ເກີດເຫດລົດໃຫຍ່ຕຳລົດພ່ວງ ເຂດຫລັກ 19 ນາລ້ອມ ເມືອງໄຊທານີ

ລົດຕູ້ຕຳທ້າຍລົດພ່ວງ ເສຍຊີວິດ1ລາຍ ແລະ ບາດເຈັບ1ລາຍວັນທີ 13 ກໍລະກົດ 2023 ເວລາ 19:39 ໂມງໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດໃຫຍ່ຕຳກັບລົດພ່ວງ ຈຸດເກີດເຫດ: ເຂດຫລັກ 19 ນາລ້ອມ ເມືອງໄຊທານີ ນະຄອນຫລວງວຽງຈັນ. ຈາກການກວດສອບອຸບັດຕິເຫດຄັ້ງນີ້ມີຜູ້ໄດ້ຮັບບາດເຈັບ 01ຄົນ ເພດຊາຍ ອາການເບື້ອງຕົ້ນ ຄິ້ວແຕກ ແລະ ມີບາດແຜຕາມຕົນໂຕແລະ ເສຍຊີວິດ 01 ຄົນ ເພດ ຊາຍ ອາຍຸ 22ປີ ກວດສອບພົບແມ່ນ: ກະດູກກ້ານຄໍຫັກ ແລະ ກະດູກຊີ້ໂຄງຫັກເບື້ອງຂວາ.ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດຈາກອຸບັດຕິເຫດໃນຄັ້ງນີ້ດ້ວຍ ທີ່ມາ : 1623

