ຂໍແຈ້ງຂ່າວເສົ້າສະຫລົດໃຈຂອງ ທ່ານພົນເອກ ຄຳໄຕ ສີພັນດອນ

ແຈ້ງຂ່າວພິເສດ ຂອງຄະນະບໍລິຫານງານສູນກາງພັກ   ຂປລ. ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ສີພັນດອນ ຂໍແຈ້ງຂ່າວເສົ້າສະຫລົດໃຈ ອັນສຸດຊຶ້ງ ມາຍັງພີ່ນ້ອງຮ່ວມຊາດ, ພະນັກງານ, ສະມາຊິກພັກ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວປະເທດ ແລະ ເພື່ອນມິດທີ່ຢູ່ໃກ້ ແລະ ໄກ ຊາບຢ່າງທົ່ວເຖິງກັນວ່າ:   ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດອາວຸໂສ ຂອງພັກປະຊາຊົນປະຕິວັດລາວ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 10:30 ໂມງ ຂອງວັນທີ 2 ເມສາ 2025 ດ້ວຍໂລກຊະລາ ລວມອາຍຸໄດ້ 102 ປີ.   ສະຫາຍ ພົນເອກ ຄຳໄຕ ສີພັນດອນ […]

ຮູ້ຈັກໂລກໄທລອຍດ໌ ກັບ 8 ສັນຍານເຕືອນໄພ “ຕ່ອມໄທລອຍດ໌ເປັນພິດ”

ເຄີຍມີຄົນຮອບຂ້າງທັກວ່າ ພວກເຮົາອາດຈະເປັນ ໂລກໄທລອຍດ໌ ເພາະເຫັນວ່າຄໍໂປ່ງ, ຄໍບວມຜິດປົກກະຕິ, ລອງຍືດຄໍແລ້ວລູບຂຶ້ນລູບລົງຫຼາຍຮອບເລີຍທີດຽວ. ແຕ່ຄວາມເປັນຈິງແລ້ວນອກຈາກຄໍໂປ່ງ, ຍັງມີອາການອື່ນໆ ທີ່ເປັນອາການເລີ່ມຕົ້ນຂອງ ຕ່ອມໄທລອຍດ໌ເປັນພິດ ອີກຫຼາຍຢ່າງ.   