ຜູ້ປະສົບໄພນ້ຳຖ້ວມ ເມືອງຄູນຄຳ ສືບຕໍ່ໄດ້ຮັບເຄື່ອງຊ່ວຍເຫລືອ ຈາກສັງຄົມ

ຫລາຍພາກສ່ວນໃນສັງຄົມ ທັງບຸກຄົນ, ນິຕິບຸກຄົນ, ບັນດາບໍລິສັດ, ຫ້າງຮ້ານ ທັງພາກລັດ ແລະ ເອກະຊົນ ໄດ້ສືບຕໍ່ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ໄປມອບໃຫ້ການນຳເມືອງຄູນຄຳ ແຂວງຄຳມ່ວນ ເພື່ອນຳໄປຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢ່າງຕໍ່ເນື່ອງ ເຊິ່ງມີບ້ານທີ່ໄດ້ຮັບຜົນປະທົບໜັກ 14 ບ້ານ, 2.812 ຄອບຄົວ, ມີປະຊາກອນ 12.767. ປັດຈຸບັນ, ໄດ້ຮັບການຊ່ວຍ ເຫລືອບັນເທົາທຸກ ໃນເບື້ອງຕົ້ນທັງໝົດແລ້ວ. ທ່ານ ສົມຫວັງ ສຸວັນທອງ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງຄູນຄຳ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 10 ສິງຫາ 2023 ນີ້ວ່າ: ນັບແຕ່ເລີ່ມເກີດເຫດ ນ້ຳຖ້ວມເມືອງຄູນຄຳ ເປັນຕົ້ນມາ ຈົນຮອດປັດຈຸບັນ ນ້ຳໄດ້ບົກແຫ້ງລົງເກືອບເປັນປົກກະຕິແລ້ວ, ເຫັນໄດ້ວ່າທຸກພາກສ່ວນໃນສັງຄົມ ເຫັນໄດ້ຄວາມສຳຄັນຕໍ່ເຫດການດັ່ງກ່າວ ແລະ ໄດ້ສືບຕໍ່ນຳເອົາວັດຖຸສິ່ງຂອງ, ເງິນສົດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ ເຂົ້າສານ, ປ໋ອງປາ, ໝີ່, ນ້ຳດື່ມ ແລະ […]

ແຂວງຄໍາມ່ວນ ເລັ່ງແກ້ໄຂລະບົບໄຟຟ້າ ທີ່ໄດ້ຮັບຜົນກະທົບ ຈາກນໍ້າຖ້ວມ

ຕາມການລາຍງານຜົນການສໍາຫລວດ , ເກັບກໍາຂໍ້ມູນ ແລະ ປະເມີນຄວາມເສຍຫາຍ ຈາກຜົນກະທົບຂອງຝົນຕົກໜັກ, ດິນເຈື່ອນຕາມແລວສາຍໃນລະບົບຈໍາໜ່າຍໄຟຟ້າ ສາຂາແຂວງຄໍາມ່ວນ ແລະ ການແກ້ໄຂໃນແຕ່ລະໄລຍະແຕ່ວັນທີ 28 ກໍລະກົດ – 09 ສິງຫາ 2023 ເຊິ່ງສາມາດເກັບກໍາຂໍ້ມູນ ທີ່ມີຜົນກະທົບໄດ້ໃນທົ່ວແຂວງຄື: ເມືອງມະຫາໄຊ ໝໍ້ແປງມີບັນຫາຈໍານວນ 03 ໜ່ວຍ ປັດຈຸບັນແມ່ນແກ້ໄຂສໍາເລັດ, ນອກນັ້ນ ແມ່ນໄດ້ຮັບຜົນກະທົບຈາກນໍ້າຖ້ວມເສັ້ນທາງຈໍານວນ 15 ບ້ານ ເຂດປ່າໜາມ-ແກ້ງແປ, ປັດຈຸບັນແມ່ນໄດ້ແກ້ໄຂປ່ອຍໄຟສໍາເລັດໃນວັນທີ 04 ສິງຫາ 2023; ເມືອງບົວລະພາ ໝໍ້ແປງມີບັນຫາ 01 ໜ່ວຍ ແລະ ມີເສົາໄຟຟ້າ 12 ແມັດລົ້ມຈໍານວນ 01 ຕົ້ນປັດຈຸບັນແກ້ໄຂສໍາເລັດ; ເມືອງຫີນບູນ ເສົາໄຟຟ້າ 12 ແມັດລົ້ມຈໍານວນ 04 ຕົ້ນ ແຕ່ເຂດບ້ານນາບົງ ຫາ ບ້ານອິນແປງ ແກ້ໄຂສໍາເລັດແລ້ວໃນວັນທີ 06 ສິງຫາ 2023 […]

ດວງລາຍວັນປະຈໍາວັນພະຫັດ ທີ 10 ສິງຫາ 2023

ຄົນເກີດວັນອາທິດ:ການ​ງານ ເຮັດ​ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດ​ຈະເລີນ​ຮຸ່ງ​ເຮືອງ ການ​ເງິນ ພົບ​ເລື່ອງ​ເສຍ​ເງິນ​ແບບ​ບໍ່​ຄາດ​ຝັນ ຄວາມ​ຮັກ ເກີດ​ຄວາມ​ຕຶງ​ຄຽດ​ໃນ​ເລື່ອງ​ຄວາມ​ຮັກໃນຊ່ວງນີ້ ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ ສີມຸງຄຸນ​ ສີດໍາ ເລກ​ນຳ​ໂຊກ​ 8 ຄົນເກີດວັນຈັນ:ການ​ງານ​ ໃຊ້​ກົນລະຍຸດ​ພິເສດ​ໃນ​ການເຮັດ​ທຸລະກິດຈະ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ​ ພົບ​ເລື່ອງ​ເຮັດໃຫ້​ເສຍເດືອນຈໍານວນຫຼາຍໃນຊ່ວງນີ້ ຄວາມ​ຮັກ ເກີດ​ຄວາມ​ທຸກ​ໃຈ​ເລື່ອງ​ຄວາມ​ສຳພັນໃນຊ່ວງນີ້ ເຄື່ອງມຸງຄຸນ​ ໄຂ່ມຸກ ສີມຸງຄຸນ ສີບົວ ເລກ​ນຳ​ໂຊກ​ 6 . ຄົນເກີດວັນອັງຄານ: ການ​ງານ ໃຊ້​ເງິນ​ຈຳນວນ​ຫລາຍ​ລົງ​ທຶນ​ເຮັດ​ທຸລະກິດ​ແຕ່​ໄດ້​ກຳ​ໄລ​ນ້ອຍ ການ​ເງິນ​ ເກີດ​ຄວາມ​ຕຶງ​ຄຽດ​ເລື່ອງ​ການ​ເງິນເຂົ້າມາໃນການໃຊ້ຈ່າຍ ຄວາມ​ຮັກ ເກີດ​ເລື່ອງ​ເສົ້າ​ໃຈ​ເພາະ​ສະຖານນະການ​ຮັກ​ຊ້ອນ ເຄື່ອງມຸງຄຸນ​ ແຫວນຄໍາ ສີມຸງຄຸນ ສີ​ນໍ້າຕານ ເລກ​ນຳ​ໂຊກ​ 9 ຄົນເກີດວັນພຸດ:ການ​ງານ​ ຕ້ອງ​ແກ້​ໄຂ​ສະເພາະ​ໜ້າ​ຢ່າງ​ເລັ່ງ​ດ່ວນ ການ​ເງິນ ພົບ​ເລື່ອງ​ເສຍ​ຊັບ​ແບບ​ບໍ່​ຄາດ​ຝັນ ຄວາມ​ຮັກ ໄດ້​ພົບ​ຮັກ​ກັບ​ຄົນທີ່​ມີ​ຄວາມ​ເປັນ​ຜູ້​ນຳ​ສູງ ເຄື່ອງມຸງຄຸນ​​ ຄໍາຝຣັ່ງ ສີມຸງຄຸນ ສີ​ບົວ ເລກ​ນຳ​ໂຊກ​ 3 ຄົນເກີດວັນພະຫັດ:ການ​ງານ ມີ​ໂອ​ກາດ​ໄດ້​ເລື່ອນ​ຂັ້ນ​ເລື່ອນ​ຕຳແໜ່ງ ການ​ເງິນ ມື້​ນີ້​ຈະ​ໄດ້​ເງິນ​ກ້ອນ​ໃຫຍ່ ​ຄວາມ​ຮັກ […]

ຫຼາຍພາກສ່ວນ ມອບເງິນ ແລະ ເຄື່ອງຊ່ວຍເຫຼືອ ເພື່ອແກ້ໄຂໄພພິບັດ

ຈາກເຫດການ ໄພນໍ້າຖ້ວມ ທີ່ສົ່ງຜົນກະທົບຢ່າງໜັກໜ່ວງ ໃຫ້ແກ່ຊີວິດ ແລະ ຊັບສິນ ຂອງປະຊາຊົນ ໃນຫຼາຍພື້ນທີ່ ຢູ່ ສປປ ລາວ, ໃນວັນທີ 08 ສິງຫາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ຫຼາຍພາກສ່ວນ ໄດ້ມອບເງິນ ແລະ ເຄື່ອງຊ່ວຍເຫຼືອ ເພື່ອແກ້ໄຂໄພພິບັດທໍາມະຊາດ ລວມມູນຄ່າທັງໝົດ 13.800.000.000 ກີບ ຊຶ່ງຕາງໜ້າໃຫ້ລັດຖະບານ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໃຫ້ກຽດຮັບໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ບັນດາພາກສ່ວນ ທີ່ໄດ້ມາມອບການຊ່ວຍເຫຼືອ ໃນຄັ້ງນີ້ ປະກອບມີ: ບໍລິສັດ ຊຽງຂວາງ ເທຣດດິງ ຈຳນວນ 2.000.000.000 ກີບ; ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ຈຳນວນ 1.500.000.000 ກີບ; ບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ ແລະ ບໍລິສັດ ເອັດສທີກຣຸບ […]