ດວງລາຍວັນປະຈໍາວັນສຸກ ທີ 14 ກໍລະກົດ 2023

ຄົນເກີດວັນອາທິດ:ການ​ງານຈະ​ພົບ​ບັນຫາ​ທາງ​ດ້ານ​ການ​ເຮັດ​ວຽກງານ​ແບບ​ບໍ່​ຄາດ​ຝັນ ແຕ່​ສາມາດ​ແກ້​ບັນຫາ​ສະເພາະ​ໜ້າ​ໄດ້​ຢ່າງ​ວ່ອງໄວ ການ​ເງິນຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ ໃນໄລຍະນີ້ດວງການເງິນດີ ຄວາມ​ຮັກລະ​ວັງ​ການ​ໃຊ້​ອາລົມ​ ແລະ ​ຄວາມ​ໃຈ​ຮ້ອນ​ກັບ​ຄົນ​ຮັກ​ໃນ​ໄລຍະ​ນີ້ ຄວນ​ຫຼີກ​ລ້ຽງ​ສະຖານນະການ​ການ​ຂັດ​ແຍ້ງ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນ​ສີດໍາ ເລກ​ນຳ​ໂຊກ​7 ຄົນເກີດວັນຈັນ:ການ​ງານ​  ສາມາດ​ໃຊ້ສິລະປະ​ໃນ​ການ​ຕິດ​ຕໍ່​ເຈລະ​ຈາ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນໂຊກດີ ຫຼື ​ຄົນ​ສະໜິດ​ຈະ​ນຳ​ໂຊກ​ມາສູ່​ທ່ານ ຄວາມ​ຮັກລະ​ວັງ​ເກີດ​ບັນຫາ​ຂັດ​ແຍ້ງ​ກັບ​ຄົນ​ຮັກ ໃນໄລຍະນີ້ໃຫ້ລະວັງເລື່ອງການປາກເວົ້າ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນສີ​ບົວ ເລກ​ນຳ​ໂຊກ​7 ຄົນເກີດວັນອັງຄານ:ການ​ງານຕ້ອງ​ແບກ​ພາລະ​ໜ້າທີ່​ການ​ງານ​ຂ້ອນ​ຂ້າງ​ຫຼາຍ​ເປັນ​ພິເສດ ການ​ເງິນຈະ​ພົບ​ເລື່ອງ​ກັງ​ວົນ​ໃຈ​ດ້ານ​ການ​ໃຊ້​ຈ່າຍ ແຕ່​ກໍ​ສາມາດ​ທີ່​ຈະ​ແກ້​ໄຂ​ບັນຫາ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ຢ່າງ​ວ່ອງໄວ ຄວາມ​ຮັກຈະ​ພົບ​ຮັກ​ກັບ​ຄົນ​ດີ ມີ​ສະເໜ່ ມີ​ຄວາມ​ສາມາດ ເຄື່ອງມຸງຄຸນ​ ແຫວນຄໍາ ສີມຸງຄຸນສີ​ເຫຼືອງ ເລກ​ນຳ​ໂຊກ​   2 ຄົນເກີດວັນພຸດ:ການ​ງານການ​ເຈລະ​ຈາ​ທາງ​ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນມີ​ລາຍ​ຈ່າຍ​ໃນ​ເລື່ອງ​ຂອງ​ການ​ຊ່ວຍ​ເຫຼືອ​ບໍລິວານ ຄວາມ​ຮັກສຸກ​ສົມ​ຫວັງ​ ແລະ ​ລົງ​ຕັວ​ດ້ານ​ຄວາມ​ຮັກ ອາດເປັນການປັບຕົວເຂົ້າຫາກັນຫຼາຍຂື້ນ ເຄື່ອງມຸງຄຸນ​​  ເງິນ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​6 ຄົນເກີດວັນພະຫັດ:ການ​ງານ​ໄລຍະ​ນີ້​ຖ້າ​​ຈະ​ຫາ​ອາ​ຊີບ​ເສີມ​ເຮັດ​ເປັນ​ທຸລະກິດ​ໃໝ່​ກໍ​ຈະ​ເຮັດໃຫ້​ໄດ້ຮັບ​ຜົນ​ກຳ​ໄລ ການ​ເງິນຈະ​ໄດ້​ໂຊກ​ຈາກ​ຄວາມ​ສາມາດຂອງທ່ານເອງ ແລ້ວຈະສົມຫວັງ ຄວາມ​ຮັກ​ລະ​ວັງ​ເກີດ​ຄວາມ​ຂັດ​ແຍ້ງ​ ຫຼື​ ປະ​ທະ​ຄາ​ລົມ​ກັບ​ຄົນ​ຮັກ ເຄື່ອງມຸງຄຸນ​ຄໍາຝຣັ່ງ ສີມຸງຄຸນສີ​ສົ້ມ ເລກ​ນຳ​ໂຊກ​9 ຄົນເກີດວັນສຸກ:ການ​ງານ​ເລີ່ມ​ຕົ້ນ​ໂປຣ​ເຈັກ​ໃໝ່​ປະ​ສົບ​ຄວາມ​ສຳ​ເລັດ ​ແລະ ​ກ້າວ​ໜ້າ […]

ເກົາຫລີ ມອບອຸປະກອນຝຶກຊ້ອມໃຫ້ສະຫະພັນກິລາມວຍສາກົນແຫ່ງຊາດລາວ ມູນຄ່າ 311 ລ້ານກວ່າກີບ

ສະຫະພັນມວຍສາກົນແຫ່ງຊາດລາວ ຮ່ວມມືກັບ ຫ້ອງການສົ່ງເສີມກິລາມວຍ ຈາກ ສ.ເກົາຫລີ ແລະ ສະໂມສອນກິລາມວຍ ສ.ເກົາຫລີ ປະຈຳສປປ ລາວ ຈະສົ່ງເສີມການພັດທະນາວົງການກິລາມວຍສາກົນລາວ ເພື່ອກ້າວສູ່ສັງວຽນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໃນໄລຍະ 2 ປີ ລະຫວ່າງປີ 2023-2024 ໂດຍທາງຫ້ອງການສົ່ງເສີມກິລາມວຍ ສ.ເກົາຫລີ ໄດ້ມອບອຸປະກອນມວຍ ເຊັ່ນ ນວມຊົກ 16 ຄູ່, ເປົ້າລໍ້ 5 ຄູ່ ແລະ ກະເປົາຊ້ອມ 16 ຄູ່ ລວມມູນຄ່າ 311 ລ້ານກວ່າກີບ ຫລື 16.200 ໂດລາສະຫະລັດ ພ້ອມຈະຕ້ອນຮັບນັກກິລາມວຍສາກົນລາວ ໄປຝຶກແອບຢູ່ທີ່ປະເທດ ສ.ເກົາຫລີ ອີກດ້ວຍ. ພິທີເຊັນສັນຍາການຮ່ວມມືກັນໃນຄັ້ງນີ້ ໄດ້ມີຂຶ້ນເມື່ອວັນທີ 11 ກໍລະກົດ 2023 ທີ່ຫ້ອງການຄະນະກຳມະການໂອແລມປິກແຫ່ງຊາດລາວ ຫລື ຄອລ ລະຫວ່າງ ທ່ານ ສົມພອນ […]

