ດວງລາຍວັນປະຈໍາວັນສຸກ ທີ 28 ກໍລະກົດ 2023

ຄົນເກີດວັນອາທິດ:ການງານມີພິບໄຫວໃນການຕິດຕໍ່ເຈລະຈາໃນເລື່ອງຂອງການງານຈະເຮັດໃຫ້ທ່ານປະສົບຄວາມສຳເລັດ ການເງິນໄດ້ຮັບການສະໜັບສະໜຸນເງິນທຶນຈາກຜູ້ໃຫຍ່ ຄວາມຮັກພົບຮັກກັບຄົນທີ່ມີສະເໜ່ ມີຄວາມຈິງໃຈ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນຄໍາ ເລກນຳໂຊກ8 ຄົນເກີດວັນຈັນ:ການງານຕັດສິນໃຈທີ່ຈະໃຊ້ເງິນລົງທຶນເຮັດທຸລະກິດ ການເງິນຈະໄດ້ຮັບຮູ້ເລື່ອງຂ່າວດີທາງດ້ານການເງິນ ຄວາມຮັກການເດີນທາງຈະມີໂອກາດໄດ້ພົບຄົນທີ່ມີສະເໜ່ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີສົ້ມ ເລກນຳໂຊກ4 ຄົນເກີດວັນອັງຄານ:ການງານເຮັດທຸລະກິດແບບສາຍດ່ຽວຈະເຮັດໃຫ້ລ້ຳລວຍ ການເງິນຈະພົບຜູ້ອຸປະຖຳດ້ານການເງິນ ຄວາມຮັກເດີນທາງໄກມີໂອກາດໄດ້ພົບຮັກກັບຄົນຮູ້ຈັກ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີແດງ ເລກນຳໂຊກ9 ຄົນເກີດວັນພຸດ:ການງານໂຊກດີທີ່ມີບໍລິວານຄອຍຖ້າຊ່ວຍເຫລືອສະໜັບສະໜຸນຮ່ວມກັນສ້າງຜົນງານ ການເງິນໂຊກດີມື້ນີ້ຈະໄດ້ເງິນເຂົ້າມາໃນການໃຊ້ຈ່າຍ ຄວາມຮັກບໍ່ຄ່ອຍມີເວລາໃຫ້ກັບຄົນຮັກຕ້ອງຫາເວລາໄປໃສມາໃສນໍາກັນໃຫ້ຫຼາຍ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີຂາວ ເລກນຳໂຊກ4 ຄົນເກີດວັນພະຫັດ:ການງານສ້າງຜົນງານໄດ້ໂດດເດັ່ນການງານຂ້ອນຂ້າງຢູ່ໃນແກນທີ່ດີ ການເງິນມີໂອກາດທີ່ຈະໄດ້ຮັບໂຊກຈາກບໍລິວານ ຄວາມຮັກທ່ານກັບຄົນຮັກນັ້ນບໍ່ຄ່ອຍມີເວລາໃຫ້ກັນ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ1 ຄົນເກີດວັນສຸກ:ການງານເຮັດອາຊີບເປັນນັກບໍລິຫານຈັດການປະສົບຄວາມສຳເລັດ ການເງິນບໍລິວານຈະຊ່ວຍເຫລືອທາງການເງິນ ຄວາມຮັກມີໂອກາດພົບຮັກເປັນຄູ່ຄອງທີ່ດີລັກສະນະຜິວຂາວ ເຄື່ອງມຸງຄຸນເງິນ ສີມຸງຄຸນສີບົວ ເລກນຳໂຊກ0 ຄົນເກີດວັນເສົາ:ການງານໃຊ້ຄວາມສາມາດພິເສດສ້າງຜົນງານໄດ້ໂດດເດັ່ນ ການເງິນຄິດເງິນກໍໄດ້ເງິນ ເພາະໄລຍະນີ້ດວງການເງິນດີຫຼາຍ ຄວາມຮັກມີໂອກາດໄດ້ພົບຮັກເກີດຄວາມສຸກໃຈ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ5
ພາສີ ແຂວງບໍ່ແກ້ວ ເປີດປະມູນພາຫະນະທີ່ຮິບໄວ້ເປັນຂອງລັດ ຈໍານວນ 9 ຄັນ