ມີອາການຫຍັງແດ່, ມາເຊັກນຳກັນ.   ຮູ້ຈັກກັບຕ່ອມໄທລອຍດ໌   ຕ່ອມໄທລອຍດ໌ ເປັນຕ່ອມທີ່ມີຂະໜາດໃຫຍ່ທີ່ສຸດໃນລະບົບຂອງຕ່ອມບໍ່ມີທໍ່, ລັກສະນະກໍ່ຈະຄ້າຍໆ ກັບປີກແມງກະເບື້ອ ທີ່ກາງອອກແລ້ວຄອບຢູ່ບໍລິເວນດ້ານເທິງຂອງຫຼອດລົມ, ເຮັດໜ້າທີ່ສ້າງຮໍໂມນທີ່ຄວບຄຸມການເຜົາຜານພະລັງງານພາຍໃນຮ່າງກາຍ, ລະບົບຍ່ອຍອາຫານ, ລະດັບໄຂມັນໃນເລືອດ, ການເຮັດວຽກຂອງກ້າມຊີ້ນ, ຄວບຄຸມອຸນຫະພູມໃນຮ່າງກາຍ, ໄປຈົນເຖິງຄວບຄຸມເລື່ອງອາລົມ ແລະ ຄວາມຮູ້ສຶກ.   ໂດຍປົກກະຕິແລ້ວຕ່ອມໄທລອຍດ໌ຈະຜະລິດຮໍໂມນອອກມາໃນປະລິມານທີ່ເໝາະສົມ, ຊ່ວຍເສີມໃຫ້ລະບົບຕ່າງໆ ເຮັດວຽກໄດ້ຢ່າງເຕັມປະສິດທິພາບ, ແຕ່ເມື່ອວັນໃດທີ່ຕ່ອມໄທລອຍດ໌ເກີດເຮັດວຽກໜັກຈົນເກີນໄປ, ກໍ່ຈະສົ່ງຜົນໃຫ້ຮ່າງກາຍເມື່ອຍງ່າຍ, ມືສັ່ນ, ໃຈສັ່ນ, ນອນບໍ່ຫຼັບ, ນ້ຳໜັກລຸດ, ຫຼື ໃນຜູ້ຍິງກໍ່ອາດເກີດປະຈຳເດືອນມາຜິດປົກກະຕິໄດ້.   ໃນບາງລາຍຫາກມີອາການຮຸນແຮງກໍ່ຈະເຮັດໃຫ້ຜູ້ປ່ວຍເກີດອາການໂຄມ່າ, ຕາເຫຼືອງ, ຕົວເຫຼືອງ, ອາດເຮັດໃຫ້ເກີດພາວະຫົວໃຈວາຍ ແລະ ມີນ້ຳຖ້ວມປອດໄດ້. ລວມແລ້ວອາການທີ່ເກີດຂຶ້ນເຫຼົ່ານີ້ຈະເອີ້ນວ່າ ພາວະໄທລອຍດ໌ເປັນພິດ.   ສັນຍານເຕືອນໄພ ຕ່ອມໄທລອຍດ໌ເປັນພິດ   […]

