ຍີ່ປຸ່ນກຽມສ້າງສະຖານີລົດໄຟຈາກເຄື່ອງພິມ 3 ມິຕິແຫ່ງທຳອິດຂອງໂລກ

ບໍລິສັດຜູ້ໃຫ້ບໍລິການລົດໄຟລາຍໃຫຍ່ຂອງຍີ່ປຸ່ນກຽມສ້າງສະຖານີລົດໄຟແຫ່ງທຳອິດຂອງໂລກ ທີ່ໃຊ້ເຕັກໂນໂລຢີການພິມ 3 ມິຕິ ສ້າງແລ້ວສຳເລັດພາຍໃນເວລາພຽງແຕ່ 6 ຊົ່ວໂມງ   ສະຖານີລົດໄຟແຫ່ງໃໝ່ນີ້ຈະຖືກສ້າງຂຶ້ນແທນທີ່ໂຄງສ້າງໄມ້ເກົ່າທີ່ຊຸດໂຊມ ຂອງສະຖານີຮັດຊິມະ ຕັ້ງຢູ່ໃນຈັງຫວັດວາກາຢາມະ ທາງຕອນໃຕ້ຂອງປະເທດຍີ່ປຸ່ນ ຫ່າງຈາກໂອຊາກ້າປະມານ 96 ກິໂລແມັດD   ໂດຍໂຄງສ້າງສະຖານີໃໝ່ນີ້ຈະມີພື້ນທີ່ປະມານ 10 ຕາລາງແມັດ ໂດຍມີຄວາມສູງ 2.6 ແມັດ, ກວ້າງ 6.3 ແມັດ ແລະ ເລິກ 2.1 ແມັດ ຝາຂອງອາຄານຈະພິມນູນດ້ວຍຮູບໝາກກ້ຽງຊື່ດັງຂອງເມືອງອາລິດະ ແລະ ປາທະຊິອຸໂອະ ຊຶ່ງເປັນສັນຍາລັກຂອງວິຖີຊີວິດທ້ອງຖິ່ນ   ໂຄງສ້າງຂອງສະຖານີຈະຖືກສ້າງຂຶ້ນໂດຍໃຊ້ເຄື່ອງພິມ 3 ມິຕິທີ່ທັນສະໄໝ ຊຶ່ງຈະພິມຊິ້ນສ່ວນຫຼັກຂອງອາຄານລວມເຖິງຖານຮາກຖານອອກມາ ຈາກນັ້ນຈະເຮັດການເຕີມຄອນກຣີດລົງໄປໃນແຕ່ລະຊິ້ນສ່ວນກ່ອນນຳໄປສົ່ງຍັງສະຖານທີ່ກໍ່ສ້າງ.   ເມື່ອຮອດໜ້າງານ ຄົນງານຈະໃຊ້ເຄນຊ່ວຍປະກອບ ແລະ ເຊື່ອມຕໍ່ຊິ້ນສ່ວນຕ່າງໆ ຕັ້ງແຕ່ການລື້ຖອນສະຖານີເກົ່າໄປຈົນເຖິງການຕິດຕັ້ງສະຖານີໃໝ່ ຂັ້ນຕອນທັງໝົດຈະສຳເລັດພາຍໃນ 6 ຊົ່ວໂມງ ໂດຍການກໍ່ສ້າງຈະເລີ່ມຂຶ້ນໃນວັນທີ 25 ມີນາ ຫຼັງຈາກທີ່ລົດໄຟຂະບວນສຸດທ້າຍອອກຈາກສະຖານີ ແລະ ຈະສຳລັດກ່ອນທີ່ລົດໄຟຂະບວນທຳອິດຂອງເຊົ້າວັນຕໍ່ໄປຈະມາຮອດ   […]

ມື້ນຳໂຊກ ຂອງທັງ 12 ລາສີ ມີມື້ໃດແດ່? ທີ່ພະລັງແຫ່ງດວງດາວມອບໃຫ້

ເປັນຫຍັງບາງມື້ຈຶ່ງຮູ້ສຶກໂຊກດີເປັນພິເສດ? ຫຼື ເປັນຫຍັງບາງຊ່ວງເວລາຈຶ່ງເບິ່ງຄືວ່າທຸກຢ່າງເປັນໃຈໃຫ້ເຮົາ?   ຄຳຕອບອາດມີຢູ່ໃນພະລັງແຫ່ງດວງດາວ ໂຫລາສາດໄດ້ເຜີຍເຄັດລັບ ມື້ນຳໂຊກ ຂອງແຕ່ລະລາສີ ຊຶ່ງເປັນຊ່ວງເວລາທີ່ພະລັງງານຂອງດວງດາວສົ່ງເສີມໃຫ້ເຮົາປະສົບຄວາມສຳເລັດໃນດ້ານຕ່າງໆ ແຕ່ລະລາສີຈະມີວັນນຳໂຊກເປັນວັນໃດແດ່ ໄປເບິ່ງກັນ   ວັນນຳໂຊກ 12 ລາສີ   ລາສີເມສ ວັນນຳໂຊກຄົນເກີດລາສີເມສ : ວັນອັງຄານ ດາວອັງຄານນຳພະລັງແຫ່ງຄວາມກ້າຫານມາໃຫ້ ວັນນີ້ເໝາະກັບການຕັດສິນໃຈຄັ້ງໃຫຍ່ ເລີ່ມທຸລະກິດ ຂໍຂຶ້ນເງິນເດືອນ (ຫຼີກລ່ຽງງານສົບໃນວັນນີ້)   ລາສີພຶດສະພາ ວັນນຳໂຊກຄົນເກີດລາສີພຶດສະພາ : ວັນສຸກ ດາວສຸກປະທານຄວາມຮັກ ເງິນຄຳ ແລະ ອາຫານເລີດລົດ ວັນແຫ່ງການດູແລຕົວເອງ ໂຣແມນຕິກ ແລະ ຊ້ອບປິ້ງອອນລາຍສຸດຄຸ້ມ   ລາສີເມຖຸນ ວັນນຳໂຊກຄົນເກີດລາສີເມຖຸນ : ວັນພຸດ ດາວພຸດເສີມພະລັງການສື່ສານ ວັນແຫ່ງການໂອ້ລົມ ເຈລະຈາ ສ້າງເຄືອຂ່າຍ ເສນ່ຫ໌ແຮງເກີນຕ້ານ ເໝາະກັບການໂນ້ມນ້າວໃຈຜູ້ອື່ນ   ລາສີກໍລະກົດ ວັນນຳໂຊກຄົນເກີດລາສີກໍລະກົດ : ວັນຈັນ ດວງຈັນນຳມາຊຶ່ງອາລົມ […]