ດວງລາຍວັນປະຈໍາວັນພະຫັດ ທີ 13 ກໍລະກົດ 2023

ຄົນເກີດວັນອາທິດ:ການ​ງານມີ​ພິບໄຫວໃນການຕິດ​ຕໍ່​ເຈລະ​ຈາ​ໃນເລື່ອງຂອງການງານຈະເຮັດໃຫ້ທ່ານປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນໄດ້ຮັບ​ການ​ສະໜັບ​ສະໜຸນເງິນ​ທຶນ​ຈາກ​ຜູ້ໃຫຍ່ ຄວາມ​ຮັກພົບ​ຮັກ​ກັບ​ຄົນທີ່​ມີ​ສະເໜ່ ມີ​ຄວາມ​ຈິງ​ໃຈ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນ​ຄໍາ ເລກ​ນຳ​ໂຊກ​8 ຄົນເກີດວັນຈັນ:ການ​ງານຕັດ​ສິນ​ໃຈ​ທີ່​ຈະ​ໃຊ້​ເງິນ​ລົງ​ທຶນ​ເຮັດ​ທຸລະກິດ ການ​ເງິນ​ຈະ​ໄດ້ຮັບ​ຮູ້​ເລື່ອງ​ຂ່າວ​ດີ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກ​ການເດີນທາງ​ຈະ​ມີ​ໂອ​ກາດ​ໄດ້​ພົບ​ຄົນທີ່​ມີ​ສະເໜ່ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​4 ຄົນເກີດວັນອັງຄານ:ການ​ງານເຮັດ​ທຸລະກິດ​ແບບ​ສາຍ​ດ່ຽວ​ຈະ​ເຮັດໃຫ້​ລ້ຳລວຍ ການ​ເງິນຈະ​ພົບ​ຜູ້​ອຸປະຖຳ​ດ້ານ​ການ​ເງິນ ຄວາມ​ຮັກເດີນທາງ​ໄກ​ມີ​ໂອ​ກາດ​ໄດ້​ພົບ​ຮັກກັບຄົນຮູ້ຈັກ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີ​ແດງ ເລກ​ນຳ​ໂຊກ​9 ຄົນເກີດວັນພຸດ:ການ​ງານ​ໂຊ​ກດີ​ທີ່​ມີ​ບໍລິວານ​ຄອຍ​ຖ້າ​ຊ່ວຍ​ເຫລືອ​ສະໜັບ​ສະໜຸນຮ່ວມ​ກັນ​ສ້າງ​ຜົນ​ງານ ການ​​ເງິນໂຊ​ກດີ​ມື້​ນີ້​ຈະ​ໄດ້​ເງິນເຂົ້າມາໃນການໃຊ້ຈ່າຍ ຄວາມ​ຮັກບໍ່​ຄ່ອຍ​ມີ​ເວລາ​ໃຫ້​ກັບ​ຄົນ​ຮັກຕ້ອງຫາເວລາໄປໃສມາໃສນໍາກັນໃຫ້ຫຼາຍ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີຂາວ ເລກ​ນຳ​ໂຊກ​4 ຄົນເກີດວັນພະຫັດ:ການ​ງານສ້າງ​ຜົນ​ງານ​ໄດ້​ໂດດ​ເດັ່ນການງານຂ້ອນຂ້າງຢູ່ໃນແກນທີ່ດີ ການ​ເງິນມີ​ໂອ​ກາດ​ທີ່​ຈະ​ໄດ້ຮັບ​ໂຊກ​ຈາກ​ບໍລິວານ ຄວາມ​ຮັກທ່ານ​ກັບ​ຄົນ​ຮັກ​ນັ້ນ​ບໍ່​ຄ່ອຍ​ມີ​ເວລາ​ໃຫ້​ກັນ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ1 ຄົນເກີດວັນສຸກ:ການ​ງານ​ເຮັດ​ອາ​ຊີບ​ເປັນ​ນັກ​ບໍລິຫານ​ຈັດການ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນບໍລິວານ​ຈະ​ຊ່ວຍ​ເຫລືອ​ທາງ​ການ​ເງິນ ຄວາມ​ຮັກມີ​ໂອ​ກາດ​ພົບ​ຮັກ​ເປັນ​ຄູ່​ຄອງ​ທີ່​ດີ​ລັກສະນະ​ຜິວ​ຂາວ​ ເຄື່ອງມຸງຄຸນ​​ເງິນ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​0 ຄົນເກີດວັນເສົາ:ການ​ງານໃຊ້​ຄວາມ​ສາມາດ​ພິເສດ​ສ້າງ​ຜົນ​ງານ​ໄດ້​ໂດດ​ເດັ່ນ ການ​ເງິນຄິດ​ເງິນ​ກໍ​ໄດ້​ເງິນ ເພາະໄລຍະນີ້ດວງການເງິນດີຫຼາຍ ຄວາມ​ຮັກມີ​ໂອ​ກາດ​ໄດ້​ພົບ​ຮັກ​ເກີດ​ຄວາມ​ສຸກ​ໃຈ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​5

