັກງານຂັ້ນຮອງພະແນກ 2 ຄົນ. ນອກຈາກນັ້ນກໍ່ໄດ້ກັກຕົວບຸກຄົນທີ່ກ່ຽວຂ້ອງອີກ ຈໍານວນ 3 ຄົນ ທີ່ມີການພົວພັນກັບການໃຫ້ສິນບົນແກ່ເຈົ້າໜ້າທີ່ຂອງອົງການກວດກາແຫ່ງລັດທີ່ກ່າວມາຂ້າງເທິງ. ປັດຈຸບັນແມ່ນກຳລັງດຳເນີນການສືບສວນ-ສອບສວນ ຕໍ່ພວກກ່ຽວຕາມຂັ້ນຕອນຂອງກົດໝາຍ.
ນາຍົກລັດຖະມົນຕີ ໂທລະສານສະແດງຄວາມເຫັນໃຈຕໍ່ເຫດການແຜ່ນດິນໄຫວທີ່ມຽນມາ

ນາຍົກລັດຖະມົນຕີ ໂທລະສານສະແດງຄວາມເຫັນໃຈ ຕໍ່ເຫດການແຜ່ນດິນໄຫວ ຢູ່ມຽນມາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ ທ່ານ ພົນເອກ ອາວຸໂສ ມິນ ອອງ ລາຍ ປະທານສະພາບໍລິຫານ ແຫ່ງລັດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາທີ່ ນະຄອນຫຼວງເນປິດໍ ຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າເສຍໃຈ ຕໍ່ເຫດການແຜ່ນດິນໄຫວທີ່ເກີດຂຶ້ນ ຢູ່ ສາທາລະນະລັດ ສະຫະພາບມຽນມາ ໃນວັນທີ 28 ມີນາ ຜ່ານມາ ຊຶ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ສັັບຊິນ ແກ່ປະຊາຊົນມຽນມາ. ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ […]
ກຸ່ມຕໍ່ຕ້ານລັດຖະປະຫານ ມຽນມາປະກາດຢຸດຍິງ 2 ອາທິດ ຫຼີກທາງສົ່ງຄວາມຊ່ວຍເຫຼືອ

ກຸ່ມຕໍ່ຕ້ານການລັດຖະປະຫານໃນມຽນມາ ໄດ້ປະກາດຢຸດຍິງບາງສ່ວນເປັນໄລຍະເວລາ 2 ອາທິດ ເພື່ອເປີດທາງໃຫ້ກັບການຊ່ວຍເຫຼືອ ແລະ ປະຕິບັດການກູ້ໄພທີ່ເລີ່ມຂຶ້ນເມື່ອວັນທີ 30 ມີນາ ຫຼັງຈາກເກີດແຜ່ນດິນໄຫວຂະໜາດໃຫຍ່ໃນປະເທດທີ່ປະສົບກັບຄວາມຂັດແຍ່ງມາຢ່າງຍາວນານ ດ້ານກອງກຳລັງປ້ອງກັນຂອງປະຊາຊົນ (PDF) ກຸ່ມຕິດອາວຸດຕໍ່ຕ້ານລັດຖະບານທະຫານມຽນມາ ປະກາດວ່າ ພວກເຂົາຈະເຮັດວຽກຮ່ວມກັບອົງການສະຫະປະຊາຊາດ ແລະ ອົງກອນຄວາມຊ່ວຍເຫຼືອລະຫວ່າງປະເທດ ພາຍໃນພື້ນທີ່ທີ່ຢູ່ພາຍໃຕ້ການຄວບຄຸມຂອງ PDF ເພື່ອຮັບປະກັນຄວາມປອດໄພໃນການຂົນສົ່ງ ແລະ ຈັດຕັ້ງຄ້າຍກູ້ໄພ ແລະ ການແພດຊົ່ວຄາວ ລັດຖະບານພັດຖິ່ນກ່າວວ່າຈະ “ຮ່ວມມືກັບສະຫະປະຊາຊາດແລະອົງກອນບໍ່ສະແຫວງຫາກຳໄລ (NGOs) ເພື່ອໃຫ້ແນ່ໃຈໃນຄວາມປອດໄພ ການຂົນສົ່ງ ແລະ ການຈັດຕັ້ງຄ້າຍກູ້ໄພ ແລະ ການແພດຊົ່ວຄາວ” ໃນພື້ນທີ່ທີ່ຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາ ຕາມແຖລງການທີ່ເຜີຍແຜ່ທາງສື່ສັງຄົມອອນລາຍ ແຜ່ນດິນໄຫວຂະໜາດ 7.7 ແມກນິຈູດ ເກີດຂຶ້ນທາງຕາເວັນຕົກສຽງເໜືອຂອງເມືອງສະກາຍ ໃນພາກກາງຂອງປະເທດເມື່ອວັນສຸກ ແລະ ຍັງສົ່ງຜົນກະທົບເຖິງໄທ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 1,700 ຄົນ ໃນພະມ້າ ຕາມການລະບຸຂອງລັດຖະບານທະຫານ ຂະນະທີ່ມີຜູ້ເສຍຊີວິດອີກປະມານ 18 ຄົນ ໃນກຸງເທບ […]
“ທຣຳ” ກຽມສົ່ງຄວາມຊ່ວຍເຫຼືອໃຫ້ມຽນມາ ຫຼັງປະເຊີນແຜ່ນດິນໄຫວ.

ປະທານາທິບໍດີໂດນັລ ທຣຳຂອງສະຫະລັດ ເປີດເຜີຍວ່າ ໄດ້ລົມກັບເຈົ້າໜ້າທີ່ໃນມຽນມາກ່ຽວກັບເຫດແຜ່ນດິນໄຫວຮຸນແຮງ ລະດັບ 7.7 ທີ່ເກີດຂຶ້ນແລ້ວ ແລະ ລັດຖະບານຈະໃຫ້ຄວາມຊ່ວຍເຫຼືອໃນຮູບແບບໃດຮູບແບບໜຶ່ງ ປະທານາທິບໍດີໂດນັລ ທຣຳຂອງສະຫະລັດ ເປີດເຜີຍກັບຜູ້ສື່ຂ່າວທີ່ທຳນຽບຂາວ ໂດຍລະບຸວ່າ ລັດຖະບານວໍຊິງຕັນຈະມອບຄວາມຊ່ວຍເຫຼືອໃຫ້ມຽນມາໃນຮູບແບບໃດຮູບແບບໜຶ່ງ ຫຼັງຈາກລົມກັບເຈົ້າໜ້າທີ່ຂອງລັດຖະບານມຽນມາ ກ່ຽວກັບສະຖານະການແຜ່ນດິນໄຫວຮຸນແຮງ ລະດັບ 7.7 ເຊິ່ງເກີດຂຶ້ນທາງຕອນກາງຂອງປະເທດ ສຳລັບຄວາມເສຍຫາຍສ່ວນໃຫຍ່ເກີດຂຶ້ນໃນເມືອງມັນດາເລ ເມືອງໃຫຍ່ອັນດັບ 2 ຂອງມຽນມາ ເນື່ອງຈາກຕັ້ງຢູ່ໃກ້ຈຸດສູນກາງຂອງການເກີດແຜ່ນດິນໄຫວຮຸນແຮງ ຕາມມາດ້ວຍອາຟເຕີຊັອກຮຸນແຮງ ແລະ ແຜ່ນດິນໄຫວ ລະດັບປານກາງອີກຫຼາຍລະຮອບ ສົ່ງຜົນໃຫ້ບ້ານເຮືອນປະຊາຊົນ ແລະ ໂຄງສ້າງພື້ນຖານເປ່ເພ່ ແລະ ຖະຫຼົ່ມ ທ່າມກາງຄວາມພະຍາຍາມຂອງເຈົ້າໜ້າທີ່ກູ້ໄພ ທີ່ລະດົມກຳລັງກັນເລັ່ງເຮັດວຽກແຂ່ງກັບເວລາເພື່ອຄົ້ນຫາຜູ້ທີ່ອາດຈະຍັງຄົງຕິດຢູ່ພາຍໃຕ້ຊາກປັກຫັກພັງ ເຖິງແມ່ນວ່າຈະພົບກັບອຸປະສັກຈາກບັນຫາການຂາດແຄນອຸປະກອນຕັດຖ່າງ ແລະ ເຄື່ອງຈັກໃນການເຄື່ອນຍ້າຍ ການແຖລງ ດັ່ງກ່າວຂອງທຣຳມີຂຶ້ນຫຼັງຈາກພົນເອກອາວຸໂສມິນ ອອງ ຫຼາຍ ຜູ້ນຳຄະນະລັດຖະປະຫານຂອງມຽນມາແຖລງຜ່ານທາງໂທລະພາບລວມການສະເພາະກິດ ໂດຍລະບຸວ່າ ມຽນມາເປີດຮັບຄວາມຊ່ວຍເຫຼືອລະຫວ່າງປະເທດ ແລະ ຍອມຮັບຂໍ້ສະເໜີສົ່ງຄວາມຊ່ວຍເຫຼືອຈາກອິນເດຍ ແລະ ຈາກຊາດພັນທະມິດໃນສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ຫຼື […]
ແຈ້ງການມອດໄຟ ວັນທີ 29, 30 ແລະ 31 ມີນາ 2025 ບາງເຂດ ເມືອງໄຊທານີ, ເມືອງນາຊາຍທອງ, ເມືອງປາກງື່ມ

ແຈ້ງການມອດໄຟ ວັນທີ 29, 30 ແລະ 31 ມີນາ 2025⚡ ບາງເຂດ ເມືອງໄຊທານີ, ເມືອງນາຊາຍທອງ, ເມືອງປາກງື່ມ ລະອຽດດັ່ງລຸ່ມນີ້:
ແຈ້ງການ ປິດນ້ຳປະປາຊົ່ວຄາວ ໃນວັນທີ 29 ມີນາ 2025

ແຈ້ງການ ເລື່ອງ: ການປິດນ້ຳປະປາຊົ່ວຄາວ ເພື່ອຍົກທໍ່ນ້ຳຂະໜາດ DIP DN 350 mm ຖືກລົດຕຳໃສ່ເສົາຕໍມໍ ສະຖານທີ່: ບ້ານ ນາຄວາຍໄຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງແຈ້ງມາຍັງ ບັນດາລູກຄ້າຜູ້ຊົມໃຊ້ນ້ຳປະປາ ໃນເຂດບ້ານຂອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຊາບວ່າ: ໃນວັນທີ 29 ມີນາ 2025 ກົງກັບ ວັນເສົາ ເລີ່ມແຕ່ເວລາ: 9:00ໂມງ ຫາ 16:00 ໂມງ ຈະໄດ້ປິດນໍ້າປະປາຊົ່ວຄາວ ເພື່ອຍົກທໍ່ນ້ຳຂະໜາດ DIP DN 350 mm ຖືກລົດຕຳໃສ່ເສົາຕໍມໍ ສະຖານທີ່: ຂົວຂ້າມບຶງທາດຫຼວງ ບ້ານ ນາຄວາຍໄຕ້ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ, ໃນລະຫວ່າງການດຳເນີນງານ ຈະສົ່ງຜົນກະທົບເຮັດໃຫ້ ນ້ຳປະປາໄຫຼອອກຄ່ອຍ ຫາ ບໍ່ມີນ້ຳໃນຂອບເຂດພື້ນທີ່ […]
