ດວງ-Tou-Vientianepost - 2023-07-12T205307.284
ຈຳຄຸກ 13 ປີ ພ້ອມທັງປັບໃໝ ຖານຜະລິດ ຄ້າ-ຂາຍຢາ ແລະ ມີຢາບ້າໄວ້ໃນຄອບຄອງ
ຮຽບຮຽງໂດຍ:Staff
ເຜີຍແຜ່: 12 July, 2023
ໝວດ: ຂ່າວ

ວັນທີ 7 ກໍລະກົດ 2023 ສານປະຊາຊົນ ແຂວງອຸດົມໄຊ ໄດ້ຕັດສິນລົງໂທດຕັດສິນຕັດອິດສະລະພາບ ທ້າວ ໄຕຊິງ ຕໍ່ (ຈໍາເລີຍ) ຈໍານວນ 13 ປີ ພ້ອມທັງປັບໃໝ 105.000.000 ກີບ ໃນສະຖານຜະລິດຢາບ້າ, ຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ, ການມີຝິ່ນ ແລະ ແກ່ນຝິ່ນໄວ້ໃນຄອບຄອງ, ການມີເຄື່ອງຈັກໄວ້ຄອບຄອງ, ເຄື່ອງມື, ອຸປະກອບທີ່ຜະລິດຢາເສບຕິດ ແລະ ຮີບຢາບ້າ-ເຄື່ອງມືການຜະລິດ ເພື່ອໄປທໍາລາຍຖີ້ມ.

ເຊິ່ງໃນວັນທີ 16 ມິຖຸນາ 2022 ເຈົ້າໜ້າທີ່ ປກສ ແຂວງ ອຸດົມໄຊ ໄດ້ສືບຄົ້ນຫາເປົ້າໝາຍຜະລິດ, ຄ້າຂາຍຢາເສບຕິດສາມາດຮູ້ໄດ້ວ່າເຮືອນ ທ້າວ ໄຕຊິງ ຕໍ່ ຢູ່ບ້ານ ໂຮມສຸກ ເມືອງໄຊ, ແຂວງອຸດົມໄຊ, ໄດ້ຜະລິດ, ຄ້າ-ຂາຍຢາເສບຕິດ ຮອດເວລາ 9 ໂມງ ຂອງມື້ດຽວກັນ ຈຶ່ງໄດ້ເຂົ້າມ້າງຈຸດດັ່ງກ່າວ ດ້ວຍຮູບການເຂົ້າຈັບກຸມ ພ້ອມທັງກວດຄົ້ນເຄຫະສະຖານ (ເຮືອນ).
ຜ່ານການກວດຄົ້ນພົບເຫັນຢາບ້າຈຳນວນ 2 ຖົງ ມີ 455 ເມັດ, ນ້ຳໜັກ 45,1 ກຣາມ, ແປ້ງຝຸ່ນສີແດງຈໍານວນ 1 ຖົງ, ນ້ຳ ໜັກ 197 ກຼາມ, ແປ້ງຝຸ່ນສີຂາວ 2 ຖົງ, ນໍ້າໜັກ 1,4

ກິໂລກຣາມ, ແປ້ງຝຸ່ນສີຂາວ ຈຳນວນ 1 ປ່ອງ, ນ້ຳໜັກ 500 ກຣາມ, ຖົງຢາງສີຟ້າ ເພື່ອບັນຈຸຢາບ້າ (ຖົງເປົ່າ) 237 ຖົງ, ເຄື່ອງອັດຢາບ້າ ຈຳນວນ 1 ເຄື່ອງ (ອັດດ້ວຍມື).
ຝິ່ນ ຈຳນວນ 1 ກ້ອນ, ນໍ້າໜັກ 10,7 ກຣາມ, ແກ່ນຝິ່ນຈຳນວນ 1 ເປົ່າ, ນໍ້າໜັກ 11 ກິໂລກຣາມ, ເປືອກໝາກ ຝິ່ນແຫ້ງຈຳນວນ 5 ເປົ່າ, ນໍ້າໜັກ 17 ກິໂລກຣາມ ຢູ່ໃນເຮືອນ (ຫ້ອງຊັ້ນລຸ່ມ), ເຄື່ອງຈັກ ອັດຢາບ້າ ຈໍານວນ 1 ເຄື່ອງ, ຢູ່ໃນລົດ ກະບະ ປືນແບ່ງຈໍານວນ 1 ກະບອກ, ລູກປືນເບີຈໍານວນ 28 ລູກ ຢູ່ໃນເຮືອນ, ເງິນກີບ ຈຳນວນ 20.000.000ກີບ , ເງິນຢວນຈຳນວນ 9.800 ຢວນ ຢູ່ຕູ້ໄມ້ໃນເຮືອນ, ເງິນກີບຈຳນວນ 30.000.000 ກີບ ຢູຫ້ອງນອນ, ເງິນກີບຈຳນວນ 3.850.000 ກີບ ຢູ່ຖົງພາຍສີຂາວດໍາ ຢູ່ຫ້ອງນອນ, ເງິນກີບຈຳນວນ 8.000.000 ກີບ, ເງິນບາດຈຳນວນ 5.000 ບາດ, ເງິນໂດລາຈຳນວນ 1,505 ໂດລາ, ສາຍຄໍຄຳ ລາຍດູກໆຈຳນວນ 1 ເສັ້ນໜັກ 30 ກຼາມ, ໃບຕາດິນ 1 ໃບ ຢູ່ໃນຕູ້ເຊັບ.

ທີ່ມາ :ຄວາມສະຫງົບ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (14)
ພົບເຫັນ "ເປັດຄັບແຄ" ຄັ້ງທຳອິດໃນແກ່ງກະຈານ ສະທ້ອນປ່າມໍລະດົກອຸດົມສົມບູນ
Copy of site cover (42)
Microsoft ວາງແຜນສ້າງໃຫ້ Windows ສາມາດອັບເດດທັງລະບົບໄດ້ເອງຢ່າງຄົບຖ້ວນແບບລວມສູນ
_cover (45)
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ
_cover (44)
"ອີລອນ ມັສກ໌" ໂພສຮູ້ສຶກຜິດຕໍ່ "ທຣຳ" ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ
_cover (43)
ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025
_cover (42)
ຈັບໄດ້​ໄລ່​ທັນ​ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ
_cover (41)
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ
Copy of site cover (41)
NVIDIA ກຽມສ້າງ AI Cloud ສຳລັບຂະແໜງອຸດສາຫະກຳໃນເຢຍລະມັນ
_cover (40)
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ
_cover (39)
ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ
ຢ່າລື່ມກົດຕິດຕາມ