ການນອນກົນ ອາການອັນຕະລາຍ ທີ່ບໍ່ຄວນລະເລີຍ!

ການນອນກົນ (Snoring) ເປັນອາການສຳຄັນຂອງພາວະຢຸດຫາຍໃຈຂະນະຫຼັບ, ຊຶ່ງມີສາເຫດມາຈາກອະໄວຍະວະໃນລະບົບຫາຍໃຈສ່ວນຕົ້ນບາງສ່ວນແຄບລົງ.   ຜູ້ປ່ວຍສາມາດກວດຄວາມຮຸນແຮງໄດ້ຜ່ານການເຮັດ Sleep Test ເພື່ອຫາລະດັບຄວາມສ່ຽງທີ່ເປັນອັນຕະລາຍ.   ຫາກພົບວ່າມີອາການທີ່ບໍ່ຮຸນແຮງ, ສາມາດປັບພຶດຕິກຳການນອນເພື່ອຊ່ວຍໃຫ້ອາການດີຂຶ້ນໄດ້.     ອາການນອນກົນເກີດຈາກສາເຫດໃດ     ເກີດຈາກການຫຍ່ອນຕົວຂອງກ້າມຊີ້ນບໍລິເວນຄໍຫອຍ ແລະ ຝາຄໍຂະນະຫຼັບ, ເຮັດໃຫ້ເກີດການອຸດກັ້ນລະບົບທາງເດີນຫາຍໃຈໃນບາງຈຸດ ຈົນເກີດການສັ່ນສະເທືອນຂອງກ້າມຊີ້ນ, ເນື້ອເຍື່ອ, ເພດານອ່ອນ, ຝາຄໍຫອຍ, ໂຄນລີ້ນ, ລວມໄປເຖິງລີ້ນໄກ່.   ເມື່ອລະບົບທາງເດີນຫາຍໃຈແຄບລົງ, ຈຶ່ງເຮັດໃຫ້ເກີດສຽງກາຍເປັນການນອນກົນໃນທີ່ສຸດ.   ນອກຈາກນີ້ຍັງມີຜົນກະທົບຮຸນແຮງຕໍ່ການຫາຍໃຈເຮັດໃຫ້ບໍ່ສາມາດຫາຍໃຈໄດ້ຊົ່ວຂະນະໜຶ່ງ ຫຼື ເອີ້ນວ່າ ພາວະຢຸດຫາຍໃຈຂະນະຫຼັບ.   ປະເພດຂອງການນອນກົນ   ການກົນທຳມະດາ   ຄື ອາການທີ່ເກີດຈາກການຕີບແຄບຂອງບໍລິເວນທາງເດີນຫາຍໃຈສ່ວນເທິງ. ຜູ້ປ່ວຍອາດພົບພາວະຢຸດຫາຍໃຈຂະນະຫຼັບໄດ້ ແຕ່ຈະບໍ່ເຖິງເກນທີ່ແພດວິນິໄສພາວະຢຸດຫາຍໃຈຂະນະຫຼັບ.   ການກົນລະດັບອັນຕະລາຍ   ເປັນອາການນອນກົນທີ່ເຖິງເກນທີ່ກຳນົດຂອງການວິນິໄສພາວະຢຸດຫາຍໃຈຂະນະຫຼັບ, ໂດຍມີສາເຫດມາຈາກບໍລິເວນທາງເດີນຫາຍໃຈສ່ວນເທິງເກີດການຕີບແຄບຫຼາຍຂຶ້ນ, ສົ່ງຜົນໃຫ້ມີການຢຸດຫາຍໃຈຊົ່ວຂະນະ, ແລະ ອາກາດສາມາດຜ່ານໄດ້ໜ້ອຍລົງ. ຜູ້ປ່ວຍຈະມີອາການກົນທີ່ສຽງດັງ ແລ້ວຈະງຽບໄປສັກພັກໜຶ່ງ, ບາງລາຍອາດສະດຸ້ງຕື່ນແລ້ວມີອາການຫາຍໃຈເຮືອກຂຶ້ນມາ. […]

