ດວງ-Tou-Vientianepost - 2023-07-04T111420.979
ລັດຈະສຸມໃສ່ແກ້ໄຂການອ່ອນຄ່າຂອງເງິນກີບ ແລະ ການເພີ່ມຂຶ້ນຂອງລາຄາສິນຄ້າ ເປັນການຮີບດ່ວນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 4 July, 2023
ໝວດ: ຂ່າວ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດຫຼາຍບັນຫາ .oກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 3 ກໍລະກົດ 2023 ນີ້ວ່າ:  ລັດຖະບານຈະໄດ້ສຸມໃສ່ແກ້ໄຂ ແລະ ສະເໜີໃຫ້ທົ່ວສັງຄົມຊ່ວຍສະໜັບສະໜູນ ແລະ ໃຫ້ການຮ່ວມມື ຊຶ່ງໄລຍະຜ່ານມາລັດຖະບານກໍໄດ້ສຸມໃສ່ໃນການແກ້ໄຂ ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບໃນການແກ້ໄຂ ແຕ່ສະພາບການດັ່ງກ່າວກໍຍັງບໍ່ທັນຜ່ອນຄາຍລົງ ຊຶ່ງສາເຫດຕົ້ນຕໍທີ່ເກີດຂຶ້ນເບື້ອງຕົ້ນແມ່ນເລີ່ມຈາກປັດໄຈພາຍນອກ ທີ່ສືບເນື່ອງຈາກຜົນກະທົບແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສະພາບການຜັນແປຂອງພາກພື້ນ ແລະ ສາກົນ.

ກົມການເມືອງສູນກາງພັກໄດ້ຕົກລົງແຕ່ງຕັ້ງຄະນະສະເພາະກິດໃນການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ການແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ, ລັດຖະບານຈະຢືນຢັນສຸມໃສ່ແກ້ໄຂບັນຫາດັ່ງກ່າວ ໂດຍຈະວາງມາດຕະການດັ່ງນີ້:
ມາດຕະການສະເພາະໜ້າ:

ເລັ່ງໃສ່ຄົ້ນຄວ້າແກ້ໄຂບັນຫາໂຄງສ້າງດຸນການຊຳລະ ລະຫວ່າງປະເທດທີ່ຂາດດຸນໃຫ້ມີຄວາມສົມດຸນເທື່ອລະກ້າວ ໄປຄວບຄູ່ກັນກັບປະຕິບັດມາດຕະການສະເພາະໜ້າເພື່ອຄວບຄຸມຄວາມກົດດັນຂອງອັດຕາແລກປ່ຽນ;

ສືບຕໍ່ຫັນການແລກປ່ຽນເງິນຕາເຂົ້າສູ່ລະບົບທະນາຄານ ແລະ ໃຫ້ມີໜ່ວຍບໍລິການພຽງພໍ ເພື່ອຮັບໃຊ້ສັງຄົມ ເຊັ່ນ: ເປັນໜ່ວຍບໍລິການແລກປ່ຽນ, ການແລກປ່ຽນຜ່ານລະບົບເອເລັກໂຕຣນິກ;
ປັບປຸງຕະຫຼາດເງິນຕາຕ່າງປະເທດລະຫວ່າງທະນາຄານທຸລະກິດດ້ວຍກັນ;

ຄຸ້ມຄອງບັນດາບໍລິສັດນຳເຂົ້າ-ສົ່ງອອກ ແຈ້ງລົງທະບຽນ ແລະ ຊໍາລະສະສາງການນຳເຂົ້າສົ່ງ-ອອກສິນຄ້າ ຜ່ານລະບົບບັນຊີທະນາຄານທຸລະກິດທີຕັ້ງຢູ່ ສປປ ລາວ ໂດຍກຳນົດເຂົ້າເປັນເງື່ອນໄຂທີ່ຂາດບໍ່ໄດ້ສຳລັບການສົ່ງອອກ-ນຳເຂົ້າສິນຄ້າຕໍ່ໄປ, ເພື່ອສູ້ຊົນໃຫ້ມີເງິນຕາເຂົ້າມາຜ່ານທະນາຄານເພີ່ມຂື້ນຫຼາຍກວ່າ 50% ຂຶ້ນໄປ.