ເຟດຄົງດອກເບ້ຍທີ່ 4.25-4.50% ຄາດວ່າປີນີ້ປັບຫຼຸດອັດຕາດອກເບ້ຍ 2 ຄັ້ງ

ເມື່ອວັນທີ 19 ມີນາ ທະນາຄານກາງສະຫະລັດ (ເຟດ) ມີມະຕິຄົງທີ່ອັດຕາດອກເບ້ຍ ໃນຂະນະທີ່ເຈົ້າໜ້າທີ່ທະນາຄານກາງກຳລັງພິຈາລະນາຜົນກະທົບຂອງນະໂຍບາຍເສດຖະກິດ ເຊີງຮຸກຂອງປະທານາທິບໍດີ ໂດນັລດ໌ ທຣຳ   ການຕັດສິນໃຈລ່າສຸດສະແດງໃຫ້ເຫັນວ່າ ເຈົ້າໜ້າທີ່ທະນາຄານກາງກຳລັງລໍຖ້າຫຼັກຖານວ່າ ອັດຕາເງິນເຟີ້ກຳລັງມຸ່ງໜ້າສູ່ເປົ້າໝາຍ 2% ຫຼື ເສດຖະກິດກຳລັງອ່ອນແອລົງຫຼາຍກວ່າທີ່ຄາດຄະເນໄວ້ ຜົນລັບທັງສອງປະການນີ້ຈະເຮັດໃຫ້ການປັບຫຼຸດອັດຕາດອກເບ້ຍກັບມາເປັນປະເດັນອີກຄັ້ງ   ເຈໂຣມ ພາວເວວ ປະທານທະນາຄານກາງສະຫະລັດ (ເຟດ)   ເຈົ້າໜ້າທີ່ຍັງຄົງຄາດວ່າຈະປັບຫຼຸດອັດຕາດອກເບ້ຍລົງ 2 ຄັ້ງໃນປີນີ້ ຕາມການຄາດການເສດຖະກິດລ່າສຸດທີ່ເຜີຍແຜ່ໃນວັນທີ 19 ມີນາ ເຖິງແມ່ນວ່າເຈົ້າໜ້າທີ່ 8 ຄົນຄາດວ່າຈະປັບຫຼຸດອັດຕາດອກເບ້ຍ 1 ຄັ້ງ ຫຼື ບໍ່ມີການປັບຫຼຸດເລີຍໃນປີນີ້   ປະທານເຟດ ເຈໂຣມ ພາວເວວ ຍອມຮັບກ່ຽວກັບຄວາມບໍ່ແນ່ນອນໃນພາກການບໍລິໂພກ ແລະ ທຸລະກິດໃນອາເມລິກາ ຊຶ່ງສ່ວນໃຫຍ່ເກີດຈາກ “ຄວາມວຸ້ນວາຍ” ຂອງລັດຖະບານທຣຳ ພາວເວວກ່າວວ່າ “ຍັງຕ້ອງເບິ່ງກັນຕໍ່ໄປວ່າການປ່ຽນແປງເຫຼົ່ານີ້ສົ່ງຜົນຕໍ່ການໃຊ້ຈ່າຍແລະການລົງທຶນໃນອະນາຄົດແນວໃດ”   ອັດຕາດອກເບ້ຍເງິນກູ້ຫຼັກຂອງເຟດຍັງຄົງຢູ່ທີ່ລະດັບ 4.25% ເຖິງ 4.5% ການຄົງອັດຕາດອກເບ້ຍໄວ້ຈະເຮັດໃຫ້ຜູ້ກໍານົດນະໂຍບາຍຂອງເຟດຄາດການເຫັນວ່າ […]

ເປີດໃຊ້ງານຖະໜົນ R11 ເຊື່ອມເສດຖະກິດຊຽງໃໝ່ – ວຽງຈັນ ສານສຳພັນລ້ານນາ – ລ້ານຊ້າງ

ສຳນັກງານຄວາມຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (NEDA) ໄດ້ຮ່ວມມືກັບສາທາລະນະລັດປະຊາທິປະໄຕປະຊາຊົນລາວ (ສປປ.ລາວ) ໃນການພັດທະນາເສັ້ນທາງຖະໜົນເລກທີ 11 (R11) ເພື່ອເຊື່ອມໂຍງລະບຽງເສດຖະກິດລະຫວ່າງຊຽງໃໝ່ ແລະ ວຽງຈັນ ລວມໄລຍະທາງປະມານ 629 ກິໂລແມັດ.   ເສັ້ນທາງນີ້ເລີ່ມຈາກຈັງຫວັດຊຽງໃໝ່, ຜ່ານລຳພູນ, ລຳປາງ, ແພ່, ອຸຕະລະດິດ ແລະ ເຂົ້າສູ່ ສປປ.ລາວ ຜ່ານເມືອງສັງທອງ ໄປຈົນເຖິງວຽງຈັນ ການເປີດໃຊ້ງານເສັ້ນທາງ R11 ຢ່າງເປັນທາງການເມື່ອວັນທີ 20 ກຸມພາ 2025 ຊ່ວຍຫຼຸດໄລຍະທາງກວ່າ 234 ກິໂລແມັດຈາກເສັ້ນທາງເດີມ ແລະ ປະຫຍັດເວລາກວ່າ 3 ຊົ່ວໂມງ.     ທ່ານເຜົ່າພູມິ ໂຣດຈະນະສະກຸນ ລັດຖະມົນຕີຊ່ວຍວ່າການກະຊວງການຄັງ ເຊື່ອວ່າເສັ້ນທາງ R11 ຈະສົ່ງເສີມກິດຈະກຳທາງເສດຖະກິດ ການຄ້າ ການຂົນສົ່ງ ແລະການທ່ອງທ່ຽວຕະຫຼອດເສັ້ນທາງ ນອກຈາກນີ້ ຍັງຊ່ວຍເພີ່ມສັກກະຍະພາບທາງເສດຖະກິດ ການໂອນຖ່າຍອົງຄວາມຮູ້ ແລະ ກິດຈະກຳອື່ນໆ ທີ່ຈະເກີດຂຶ້ນລະຫວ່າງທາງ.   […]