ພາສີ ແຂວງບໍ່ແກ້ວ ອອກແຈ້ງການເລກທີ 766 /ພສຂ.ບກ ລົງວັນທີ 24 ກໍລະກົດ 2023 ວ່າ: ພາສີປະຈໍາແຂວງບໍ່ແກ້ວ, ມາຍັງບັນດາທ່ານ ບຸກຄົນ, ນິຕິບຸກຄົນ, ຫົວໜ່ວຍທຸລະກິດ ແລະ ອົງການຈັດຕັ້ງຂັ້ນຕ່າງໆ ຜູ້ທີ່ມີຄວາມສົນໃຈໃນການປະມູນ ຊາບວ່າ ພາສີປະຈໍາແຂວງບໍ່ແກ້ວ ມີສິນຄ້າ, ເຄື່ອງ ຂອງ ປະເພດພາຫະນະ ທີ່ໄດ້ຮິບໄວ້ເປັນຂອງລັດ ຈໍານວນ 9 ຄັນ.ເຊິ່ງມີລາຍລະອຽດຂອງພາຫະນະ ຄືດັ່ງລຸ່ມນີ້: ພາສີປະຈໍາແຂວງຕ້ອງການສະສາງອອກດ້ວຍຮູບການປະມູນເປີດກວ້າງ ແລະ ມີຄວາມສົນໃຈຢາກເຂົ້າ ຮ່ວມປະມູນແຂ່ງຂັນລາຄາ, ລາຍລະອຽດແມ່ນໃຫ້ຕິດຕໍ່ ຊື້ຊອງປະມູນ ທີ່ຫ້ອງການພາສີປະຈໍາແຂວງບໍ່ແກ້ວ. ທ່ານໃດທີ່ມີຄວາມສົນໃຈເຂົ້າແຂ່ງຂັນປະມູນ ສາມາດເຂົ້າມາພົວພັນ ນໍາເຈົ້າໜ້າທີ່ພາສີ ແລະ ເບິ່ງພາຫະນະຕົວຈິງໄດ້. ການຂາຍຊອງປະມູນແມ່ນ ໃນລາຄາ 500,000 ກີບ/ຊອງ ເລີ່ມແຕ່ເວລາ 08:00 ຂອງວັນທີ 25 ກໍລະກົດ 2023, ປິດຂາຍຊອງປະມູນ ເວລາ 16:00 ຂອງວັນທີ […]
ດວງລາຍວັນປະຈໍາວັນພຸດ ທີ 26 ກໍລະກົດ 2023

ຄົນເກີດວັນອາທິດ:ການງານການເຮັດທຸລະກິດໃໝ່ຮ່ວມກັບຮຸ້ນສ່ວນທີ່ໄວ້ໃຈຈະເຮັດໃຫ້ທ່ານປະສົບຜົນສໍາເລັດ ການເງິນມື້ນີ້ໂຊກດີຈະໄດ້ຮັບເງິນຈາກຜູ້ໃຫຍ່ ຄວາມຮັກມີໂອກາດພົບຮັກແບບບໍ່ຕັ້ງໂຕ ອາດມີຄົນເຂົ້າມາໃຫ້ຮູ້ຈັກເພີ່ມ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີແດງ ເລກນຳໂຊກ0 ຄົນເກີດວັນຈັນ:ການງານເຮັດທຸລະກິດປະສົບຄວາມສຳເລັດ ແຕ່ໃຫ້ລະວັງເລື່ອງຂອງການເຊັນສັນຍາ ການເງິນການໃຊ້ຈ່າຍຍັງບໍ່ຄົງທີ່ຕ້ອງລະວັງເລື່ອງການໃຊ້ຈ່າຍໃຫ້ຫຼາຍ ຄວາມຮັກມີໂອກາດໄດ້ພົບຮັກພົບຄູ່ຄອງເຂົ້າມາໃຫ້ຮູ້ຈັກໃນຖານະໝູ່ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີບົວ ເລກນຳໂຊກ6 ຄົນເກີດວັນອັງຄານ:ການງານການເຈລະຈາຕິດຕໍ່ເຮັດສັນຍາຈະປະສົບຄວາມສຳເລັດ ການເງິນດ້ວຍຄວາມສະຫຼຽວສະຫຼາດຈະເຮັດໃຫ້ໄດ້ເງິນເຂົ້າມາ ຄວາມຮັກມີໂອກາດພົບຮັກກັບຄົນລຸ້ນນ້ອງ ອາຍຸອາດມີຄວາມແຕກຕ່າງແຕ່ການກະທໍາອາດເປັນຄືອ້າຍໄປເລີຍ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຂຽວ ເລກນຳໂຊກ6 ຄົນເກີດວັນພຸດ:ການງານ ປະສົບຄວາມສຳເລັດມີຊື່ສຽງໃນການສ້າງຜົນງານທີ່ດີ ການເງິນມີໂຊກຈະຖືກອຸປະຖຳທາງດ້ານການເງິນ ຄວາມຮັກໄດ້ພົບຮັກກັບຄົນທີ່ທ່ານໝາຍຕາໄວ້ ແຕ່ຕ້ອງລະວັງຄ່ອຍເປັນຄ່ອຍໄປຈະດີກວ່າ ເຄື່ອງມຸງຄຸນ ຫິນນໍາໂຊກສີຟ້າ ສີມຸງຄຸນສີດໍາ ເລກນຳໂຊກ9 ຄົນເກີດວັນພະຫັດ:ການງານເຮັດທຸລະກິດຈະການຄ້າໄດ້ກຳໄລຫຼາຍ ການເງິນມື້ນີ້ໂຊກດີຈະໄດ້ຮັບເງິນຈາກຜູ້ໃຫຍ່ໃຈດີ ຄວາມຮັກໄດ້ພົບຮັກຄູ່ຄອງທີ່ດີ ມີຄວາມເປັນຜູ້ນໍາຊ່ວຍທ່ານໃນທຸກໆເລື່ອງ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີຂາວ ເລກນຳໂຊກ4 ຄົນເກີດວັນສຸກ:ການງານເຮັດທຸລະກິດດ້ານຊັບສິນ ການລົງທຶນດ້ານການຄ້າ ໄດ້ຜົນກຳໄລທີ່ດີ ການເງິນລາຍຈ່າຍໃຫ້ລະວັງເລື່ອງຂອງການຊື້ສິນຄ້າທີ່ບໍ່ຈໍາເປັນ ຄວາມຮັກໄດ້ພົບຮັກກັບຄົນຜິວຂາວມີໂອກາດໄດ້ພັດທະນາຄວາມສໍາພັນ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ1 ຄົນເກີດວັນເສົາ:ການງານຖ້າມັກໃນການຄ້າຂາຍແນະນໍາໃຫ້ລົງມືເຮັດເລີຍ ເພາະຈະກໍໃຫ້ທ່ານປະສົບຄວາມສໍາເລັດ ການເງິນມື້ນີ້ໂຊກດີຫຼາຍຈະໄດ້ເງິນເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກຢູ່ໃນໄລຍະປັບໂຕເຂົ້າຫາກັນ ເພາະຢູ່ໃນໂໝດທີ່ອາດໄດ້ເລີກລາກັນ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີຂຽວ ເລກນຳໂຊກ5
ດວງລາຍວັນປະຈໍາວັນອັງຄານ ທີ 25 ກໍລະກົດ 2023

ຄົນເກີດວັນອາທິດ:ການງານຈະຖືກເອົາປຽບໃນເລື່ອງການງານສໍາລັບເພື່ອຮ່ວມງານທີ່ທ່ານບໍ່ຄວນໄວ້ໃຈ ການເງິນດ້ານການເງິນຢູ່ໃນພະວະຄ່ອງຕົວ ຈຶ່ງເປັນເຫດໃຫ້ທ່ານໃຊ້ຈ່າຍຫຼາຍກວ່າປົກກະຕິ ຄວາມຮັກລະວັງຈະຕົກຢູ່ໃນສະຖານະການຮັກຊ້ອນກໍເປັນໄປໄດ້ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີແດງເລກນຳໂຊກ5 ຄົນເກີດວັນຈັນ:ການງານການເຮັດທຸລະກິດໃນໄລຍະນີ້ມີໂອກາດໄດ້ຮັບຜົນກຳໄລຫຼາຍ ການເງິນພີ່ນ້ອງຫຼືບໍລິວານຈະຄອຍຖ້າຊ່ວຍເຫຼືອດ້ານການເງິນ ຄວາມຮັກຈະພົບຮັກກັບຄົນທີ່ມີອາຍຸແຕກຕ່າງກັນຫຼາຍ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີເຫຼືອງ ເລກນຳໂຊກ4 ຄົນເກີດວັນອັງຄານ:ການງານໄລຍະນີ້ໃຊ້ຄວາມມຸ້ງມັ່ນ ແລະ ຄວາມຂະຫຍັນເປັນພິເສດເຮັດວຽກຫຍັງກໍຈະສຳເລັດ ການເງິນໄລຍະນີ້ໂຊກດີຫຼາຍໆ ຈະໄດ້ຮັບຊັບ ຮັບເງິນກ້ອນໃຫຍ່ ຄວາມຮັກຈະພົບຮັກກ່ຽວຂ້ອງກັບເລື່ອງທຸລະກິດການງານທີ່ເຮັດໃຫ້ຕ້ອງມາພົບກັນ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີສົ້ມອ່ອນ ເລກນຳໂຊກ0 ຄົນເກີດວັນພຸດ:ການງານ ພາລະກິດຂ້ອນຂ້າງວຽກຫຼາຍເປັນພິເສດເພາະຜູ້ໃຫຍ່ຈະມອບພາລະກິດໃຫ້ ການເງິນມີໂຊກຈະໄດ້ເງິນກ້ອນໃຫຍ່ ອາດເປັນເງິນທີ່ທ່ານເກັບສະສົມໄວ້ກໍເປັນໄປໄດ້ ຄວາມຮັກຈະຕົກຢູ່ໃນສະຖານນະການຮັກຊ້ອນ ໂດຍທີ່ທ່ານບໍ່ຮູ້ຕົວ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີດໍາ ເລກນຳໂຊກ8 ຄົນເກີດວັນພະຫັດ:ການງານໄລຍະນີ້ເຮັດທຸລະກິດການງານໃດໆ ກໍຈະເລີນຮຸ່ງເຮືອງຫຼາຍຂຶ້ນ ການເງິນມີໂອກາດຮັບຊັບເກີດມີໂຊກ ເພາະຈະມີຜູ້ອຸປະຖໍາທາງດ້ານການເງິນ ຄວາມຮັກມີໂອກາດພົບຄົນທີ່ມີສະເໜ່ ລັກສະນະຜິວຂາວ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີຟ້າ ເລກນຳໂຊກ 3 ຄົນເກີດວັນສຸກ:ການງານໄດ້ເລີ່ມຕົ້ນທຸລະກິດໃໝ່ເກີດຄວາມສຳເລັດ ການເງິນລະວັງເອກະສານທາງດ້ານການເງິນຈະເປັນໂມຄະ ຄວາມຮັກໄດ້ພົບຮັກເກີດຄວາມສຸກສົມຫວັງ ໃນໄລຍະນີ້ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີຂຽວອ່ອນ ເລກນຳໂຊກ7 ຄົນເກີດວັນເສົາ:ການງານຈະເກີດການປ່ຽນແປງທາງອາຊີບການງານໄປສູ່ຕຳແໜ່ງທີ່ສູງຂຶ້ນ ການເງິນສາມາດຫາເງິນເຂົ້າມາໄດ້ເພີ່ມເຕີມຢ່າງວ່ອງໄວ ຄວາມຮັກຈະພົບຄົນທີ່ຖືກໃຈແລ້ວສາມາດສານຄວາມສຳພັນໄປໄດ້ດີເລີຍ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີບົວ ເລກນຳໂຊກ9
ແຂວງສະຫວັນນະເຂດ ແຈ້ງປະມູນຂາຍຖ່ານດຳດັງໄຟ 27.070 ເປົາ ເພື່ອນຳເງິນເຂົ້າງົບປະມານ

ພາສີ ແຂວງສະຫວັນນະເຂດ ແຈ້ງປະມູນຂາຍຖ່ານດຳດັງໄຟ 27.070 ເປົາ ເພື່ອນຳເງິນເຂົ້າງົບປະມານ.ພາສີປະຈຳແຂວງສະຫວັນນະເຂດ ຂໍແຈ້ງມາຍັງ ບັນດາບຸກຄົນ, ນິຕິບຸກຄົນ ພາຍໃນແຂວງ ແລະ ຕ່າງແຂວງ ຊາບວ່າ: ພາສີປະຈຳແຂວງຈະໄດ້ນຳເອົາສິນຄ້າທີ່ໄດ້ອະນຸມັດຕົກເປັນຂອງລັດ ອອກປະມູນຂາຍ ເພື່ອນຳເງິນມອບເຂົ້າງົບ ປະມານຕາມລະບຽບກົດໝາຍ,ຊຶ່ງສິນຄ້າທີ່ນຳມາປະມູນຄັ້ງນີ້ມີປະເພດ ຖ່ານດຳດັງໄຟ ຈຳນວນ 681,75 ໂຕນ ( 27.070 ກະສອບ). ສໍາລັບເງື່ອນໄຂຜູ້ເຂົ້າຮ່ວມປະມູນຊື້ຕ້ອງເປັນບຸກຄົນ, ນິຕິບຸກຄົນ ທີ່ມີອະນຸຍາດດຳເນີນທຸລະກິດກ່ຽວກັບຖ່ານດັງໄຟ ແລະ ມີອະນຸຍາດຖືກຕ້ອງ, ຄົບຖ້ວນ ຕາມລະບຽບກົດໝາຍຂອງ ສປປ.ລາວ ທີ່ມີຜົນບັງຄັບໃຊ້ໃນປັດຈຸບັນ, ຜູ້ທີ່ມີຄວາມສົນໃຈສາມາດເຂົ້າໄປພົວພັນນຳຂະແໜງກວດກາ ແລະ ກວດສອບຄືນການແຈ້ງພາສີ ສະຖານທີ່ຕັ້ງຢູ່ຫ່າງຈາກດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 2 ປະມານ 2 Km. ເລີ່ມແຕ່ ວັນທີ 18/07/2023 ຫາວັນທີ 20/07/2023 ຕາມວັນລັດຖະການ, ຖ້າກາຍກຳນົດດັ່ງກ່າວຈະບໍ່ຮັບພິຈາລະນາ, ກຳນົດມື້ເປີດຊອງ ວັນທີ 21/07/2023, ເວລາ 9:30 ໂມງ. ທີ່ມາ […]
