ດວງ-Tou-Vientianepost - 2023-07-05T110609.101
ແຂວງອັດຕະປື ທຳລາຍເຄື່ອງມືຫາປາທີ່ຜິດກົດໝາຍ
ຮຽບຮຽງໂດຍ:Staff
ເຜີຍແຜ່: 5 July, 2023
ໝວດ: ຂ່າວ

ໃນວັນທີ 4 ກໍລະກົດ 2023 ທີ່ຫ້ອງຕຳຫຼວດພະແນກຕຳຫຼວດສິ່ງແວດລ້ອມ ກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ໄດ້ຈັດພິທີທຳລາຍເຄື່ອງມືຫາປາທີ່ຜິດກົດໝາຍ ປະເພດ ໝໍ້ດູດ-ໝໍ້ຊ໋ອດປາ.

ທ່ານ ພັນໂທ ຄຳໄຫວ ແດງຄຳໃບ ຫົວໜ້າພະແນກສິ່ງແວດລ້ອມ ກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ໄດ້ລາຍງານຜົນການເຄື່ອນໄຫວເຮັດວຽກສະກັດກັ້ນການລັກລອບຫາປາ ແລະ ສັດນໍ້າອື່ນໆໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຊິ່ງໃນກາງເດືອນ ພຶດສະພາ 2023 ຜ່ານມານີ້ວ່າ: ພາຍຫຼັງເຈົ້າໜ້າທີ່ຕໍ່າຫຼວດສິ່ງແວດລ້ອມ ປກສ ແຂວງ ໄດ້ປະຕິບັດວຽກງານວິຊາສະເພາະຕາມເຂດແມ່ນໍ້າເຊກອງເມືອງສາມັກຄີໄຊແຂວງອັດຕະປື ໄດ້ພົບເຫັນປະຊາຊົນຈຳນວນໜຶ່ງທີ່ລັກລອບນຳໃຊ້ເຄື່ອງໜໍ້ຊ໋ອດປາໂດຍບໍຖືກຕ້ອງຕາມກົດໝາຍ, ດັ່ງນັ້ນທາງເຈົ້າໜ້າທີ່ກໍ່ໄດ້ກັກຕົວຜູ້ກ່ຽວພ້ອມ

ຂອງກາງເຂົ້າຫ້ອງການ, ຜ່ານການສືບສວນຜູ້ກ່ຽວກໍ່ໄດ້ຮັບສາລະພາບວ່າ: ແມ່ນໄດ້ເຄີຍເຄື່ອນໄຫວກະທຳມາຫຼາຍຄັ້ງແລ້ວ, ສ່ວນເຄື່ອງຊ໋ອດ-ໝໍ້ດູດປາ ແມ່ນໄດ້ຊື້ມາຈາກຮ້ານແຫ່ງໜື່ງທີ່ຂາຍຢູ່ຕະຫຼາດເມືອງໃໝ່ ເມືອງສາມັກຄີໄຊ ແຂວງອັດຕະປື, ຈາກນັ້ນເຈົ້າໜ້າທີ່ຕຳຫຼວດຈິ່ງໄດ້ເຮັດຕາມຂັ້ນຕອນລະບຽບກົດໝາຍ, ສົມທົບກັບພາກສ່ວນທີ່ກ່ຽວຂ້ອງພ້ອມກັບອຳນາດການປົກຄອງບ້ານໄດ້ລົງກວດຄົ້ນຮ້ານແຫ່ງໜຶ່ງຢູ່ຕະຫຼາດເມືອງໃໝ່ເມືອງສາມັກຄີໄຊແຂວງອັດຕະປື.

ຜ່ານການກວດຄົ້ນໄດ້ພົບເຫັນຂອງກາງທີ່ຜິດກົດໝາຍ ປະເພດ ໝໍ້ດູດ-ໝໍ້ຊ໋ອດຈຳນວນ 13 ເຄື່ອງ, ເຈົ້າໜ້າທີ່ກໍ່ໄດ້ນໍາພໍ່ຄ້າຂາຍເຄື່ອງດັ່ງກ່າວນໍາມາສືບສວນ-ສອບສວນ ແລະໄດ້ຮັບສາລະພາບວ່າ: ໄດ້ນຳເຄື່ອງດັ່ງກ່າວເຂົ້າມາແຕ່ປີ 2022 ທີ່ຮ້ານແຫ່ງໜື່ງຢູ່ຕະຫຼາດຊັງຈຽງເມືອງສີໂຄດຕະບອງນະຄອນຫຼວງວຽງຈັນ ມີຈຳນວນ 20 ເຄື່ອງ, ໄດ້ຂາຍອອກແລ້ວ 7 ເຄື່ອງ, ສ່ວນຜູ້ກ່ຽວທີ່ກະທຳຜິດໃຊ້ໝໍ້ຊ໋ອດ-ໝໍ້ດູດປາ ແລະ ຜູ້ຂາຍແມ່ນທາງເຈົ້າໜ້າທີ່ໄດ້ສືກສາອົບຮົມ ແລະ ປັບໃໜຕາມລະບຽບກົດໝາຍທີ່ໄດ້ກຳນົດໄວ້.

ແຫຼ່ງຂ່າວຂ່າວສານອອນລາຍ ອັດຕະປື

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