ດວງລາຍວັນປະຈໍາວັນພຸດ ທີ 28 ມິຖຸນາ 2023

ຄົນເກີດວັນອາທິດ:ການງານເຮັດທຸລະກິດການຄ້າອາຫານ ທຸລະກິດການຄ້າເສື້ອຜ້າຈະໄດ້ຜົນກຳໄລດີ ການເງິນໄລຍະນີ້ອາດຈຳເປັນຕ້ອງເອົາເງິນເກັບອອກມາໃຊ້ຈ່າຍ ຄວາມຮັກ ເກີດບັນຫາດ້ານຄວາມສຳພັນກັບຄົນຮັກ ໃຫ້ລະວັງຄໍາເວົ້າໃຫ້ຫຼາຍ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ 8 ຄົນເກີດວັນຈັນ:ການງານການເຮັດວຽກງານໜັກຫຼາຍເກີນໄປສົ່ງຜົນຕໍ່ສຸຂະພາບ ການເງິນລະວັງໝຸນເງິນບໍ່ທັນໃຊ້ຈ່າຍ ເພາະເປັນໄລຍະເກັບເງິນບໍ່ຢູ່ ຄວາມຮັກເກີດຄວາມສຳພັນທີ່ບໍ່ມີຄວາມສຸກ ເພາະມີບັນຫາກັບຄົນຮັກ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີບົວ ເລກນຳໂຊກ7 ຄົນເກີດວັນອັງຄານ:ການງານການຂາຍສິນຄ້າຜ່ານທາງອອນລາຍຈະໄດ້ຮັບຜົນກຳໄລທີ່ເພີ່ມຂຶ້ນ ການເງິນ ພົບຜູ້ອຸປະຖຳທາງດ້ານການເງິນ ເຂົ້າມາຊ່ວຍໃນເລື່ອງລາຍຈ່າຍ ຄວາມຮັກບໍ່ລົງຕົວໃນເລື່ອງຂອງຄວາມສຳພັນອາດເປັນປັດໃຈຂອງການຫ່າງກັນ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີເຫຼືອງ ເລກນຳໂຊກ1 ຄົນເກີດວັນພຸດ:ການງານຈະໄດ້ເລີ່ມເຮັດໂປຣເຈັກວຽກງານໃໝ່ເຂົ້າມາຊ່ວຍໃນເລື່ອງຂອງການໃຊ້ຈ່າຍ ການເງິນຈະສູນເສຍເງິນກັບລາຍຈ່າຍທີ່ບໍ່ຄາດຝັນ ຄວາມຮັກ ຈະພົບຄົນມີຊື່ສຽງເຂົ້າມາໃຫ້ຮູ້ຈັກກັນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີຂາວ ເລກນຳໂຊກ1 ຄົນເກີດວັນພະຫັດ:ການງານອາດຕັດສິນໃຈປ່ຽນແປງຍົກຍ້າຍສະຖານທີ່ເຮັດວຽກ ການເງິນຄອບຄົວຈະຊ່ວຍອຸປະຖຳການເງິນໃຫ້ທ່ານເປັນຢ່າງດີ ຄວາມຮັກ ຈະພົບຄົນລັກສະນະອວບໆ ເຂົ້າມາໃຫ້ຮູ້ຈັກ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີມ່ວງອ່ອນ ເລກນຳໂຊກ8 ຄົນເກີດວັນສຸກ:ການງານໄລຍະນີ້ເຮັດທຸລະກິດໄດ້ຜົນກຳໄລດີ ການເງິນຈະໄດ້ໂຊກຈາກຜູ້ໃຫຍ່ ອາດເປັນເລື່ອງຂອງການເຈລະຈາລາຍຮັບລາຍຈ່າຍ ຄວາມຮັກລະວັງຈະພົບເລື່ອງເລີກລາກັບຄົນຮັກໃຫ້ລະວັງຄໍາເວົ້າ ຖະໜອມນໍ້າໃຈກັນ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນສີດໍາ ເລກນຳໂຊກ 9 ຄົນເກີດວັນເສົາ:ການງານທຸລະກິດຂະຫຍາຍຕົວຊ້າຕ້ອງຢຸດເພື່ອຖ້າເບິ່ງເຫດການຂອງການລົງທຶນ ການເງິນຈະເກີດໂຊກດີໃນມື້ນີ້ ອາດເປັນການຮັບຊັບເຂົ້າມາໃຊ້ຈ່າຍ ຄວາມຮັກປະຕິເສດຄວາມສຳພັນທີ່ບໍ່ຊັດເຈນກັບຄົນຮັກ […]
ລົງນາມໃນສັນຍາຮ່ວມມືໂຄງການກອງທຶນ ພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2023

ຂປລ. ໃນວັນທີ 26 ມິຖຸນາ 2023 ນີ້, ສປປ ລາວ ແລະ ສປ ຈີນ ໄດ້ຮ່ວມລົງນາມໃນສັນຍາຮ່ວມມືໂຄງການ ພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທີ່ກະຊວງການຕ່າງປະເທດ ເຊິ່ງຕາງໜ້າໃຫ້ລັດຖະ ບານແຫ່ງ ສປປ ລາວ ໂດຍ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າໃຫ້ລັດຖະບານແຫ່ງ ສປ ຈີນ ໂດຍ ທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີຜູ້ຕ່າງໜ້າຈາກບັນດາກົມພາຍໃນກະຊວງການຕ່ງປະເທດ ແລະ ກະຊວງ, ຂະແໜງ ການທີ່ໄດ້ຮັບໂຄງການຊ່ວຍເຫລືອຈາກກອງທຶນດັ່ງກ່າວເຂົ້າຮ່ວມເປັນສັກຂີພິຍານ. ໃນປີ 2023 ນີ້, ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈຳນວນ 12 ໂຄງການ ເປັນມູນຄ່າ 3.147.500 ໂດລາສະຫະລັດ […]
ດວງລາຍວັນປະຈໍາວັນອັງຄານ ທີ 27 ມິຖຸນາ 2023

ຄົນເກີດວັນອາທິດ:ການງານເຮັດວຽກເປັນທາງດ້ານສິລະປະຈະເຮັດໃຫ້ທ່ານປະສົບຄວາມສໍາເລັດທາງດ້ານການງານ ການເງິນໂຊກດີຈະໄດ້ຮັບເງິນກ້ອນໃຫຍ່ເຂົ້າມາໃນການໃຊ້ຈ່າຍ ຄວາມຮັກຄວາມສຳພັນພັດທະນາເປັນໄດ້ແຕ່ໝູ່ເພື່ອນກັນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ2 ຄົນເກີດວັນຈັນ:ການງານ ໃຊ້ເຕັກນິກ ແລະ ຄວາມສາມາດພິເສດໃນການເຮັດທຸລະກິດໃຫ້ເກີດຜົນກຳໄລ ການເງິນໃຫ້ລະວັງເລື່ອງຂອງການໃຊ້ຈ່າຍ ເພາະໄລຍະນີ້ໃຊ້ຈ່າຍເກີນຕົວ ຄວາມຮັກໄລຍະນີ້ຍັງບໍ່ຕັດສິນໃຈໃນເລື່ອງຄວາມຮັກ ອາດມີບັນຫາກັນ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີດໍາ ເລກນຳໂຊກ4 ຄົນເກີດວັນອັງຄານ:ການງານ ເຮັດທຸລະກິດຈະການຄ້າເສື້ອຜ້າຂອງແຟຊັ່ນສວຍງາມໄດ້ກຳໄລດີ ການເງິນມີໂຊກຈະໄດ້ຮັບຊັບໄດ້ຮັບເງິນກ້ອນໃຫຍ່ເຂົ້າມາໃຫ້ໃຊ້ຈ່າຍ ຄວາມຮັກມີໂອກາດພົບຮັກກັບຄົນທີ່ໃຈດີ ມັກເຮັດບຸນເຊິ່ງເໝາະແກ່ທ່ານ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີຟ້າ ເລກນຳໂຊກ3 ຄົນເກີດວັນພຸດ:ການງານການເຮັດວຽກງານອາດເກີດຄວາມຜິດພາດສົ່ງຜົນໃຫ້ເກີດຄວາມເຄັ່ງຄຽດ ການເງິນມື້ນີ້ໂຊກດີການເຈລະຈາຈະເຮັດໃຫ້ໄດ້ເງິນ ຄວາມຮັກສຸກສົມຫວັງລົງຕົວໃນເລື່ອງຄວາມສຳພັນທີ່ດີທາງດ້ານຄວາມຮັກ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີບົວ ເລກນຳໂຊກ4 ຄົນເກີດວັນພະຫັດ:ການງານຈະເຮັດທຸລະກິດໄດ້ຜົນກຳໄລເຂົ້າມາຫຼາຍ ເພາະທ່ານເປັນຄົນທີ່ມີຄວາມອົດທົນໃນເລື່ອງຂອງການເຮັດສິ່ງໃດໜື່ງ ການເງິນສາມາດຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ແຕ່ລາຍຈ່າຍກໍຄວນຄອບຄຸມໃຫ້ຫຼາຍ ຄວາມຮັກການບໍ່ມີເວລາໃຫ້ກັນແລະໄລຍະທາງຫ່າງໄກກັນເປັນອຸປະສັກດ້ານຄວາມສຳພັນ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີດໍາ ເລກນຳໂຊກ7 ຄົນເກີດວັນສຸກ:ການງານມີໂອກາດໄດ້ເລື່ອນຂັ້ນເລື່ອນຕຳແໜ່ງຢູ່ໃນໄລຍະປັບໂຕ ການເງິນຍັງຢູ່ໃນເກນທີ່ໝັ້ນຄົງໄລຍະນີ້ເປັນໄລຍະທີ່ເກັບເງິນເກັ່ງຫຼາຍ ຄວາມຮັກອາດຈະຢູ່ໃນສະຖານະການຮັກຊ້ອນ ຄົນຮັກອາດຈັບໄດ້ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີຂາວ ເລກນຳໂຊກ1 ຄົນເກີດວັນເສົາ:ການງານການເດີນທາງຕິດຕໍ່ທຸລະກິດປະສົບຄວາມສຳເລັດ ການເງິນມີໂຊກຈະໄດ້ເງິນກ້ອນເຂົ້າມາໃຫ້ທ່ານມີເງິນເກັບ ຄວາມຮັກຄົນຮັກມັກສ້າງຄວາມກົດດັນໃຫ້ທ່ານສະເໝີ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນສີນໍ້າຕານ ເລກນຳໂຊກ5
ລູກເມົາຢາຂ້າພໍ່ກັບແມ່ໃໝ່ແລ້ວຖິ້ມລົງຂຸມ

ວັນທີ 26 ມິຖຸນາ 2023 ເກີດເຫດຄາຕະກໍາ ທີ່ບ້ານຊຽງແລນາ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຕາມການລາຍງານຂອງປະຊາຊົນ ໃຫ້ຮູ້ວ່າ: ລູກຊາຍໄດ້ເມົາຢາບ້າເລີຍໃຊ້ມີດຟັນພໍ່ ຊື່ທາ້ວ ແຫວງ ອາຍຸ 65 ປີ ແລະ ເມຍໃໝ່ຂອງພໍ່ (ແມ່ໃໝ່) ຊື່ນາງ ຈ່ອຍ ອາຍຸ 25 ປີ. ເຊິ່ງຜູ້ເປັນພໍ່ ຖືກຟັນບໍລິເວນຫົວ ເສຍຊີວິດ ແລະ ຜູ້ເປັນເມຍໃໝ່ຂອງພໍ່ (ແມ່ໃໝ່) ຖືກຟັນບໍລິເວນໜ້າ ເສຍຊີວິດ.ພາຍຫຼັງທີ່ລູກຊາຍໄດ້ຄາຕະກຳທັງສອງ ກໍໄດ້ຖິ້ມສົບລົງຂຸມ ຫວັງປິດບັງຮ່າງທີ່ເສຍຊີວິດ ແຕ່ກໍມີປະຊາຊົນທີ່ໄດ້ມາຮູ້ມາເຫັນ ຈຶ່ງໄດ້ໂທແຈ້ງກັບເຈົ້າໜ້າທີ່ມາກວດສອບ.ປັດຈຸບັນ, ເຈົ້າໜ້າທີ່ໄດ້ຈັບກຸມຜູ້ກະທໍາຜິດຮຽບຮ້ອຍແລ້ວ ແລະ ຢູ່ໃນຂັ້ນຕອນສືບສວນ-ສອບສວນຕາມກົດໝາຍຕໍ່ໄປ. ແຫຼ່ງຂ່າວ: ຫນ່ວຍກູ້ໄພ ອາສາເພື່ອປະຊາຊົນ/Rescue Volunteer for People
ພົບສົບຄົນໂດດນ້ຳທີ່ຂົວປາກເຊ ຫຼັງໂພສອຳລາພໍ່ແມ່ໃນເຟສບຸກ

ພົບສົບຄົນໂດດນ້ຳເສຍຊີວິດທີ່ຂົວປາກເຊ ພາຍຫຼັງທີ່ໂພສອຳລາຄອບຄົວກ່ອນຈົບຊີວິດດ້ວຍການໂດດນ້ຳ. ໃນວັນທີ 23 ມິຖຸນາ 2023 ທີ່ຜ່ານມາ ໄດ້ມີການລາຍງານຂ່າວວ່າ ມີຄົນໂດດຂົວຂ້າມນ້ຳຂອງ ຢູ່ນະຄອນປາກເຊ ໂດຍມີປະຊາຊົນບໍລິເວນນັ້ນເຫັນເຫດການ ເຊິ່ງຫຼາຍຄົນກໍໄດ້ຕິດຕາມສະຖານະການ. ຕໍ່ມາຈຶ່ງໄດ້ຮູ້ວ່າ ຜູ້ເສຍຊີວິດ ມີອາຍຸ 18 ປີ ອາໄສຢູ່ບ້ານທົ່ງ ນະຄອນປາກເຊ ແຂວງຈຳປາສັກ ໄດ້ໂພສອຳລາພໍ່ແມ່ ແລະ ຄອບຄົວຜ່ານສະຕໍລີ່ໃນເຟສບຸກ.ພໍຕົກມາຮອດວັນທີ 25 ມິຖຸນາ 2023 ທາງມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາ ແຂວງຈຳປາສັກ ກໍພົບສົບຜູ້ເສຍຊີວິດ.ທັ້ງນີ້ ຍັງບໍ່ຮູ້ສາເຫດຂອງການຈົບຊີວິດຂອງຜູ້ກ່ຽວແຕ່ຢ່າງໃດ.