ແຂວງບໍລິຄໍາໄຊ ມີຜູ້ເສຍຊີວິດຈາກໄຂ້ຍຸງລາຍ 3 ຄົນ ແລະ ທົ່ວປະເທດຕິດເຊື້ອເພີ່ມຂຶ້ນ 10.000 ກວ່າກໍລະນີ

ສູນຂ່າວສານການແພດສຸຂະສຶກສາ ລາຍງານວ່າ: ວັນທີ 11 ກໍລະກົດ 2023 ທົ່ວປະເທດມີຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ ເພີ່ມໃໝ່ 1 ຄົນ ຢູ່ບ້ານປາກສາ ເມືອງປາກກະດິງ ແຂວງ ບໍລິຄຳໄຊ, ເຮັດໃຫ້ທົ່ວແຂວງມີຜູ້ເສຍຊີວິດຍ້ອນພະຍາດນີ້ເຖິງ 3 ຄົນແລ້ວ, ນັບແຕ່ຕົ້ນເດືອນມັງກອນ 2023 ມາຮອດປັດຈຸບັນ, ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມເພີ່ມຂຶ້ນ 10.000 ກວ່າກໍລະນີ ແລະ ມີຜູ້ເສຍຊີວິດທັງໝົດ 6 ຄົນ, ໃນນັ້ນນະຄອນຫລວງວຽງຈັນ 1 ຄົນ, ແຂວງຄໍາມ່ວນ 1 ຄົນ, ແຂວງສະຫວັນນະ ເຂດ 1 ຄົນ ແລະ ແຂວງບໍລິຄໍາໄຊ 3 ຄົນ. ເພື່ອປ້ອງກັນໄຂ້ຍຸງລາຍບໍ່ໃຫ້ມີການແຜ່ລະບາດເພີ່ມຂຶ້ນເລື້ອຍໆ ຮຽກຮ້ອງໃຫ້ທຸກຄົນຈົ່ງຊ່ວຍກັນເພີ່ມທະວີມາດຕະການປ້ອງກັນໄຂ້ຍຸງລາຍ ໂດຍສະເພາະໃຫ້ທໍາລາຍແຫລ່ງເພາະພັນຫນອນນໍ້າ ຫລື ລູກຍຸງລາຍຢູ່ບໍລິເວນເຮືອນໃຫ້ເປັນປະຈໍາ ແລະ ປະຕິບັດມາດຕະການ 5 ປ ຢ່າງເຂັ້ມງວດ.

