ພົບສົບສອງຜົວ-ເມຍແຂວນຄໍ ຢູ່ເຂດປ່າເລົ່າ

ຕາມການໃຫ້ຂໍ້ມູນເບື້ອງຕົ້ນ ຂອງ ສະຫາຍ ຮທ ວິໄລ ໝັ້ນສະຫວ່າງ ຮອງຫົວໜ້າໜ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງສິງ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນວັນທີ 2 ກໍລະກົດ 2023 ໄດ້ຮັບແຈ້ງຈາກ ປກສ ກຸ່ມບ້ານທົ່ງໃໝ່ ວ່າ: ມີປະຊາຊົນພົບສອງຜົວເມຍແຄນຄໍເສຍຊີວິດ ຢູ່ເຂດບ້ານຫ້ວຍນໍ້າແດງ ເມືອງສິງ. ດັ່ງນັ້ນ, ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງສົມທົບກັບ ປກສ ກຸ່ມບ້ານທົ່ງໃໝ່, ອໍານາດການປົກຄອງບ້ານ ກວດກາຊັນນະສູດພິກສາກສົບ ຈຶ່ງຮູ້ວ່າ ຜູ້ເສຍຊີວິດຊື່ ທ້າວ ວັງປ່າວຊົງ ອາຍຸ 33 ປີ ເສຍຊີວິດໃນເວລາປະມານ 17 ໂມງ ຂອງວັນທີ 01 ກໍລະກົດ 2023 ແລະນາງ ເຈ່ຍ ອາຍຸ 34 ປີ ເສຍຊີວິດ ໃນວັນທີ 25 ມີຖຸນາ 2023. ເຊິ່ງທັງສອງເປັນຜົວເມຍກັນ, ມີລູກນຳກັນ […]

ແຂວງອັດຕະປື ທຳລາຍເຄື່ອງມືຫາປາທີ່ຜິດກົດໝາຍ

ໃນວັນທີ 4 ກໍລະກົດ 2023 ທີ່ຫ້ອງຕຳຫຼວດພະແນກຕຳຫຼວດສິ່ງແວດລ້ອມ ກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ໄດ້ຈັດພິທີທຳລາຍເຄື່ອງມືຫາປາທີ່ຜິດກົດໝາຍ ປະເພດ ໝໍ້ດູດ-ໝໍ້ຊ໋ອດປາ. ທ່ານ ພັນໂທ ຄຳໄຫວ ແດງຄຳໃບ ຫົວໜ້າພະແນກສິ່ງແວດລ້ອມ ກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ໄດ້ລາຍງານຜົນການເຄື່ອນໄຫວເຮັດວຽກສະກັດກັ້ນການລັກລອບຫາປາ ແລະ ສັດນໍ້າອື່ນໆໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຊິ່ງໃນກາງເດືອນ ພຶດສະພາ 2023 ຜ່ານມານີ້ວ່າ: ພາຍຫຼັງເຈົ້າໜ້າທີ່ຕໍ່າຫຼວດສິ່ງແວດລ້ອມ ປກສ ແຂວງ ໄດ້ປະຕິບັດວຽກງານວິຊາສະເພາະຕາມເຂດແມ່ນໍ້າເຊກອງເມືອງສາມັກຄີໄຊແຂວງອັດຕະປື ໄດ້ພົບເຫັນປະຊາຊົນຈຳນວນໜຶ່ງທີ່ລັກລອບນຳໃຊ້ເຄື່ອງໜໍ້ຊ໋ອດປາໂດຍບໍຖືກຕ້ອງຕາມກົດໝາຍ, ດັ່ງນັ້ນທາງເຈົ້າໜ້າທີ່ກໍ່ໄດ້ກັກຕົວຜູ້ກ່ຽວພ້ອມ ຂອງກາງເຂົ້າຫ້ອງການ, ຜ່ານການສືບສວນຜູ້ກ່ຽວກໍ່ໄດ້ຮັບສາລະພາບວ່າ: ແມ່ນໄດ້ເຄີຍເຄື່ອນໄຫວກະທຳມາຫຼາຍຄັ້ງແລ້ວ, ສ່ວນເຄື່ອງຊ໋ອດ-ໝໍ້ດູດປາ ແມ່ນໄດ້ຊື້ມາຈາກຮ້ານແຫ່ງໜື່ງທີ່ຂາຍຢູ່ຕະຫຼາດເມືອງໃໝ່ ເມືອງສາມັກຄີໄຊ ແຂວງອັດຕະປື, ຈາກນັ້ນເຈົ້າໜ້າທີ່ຕຳຫຼວດຈິ່ງໄດ້ເຮັດຕາມຂັ້ນຕອນລະບຽບກົດໝາຍ, ສົມທົບກັບພາກສ່ວນທີ່ກ່ຽວຂ້ອງພ້ອມກັບອຳນາດການປົກຄອງບ້ານໄດ້ລົງກວດຄົ້ນຮ້ານແຫ່ງໜຶ່ງຢູ່ຕະຫຼາດເມືອງໃໝ່ເມືອງສາມັກຄີໄຊແຂວງອັດຕະປື. ຜ່ານການກວດຄົ້ນໄດ້ພົບເຫັນຂອງກາງທີ່ຜິດກົດໝາຍ ປະເພດ ໝໍ້ດູດ-ໝໍ້ຊ໋ອດຈຳນວນ 13 ເຄື່ອງ, ເຈົ້າໜ້າທີ່ກໍ່ໄດ້ນໍາພໍ່ຄ້າຂາຍເຄື່ອງດັ່ງກ່າວນໍາມາສືບສວນ-ສອບສວນ ແລະໄດ້ຮັບສາລະພາບວ່າ: ໄດ້ນຳເຄື່ອງດັ່ງກ່າວເຂົ້າມາແຕ່ປີ 2022 ທີ່ຮ້ານແຫ່ງໜື່ງຢູ່ຕະຫຼາດຊັງຈຽງເມືອງສີໂຄດຕະບອງນະຄອນຫຼວງວຽງຈັນ ມີຈຳນວນ 20 ເຄື່ອງ, ໄດ້ຂາຍອອກແລ້ວ 7 ເຄື່ອງ, ສ່ວນຜູ້ກ່ຽວທີ່ກະທຳຜິດໃຊ້ໝໍ້ຊ໋ອດ-ໝໍ້ດູດປາ ແລະ […]