ດວງລາຍວັນປະຈໍາວັນຈັນ ທີ 26 ມິຖຸນາ 2023

ຄົນເກີດວັນອາທິດ:ການງານສ້າງສັນຜົນງານຈາກຄວາມສາມາດພິເສດໄດ້ໂດດເດັ່ນ ການເງິນບໍລິວານທີ່ດີຈະຊ່ວຍອຸປະຖຳທາງດ້ານການເງິນ ຄວາມຮັກມີໂອກາດໄດ້ພົບຮັກກັບຄົນທີ່ຖືກໃຈ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີບົວ ເລກນຳໂຊກ5 ຄົນເກີດວັນຈັນ:ການງານການຄ້າອາຫານຈະປະສົບຄວາມສຳເລັດຈະໄດ້ກຳໄລດີ ການເງິນເປັນມື້ໂຊກດີຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ໃຊ້ຈ່າຍ ຄວາມຮັກມີໂອກາດໄດ້ພົບຮັກກັບຄົົນທີ່ມີສະເໝ່ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີດໍາ ເລກນຳໂຊກ4 ຄົນເກີດວັນອັງຄານ:ການງານການຄ້າອາຫານຈະປະສົບຄວາມສຳເລັດຈະໄດ້ກຳໄລດີ ການເງິນເປັນມື້ໂຊກດີຈະໄດ້ເງິນກ້ອນໃຫຍ່ເຂົ້າມາຄວາມຮັກມີໂອກາດໄດ້ພົບຮັກກັບຄົົນທີ່ມີສະເໜ່ ເຄື່ອງມຸງຄຸນເງິນ ສີມຸງຄຸນສີນໍ້າຕານ ເລກນຳໂຊກ9 ຄົນເກີດວັນພຸດ:ການງານຮັບຜິດຊອບວຽກຫລາຍຂຶ້ນແຕ່ຜົນຕອບແທນກໍຄຸ້ມຄ່າ ການເງິນມີທັງເລື່ອງຮັບ ແລະ ເລື່ອງຈ່າຍແຕ່ໂຊກດີທີ່ຈະມີເງິນເຫຼືອເກັບ ຄວາມຮັກໄລຍະນີ້ຈະເລືອກຄົບຫາກັບຄົນຜິວຂາວເຫຼືອງ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີບົວ ເລກນຳໂຊກ4 ຄົນເກີດວັນພະຫັດ:ການງານໄດ້ຮັບການອຸປະຖຳຊ່ວຍເຫລືອຈາກຜູ້ໃຫຍ່ ການເງິນລະວັງຈະພົບເລື່ອງເສຍເງິນແບບຄາດບໍ່ເຖິງ ຄວາມຮັກໄດ້ພົບຮັກແບບບໍ່ທັນຕັ້ງໂຕ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີຟ້າ ເລກນຳໂຊກ6 ຄົນເກີດວັນສຸກ:ການງານເຮັດທຸລະກິດຮ່ວມກັບຫຸ້ນສ່ວນໄດ້ຜົນກຳໄລເພີ່ມ ການເງິນມີຊັບສິນເງິນຄຳເພີ່ມຫລາຍຂຶ້ນ ຄວາມຮັກໝູ່ເພື່ອນຈະແນະນຳໃຫ້ຮູ້ຈັກຄົົນທີ່ມີສະເໝ່ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນສີມ່ວງອ່ອນ ເລກນຳໂຊກ1 ຄົນເກີດວັນເສົາ:ການງານເຮັດທຸລະກິດຈະການຄ້າຂອງບູຮານ ຫລືການເຮັດອາຊີບເປັນທີ່ປຶກສາຈະປະສົບຄວາມສໍາເລັດ ການເງິນຈະມີໂອກາດໄດ້ເງິນເຂົ້າມາຫລາຍ ຄວາມຮັກໄດ້ພົບຮັກກັບຄົົນທີ່ມີມີອາຍຸຫລາຍກວ່າ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີບົວ ເລກນຳໂຊກ2