ຈຳຄຸກ 13 ປີ ພ້ອມທັງປັບໃໝ ຖານຜະລິດ ຄ້າ-ຂາຍຢາ ແລະ ມີຢາບ້າໄວ້ໃນຄອບຄອງ

ວັນທີ 7 ກໍລະກົດ 2023 ສານປະຊາຊົນ ແຂວງອຸດົມໄຊ ໄດ້ຕັດສິນລົງໂທດຕັດສິນຕັດອິດສະລະພາບ ທ້າວ ໄຕຊິງ ຕໍ່ (ຈໍາເລີຍ) ຈໍານວນ 13 ປີ ພ້ອມທັງປັບໃໝ 105.000.000 ກີບ ໃນສະຖານຜະລິດຢາບ້າ, ຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ, ການມີຝິ່ນ ແລະ ແກ່ນຝິ່ນໄວ້ໃນຄອບຄອງ, ການມີເຄື່ອງຈັກໄວ້ຄອບຄອງ, ເຄື່ອງມື, ອຸປະກອບທີ່ຜະລິດຢາເສບຕິດ ແລະ ຮີບຢາບ້າ-ເຄື່ອງມືການຜະລິດ ເພື່ອໄປທໍາລາຍຖີ້ມ. ເຊິ່ງໃນວັນທີ 16 ມິຖຸນາ 2022 ເຈົ້າໜ້າທີ່ ປກສ ແຂວງ ອຸດົມໄຊ ໄດ້ສືບຄົ້ນຫາເປົ້າໝາຍຜະລິດ, ຄ້າຂາຍຢາເສບຕິດສາມາດຮູ້ໄດ້ວ່າເຮືອນ ທ້າວ ໄຕຊິງ ຕໍ່ ຢູ່ບ້ານ ໂຮມສຸກ ເມືອງໄຊ, ແຂວງອຸດົມໄຊ, ໄດ້ຜະລິດ, ຄ້າ-ຂາຍຢາເສບຕິດ ຮອດເວລາ 9 ໂມງ ຂອງມື້ດຽວກັນ ຈຶ່ງໄດ້ເຂົ້າມ້າງຈຸດດັ່ງກ່າວ ດ້ວຍຮູບການເຂົ້າຈັບກຸມ […]

