“ວໍເຣັນ ບັຟເຟັດ” ເປີດເຜີຍການລົງທຶນທີ່ຄຸ້ມຄ່າທີ່ສຸດ ບໍ່ແມ່ນອະສັງຫາລິມະຊັບ, ຄຳ ຫຼື ຮຸ້ນ

ມະຫາເສດຖີລະດັບໂລກ “ວໍເຣັນ ບັຟເຟັດ” ເປີດເຜີຍການລົງທຶນທີ່ຄຸ້ມຄ່າທີ່ສຸດໃນຊີວິດ ບໍ່ແມ່ນອະສັງຫາລິມະຊັບ, ຄຳ ຫຼື ຮຸ້ນ ຢ່າງທີ່ຫຼາຍຄົນຄິດ ໃນການປະຊຸມຜູ້ຖືຮຸ້ນປະຈຳປີຂອງບໍລິສັດ Berkshire Hathaway ເມື່ອວັນທີ 3 ພຶດສະພາ ທີ່ຜ່ານມາ ມະຫາເສດຖີ “ວໍເຣັນ ບັຟເຟັດ” ປະກາດວ່າ ເພິ່ນຈະລົງຈາກຕຳແໜ່ງຊີອີໂອພາຍໃນສິ້ນປີນີ້ ແຕ່ຍັງຄົງດຳລົງຕຳແໜ່ງປະທານຄະນະກຳມະການບໍລິຫານຕໍ່ໄປ ບັຟເຟັດເວົ້າຕໍ່ເນື່ອງເຖິງ 4 ຊົ່ວໂມງໃນງານ ແລະ ຕອບຄຳຖາມທຸກຂໍ້ຢ່າງເຕັມທີ່ ເພິ່ນມີແນວຄິດການໃຊ້ຊີວິດທີ່ຮຽບງ່າຍ ໂດຍເຊື່ອວ່າ ການລົງທຶນທີ່ຄຸ້ມຄ່າທີ່ສຸດໃນຊີວິດ ບໍ່ແມ່ນເງິນຄຳໃນບັນຊີ ແຕ່ຄືການໄດ້ຢູ່ຮ່ວມກັບຜູ້ຄົນທີ່ມີເປົ້າໝາຍດຽວກັນແລະມີທັດສະນະຄະຕິທີ່ດີ ເລືອກຄົບໝູ່ໃຫ້ຖືກຄົນ ວໍເຣັນ ບັຟເຟັດ ເຄີຍໃຫ້ຄຳແນະນຳວ່າ “ຈົ່ງຢູ່ທ່າມກາງຄົນສະຫຼາດ ແລະ ຮຽນຮູ້ໄປນຳກັນ” ເພາະເມື່ອທຽບກັບການລົງທຶນໃນຊັບສິນຕ່າງໆແລ້ວ ການລົງທຶນກັບມິດຕະພາບຄືສິ່ງທີ່ມີຄຸນຄ່າຢ່າງແທ້ຈິງ ເຊັ່ນດຽວກັບທີ່ເພິ່ນໄດ້ພົບກັບຊາລີ ມັງເກີ ຕັ້ງແຕ່ໄວໜຸ່ມ ທັງສອງເປັນທັງໝູ່ສະໜິດ, ເພື່ອນຮ່ວມງານ, ແລະ ຫຸ້ນສ່ວນທາງຄວາມຄິດ ເພາະມີມຸມມອງແລະຄວາມສົນໃຈຄ້າຍກັນ […]
ແຈ້ງການມອດໄຟ ວັນທີ14 ແລະ 16 ພຶດສະພາ 2025

ແຈ້ງການມອດໄຟ ວັນທີ 14 ແລະ ພຶດສະພາ 2025 ລສຍລະອຽດມີດັ່ງລຸ່ມນີ້: ທີ່ມາ: EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ
ຊາອຸດີອາຣາເບຍຕົກລົງຊື້ອາວຸດ-ລົງທຶນກັບສະຫະລັດອາເມຣິກາ 600,000 ລ້ານໂດລາ