ຣັດເຊຍຢ້ຳຮ່ວມມືສະຫະລັດອາເມລິກາ ຫຼັງທຣຳບໍ່ພໍໃຈປູຕິນ

ດມິທຣີ ເປສຄອຟ ໂຄສົກທຳນຽບເຄມລິນ ຂອງຣັດເຊຍ ຖະແຫຼງວ່າ ຣັດເຊຍຍັງຄົງ “ເຮັດວຽກຮ່ວມກັບສະຫະລັດອາເມລິກາ” ຫຼັງຈາກປະທານາທິບໍດີໂດນັລດ໌ ທຣຳ ຂອງສະຫະລັດອາເມລິກາ ກ່າວວ່າ ລາວ “ບໍ່ພໍ່ໃຈ” ປະທານາທິບໍດີວລາດິເມຍ ປູຕິນ ຜູ້ນຳຣັດເຊຍ.   ຖືເປັນການຕອບໂຕ້ຄັ້ງທຳອິດຂອງຣັດເຊຍຕໍ່ກໍລະນີທີ່ທຣຳວິພາກວິຈານປູຕິນ, ໂດຍເຄມລິນພະຍາຍາມທີ່ຈະຫຼຸດຄວາມຕຶງຄຽດລະຫວ່າງສອງຜູ້ນຳ.   ເປສຄອຟ ກ່າວວ່າ ຣັດເຊຍຍັງເຮັດວຽກຮ່ວມກັບຝ່າຍສະຫະລັດອາເມລິກາຕໍ່ໄປ ເພື່ອສ້າງຄວາມສຳພັນຂອງສອງປະເທດ.   ລາວຍັງບອກວ່າ ຍັງບໍ່ມີແຜນການສຳລັບການໂທລົມພູດກັນລະຫວ່າງປູຕິນ ແລະ ທຣຳໃນອາທິດນີ້, ແຕ່ວ່າປູຕິນກໍ່ພ້ອມທີ່ຈະລົມນຳ “ຫາກຈຳເປັນ”.   ຄວາມພະຍາຍາມທີ່ຈະປັບປຸງສະຖານະການໃຫ້ຮາບລື່ນ ແລະ ດີຂຶ້ນ ເກີດຂຶ້ນຫຼັງຈາກທຣຳກ່າວກັບ NBC News ເມື່ອວັນອາທິດທີ່ຜ່ານມາວ່າ ເຂົາໃຈຮ້າຍໃຫ້ປູຕິນທີ່ໂຈມຕີຄວາມໜ້າເຊື່ອຖືຂອງປະທານາທິບໍດີໂວໂລດິເມຍ ເຊເລນສກີ ຂອງຢູເຄຣນ ແລະ ຂູ່ວ່າຈະຮຽກເກັບພາສີຮ້ອຍລະ 50 ກັບປະເທດຕ່າງໆ ທີ່ຊື້ນ້ຳມັນຈາກຣັດເຊຍ ຫາກປູຕິນບໍ່ຕົກລົງຢຸດຍິງ.   ຖືເປັນການປ່ຽນທ່າທີທີ່ມີຕໍ່ປະທານາທິບໍດີຣັດເຊຍຢ່າງຊັດເຈນ.   ທັງນີ້, ເຈົ້າໜ້າທີ່ຂອງສະຫະລັດອາເມລິກາ ແລະ ຣັດເຊຍ […]

