ດວງ-Tou-Vientianepost - 2023-07-21T104236.027
ແຂວງສະຫວັນນະເຂດ​ ແຈ້ງປະມູນຂາຍຖ່ານດຳດັງໄຟ 27.​070 ເປົາ​ ເພື່ອນຳເງິນເຂົ້າງົບປະມານ
ຮຽບຮຽງໂດຍ:Staff
ເຜີຍແຜ່: 21 July, 2023
ໝວດ: ຂ່າວ

ພາສີ ແຂວງສະຫວັນນະເຂດ​ ແຈ້ງປະມູນຂາຍຖ່ານດຳດັງໄຟ 27.​070 ເປົາ​ ເພື່ອນຳເງິນເຂົ້າງົບປະມານ.ພາສີປະຈຳແຂວງສະຫວັນນະເຂດ ຂໍແຈ້ງມາຍັງ ບັນດາບຸກຄົນ, ນິຕິບຸກຄົນ ພາຍໃນແຂວງ ແລະ​ ຕ່າງແຂວງ ຊາບວ່າ: ພາສີປະຈຳແຂວງຈະໄດ້ນຳເອົາສິນຄ້າທີ່ໄດ້ອະນຸມັດຕົກເປັນຂອງລັດ ອອກປະມູນຂາຍ ເພື່ອນຳເງິນມອບເຂົ້າງົບ ປະມານຕາມລະບຽບກົດໝາຍ,ຊຶ່ງສິນຄ້າທີ່ນຳມາປະມູນຄັ້ງນີ້ມີປະເພດ ຖ່ານດຳດັງໄຟ ຈຳນວນ 681,75 ໂຕນ ( 27.070 ກະສອບ).​

ສໍາລັບເງື່ອນໄຂຜູ້ເຂົ້າຮ່ວມປະມູນຊື້ຕ້ອງເປັນບຸກຄົນ, ນິຕິບຸກຄົນ ທີ່ມີອະນຸຍາດດຳເນີນທຸລະກິດກ່ຽວກັບຖ່ານດັງໄຟ ແລະ ມີອະນຸຍາດຖືກຕ້ອງ, ຄົບຖ້ວນ ຕາມລະບຽບກົດໝາຍຂອງ ສປປ.ລາວ

ທີ່ມີຜົນບັງຄັບໃຊ້ໃນປັດຈຸບັນ, ຜູ້ທີ່ມີຄວາມສົນໃຈສາມາດເຂົ້າໄປພົວພັນນຳຂະແໜງກວດກາ ແລະ ກວດສອບຄືນການແຈ້ງພາສີ ສະຖານທີ່ຕັ້ງຢູ່ຫ່າງຈາກດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 2 ປະມານ 2 Km.​

ເລີ່ມແຕ່ ວັນທີ​ 18/07/2023 ຫາວັນທີ 20/07/2023 ຕາມວັນລັດຖະການ, ຖ້າກາຍກຳນົດດັ່ງກ່າວຈະບໍ່ຮັບພິຈາລະນາ, ກຳນົດມື້ເປີດຊອງ ວັນທີ​ 21/07/2023, ເວລາ 9:30 ໂມງ.

ທີ່ມາ :ກະຊວງການເງິນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-07T164936.884
ອິສຣາເອນໂຈມຕີຮູຕີ ຄັ້ງທຳອິດຫລັງຈາກຢຸດຍິງອີຣ່ານ
_cover - 2025-07-07T143637.371
ທຣັມ ກຽມສົ່ງຈົດໝາຍແຈ້ງການເກັບພາສີໄປຍັງປະເທດຕ່າງໆທົ່ວໂລກ ຕັ້ງແຕ່ເວລາ 23:00 ຂອງວັນຈັນທີ່ 7 ກໍລະກົດ ຕາມເວລາປະເທດລາວ
_cover - 2025-07-07T135934.114
ພາຍຸ "ດານັສ" ຖະລົ່ມໄຕ້ຫວັນ ເສຍຊີວິດ 2 ຄົນ ບາດເຈັບເກີນ 300 ຄົນ
_cover - 2025-07-07T130311.646
ງານວິໄຈເປີດເຜີຍ ສີປະສົມອາຫານສົ່ງຜົນໃຫ້ເດັກນ້ອຍສະມາທິສັ້ນ - ໂລກມະເຮັງ ໂດຍສະເພາະສີແດງ
_cover - 2025-07-07T105647.518
ນາງ ສົມສະນຸກ ຫຼື (ບີ່) ອາຍຸ 35 ປີ ກໍ່ເຫດຄາດຕະກຳ ແມ່ເຖົ້າ ອາຍຸ 87 ປີ ເອົາຊັບໄປໃຊ້ໜີ້
_cover - 2025-07-07T103429.434
ຍີ່ປຸ່ນກຽມຂາຍ 'ເຮືອພິຄາດມືສອງ' ໃຊ້ງານມາ 30 ປີໃຫ້ຟີລິບປິນໃຊ້ຕ້ານອິດທິພົນ 'ຈີນ'
_cover - 2025-07-07T100053.816
ເຢຍລະມັນຄົ້ນພົບ "ໂຮງງານໄຂມັນ" ໂບຮານ ໂດຍມະນຸດນີແອນເດີທານ ຍຸກກ່ອນປະຫວັດສາດເມື່ອປະມານ 125,000 ປີກ່ອນ
_cover - 2025-07-07T092345.589
ນ້ຳຖ້ວມລັດເທັກຊັສ ຜູ້ເສຍຊີວິດເພີ່ມຂຶ້ນບໍ່ຢຸດ ຫຼ້າສຸດພົບຜູ້ເສຍຊີວິດລວມ 78 ຄົນ
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
ຢ່າລື່ມກົດຕິດຕາມ