ດວງລາຍວັນປະຈໍາວັນພຸດ ທີ 09 ສິງຫາ 2023

ຄົນເກີດວັນອາທິດ:ການ​ງານ ຕັດ​ສິນ​ໃຈ​ປັບ​ປ່ຽນ​ກົນລະຍຸດ​ທາງ​ທຸລະກິດ​ແລ້ວ​ຈະ​ເກີດ​ຄວາມ​ສຳ​ເລັດທີ່​ດີ ການ​ເງິນ ການ​ລົງ​ນາມ​ເອກະສານ​ທາງ​ການ​ເງິນ​ອາດ​ເປັນ​ໂມ​ຄະ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ກັບ​ຄົນທີ່​ມີ​ຊື່​ສຽງ​ດີ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນ​ ສີນໍ້າຕານ ເລກ​ນຳ​ໂຊກ​ 6 ຄົນເກີດວັນຈັນ:ການ​ງານ ເຮັດວຽກ​ດ້ວຍ​ຄວາມ​​ລະອຽດ​ຮອບ​ຄອບ​ເກີດ​ຊື່​ສຽງ​ດີ ການ​ເງິນ ມື້​ນີ້​ໂຊ​ກດີ​ຈະ​ໄດ້ຮັບ​ຊັບ ຄວາມ​ຮັກ​ ເດິນທາງ​ໄປ​ພົບ​ຄົນທີ່​ມີ​ສະເໜ່ເຂົ້າມາໃຫ້ຮູ້ຈັກ ເຄື່ອງມຸງຄຸນ​ ເງິນ ສີມຸງຄຸນ ສີເທົາ ເລກ​ນຳ​ໂຊກ​ 1 ຄົນເກີດວັນອັງຄານ:ການ​ງານ ພົບ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ​ກ້າວ​ໜ້າ​ໄດ້​ເລື່ອນ​ຕຳແໜ່ງ ການ​ເງິນ ເສຍ​ເງິນສ້ອມແປງ​ຂອງ​ໃຊ້​ທີ່​ແຕກ​ຫັກ​ເສຍ​ຫາຍ ຄວາມ​ຮັກ​ ພົບ​ເລື່ອງ​ແຕກ​ແຍກ ເລີກ​ລາ ຢ່າຮ້າງ ເຄື່ອງມຸງຄຸນ​ ໄຂ່ມຸກ ສີມຸງຄຸນ ສີບົວ ເລກ​ນຳ​ໂຊກ​ 1 ຄົນເກີດວັນພຸດ:ການ​ງານ ໃຊ້​ສິລະປະໃນ​ເລື່ອງ​ຂອງ​ການ​ເຈລະ​ຈາ​ຕິດ​ຕໍ່​ທຸລະກິດ​ເກີດ​ຄວາມ​ສຳ​ເລັດ ການ​ເງິນ ຈະ​ໄດ້​ເຄື່ອງ​ປະ​ດັບ​ຂອງ​ມີ​ຄ່າ​ແບບ​ບໍ່​ຄາດ​ຝັນ ຄວາມ​ຮັກ​ ພົບ​ຄົນ​ເກັ່ງ ນິ​ໄສດີເຂົ້າມາໃຫ້ຮູ້ຈັກ ເຄື່ອງມຸງຄຸນ​​ ແຫວນຄໍາ ສີມຸງຄຸນ ສີ​ສົ້ມ ເລກ​ນຳ​ໂຊກ​ 2 ຄົນເກີດວັນພະຫັດ:ການ​ງານ​ ເຮັດ​ທຸລະ​ກິດຈະການ​ຄ້າ​ໄດ້​ຜົນ​ກຳ​ໄລຫຼາຍ ການ​ເງິນ ເອກະສານ​ດ້ານ​ການ​ເງິນ​ເກີດ​ຄວາມ​ຊັກຊ້າ […]

ຂ່າວດີ ສຳລັບຜູ້ສົນໃນສະໝັກລົງທະບຽນສອບເສັງ ໂຄງການຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ

ຂ່າວດີ !!! ຫ້ອງການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຂໍຖືເປັນກຽດແຈ້ງມາຍັງ ຄະນະບໍລິຫານງານ ຊປປລ ບັນດາກະຊວງ, ອົງການ, ແຂວງ, ນະຄອນຫຼວງວຽງຈັນ ແລະ ບັນດາຊາວໜຸ່ມ, ນັກຮຽນ-ນັກສຶກສາລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດຊາບວ່າ: ໂຄງການຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ ເປັນໂຄງການແລກປ່ຽນທາງດ້ານ ວັດທະນະທຳ, ການພັດທະນາເສດຖະກິດ-ສັງຄົມ ແລະ ການສຶກສາ ຂອງບັນດາຊາວໜຸ່ມຈາກປະເທດສະມາຊິກ ອາຊຽນ-ຍີ່ປຸ່ນ. ຫ້ອງການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຄົ້ນຄວ້າ ແລະ ເຫັນວ່າ: ໂຄງການດັ່ງກ່າວມີ ຜົນດີໃນການເສີມສ້າງຄວາມເຂົ້າໃຈອັນດີເລີດ,ໄດ້ຝຶກຝົນຕົນເອງໂດຍຜ່ານກິດຈະກຳຕ່າງໆ ໂດຍຊາວໜຸ່ມທີ່ເຂົ້າ ຮ່ວມກິດຈະກຳນີ້ຈະໄດ້ຮັບຜົນປະໂຫຍດທາງດ້ານການກະກຽມຄວາມພ້ອມລ່ວງໜ້າ ເພື່ອເສີມສ້າງຄວາມຮູ້ຄວາມ ສາມາດ, ທັກສະການສົນທະນາ-ສື່ສານ ໃນຫຼາກຫຼາຍຮູບແບບກິດຈະກໍາຂອງໂຄງການດັ່ງກ່າວ. ສະນັ້ນ, ຈຶ່ງໄດ້ແຈ້ງ ມາຍັງບັນດາພະນັກງານຊາວໜຸ່ມກະຊວງ, ອົງການ, ແຂວງ, ນະຄອນຫຼວງວຽງຈັນ, ຊາວໜຸ່ມນັກຮຽນ-ນັກສຶກສາ ຜູ້ທີ່ສົນໃຈສະໝັກສອບເສັງຕາມມາດຖານ ແລະ ເງື່ອນໄຂດັ່ງລຸ່ມນີ້: I. ມາດຖານ ແລະ ເງື່ອນໄຂຜູ້ສະໝັກເຂົ້າຮ່ວມ 1. ເປັນພົນລະເມືອງລາວ, ຖືສັນຊາດລາວ ແລະ ເປັນສະມາຊິກຊາວໜຸ່ມຜູ້ກ້າວໜ້າ […]

ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ແຈ້ງການຈະໄດ້ມີການຢຸດຜະລິດນໍ້າປະປາຊົ່ວຄາວ

ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ຈະໄດ້ມີການ ຢຸດຜະລິດນໍ້າປະປາຊົ່ວຄາວ ເລີ່ມແຕ່ເວລາ 01:00 ໂມງເຊົ້າ ຂອງວັນທີ 07 ສິງຫາ (08) 2023 ເປັນຕົ້ນໄປ ເນື່ອງ ຈາກນໍ້າໄດ້ຖ້ວມ. ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ຂໍຖືເປັນກຽດ ແຈ້ງການມາຍັງບັນດາທ່ານ ຫົວໜ້າຫ້ອງການ, ບໍລິສັດ, ພະນັກງານ, ທະຫານ, ຕຳຫຼວດ, ອົງການປົກຄອງບ້ານ, ຜູ້ປະກອບການ, ນັກຮຽນ-ນັກສຶກສາ, ປະຊາຊົນ ບັນດາເຜົ່າ, ຊາວຕ່າງດ້າວ, ຊາວຕ່າງປະເທດ ແລະ ອົງການຈັດຕັ້ງຕ່າງໆ ພາຍໃນເຂດບ້ານພິກນ້ອຍ, ບ້ານນູນ ສະຫວາດ, ບ້ານກົກງິ້ວ, ສະຖານີລົດໄຟຟ້າ, ນະຄອນຫຼວງພະບາງ ແລະ ບ້ານແອນສະຫວັນ, ບ້ານຫ້ວຍຊຽງ, ເມືອງຊຽງເງິນ, ແຂວງຫຼວງພະບາງ ຊາບທົ່ວເຖິງກັນວ່າ ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ຈະໄດ້ມີການ ຢຸດຜະລິດນໍ້າປະປາຊົ່ວຄາວ ເລີ່ມແຕ່ເວລາ 01:00 ໂມງເຊົ້າ ຂອງວັນທີ 07 ສິງຫາ […]