ເກົາຫຼີໃຕ້ “ສົ່ງອອກເດັກ” ຫຼາຍກວ່າ 170,000 ຄົນ

ສົ່ງເດັກກຳພ້າ ໄປເປັນ ລູກໃຫ້ກັບຄອບຄົວອຸປະຖຳຢູ່ຕ່າງປະເທດ ນີ້ເປັນຂະບວນການທີ່ບໍ່ມີປະເທດໃດໃນໂລກ ເຮັດຫຼາຍເທົ່າກັບປະເທດເກົາຫຼີ ທີ່ສົ່ງເດັກນ້ອຍໄປເປັນລູກບຸນທຳໃນປະເທດອື່ນໆ ຕັ້ງແຕ່ຍຸກຫຼັງສົງຄາມເກົາຫຼີ ແລະ ຈົນເຖິງບໍ່ເທົ່າປີທີ່ຜ່ານມາ ກໍຍັງຄົງມີການສົ່ງໄປຢູ່ ຈົນປະເທດນີ້ໄດ້ຊື່ວ່າ ມີໂຄງການຮັບລ້ຽງລູກບຸນທຳລະຫວ່າງປະເທດ ທີ່ດຳເນີນການຍາວນານທີ່ສຸດໃນໂລກ ແຕ່ການສົ່ງເດັກນ້ອຍ ທີ່ເບິ່ງຄືວ່າຈະເປັນການໃຫ້ເດັກນ້ອຍ ໄດ້ໄປມີໂອກາດທີ່ດີນີ້ ກັບພົບວ່າມີເບື້ອງເລິກເບື້ອງຫຼັງຫຼາຍຢ່າງ ຈາກການເປີດເຜີຍເອກະສານຫຼ້າສຸດຂອງຄະນະກຳມະການຄວາມຈິງ ແລະ ການປອງດອງ (TRC) ທີ່ພົບວ່າ ລັດຖະບານມີສ່ວນກ່ຽວຂ້ອງກັບໂຄງການ ທັງຍັງມີການປອມແປງເອກະສານ ການພາກແມ່ແທ້ໆ ຈາກລູກ ແລະ ການສົ່ງເດັກໄປເພື່ອຫາກຳໄລອີກດ້ວຍ ຮັບລ້ຽງລູກລະຫວ່າງປະເທດ ໂຄງການທີ່ເກີດຂຶ້ນຫຼັງສົງຄາມເກົາຫຼີ ໂຄງການຮັບລ້ຽງລູກບຸນທຳລະຫວ່າງປະເທດ ເລີ່ມຕົ້ນປະມານປີ 1953 ໂດຍແລກເລີ່ມນັ້ນ ມີວັດຖຸປະສົງທີ່ຈະສົ່ງເດັກນ້ອຍ ລູກຄິ່ງ ທີ່ເກີດກັບຍິງເກົາຫຼີ ແລະ ທະຫານອາເມລິກາ ທີ່ມາຕັ້ງຖານທັບໃນປະເທດ ຫຼື ທີ່ຮຽກວ່າ ‘G.I. Baby’ ທີ່ກາຍເປັນເດັກກຳພ້າຫຼັງສົງຄາມເກົາຫຼີ ໃຫ້ໄດ້ຮັບການອຸປະຖຳລ້ຽງດູໃນຕ່າງປະເທດ ຊຶ່ງຕໍ່ມາກໍລວມໄປເຖິງເດັກເກົາຫຼີດ້ວຍ ໂດຍມີອົງກອນສາສະໜາໃນປະເທດຢ່າງ […]
ຂໍ້ມູນແຜ່ນດິນໄຫວແຫ່ງຊາດ ເກີດເຫດແຜ່ນດິນໄຫວຢູ່ ມຽນມາ 7.7 ຣິກເຕີ