ດວງລາຍວັນປະຈໍາວັນພຸດ ທີ 05 ກໍລະກົດ 2023

ຄົນເກີດວັນອາທິດ:ການ​ງານການ​ຕິດ​ຕໍ່​ການເດີນທາງ​ໄກຈະ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນມີ​ຂ່າວ​ດີ​ດ້ານ​ການ​ເງິນຈະມີຜູ້ຊ່ວຍອຸປະຖໍາ ຄວາມ​ຮັກຈະ​ໄດ້​ຂ່າວ​ລື​ທີ່​ບໍ່​ຊັດເຈນ​ກ່ຽວກັບ​ຄົນ​ຮັກອາດມາໃນຮູບແບບໝູ່ຄູ່ ເຄື່ອງມຸງຄຸນສາຍແຂນຫິນນໍາໂຊກ ສີມຸງຄຸນ​ສີຟ້າ ເລກ​ນຳ​ໂຊກ​8 ຄົນເກີດວັນຈັນ:ການ​ງານລະ​ວັງ​ການ​ລົງ​ທຶນ​ເຮັດ​ທຸລະກິດ​ໃນ​ໄລຍະນີ້​ເກີດ​ຄວາມ​ຜິດ​ພາດ​ເຮັດໃຫ້​ຂາດ​ທຶນ ການ​ເງິນພົບ​ບັນຫາ​ດ້ານ​ການ​ເງິນ​ແຕ່​ແລ້ວ​ຈະ​ມີ​ຄົນ​ອຸປະຖຳ​ຊ່ວຍ​ເຫລືອ ຄວາມ​ຮັກ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ມີ​ຄວາມ​ສຸກ ເພາະຄວາມເຂົ້າໃຈກັນ ເຄື່ອງມຸງຄຸນ​ ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​8 ຄົນເກີດວັນອັງຄານ:ການ​ງານ​ມີ​ໂອ​ກາດ​ເລື່ອນ​ຂັ້ນ ເລື່ອນ​ຕຳແໜ່ງ ປະ​ສົບ​ຄວາມ​ສຳ​ເລັດ ເກີດ​ຊື່​ສຽງ​ທີ່​ດີ ການ​ເງິນລາຍ​ຈ່າຍ​ມີ​ຫຼຍ​ເປັນ​ພິເສດຕ້ອງຄອບຄຸມການໃຊ້ຈ່າຍໃຫ້ຫຼາຍ ຄວາມ​ຮັກມີ​ໂອ​ກາດ​ໄດ້​ພົບ​ຮັກ​ກັບ​ຄົນ​ຕ່າງ​ອາຍຸ ເຄື່ອງມຸງຄຸນ  ໄຂ່ມຸກ ສີມຸງຄຸນສີ​ເທົາ ເລກ​ນຳ​ໂຊກ​3 ຄົນເກີດວັນພຸດ:ການ​ງານປັບ​ປ່ຽນ​ການ​ເຮັດ​ທຸລະກິດ​ດ້ານ​ອະ​ສັງ​ຫາ​​ຈະ​ໄດ້​ຜົນ​ກຳ​ໄລ​ຫລາຍ ການ​ເງິນການ​ເຈລະ​ຈາ​ຕໍ່​ລອງ​ດ້ານ​ການ​ເງິນ​ໄດ້ຮັບ​ຜົນ​ປະໂຫຍດ​ທີ່ດີ ຄວາມ​ຮັກ​ ສຸກ​ສົມ​ຫວັງ​ໃນ​ຊີວິດ​ຮັກເປັນໄລຍະປັບໂຕເຂົ້າຫາກັນໃຫ້ຫຼາຍ ເຄື່ອງມຸງຄຸນ​​ຄໍາ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​8 ຄົນເກີດວັນພະຫັດ:ການ​ງານການ​ເຮັດ​ວຽກງານ​ເກີດ​ການ​ຂັດ​ແຍ້ງ​ກັບ​​ຫົວ​ໜ້າຕ້ອງລະວັງເລື່ອງຂອງເອກະສານ ການ​ເງິນໂຊ​ກດີ​ມີ​ໂອ​ກາດ​ທີ່​ຈະ​ໄດ້​ເງິນເຈົ້າມາໃນຈໍານວນຫຼາຍ ຄວາມ​ຮັກປັບ​​ຄວາມ​ສຳພັນ​ໃຫ້​ຢູ່ໃນ​ສ​ະຖາ​ນະ​ເປັນ​ໝູ່ເພື່ອນ​ກັນຈະດີກວ່າ ເພາະຕ່າງຝ່າຍຕ່າງມີກົນລະຍຸດທີ່ແຕກຕ່າງກັນ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ  6 ຄົນເກີດວັນສຸກ:ການ​ງານ​ໄລຍະ​ນີ້​ທຸ້ມເທ​ວຽກຫຼາຍ​ເກີນ​ໄປ​ສົ່ງ​ຜົນ​ຕໍ່​ສຸຂະພາບ ການ​ເງິນໄດ້ຮັບ​ການ​ຊ່ວຍ​ເຫລືອ​ທາງ​ການ​ເງິນ​ຈາກ​ຍາດພີ່ນ້ອງ ຄວາມ​ຮັກຊີວິດ​ຮັກ​ມີ​ຄວາມ​ສຸກ​ດີເພາະຢູ່ໃນໄລຍະປັບຕົວ ເຄື່ອງມຸງຄຸນ​​ແຫວນຄໍາ ສີມຸງຄຸນສີມ່ວງ ເລກ​ນຳ​ໂຊກ​1 ຄົນເກີດວັນເສົາ:ການ​ງານການ​ເຈລະຈາ​ຕໍ່​ລອງ​ທຸລະກິດ​ໄດ້​ຜົນ​ກຳ​ໄລ​ຫລາຍ ການ​ເງິນມີ​ໂອ​ກາດ​ໄດ້​ຊັບ​ສິນ​ທີ່​ມີ​ມູນ​ຄ່າ​ລາ​ຄາ​ແພງເຂົ້າມາ ຄວາມ​ຮັກສົມ​ຫວັງ​ໃນ​ເລື່ອງ​ຮັກ​ກັບ​ຄົົນທີ່​ຕົນເອງ​ນັ້ນ​ປາດຖະຫນາ ເຄື່ອງມຸງຄຸນ​ຫິນນໍາໂຊກສີແດງ ສີມຸງຄຸນສີແດງ ເລກ​ນຳ​ໂຊກ​4

ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2023

ຂປລ. ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2023 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 4 ກໍລະກົດ 2023 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະ ບານ, ເຈົ້າແຂວງ, ເຈົ້າຄອງນະຄອນຫລວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະ ຊວງ, ສູນກາງແນວລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນ, ອົງການກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ທ່ານເຈົ້າແຂວງຈຳນວນໜຶ່ງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ. ກອງປະຊຸມລັດຖະບານເປີດກວ້າ ງຄັ້ງທີ I ປີ 2023 ຈະດຳເນີນໄປເປັນເວລາ 2 ວັນເຄິ່ງໂດຍຜູ້ເຂົ້າຮ່ວມ ຈະໄດ້ພ້ອມກັນປຶກສາຫາລື, ຄົ້ນຄວ້າ 15 ຫົວຂໍ້ທີ່ສໍາຄັນ ແລະ ເຄັ່ງຮ້ອນໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບແຜນວຽກຈຸດສຸມຂອງ 2 ວາລະແຫ່ງຊາດ ກໍຄື ການແກ້ໄຂບັນຫາລວມຂອງຊາດ ຄື: 1. ສະຫລຸບຕີລາຄາ […]

ສະພາແຫ່ງຊາດ ເນັ້ນໃຫ້ ສານປະຊາຊົນ ແລະ ອົງການໄອຍະການ ດຳເນີນຄະດີ ໃຫ້ຖືກຕ້ອງ ໂປ່ງໃສ ເປັນທຳຢ່າງແທ້ຈິງ

ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 4 ກໍລະກົດ 2023 ນີ້, ທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການຍຸຕິທໍາ ໄດ້ຂຶ້ນປະກອບຄໍາເຫັນຕໍ່ບົດລາຍງານ ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ, ກົດ ໝາຍວ່າດ້ວຍ ອົງການໄອຍະການປະຊາຊົນ ແລະ ກົດ ໝາຍວ່າດ້ວຍການດໍາເນີນຄະດີອາຍາ ໂດຍທ່ານ ໄດ້ຕາງ ໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ສະເໜີ ໃຫ້ສານປະ ຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ, ລວມເຖິງ ທຸກຂະແໜງການ ທີ່ກ່ຽວຂ້ອງໃນການດຳເນີນຄະດີ ຕາມຂະບວນການຍຸຕິທໍາ ປັບປຸງກົນໄກ ການດຳເນີນຄະດີ ໃຫ້ຮັບປະກັນຄວາມຖືກຕ້ອງ, ຮອບດ້ານ, ຄົບຖ້ວນ, ພາວະວິໄສ, ມີຄວາມໂປ່ງໃສ ແລະ ເປັນທຳຢ່າງແທ້ຈິງ, ແນໃສ່ເຮັດໃຫ້ຜູ້ກະທໍາຜິດ ຕ້ອງຖືກລົງໂທດຢ່າງເຂັ້ມງວດ ແລະ ຜູ້ບໍລິສຸດ ເດັດຂາດ ບໍ່ໃຫ້ຖືກລົງໂທດ. ທ່ານ […]