ພະແນກສາທາລະນະສຸກແຂວງຄໍາມ່ວນ ໃຫ້ລົບລ້າງຫນັງສືແຈ້ງການຂອງໂຮງຫມໍແຂວງຄໍາມ່ວນ ສະບັບເລກທີ 373/ ຮຫມຂ

ພະແນກສາທາລະນະສຸກແຂວງຄໍາມ່ວນ ໄດ້ອອກແຈ້ງການໃນວັນທີ 18 ກໍລະກົດ 2023 ໃຫ້ລົບລ້າງຫນັງສືແຈ້ງການຂອງໂຮງຫມໍແຂວງຄໍາມ່ວນ ສະບັບເລກທີ 373/ ຮຫມຂ, ລົງວັນທີ 17 ກໍລະກົດ 2023 ທີ່ບໍ່ສອດຄ່ອງກັບນະໂຍບາຍປະກັນສຸຂະພາບແຫ່ງຊາດ ໂດຍມີເນື້ອໃນລະບຸວ່າ ປະຈຸບັນໂຮງຫມໍຂາດຢາປິ່ນປົວຈໍາເປັນພື້ນຖານ ເນື່ອງຈາກບໍ່ສາມາດຊໍາລະຫນີ້ສິນໄດ້ຕາມກໍານົດເວລາ ຈົນບໍລິສັດຢຸດການສົ່ງຢາໃຫ້ແກ່ໂຮງຫມໍ. ການລົບລ້າງແຈ້ງການສະບັບດັ່ງກ່າວຂອງທາງໂຮງຫມໍແຂວງ ກໍເພື່ອໃຫ້ເຮັດໃຫ້ການບໍລິການຂອງສະຖານປິ່ນປົວສຸຂະພາບຂອງພາກລັດສອດຄ່ອງຕາມລະບຽບ ກົດຫມາຍ ແລະ ນະໂຍບາຍທີ່ວາງອອກ ພະແນກສາທາລະນະສຸກແຂວງຄໍາມ່ວນ ຈຶ່ງອອກແຈ້ງການລະບຸໄວ້ ວ່າ: ປະຊາຊົນທີ່ເຂົ້າມາໃຊ້ບໍລິການຮັກສາສຸຂະພາບທົ່ວໄປ ຢູ່ໂຮງຫມໍແຂວງ, ໂຮງຫມໍຊຸມຊົນ ແລະ ໂຮງນ້ອຍ ແມ່ນຍັງສືບຕໍ່ຈັດຕັ້ງປະຕິບັດຕາມປົກກະຕິຄືຜ່ານມາ ເຊິ່ງຜູ້ໃຊ້ ບໍລິການຕ້ອງໄດ້ນໍາເອົາປື້ມສໍາມະໂນຄົວ ຫຼື ເອກະສານຢັ້ງຢືນທີ່ຖືກຕ້ອງມາແຈ້ງຕໍ່ສະຖານທີ່ບໍລິການ ເພື່ອຮັບສິດໃນການປິ່ນປົວຕາມນະໂຍບາຍຂອງລັດ. ພະນັກງານລັດຖະກອນ, ທະຫານ, ຕໍາຫລວດ, ພະນັກງານລັດວິສາຫະກິດ, ຜູ້ທີ່ເຂົ້າປະກັນສັງຄົມ ແລະ ຜູ້ທີ່ໄດ້ຮັບສິດຄຸ້ມຄອງ ໃຫ້ຈັດຕັ້ງປະຕິບັດຕາມປົກກະຕິຄືຜ່ານ ມາ ໂດຍໃຫ້ຖືບັດປະກັນສັງຄົມມາແຈ້ງຕໍ່ສະຖານທີ່ບໍລິການ ເພື່ອປະຕິບັດຕາມກົດຫມາຍວ່າດ້ວຍການປະກັນສຸຂະພາບແລະ ຄໍາສັ່ງແນະນໍາ ຂອງລັດຖະມົນຕີ ກະຊວງ ສາທາລະນະສຸກ ວ່າດ້ວຍກົນໄກການເກັບເງິນສົມທົບ, ການຈ່າຍເງິນ ແລະ […]
ດວງລາຍວັນປະຈໍາວັນສຸກ ທີ 21 ກໍລະກົດ 2023