“ນ້ຳມັນໝູ” ມີປະໂຫຍດ ຫຼື ໂທດ? ແລ້ວໃຊ້ເຮັດອາຫານໄດ້ຫຼືບໍ່ ມື້ນີ້ເຮົາມີຄຳຕອບ.

ນ້ຳມັນໝູ ອາດຈະເຄີຍເປັນສ່ວນປະສົມຫຼັກໃນເຮືອນຄົວຂອງຫຼາຍຄົວເຮືອນ, ແຕ່ຕໍ່ມາກໍ່ຄ່ອຍໆ ເສື່ອມຄວາມນິຍົມລົງ, ເມື່ອການຕະຫຼາດຂອງໄຂມັນຈາກໂຮງງານ, ເຊັ່ນ: ນ້ຳມັນພືດ ແລະ ມາກາລີນ, ຊັກຈູງໃຫ້ຜູ້ຄົນປ່ຽນພຶດຕິກຳການບໍລິໂພກແລະ ສ່ວນປະສົມທີ່ໃຊ້ໃນຄົວ.   ເຖິງຢ່າງໃດກໍຕາມ, ພວກເຮົາກຳລັງຄ່ອຍໆ ຄົ້ນພົບວ່າການຮັບປະທານອາຫານທີ່ປະກອບດ້ວຍອາຫານທຳມະຊາດ ແລະ ໄຂມັນດີມີປະໂຫຍດຕໍ່ສຸຂະພາບ.   ຮ່າງກາຍຂອງພວກເຮົາຕ້ອງການໄຂມັນເພື່ອດູດຊຶມວິຕາມິນທີ່ຈຳເປັນ, ແລະ ນ້ຳມັນໝູຈາກໝູທີ່ລ້ຽງແບບປ່ອຍອິດສະຫຼະກໍ່ເປັນໜຶ່ງໃນໄຂມັນດີທີ່ມີປະໂຫຍດຫຼາຍ.   ນອກຈາກນີ້ຍັງສາມາດນຳໄປໃຊ້ໃນການປຸງອາຫານໄດ້ຫຼາກຫຼາຍວິທີ.     ປະໂຫຍດຂອງນ້ຳມັນໝູ 1.ນ້ຳມັນໝູເປັນອາຫານທຳມະຊາດ   ນ້ຳມັນໝູຄືນ້ຳມັນທີ່ໄດ້ຈາກການຈຽວມັນໝູ, ຊຶ່ງໝາຍຄວາມວ່າຜ່ານຂະບວນການແປຮູບໜ້ອຍທີ່ສຸດ, ບໍ່ມີສ່ວນປະສົມ, ສານເຕີມແຕ່ງ, ຫຼື ສານກັນບູດອື່ນໆ, ແຕກຕ່າງຈາກອາຫານແປຮູບທີ່ພົບໄດ້ທົ່ວໄປຕາມຊັ້ນວາງສິນຄ້າໃນຮ້ານຂາຍເຄື່ອງ.   ຮ່າງກາຍຂອງພວກເຮົາຖືກອອກແບບມາໃຫ້ຮູ້ວ່າຈະຕ້ອງເຮັດແນວໃດເມື່ອພວກເຮົາກິນອາຫານທຳມະຊາດ.   2.ນ້ຳມັນໝູທົນຄວາມຮ້ອນ   ນ້ຳມັນໝູມີຈຸດເກີດຄວັນຢູ່ທີ່ 187.78 ອົງສາເຊວຊຽດ, ຊຶ່ງໝາຍຄວາມວ່ານ້ຳມັນໝູບໍ່ສະຫຼາຍຕົວ ແລະ ເກີດປະຕິກິລິຍາອອກຊີເດຊັນໄດ້ໄວເທົ່າກັບໄຂມັນຊະນິດອື່ນໆ ທີ່ໃຊ້ກັນໃນຄົວ, ເຊັ່ນ: ນ້ຳມັນພືດ. ເມື່ອໄຂມັນບໍ່ເກີດປະຕິກິລິຍາອອກຊີເດຊັນໄດ້ໄວ, ກໍ່ຈະສ້າງອະນຸມູນອິດສະຫຼະໜ້ອຍລົງ.   ອະນຸມູນອິດສະຫຼະມີຄວາມເຊື່ອມໂຍງກັບອາການອັກເສບແລະການທຳລາຍເຊວ, ດັ່ງນັ້ນ ການມີອະນຸມູນອິດສະຫຼະໃນອາຫານຂອງພວກເຮົາໜ້ອຍລົງຈຶ່ງເປັນສິ່ງທີ່ດີ. […]

