ek
ດວງລາຍວັນປະຈໍາວັນພະຫັດ ທີ 20 ກໍລະກົດ 2023
ຮຽບຮຽງໂດຍ:Staff
ເຜີຍແຜ່: 20 ເດືອນກໍລະກົດ, 2023

ຄົນເກີດວັນອາທິດ:ການ​ງານລະ​ວັງ​ຄວາມ​ຜິດ​ພາດ​ ເພາະ​ຄວາມ​ໃຈ​ຮ້ອນ​ ໃນ​ເລື່ອງ​ຂອງ​ການ​ວຽກງານ​ຢ່າ​​ດ່ວນ​ສະຫຼຸບ​ ຫຼື​ເລັ່ງ​ຕັດ​ສິນ​ໃຈ​ຢ່າງ​ວ່ອງໄວ​ເກີນ​ໄປ​ ຄວນ​ເຮັດໃຫ້​ຮອບ​ຄອບ​ເອົາ​ໄວ້​ຈະ​ດີ​ທີ່ສຸດ​
ການ​ເງິນມີ​ລາຍ​ຈ່າຍ​ທີ່​ບໍ່​ຄ່ອຍ​ສົມ​ດຸນ​ກັບ​ລາຍ​ຮັບ​ປານໃດ​ ຄວນ​ວາງ​ແຜນ​ການ​ໃຊ້​ເງິນ​ ຫຼື​ເຮັດ​ບັນ​ຊີ​ລາຍ​ຮັບ​ລາຍ​ຈ່າຍ​ເພື່ອ​ໃຫ້​ເຫັນ​ຄ່າ​ໃຊ້​ຈ່າຍ​ທີ່​ຈຳ​ເປັນ​ແທ້ໆ​ ຄວາມ​ຮັກຕ້ອງ​ໃຊ້​ຄວາມ​ໃຈ​ເຢັນ​ ຢ່າ​ໃຊ້​ຄວາມ​ໃຈ​ຮ້ອນ​ ເພື່ອ​ເປັນ​ການ​ຖືຮັກສາ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ໃຫ້​ດຳ​ເນີນ​ຕໍ່ໄປ​ໄດ້ໄລຍະ​ນີ້​ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ​ ສີແດງ ເລກ​ນຳ​ໂຊກ​3

ຄົນເກີດວັນຈັນ:ການ​ງານການ​ຕິດ​ຕໍ່​ເກີດ​ຄວາມ​ສຳ​ເລັດ​ ມີ​ຄວາມ​ກ້າວ​ໜ້າ​ ຈະ​ໄດ້ຮັບ​ຄວາມ​ຊັດເຈນ​ຈາກ​ຂ່າວ​ສານ​ຂໍ້​ມູນ​ທຸລະກິດ​ການ​ງານ​ທີ່​ຈະ​ໄດ້ຮັບ​ການ​ຕອບ​ຮັບ​ທີ່​ດີ​ ການ​ເງິນຫາ​ເຂົ້າ​ມາ​ໄດ້​ຫຼາຍ​ກໍ​ຕ້ອງ​ໃຊ້​ອອກ​ໄປ​ຫຼາຍ​ ມີ​ພາລະ​ການ​ໃຊ້​ຈ່າຍ​ຄ່ອນ​ຂ້າງ​ຫຼາຍ​ ແຕ່​ກໍ​ຍັງ​ຫາ​ເຂົ້າ​ມາ​ໄດ້​ໝຸນ​ວຽນ​ສ​ະຫຼັບ​ກັນ​ໄປ​ໃນໄລຍະ​ນີ້​ ຄວາມ​ຮັກ​ຍັງ​ຄົງ​ບໍ່​ມີ​ເວລາ​ທຸ້ມເທ​ໃຫ້​ເລື່ອງ​ເຫຼົ່າ​ນີ້​ ຍັງມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ສຳຄັນ​ກວ່າ​ຕ້ອງ​ຈັດການ​ ແລະ​ບໍ່​ໄດ້ຮັບ​ຂ່າວ​ສານ​ທີ່​ຊັດເຈນ​ຈາກ​ອີກ​ຝ່າຍ​ນັ້ນ​ເອງ​ ເຄື່ອງມຸງຄຸນ​  ເງິນ ສີມຸງຄຸນສີມ້ວງ ເລກ​ນຳ​ໂຊກ​4

