ດວງລາຍວັນປະຈໍາວັນພຸດ ທີ 19 ກໍລະກົດ 2023

ຄົນເກີດວັນອາທິດ:ການງານການເຮັດວຽກງານຮ່ວມກັບທີມງານ ຈະໄດ້ຮັບຜົນປະໂຫຍດທີ່ດີ ປະສົບຄວາມສຳເລັດຮ່ວມກັນ ການເງິນ ຕ້ອງຈ່າຍອອກໄປສະເໝີໃນໄລຍະນີ້ ສ່ວນໃຫຍ່ເປັນເລື່ອງຂອງການລົງທຶນ ຄວາມຮັກບໍ່ມີເວລາທຸ້ມເທໃນເລື່ອງຂອງຄວາມຮັກເລີຍໃນໄລຍະນີ້ ລະວັງການໃຊ້ຄຳເວົ້າທີ່ຜິດພາດຈົນເກີດຄວາມບໍ່ເຂົ້າໃຈກັນ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີແດງ ເລກນຳໂຊກ1 ຄົນເກີດວັນຈັນ:ການງານຈະຮູ້ຈັກຜູ້ຄົນໃໝ່ໆ ກ່ຽວກັບເລື່ອງຂອງການງານ ເພາະຊື່ສຽງຂອງທ່ານໃນເລື່ອງຂອງຄວາມສາມາດຢູ່ໃນເກນທີ່ດີ ຈຶ່ງມີຄົນຢາກຈະດຶງໂຕໄປເຮັດວຽກຮ່ວມກັນ ການເງິນພິຈາລະນາວາງແຜນໃນເລື່ອງຂອງການໃຊ້ເງິນ ຫລືຈະຊື້ທີ່ດິນເຂົ້າມາເພື່ອເກັງກຳໄລກໍເປັນໄປໄດ້ ຄວາມຮັກຈະພົບຄົນຜິວສອງສີໃນໄລຍະນີ້ ແຕ່ເຂົ້າມາເຮັດໃຫ້ຮູ້ສຶກຫງຸດຫງິດໃຈຫລາຍກວ່າ ແລະ ຈະຕ້ອງໃຊ້ເວລາຄົບຫາເບິ່ງໃຈກັນຕໍ່ໄປ ເຄື່ອງມຸງຄຸນຫີນນໍາໂຊກສີແດງ ສີມຸງຄຸນສີເຫຼືອງ ເລກນຳໂຊກ 2 ຄົນເກີດວັນອັງຄານ:ການງານເຮັດທຸລະກິດຫຍັງກໍຈະປະສົບຄວາມສຳເລັັດ ປະສົບຜົນດີ ພົບຄວາມກ້າວໜ້າ ການເງິນ ພົບຄວາມກັງວົນໃຈເລື່ອງຂອງການໃຊ້ຈ່າຍ ແລະ ການໃຊ້ເງິນໃນໄລຍະນີ້ ແຕ່ກໍຈະໄດ້ເງິນກ້ອນໃຫຍ່ເຂົ້າມາ ຄວາມຮັກໝູ່ຈະແນະນຳໃຫ້ຮູ້ຈັກໃຜບາງຄົນ ອາດຈະພົບຮັກແບບສັບບໍ່ທັນຕັ້ງໂຕ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ8 ຄົນເກີດວັນພຸດ:ການງານຕ້ອງກັບໄປແກ້ບັນຫາເກົ່າໆ ກ່ຽວກັບເລື່ອງລະບົບງານໃຫ້ເກີດຄວາມສຳເລັດ ແລະ ເກີດຂໍ້ຕົກລົງທີ່ດີຮ່ວມກັນໃນທີ່ປະຊຸມ ການເງິນຈະໄດ້ເງິນກ້ອນໃຫຍ່ໃນໄລຍະນີ້ ໂຊກດີເປັນຢ່າງຫລາຍ ຄວາມຮັກບໍ່ມີເວລາທຸ້ມເທ ເພາະອີກຝ່າຍຍັງບໍ່ຊັດເຈນ ຫລືຕ້ອງໃຊ້ເວລາສຶກສາເບິ່ງໃຈກັນຕໍ່ໄປ ຈຶ່ງຈະຕັດສິນໃຈດ້ານຄວາມຮັກ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ 6 ຄົນເກີດວັນພະຫັດ:ການງານເຮັດວຽກດ້ວຍຄວາມເກັ່ງ ຄວາມສາມາດ […]
ແຂວງຫຼວງພະບາງອອກແຈ້ງການ ຈັດສັນຄຸ້ມຄອງເດີ່ນຈອດລົດ ເສັ້ນທາງ ແຄມຂອງ-ແຄມຄານ

ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງພະບາງອອກແຈ້ງການກ່ຽວກັບການຈັດສັນຄຸ້ມຄອງເດີ່ນຈອດລົດ ສາທາລະນະລຽບຕາມເສັ້ນທາງ ແຄມຂອງ-ແຄມຄານ ນະຄອນຫຼວງ ພະບາງ. ອີງຕາມ ຂໍ້ຕົກລົງຂອງທ່ານ ເຈົ້ານະຄອນຫຼວງພະບາງ ເລກທີ່ 395/ຈນ.ຫຼຸບ ລົງວັນທີ 15 ມິຖຸນາ 2022 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງການ ຍທຂ ນະຄອນຫຼວງພະບາງ; ອີງຕາມ: ຂໍ້ຕົກລົງຂອງທ່ານ ເຈົ້ານະຄອນຫຼວງພະບາງ ເລກທີ່ 495/ຈນ.ຫຼຸບ ລົງວັນທີ່ 5 ມິຖຸນາ 2023 ວ່າດ້ວຍ ການເຫັນດີອານຸມັດ ໃຫ້ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງພະບາງ ລົງນາມເຊັນສັນຍາ ການຄຸ້ມ ຄອງເດີ່ນຈອດລົດ ສາທາລະນະລຽບຕາມເສັ້ນທາງ ແຄມຂອງ-ແຄມຄານ ນະຄອນຫຼວງພະບາງ, ອີງຕາມ:ສັນຍາວ່າດ້ວຍການຄຸ້ມຄອງນໍາໃຊ້ເດີ່ນຈອດລົດສາທາລະນະລຽບຕາມເສັ້ນທາງແຄມຂອງ-ແຄມຄານ ແລະ ຕາມເຂດມໍລະດົກ ເລກທີ່ 209/ຍທຂ.ນຄ ລົງວັນທີ 2 ມິຖຸນາ […]
ແຂວງຫຼວງພະບາງປ່ອຍຕົວຜູ້ຖືກຫາ ທີ່ຄົບກຳນົດບຳບັດດັດສ້າງ 1 ປີ

ແຫລ່ງຂ່າວຈາກ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ກອງບັນຊາການ ປກສ ນະຄອນ ຫຼວງພະບາງ ໄດ້ປ່ອຍຕົວຜູ້ຖືກຫາ ທີ່ຄົບກຳນົດບຳບັດດັດສ້າງ 1 ປີ ຢູ່ສູນບຳບັດຢາເສບຕິດ ທີ່ບ້ານພິກໃຫຍ່ ຈໍານວນ 21 ເປົ້າໝາຍ ທີ່ໄດ້ກະທຳຜິດ ຈາກການ ມົ້ວສຸມຢາເສບຕິດ ແລະ ລັກຊັບ ພົນລະເມືອງ ໂດຍເປັນປະທານຂອງ ທ່ານ ພັນໂທ ໄວຍາສັກ ຄຳພິຈິດ ຮອງຫົວໜ້າກອງບັນຊາການ ປກສ ນະຄອນ ຫລວງພະບາງ ແລະ ຄະນະ ພາກສ່ວນທີ່ກ່ຽວຂ້ອງ. ທ່ານ ພັນຕີ ຄຳສອນ ພຸດລະວົງ ຫົວໜ້າພະແນກຕຳຫຼວດ ກອງບັນຊາການ ປກສ ນະຄອນ ຫຼວງພະບາງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການປ່ອຍຕົວຜູ້ຖືກຫາ ແລະ ບົດລາຍງານຫຍໍ້ການກັກຕົວຜູ້ຖືກຫາທີ່ດັດສ້າງ ວ່າ: ຜູ້ຖືກຫາດັດສ້າງທີ່ໄດ້ຮັບການປ່ອຍຕົວໃນຄັ້ງນີ້, ແມ່ນເປົ້າໝາຍທີ່ໄດ້ກະທຳຜິດ ຈາກການ ມົ້ວສຸມຢາເສບຕິດ ແລະ ລັກຊັບ ຜ່ານໄລຍະເວລາການບຳບັດດັດສ້າງ […]
ທຳລາຍອາຫານແຊ່ແຂງ ທີ່ໝົດອາຍຸການບໍລິໂພກ ແລະ ບໍ່ມີສະຫຼາກກຳນົດສິນຄ້າ

ວັນທີ 18 ກໍລະກົດ 2023, ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກໍາ ແລະ ການຄ້າແຂວງອຸດົມໄຊ ໄດ້ຈູດທຳລາຍສິນຄ້າບໍລິໂພກ ປະເພດຮັອດດັອກ, ໄສ້ອົ່ວ, ຕີນໄກ່ ແລະ ເຕົ້າຫູ້ ທີ່ໝົດອາຍຸການບໍລິໂພກ ແລະ ບໍ່ມີສະຫຼາກກຳນົດສິນຄ້າ ທີ່ຍຶດໄດ້ຈາກແມ່ຄ້ານໍາມາວາງຈໍາໜ່າຍ ຢູ່ຕະຫຼາດ 2 ແຫ່ງ ຄື: ຕະຫຼາດໜອງແມງດາ ແລະ ຕະຫຼາດໜອງແລ້ງ ຈຳນວນຫຼາຍສົມຄວນ, ບາງລາຍການແມ່ນໄດ້ທຳລາຍກັບທີ່ ພ້ອມທັງໄດ້ສ້າງບົດບັນທຶກກັບເຈົ້າຂອງຮ້ານເພື່ອເປັນການຕັກເຕືອນ ຖ້າຫາກຍັງມີການລະເມີດຄັ້ງຕໍ່ໄປແມ່ນຈະໄດ້ປະຕິບັດຕາມລະບຽບກົດໝາຍ. ທ່ານ ນາງ ໄມພອນ ສີລິວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ ໄດ້ຮຽກຮ້ອງມາຍັງຜູ້ປະກອບການທຸລະກິດທີ່ນຳເຂົ້າຈາກຕ່າງປະເທດໃຫ້ເປັນເຈົ້າການນຳກັນໃນການກວດກາຄຸນນະພາບສິນຄ້າ ໂດຍສະເພາະແມ່ນກວດກາອາຍຸການບໍລິໂພກຢ່າງລະອຽດ ຖ້າຫາກພົບເຫັນສິນຄ້າທີ່ໝົດອາຍຸ ຫຼື ບໍ່ມີສະຫຼາກກຳນົດສິນຄ້າ, ບໍ່ຄວນນຳມາຈຳໜ່າຍໃຫ້ແກ່ລູກຄ້າ ສ່ວນຜູ້ບໍລິໂພກກໍເຊັ່ນດຽວກັນ ເວລາຊື້ກໍຕ້ອງກວດເບິ່ງວັນໝົດອາຍຸການບໍລິໂພກເຊັ່ນດຽວກັນ ຖ້າໃກ້ໝົດອາຍຸ ຫຼື ໝົດອາຍຸແລ້ວບໍ່ຄວນນຳມາບໍລິໂພກ ເຊິ່ງອາດຈະເຮັດໃຫ້ເປັນອັນຕະລາຍຕໍ່ຕົນເອງ ທັງນີ້ເພື່ອເຮັດໃຫ້ສັງຄົມຜູ້ບໍລິໂພກໄດ້ຊົມໃຊ້ອາຫານທີ່ດີມີຄຸນປະໂຫຍດຕໍ່ສຸຂະພາບຂອງທຸກຄົນ ສິນຄ້າຈຳນວນນີ້ ແມ່ນເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກໍາ ແລະ ການຄ້າແຂວງໄດ້ລົງເຄື່ອນໄຫວຕິດຕາມ ກວດກາ […]
ດວງລາຍວັນປະຈໍາວັນອັງຄານ ທີ 18 ກໍລະກົດ 2023

ຄົນເກີດວັນອາທິດ:ການງານ ຊື່ສຽງຂອງທ່ານຢູ່ໃນເກນທີ່ດີເພາະຄວາມສຳເລັດທີ່ຕົນເອງສ້າງຂຶ້ນມາ ການເງິນຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງດ້ວຍຄວາມສຳເລັດທາງດ້ານທຸລະກິດ ຄວາມຮັກຈະພົບໝູ່ເພື່ອນຄູ່ຄິດທີ່ດີ ແລະ ອາດພັດທະນາຄວາມສຳພັນເປັນຄົນຮັກໄດ້ ເຄື່ອງມຸງຄຸນເງິນ ສີມຸງຄຸນສີດໍາ ເລກນຳໂຊກ 8 ຄົນເກີດວັນຈັນ:ການງານໃຊ້ຄວາມສະຫລຽວສະຫລາດໃນການຕິດຕໍ່ເຈລະຈາປະສົບຄວາມສຳເລັດ ການເງິນ ຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ອາດເປັນຄົນທີ່ເຂົ້າມາຊ່ວຍເຫຼືອ ຄວາມຮັກການງານນຳພາໄປພົບຮັກທີ່ດີ ຊຶ່ງອາດເປັນຄົນທີ່ທ່ານກໍຮູ້ຢູ່ແກ່ໃຈ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີຂາວ ເລກນຳໂຊກ0 ຄົນເກີດວັນອັງຄານ:ການງານການເຮັດທຸລະກິດດ້ານການບັນເທີງ ເຮັດທຸລະກິດດ້ານການຄ້າອາຫານ ເຮັດທຸລະກິດດ້ານການສຶກສາ ໃນຊ່ວງນີ້ໄດ້ຜົນກຳໄລຫລາຍຂຶ້ນຢ່າງເຫັນໄດ້ແຈ້ງ ການເງິນຈະພົບຄວາມເຄັ່ງຕຶງດ້ານການເຮັດທຸລະກິດທາງດ້ານການເງິນ ຄວາມຮັກໄລຍະນີ້ຈະມີຄົນເຂົ້າມາໃຫ້ເລືອກຫລາຍກວ່າ 1 ຄົນ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ6 ຄົນເກີດວັນພຸດ:ການງານໄລຍະນີ້ກຳລັງປຶກສາກັບຫຸ້ນສ່ວນຫລືທີມງານທີ່ຈະຂະຫຍາຍທຸລະກິດ ການເງິນມີໂຊກຈາກທາງຊັບສິນ ອາດຈະໄດ້ຂາຍທີ່ດິນ ຫຼື ຊື້ທີ່ດິນທີ່ລາຄາເປັນກັນເອງ ຄວາມຮັກຈະພົບຮັກກັບຄົົນທີ່ຢູ່ໄກຕົວ ແຕ່ກໍອາດເປັນຄົນທີ່ທ່ານບໍ່ເຄີຍຄິດ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີແດງ ເລກນຳໂຊກ3 ຄົນເກີດວັນພະຫັດ:ການງານກຳລັງເລີ່ມທຸລະກິດທີ່ຈະນຳພາໂອກາດ ແລະ ຄວາມສຳເລັດທີ່ດີມາສູ່ຕົນ ການເງິນ ຈະໄດ້ເງິນກ້ອນໃຫຍ່ເຂົ້າມາເພີ່ມຂຶ້ນ ໃນໄລຍະນີ້ ຄວາມຮັກຕ້ອງໃຊ້ເວລາເບິ່ງໃຈກັນຕໍ່ໄປຈຶ່ງຈະດີ ເພາະໄລຍະນີ້ທ່ານ ແລະ ຄົນຮັກມີບັນຫາກັນທຸກເວລາ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີເຫຼືອງ ເລກນຳໂຊກ 5 ຄົນເກີດວັນສຸກ:ການງານເຮັດທຸລະກິດດ້ານຮ້ານອາຫານ […]
ລາວ ຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດ ຂອບຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ

ໃນວັນທີ 16 ກໍລະກົດ 2023, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 12 ທີ່ ບາງກອກ, ປະເທດໄທ. ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Subrahmanyam Jaishankar, ລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ ແລະ ບັນດາປະເທດແມ່ນໍ້າຂອງ ກໍໄດ້ເຂົ້າຮ່ວມກອງປະຊຸມຢ່າງພ້ອມພຽງ. ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 12 ໄດ້ຮ່ວມກັນທົບທວນຄືນການຮ່ວມມື ລະຫວ່າງບັນດາປະເທດແມ່ນໍ້າຂອງ ແລະ ອິນເດຍ ໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງຜ່ານມາ ແລະ ແຜນປະຕິບັດງານແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໄລຍະປີ 2019-2022. ເຊິ່ງໃນນັ້ນ, ເຫັນວ່າໄດ້ມີຫຼາຍໂຄງການຮ່ວມມືໄດ້ຖືກຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ແລະ […]
ເຕືອນ 17 ຫາ 23 ກໍລະກົດ ໃຫ້ລະວັງພາຍຸໄຕ້ຝຸ່ນທາລິມ ( TY TALIM ) ຫົວທີ່ 04

ໃນໄລຍະວັນທີ 17 ຫາ 18 ກໍລະກົດ 2023 ພາຍຸໄຕ້ຝຸ່ນ ທາລິມ ( TY TALIM ) ຫົວທີ່ 04, ຍັງສືບຕໍ່ເຄື່ອນທີ່ ເຂົ້າມາໃກ້ເຂດພາກເໜືອ ຂອງເກາະໄຮໜານ ດ້ວຍຄວາມໄວ 130 ກິໂລແມັດຕໍ່ຊົ່ວໂມງ. ຈາກນັ້ນ, ພາຍຸໄຕ້ຝຸ່ນຫົວນີ້ຈະສືບຕໍ່ ເຄື່ອນທີ່ຂຶ້ນຝັ່ງເຂົ້າເຂດພາກເໜືອຂອງປະເທດຫວຽດນາມ ແລະ ຈະຄ່ອຍອ່ອນກໍາລັງລົງກາຍເປັນບໍລິເວນຄວາມກົດດັນ ອາກາດຕໍ່າໃນຕອນເຊົ້າຂອງ ວັນທີ 19 ກໍລະກົດ 2023 ນີ້, ຊຶ່ງຈະເຮັດໃຫ້ລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງພັດປົກຄຸມຢູ່ເຂດພາກກາງ ແລະ ພາກໃຕ້ຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ໃນແຕ່ລະພາກ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້. ຈາກນັ້ນ, ວັນທີ 20 ຫາ 23 ກໍລະກົດ 2023, ຮ່ອງຄວາມ ກົດດັນອາກາດຕໍ່າຈະພາດຜ່ານພາກເໜືອ ແລະ ພາກກາງຂອງປະເທດລາວ […]
ເຈົ້າໜ້າທີ່ ປກສ ນະຄອນໄກສອນພົມວິຫານ ຈັບແກ້ງໂຈນທີ່ລັກລົດຈັກ ແລະ ສາຍໄຟໄດ້