ແຈ້ງການ ການປິດນ້ຳປະປາຊົ່ວຄາວ ວັນທີ 20 ມີນາ 2025

ແຈ້ງການ ເລື່ອງ: ການປິດນ້ຳປະປາຊົ່ວຄາວ ເພື່ອດຳເນີນການຕັດທໍ່ ຂະໜາດ uPVC DN 150 mm ສຳໃສ່ທໍ່ຂະໜາດ uPVC DN 110 mm   ສະຖານທີ່: ບ້ານ ໄຊ​ສະ​ຫວ່າງ (ຮ່ອມ 09) ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງແຈ້ງມາຍັງ ບັນດາລູກຄ້າຜູ້ຊົມໃຊ້ນ້ຳປະປາ ໃນເຂດບ້ານ ຂອງ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ຊາບວ່າ: ໃນວັນທີ 20 ມີນາ 2025 ກົງກັບ ວັນພະຫັດ ເລີ່ມແຕ່ເວລາ: 9:00ໂມງ ຫາ 16:00 ໂມງ   ຈະໄດ້ປິດນ້ຳຊົ່ວຄາວ ເພື່ອດຳເນີນການຕັດທໍ່ ຂະໜາດ uPVC DN 150 mm ສຳໃສ່ທໍ່ຂະໜາດ uPVC DN 110 […]

“ດູແຕຣ໌ເຕ” ອາຊະຍາກຳຕໍ່ມະນຸດຊາດ! ຟິລິບປິນສົ່ງຕົວ ຂຶ້ນສານອາຍາໂລກ

ອະດີດປະທານາທິບໍດີຟິລິບປິນ ໂຣດຣິໂກ ດູແຕຣ໌ເຕ ຖືກຄວບຄຸມ ແລະ ສົ່ງຕົວຂຶ້ນເຄື່ອງບິນມຸ່ງໜ້າໄປຍັງກຸງເຮກ ປະເທດເນເທີແລນ ເມື່ອວັນທີ່ 18 ມີນາ ຜ່ານມາ.   ຫຼັງຈາກຖືກຈັບກຸມທີ່ສະໜາມບິນໃນກຸງມະນິລາ ຕາມໝາຍຈັບຂອງສານອາຍາລະຫວ່າງປະເທດ (ICC)   ມາຣ໌ຕິນ ເດລກຣາ ທະນາຍຄວາມຂອງ ດູແຕຣ໌ເຕ ເປີດເຜີຍວ່າ ອະດີດຜູ້ນຳວັຍ 79 ປີ ໄດ້ຂຶ້ນເຄື່ອງບິນເຊົ່າເໝົາລຳພ້ອມກັບຜູ້ຕິດຕາມອີກ 3 ຄົນຈາກສະໜາມບິນນານາຊາດມະນິລາ ເວລາປະມານ 21:00 ນ. ຕາມເວລາທ້ອງຖິ່ນ ແລະ ກຳລັງເດີນທາງໄປຍັງກຸງເຮກ ຊຶ່ງເປັນທີ່ຕັ້ງຂອງສຳນັກງານໃຫຍ່ ICC   ລັດຖະບານຟິລິບປິນລະບຸວ່າ ດູແຕຣ໌ເຕ ຖືກຄວບຄຸມຕົວເມື່ອຊ່ວງເຊົ້າວັນອັງຄານທີ່ 18 ມີນາ, ຂະນະເດີນທາງກັບຈາກຮ່ອງກົງ ເຂົາກຳລັງປະເຊີນຂໍ້ກ່າວຫາກໍ່ອາຊະຍາກຳຕໍ່ມະນຸດຊາດ ອັນເປັນຜົນມາຈາກສົງຄາມປາບປາມຢາເສບຕິດທີ່ດຳເນີນມາຕັ້ງແຕ່ປີ 2016-2022 ຊຶ່ງມີຜູ້ເສຍຊີວິດຫຼາຍພັນຄົນ   ຊາຣາ ດູແຕຣ໌ເຕ ຮອງປະທານາທິບໍດີຟິລິບປິນ ແລະ ລູກສາວຂອງອະດີດຜູ້ນຳ ອອກຖະແຫຼງການວ່າ ການສົ່ງຕົວບິດາຂອງທ່ານໄປຍັງ ICC […]

ປູຕິນ ໂທລົມກັບ ໂດນັລ ທຣໍາຕົກລົງຢຸດໂຈມຕີພະລັງງານຢູເຄຣນ 30 ວັນ

ວລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ຕົກລົງຢຸດໂຈມຕີໂຄງສ້າງພື້ນຖານດ້ານພະລັງງານຂອງຢູເຄຣນເປັນເວລາ 30 ວັນ ຫຼັງໂທລະສັບລົມກັບໂດນັລ ທຣໍາ   ສຳນັກຂ່າວຕ່າງປະເທດລາຍງານວ່າ, ເມື່ອວັນອັງຄານທີ 18 ມີນາ 2568 ປະທານາທິບໍດີ ໂດນັລ ທຣໍາ ແຫ່ງສະຫະລັດ ໂທລະສັບລົມກັບ ວລາດິເມຍ ປູຕິນ ຜູ້ນຳຣັດເຊຍເປັນເວລາປະມານ 90 ນາທີ ເພື່ອປຶກສາເລື່ອງການຢຸດຍິງໃນຢູເຄຣນ ຊຶ່ງຈະເປັນກ້າວທຳອິດເພື່ອນຳໄປສູ່ການຢຸດສົງຄາມທີ່ດຳເນີນມາເກີນ 3 ປີນີ້.   ນາງແຄໂຣໄລນ໌ ເລວິດ ເລຂາທິການຝ່າຍສື່ຂອງທຳນຽບຂາວສະຫະລັດ ເປີດເຜີຍວ່າ ຜູ້ນຳທັງສອງຄົນເວົ້າເຖິງຄວາມຈຳເປັນຂອງການຢຸດຍິງ ແລະ ການສ້າງສັນຕິພາບໃນຢູເຄຣນ ໂດຍເຫັນຕົງກັນວ່າຄວາມຂັດແຍ່ງຕ້ອງຢຸດລົງດ້ວຍສັນຕິພາບຢ່າງຍືນຍົງ, ຂະນະທີ່ສະຫະລັດ ກັບ ຣັດເຊຍ ຕ່າງຄາດຫວັງວ່າພວກເຂົາຈະມີຄວາມສຳພັນທີ່ດີຂຶ້ນ.   ດ້ານລັດຖະບານເຄຣມລິນຂອງຣັດເຊຍອອກຖະແຫຼງການລະບຸວ່າ ທ່ານປູຕິນສະໜັບສະໜູນຄວາມຄິດເລື່ອງຂອງທ່ານທຣໍາ ແລະ ຣັດເຊຍຈະຢຸດໂຈມຕີໂຄງສ້າງພື້ນຖານດ້ານພະລັງງານຂອງຢູເຄຣນເປັນເວລາ 30 ວັນ ທີ່ພວກເຂົາໂຈມຕີມາຕະຫຼອດຕັ້ງແຕ່ສົງຄາມເກີດຂຶ້ນເມື່ອເດືອນກຸມພາ 2565.   ເຖິງຢ່າງໃດກໍຕາມ, ປະທານາທິບໍດີຣັດເຊຍຍັງບໍ່ເຫັນດີກັບການຢຸດຍິງຢ່າງເຕັມຮູບແບບກວ່ານີ້ ໂດຍເຄຣມລິນລະບຸວ່າ ມີບັນຫາທີ່ມີນັຍສຳຄັນຫຼາຍເລື່ອງຖືກຍົກຂຶ້ນມາເວົ້າເຖິງໃນການສົນທະນາຄັ້ງນີ້. […]

ມາທຳຄວາມຮູ້ຈັກກັບ “ກະບົດຮູຕີ (Houthis)” ໂຈຣສະລັດຍຸກໃໝ່ ອາລະວາດທະເລແດງ ຈົນທຣຳຕ້ອງພະເດັດສຶກ.

ກະບົດຮູຕີ (Houthis) ແມ່ນໃຜ? ຈຶ່ງເຮັດໃຫ້ ໂດນັລ ທຣຳ ໃຈຮ້າຍໄດ້ຂະໜາດນີ້.   “ເຖິງພວກກະບົດຮູຕີ ເວລາຂອງພວກເຈົ້າຫມົດແລ້ວ ຢຸດການໂຈມຕີໄດ້ແລ້ວ ຖ້າຍັງບໍ່ຢຸດ ນະລົກຈະໂຖມເຂົ້າມາຢ່າງທີ່ພວກເຈົ້າບໍ່ເຄີຍເຫັນມາກ່ອນ” ທຣຳປ໌ ກ່າວໃນໂພສປະກາດໂຈມຕີກະບົດຮູຕີໃນເຢເມນ. ກະບົດຮູຕີ ແມ່ນໃຜ? ກ່ອນຈະກາຍເປັນກະບົດ, ຮູຕີແມ່ນຄອບຄົວນ້ອຍໆທາງພາກເໜືອສຸດຂອງເຢເມນ ທີ່ກໍ່ຕັ້ງຂະບວນການທາງສາສະໜາຂຶ້ນມາໃນຊ່ວງປີ 1990.   ຄອບຄົວນີ້ຕ້ອງການຟື້ນຄືນນິກາຍຍ່ອຍຊາຍດີ ຂອງນິກາຍຊີອາ ທີ່ເຄີຍປົກຄອງເຢເມນມາກ່ອນ. ສິ່ງນີ້ກາຍເປັນຄວາມຂັດແຍ້ງ ແລະ ການຕໍ່ສູ້ກັບລັດຖະບານເຢເມນມາໂດຍຕະຫຼອດ.   ແຕ່ທີ່ຮູຕີສາມາດກາຍເປັນຂຸມພະລັງສະເທື່ອນໂລກໄດ້ໃນລະດັບນີ້ ມາຈາກຊາຍຄົນນີ້ ຄື ອັບດູລ ມາລິກ ອາລຮູຕີ ຜູ້ນຳກຸ່ມຮູຕີ. ລາວເຮັດໃຫ້ທຸກມື້ນີ້ ຮູຕີມີກອງກຳລັງຫຼາຍໝື່ນຄົນ, ອາວຸດປະກອບຫຼາຍຊະນິດ, ລວມທັງໂດຣນ ແລະ ຂີປນາວຸດ ເຊິ່ງສະຫະລັດຯ ຊີ້ວ່າອາວຸດເຫຼົ່ານີ້ມາຈາກອິຫຣ່ານ.   “ຮູຕີ ແມ່ນຂະບວນການກະບົດທາງພາກເໜືອຂອງເຢເມນ. ກຸ່ມນີ້ເກີດຂຶ້ນມາ 20 ປີແລ້ວ, ແຕ່ເລີ່ມມີບົດບາດໃນຊ່ວງປີ 2015 ຕອນທີ່ຍຶດເອົານະຄອນຊານາໄດ້ ແລະ ກາຍເປັນລັດຖະບານທາງພຶດຕິກຳ ປົກຄອງປະຊາກອນຫຼາຍກວ່າ […]