ຄົນເກີດວັນອັງຄານ:ການ​ງານຜູ້​ທີ່ມີ​ຕຳແໜ່ງ​ຢູ່​ມີ​ໂອ​ກາດ​ໄດ້​ເລື່ອນ​ຂັ້ນ​ ເລື່ອນ​ຕຳແໜ່ງ​ກໍ​ເປັນ​ໄປ​ໄດ້​ ການ​ງານ​ມີ​ຄວາມ​ກ້າວ​ໜ້າ​ໄດ້​ເຮັດວຽກ​ທີ່ຖະໜັດ ຫຼື​ໄດ້​ເຮັດວຽກ​ທີ່ມັກ ການ​ເງິນຫາ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ຢ່າງ​ເປັນ​ໂຊກ​ ການ​ເງິນ​ດີ​ຂຶ້ນ​ຫຼາຍກວ່າ​ແຕ່​ກ່ອນ​ ມີ​ຄວາມຫມັ້ນຄົງ​ ມີ​ເງິນ​ເຂົ້າ​ມາ​ເລື້ອຍ​ໆ​ ຄວາມ​ຮັກທ່ານເປັນ​ຜູ້​ທີ່​ມີ​ສະເໜ່ ແຕ່​ກໍ​ຍັງ​ບໍ່​ລົງ​ຕົວ​ທາງ​ດ້ານ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ ເພາະ​ໃນ​ເລື່ອງ​ຂອງ​ໄລຍະ​ທາງ​ ແລະ​ການ​ແບ່ງ​ເວລາ​ໃຫ້​ກັນ​ ທັງຫມົດ​ທັງ​ການ​ບໍ່​ໄດ້ຮັບ​ຄວາມ​ຊັດເຈນ​ຈາກ​ອີກ​ຝ່າຍ​ນັ້ນ​ເອງ​ ເຄື່ອງມຸງຄຸນ​  ​ຄໍາຝຣັ່ງ ສີມຸງຄຸນສີເຫຼືອງ ເລກ​ນຳ​ໂຊກ​  1

ຄົນເກີດວັນພຸດ:ການ​ງານຕ້ອງ​ມີ​ການ​ວາງ​ແຜນ​ໃນ​ການ​ເຮັດ​ວຽກງານ​ ໂດຍ​ສະເພາະ​ການ​ຕິດ​ຕໍ່​ເຈລະ​ຈາ​ ການ​ປັບ​ປ່ຽນ​ແຜນ​ງານ​ບາງຢ່າງ​ ຊຶ່ງ​ຈະ​ກໍ່​ໃຫ້​ເກີດ​ຜົນ​ແຫ່ງ​ຄວາມ​ໂຊກ​ດີ​ ການ​ເງິນມີ​ທັງ​ຮັບ​ທັງ​ຈ່າຍ​ສ​ະຫຼັບ​ປັບ​ປ່ຽນ​ກັນ​ໄປ​ໃນໄລຍະ​ນີ້​ ໃນ​ເລື່ອງ​ຂອງ​ການ​ເງິນ​ຫາ​ເຂົ້າ​ມາ​ໄດ້​ຫຼາຍ​ກໍ​ຕ້ອງ​ໃຊ້​ອອກ​ໄປ​ຫຼາຍ​ ແຕ່​ກໍ​ຈະ​ຫາ​ເຂົ້າ​ມາ​ໄດ້​ເພີ່ມເຕີມ​ ເພີ່ມ​ຂຶ້ນ​ກໍ​ເປັນ​ໄປ​ໄດ້​ ຄວາມ​ຮັກຍັງ​ບໍ່​ລົງ​ຕົວ​ທາງ​ດ້ານ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ ໃນໄລຍະ​ນີ້​ໃຫ້​ລະ​ວັງ​ຄຳ​ເວົ້າ​ທີ່​ກະທົບ​ຈິດ​ໃຈ​ກັນ​ ຄວນ​ໃຊ້​ຄຳ​ເວົ້າ​ທີ່​ໃຫ້​ກຳ​ລັງ​ໃຈ​ກັນ​ເພື່ອປະ​ຄັບ​ປະ​ຄອງ​ຄວາມ​ສຳພັນ​ ເຄື່ອງມຸງຄຸນ​​  ຄໍາ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​8

ຄົນເກີດວັນພະຫັດ:ການ​ງານຈະ​ເຮັດ​ທຸລະກິດ​ການ​ງານ​ສິ່ງ​ໃດ​ຈະ​ເກີດ​ຄວາມ​ສຳ​ເລັດ​ ຫຼື ​ເຮັດ​ແລ້ວ​ຈະ​ຄ່ອຍ​ໆ​ ດີ​ຂຶ້ນ​ກວ່າ​ເດີມ​ ຫາກ​ໃຊ້​ຄວາມ​ພະຍາຍາມ​ໃຫ້​ຫຼາຍ​ ແລະ​ໃຊ້​ເຕັກນິກ​ໃນ​ການ​ປັບ​ປ່ຽນ​ອຸປະສັກ​ໃຫ້ເປັນ​ໂອ​ກາດ​ທີ່​ດີ​ໄດ້​ນັ້ນ​ເອງ​ ການ​ເງິນ​ຈະ​ໄດ້​ເງິນ​ເຂົ້າ​ມາ​ເພີ່ມເຕີມ​ ເພີ່ມ​ຂຶ້ນ​ຢ່າງ​ເປັນ​ໂຊກ​ ໃນໄລຍະ​ນີ້​ດວງທາງ​ດ້ານ​ການ​ເງິນ​ດີ​ຂຶ້ນ​ຫຼາຍກວ່າ​ແຕ່​ກ່ອນ​ ຄວາມ​ຮັກຖ້າ​ຈະ​ພົບ​​ໃຜ​ທີ່​ຈະ​ມີ​ເຂົ້າ​ມາ​ໃນໄລຍະ​ນີ້​ ທ່ານ​ເປັນ​ຄົນ​ເກັ່ງ​ ສະຫຼຽວ​ສະຫຼາດ​ ຮູບ​ຮ່າງ​ທ້ວມ​ ອາ​ຍຸຕ່າງ​ກັນ​ ໂດຍ​ອີກ​ຝ່າຍ​ອາ​ຍຸນ້ອຍ​ກວ່າ​ ເຄື່ອງມຸງຄຸນ​  ເພັດສີເຫຼືອງ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​7