ດວງລາຍວັນປະຈໍາວັນພຸດ ທີ 12 ກໍລະກົດ 2023

ຄົນເກີດວັນອາທິດ:ການ​ງານໃຊ້​ເງິນ​ກ້ອນ​ໃຫຍ່​ລົງທຶນ​ສ້າງ​ທຸລະກິດ​ໃໝ່ ການ​ເງິນພົບ​ເອກະສານ​ລົງ​ນາມ​ສັນຍາ​ການ​ເງິນ​ເກີດ​ຄວາມ​ຜິດ​ພາດ ຄວາມ​ຮັກໄດ້​ພົບ​ຮັກ​ກັບ​ຄົົນທີ່​ເກັ່ງ​ ແລະ​ ມີ​ຊື່​ສຽງ ເຄື່ອງມຸງຄຸນເງິນ ສີມຸງຄຸນ​ສີດໍາ ເລກ​ນຳ​ໂຊກ​7 ຄົນເກີດວັນຈັນ:ການ​ງານເຮັດ​ທຸລະກິດ​ດ້ານ​ການ​ຄ້າ​ອາ​ສັງ​ຫາ​ຈະ​ໄດ້​ຜົນ​ກຳ​ໄລ​ດີ ການ​ເງິນ​ເປັນ​ມື້​ໂຊ​ຄະດີ​ທີ່​ຈະ​ໄດ້​ພົບ​ຜູ້​ອຸປະຖຳ​ທາງ​ການ​ເງິນ ຄວາມ​ຮັກ​ທ່ານ​​ມຸ່ງ​ເນັ້ນ​ໃນ​ເລື່ອງ​ຂອງ​ການ​ເຮັດ​ວຽກງານ​ຫຼາຍ​ເກີນ​ໄປ​ຈົນ​ເຮັດໃຫ້ການ​ສານ​ຄວາມ​ສຳພັນ​ເລື່ອງ​ຄວາມ​ຮັກເກີດມີບັນຫາ ເຄື່ອງມຸງຄຸນ​  ຄໍາຝຣັ່ງ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​9 ຄົນເກີດວັນອັງຄານ:ການ​ງານ​ການເຮັດ​ທຸລະກິດ​ເປີດ​ຮ້ານ​ຂາຍ​ນ້ຳ​ດື່ມ​ເພື່ອ​ສຸຂະພາບ​ໄດ້​ຜົນ​ກຳ​ໄລດີ ການ​ເງິນ​ຫາ​ເງິນ​ເຂົ້າ​ມາ​ໄດ້​ຫລາຍ​ກໍ​ຕ້ອງ​ຈ່າຍ​ອອກ​ໄປ​ຫຼາຍ ຄວາມ​ຮັກທ່ານ​ເປັນ​ຜູ້​ທີ່​ມີ​ສະເໜ່​ຈະ​ໄດ້​ພົບ​ຄົົນທີ່​ຖືກ​ໃຈ​ ເຄື່ອງມຸງຄຸນ​ ແຫວນຄໍາ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​1 ຄົນເກີດວັນພຸດ:ການ​ງານ​ການເຮັດ​ເອກະສານ​ສັນຍາ​ລຍະ​ນີ້​ຈະ​ພົບ​ຄວາມ​ຫຼ້າຊ້າ ການ​ເງິນວາງ​ແຜນ​ການ​ໃຊ້​ຈ່າຍ ​ແລະ ​ໝຸນ​ຫາ​ເງິນ​ໄດ້​ເຂົ້າ​ມາ​ໄດ້​ເພີ່ມ​ຂຶ້ນ ຄວາມ​ຮັກຈະ​ພົບ​ຄົນ​ອາ​ຍຸ​ຫຼາຍກວ່າ ຜິວ​ສອງ​ສີ ເປັນ​ຄົນ​ເກັ່ງ ມີ​ຄວາມ​ສາມາດ ເຄື່ອງມຸງຄຸນ  ເງິນ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​6 ຄົນເກີດວັນພະຫັດ:ການ​ງານເຮັດ​ທຸລະ​ກິດການ​ເປີດ​ຮ້ານ​ຂາຍເຄື່ອງ ຮ້ານ​ອາຫານ ຈະ​ໄດ້​ຜົນ​ກຳ​ໄລ​ດີ ການ​ເງິນຈະ​ພົບ​ເລື່ອງ​ສັນຍາ​ການ​ເງິນ​ເປັນ​ໂມ​ຄະ ຕ້ອງລະວັງເລື່ອງຂອງເອກະສານ ຄວາມ​ຮັກລະ​ວັງ​ເກີດ​ອາລົມ​ໃຈ​ຮ້ອນ​ເຮັດໃຫ້​ຂັດ​ແຍ້ງ​ກັບ​ຄົນ​ຮັກ ເຄື່ອງມຸງຄຸນ ສີມຸງຄຸນສີເທົາ ເລກ​ນຳ​ໂຊກ​4 ຄົນເກີດວັນສຸກ:ການ​ງານ​​ ກຳ​ລັງ​ໃຊ້​ເງິນ​ເປັນ​ຈຳນວນ​ຫຼາຍ​ລົງ​ທຶນ​ທຸລະກິດ​ໃໝ່ ການ​ເງິນມື້​ນີ້​ມີ​ໂຊກ​ຈະ​ໄດ້​ເງິນ​ຈາກ​ຜູ້ໃຫຍ່ ຄວາມ​ຮັກເກີດ​ບັນຫາ​ດ້ານ​ຄວາມ​ຮັກ​ເພາະ​ຢູ່ໃນ​ສະຖານະການ​ຮັກ​ຊ້ອນ ເຄື່ອງມຸງຄຸນ​​ເພັດສີແດງ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​5 ຄົນເກີດວັນເສົາ:ການ​ງານເຮັດ​ທຸນ​ກິດຈະການ​ຄ້າ​ອາຫານ​ໄດ້​ຜົນ​ກຳ​ໄລ​ດີ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ແບບ​ບໍ່ທັນຕັ້ງໂຕ ຄວາມ​ຮັກການເດີນທາງ​ຕິດ​ຕໍ່​ທຸລະກິດ​ຈະ​ເຮັດໃຫ້​ພົບ​ຄົົນທີ່​ຖືກ​ໃຈ ເຄື່ອງມຸງຄຸນ​  ຫິນນໍາໂຊກສີແດງ ສີມຸງຄຸນສີແດງ ເລກ​ນຳ​ໂຊກ​4