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນເຝົ້າລະວັງນໍ້າຖ້ວມ ແລະ ດິນເຈື່ອນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນເຝົ້າລະວັງນໍ້າຖ້ວມ ແລະ ດິນເຈື່ອນໃນໄລຍະວັນທີ 07 ຫາ 13 ສິງຫາ 2023 ຍ່ອມຄວາມກົດດັນອາກາດຕໍ່າ ທີ່ພາກເໜືອຂອງປະເທດຫວຽດນາມ ຍັງຈະສືບຕໍ່ແພ່ລົງມາປົກຄຸມຢູ່ທົ່ວ ທຸກພາກຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມດ້ວຍກໍາລັງປານກາງ ຫາແຮງ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະ ດັບຄ່ອຍ ຫາປານກາງຢູ່ ທົ່ວໄປເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ຕົກປານກາງ ຫາຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ພາກເໜືອ ແລະ ພາກກາງຂອງປະເທດລາວ. ເນື່ອງຈາກວ່າໃນໄລຍະ 1 ອາທິດຕໍ່ໜ້ານີ້ ຝົນຍັງຈະສືບຕໍ່ຕົກໃນລະດັບຄ່ອຍ ຫາປານກາງຢູ່ໃນ ແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ ຊຶ່ງຈະເຮັດໃຫ້ຝົນຕົກຕິດຕໍ່ກັນຫລາຍວັນ ຈະເຮັດໃຫ້ລະດັບນໍ້າ ຕາມແມ່ນໍ້າສາຂາສູງຂຶ້ນ ແລະ ດິນເຈື່ອນ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກ ຄອງທຸກພາກສ່ວນ ທີ່ອາໄສຢູ່ບັນດາແຂວງພາກເໜືອ ແລະ ພາກກາງ ແລະ ຜູ້ທີ່ອາໄສຢູ່ແຄມນໍ້າ […]

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດສົ່ງເຄື່ອງ ຊ່ວຍເຫລືອສຸກເສີນໃຫ້ປະຊາຊົນ ຢູ່ 3 ແຂວງ

ວັນທີ 6 ສິງຫາ 2023, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູງກາງ ຕາງໜ້າໂດຍ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈໍາການຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມ ຄະນະ ໄດ້ຈັດສົ່ງເຄື່ອງອຸປະໂພກ-ບໍລິໂພກ ປະ ເພດເຂົ້າສານ,ເຄື່ອງໃຊ້ຄົວເຮືອນ, ເຄື່ອງສຸຂະອານາໄມ,ມຸ້ງ, ສາດຢາງ ມູນຄ່າຫລາຍກວ່າ 573 ລ້ານກີບ. ເພື່ອນໍາສົ່ງຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ 3 ແຂວງຄື: ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ, ໂດຍໄດ້ຮັບການສະໜັບສະໜູນທາງດ້ານກໍາລັງ ແລະ ພາຫະນະຂົນສົ່ງຈາກກະຊວງປ້ອງກັນປະເທດ. ສຳລັບເຄື່ອງອຸປະໂພກ-ບໍລິໂພກ ທີ່ນຳໄປຊ່ວຍເຫລືອຄັ້ງນີ້ ມອບໃຫ້ ແຂວງບໍລິຄຳໄຊ: ເຂົ້າກິນ 8 ໂຕນ; ເຄື່ອງໃຊ້ຄົວເຮືອນ 10 ແກັດ, ເຄື່ອງສຸຂະອານາໄມ 9 ແກັດ, ມຸ້ງ 20 ດາງ, ສາດຢາງ 30 ຜືນ ມູນຄ່າ 141ລ້ານກວ່າກີບ; […]