ສືບຕໍ່ບັນດາເປົ້າໝາຍທີ່ປັ່ນປ່ວນເກງກຳໄລຈາກການແລກປ່ຽນເງິນຕາ ດ້ວຍຮູບແບບຕ່າງໆຢ່າງໃກ້ຊິດ ຖ້າພົບເຫັນແມ່ນດຳເນີນມາດຕະການຕາມກົດໝາຍ;ຮີບຮ້ອນເລັ່ງທວງບັນດາບໍລິສັດທີ່ມີໜີ້ສິນ ກັບລັດຖະບານໃຫ້ຫາແຫຼ່ງທຶນມາຊຳລະຕາມສັນຍາດັດແກ້ທີ່ໄດ້ເຊັນຮ່ວມກັນ ແລະ ກ່ອນກຳນົດໃນສັນຍາ ເພື່ອຊ່ວຍແກ້ໄຂບັນຫາເຄັ່ງຮ້ອນຂອງລັດຖະບານ.
ມາດຕະການໄລຍະກາງ ແລະ ໄລຍະຍາວ:

ສືບຕໍ່ດຳເນີນນະໂຍບາຍເງິນຕາໄປໃນທິດຮັດກຸມດ້ວຍການຄວບຄຸມການຂະຫຍາຍຕົວຂອງປະລິມານເງິນ, ທັງບໍ່ສ້າງຄວາມກົດດັນຕໍ່ຄວາມຕ້ອງການເງິນຕາຕ່າງປະເທດ ອັນຈະເຮັດໃຫ້ອັດຕາແລກປ່ຽນອ່ອນຄ່າ;

ສືບຕໍ່ກຳນົດນະໂຍບາຍ ແລກປ່ຽນໃນທິດທາງທີ່ສາມາດເຮັດໃຫ້ທະນາຄານທຸລະກິດກຳນົດອັດຕາແລກປ່ຽນໄດ້ຍຶດຍຸ່ນຫຼາຍຂຶ້ນເພີ່ມທະວີການຄຸມຄອງເງິນຕາຕ່າງປະເທດເພື່ອສ້າງໃຫ້ມີເງິນຕາຕ່າງປະເທດເຂົ້າມາໃນລະບົບຫຼາຍຂຶ້ຶນ ໂດຍເນັ້ນໃຫ້ຄຸ້ມຄອງຜູ້ນຳເຂົ້າ-ສົ່ງອອກ ແລະ ຜູ້ມາລົງທຶນໂດຍກົງຈາກຕ່າງປະເທດ, ພ້ອມທັງຈຳກັດການແລກປ່ຽນເງິນຕາຕ່າງປະເທດຊະຊາຍ ບໍ່ຖືກກົດໝາຍ

ຕິດຕາມການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທີ່ມີການເໜັງຕີງແຮງ ໂດຍສະເພາະແມ່ນສິນຄ້າປະເພດໝວດສະບຽງອາຫານ, ໝວດປັດໄຈການຜະລິດກະສິກຳ (ຝຸ່ນ, ອາຫານສັດ, ແນວພັນ) ໂດຍລັດຖະບານຈະນໍາໃຊ້ມາດຕະການແຊກແຊງລາຄາສິນຄ້າໂດຍສະເພາະຕໍ່ສິນຄ້າອຸປະໂພກ ແລະ ບໍລິໂພກບູລິມະສິດທີ່ກະທົບແຮງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.

ພ້ອມນີ້ ຈະຄົ້ນຄວ້າມາດຕະການຕົວຈິງໃນການຈຳກັດການນຳເຂົ້າສິນຄ້າຟູມເຟືອຍ, ການລັກລອບນຳເຂົ້າສິນຄ້າທີ່ບໍ່ຖືກຕ້ອງທຸກຮູບແບບ, ລວມທັງຄຸ້ມຄອງກວດກາການນໍາເຂົ້າ-ສົ່ງອອກສິນຄ້າຢູ່ບັນດາດ່ານຊາຍແດນ (ເຂດພາສີ, ທ່າບົກ) ໃຫ້ຖືກຕ້ອງຄົບຖ້ວນຜ່ານລະບົບສະເກນເນີ, ແກ້ໄຂສະພາບການຄ້າຂາຍແບບເສລີ, ຊະຊາຍແບບຜ່ານມາ, ພ້ອມດຽວກັນນັ້ນກໍສົ່ງເສີມການສົ່ງອອກສິນຄ້າ ແລະ ປູກຈິດສຳນຶກ ແລະ ປຸກລະດົມສ້າງຂະບວນການໃຫ້ພົນລະເມືອງລາວເຮົານິຍົມ ແລະ ຫັນມານຳໃຊ້ສິນຄ້າທີ່ຜະລິດຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ, ທັງເປັນການຈຳກັດການນຳເຂົ້າສິນຄ້າ ແລະ ຈຳກັດການນຳໃຊ້ເງິນຕາຕ່າງປະເທດໄປພ້ອມກັນ.