ເລັ່ງທາວເອົາຜັກຕົບອອກຈາກຮ່ອງແຊງ ໃຫ້ນ້ຳໄຫຼສະດວກ ເພື່ອຫຼຸດຜ່ອນນ້ຳຖ້ວມຂັງໃນຕົວເມືອງ

ໃນທີ່ສຸດຜັກຕົບທີ່ກີດຂວາງທາງໄຫຼຂອງນ້ຳຢູ່ຮອງແຊງຊຶ່ງເປັນຮ່ອງລະບາຍນ້ຳຂະໜາດໃຫຍ່ ເພື່ອລະບາຍນ້ຳເປື້ອນຈາກຄົວເຮືອນອອກຈາກ 2 ເມືອງຄື: ເມືອງສີໂຄດຕະບອງ, ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ບາງຈຸດ ໂດຍສະເພາະ ຢູ່ຈຸດ ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ກໍຖືກອະນາໄມຮື້ຖອນ ຈາກໜ່ວຍງານທີ່ກ່ຽວຂ້ອງຂອງເມືອງແລ້ວ, ພາຍຫຼັງທີ່ຈະເລີນເຕີບໂຕເບັ່ງບານ ກີດຂວາງການໄຫຼຂອງນ້ຳມາເປັນເວລາດົນນານ. ວັນທີ 30 ມິຖຸນາ 2023 ຜ່ານມາ ໜ່ວຍງານທີ່ກ່ຽວຂ້ອງຂອງເມືອງຈັນທະບູລີ ໄດ້ນຳເອົາລົດຈົກຄັນໃຫຍ່ໄປຈົກ, ໄປທາວເອົາຜັກຕົບຢູ່ຈຸດຂົວຮ່ອງແຊງຂອບເຂດບ້ານຮ່ອງໄກ່ແກ້ວຂຶ້ນໄວ້ຕາມບໍລິເວນແຄມຮ່ອງລະບາຍນ້ຳແລ້ວ ນີ້ຖືວ່າເປັນການເລີ່ມຕົ້ນອັນດີທີ່ຍັງເຫັນໄດ້ເຖິງຄວາມສຳຄັນຂອງສະພາບສິ່ງແວດລ້ອມແລ້ວລົງມືປະກອບສ່ວນເຮັດໃຫ້ບ້ານເມືອງສະອາດງາມຕາ ເຮັດໃຫ້ນ້ຳໄຫຼສະດວກ ຫຼຸດຜ່ອນນ້ຳຖ້ວມຂັງໃນຕົວເມືອງໃນລະດູຝົນ ແລະ ຍັງເປັນຕົວແບບທີ່ດີໃຫ້ພາກສ່ວນອື່ນນຳອີກ. ແຕ່ສິ່ງໜຶ່ງ ຊຶ່ງພາກສ່ວນກ່ຽວຂ້ອງອາດລືມຄຳນຶງເຖິງ ຫຼືບໍ່ ກໍບໍ່ສາມາດຮູ້ໄດ້ ຄືເວລາກ່ອນຈະໄປຈົກໄປທາວເອົາຜັກຕົບອອກນັ້ນ ໄດ້ກຽມພ້ອມທຸກຢ່າງຫຼືຍັງ ເຊັ່ນ: ກຳລັງແຮງງານທີ່ຊ່ວຍວຽກອະນາໄມ, ກຽມທັງລົດທີ່ຈະຂົນເອົາໄປຖິ້ມໄປມ້ຽນຢູ່ໃສ ຈຸດໃດ ຈຶ່ງຈະບໍ່ສ້າງຄວາມເປື້ອນເປິ, ຮົກເຮື້ອ ຫຼື ຈະປະປ່ອຍໄວ້ຕາມແຄມຮ່ອງລະບາຍນ້ຳນັ້ນເລີຍເພື່ອລໍຖ້າໃຫ້ປະຊາຊົນໄປຂົນເອົາມາເປັນອາຫານໃຫ້ສັດລ້ຽງ, ທີ່ສຳຄັນໄປກວ່ານັ້ນ ຄວນໄດ້ປະສານສົມທົບກັບອຳນາດການປົກຄອງ ບຸກຄົນ, ນິຕິບຸກຄົນທີ່ອາໄສຢູ່ເຂດລຽບຄອງຄັກແນ່ກ່ອນລົງມືເຮັດຫຼີກເວັ້ນຜົນເສຍຫາຍທີ່ກະທົບເຖິງຊັບສິນຂອງປະຊາຊົນ ເຊັ່ນ: ຖະໜົນເຂົ້າເຮືອນ, ຕົ້ນໄມ້ກິນໝາກ ແລະ ອື່ນໆຂອງເຂົາເຈົ້າເພື່ອບໍ່ໃຫ້ເກີດມີບັນຫາຕາມມາພາຍຫຼັງ. ຜ່ານມາ […]