ເຈົ້າໜ້າທີ່ພາສີ ຢຶດລົດ TOYOTA Revo ສວມປ້າຍທະບຽນລົດຄັນອື່ນ

ພະແນກສືບສວນ-ສອບສວນ ເເລະ ປາບປາມການລັກລອບໜີພາສີ ຫຼື ພສປ ປັນພະແນກໜຶ່ງຂຶ້ນກັບກົມພາສີ ກະຊວງການເງິນ, ເຊິ່ງປະກອບດ້ວຍ 3 ຂະແໜງ (ຂະແໜງວິໄຈຂໍ້ມູນແຫຼ່ງຂ່າວ; ຂະແໜງກວດກາ ແລະ ສືບສວນ-ສອບສວນ; ຂະແໜງແກ້ໄຂຄະດີທາງພາສີ) ແລະ 14 ຈຸດປະສານງານໃນຂອບເຂດທົ່ວປະເທດ, ໂດຍເຄື່ອນໄຫວວຽກງານວິຊາສະເພາະຕາມພາລະບົດບາດ, ສິດ, ໜ້າທີ່ຢ່າງເຂັ້ມງວດ. ສະນັ້ນ, ໃນວັນທີ 18 ມິຖຸນາ 2023 ຜ່ານມານີ້, ເຈົ້າໜ້າທີ່ພາສີພະແນກສືບ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ປະຈໍາຈຸດປະສານງານນາເຕີຍ ແຂວງຫຼວງນໍ້າທາ, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ມີລົດກະບະຍີ່ຫໍ້ TOYOTA Revo smart cab ສວມປ້າຍທະບຽນ ກກ 5754 (ເອກະຊົນລາວ, ຫຼວງນ້ຳທາ) ຊິ່ງເຈົ້າໜ້າທີ່ພາສີຈຶ່ງໄດ້ເຄື່ອນໄຫວຕິດຕາມພົບເຫັນເປົ້າໝາຍດັ່ງກ່າວ. ໂດຍຜ່ານການກວດກາເບື້ອງຕົ້ນເຫັນວ່າ: ເປັນລົດລັກລອບນຳເຂົ້າ, ສວມປ້າຍທະບຽນລົດຄັນອື່ນ, ບໍ່ມີເອ ກະອະນຸຍາດນຳເຂົ້າເສຍພາສີ-ອາກອນ ແລະ ພັນທະອື່ນໆ. ດັ່ງນັ້ນ, ຈຶ່ງໄດ້ນຳລົດຄັນດັ່ງກ່າວມອບໃຫ້ພາສີປະຈຳແຂວງຫຼວງນໍ້າທາ, ເພື່ອດຳເນີນການຕາມຂັ້ນຕອນຂອງກົດໝາຍ […]
ແຂວງໄຊສົມບູນ ຂາດຄູສອນຫລາຍກວ່າ 200 ຄົນ

ທ່ານ ຕົ່ງມົວຊົວໂກ້ ຮອງເຈົ້າແຂວງໄຊສົມບູນ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ ໄດ້ລາຍງານຕໍ່ກອງປະຊຸມປຶກສາຫາລື ກ່ຽວກັບການຂາດຄູສອນ, ການຂາດຮຽນ ແລະ ການຮຽນບໍ່ຈົບຂອງນັກຮຽນໃນຊົນນະບົດ ທົ່ວປະເທດ ໃນວັນທີ 22 ມິຖຸນາ 2023 ນີ້ວ່າ: ແຂວງໄຊສົມບູນ ແມ່ນຂາດຄູສອນ 245 ຄົນ ແຕ່ກໍໄດ້ຈັດວາງຄູອາສາສະໝັກ ໄປປະຈຳສອນຢູ່ແຕ່ລະໂຮງຮຽນ ທັງໝົດ 245 ຄົນ. ສ່ວນອັດຕາການປະລະຂອງເດັກ ຢູ່ທົ່ວແຂວງແມ່ນກວມເຖິງ 10,5% ຂອງຈຳນວນນັກຮຽນ ຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ. ສຳລັບປີ 2023 ແຂວງໄຊສົມບູນ ໄດ້ໂກຕ້າພະນັກງານທັງໝົດ 30 ໂກຕ້າ ລວມທັງກຸ່ມການເມືອງ, ກຸ່ມເສດຖະກິດ, ກຸ່ມວັດທະນະທຳ-ສັງຄົມ, ກຸ່ມນິຕິບັນຍັດ ແລະ ຕຸລາການ ພ້ອມທັງ 5 ເມືອງຂອງແຂວງ. ການປະລະການຮຽນຂອງນັກຮຽນ ຢູ່ແຂວງໄຊສົມບູນ ເກີດຈາກຫລາຍປັດໄຈ ເປັນຕົ້ນ ຄູສອນມາສອນບໍ່ປົກກະຕິ, ບໍ່ຈູງໃຈຕໍ່ນັກຮຽນ, ນັກຮຽນບໍ່ຕັ້ງໃຈຮຽນ ແລະ ສ້າງຄອບຄົວກ່ອນໄວອັນຄວນ […]
ເຈົ້າໜ້າທີ່ປາບປາມປາມການລັກລອບພາສີ ຢຶດລົດ Camry ບໍ່ມີເອກະສານຢັ້ງຢືນ

ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ລາຍງານວ່າ: ເວລາ 08:30 ໂມງຂອງວັນທີ 23 ມິຖຸນາ 2023 ຜ່ານມານີ້ ໄດ້ກວດກາ ຢຶດລົດ TOYOTA Camry ສີດຳ, ບໍ່ຕິດປ້າຍທະບຽນ, ກຳລັງແລ່ນມາຕາມເສັ້ນທາງແຕ່ເມືອງສັງທອງ ຫາ ເມືອງສີໂຄດຕະບອງ (ເສັ້ນທາງແຄມຂອງ). ຜ່ານການສືບສວນ-ສອບສວນເບື້ອງຕົ້ນເຫັນວ່າ: ບໍ່ມີເອກະສານຢັ້ງຢືນຕ່າງໆ…ຈຶ່ງໄດ້ນໍາລົດຄັນດັ່ງກ່າວມາມອບໃຫ້ຂະແໜງກວດກາ ແລະ ສືບສວນສອບສວນຂອງພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ທີ່ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເພື່ອດຳເນີນການຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການຕໍ່ໄປ.
ຢຶດ ແລະ ທຳລາຍ ໝາກເຜັດ 4 ໂຕນ ທີ່ນຳເຂົ້າຈາກຫວຽດນາມໂດຍບໍ່ຖືກຕ້ອງ

ໃນວັນທີ 23 ມິຖຸນາ 2023, ທີ່ສະໜາມທໍາລາຍສິນຄ້າດ່ານຊາຍແດນສາກົນນໍ້າພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ທໍາລາຍໝາກເຜັດສົດຈຳນວນ 4 ໂຕນ ທີ່ນໍ້າເຂົ້າຈາກຫວຽດນາມ ໂດຍບໍ່ຖືກຕ້ອງຕາມລະບຽບການຂອງ ສປປ ລາວ. ໂດຍວັນທີ 21-22 ມິຖຸນາ 2023 ຜ່ານມາ ເຈົ້າໜ້າທີ່ດ່ານຊາຍແດນສາກົນນໍ້າພາວໄດ້ຢຶດສິນຄ້າກະສິກໍາທີ່ນໍາເຂົ້າບໍ່ຖືກຕ້ອງຕາມລະບຽບການ (ປະເພດໝາກເຜັດສົດ) ຈໍານວນ 4.000 ກິໂລກຣາມ ລວມມູນຄ່າ 68 ລ້ານກີບ ທີ່ຊຸກເຊື່ອງມານໍາລົດເມ ນໍາເຂົ້າໂດຍທ້າວ ເສົາ ອາຍຸ 38 ປີ ແລະ ທ້າວ ດ່າຍ ອາຍຸ 35 ປີ ທັງສອງສັນຊາດຫວຽດນາມ.ການຢຶດ ແລະ ທຳລາຍຄັ້ງນີ້ແມ່ນດ້ວຍການຝັງດິນ ເຊິ່ງປະຕິບັດຕາມກົດລະບຽບສປປ ລາວ ເປັນການຫລຸດຜ່ອນການນໍາເຂົ້າທີ່ຄົນລາວສາມາດຜະລິດໄດ້. ຂ່າວ: ຖວທ ເມືອງຄຳເກີດ