ໄຟຟ້າລາວ ສາຂາ ແຂວງຈຳປາສັກ ແຈ້ງການມອດໄຟຊົ່ວຄາວ ວັນທີ 05/04/2025

ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງຈຳປາສັກ ແຈ້ງການມອດໄຟຊົ່ວຄາວ   ລັວັນທີ 05/04/2025 ເວລາ 07:00-09:00 ໂມງ   ມີຄວາມຈຳເປັນມອດໄຟແຮງດັນກາງ 22 ກິໂລໂວນ ເພື່ອເຊື່ອມຕໍ່ໝໍ້ແປງເຂົ້າລະບົບຈຳໜ່າຍ ຢູ່ເຂດບ້ານໂນນສະຫວ່າງ ນະຄອນປາກເຊ   🙏ຕ້ອງຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ (ລາຍລະອຽດຕາມແຈ້ງການ)    

ຈີນຝຶກຊ້ອມຮົບອ້ອມເກາະໄຕ້ຫວັນ, ໄທເປສັ່ງກອງທັບປະຈຳການ, ອ້າງວ່າຈີນເປັນຕົວສ້າງບັນຫາ

ຈີນເລີ່ມການຝຶກຊ້ອມຮົບຮ່ວມກອງທັບບົກ, ກອງທັບເຮືອ, ແລະ ກອງກຳລັງຈະຫຼວດອ້ອມເກາະໄຕ້ຫວັນ ໂດຍຖືເປັນການເຕືອນຕໍ່ຄວາມພະຍາຍາມໃນການແບ່ງແຍກດິນແດນ, ແລະ ເອີ້ນທ່ານໄລ່ ຊິງເຕີ ປະທານາທິບໍດີໄຕ້ຫວັນ ວ່າເປັນ “ປາຣາຊິດ” ຂະນະທີ່ໄຕ້ຫວັນສົ່ງເຮືອຮົບໄປຕອບໂຕ້ກອງທັບເຮືອຈີນທີ່ເຂົ້າໃກ້ຕາຝັ່ງ.     ການຝຶກຊ້ອມຮົບອ້ອມເກາະໄຕ້ຫວັນເກີດຂຶ້ນຫຼັງຈາກເດືອນແລ້ວນີ້ ທ່ານໄລ່ເອີ້ນຈີນວ່າເປັນ “ກອງກຳລັງຕ່າງຊາດທີ່ເປັນປໍລະປັກ” ຂະນະທີ່ຈີນເບິ່ງວ່າທ່ານໄລ່ຢູ່ໃນຖານະ “ຜູ້ແບ່ງແຍກດິນແດນ” ແລະ ໃນວິດີໂອທີ່ແນບມາກັບການປະກາດການຝຶກຊ້ອມຮົບຂອງກອງບັນຊາການພາກຕາເວັນອອກ ສະແດງພາບຂອງທ່ານໄລ່ວ່າເປັນແມງກາຕູນທີ່ຖືກໄມ້ຖູ່ຄູ່ໜຶ່ງຄີບຢູ່ເໜືອໄຕ້ຫວັນທີ່ກຳລັງລຸກໄໝ້ ແລະ ເອີ້ນເຂົາເປັນ “ປາຣາຊິດ”.   ກອງບັນຊາການພາກຕາເວັນອອກລະບຸໃນຖະແຫຼງການວ່າ “ການຝຶກຊ້ອມເນັ້ນໄປທີ່ການລາດຕະເວນກຽມພ້ອມຮົບໃນທະເລ ແລະ ທາງອາກາດ, ການເຂົ້າຍຶດການຄວບຄຸມຢ່າງຄອບຄຸມ, ການໂຈມຕີເປົ້າໝາຍທາງທະເລ ແລະ ທາງບົກ, ແລະ ການກຳນົດການຄວບຄຸມການປິດລ້ອມໃນພື້ນທີ່ ແລະ ເສັ້ນທາງສຳຄັນ”.     ລັດຖະບານໄຕ້ຫວັນປະນາມການຝຶກຊ້ອມດັ່ງກ່າວ, ໂດຍສຳນັກງານປະທານາທິບໍດີກ່າວວ່າຈີນ “ໄດ້ຮັບການຍອມຮັບຢ່າງກວ້າງຂວາງຈາກນາໆຊາດວ່າເປັນຜູ້ສ້າງບັນຫາ” ແລະ ລັດຖະບານມີຄວາມໝັ້ນໃຈ ແລະ ຄວາມສາມາດໃນການປົກປ້ອງຕົນເອງ.   ລັດຖະບານໄຕ້ຫວັນປະຕິເສດການອ້າງສິດອະທິປະໄຕຂອງຈີນ ໂດຍລະບຸວ່າມີພຽງປະຊາຊົນຂອງໄຕ້ຫວັນເທົ່ານັ້ນທີ່ສາມາດຕັດສິນອະນາຄົດຂອງພວກເຂົາໄດ້.   ເຈົ້າໜ້າທີ່ລະດັບສູງຂອງໄຕ້ຫວັນ 2 ຄົນກ່າວວ່າເຮືອຮົບຈີນຫຼາຍກວ່າ 10 […]

“ທໍ່ສົ່ງແກັສ” ລະເບີດໃນປະເທດມາເລເຊຍ ສັ່ງອົບພະຍົບປະຊາຊົນດ່ວນ

ເກີດເຫດໄຟໄໝ້ຄັ້ງໃຫຍ່ທີ່ຍ່ານປຸຕຣາໄຮສ໌ ໃນລັດສະລັງງໍ ປະເທດມາເລເຊຍ ໂດຍແປວໄຟພຸ່ງສູງນັບຮ້ອຍແມັດ ແລະ ສາມາດມອງເຫັນໄດ້ໄກຫຼາຍກິໂລແມັດ ຄາດເກີດຈາກທໍ່ແກັສລະເບີດ   ເກີດເຫດໄຟໄໝ້ຄັ້ງໃຫຍ່ທີ່ຍ່ານປຸຕຣາໄຮສ໌ ໃນລັດສະລັງງໍ ປະເທດມາເລເຊຍ ໂດຍແປວໄຟພຸ່ງສູງນັບຮ້ອຍແມັດ ແລະ ສາມາດມອງເຫັນໄດ້ໄກຫຼາຍກິໂລແມັດ ຄາດເກີດຈາກທໍ່ແກັສລະເບີດ   ເຈົ້າໜ້າທີ່ສະຖານີດັບເພີງ ແລະ ກູ້ໄພເມືອງຊູບັງຈາຢາ ກ່າວວ່າໄດ້ຮັບແຈ້ງເຫດສຸກເສີນເມື່ອເວລາ 8.10 ນ. ມື້ນີ້ ຕາມເວລາທ້ອງຖິ່ນ ໂດຍໄຟໄໝ້ເກີດຂຶ້ນທີ່ຖະໜົນປຸຕຣາຮາໂມນີ ສາມາດມອງເຫັນໄຟຂະໜາດໃຫຍ່ໄດ້ຈາກໄລຍະທາງຫຼາຍກິໂລແມັດ ໂດຍມີການແຊຣ໌ພາບ ແລະ ວິດີໂອຂອງໄຟໄໝ້ນີ້ຢ່າງແພ່ຫຼາຍເທິງໂຊຊຽວມີເດຍ   ດ້ານທ່ານຫວໍ່ ເຊິນ ສ.ສ. ຊູບັງຈາຢາ ຢືນຢັນໃນຖະແຫຼງການວ່າ ໄຟໄໝ້ເກີດຂຶ້ນທີ່ປໍ້ານ້ຳມັນແຫ່ງໜຶ່ງໃນເຂດປຸຕຣາໄຮສ໌ ເຊັ່ນດຽວກັບໜ່ວຍດັບເພີງແລະກູ້ໄພສະລັງງໍ (JBPM) ຢືນຢັນວ່າເກີດໄຟໄໝ້ທໍ່ສົ່ງແກັສຂະໜາດໃຫຍ່ໃນເມືອງຊູບັງຈາຢາ   ອາຫມັດ ມຸກຫ໌ລິສ ມຸກຫ໌ຕາຣ໌  ຜູ້ຊ່ວຍຜູ້ອຳນວຍການຝ່າຍປະຕິບັດການຂອງສຳນັກງານດັບເພີງສະລັງງໍ ຢືນຢັນວ່າໄດ້ຮັບແຈ້ງເຫດສຸກເສີນເມື່ອເວລາ 8.10 ນ. ໂດຍເຈົ້າໜ້າທີ່ດັບເພີງມາຮອດທີ່ເກີດເຫດ 12 ນາທີຕໍ່ມາ “ໄຟໄໝ້ເກີດຈາກທໍ່ສົ່ງແກັສຂອງປິໂຕຣນາສຮົ່ວ ໂດຍມີທໍ່ສົ່ງແກັສຍາວປະມານ 500 ມ. ຖືກໄຟໄໝ້” […]