ລັດຈະສຸມໃສ່ແກ້ໄຂການອ່ອນຄ່າຂອງເງິນກີບ ແລະ ການເພີ່ມຂຶ້ນຂອງລາຄາສິນຄ້າ ເປັນການຮີບດ່ວນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດຫຼາຍບັນຫາ .oກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 3 ກໍລະກົດ 2023 ນີ້ວ່າ:  ລັດຖະບານຈະໄດ້ສຸມໃສ່ແກ້ໄຂ ແລະ ສະເໜີໃຫ້ທົ່ວສັງຄົມຊ່ວຍສະໜັບສະໜູນ ແລະ ໃຫ້ການຮ່ວມມື ຊຶ່ງໄລຍະຜ່ານມາລັດຖະບານກໍໄດ້ສຸມໃສ່ໃນການແກ້ໄຂ ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບໃນການແກ້ໄຂ ແຕ່ສະພາບການດັ່ງກ່າວກໍຍັງບໍ່ທັນຜ່ອນຄາຍລົງ ຊຶ່ງສາເຫດຕົ້ນຕໍທີ່ເກີດຂຶ້ນເບື້ອງຕົ້ນແມ່ນເລີ່ມຈາກປັດໄຈພາຍນອກ ທີ່ສືບເນື່ອງຈາກຜົນກະທົບແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສະພາບການຜັນແປຂອງພາກພື້ນ ແລະ ສາກົນ. ກົມການເມືອງສູນກາງພັກໄດ້ຕົກລົງແຕ່ງຕັ້ງຄະນະສະເພາະກິດໃນການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ການແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ, ລັດຖະບານຈະຢືນຢັນສຸມໃສ່ແກ້ໄຂບັນຫາດັ່ງກ່າວ ໂດຍຈະວາງມາດຕະການດັ່ງນີ້: ມາດຕະການສະເພາະໜ້າ: ເລັ່ງໃສ່ຄົ້ນຄວ້າແກ້ໄຂບັນຫາໂຄງສ້າງດຸນການຊຳລະ ລະຫວ່າງປະເທດທີ່ຂາດດຸນໃຫ້ມີຄວາມສົມດຸນເທື່ອລະກ້າວ ໄປຄວບຄູ່ກັນກັບປະຕິບັດມາດຕະການສະເພາະໜ້າເພື່ອຄວບຄຸມຄວາມກົດດັນຂອງອັດຕາແລກປ່ຽນ; ສືບຕໍ່ຫັນການແລກປ່ຽນເງິນຕາເຂົ້າສູ່ລະບົບທະນາຄານ ແລະ ໃຫ້ມີໜ່ວຍບໍລິການພຽງພໍ ເພື່ອຮັບໃຊ້ສັງຄົມ ເຊັ່ນ: ເປັນໜ່ວຍບໍລິການແລກປ່ຽນ, ການແລກປ່ຽນຜ່ານລະບົບເອເລັກໂຕຣນິກ; ປັບປຸງຕະຫຼາດເງິນຕາຕ່າງປະເທດລະຫວ່າງທະນາຄານທຸລະກິດດ້ວຍກັນ; ຄຸ້ມຄອງບັນດາບໍລິສັດນຳເຂົ້າ-ສົ່ງອອກ ແຈ້ງລົງທະບຽນ ແລະ […]

ພະນັກງານຫຼາຍຄົນບໍ່ພໍໃຈຕໍ່ບໍລິສັດຂຸດຄົ້ນຖ່ານຫີນທີ່ບໍ່ຈ່າຍຄ່າແຮງງານ

ນາຍທຶນຈີນບໍ່ຈ່າຍຄ່າແຮງງານໃຫ້ແກ່ພະນັກງານລາວ. ໃນວັນທີ 2 ກໍລະກົດ 2023 ທີ່ຜ່ານມາ ໄດ້ມີການເຜີຍແຜ່ວິດີໂອທີ່ມາຈາກພະນັກງງານຄົນລາວທີ່ເປັນຄົນຖ່າຍຊື່ K’kham Lar ໂດຍລະບຸໄວ້ໃນວິດີໂອວ່າ: ບໍລິສັດ SCC-MHC ຂຸດຄົ້ນຖ່ານຫີນທີ່ເມືອງກະລຶມ ແຂວງເຊກອງ ເປັນບໍລິສັດຂອງນາຍທຶນຈາກຈີນ ບໍລິສັດດັ່ງກ່າວໄດ້ປ່ຽນກົດລະບຽບໄປມາ ແລະ ມີການຕັດເງິນເດືອນພະນັກງງານຕາມອຳເພີໃຈ, ພ້ອມກັນນັ້ນ ເງິນເດືອນ ຫຼື ຄ່າແຮງກໍບໍ່ໄດ້ຈ່າຍໃຫ້ພະນັກງງານ. ທັ້ງນີ້ ໄດ້ສ້າງຄວາມບໍ່ພໍໃຈແກ່ພະນັກງານຈຳນວນຫຼາຍ ແລະ ນີ້ກໍຍັງເປັນການລະເມີດກົດໝາຍວ່າດ້ວຍແຮງງານ.ຖ້າມີລາຍງານເພີ່ມຕື່ມຈະແຈ້ງໃຫ້ຊາບຕາມພາຍຫຼັງ