ທຳນຽບຂາວປະກາດວ່າ ຊາອຸດີອາຣາເບຍໄດ້ເຮັດຂໍ້ຕົກລົງການລົງທຶນກັບສະຫະລັດອາເມຣິກາ ໃນວົງເງິນ 600,000 ລ້ານໂດລາ ໃນລະຫວ່າງທີ່ປະທານາທິບໍດີໂດນັລ ທຣຳ ເດີນທາງຢ້ຽມຢາມຊາອຸດີອາຣາເບຍເມື່ອ ວານນີ້ (13 ພຶດສະພາ) ຊຶ່ງເປັນໜຶ່ງໃນພາລະກິດຢ້ຽມຢາມຕາເວັນອອກກາງ ໜຶ່ງໃນຂໍ້ຕົກລົງທີ່ສຳຄັນຄື ຂໍ້ຕົກລົງຂາຍອາວຸດເກືອບ 142,000 ລ້ານໂດລາ ໂດຍສະຫະລັດຈະຈັດຫາຍຸດໂທປະກອນທີ່ລ້ຳສະໄໝໃຫ້ແກ່ຊາອຸດີອາຣາເບຍ ຊຶ່ງເປັນການເຮັດຂໍ້ຕົກລົງກັບບໍລິສັດຜະລິດອາວຸດຂອງສະຫະລັດຫຼາຍກວ່າ 10 ແຫ່ງ ແລະ ວົງເງິນໃນຂໍ້ຕົກລົງດັ່ງກ່າວສູງເກືອບ 2 ເທົ່າຂອງງົບປະມານປ້ອງກັນປະເທດຂອງຊາອຸດີອາຣາເບຍໃນປີນີ້ ຊຶ່ງຢູ່ທີ່ 78,000 ລ້ານໂດລາ ດ້ານມົງກຸດຣາຊະກຸມານ ໂມຮຳເໝັດ ບິນ ຊັລມານ ແຫ່ງຊາອຸດີອາຣາເບຍ ກ່າວວ່າ ເປົ້າໝາຍຂອງການລົງທຶນດັ່ງກ່າວແມ່ນເພື່ອຍົກລະດັບຄວາມຮ່ວມມືລະຫວ່າງສະຫະລັດອາເມຣິກາ ແລະ ຊາອຸດີອາຣາເບຍ ໃຫ້ມີມູນຄ່າສູງເຖິງ 1 ລ້ານລ້ານໂດລາ ໂດຍຄອບຄຸມດ້ານການທະຫານ, ຄວາມໝັ້ນຄົງ, ເສດຖະກິດ, ແລະ ເຕັກໂນໂລຊີ ຕົວເລກການລົງທຶນຄັ້ງນີ້ ຍັງລວມເຖິງເມັດເງິນລົງທຶນຮ່ວມກັນມູນຄ່າ 80,000 ລ້ານໂດລາ ຈາກບໍລິສັດ DataVolt // […]
ແຈ້ງການ ເຕືອນໄພມິດສາຊີບ ລະວັງຕົກເປັນເຫຍື່ອການຫຼອກລວງຜ່ານທາງອອນລາຍ

⚠️ ແຈ້ງການ ຮຽນ/ເຖິງ: ຜູ້ນໍາໃຊ້ບັນຊີສື່ສັງຄົມອອນລາຍໃນທົ່ວສັງຄົມ. ເລື່ອງ: ເຕືອນໄພມິດສາຊີບ ລະວັງຕົກເປັນເຫຍື່ອການຫຼອກລວງຜ່ານທາງອອນລາຍ. ອີງຕາມ ກົດໝາຍ ວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ, ເລກທີ 61/ສພຊ, ລົງວັນທີ 15 ກໍລະກົດ 2015. ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂໍແຈ້ງເຕືອນມາຍັງຜູ້ນໍາໃຊ້ສື່ສັງຄົມອອນລາຍຊາບວ່າ: ໃນເດືອນ ເມສາ 2025 ທີ່ຜ່ານມາ ທາງ Facebook page ຂອງການບິນລາວ ໄດ້ອອກແຈ້ງເຕືອນການຫຼອກລວງຜ່ານທາງອອນລາຍ ໂດຍການອ້າງຊື່ເປັນການບິນລາວ ສະເໜີໂປໂມຊັ່ນພິເສດໂຄສະນາຫາເຫຍື່ອຜ່ານທາງສື່ອອນລາຍ ເຊັ່ນ: ເຟສບຸກ, ວອດແອັບ ແລະ ອື່ນໆ ໂດຍຜ່ານການໃຊ້ວິທີການສົ່ງຂໍ້ຄວາມພ້ອມແນບລິ້ງ ຫຼື ໂທຫາເຫຍື່ອ ໂດຍອ້າງວ່າເຫຍື່ອໄດ້ຮັບລາງວັນ ສ້າງແຮງຈູງໃຈໃຫ້ເຫຍື່ອເຮັດຕາມຄໍາແນະນໍາ ອາດຈະໃຫ້ເຫຍື່ອລົງທະບຽນ ໂດຍປ້ອນຂໍ້ມູນສ່ວນຕົວຕ່າງໆ ຫຼື ຫຼອກໃຫ້ຕິດຕັ້ງແອັບພິເຄຊັ່ນ ທີ່ຈະໃຊ້ຄວບຄຸມໂທລະສັບຂອງເຫຍື່ອ […]
ພະຍາດຢ້ານການຂຶ້ນເຄື່ອງບິນ ພາວະທາງຈິດໃຈ ບໍ່ແມ່ນພຽງຄວາມຕື່ນເຕັ້ນ

ພາວະສຸຂະພາບຈິດທີ່ພົບໄດ້ໃນຊ່ວງນີ້ “ພະຍາດຢ້ານການຂຶ້ນເຄື່ອງບິນ” ຄລິບເຄື່ອງບິນຕົກຫຼຸມອາກາດ ແລະ ສຽງຮ້ອງຈາກຜູ້ໂດຍສານທີ່ຖືກແຊຣ໌ຕໍ່ກັນໃນໂລກອອນລາຍ ຊ່ວງມໍລະສຸມຂອງທຸກປີ ມັກມາພ້ອມກັບຂ່າວພາຍຸ ບາງຄົນເບິ່ງຄລິບພຽງແຕ່ 15 ວິນາທີ ແຕ່ກາຍເປັນພາບຕິດຕາໄປຫຼາຍປີ ບໍ່ແມ່ນແຄ່ຮູ້ສຶກຫວາດສຽວ ຫຼື ຕົກໃຈຊົ່ວຄາວ ແຕ່ເປັນອາການຈິງຈັງທີ່ຮຽກວ່າ Aerophobia ຫຼື “ພະຍາດຢ້ານການຂຶ້ນເຄື່ອງບິນ” ງານວິໄຈພົບວ່າ ປະຊາກອນ ປະມານ 6.5% ມີອາການຢ້ານການຂຶ້ນເຄື່ອງບິນໃນລະດັບທີ່ກະທົບຊີວິດປະຈຳວັນ ໂດຍສະເພາະເມື່ອມີປັດໄຈກະຕຸ້ນ ເຊັ່ນ: ພາຍຸ, ຄລິບອຸບັດຕິເຫດ ຫຼື ສຽງກັບຕັນປະກາດ “ຂໍໃຫ້ຮັດເຂັມຂັດແໜ້ນ” ໃນມຸມຈິດເວດ Aerophobia ຈັດຢູ່ໃນກຸ່ມຂອງພະຍາດຢ້ານ (Specific Phobia) ຊຶ່ງມີລັກສະນະຄື ຄວາມຢ້ານທີ່ຮຸນແຮງເກີນເຫດ ແລະ ຄວບຄຸມບໍ່ໄດ້ ເຖິງຂັ້ນຫຼີກລ້ຽງກິດຈະກຳທີ່ກ່ຽວຂ້ອງ ແມ່ນຕ້ອງເສຍງານ ເສຍໂອກາດ ຫຼື ແມ່ນກະທັ້ງເສີ່ຍແຕກຫັກກັບຄົນຮັກທີ່ຢາກທ່ຽວຕ່າງປະເທດ ມີເຄສໜຶ່ງທີ່ໝໍຈື່ໄດ້ດີ…ຍິງໄວສາມສິບ ຫາກໍເລີ່ມຕົ້ນງານໃໝ່ທີ່ຕ້ອງບິນໄປປະຊຸມທີ່ຕ່າງປະເທດ ຄືນກ່ອນເດີນທາງ ລາວໄດ້ເບິ່ງຄລິບເຫດການ turbulence ທີ່ແຊຣ໌ກັນເທິງ TikTok […]
ສະກີໄຟຟ້າ ໃຊ້ແທນການຍ່າງໄດ້ຈາກຝຣັ່ງເສດ ຊາກ 1 ຄັ້ງ ແລ່ນໄກ 50 ກມ. ໄວສຸດ 80 ກມ./ຊມ.