ກອງທັບປະຊາຊົນລາວ ສົ່ງກຳລັງໄປຊ່ວຍເຫຼືອ ສສ ມຽນມາ ໃນການກອບກູ້ໄພພິບັດ ແຜ່ນດິນໄຫວ

ວັນທີ 31 ມີນາ 2025 ນີ້, ກອງທັບປະຊາຊົນລາວ ໄດ້ສົ່ງກຳລັງ ຈຳນວນ 33 ສະຫາຍ ແລະ ອຸປະກອນ ໄປຊ່ວຍເຫຼືອ ສສ ມຽນມາ ໃນການຊອກຄົ້ນ, ກອບກູ້ ແລະ ຊ່ວຍເຫຼືອຜູ້ສູນຫາຍຈາກເຫດການແຜ່ນດິນໄຫວ ໃນວັນທີ 28 ມີນາ ຜ່ານມານີ້, ເຊິ່ງນຳໂດຍ ສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ, ຜູ້ປະສານການຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ພ້ອມຄະນະ. ສໍາລັບ ກຳລັງທີ່ເດີນທາງໄປຊ່ວຍເຫຼືອໃນຄັ້ງນີ້ ມີຈໍານວນພົນທັງໝົດ 33 ສະຫາຍ ໃນນີ້, ມີກຳລັງຊ່າງແສງ 13 ສະຫາຍ, ເສນາຮັກ 11 ສະຫາຍ   ນອກນັ້ນ, ຍັງມີຄະນະຊີ້ນໍາ ແລະ ພາກສ່ວນຮັບປະກັນອີກຈໍານວນໜຶ່ງ. ພາຍຫຼັງເດີນທາງຮອດສະໝາມບິນເນປີດໍ ຄະນະຕາງໜ້າຈາກເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. […]

April Fool’s Day, ວັນທີ1 ເມສາ ຖືເອົາເປັນວັນຂີ້ຕວົະ ແລ້ວເປັນຫຍັງຕ້ອງເປັນມື້ນີ້? ເຮົາມີຄຳຕອບ!

1 ເມສາແມ່ນວັນຫຍັງ? ເປັນຫຍັງຕ້ອງຕວົະກັນຫຼິ້ນໃນມື້ນີ້. ຮູ້ຈັກທີ່ມາ April Fool’s Day ວັນແຫ່ງການຢອກຫຼິ້ນ ທີ່ມີເລື່ອງຈິງແອບຢູ່ຫຼາຍກວ່າທີ່ຄິດ!   April Fool’s Day ເປັນຫຍັງຕ້ອງເປັນວັນຂີ້ຕວົະ? ຄຳຖາມນີ້ເກີດຂຶ້ນທຸກປີເມື່ອເຂົ້າສູ່ວັນທີ 1 ເມສາ ເພາະໃນຫຼາຍປະເທດ ລວມເຖິງປະເທດລາວເຮົາເອງ ກໍມັກຈະເຫັນຂ່າວປອມ ມຸກຕະຫລົກຂຳໆ ຫຼື ໂພສເປັນຕາຫົວ ເຕັມໜ້າຟີດ ແຕ່ຮູ້ຫຼື ບໍ່ວ່າວັນນີ້ບໍ່ໄດ້ມີໄວ້ເພື່ອຂີ້ຕວົະແບບມົ່ວໆ ຢ່າງທີ່ຫຼາຍຄົນເຂົ້າໃຈ ແຕ່ມີປະຫວັດຄວາມເປັນມາໜ້າສົນໃຈ ແລະ ມີຂອບເຂດທີ່ຄວນລະວັງໃນການຫຼິ້ນມ່ວນເຊັ່ນກັນ.   ປະຫວັດ April Fool’s Day ເປັນຫຍັງຕ້ອງເປັນມື້ຂີ້ຕວົະ?   ທີ່ມາຂອງ April Fool’s Day ຫຼື ມື້ຂີ້ຕວົະ ຍັງບໍ່ສາມາດລະບຸໄດ້ຊັດເຈນ ແຕ່ມີທິດສະດີໜຶ່ງທີ່ໄດ້ຮັບການເວົ້າເຖິງຫຼາຍທີ່ສຸດຄື: ຕົ້ນກຳເນີດຈາກປະເທດຝຣັ່ງໃນຊ່ວງປາຍສະຕະວັດທີ 16 ໂດຍໃນປີ ຄ.ສ. 1582 ຝຣັ່ງໄດ້ປ່ຽນການເລີ່ມຕົ້ນປີໃໝ່ຈາກວັນທີ 1 ເມສາ ມາເປັນວັນທີ 1 […]