ດວງ-Tou-Vientianepost - 2023-07-13T112228.470
ເກົາຫລີ ມອບອຸປະກອນຝຶກຊ້ອມໃຫ້ສະຫະພັນກິລາມວຍສາກົນແຫ່ງຊາດລາວ ມູນຄ່າ 311 ລ້ານກວ່າກີບ
ຮຽບຮຽງໂດຍ:Staff
ເຜີຍແຜ່: 13 July, 2023
ໝວດ: ກິລາ

ສະຫະພັນມວຍສາກົນແຫ່ງຊາດລາວ ຮ່ວມມືກັບ ຫ້ອງການສົ່ງເສີມກິລາມວຍ ຈາກ ສ.ເກົາຫລີ ແລະ ສະໂມສອນກິລາມວຍ ສ.ເກົາຫລີ ປະຈຳສປປ ລາວ ຈະສົ່ງເສີມການພັດທະນາວົງການກິລາມວຍສາກົນລາວ ເພື່ອກ້າວສູ່ສັງວຽນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໃນໄລຍະ 2 ປີ ລະຫວ່າງປີ 2023-2024 ໂດຍທາງຫ້ອງການສົ່ງເສີມກິລາມວຍ ສ.ເກົາຫລີ ໄດ້ມອບອຸປະກອນມວຍ ເຊັ່ນ ນວມຊົກ 16 ຄູ່, ເປົ້າລໍ້ 5 ຄູ່ ແລະ ກະເປົາຊ້ອມ 16 ຄູ່ ລວມມູນຄ່າ 311 ລ້ານກວ່າກີບ ຫລື 16.200 ໂດລາສະຫະລັດ ພ້ອມຈະຕ້ອນຮັບນັກກິລາມວຍສາກົນລາວ ໄປຝຶກແອບຢູ່ທີ່ປະເທດ ສ.ເກົາຫລີ ອີກດ້ວຍ.

ພິທີເຊັນສັນຍາການຮ່ວມມືກັນໃນຄັ້ງນີ້ ໄດ້ມີຂຶ້ນເມື່ອວັນທີ 11 ກໍລະກົດ 2023 ທີ່ຫ້ອງການຄະນະກຳມະການໂອແລມປິກແຫ່ງຊາດລາວ ຫລື ຄອລ ລະຫວ່າງ ທ່ານ ສົມພອນ ມະນີຄຳ ເລຂາທິການສະຫະພັນມວຍສາກົນແຫ່ງຊາດລາວ, ທ່ານ ວູຢອງ ຄິມ ຕົວແທນຈາກຫ້ອງການສົ່ງເສີມກິລາມວຍ ຈາກ ສ.ເກົາຫລີ ແລະ ທ່ານ ມິນຊອງໂຈ ປະທານສະໂມສອນກິລາມວຍ ເກົາຫລີ ປະຈຳສປປ ລາວ, ມີທ່ານ ສີສຸພັນ ແສງສະຫວັນ ປະທານສະຫະພັນມວຍສາກົນແຫ່ງຊາດລາວ ແລະ ທ່ານ ຢູ ມະຢອງກູ (Yu myeongu) ອະດີດນັກຊົກມວຍແຊ໋ມປ້ຽນໂລກ ປີ 1986 ຕະຫລອດຮອດພະນັກງານທີ່ກ່ຽວຂ້ອງທັງສາມພາກສ່ວນ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້, ທ່ານ ສົມພອນ ມະນີຄຳ ກ່າວໃຫ້ຮູ້ວ່າ: ການຮ່ວມມືກັນດັ່ງກ່າວ ແມ່ນຈະໄດ້ພ້ອມກັນຂຶ້ນແຜນການຝຶກຊ້ອມປະຈຳປີ ແລະ ການແຂ່ງຂັນແລກປ່ຽນກັນເປັນປົກກະຕິ, ການສະໜັບສະໜູນແຕ່ລະສະໂມສອນ, ການຮ່ວມມືດ້ານທຸລະກິດກິລາມວຍ, ການຮ່ວມມືດ້ານມະນຸດສະທຳ ແລະ ການສະໜັບສະນູນງົບປະມານທາງດ້ານການຈັດການແຂ່ງຂັນປະຈຳປີ ຊຶ່ງມີທັງໝົດ 2 ລາຍການ ກໍຄື ລາຍການຊີງຂັນປະທານສະຫະພັນມວຍສາກົນແຫ່ງຊາດລາວ ແລະ ການແຂ່ງຂັນມວຍສາກົນ ຊີງຊະນະເລີດທົ່ວປະເທດ ໂດຍທັງໝົດນີ້ແມ່ນມີຈຸດປະສົງເພື່ອສົ່ງເສີມການພັດທະນາວົງການກິລາມວຍສາກົນລາວ ເພື່ອກ້າວສູ່ຜົນສຳເລັດໃນສັງວຽນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໂດຍສະເພາະຈະກຽມຄວາມພ້ອມສົ່ງທັບນັກກິລາມວຍສາກົນທີມຊາດລາວ ຈຳນວນ 4 ຄົນ, ໃນນັ້ນ ສຳຮອງແມ່ນນັກກິລາຍິງມີ 1 ຄົນ ຊຶ່ງລໍຖ້າໂຄຕ້າ ເພື່ອເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳກິລາເອຊຽນ ເກມ ທີ່ເມືອງຫາງໂຈວ ສປ ຈີນ ເປັນເຈົ້າພາບ ໃນເດືອນສິງຫານີ້.

ໃນພິທີເຊັນສັນຍາດັ່ງກ່າວ ທ່ານ ວູຢອງ ຄິມ ຕົວແທນຈາກຫ້ອງການສົ່ງເສີມກິລາມວຍ ສ.ເກົາຫລີ ກໍຍັງໄດ້ນຳເອົາອຸປະກອນມວຍ ປະກອບມີ ນວມຊົກ 16 ຄູ່, ເປົ້າລໍ້ 5 ຄູ່ ແລະ ກະເປົາຊ້ອມ 16 ຄູ່ ລວມມູນຄ່າ 311 ລ້ານກວ່າກີບ ຫລື 16.200 ໂດລາສະຫະລັດ ມາມອບໃຫ້ສະຫະພັນກິລາມວຍສາກົນແຫ່ງຊາດລາວ ເພື່ອນຳໄປພັດທະນານັກກິລາມວຍສາກົນລາວ ເພື່ອກຽມຄວາມພ້ອມຮອບດ້ານໃນການເຂົ້າຮ່ວມແຂ່ງຂັນມວຍສາກົນລະດັບພາກພື້ນ ແລະ ສາກົນ ໃນຕໍ່ໜ້າອີກດ້ວຍ.

ທີ່ມາ: ຂ່າວກິລາ ລາວພັດທະນາ Laophattana Sport News

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 30 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,405
21,680
thailand (1)
THB
655.18
667.63
european-union
EUR
24,058
24,540
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-06-30T163402.094
ຈີນເຮັດແທ້! ພາວເວີແບັງ (Power Bank) ບໍ່ມີເຄື່ອງໝາຍ CCC ຫ້າມບໍ່ໃຫ້ເອົາຂຶ້ນຍົນ
_cover - 2025-06-30T160130.117
ທຣຳ ເປີດເຜີຍ "ມະຫາເສດຖີ" ກຽມຊື້ TikTok ໝັ້ນໃຈວ່າ "ສີ ຈິ້ນຜິງ" ຈະອະນຸຍາດໃຫ້ຂາຍ
pele - 2025-06-30T151136.759
ທູດລາວປະຈໍາມຽນມາ ເຂົ້າພົບປະເຮັດວຽກກັບປະທານສະມາຄົມມິດຕະພາບ ມຽນມາ-ລາວ ແລະ ລາວ-ມຽນມາ
_cover - 2025-06-30T145525.872
ນັກດັບເພີງຖືກມືປືນຊຸ່ມຍິງເສຍຊີວິດ ໃນຂະນະທີ່ກຳລັງດັບໄຟປ່າຢູ່ສະຫະລັດ
pele - 2025-06-30T143715.426
ເຄິ່ງປີ 2025 ທາງລົດໄຟລາວ-ຈີນ ບັນລຸການຂົນສົ່ງສິນຄ້າໄດ້ 3 ລ້ານໂຕນ
_cover - 2025-06-30T094233.858
ເຕືອນໄພ ລະວັງມິດສາຊີບ!!! ໄດ້ນຳໃຊ້ໂລໂກ້, ເບີໂທ ແລະ ຊື່ ຂອງ ລັດວິສາຫະກິດໄຟຟ້າລາວ ໄປສ້າງຄວາມບໍ່ສະຫງົບຕໍ່ສັງຄົມ
_cover - 2025-06-27T163817.732
ຈີນສະເໜີເງິນເດືອນໃຫ້ບຸກຄະລາກອນດ້ານ AI ສູງກວ່າຄ່າສະເລ່ຍຂອງເງິນເດືອນທົ່ວໄປ 3 ເທົ່າ
_cover - 2025-06-27T155418.931
ໜ້າເສົ້າໃຈ! ພົບສົບ ນັກທ່ອງທ່ຽວສາວບຣາຊິວ ປະສົບອຸບັດຕິເຫດຕົກພູເຂົາໄຟອິນໂດເນເຊຍ ເສຍຊີວິດແລ້ວ
_cover - 2025-06-27T105912.710
ແຈ້ງການມອດໄຟ ວັນທີ 29 ມິຖຸນາ 2025
_cover - 2025-06-27T115544.472
ກອງທັບຈີນເປີດຕົວ "ໂດຣນຍຸງ" ທີ່ມີຂະໜາດນ້ອຍ ເພື່ອພາລະກິດລັບທາງທະຫານ
ຢ່າລື່ມກົດຕິດຕາມ