ຄົນເກີດວັນສຸກ:ການ​ງານຈະ​ເຮັດ​ທຸລະກິດ​ການ​ງານ​ສິ່ງ​ໃດ​ໃນໄລຍະ​ນີ້​ຕ້ອງ​ລະ​ວັງ​ຢ່າ​ປະ​ໝາດ​ ຕ້ອງ​ມີ​ທີ່ປຶກ​ສາ​ທີ່​ດີ​ ແລະ​ກວດ​ກາ​ເບິ່ງ​ເອກະສານ​ໃຫ້​ຖ້ວນ​ຖີ່​ ໃຫ້​ເກີດ​ຄວາມ​ຜິດ​ພາດ​ນ້ອຍ​ທີ່ສຸດ​ນັ້ນ​ເອງ​
ການ​ເງິນການ​ຕິດ​ຕໍ່​ເຈລະ​ຈາ​ຈະ​ມີ​ໂຊກ​ເຂົ້າ​ມາ​ໃນ​ເລື່ອງ​ຂອງ​ການ​ເງິນ​ ແຕ່​ກໍ​ມີ​ອຸປະສັກ​ ຫຼື​ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ດ້ວຍ​ນັ້ນ​ເອງ​ ຄວາມ​ຮັກ​​   ຍັງ​ບໍ່​ລົງ​ຕົວ​ທາງ​ດ້ານ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ ເພາະ​ການ​ຕິດ​ຕໍ່​ສື່​ສານ​ ຫຼື​ການ​ແບ່ງ​ເວລາ​ໃຫ້​ກັນ​ຍັງມີ​ນ້ອຍ​ໄປ​ ເຄື່ອງມຸງຄຸນ​​ໄຂ່ມຸກ ສີມຸງຄຸນສີທອງ ເລກ​ນຳ​ໂຊກ​   8

ຄົນເກີດວັນເສົາ:ການ​ງານການ​ຕິດ​ຕໍ່​ ຫຼື​ການ​ຕໍ່​ລອງ​ເຈລະ​ຈາ​ກັບ​ຜູ້ໃຫຍ່​ຈະ​ສົ່ງ​ຜົນ​ດີ​ ແລະ​ເຮັດໃຫ້​ເກີດ​ຄວາມ​ກ້າວ​ຫນ້າທີ່​ດີ​ ຫຼື​ຈະ​ໄດ້ຮັບ​ຂ່າວ​ດີ​ໄດ້​ເລື່ອນ​ຂັ້ນ​ ເລື່ອນ​ຕຳແໜ່ງ​ກໍ​ເປັນ​ໄປ​ໄດ້​ ການ​ເງິນມີ​ຄວາມ​ກັງ​ວົນ​ໃຈ​ກ່ຽວກັບ​ເລື່ອງ​ການ​ເງິນ​​ແຕ່ກໍ​ຈະ​ສາມາດ​ຫາ​ເຂົ້າ​ມາ​ໄດ້​ເພີ່ມ​ຂຶ້ນ​ທັນ​ທີ​ດ້ວຍ​ເຊັ່ນ​ກັນ​ ຄວາມ​ຮັກຖ້າຈະ​ພົບ​​ໃຜ​ທີ່​ຈະ​ມີ​ເຂົ້າ​ມາ​ໃນໄລຍະ​ນີ້​ ທ່ານ​ເປັນ​ຄົົນທີ່​ມີ​ສະເນ່​ ມີ​ຄວາມ​ສາມາດ​ ແຕ່​ກໍ​ໃຫ້​ເບິ່ງ​ໆ​ ກັນ​ໄປ​ກ່ອນ​ ເພາະ​ອີກ​ຝ່າຍ​ຍັງມີ​ບາງ​ເລື່ອງ​ທີ່​ບໍ່​ຊັດເຈນ​ຢູ່​ນັ້ນ​ເອງ​ ເຄື່ອງມຸງຄຸນ​  ເງິນ ສີມຸງຄຸນສີເທົາ ເລກ​ນຳ​ໂຊກ​  2

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
2
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່
2
ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”
2
ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ
2
ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ
2
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່
2
ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ
ຢ່າລື່ມກົດຕິດຕາມ