ຕາມການລາຍງານຂອງ ເຈົ້າໜ້າທີ່ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໃນ ວັນທີ 13 ກໍລະກົດ 2023ນີ້ ວ່າ: ໃນວັນທີ 29/6/2023 ເຈົ້າໜ້າທີ່ ປກສ ນະຄອນໄກສອນພົມວິຫານ ໄດ້ກັກຕົວທ້າວ ເສົານິລັນ ອາຍຸ 19 ປີ, ອາຊີບຫວ່າງງານ ບ້ານສະ ໜາມໄຊ ນະຄອນໄກສອນພົມວິ ຫານ ເຊິ່ງເປັນເປົ້າໝາຍເຄື່ອນ ໄຫວລັກຊັບ. ຜ່ານການສອບສວນ ຂອງເຈົ້າໜ້າທີ່ຜູ້ກ່ຽວໄດ້ຮັບສາ ລະພາບວ່າ: ໄດ້ເຄື່ອນໄຫວລັກຊັບ (ລັກສາຍໄຟ) ຢູ່ພາຍໃນເທສະ ບານນະຄອນ, ທາງເຈົ້າໜ້າທີ່ ຈຶ່ງ ໄດ້ສອບຂະຫຍາຍຜົນຈົນສາມາດ ຈັບກຸມຜູ້ຮ່ວມຂະບວນການເພີ່ມ ເຕີມອີກ 4 ຄົນຄື: ທ້າວ ຕ້ອມ ອາຍຸ 20 ປີ, ທ້າວ ພວງ ອາຍຸ 16 ປີ, ທ້າວ ເທບໄທ ອາຍຸ 25 […]
ແຂວງອັດຕະປື ເຕືອນພະຍຸໝູນເຂດຮ້ອນ ຈະເຮັດໃຫ້ມີຝົນຕົກໜັກ 17-19 ກໍລະກົດ ນີ້

ວັນທີ 16 ກໍລະກົດ 2023 , ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຈ້ງເຕືອນພະຍຸໝູນເຂດຮ້ອນໃນໄລຍະວັນທີ 17-19 ກໍລະກົດ 2023, ເນື່ອງຈາກວ່າພະຍຸດີເປຼຊັນປັດຈຸບັນໄດ້ກໍ່ຕົວຢູ່ເຂດທະເລຈີນຕອນກາງໃກ້ກັບພາກເໜືອຂອງປະເທດຟິລິບປິນ, ຊຶ່ງມີຈຸດສູນກາງຢູ່ເສັ້ນຂະຫນານທີ 18.0 ອົງສາ ເຫນືອ ແລະ ເສັ້ນແວງທີ 118.4 ອົງສາຕາເວັນອອກ ດ້ວຍຄວາມໄວ 55 ກິໂລແມັດຕໍ່ຊົ່ວໂມງ ແລະ ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກາລັງແຮງປານກາງພັດປົກຄຸມຢູ່ ທົ່ວທຸກພາກຂອງປະເທດລາວ ໃນໄລຍະວັນທີ 17 ຫາ 19 ກໍລະກົດ 2023ນີ້, ຊຶ່ງ ຈະເຮັດໃຫ້ມີຝົນຕົກໃນລະດັບ ຄ່ອຍ ຫາ ປານກາງ ແລະ ຕົກໜັກພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ພາກໃຕ້ໂດຍສະເພາະແຂວງອັດຕະປື. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນມາຍັງອໍານາດການປົກຄອງແຂວງ ແລະ ພໍ່ແມ່ປະຊາຊົນພາຍໃນ 5 ຕົວເມືອງ, ຈົ່ງມີສະຕິ ລະມັດລະວັງໃນການເດີນທາງ, ຜູ້ທີ່ໃຊ້ລົດ, ເຮືອ, ຕາມສະຖານທີ່ຕ່າງໆ ຕໍ່ສະພາບຝົນຕົກໜັກ, ຟ້າຮ້ອງ, […]
ດວງລາຍວັນປະຈໍາວັນຈັນ ທີ 17 ກໍລະກົດ 2023