ຄົນເກີດວັນອາທິດ:ການງານໄລຍະນີ້ຄວນເຮັດວຽກແບບສາຍດ່ຽວຈຶ່ງຈະສຳເລັດໃນສິ່ງທີ່ຫວັງ ການເງິນມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງໃນໄລຍະນີ້ ຄວາມຮັກຈະພົບຄົນຜິວຂາວ ເກັ່ງ ມີຄວາມສາມາດ ເຂົ້າມາໃນໄລຍະນີ້ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສິດໍາ ເລກນຳໂຊກ4 ຄົນເກີດວັນຈັນ:ການງານສາມາດສ້າງຄວາມສຳເລັດໃຫ້ຕົນເອງໄດ້ດີ ການເງິນດວງດີຂຶ້ນຫລາຍຈະໄດ້ຮັບຊັບທາງດ້ານການເງິນ ຄວາມຮັກ ມີໂອກາດພົບຄົົນທີ່ມີສະເໜ່ນິໄສດີ ເຂົ້າກັບທ່ານໄດ້ເລີຍ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີແດງ ເລກນຳໂຊກ0 ຄົນເກີດວັນອັງຄານ:ການງານເຮັດວຽກດ້ານເປັນທີ່ປຶກສາ ຫຼື ດ້ານທຸລະກິດຈະເຮັດໃຫ້ຮຸ່ງເຮືອງ ການເງິນຈະໄດ້ເງິນກ້ອນໃຫຍ່ຈາກຄວາມສາມາດຂອງຕົນເອງ ຄວາມຮັກຮູ້ສຶກເກີດຄວາມກັງວົນໃຈດ້ານຄວາມຮັກ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີເຫຼືອງ ເລກນຳໂຊກ9 ຄົນເກີດວັນພຸດ:ການງານຖ້າຢາກຈະປ່ຽນວຽກງານໃນໄລຍະນີ້ຈະໄດ້ງານໃໝ່ຢ່າງວ່ອງໄວ ການເງິນຈະໃຊ້ເງິນເຂົ້າມາຫລາຍກວ່າປົກກະຕິ ຈະມີຜູ້ຊ່ວຍອຸປະຖໍາ ຄວາມຮັກຈະເກີດເລື່ອງຂັດແຍ້ງກັບຄົນຮັກ ທ່ານບໍ່ຄວນເປັນຄົນໃຈຮ້ອນ ເຄື່ອງມຸງຄຸນຫິນນໍາໂຊກສີບົວ ສີມຸງຄຸນສີນໍ້າຕານ ເລກນຳໂຊກ3 ຄົນເກີດວັນພະຫັດ:ການງານເຮັດທຸລະກິດດ້ານການຄ້າອາຫານ ທຸລະກິດດ້ານຂາຍເຄື່ອງກິ໊ບຊ໋ອບຈະໄດ້ກຳໄລດີ ການເງິນມື້ນີ້ມີໂຊກດີດ້ານການເງິນ ຄວາມປະຢັດລາຍຈ່າຍໃຫ້ຫຼາຍ ຄວາມຮັກຖ້າມີການເດີນທາງມີໂອກາດທີ່ຈະໄປພົບຄົົນທີ່ມີສະເໜ່ໜ້າຫຼົງໃຫຼ ແລະ ເຂົ້າກັບທ່ານໄດ້ເປັນຢ່າງດີ ເຄື່ອງມຸງຄຸນເງິນ ສີມຸງຄຸນສີດໍາ ເລກນຳໂຊກ1 ຄົນເກີດວັນສຸກ:ການງານເຮັດທຸລະກິດດ້ານການຄ້າອຸປະກອນເຄື່ອງຄົວຈະມີຍອດຂາຍເພີ່ມ ການເງິນຫາໄດ້ຫລາຍຂຶ້ນຈາກຄວາມສາມາດຂອງຕົນເອງ ແລະ ຈະມີເງິນເກັບ ຄວາມຮັກຈະພົບຄົົນທີ່ມີລັກສະນະໃຈດີ ລາວຈະມີຊື່ສຽງໃນວົງການຂອງລາວ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີຂາວ ເລກນຳໂຊກ8 ຄົນເກີດວັນເສົາ:ການງານມີໂອກາດປັບປ່ຽນກົນລະຍຸດໃນການເຮັດວຽກງານແລ້ວຈະເກີດຄວາມສຳເລັດ ການເງິນຈະພົບຜູ້ອຸປະຖຳດ້ານການເງິນ […]
ດວງລາຍວັນປະຈໍາວັນພະຫັດ ທີ 20 ກໍລະກົດ 2023

ຄົນເກີດວັນອາທິດ:ການງານລະວັງຄວາມຜິດພາດ ເພາະຄວາມໃຈຮ້ອນ ໃນເລື່ອງຂອງການວຽກງານຢ່າດ່ວນສະຫຼຸບ ຫຼືເລັ່ງຕັດສິນໃຈຢ່າງວ່ອງໄວເກີນໄປ ຄວນເຮັດໃຫ້ຮອບຄອບເອົາໄວ້ຈະດີທີ່ສຸດ ການເງິນມີລາຍຈ່າຍທີ່ບໍ່ຄ່ອຍສົມດຸນກັບລາຍຮັບປານໃດ ຄວນວາງແຜນການໃຊ້ເງິນ ຫຼືເຮັດບັນຊີລາຍຮັບລາຍຈ່າຍເພື່ອໃຫ້ເຫັນຄ່າໃຊ້ຈ່າຍທີ່ຈຳເປັນແທ້ໆ ຄວາມຮັກຕ້ອງໃຊ້ຄວາມໃຈເຢັນ ຢ່າໃຊ້ຄວາມໃຈຮ້ອນ ເພື່ອເປັນການຖືຮັກສາຄວາມສຳພັນດ້ານຄວາມຮັກໃຫ້ດຳເນີນຕໍ່ໄປໄດ້ໄລຍະນີ້ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີແດງ ເລກນຳໂຊກ3 ຄົນເກີດວັນຈັນ:ການງານການຕິດຕໍ່ເກີດຄວາມສຳເລັດ ມີຄວາມກ້າວໜ້າ ຈະໄດ້ຮັບຄວາມຊັດເຈນຈາກຂ່າວສານຂໍ້ມູນທຸລະກິດການງານທີ່ຈະໄດ້ຮັບການຕອບຮັບທີ່ດີ ການເງິນຫາເຂົ້າມາໄດ້ຫຼາຍກໍຕ້ອງໃຊ້ອອກໄປຫຼາຍ ມີພາລະການໃຊ້ຈ່າຍຄ່ອນຂ້າງຫຼາຍ ແຕ່ກໍຍັງຫາເຂົ້າມາໄດ້ໝຸນວຽນສະຫຼັບກັນໄປໃນໄລຍະນີ້ ຄວາມຮັກຍັງຄົງບໍ່ມີເວລາທຸ້ມເທໃຫ້ເລື່ອງເຫຼົ່ານີ້ ຍັງມີຫຼາຍສິ່ງຫຼາຍຢ່າງທີ່ສຳຄັນກວ່າຕ້ອງຈັດການ ແລະບໍ່ໄດ້ຮັບຂ່າວສານທີ່ຊັດເຈນຈາກອີກຝ່າຍນັ້ນເອງ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີມ້ວງ ເລກນຳໂຊກ4 ຄົນເກີດວັນອັງຄານ:ການງານຜູ້ທີ່ມີຕຳແໜ່ງຢູ່ມີໂອກາດໄດ້ເລື່ອນຂັ້ນ ເລື່ອນຕຳແໜ່ງກໍເປັນໄປໄດ້ ການງານມີຄວາມກ້າວໜ້າໄດ້ເຮັດວຽກທີ່ຖະໜັດ ຫຼືໄດ້ເຮັດວຽກທີ່ມັກ ການເງິນຫາເຂົ້າມາໄດ້ຢ່າງຕໍ່ເນື່ອງຢ່າງເປັນໂຊກ ການເງິນດີຂຶ້ນຫຼາຍກວ່າແຕ່ກ່ອນ ມີຄວາມຫມັ້ນຄົງ ມີເງິນເຂົ້າມາເລື້ອຍໆ ຄວາມຮັກທ່ານເປັນຜູ້ທີ່ມີສະເໜ່ ແຕ່ກໍຍັງບໍ່ລົງຕົວທາງດ້ານຄວາມສຳພັນດ້ານຄວາມຮັກ ເພາະໃນເລື່ອງຂອງໄລຍະທາງ ແລະການແບ່ງເວລາໃຫ້ກັນ ທັງຫມົດທັງການບໍ່ໄດ້ຮັບຄວາມຊັດເຈນຈາກອີກຝ່າຍນັ້ນເອງ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີເຫຼືອງ ເລກນຳໂຊກ 1 ຄົນເກີດວັນພຸດ:ການງານຕ້ອງມີການວາງແຜນໃນການເຮັດວຽກງານ ໂດຍສະເພາະການຕິດຕໍ່ເຈລະຈາ ການປັບປ່ຽນແຜນງານບາງຢ່າງ ຊຶ່ງຈະກໍ່ໃຫ້ເກີດຜົນແຫ່ງຄວາມໂຊກດີ ການເງິນມີທັງຮັບທັງຈ່າຍສະຫຼັບປັບປ່ຽນກັນໄປໃນໄລຍະນີ້ ໃນເລື່ອງຂອງການເງິນຫາເຂົ້າມາໄດ້ຫຼາຍກໍຕ້ອງໃຊ້ອອກໄປຫຼາຍ ແຕ່ກໍຈະຫາເຂົ້າມາໄດ້ເພີ່ມເຕີມ ເພີ່ມຂຶ້ນກໍເປັນໄປໄດ້ ຄວາມຮັກຍັງບໍ່ລົງຕົວທາງດ້ານຄວາມສຳພັນດ້ານຄວາມຮັກ […]
ອົງການກາແດງລາວ ຈະນໍາເຂົ້າສານ 900 ໂຕນ ແຈກໃຫ້ປະຊາຊົນໃນ 4 ແຂວງ ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ

ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາຍງານວ່າ: ປັດຈຸບັນ ອົງການກາແດງແຫ່ງຊາດລາວໄດ້ແຈ້ງການເຖິງອົງການກາແດງແຕ່ລະແຂວງໃຫ້ເອົາໃຈໃສ່ຕິດຕາມເຝົ້າລະວັງພະຍາກອນອາກາດຈາກກົມອຸຕຸນິຍົມອຸທົກກະສາດຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫລື ພະຍາກອນອາກາດຂອງບັນດາປະເທດໃກ້ຄຽງເປັນປະຈໍາ ເນື່ອງຈາກໃນໄລຍະນີ້ສະພາບອາກາດມີການປ່ຽນແປງ ເພື່ອເຜີຍແຜ່ຂໍ້ມູນຂ່າວສານໃຫ້ປະຊາຊົນໄດ້ຮັບຮູ້ ແລະ ມີສະຕິໃນການປ້ອງກັນກັບສິ່ງທີ່ຈະເກີດຂຶ້ນ, ນອກນີ້ ທາງອົງການກາແດງແຫ່ງຊາດລາວຍັງໄດ້ກຽມເຄື່ອງບັນເທົາທຸກ ເພື່ອໄວ້ຊ່ວຍເຫລືອປະຊາຊົນຖ້າກໍລະນີເກີດໄພພິບັດທາງທໍາມະຊາດຂຶ້ນ. ນອກນັ້ນ, ທ່ານຍັງກ່າວຕື່ມວ່າ: ເພື່ອບັນເທົາທຸກໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການຜະລິດໃນໄລຍະຜ່ານມາ ໂດຍສະເພາະການຂາດເຂົ້າກິນ. ສະນັ້ນ ທາງອົງການກາແດງແຫ່ງຊາດລາວຈະໄດ້ນໍາເອົາເຂົ້າສານຈໍານວນ 900 ໂຕນຈາກການຊ່ວຍເຫລືອຂອງອົງການອາຫານໂລກແຈກຢາຍໃຫ້ແຂວງເປົ້າໝາຍ 4 ແຂວງ ແລະ 16 ເມືອງ ມີຈໍານວນ 220 ບ້ານ ເປັນຕົ້ນ: ແຂວງ ອຸດົມໄຊ ຫລວງນໍ້າທາ, ເຊກອງ ແລະ ແຂວງສາລະວັນ ແລະ ຄາດວ່າພາຍໃນທ້າຍເດືອນກໍລະກົດນີ້ ຈະໄດ້ເລີ່ມແຈກຢາຍໃຫ້ສໍາເລັດ.
ທະນາຄານແຫ່ງ ສປປ ລາວ ອອກແຈ້ງການເລື່ອງ ການນຳເງິນສົດເຂົ້າ-ອອກ ສປປ ລາວ

ວັນທີ 13 ກໍລະກົດ 2023 ທະນາຄານແຫ່ງ ສປປ ລາວ ອອກແຈ້ງການເລກທີ 14/ທຫລ ເລື່ອງ ການນຳເງິນສົດເຂົ້າ-ອອກ ສປປ ລາວ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍການເປີດບັນຊີເງິນຝາກ, ການໂອນເງິນ ແລະ ການນໍາເງິນສົດ-ເຂົ້າ ສປປ ລາວ ສະບັບເລກທີ 454/ທຫລ, ລົງວັນທີ 30 ພຶດສະພາ 2019 ໃຫ້ສອດຄ່ອງກັບສະພາບເສດຖະກິດປັດຈຸບັນ. ການນຳເງິນສົດເປັນເງິນກີບ ແລະ ເງິນຕາຕ່າງປະເທດ ເຂົ້າ-ອອກ ສປປ ລາວ ໄດ້ຈາກວົງເງິນ ບໍ່ເກີນ ຫຼື ທຽບເທົ່າ 100 ລ້ານກີບ ໃນເມື່ອກ່ອນ ມາເປັນວົງເງິນ ບໍ່ເກີນ ຫຼື ທຽບເທົ່າ 150 ລ້ານກີບ. ຖ້ານຳເງິນສົດເຂົ້າເກີນຈຳນວນດັ່ງກ່າວ ຜູ້ກ່ຽວຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານສາກົນ ເພື່ອອອກໃບຢັ້ງຢືນການນໍາເງິນສົດຈໍານວນທີ່ເກີນນັ້ນເຂົ້າ ສປປ ລາວ ໂດຍປະກອບຂໍ້ມູນຕາມແບບພິມໃບແຈ້ງເຄື່ອງຕິດຕົວຜູ້ໂດຍສານ ຂອງກົມພາສີ ກະຊວງການເງິນ ແລະ […]