ເຈົ້າໜ້າທີ່ ຈັບຜູ້ກໍ່ເຫດລັກສາຍໄຟ-ໝໍ້ແປງໄຟຟ້າ ມູນຄ່າ 45 ລ້ານກີບ

ວັນທີ 6 ກໍລະກົດ 2023 ນີ້ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ລາຍງານວ່າ: ໄດ້ນໍາຕົວເປົ້າໝາຍທີ່ເຄື່ອນໄຫວກໍ່ເຫດລັກຊັບ (ສາຍໄຟ, ໝໍ້ແປງໄຟຟ້າ) ທົດສະກໍາຄືນເຫດການລັກຊັບ ເພື່ອທໍາແຜນປະກອບຄໍາສາລະພາບ ໂດຍມີເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງພ້ອມດ້ວຍພະນັກງານຈາກລັດວິສາຫະກິດໄຟຟ້າ ປະຈໍາແຂວງອຸດົມໄຊເຂົ້າຮ່ວມ. ເຊິ່ງມີ (ສາຍໄຟ ໝໍ້ແປງໄຟຟ້າ) ເສຍຫາຍຈໍານວນ 4 ຈຸດຄື: ຈຸດ 4 ແຍກໂຮງພິມ ບ້ານປ່າສັກ, ຈຸດເສັ້ນທາງເຂດບ້ານພູຂຽວ ແລະ ຈຸດເສັ້ນທາງບ້ານນາເລົາເມືອງໄຊ ແຂວງອຸດົມໄຊ ອີກ 2 ຈຸດ. ໃນນີ້ມີສາຍໄຟຟ້າປະເພດກາບທອງ ຂະໜາດ 4×50 ຈໍານວນ 16 ແມັດ ແລະ ຂະໜາດ 4×35 ຈໍານວນ 23 ແມັດ ລວມມູນຄ່າເສຍຫາຍທັງໝົດ 45.641.874 ກີບ. ພັຕ ບຸນເມກ ສຸດາຈັນ ຫົວໜ້າພະແນກຕໍາຫຼວດ ສືບສວນ-ສອບສວນ ປກສ ແຂວງອຸດົມໄຊໄດ້ໃຫ້ຮູ້ວ່າ: […]