ກວດກາ ແລະ ຕິດຕາມບັນດາບໍລິສັດ ແລະ ບຸກຄົນທີ່ດຳເນີນທຸລະກິດບິດຄອຍ (ເງິນຄຣິບໂຕຣ) ທີ່ບໍ່ຖືກຕ້ອງຕາມລະບຽບການ, ສົ່ງເສີມການຜະລິດພາຍໃນໃຫ້ແຂງແຮງ ເພື່ອທົດແທນການນຳເຂົ້າສິນຄ້າຈາກຕ່າງປະເທດ ດ້ວຍການສົ່ງເສີມ ທາງດ້ານນະໂຍບາຍສິນເຊື່ອ ຍົກສະມັດຖະພາບການຜະລິດ, ສ້າງໃຫ້ມີຜະລິດຕະພັນທີ່ມີຄຸນນະພາບຕາມມາດຕະຖານທີ່ຕະຫຼາດມີຄວາມ.
ເພີ່ມທະວີການໂຄສະນາປະຊາສຳພັນໃຫ້ກວ້າງຂວາງ ແລະ ໜັກແໜ້ນກວ່າເກົ່າ, ສ້າງພື້ນຖານໂຄງລ່າງ ແລະ ປັບປຸງຍົກລະດັບການບໍລິການ ເພື່ອຂົນຂວາຍ, ດຶງດູດນັກທ່ອງທ່ຽວ ມາທ່ຽວລາວໃຫ້ຫຼາຍຂຶ້ນ ໂດຍສະເພາະການກະກຽມປີທ່ອງທ່ຽວລາວ 2024 ໃຫ້ຟົດຟື້ນ ເປັນການຟື້ນຟູ ແລະ ພັດທະນາເສດຖະກິດຂອງຊາດ, ສຸມໃສ່ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ແລະ ການລົງທຶນ ເພື່ອດຶງດູດການລົງທຶນໃຫ້ຫຼາຍຂຶ້ນ.

ທີ່ມາ:ປະຊາຊົນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 12 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,477
21,686
thailand (1)
THB
643.41
655.63
european-union
EUR
23,729
24,202
china
CNY
2,898
2,954
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (84)
ແຈ້ງການ ເຕືອນໄພມິດສາຊີບ ລະວັງຕົກເປັນເຫຍື່ອການຫຼອກລວງຜ່ານທາງອອນລາຍ
site-cover (83)
ພະຍາດຢ້ານການຂຶ້ນເຄື່ອງບິນ ພາວະທາງຈິດໃຈ ບໍ່ແມ່ນພຽງຄວາມຕື່ນເຕັ້ນ
site-cover (82)
ສະກີໄຟຟ້າ ໃຊ້ແທນການຍ່າງໄດ້ຈາກຝຣັ່ງເສດ ຊາກ 1 ຄັ້ງ ແລ່ນໄກ 50 ກມ. ໄວສຸດ 80 ກມ./ຊມ.
site-cover (81)
ປູຕິນ ສະເໜີຈັດເຈລະຈາຍຸຕິສົງຄາມກັບ "ຢູເຄຣນ" 15 ພຶດສະພານີ້
site-cover (80)
"ຄິມ ຈອງ-ອຶນ" ບົ່ງຊີ້ສົ່ງທະຫານເກົາຫຼີເໜືອໄປຮ່ວມຮົບກັບຣັດເຊຍ ເປັນສິ່ງທີ່ຖືກຕ້ອງ
site-cover (79)
ທຣຳປເພີ່ມເຈົ້າໜ້າທີ່ 20,000 ຄົນ ເລັ່ງການເນລະເທດຜູ້ອົບພະຍົບເຂົ້າເມືອງຜິດກົດໝາຍ
site-cover (77)
"ໂຣດຣິໂກ ດູເຕີເຕ" ອາດໄດ້ຮັບເລືອກເຈົ້າເມືອງ ເຖິງແມ່ນວ່າຍັງຖືກຄຸມຂັງຢູ່
Copy of site cover (55)
ການໂຈມຕີແບບ DDoS ແມ່ນຫຍັງ? ແລະ ເປັນຫຍັງ SMEs ຕ້ອງລະວັງ
site-cover (76)
"ຜູ້ນຳທະຫານມຽນມາ" ຫາລືກັບ "ຜູ້ນຳຈີນ" ເທື່ອທຳອິດຫຼັງຈາກການລັດຖະປະຫານ
Copy of site cover (54)
ການດູແລເຊີບເວີໃຫ້ໃຊ້ງານໄດ້ປະສິດທິພາບ
ຢ່າລື່ມກົດຕິດຕາມ