ລາຍງານຢ່າງເປັນທາງການ ໃນວັນທີ 28 ມີນາ 2025 ເວລາ 13:20 ນາທີ ຈາກສູນຂໍ້ມູນແຜ່ນດິນໄຫວ ແຫ່ງຊາດ ເກີດເຫດແຜ່ນດິນໄຫວຢູ່ ມຽນມາ 7.7 ຣິກເຕີ, ອັບເຕີຊັັອກ 6.4 ຣິກເຕີ
ເກົາຫຼີເໜືອສົ່ງທະຫານໄປຣັດເຊຍເພີ່ມ 3,000 ນາຍ ພ້ອມຂີປະນາວຸດອີກຫຼາຍ

ວັນນີ້ (27 ມີນາ) ກອງທັບເກົາຫຼີໃຕ້ເປີດເຜີຍວ່າຕັ້ງແຕ່ຕົ້ນປີທີ່ຜ່ານມາ ເກົາຫຼີເໜືອໄດ້ສົ່ງທະຫານໄປຣັດເຊຍເພື່ອຮ່ວມຮົບກັບຢູເຄຣນເພີ່ມອີກຢ່າງໜ້ອຍ 3,000 ນາຍ ທີ່ຄາດວ່າເດີນທາງໄປຮອດໃນຊ່ວງລະຫວ່າງເດືອນມັງກອນ ແລະ ກຸມພາ ເຮັດໃຫ້ຈົນຮອດຕອນນີ້ ເກົາຫຼີໃຕ້ຄາດວ່າມີທະຫານເກົາຫຼີເໜືອໃນຣັດເຊຍປະມານ 11,000 ນາຍ ໃ ນຈຳນວນນີ້ເສຍຊີວິດແລະໄດ້ຮັບບາດເຈັບໄປແລ້ວຢ່າງໜ້ອຍ 4,000 ນາຍ ສະທ້ອນວ່າເກົາຫຼີເໜືອຈະຍັງຄົງໃຫ້ການສະໜັບສະໜູນການເຮັດສົງຄາມຂອງຣັດເຊຍ ເຖິງແມ່ນວ່າຜູ້ນຳໂລກຈະຮ່ວມກັນຜັກດັນໃຫ້ເກີດການຢຸດຍິງ ແລະ ຈົບສົງຄາມທີ່ຍືດເຍື້ອເຂົ້າສູ່ປີທີ 3 ກໍຕາມ ນອກຈາກນີ້, ກອງທັບເກົາຫຼີໃຕ້ຍັງລາຍງານວ່າເກົາຫຼີເໜືອໄດ້ສົ່ງຂີປະນາວຸດພິໄສໃກ້ທີ່ສາມາດຂັບເຄື່ອນດ້ວຍຕົວເອງປະມານ 220 ໜ່ວຍ ແລະ ເຄື່ອງຍິງຈະຫຼວດອີກ “ຈຳນວນຫຼາຍ” ໄປຍັງຣັດເຊຍ ໂດຍຄາດວ່າຈຳນວນຂອງຍຸດໂທປະກອນຕ່າງໆ ທີ່ເກົາຫຼີເໜືອຈະມອບໃຫ້ຣັດເຊຍຈະເພີ່ມຂຶ້ນໄປຕາມສະຖານະການໃນສະໜາມຮົບ ເກົາຫຼີເໜືອ ແລະ ຣັດເຊຍກະຊັບຄວາມຮ່ວມມືດ້ານຄວາມໝັ້ນຄົງຮ່ວມກັນ ເມື່ອອາທິດທີ່ແລ້ວ ເຊີເກ ຊອຍກູ ທີ່ປຶກສາຄວາມໝັ້ນຄົງຂອງ ວລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ຫາເດີນທາງຢ້ຽມຢາມກຸງປຽງຢາງ ແລະ ໄດ້ເຂົ້າພົບ ແລະຖ່າຍທອດຂໍ້ຄວາມສຸດອົບອຸ່ນຈາກປູຕິນ ເຖິງຜູ້ນຳຄິມ ຈອງ-ອຶນ ໂດຍຊອຍກູກ່າວກັບຄິມວ່າປູຕິນໃຫ້ຄວາມສົນໃຈຢ່າງເຕັມທີ່ໃນການດຳເນີນການຕາມຂໍ້ຕົກລົງທີ່ບັນລຸກັບຄິມ […]