ປີ 2023 ຂະແໜງກະສິກໍາ ແລະ ປ່າໄມ້ ຈະປ່ອຍປາ-ສັດນໍ້າ-ສັດປ່າ ໃຫ້ໄດ້ 62 ລ້ານໂຕ

ໃນປີ 2023 ນີ້, ຂະແໜງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປ່ອຍປາ, ສັດນໍ້າ ແລະ ສັດປ່າ ເພື່ອຄືນຄວາມອຸດົມສົມບູນສູ່ທໍາມະຊາດ ແລະ ລົງສູ່ແຫຼ່ງນ້ຳຕ່າງໆ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນນໍ້າ-ສັດປ່າແຫ່ງຊາດ 13 ກໍລະກົດ 2023 ໂດຍມີແຜນປ່ອຍປາ ແລະ ສັດນໍ້າໃຫ້ໄດ້ທັງໝົດ 62 ລ້ານໂຕ. ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 7 ກໍລະກົດ 2023 ນີ້ວ່າ: ວັນທີ 13 ກໍລະກົດ ເປັນວັນທີ່ ພັກ ແລະ ລັດຖະບານ ໄດ້ກໍານົດເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ຊຶ່ງໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ ແລະ ໃນປີນີ້ແມ່ນຄົບຮອບ […]

ກຳປູເຈຍ ລາຍງານກໍລະນີພົບ ປາຂ່າເກີດໃໝ່ ລວມ​ເປັນໂຕທີ 5 ແລ້ວ

ດີໃຈແທນປະເທດ ກໍາປູເຈຍກະຊວງກະສິກຳ, ປ່າໄມ້ ແລະ ການປະມົງຂອງກຳປູເຈຍ ລາຍງານກໍລະນີພົບ “ປາຂ່າ” ເກີດໃໝ່ລອຍນ້ຳຢູ່ຄຽງຂ້າງກັບຝູງປາຂ່າໃຫຍ່ເຕັມໄວ ​ເຮັດ​ໃຫ້​ຈຳນວນ​ລູກປາຂ່າເກີດ​ໃໝ່​ໃນ​ປີ​ນີ້​ຂອງ​ກຳປູ​ເຈຍລວມ​ເປັນ 5 ​ໂຕແລ້ວ !!! ລາຍງານລະບຸວ່າ ປາຂ່າທີ່ເກີດໃໝ່ໂຕລ່າສຸດ ອາຍຸປະມານ 10 ມື້ ໄດ້ຖືກພົບເຫັນໂດຍເຈົ້າໜ້າທີ່ຮັກສາຄວາມປອດໄພທາງນ້ຳ ແລະ ເຮືອທ່ອງທ່ຽວ ໃນວັນສຸກທີ 7 ກໍລະກົດ 2023 ຢູ່ໃນບ່ອນຢູ່ອາໄສຂອງປາຂ່າໃນແມ່ນ້ຳຂອງ ໃນແຂວງ ກະແຈະ ໃນ​ພາກ​ຕາ​ເວັນ​ອອກ​ສ່ຽງ​ເຫນືອ​ຂອງ​ກໍາ​ປູ​ເຈຍ​. ກຳປູ​ເຈຍ​ໄດ້ສຳຫຼວດພົບປາຂ່າເກີດໃໝ່ໃນປີ 2021 ແລະ ປີ 2022 ​ປີລະ 6 ໂຕ​ ໂດຍປາຊະນິດນີ້ຈັດເປັນສັດທີ່ໃກ້ສູນພັນຂັ້ນວິກິດໃນບັນຊີແດງສາຍພັນສັດທີ່ຖືກຄຸກຄາມຂອງ​ອົງການລະຫວ່າງປະເທດເພື່ອ​ການອະນຸລັກ​ທຳ​ມະ​ຊາດ (IUCN) ​ແຕ່​ປີ 2004. ສຳນັກບໍລິຫານ​ການ​ປະມົງ​ຂອງກຳປູ​ເຈຍ​ຄາດ​ຄະ​ເນ​ວ່າ​ມີ​ປາ​ຂ່າ​ຢູ່​ໃນ​ແມ່​ນ້ຳຂອງ ໄລຍະໄຫຼ​ຜ່ານ​ແຂວງ​ກະ​ແຈະ ​ແລະ ​ແຂວງ​ສະຕຶງ​ແຕງ ​ຂອງ​ກຳປູ​ເຈຍ ມີ​ປະມານ 90 ໂຕ. ທີ່ມາຈາກ: Xinhua