ດວງລາຍວັນປະຈໍາວັນອັງຄານ ທີ 08 ສິງຫາ 2023

ຄົນເກີດວັນອາທິດ:ການ​ງານ ຈະ​ເຮັດ​ທຸລະກິດ​ຫຍັງ​ກໍ​ຈະ​ໂຊກ​ດີ​ ປະ​ສົບ​ຄວາມ​ສຳ​ເລັດ​ດີ​ຂຶ້ນ​ໄປ​ທຸກ​ຢ່າງ​ ການ​ເງິນ ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ ແຕ່​ກໍ​ຈະ​ຫາ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ເຊັ່ນ​ກັນ​ ຄວາມ​ຮັກ ເບິ່ງ​ຄື​ວ່າ​ຈະ​ມີ​ບັນຫາ​ເລື່ອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ຢູ່​ໃນ​ໄລຍະ​ນີ້​ ເຄື່ອງມຸງຄຸນ ສາຍຄໍ ສີມຸງຄຸນ​ ສີຟ້າ ເລກ​ນຳ​ໂຊກ​ 9 ຄົນເກີດວັນຈັນ:ການ​ງານ ຄວນ​​ເບິ່ງ​ແຍງ​ລາຍ​ລະອຽດ​ໃນ​ການ​ເຮັດ​ວຽກງານ​ຢ່າງ​ຮອບຄອບ​ ການ​ເງິນ ພາລະ​ລາຍ​ຈ່າຍ​ຂ້ອນ​ຂ້າງ​ຫຼາຍ​ເປັນ​ພິເສດ​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍໄດ້​ດີພໍ​ ຄວາມ​ຮັກ​ ​ໄລຍະ​ທາງ​ຍັງ​ເປັນ​ອຸປະສັກ​ຕໍ່​ຄວາມ​ສຳພັນ​ໃ​ນຕອນນີ້​ ເຄື່ອງມຸງຄຸນ​ ໄຂ່ມຸກ ສີມຸງຄຸນ ສີແດງ ເລກ​ນຳ​ໂຊກ​ 2 ຄົນເກີດວັນອັງຄານ:ການ​ງານ ຄວາມ​ສະຫຼາດ​ໃນ​ທາງ​ດ້ານ​ການ​ງານ​ກໍ່​ໃຫ້​ເກີດ​ໂອ​ກາດທີ່​ດີ​ ການ​ເງິນ ໃນ​ໄລຍະ​ນີ້​ໃຊ້​ເງິນ​ຫຼາຍ​ເປັນ​ພິເສດ​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໃດ​ໆ​ໄດ້​ ຄວາມ​ຮັກ ມີ​ເກນ​ສົມ​ຫວັງ​ດ້ານ​ຄວາມ​ຮັກ​ ຖ້າ​ບໍ່​ມີ​ການ​ເອົາ​ຊະນະ​ກັນ​ຫຼາຍ​ເກີນ​ໄປ​ ເຄື່ອງມຸງຄຸນ​ ​ຄໍາ ສີມຸງຄຸນ ສີຂາວ ເລກ​ນຳ​ໂຊກ​ 6 ຄົນເກີດວັນພຸດ:ການ​ງານ ພົບ​ອຸປະສັກ​ທາງ​ດ້ານ​ການ​ງານ​ເຮັດໃຫ້​ຮູ້ສຶກ​​ເມື່ອຍ​ເປັນ​ຢ່າງ​ຫຼາຍ​ໃນ​ໄລຍະ​ນີ້​ ການ​ເງິນ ໃຊ້​ເງິນ​ຫຼາຍ​ເປັນ​ພິເສດ​ຫາ​ໄດ້​ມາ​ກໍ​ຕ້ອງ​ໃຊ້​ອອກ​ໄປ ຄວາມ​ຮັກ ຍັງ​ບໍ່​ຕັດ​ສິນ​ໃຈ​ໃນ​ເລື່ອງ​ຄວາມ​ຮັກ​ ແຕ່​ພາບ​ທັງໝົດ​ຢູ່ໃນ​ເກນ​ທີ່ສົ​ມ​ຫວັງ ເຄື່ອງມຸງຄຸນ​​ ໄຂ່ມຸກ ສີມຸງຄຸນ ສີສົ້ມ ເລກ​ນຳ​ໂຊກ​ 3 ຄົນເກີດວັນພະຫັດ:ການ​ງານ […]