ສະກາຍວີລ (Skwheel) ສະຕາດອັບຈາກຝຣັ່ງເສດ ເປີດຈຳໜ່າຍ ສະກາຍວີລ ວັນ (Skwheel One) ສະກີພະລັງງານໄຟຟ້າຊຶ່ງເຄລມວ່າສາມາດໃຊ້ເຄື່ອນຕົວຜ່ານທຸກພື້ນຜິວເທິງບົກ ເຊັ່ນ: ຄອນກຣີດ, ຢາງມະຕອຍ, ດິນຂະຫຍຸກຂະ ເຮັດຄວາມໄວສູງສຸດ 80 ກິໂລແມັດຕໍ່ຊົ່ວໂມງ ໄລຍະໄກສຸດ 50 ກິໂລແມັດ ໃນລາຄາ 94,600 ບາດ ຂໍ້ມູນສະກີພະລັງງານໄຟຟ້າໃຊ້ແທນການຍ່າງ ສະກາຍວີລ ວັນ (Skwheel One) ເປັນຊຸດສະກີໄຟຟ້າທີ່ປະກອບໄປດ້ວຍສ່ວນລໍ້ສະກີທີ່ແຜ່ນວາງຕີນຈຳນວນ 2 ຂ້າງ ແຕ່ລະຂ້າງຂັບເຄື່ອນດ້ວຍ 2 ລໍ້ ສ່ວນໜ້າຂອງສະກີໄຟຟ້າຈະມີໄຟໜ້າແບບແອລອີດີ (LED) ສ່ວນຫຼັງຂອງສະກີໄຟຟ້າມີໂຄງສ້າງຫຸ້ມດ້ານຫຼັງຂໍ້ຕີນ ແລະ ເປັນທີ່ຢູ່ຂອງໄຟສັນຍານເບຣກແບບ LED ເຊັ່ນກັນ ໂດຍແຜ່ນວາງຕີນຮອງຮັບຕີນຂະໜາດເບີ 38 – 50 ຕາມມາດຕະຖານຢູໂຣບ (EU Size) ແລະ ຍຶດກັບຕີນດ້ວຍສາຍຮັດ ອີກສ່ວນເປັນຣີໂມດສຳລັບຄວບຄຸມການເຮັດວຽກແບບໄຮ້ສາຍໃນລັກສະນະເປັນທີ່ຈັບແບບສອດມືເພື່ອກຳໄວ້ລະຫວ່າງການເດີນທາງດ້ວຍ Skwheel […]
ປູຕິນ ສະເໜີຈັດເຈລະຈາຍຸຕິສົງຄາມກັບ “ຢູເຄຣນ” 15 ພຶດສະພານີ້

ຜູ້ນຳຣັດເຊຍ ເອີ່ຍປາກຂໍຈັດການເຈລະຈາທາງກົງກັບຢູເຄຣນ ເພື່ອຍຸຕິການສູ້ຮົບທີ່ຍືດເຍື້ອຫຼາຍກວ່າ 3 ປີ ລະບຸວ່າຕ້ອງການໂອ້ລົມກັນໃນຕຸລະກີ ວັນທີ 15 ພຶດສະພານີ້ ວັນທີ່ 11 ພຶດສະພາ 2025 ວລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ສະເໜີຈັດການເຈລະຈາທາງກົງກັບຢູເຄຣນໃນວັນທີ 15 ພຶດສະພານີ້ ໂດຍລະບຸວ່າ ຄວນເລີ່ມເຈລະຈາທັນທີ ບໍ່ໃຫ້ຊັກຊ້າ ເພື່ອສ້າງສັນຕິພາບທີ່ຍັ່ງຍືນ ແລະ ກຳຈັດຕົ້ນຕໍຂອງສົງຄາມ ຊຶ່ງຜູ້ນຳຣັດເຊຍລະບຸດ້ວຍວ່າ ເປັນໄປໄດ້ທີ່ການເຈລະຈາຈະນຳມາຊຶ່ງການຢຸດຍິງ ຫຼື ການສະຫງົບສຶກຄັ້ງໃໝ່ ຜູ້ນຳຣັດເຊຍ ຍັງລະບຸດ້ວຍວ່າ ຈະລົມກັບເຣເຊບ ໄທຢິບ ເອີດວນ ປະທານາທິບໍດີຕຸລະກີ ເຖິງລາຍລະອຽດການເຈລະຈາດັ່ງກ່າວ ຫຼັງຈາກລະບຸວ່າ ຕ້ອງການຈັດການເຈລະຈາທີ່ນະຄອນອິສຕັນບູນຂອງຕຸລະກີ ຂະນະທີ່ກ່ອນໜ້ານີ້ການໂອ້ລົມກັນໂດຍກົງລະຫວ່າງຣັດເຊຍກັບຢູເຄຣນຄັ້ງລ່າສຸດເກີດຂຶ້ນຕັ້ງແຕ່ຊ່ວງແລກທີ່ຣັດເຊຍເປີດສາກບຸກຢູເຄຣນເມື່ອຕົ້ນປີ 2022 ຫຼື ກວ່າ 3 ປີແລ້ວ ທ່າທີດັ່ງກ່າວມີຂຶ້ນຫຼັງຜູ້ນຳຊາດຢູໂຣບເດີນທາງຢ້ຽມຢາມຢູເຄຣນ ແລະ ຮຽກຮ້ອງໃຫ້ຣັດເຊຍຕົກລົງຢຸດຍິງໃນຢູເຄຣນໂດຍບໍ່ມີເງື່ອນໄຂເປັນເວລາ 30 ວັນ ເລີ່ມຈາກວັນທີ 12 ພຶດສະພານີ້ […]
“ຄິມ ຈອງ-ອຶນ” ບົ່ງຊີ້ສົ່ງທະຫານເກົາຫຼີເໜືອໄປຮ່ວມຮົບກັບຣັດເຊຍ ເປັນສິ່ງທີ່ຖືກຕ້ອງ

ສຳນັກຂ່າວ KCNA ຂອງເກົາຫຼີເໜືອ ລາຍງານເມື່ອວັນທີ່ 10 ພຶດສະພາ ວ່າ ຄິມ ຈອງ-ອຶນ ຜູ້ນຳສູງສຸດເກົາຫຼີເໜືອ ກ່າວເມື່ອວັນທີ 9 ພຶດສະພາທີ່ຜ່ານມາວ່າ ການສົ່ງທະຫານເກົາຫຼີເໜືອໄປຮ່ວມຮົບກັບຣັດເຊຍໃນປະຕິບັດການທາງທະຫານທີ່ຢູເຄຣນນັ້ນເປັນ “ການກະທຳທີ່ຊອບທຳ” ໂດຍຖືເປັນການໃຊ້ສິດອະທິປະໄຕຂອງຊາດພາຍໃຕ້ສົນທິສັນຍາປ້ອງກັນຮ່ວມກັບມົສໂກ ຄຳກ່າວຂອງຄິມມີຂຶ້ນລະຫວ່າງການຢ້ຽມຢາມສະຖານເອກອັກຄະລາຊະທູດຣັດເຊຍໃນນະຄອນປຽງຢາງ ເນື່ອງໃນວາລະຄົບຮອບ 80 ປີແຫ່ງໄຊຊະນະຂອງສະຫະພາບໂຊວຽດເໜືອເຢຍລະມັນນາຊີໃນສົງຄາມໂລກຄັ້ງທີ 2 ຫຼື ທີ່ຮູ້ຈັກໃນຊື່ ວັນແຫ່ງໄຊຊະນະ (Victory Day) ຜູ້ນຳເກົາຫຼີເໜືອຍັງກ່າວອີກວ່າ ເຂົາໄດ້ລົງນາມຄຳສັ່ງໃຫ້ສົ່ງທະຫານເກົາຫຼີເໜືອເຂົ້າສູ່ແນວໜ້າທີ່ແຂວງເຄີສກ໌ຂອງຣັດເຊຍ ເພື່ອປົດປ່ອຍພື້ນທີ່ດັ່ງກ່າວ ແລະ ເພື່ອປະຕິບັດຕາມສົນທິສັນຍາຄວາມໝັ້ນຄົງຮ່ວມ ທີ່ທັງສອງປະເທດລົງນາມກັນເມື່ອປີທີ່ແລ້ວ ເມື່ອເດືອນທີ່ແລ້ວ ເກົາຫຼີເໜືອໄດ້ຍອມຮັບເປັນຄັ້ງທຳອິດວ່າ ສົ່ງທະຫານໄປຮ່ວມຮົບຄຽງຂ້າງຣັດເຊຍໃນສົງຄາມຢູເຄຣນ ໂດຍ ໜ່ວຍຂ່າວກອງເກົາຫຼີໃຕ້ (NIS) ປະເມີນວ່າມີທະຫານເກົາຫຼີເໜືອປະມານ 15,000 ນາຍ ຢູ່ໃນຣັດເຊຍແລ້ວ ແລະ ມີຜູ້ເສຍຊີວິດແລ້ວປະມານ 600 ລາຍ ຈາກຍອດບາດເຈັບ ແລະ ເສຍຊີວິດຮວມກວ່າ 4,700 ລາຍ […]
ທຣຳປເພີ່ມເຈົ້າໜ້າທີ່ 20,000 ຄົນ ເລັ່ງການເນລະເທດຜູ້ອົບພະຍົບເຂົ້າເມືອງຜິດກົດໝາຍ

ປະທານາທິບໍດີໂດນັລ ທຣຳປ ຂອງສະຫະລັດ ອອກຄຳສັ່ງໃຫ້ກະຊວງຄວາມໝັ້ນຄົງແຫ່ງມາຕຸພູມ (DHS) ຈັດຫາເຈົ້າໜ້າທີ່ເພີ່ມຢ່າງໜ້ອຍ 20,000 ຕຳແໜ່ງ ເພື່ອດຳເນີນນະໂຍບາຍການເນລະເທດຜູ້ອົບພະຍົບຜິດກົດໝາຍ ໂດຍຄຳສັ່ງດັ່ງກ່າວຖືກອອກເມື່ອວັນທີ 9 ພຶດສະພາທີ່ຜ່ານມາ ແລະ ເປັນສ່ວນໜຶ່ງຂອງແຜນການບໍລິຫານທີ່ມີເປົ້າໝາຍ “ກະຕຸ້ນໃຫ້ຜູ້ອົບພະຍົບຜິດກົດໝາຍເດີນທາງອອກນອກປະເທດດ້ວຍຕົນເອງ” ທຣຳປກ່າວໃນວິດີໂອວ່າ ລາວຕ້ອງການເຮັດໃຫ້ “ຂະບວນການອອກຈາກສະຫະລັດ ງ່າຍທີ່ສຸດເທົ່າທີ່ຈະເປັນໄປໄດ້” ສຳລັບຜູ້ທີ່ບໍ່ມີເອກະສານຖືກຕ້ອງ ພາຍໃຕ້ຄຳສັ່ງຝ່າຍບໍລິຫານນີ້ ລັດຖະບານກາງຈະໃຫ້ ເງິນສະໜັບສະໜູນຄ່າປີ້ຍົນ ສຳລັບຜູ້ອົບພະຍົບທີ່ສະໝັກໃຈເດີນທາງກັບປະເທດ ພ້ອມກັບມອບ “ໂບນັດຂາອອກ” (exit bonus) ເຖິງຢ່າງໃດກໍຕາມ ຄຳສັ່ງນີ້ບໍ່ໄດ້ລະບຸຊັດວ່າ ການເພີ່ມຈຳນວນເຈົ້າໜ້າທີ່ DHS ຈະໃຊ້ງົບປະມານຈາກແຫຼ່ງໃດ ປັດຈຸບັນ ໜ່ວຍງານທີ່ຮັບຜິດຊອບເລື່ອງຜູ້ອົບພະຍົບໂດຍກົງຄື ICE (Immigrations and Customs Enforcement) ຊຶ່ງມີພະນັກງານຫຼາຍກວ່າ 21,000 ຄົນ ໂດຍໃນຈຳນວນນີ້ ມີເຈົ້າໜ້າທີ່ເນລະເທດປະມານ 6,100 ຄົນ ແລະ ຜູ້ຊ່ວຍດ້ານການເນລະເທດອີກ 750 […]
“ໂຣດຣິໂກ ດູເຕີເຕ” ອາດໄດ້ຮັບເລືອກເຈົ້າເມືອງ ເຖິງແມ່ນວ່າຍັງຖືກຄຸມຂັງຢູ່

ເລືອກຕັ້ງກາງເທີມ “ຟິລິບປິນ” ຜົນຄະແນນເບື້ອງຕົ້ນ “ໂຣດຣິໂກ ດູເຕີເຕ” ອາດໄດ້ຮັບເລືອກເຈົ້າເມືອງ ເມືອງດາເວົາອີກສະໄໝ ແມ່ນວ່າຖືກຄຸມຂັງໃນສານອາຍາລະຫວ່າງປະເທດ ທ່າມກາງສຶກຊິງບ່ອນນັ່ງ ສວ.ຂອງສອງຂົ້ວການເມືອງ “ຟິລິບປິນ” ຈັດການເລືອກຕັ້ງກາງເທີມ ເມື່ອວັນທີ 12 ພຶດສະພາ 2025 ໂດຍມີຊາວຟິລິບປິນລົງທະບຽນໃຊ້ສິດເລືອກຕັ້ງຫຼາຍກວ່າ 68 ລ້ານຄົນ ຕາມພື້ນທີ່ຕ່າງໆ ທົ່ວປະເທດ ຂະນະທີ່ ເຟີດິນານ ມາກອສ ຈູເນຍ ປະທານາທິບໍດີຟິລິບປິນ ໄປໃຊ້ສິດເລືອກຕັ້ງທີ່ໂຮງຮຽນປະຖົມສຶກສາ Mariano Marcos Memorial ໃນເມືອງ Batac ແຂວງ Ilocos Norte ທາງຕອນເໜືອຂອງຟິລິບປິນ ຖານສຽງສຳຄັນຂອງຕະກູນມາກອສ ພ້ອມກັບອິເມລດາ ມາກອສ ໃນຊຸດສີແດງສົດ ອະດີດສຸພາບສະຕີໝາຍເລກ 1 ແມ່ຂອງຜູ້ນຳຟິລິບປິນຄົນປັດຈຸບັນ ອີກດ້ານໜຶ່ງ ຊາຣາ ດູເຕີເຕ ຮອງປະທານາທິບໍດີຟິລິບປິນ ໄປໃຊ້ສິດທີ່ເມືອງດາເວົາ ຖານສຽງທາງຕອນໃຕ້ຂອງປະເທດ ທ່າມກາງຜູ້ສະໜັບສະໜູນທີ່ຫ້ອມລ້ອມທາຍາດອະດີດປະທານາທິບໍດີຟິລິບປິນ ການເລືອກຕັ້ງຄັ້ງນີ້ແມ່ນເປັນພຽງການເລືອກຕັ້ງກາງເທີມ […]