ດວງລາຍວັນປະຈໍາວັນຄານ ທີ 04 ກໍລະກົດ 2023

ຄົນເກີດວັນອາທິດ:ການ​ງານເຮັດ​ທຸລະກິດ​ກ່ຽວ​ຂ້ອງກັບ​ອາຫານ ທຸລະກິດ​ດ້ານ​ສິນ​ເຊື່ອ ​ແລະ​ການ​ເງິນ ຊ່ວງ​ນີ້​ຈະ​ໄດ້ຮັບ​ຜົນ​ກຳ​ໄລ ການ​ເງິນເຄື່ອງຂອງທ່ານ​ຈະ​ເສຍ​ຫາຍ​ຕ້ອງ​ເສຍ​ເງິນ​ຊື້​ເຂົ້າ​ມາ​ທົດ​ແທນ ຄວາມ​ຮັກຄວາມ​ສຳພັນ​ຢູ່ໃນ​ເກນ​ດີ​ມີ​ຄວາມ​ສຸກ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນ​ສີບົວ ເລກ​ນຳ​ໂຊກ​7 ຄົນເກີດວັນຈັນ:ການ​ງານຊ່ວງ​ນີ້​ເໝາະ​ໃນ​ການເຮັດ​ທຸລະກິດ​ກ່ຽວກັບ​ການ​ຄ້າ​ເຄື່ອງ​ໃຊ້​ໄຟ​ຟ້າ​ຫລື​ການ​ຄ້າ​ອາຫານ ການ​ເງິນ​ໂຊກດີ​ຈະ​ໄດ້ຊື້ເຄື່ອງຂອງ​ຖືກ​ໃຈ​ເຂົ້າ​ມາ ຄວາມ​ຮັກມີໂອ​ກາດ​ພົບ​ເລື່ອງ​ຂອງ​ຄວາມ​ເຫີນ​ຫ່າງ​ລະຫວ່າງ​ທ່ານກັບຄົນຮັກ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​9 ຄົນເກີດວັນອັງຄານ:ການ​ງານ​ໃນ​ການ​ຕິດ​ຕໍ່​ເຈລະຈາ​ຈະ​ໄດ້​ຂໍ້​ຕົກລົງ​ທີ່​ໜ້າ​ພໍ​ໃຈກັບເລື່ອງການງານ ການ​ເງິນ​ໂຊ​ກດີ​ຈະ​ໄດ້​ເງິນມາໃນໄວໆນີ້ ຊ່ວງນີ້ຈະມີຜູ້ອຸປະຖໍາ ຄວາມ​ຮັກການ​ມຸ້ງ​ມັ່ນ​ເຮັດ​ທຸລະກິດ​ຫລາຍ​ເກີນ​ໄປ​ເຮັດໃຫ້​ທ່ານແລະຄົນຮັກ​​ປະຕິ​ສຳພັນ​ທີ່​ດີ​ຂື້ນ ເຄື່ອງມຸງຄຸນ​ສາຍແຂນຫີນນໍາໂຊກ ສີມຸງຄຸນສີ​ຂຽວ ເລກ​ນຳ​ໂຊກ​9 ຄົນເກີດວັນພຸດ;ການ​ງານ​ມີ​ໂອ​ກາດ​ໄດ້ຮັບ​ຕຳແໜ່ງ​ໃໝ່​ຫລື​ຫນ້າທີ່​ການ​ງານ​ມີ​ການ​ປັບ​ປ່ຽນ ການ​ເງິນໄດ້​ຮູ້​ຂ່າວ​ດີ​ທາງ​ດ້ານ​ການ​ເງິນ​ເຮັດໃຫ້​ຕົນເອງ​ນັ້ນ​ມີ​ຄວາມ​ສຸກ​ໃຈ ຄວາມ​ຮັກ​ມີ​ຄວາມ​ສຸກ​ສົມ​ຫວັງ​ດ້ານ​ຄວາມ​ຮັກ​ຫລາຍ​ໆ ເຄື່ອງມຸງຄຸນ​​ເງິນ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​7 ຄົນເກີດວັນພະຫັດ:ການ​ງານກຳ​ລັງ​ໃຊ້​ເງິນ​ທຶນ​ໃນ​ການ​ລົງ​ທຶນ​ເຮັດ​ທຸລະກິດ​ໃຫ້​ເກີດ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ ການ​ເງິນມີ​ໂຊກ​ຈະ​ໄດ້​ເງີນ​ເຂົ້າ​ມາ​ເພີ່ມເຕີມໃນຊ່ວງນີ້ ຄວາມ​ຮັກຈະພົບ​ຄົນ​ຮັກ​ກັບ​ຄົນ​ສ້າງສັນ ເກັ່ງ ມີ​ຄວາມ​ສາມາດ​ຫລາຍ​ໆ ເຄື່ອງມຸງຄຸນ​ຕ່າງຫູຄໍາ ສີມຸງຄຸນສີແດງ ເລກ​ນຳ​ໂຊກ5 ຄົນເກີດວັນສຸກ:ການ​ງານ ​ຈະເຮັດ​ທຸລະ​ກິດຈະການ​ງານ​ໃດ​ໆ ກໍຈະປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ເພີ່ມເຕີມ​ຫລາຍ​ຂຶ້ນ ຄວາມ​ຮັກໃຫ້ລະວັງເລື່ອງຄໍາເວົ້າ ແລະ ການເຈລະຈາອາດມີຜົນຕໍ່ຄວາມຮັກຂອງທ່ານໄດ້ ເຄື່ອງມຸງຄຸນ​​ເພັດສີແດງ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​3 ຄົນເກີດວັນເສົາ:ການ​ງານຈະ​ໂຊ​ກດີ​ເພາະ​ມີ​ຜູ້​ຮ່ວມ​ງານ​ທີ່​ຄອຍ​ຖ້າ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ສະເໝີ ຫລື​ເປັນ​ໄປ​ໄດ້​ໃນ​ຊ່ວງ​ນີ້​ຈະ​ໄດ້​ເລື່ອນ​ຂັ້ນ ເລື່ອນ​ຕຳແໜ່ງ ການ​ເງິນຈະ​ໄດ້ຮັບ​ການ​ຊ່ວຍ​ເຫລືອ​ທາງ​ດ້ານ​ການ​ເງິນ​ຈາກ​ຜູ້ໃຫຍ່ ຄວາມ​ຮັກຈະ​ພົບ​ຄົົນທີ່​ມີ​ຊື່​ສຽງ ຢູ່ໃນ​ເກນ​ຜິວ​ຂາວ ເປັນ​ຄົນ​ໃຈ​ດີ ເຄື່ອງມຸງຄຸນ​ ຫີນນໍາໂຊກສີຂຽວ […]

ເກີດແຜ່ນດິນໄຫວ ຂະໜາດ 2.0 ຣິກເຕີ ຢູ່ ແຂວງບໍ່ແກ້ວ

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົົ່ວປະເທດ ລາຍງານ ວ່າ ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດ ຈໍານວນ 1 ຄັັ້ງຢູ່ບໍລິເວນແຂວງບໍ່ແກ້ວ ໃນວັນທີ 3 ກໍລະກົດ 2023, ເວລາ 16:55:38 ໂມງທ້ອງຖິ່ນ ຈຸດສູນກາງເສັັ້ນຂະໜານທີ 20.352°N ແລະ ເສັັ້ນແວງທີ 100.103°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.0 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນ ປະມານ 2 Km ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ບໍລິເວນ ບ້ານຂວັນ, ເມືອງ ຕົ້ນເຜິ້ງ, ແຂວງບໍ່ແກ້ວ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທສະບານເມືອງຕົ້ນເຜີ້ງ ປະມານ 8 ກິໂລແມັດ. ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.