ຄົນເກີດວັນອາທິດ:ການງານຊ່ວງນີ້ເຮັດທຸລະກິດແບບສາຍດ່ຽວຈະດີທີ່ສຸດເພາະຖ້າມີຮຸ້ນສ່ວນຈະເກີດບັນຫາ ການເງິນຈະຮັບຊັບ ຮັບໂຊກ ເກີດຄວາມຈະເລີນຮຸ່ງເຮືອງ ຄວາມຮັກດ້ວຍບຸນເກົ່າທີ່ເຄີຍເຮັດມາຮ່ວມກັນຈະເຮັດໃຫ້ພົບຮັກ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີບົວ ເລກນຳໂຊກ8 ຄົນເກີດວັນຈັນ:ການງານກຳລັງດຳເນີນທຸລະກິດກິດຈະການປະສົບຄວາມສຳເລັດ ການເງິນຈະໄດ້ເງິນກ້ອນໃຫຍ່ເຂົ້າມາໝຸນຫາໃຊ້ຈ່າຍ ຄວາມຮັກມີໂອກາດພົບຮັກກັບຄົົນທີ່ສະຫລຽວສະຫລາດເວົ້າເກັ່ງ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ0 ຄົນເກີດວັນອັງຄານ:ການງານມີໂອກາດປ່ຽນແປງຍົກຍ້າຍປ່ຽນວຽກງານໃໝ່ ການເງິນຈະໄດ້ເງິນຈາກຄວາມສາມາດຂອງຕົນເອງແລະຜູ້ໃຫຍ່ຍັງຖ້າຊ່ວຍເຫລືອອຸປະຖຳທາງດ້ານການເງິນ ຄວາມຮັກຈະພົບຄົນຜິວຂາວແບບບໍ່ໄດ້ຕັ້ງໂຕ ທ່ານເປັນຄົົນທີ່ເຊື່ອຖືໄດ້ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນສີແດງ ເລກນຳໂຊກ6 ຄົນເກີດວັນພຸດ:ການງານສ້າງຜົນງານໄດ້ຢ່າງໂດດເດັ່ນດີຫຼາຍ ໃນດ້ານການງານ ການເງິນຈະໄດ້ຮັບເງິນກ້ອນໃຫຍ່ຈາກການເຈນລະຈາ ຄວາມຮັກມີຄົນມາຫຼົງມັກທ່ານຫລາຍກວ່າໜຶ່ງຄົນ ເຄື່ອງມຸງຄຸນເງິນ ສີມຸງຄຸນສີດໍາ ເລກນຳໂຊກ8 ຄົນເກີດວັນພະຫັດ:ການງານ ລະວັງອາລົມໃຈຮ້ອນເຮັດໃຫ້ຂັດແຍ້ງກັບຜູ້ໃຫຍ່ ການເງິນຊ່ວງນີ້ໂຊກຊະຕາດີຫລາຍໆ ຈະຮັບຊັບໃນການສ່ຽງໂຊກ ຄວາມຮັກຍັງຄົງໃຫ້ສະຖານະຄົົນທີ່ເຂົ້າມາໃຫ້ເປັນໝູ່ເພື່ອນກັນໄປກ່ອນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີເຫຼືອງ ເລກນຳໂຊກ8 ຄົນເກີດວັນສຸກ:ການງານຈະໄດ້ພົບທີ່ປຶກສາທາງທຸລະກິດທີ່ດີ ແລະ ເຮັດທຸລະກິດໃຫ້ເກີດຜົນກຳໄລ ການເງິນຊ່ວງນີ້ຈະຖືກເອົາປຽບຫລືຖືກໂກງທາງດ້ານຜົນປະໂຫຍດແບບບໍ່ລົງຕົວ ຄວາມຮັກຄວາມສຳພັນດ້ານຄວາມຮັກມີຄວາມສຸກສົມຫວັງ ເຄື່ອງມຸງຄຸນ ຫິນນໍາໂຊກສີຂຽວ ສີມຸງຄຸນສີເທົາ ເລກນຳໂຊກ9 ຄົນເກີດວັນເສົາ:ການງານເຮັດທຸນກິດຈະການບໍລິການ ການຂາຍຂອງສວຍງາມດ້ານສິນປະ ໃນໄລຍະນີ້ຈະໄດ້ຮັບຜົນກຳໄລທີ່ເພີ່ມຂຶ້ນ ການເງິນຄວນໃຊ້ຄວາມປະຢັດເອົາໄວ້ກ່ອນ ເພາະທ່ານໃຊ້ລາຍຈ່າຍເກີດຫຼາຍຮັບໄປແລ້ວ ຄວາມຮັກຄົນຮັກຈະມີສ່ວນຊ່ວຍສ້າງທາງດ້ານກິດຈະການວຽກງານຂອງທ່ານ ເຄື່ອງມຸງຄຸນ ຕ່າງຫູຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ1